“ວັນທີ 18–24 ເດືອນຕຸລາ. ຄຳສອນ ແລະ ພັນທະສັນຍາ 121–123: ‘ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ?’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ຄຳສອນ ແລະ ພັນທະສັນຍາ 2021 (2020)
“ວັນທີ 18–24 ເດືອນຕຸລາ. ຄຳສອນ ແລະ ພັນທະສັນຍາ 121–123,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2021
ວັນທີ 18–24 ເດືອນຕຸລາ
ຄຳສອນ ແລະ ພັນທະສັນຍາ 121–123
“ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ?”
ປະສົບການຂອງທ່ານໃນການສຶກສາພຣະຄຳພີຈະດີຫລາຍຂຶ້ນ ຖ້າຫາກເປົ້າໝາຍຂອງທ່ານຄືການຄົ້ນພົບຄວາມຈິງ. ເລີ່ມຕົ້ນດ້ວຍການອະທິຖານ, ໃຫ້ຮັບຟັງພຣະວິນຍານ, ແລະ ບັນທຶກຄວາມປະທັບໃຈຂອງທ່ານ.
ບັນທຶກຄວາມປະທັບໃຈຂອງທ່ານ
ຊັ້ນລຸ່ມຂອງຄຸກເຂດເມືອງລີເບີຕີ, ລັດມີເຊີຣີ, ຮູ້ຈັກກັນວ່າຫ້ອງມືດ. ຝາຫ້ອງກໍໜາ, ພື້ນຫ້ອງກໍເຢັນ ແລະ ສົກກະປົກ, ອາຫານ—ອັນໃດທີ່ມີຢູ່ຫັ້ນ—ກໍເນົ່າເໝັນ, ແລະ ແສງສະຫວ່າງຈຸດດຽວ ແມ່ນມາຈາກປ່ອງຢ້ຽມນ້ອຍໆທີ່ກັ້ນໄວ້ດ້ວຍເຫລັກສອງແທ່ງ ຢູ່ໃກ້ເພດານ. ຫ້ອງມືດບ່ອນນີ້ເປັນບ່ອນທີ່ໂຈເຊັບ ສະມິດ ແລະ ອ້າຍນ້ອງສອງສາມຄົນຂອງເພິ່ນໄດ້ຖືກກັກຂັງ—ສີ່ເດືອນທີ່ໜາວເຢັນທີ່ສຸດ ໃນລະດູໜາວຂອງປີ 1838–39—ລໍຖ້າການຂຶ້ນສານ ໃນຄະດີການກະບົດຕ້ານລັດມີເຊີຣີ. ລະຫວ່າງເວລານີ້, ໂຈເຊັບໄດ້ຮັບຂ່າວເລື້ອຍໆກ່ຽວກັບການຮັບທຸກທໍລະມານຂອງໄພ່ພົນ. ຄວາມສະຫງົບສຸກ ແລະ ຄວາມຫວັງໃນເມືອງຟາແວັດ ມີຢູ່ພຽງແຕ່ສອງສາມເດືອນເທົ່ານັ້ນ, ແລະ ບັດນີ້ໄພ່ພົນກໍຂາດທີ່ພັກອາໄສອີກເທື່ອໜຶ່ງ, ຖືກຂັບໄລ່ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຊອກຫາສະຖານທີ່ອື່ນອີກເພື່ອເລີ່ມຕົ້ນໃໝ່—ເທື່ອນີ້ສາດສະດາໄດ້ຖືກຈຳຄຸກ.
ຈຶ່ງບໍ່ແປກໃຈທີ່ໂຈເຊັບ ສະມິດ ໄດ້ຮ້ອງອອກມາວ່າ, “ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ?” ຄຳຕອບທີ່ເພິ່ນໄດ້ຮັບແມ່ນ, “ຄວາມຮູ້ຈາກສະຫວັນ” ທີ່ “ຖອກເທລົງມາ” ໃນຄຸກທີ່ລຳເຄັນນັ້ນ, ສະແດງໃຫ້ເຫັນວ່າ ເຖິງແມ່ນອາດບໍ່ຮູ້ສຶກ, ແຕ່ພຣະເຈົ້າບໍ່ໄດ້ຢູ່ໄກ. ສາດສະດາໄດ້ຮຽນຮູ້ວ່າ ບໍ່ມີອຳນາດໃດສາມາດ “ຢັບຢັ້ງສະຫວັນ.” “ພຣະເຈົ້າຈະຢູ່ກັບ [ໄພ່ພົນທີ່ຊື່ສັດຂອງພຣະອົງ] ຕະຫລອດການ ແລະ ຕະຫລອດໄປ.” (ຄຳສອນ ແລະ ພັນທະສັນຍາ 121:1, 33; 122:9.)
ເບິ່ງ Saints, 1:323–96; “Within the Walls of Liberty Jail,” Revelations in Context, 256–63.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ຄຳສອນ ແລະ ພັນທະສັນຍາ 121:1–10, 23–33; 122
ຄວາມຍາກລຳບາກສາມາດ “ເກີດຂຶ້ນເພື່ອຄວາມດີ [ຂອງເຮົາ].”
ເມື່ອເຮົາ ຫລື ຄົນທີ່ເຮົາຮັກຢູ່ໃນທ່າມກາງຄວາມທຸກທໍລະມານ, ມັນເປັນສິ່ງທຳມະດາທີ່ເຮົາຈະເປັນຫ່ວງຖ້າຫາກວ່າພຣະເຈົ້າຮູ້ເຫັນກ່ຽວກັບເຮົາຢູ່ຫລືບໍ່. ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 121:1–6, ໃຫ້ຄິດເຖິງເວລາທີ່ທ່ານມີຄຳຖາມ ຫລື ມີຄວາມຮູ້ສຶກຄືກັນກັບດັ່ງທີ່ໂຈເຊັບ ສະມິດ ມີ. ທ່ານພົບເຫັນຫຍັງແດ່ຢູ່ໃນຄຳຕອບຂອງພຣະຜູ້ເປັນເຈົ້າ ທີ່ອາດຊ່ວຍທ່ານໄດ້ ເມື່ອທ່ານມີຄຳຖາມ ຫລື ຄວາມຮູ້ສຶກເຫລົ່ານັ້ນ? ຍົກຕົວຢ່າງ, ໃນ ຂໍ້ທີ 7–10, 26–33, ໃຫ້ສັງເກດເບິ່ງພອນທີ່ພຣະອົງສັນຍາກັບຜູ້ທີ່ “ອົດທົນກັບ [ຄວາມທຸກ] ໄດ້ດີ.” ຂະນະທີ່ທ່ານອ່ານ ພາກທີ 122, ໃຫ້ພິຈາລະນາວິທີທີ່ພຣະຜູ້ເປັນເຈົ້າປະສົງໃຫ້ທ່ານເບິ່ງຄວາມຍາກລຳບາກຂອງທ່ານແນວໃດ.
ເບິ່ງ Henry B. Eyring, “Where Is the Pavilion?” Ensign ຫລື Liahona, Nov. 2012, 72–75 ນຳອີກ.
ຄຳສອນ ແລະ ພັນທະສັນຍາ 121:34–46
ເຮົາສາມາດເຂົ້າເຖິງ “ອຳນາດແຫ່ງສະຫວັນ.”
ໃນສະພາບຢູ່ໃນຄຸກລີເບີຕີ ທີ່ເບິ່ງຄືວ່າໝົດຫວັງ, ໂຈເຊັບໄດ້ຮັບການເປີດເຜີຍກ່ຽວກັບອຳນາດ—ບໍ່ແມ່ນອຳນາດທາງການເມືອງ ຫລື ການທະຫານ ທີ່ສະແດງແກ່ໄພ່ພົນ ແຕ່ເປັນ “ອຳນາດແຫ່ງສະຫວັນ.” ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 121:34–46, ທ່ານຮຽນຮູ້ຫຍັງແດ່ກ່ຽວກັບອຳນາດຂອງພຣະເຈົ້າ? ມັນແຕກຕ່າງຈາກອຳນາດທາງໂລກແນວໃດ? ຍົກຕົວຢ່າງ, ໃຫ້ເບິ່ງພຣະຄຳຂອງພຣະຜູ້ເປັນເຈົ້າ ທີ່ໃຊ້ຢູ່ໃນ ຂໍ້ທີ 41–43 ເພື່ອບັນຍາຍ “ອຳນາດ ຫລື ອິດທິພົນ.” ພຣະຄຳເຫລົ່ານັ້ນສິດສອນຫຍັງແດ່ ເຖິງວິທີທີ່ພຣະເຈົ້າຮັກສາ “ອຳນາດ ຫລື ອິດທິພົນ” ຂອງພຣະອົງ? ບາງທີຂໍ້ເຫລົ່ານີ້ສາມາດດົນໃຈທ່ານໃຫ້ໄຕ່ຕອງກ່ຽວກັບຊີວິດຂອງທ່ານ ແລະ ສິ່ງທີ່ທ່ານສາມາດເຮັດ ເພື່ອເປັນອິດທິພົນສຳລັບຄວາມດີ ໃນຄວາມສຳພັນຂອງທ່ານກັບຄົນອື່ນ.
ພຣະເຢຊູຄຣິດໄດ້ລົງຕ່ຳກວ່າທຸກສິ່ງ.
ໂຈເຊັບ ສະມິດ ໄດ້ຖືກຈຳຄຸກຢ່າງບໍ່ຍຸດຕິທຳເປັນເວລາສີ່ເດືອນ ຂະນະທີ່ໝູ່ເພື່ອນ ແລະ ຄອບຄົວຂອງເພິ່ນຖືກຂັບໄລ່ອອກຈາກບ້ານເຮືອນຂອງເຂົາເຈົ້າ. ວຽກງານທີ່ເພິ່ນໄດ້ອຸທິດດ້ວຍຊີວິດ ເບິ່ງຄືວ່າກຳລັງພັງທະລາຍ. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະເຢຊູຄຣິດ ຈາກພຣະຄຳຂອງພຣະອົງຕໍ່ໂຈຊັບ ຢູ່ໃນ ພາກທີ 122? ທ່ານຮຽນຮູ້ຫຍັງແດ່ກ່ຽວກັບໂຈເຊັບ? ທ່ານຮຽນຮູ້ຫຍັງແດ່ກ່ຽວກັບຕົວທ່ານເອງ?
ເບິ່ງ ແອວມາ 7:11–13; 36:3; ຄຳສອນ ແລະ ພັນທະສັນຍາ 88:6 ນຳອີກ.
“ຈົ່ງໃຫ້ພວກເຮົາເຮັດທຸກສິ່ງທຸກຢ່າງທີ່ຢູ່ໃນອຳນາດຂອງພວກເຮົາ ຢ່າງເບີກບານມ່ວນຊື່ນ.”
ໃນເດືອນມີນາ ປີ 1839, ມັນອາດເບິ່ງຄືວ່າ ບໍ່ມີສິ່ງໃດອີກທີ່ໄພ່ພົນສາມາດເຮັດ ເພື່ອປ່ຽນແປງສະຖານະການທີ່ໜ້າຢ້ານກົວນັ້ນ. ແຕ່ຢູ່ໃນຈົດໝາຍຂອງເພິ່ນ ທີ່ຂຽນຈາກຄຸກລີເບີຕີ, ໂຈເຊັບໄດ້ບອກເຖິງສິ່ງທີ່ເຂົາເຈົ້າ ສາມາດ ເຮັດ: “[ໃຫ້ຮວບຮວມ] ຄວາມຮູ້ ແລະ ຂໍ້ມູນທັງໝົດ” ແລະ “ຢືນຢູ່ຊື່ໆ, ດ້ວຍຄວາມໝັ້ນໃຈທີ່ສຸດ, ເພື່ອເຫັນຄວາມລອດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 123:1, 17). ຂະນະທີ່ທ່ານພິຈາລະນາການຫລອກລວງ ແລະ “ອຸບາຍຂອງມະນຸດ” ຢູ່ໃນໂລກທຸກວັນນີ້, ໃຫ້ຄິດກ່ຽວກັບສິ່ງທີ່ “ຢູ່ໃນອຳນາດ [ຂອງທ່ານ]” ທີ່ຈະເຮັດ (ຂໍ້ທີ 12, 17). ເປັນຫຍັງມັນຈຶ່ງສຳຄັນທີ່ຈະເຮັດສິ່ງເຫລົ່ານີ້ “ຢ່າງເບີກບານ”? (ຂໍ້ທີ 17). ທ່ານຮູ້ຈັກໃຜແດ່ທີ່ຖືກ “ກີດກັນຈາກຄວາມຈິງ” (ຂໍ້ທີ 12), ແລະ ທ່ານຈະຊ່ວຍບຸກຄົນນີ້ໃຫ້ພົບເຫັນຄວາມຈິງໄດ້ແນວໃດ?
ຫລາຍເລື່ອງທີ່ໂຈເຊັບໄດ້ຂໍຮ້ອງ ຢູ່ໃນຈົດໝາຍສະບັບນີ້ ໄດ້ຖືກສົ່ງໄປຫາຝ່າຍລັດຖະບານ ແລະ ໄດ້ຖືກຈັດພິມເປັນ 11 ຕອນ ຢູ່ໃນໜັງສືພິມ, Times and Seasons ຂອງເມືອງນາວູ (ເບິ່ງ “A History, of the Persecution, of the Church of Jesus Christ, of Latter Day Saints in Missouri, December 1839–October 1840,” [josephsmithpapers.org]).
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ຄຳສອນ ແລະ ພັນທະສັນຍາ 121:1–10.“ຫ້ອງມືດ” ຢູ່ໃນຄຸກລີເບີຕີ ກວ້າງພຽງແຕ່ 14 ຄູນ 14.5 ຟີດ (4.2 ຄູນ 4.4 ແມັດ). ທ່ານຈະຊ່ວຍຄອບຄົວຂອງທ່ານໃຫ້ສາມາດວາດພາບເຫັນສະພາບຂອງການຖືກຄຸມຂັງຢູ່ໃນບ່ອນນັ້ນທີ່ໜາວເຢັນທີ່ສຸດ ເປັນເວລາສີ່ເດືອນໄດ້ແນວໃດ? ທ່ານສາມາດຊອກຫາຂໍ້ມູນອື່ນໆກ່ຽວກັບສະພາບຢູ່ໃນຄຸກລີເບີຕີໄດ້ ໃນ “ບົດທີ 46: ໂຈເຊັບ ສະມິດ ຢູ່ໃນຄຸກລີເບີຕີ” (ເລື່ອງຄຳສອນ ແລະ ພັນທະສັນຍາ, 172–74). ທ່ານກໍສາມາດອ່ານ “ສຽງຂອງການຟື້ນຟູ: ຄຸກລີເບີຕີ” ນຳອີກ ຢູ່ໃນທ້າຍຂອງໂຄງຮ່າງນີ້ ຫລື ເບິ່ງວິດີໂອ ກ່ຽວກັບຕອນທີ່ໂຈເຊັບຢູ່ໃນຄຸກລີເບີຕີ Joseph Smith: Prophet of the Restoration (ChurchofJesusChrist.org, ເລີ່ມຕົ້ນຈາກ 43:00 ນາທີ). ຂໍ້ມູນນີ້ມີຜົນກະທົບຕໍ່ວິທີທີ່ເຮົາຮູ້ສຶກກ່ຽວກັບຫລັກທຳຢູ່ໃນ ຄຳສອນ ແລະ ພັນທະສັນຍາ 121:1–10 ແນວໃດ?
-
ຄຳສອນ ແລະ ພັນທະສັນຍາ 121:34–36, 41–45.ບາງທີການປຽບທຽບຈະຊ່ວຍຄອບຄົວຂອງທ່ານໃຫ້ເຂົ້າໃຈ “ອຳນາດແຫ່ງສະຫວັນ” ໄດ້. ຍົກຕົວຢ່າງ, ທ່ານສາມາດປຽບທຽບອຳນາດຂອງພຣະເຈົ້າໃສ່ກັບພະລັງໄຟຟ້າ; ແມ່ນຫຍັງທີ່ສາມາດກີດກັນບໍ່ໃຫ້ອຸປະກອນໄດ້ຮັບພະລັງໄຟຟ້າ? ການປຽບທຽບນີ້, ພ້ອມທັງ ຂໍ້ທີ 34–36, 41–45, ສິດສອນເຮົາຫຍັງແດ່ກ່ຽວກັບວິທີເພີ່ມພະລັງທາງວິນຍານຂອງເຮົາ? ບາງທີສະມາຊິກໃນຄອບຄົວສາມາດແບ່ງປັນເລື່ອງເລົ່າຈາກພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອເປັນຕົວຢ່າງຂອງຄຸນລັກສະນະເຫລົ່ານີ້.
-
ຄຳສອນ ແລະ ພັນທະສັນຍາ 122:7–9.ບາງທີສະມາຊິກໃນຄອບຄົວອາດມັກເຮັດປ້າຍນ້ອຍ ທີ່ບັນຈຸສຳນວນຈາກຂໍ້ເຫລົ່ານີ້ ທີ່ດົນໃຈເຂົາເຈົ້າ. ປ້າຍນ້ອຍເຫລົ່ານີ້ສາມາດວາງຢາຍໄວ້ຢູ່ໃນບ້ານເຮືອນຂອງທ່ານ. ເປັນຫຍັງມັນຈຶ່ງສຳຄັນທີ່ຮູ້ວ່າ “ບຸດມະນຸດໄດ້ລົງຕ່ຳກວ່າ” ທຸກສິ່ງ?
-
ຄຳສອນ ແລະ ພັນທະສັນຍາ 123:12.ເຮັດແນວໃດເຮົາຈຶ່ງຈະສາມາດຊ່ວຍເຫລືອຜູ້ຄົນໃຫ້ “ຮູ້ວ່າ … ຈະຊອກຫາ” ຄວາມຈິງໄດ້ຢູ່ບ່ອນໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ຂໍເພິ່ງພຣະທຸກຊົ່ວໂມງ” ເພງສວດ ແລະ ເພງຂອງເດັກນ້ອຍ, 12.
ສຽງຂອງການຟື້ນຟູ
ຄຸກລີເບີຕີ
ຂະນະທີ່ຖືກຈຳຄຸກຢູ່ເມືອງລີເບີຕີ, ລັດມີເຊີຣີ, ໂຈເຊັບ ສະມິດ ໄດ້ຮັບຈົດໝາຍລາຍງານກ່ຽວກັບສະຖານະການທີ່ຫຍຸ້ງຍາກຂອງໄພ່ພົນຍຸກສຸດທ້າຍ ຜູ້ທີ່ຖືກຂັບໄລ່ອອກຈາກລັດ ໂດຍຄຳສັ່ງຂອງເຈົ້າລັດ. ຈົດໝາຍທີ່ໂສກເສົ້າສະບັບໜຶ່ງໄດ້ມາຈາກ ເອມມາ ພັນລະຍາຂອງເພິ່ນ. ຖ້ອຍຄຳຂອງນາງ, ແລະ ຈົດໝາຍຂຽນຕອບຂອງໂຈເຊັບ, ສະແດງໃຫ້ເຫັນທັງຄວາມທຸກທໍລະມານ ແລະ ສັດທາຂອງພວກເພິ່ນ ໃນຊ່ວງໄລຍະຫຍຸ້ງຍາກນີ້ ໃນປະຫວັດສາດຂອງສາດສະໜາຈັກ.
ຈົດໝາຍຈາກ ເອມມາ ສະມິດ ເຖິງ ໂຈເຊັບ ສະມິດ, ວັນທີ 7 ເດືອນມີນາ, 1839
“ສາມີສຸດທີ່ຮັກ
“ໂດຍທີ່ມີໂອກາດສົ່ງຈົດໝາຍມາກັບເພື່ອນຄົນໜຶ່ງ, ນ້ອງກໍເລີຍພະຍາຍາມຂຽນ, ແຕ່ນ້ອງຈະບໍ່ພະຍາຍາມຂຽນກ່ຽວກັບຄວາມຮູ້ສຶກຂອງນ້ອງທັງໝົດ, ເພາະສະພາບຂອງອ້າຍໃນເວລານີ້, ຝາຫ້ອງ, ເຫລັກກັ້ນ, ແລະ ໄລກອນ, ແມ່ນ້ຳທີ່ໄຫລຜ່ານ, ລຳທານທີ່ໄຫລຂັ້ນ, ຄ້ອຍພູສູງ, ຫ່ອມພູຕ່ຳ ແລະ ທົ່ງພຽງອັນກວ້າງໄກທີ່ແຍກພວກເຮົາ, ແລະ ຄວາມບໍ່ຍຸດຕິທຳ ທີ່ໄດ້ສົ່ງອ້າຍເຂົ້າຄຸກ ແລະ ຍັງກັກຂັງອ້າຍຢູ່ທີ່ນີ້, ພ້ອມດ້ວຍຫລາຍຢ່າງທີ່ຕ້ອງພິຈາລະນາ, ເຮັດໃຫ້ນ້ອງຮູ້ສຶກເກີນກວ່າທີ່ຈະອະທິບາຍໄດ້.
“ຖ້າຫາກບໍ່ໄດ້ເປັນເພາະຄວາມສຳນຶກທີ່ຕົນບໍລິສຸດ, ແລະ ການຊີ້ນຳທີ່ແຊກແຊງດ້ວຍຄວາມເມດຕາຂອງສະຫວັນ, ນ້ອງແນ່ໃຈວ່ານ້ອງຄົງບໍ່ສາມາດອົດທົນກັບສະພາບຂອງຄວາມທຸກທໍລະມານທີ່ນ້ອງໄດ້ຜ່ານຜ່າ … ; ແຕ່ນ້ອງຍັງມີຊີວິດຢູ່ ແລະ ເຕັມໃຈທີ່ຈະອົດທົນຕໍ່ໄປ ຖ້າຫາກມັນເປັນພຣະປະສົງຂອງສະຫວັນ ທີ່ນ້ອງຕ້ອງມີຊີວິດຢູ່ຕໍ່ໄປເພື່ອເຫັນແກ່ອ້າຍ.
“ພວກເຮົາທຸກຄົນກໍສະບາຍດີ, ຍົກເວັ້ນແຕ່ ເຟເດຣິກ ຜູ້ບໍ່ສະບາຍໜັກ.
“ທ້າວນ້ອຍ ອາເລັກຊານເດີ ທີ່ຢູ່ໃນອ້ອມແຂນຂອງນ້ອງ ເປັນເດັກດີທີ່ສຸດ ທີ່ພວກເຮົາເຄີຍເຫັນມາ ໃນຊີວິດຂອງພວກເຮົາ. ລາວແຂງແຮງຫລາຍ ແລະ ດ້ວຍການໃຊ້ຕັ່ງຊ່ວຍເຫລືອ ລາວໄດ້ແລ່ນອ້ອມເຮືອນ. …
“ບໍ່ມີໃຜ ຍົກເວັ້ນແຕ່ພຣະເຈົ້າເທົ່ານັ້ນ ທີ່ຮູ້ຈັກການສະທ້ອນຄິດໃນໃຈ ແລະ ຄວາມຮູ້ສຶກຂອງນ້ອງ ຕອນນ້ອງໄດ້ໜີຈາກບ້ານເຮືອນຂອງພວກເຮົາ, ແລະ ໄດ້ປະຖິ້ມເກືອບທຸກສິ່ງ ຍົກເວັ້ນແຕ່ລູກໆຂອງພວກເຮົາ, ແລະ ໄດ້ເດີນທາງອອກໜີຈາກລັດມີເຊີຣີ, ປະອ້າຍໄວ້ຢູ່ໃນຄຸກທີ່ໂດດດ່ຽວນີ້. ແຕ່ຄວາມຊົງຈຳແມ່ນເກີນກວ່າທີ່ມະນຸດຈະທົນໄດ້. …
“… ນ້ອງຫວັງວ່າ ມັນຈະມີວັນທີ່ດີກວ່ານີ້ສຳລັບພວກເຮົາ. … [ນ້ອງ] ເປັນຂອງອ້າຍຕະຫລອດໄປດ້ວຍຄວາມສະເນ່ຫາ.
“ເອມມາ ສະມິດ”1
ຈົດໝາຍຈາກ ໂຈເຊັບ ສະມິດ ເຖິງ ເອມມາ ສະມິດ, ວັນທີ 4 ເດືອນເມສາ, 1839
“ພັນລະຍາ—ແລະ ຜູ້ສະເນ່ຫາ—ທີ່ແສນຮັກ.
“ແລງວັນພະຫັດອ້າຍໄດ້ນັ່ງລົງຕອນຕາເວັນຄ້ອຍຄ່ຳ, ຂະນະທີ່ພວກເຮົາໄດ້ສ່ອງຜ່ານປ່ອງຢ້ຽມເຫລັກຂອງຄຸກທີ່ໂດດດ່ຽວນີ້, ເພື່ອຂຽນຫານ້ອງ, ເພື່ອບອກນ້ອງເຖິງສະຖານະການຂອງອ້າຍ. ອ້າຍເຊື່ອວ່າ ມັນຄົງເປັນເວລາຫ້າເດືອນກັບຫົກມື້ແລ້ວ2 ນັບແຕ່ອ້າຍໄດ້ຖືກເຝົ້າຍາມຢ່າງເຄັ່ງຄັດທັງເວັນ ແລະ ຄືນ, ແລະ ຖືກຂັງຢູ່ໃນຫ້ອງ, ຢູ່ຂ້າງໃນປ່ອງຢ້ຽມເຫລັກ, ແລະ ໄດ້ຍິນແຕ່ສຽງດັງຂອງປະຕູເຫລັກໃນຄຸກທີ່ໂດດດ່ຽວ, ມືດຕຶບ, ແລະ ເປິເປື້ອນນີ້. ອ້າຍໄດ້ຂຽນຈົດໝາຍສະບັບນີ້ ດ້ວຍຄວາມຮູ້ສຶກທີ່ພຣະເຈົ້າເທົ່ານັ້ນຮູ້ຈັກ. ການໄຕ່ຕອງຂອງຈິດໃຈ ພາຍໃຕ້ສະຖານະການເຫລົ່ານີ້ ແມ່ນເກີນກວ່າທີ່ອ້າຍຈະສາມາດຂຽນ, ຫລື ເວົ້າ, ຫລື ເຫລົ່າທູດຈະບັນຍາຍ, ຫລື ວາດພາບໄດ້, ແກ່ມະນຸດ ຜູ້ທີ່ບໍ່ເຄີຍມີປະສົບການ ຄືກັນກັບທີ່ພວກເຮົາປະເຊີນຢູ່ໃນເວລານີ້. … ພວກເຮົາເພິ່ງອາໄສລິດອຳນາດຂອງພຣະເຢໂຮວາ, ແລະ ບໍ່ມີຄົນອື່ນໃດອີກ, ສຳລັບການປົດປ່ອຍຂອງພວກເຮົາ, ແລະ ຖ້າຫາກພຣະອົງບໍ່ກະທຳ, ມັນກໍເປັນໄປບໍ່ໄດ້, ໃຫ້ນ້ອງແນ່ໃຈໄດ້, ເພາະລັດນີ້ກະຫາຍເລືອດຂອງພວກເຮົາ; ບໍ່ແມ່ນເປັນເພາະພວກເຮົາມີຄວາມຜິດໃນສິ່ງໃດໆ. … ເອມມາ ສຸດທີ່ຮັກຂອງອ້າຍ, ອ້າຍຄິດເຖິງນ້ອງ ແລະ ລູກໆຕະຫລອດເວລາ. … ອ້າຍຢາກເຫັນທ້າວນ້ອຍ ເຟເດຣິກ, ໂຈເຊັບ, ຈູເລຍ, ອາເລັກຊານເດີ, ໂຈແອນນາ, ແລະ ເຖົ້າເມເຈີ້ [ໝາຂອງຄອບຄົວ]. … ອ້າຍເຕັມໃຈທີ່ຈະຍ່າງຕີນເປົ່າ, ບໍ່ໃສ່ໝວກ, ແລະ ເຄິ່ງໂຕເປືອຍກາຍ ຈາກບ່ອນນີ້ໄປຫານ້ອງ, ເພື່ອຈະໄດ້ເຫັນນ້ອງ ແລະ ຖືວ່າເປັນຄວາມສຸກອັນຍິ່ງໃຫຍ່, ແລະ ບໍ່ຄິດວ່າມັນເປັນການເມື່ອຍລ້າ. … ອ້າຍໄດ້ທົນກັບການກົດຂີ່ທັງໝົດດ້ວຍຄວາມແຂງແກ່ນ, ແລະ ທຸກຄົນທີ່ຢູ່ນຳອ້າຍກໍເຮັດຄືກັນ; ບໍ່ມີໃຜໃນກຸ່ມຂອງພວກເຮົາທີ່ຍອມແພ້. ອ້າຍບໍ່ຢາກໃຫ້ລູກຂອງພວກເຮົາລືມອ້າຍ. ໃຫ້ບອກພວກເຂົາວ່າ ພໍ່ຮັກພວກເຂົາຫລາຍທີ່ສຸດ, ແລະ ພໍ່ກໍໄດ້ເຮັດທຸກສິ່ງທີ່ສາມາດເຮັດໄດ້ ເພື່ອໜີຈາກກຸ່ມອັນຕະພານເພື່ອມາຫາພວກເຂົາ. … ໃຫ້ບອກພວກເຂົາວ່າ ພໍ່ຢາກໃຫ້ພວກເຂົາເປັນເດັກດີ, ແລະ ຟັງຄວາມແມ່. …
“ຂອງນ້ອງ,
“ໂຈເຊັບ ສະມິດ ຜູ້ລູກ.”3