ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 11–17 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115–120: “ການ​ເສຍ​ສະ​ລະ​ຂອງ​ລາວ​ຈະ​ສັກ​ສິດ​ຕໍ່​ເຮົາ​ຫລາຍ​ກວ່າ​ລາຍ​ໄດ້​ຂອງ​ລາວ”


“ວັນທີ 11–17 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115–120: ‘ການ​ເສຍ​ສະ​ລະ​ຂອງ​ລາວ​ຈະ​ສັກ​ສິດ​ຕໍ່​ເຮົາ​ຫລາຍ​ກວ່າ​ລາຍ​ໄດ້​ຂອງ​ລາວ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 11–17 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115–120,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຟາແວັດ

Far West [ຟາແວັດ], ໂດຍ ອາລ໌ ຣາວສ໌

ວັນທີ 11–17 ເດືອນ​ຕຸລາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115–120

“ການ​ເສຍ​ສະ​ລະ​ຂອງ​ລາວ​ຈະ​ສັກ​ສິດ​ຕໍ່​ເຮົາ​ຫລາຍ​ກວ່າ​ລາຍ​ໄດ້​ຂອງ​ລາວ”

ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ກ່າວ​ກັບ​ທ່ານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ໃຫ້​ອະ​ທິ​ຖານ ແລະ ທູນ​ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ທ່ານ​ຄົ້ນ​ພົບ​ຄຳ​ສອນ​ຂອງ​ພຣະ​ອົງ​ສຳ​ລັບ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ມັນ​ມີ​ເຫດ​ຜົນ​ທີ່​ຈະ​ມີ​ຄວາມ​ຫວັງ​ກັບ​ສະ​ຖານ​ທີ່​ເຕົ້າ​ໂຮມ​ແຫ່ງ​ໃໝ່​ຂອງ​ໄພ່​ພົນ ຢູ່​ທີ່​ເມືອງ​ຟາແວັດ, ລັດ​ມີເຊີຣີ, ໃນ​ເດືອນ​ກໍລະ​ກົດ ປີ 1838. ເມືອງນີ້​ໄດ້​ເຕີບ​ໂຕ​ຢ່າງ​ໄວ, ເບິ່ງ​ຄື​ວ່າ​ມີ​ທີ່​ດິນ​ຢ່າງ​ຫລວງ​ຫລາຍ, ແລະ ມັນ​ຖືກ​ເປີດ​ເຜີຍ​ວ່າ ມັນ​ຕັ້ງ​ຢູ່​ໃກ້​ເບື້ອງ​ເໜືອ​ຂອງ ອາດາມ-ອອນໄດ-ອາມັນ, ສະ​ຖານ​ທີ່​ສຳ​ຄັນ​ທາງວິນ​ຍານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:53–56116). ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ຄົງ​ເປັນ​ເລື່ອງ​ຍາກ​ສຳ​ລັບ​ໄພ່​ພົນ​ທີ່​ຈະ​ບໍ່​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ສູນ​ເສຍ. ເຂົາ​ເຈົ້າ​ໄດ້​ຖືກ​ຂັບ​ໄລ່​ໜີ​ຈາກ​ເມືອງ​ອິນ​ດີ​ເພັນ​ເດັນສ໌, ຊຶ່ງ​ເປັນ​ສະ​ຖານ​ທີ່​ສູນ​ກາງ​ທີ່​ຖືກ​ເລືອກ​ຂອງ​ຊີໂອນ, ແລະ ໂອ​ກາດ​ທີ່​ຈະ​ໄດ້​ກັບ​ຄືນ​ໄປ​ໃນ​ໄວໆ​ນັ້ນ ຄົງ​ເປັນ​ເລື່ອງ​ຍາກ. ນອກ​ເໜືອ​ຈາກນັ້ນ, ໄພ່​ພົນ​ຍັງ​ໄດ້​ຫລົບ​ໜີ​ຈາກ​ເມືອງ​ເຄີດແລນ, ລັດ​ໂອໄຮໂອ​ນຳ​ອີກ, ໄດ້​ປະ​ຖິ້ມ​ພຣະ​ວິ​ຫານ​ທີ່​ເຂົາ​ເຈົ້າ​ຮັກ ຫລັງ​ຈາກ​ພຽງ​ແຕ່​ສອງ​ປີ. ແລະ ເທື່ອນີ້ບໍ່​ໄດ້​ເປັນ​ພຽງ​ແຕ່​ສັດ​ຕູ​ນອກ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ​ທີ່​ສ້າງ​ບັນ​ຫາ—ສະ​ມາ​ຊິກ​ຜູ້​ສຳ​ຄັນ​ຫລາຍ​ຄົນ​ໄດ້​ຫັນ​ມາ​ຕໍ່​ຕ້ານ​ໂຈເຊັບ ສະມິດ, ລວມ​ທັງ​ພະ​ຍານ​ສາມ​ຄົນຂອງ​ພຣະ​ຄຳ​ພີ​ມໍ​ມອນ ແລະ ສະ​ມາ​ຊິກ​ສີ່​ຄົນ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ບາງ​ຄົນ​ອາດ​ສົງ​ໃສວ່າ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກຳ​ລັງ​ເຕີບ​ໂຕ​ແທ້ໆ​ບໍ, ຫລື ມັນ​ກຳ​ລັງ​ເສື່ອມ​ໂຊມ​ລົງ?

ແຕ່ຜູ້​ທີ່​ຊື່​ສັດ​ບໍ່​ໄດ້​ໃຫ້​ຄຳ​ຖາມ​ເຊັ່ນ​ນັ້ນ​ມາ​ຢຸດຢັ້ງ​ເຂົາ​ເຈົ້າ. ກົງ​ກັນ​ຂ້າມ, ເຂົາ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ສ້າງ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ໃໝ່, ເທື່ອນີ້​ຢູ່​ໃນ​ເມືອງ​ຟາແວັດ. ເຂົາ​ເຈົ້າ​ໄດ້​ວາງ​ແຜນ​ທີ່​ຈະ​ສ້າງ​ພຣະ​ວິ​ຫານ​ແຫ່ງ​ໃໝ່. ອັກ​ຄະ​ສາ​ວົກ​ໃໝ່​ສີ່​ຄົນ​ໄດ້​ຖືກ​ເອີ້ນ, ລວມ​ທັງ​ສອງ​ຄົນນີ້—ຈອນ ເທເລີ ແລະ ວີວ​ເຝີດ ວູດຣັບ—ຜູ້​ຕໍ່​ມາ​ໄດ້​ກາຍ​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 118:6). ໄພ່​ພົນ​ໄດ້​ຮຽນ​ຮູ້​ວ່າ ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຈະ​ບໍ່​ມີ​ວັນ​ລົ້ມ​ເຫລວ, ມັນ​ໝາຍ​ຄວາມ​ວ່າ ທ່ານ​ຈະ “ລຸກ​ຂຶ້ນ​ໃໝ່.” ແລະ ເຖິງ​ແມ່ນ​ວ່າ​ທ່ານ​ຕ້ອງ​ໄດ້​ເສຍ​ສະ​ລະ​ບາງ​ຢ່າງ, ແຕ່​ການ​ເສຍ​ສະ​ລະ​ເຫລົ່າ​ນັ້ນ ຈະ​ເປັນ​ສິ່ງ​ສັກ​ສິດ​ຕໍ່​ພຣະ​ເຈົ້າ, ແມ່ນ​ແຕ່ “ສັກ​ສິດ​ຫລາຍກວ່າ … ລາຍ​ໄດ້ [ຂອງ​ທ່ານ]” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 117:13).

ເບິ່ງ Saints, 1:296–99; “Far West and Adam–ondi–Ahman,” Revelations in Context, 235–41.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:4–6

ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ.

ປະທານ ຣະໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ ຊື່​ຂອງ​ສາດ​ສະ​ໜາ​ຈັກ​ເປັນ “ເລື່ອງ​ທີ່​ສຳ​ຄັນ​ແທ້ໆ” (“The Correct Name of the Church,” Ensign ຫລື Liahona, Nov. 2018, 87). ໃຫ້​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງ​ສິ່ງນີ້​ຈຶ່ງ​ເປັນ​ຄວາມ​ຈິງ ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:4–6. ຊື່​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ຂ້ອງ​ກັບ​ວຽກ​ງານ ແລະ ພາ​ລະ​ກິດ​ຂອງ​ມັນ​ແນວ​ໃດ?

ເບິ່ງ 3 ນີໄຟ 27:1–11 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:5–6

ຊີໂອນ ແລະ ສະເຕກ​ຂອງ​ມັນ​ໃຫ້ “ບ່ອນ​ຫລົບ​ໄພ​ຈາກ​ພະຍຸ.”

ເຖິງ​ແມ່ນ​ວ່າ​ໄພ່​ພົນ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ໃນ​ປີ 1838, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ມີ​ຄວາມ​ຄາດ​ໝາຍ​ສູງ​ສຳ​ລັບ​ເຂົາ​ເຈົ້າ​ຢູ່. ໃຫ້​ຊອກ​ຫາ​ຂໍ້​ຄວາມ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:5–6 ອັນ​ທີ່​ເນັ້ນ​ບົດ​ບາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ສະ​ມາ​ຊິກ​ໃນ​ນັ້ນ ບັນ​ລຸຢູ່​ໃນ​ໂລກນີ້. ຍົກ​ຕົວ​ຢ່າງ, ທ່ານ​ຮູ້​ສຶກວ່າ​ທ່ານ​ຄວນ​ເຮັດ​ສິ່ງ​ໃດ ເພື່ອ “ລຸກ​ຂຶ້ນ ແລະ ສ່ອງ​ແສງ”? (ຂໍ້​ທີ 5). ພະ​ຍຸ​ທາງວິນ​ຍານ​ໃດ​ແດ່​ທີ່​ທ່ານ​ສັງ​ເກດ​ເຫັນ​ຢູ່​ອ້ອມ​ຮອບ​ທ່ານ, ແລະ ເຮົາ​ຈະ​ພົບ “ບ່ອນ​ຫລົບ​ໄພ” ຜ່ານ​ທາງ​ການ​ເຕົ້າ​ໂຮມແນວ​ໃດ? (ຂໍ້​ທີ 6).

ເບິ່ງ 3 ນີ​ໄຟ 18:24 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 117

ການ​ເສຍ​ສະ​ລະ​ຂອງ​ເຮົາ​ແມ່ນ​ສັກ​ສິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ການ​ໜີ​ຈາກ​ເມືອງ​ເຄີດ​ແລນ​ຄົງ​ເປັນ​ສິ່ງ​ຍາກ ໂດຍ​ສະ​ເພາະ​ສຳ​ລັບ​ຜູ້​ທີ່​ຄື ນິວເອັນ ເຄ ວິດນີ, ຜູ້​ໄດ້​ສ້າງ​ຄວາມ​ຮັ່ງ​ມີ​ເປັນ​ດີ​ໃຫ້​ແກ່​ຄອບ​ຄົວ​ຂອງ​ລາວ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 117:1–11 ທີ່​ອາດ​ຊ່ວຍ​ເຂົາ​ເຈົ້າ​ຕັດ​ສິນ​ໃຈ​ເສຍ​ສະ​ລະ​ແບບນີ້? ຂໍ້​ເຫລົ່າ​ນີ້​ປ່ຽນ​ທັດ​ສະ​ນະ​ຂອງ​ທ່ານ ກ່ຽວ​ກັບ​ວ່າ​ສິ່ງ​ໃດ​ສຳ​ຄັນ​ແທ້ໆ​ແນວ​ໃດ?

ການ​ຮຽກ​ຮ້ອງ​ອໍ​ລີ​ເວີ ​ກະ​ແຣນ​ເຈີ ໃຫ້​ເສຍ​ສະ​ລະ ແມ່ນ​ແຕກ​ຕ່າງ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ເພິ່ນ​ຢູ່​ເມືອງ​ເຄີດ​ແລນ ແລະ ຈັດ​ການ​ເລື່ອງ​ການ​ເງິນ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ໄດ້​ເປັນ​ພາ​ລະ​ທີ່​ໜັກ​ໜ່ວງ, ແລະ ຂະ​ນະ​ທີ່​ເພິ່ນ​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ດ້ວຍ​ຄວາມ​ສຸດ​ຈະ​ລິດ, ໃນ​ທີ່​ສຸດ​ເພິ່ນ​ກໍ​ບໍ່​ໄດ້​ກູ້​ເງິນ​ຄືນ​ຫລາຍ​ເທົ່າ​ໃດ. ໃຫ້​ພິ​ຈາ​ລະ​ນາ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ ຂໍ້​ທີ 12–15 ອາດ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮຽກ​ຮ້ອງ​ຈາກ​ທ່ານ​ແນວ​ໃດ.

ເບິ່ງ ມັດທາຍ 6:25–33; Boyd K. Packer, “The Least of These,” Ensign ຫລື Liahona, Nov. 2004, 86–88; “Far West and Adam–ondi–Ahman,” Revelations in Context, 239–40 ນຳ​ອີກ.

ຮູບ​ພາບ
ອາດາມ-ອອນໄດ-ອາມັນ ຕັ້ງ​ຢູ່​ໃນ​ເຂດ​ເດວີ, ລັດ​ມີເຊີຣີ

ຮູບນີ້ ນິວເອັນ ເຄ ວິດນີ ໄດ້​ຖືກ​ບັນ​ຊາ​ໃຫ້​ຍ້າຍ​ໄປ​ຢູ່ ອາດາມ-ອອນໄດ-ອາມັນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 119–20

ໂດຍ​ການ​ຈ່າຍ​ເງິນ​ສ່ວນ​ສິບ, ເຮົາ​ຊ່ວຍ​ສ້າງ ແລະ “ຊຳ​ລະ​ແຜ່ນ​ດິນ​ຊີໂອນ​ໃຫ້​ບໍ​ລິ​ສຸດ.”

ຄຳ​ແນະ​ນຳ​ຢູ່​ໃນ ພາກທີ 119 ແລະ 120 ຟັງ​ແລ້ວ​ຄ້າຍ​ຄື​ກັບ​ວິ​ທີ​ທີ່​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທາງ​ການ​ເງິນ ໃນ​ວັນ​ເວ​ລາ​ຂອງ​ເຮົາ. ທຸກວັນ​ນີ້, ໄພ່​ພົນ​ໄດ້​ບໍ​ລິ​ຈາກ “ໜຶ່ງ​ສ່ວນ​ສິບ​ຂອງ​ຜົນ​ປະ​ໂຫຍດ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ [ໃນ​ເວ​ລານີ້ ໝາຍ​ເຖິງ ລາຍ​ໄດ້] ປະ​ຈຳ​ປີ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 119:4), ແລະ ເງິນ​ທຶນ​ເຫລົ່າ​ນີ້​ໄດ້​ຖືກ​ກຳ​ກັບ​ໂດຍ​ສະ​ພາ​ທີ່​ຮ່ວມ​ດ້ວຍ​ຝ່າຍ​ປະ​ທານ​ສູງ​ສຸດ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ຝ່າຍ​ອະ​ທິ​ການ​ຄວບ​ຄຸມ. ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພາກ​ເຫລົ່າ​ນີ້:

  • ການ​ຮັກ​ສາ​ກົດ​ສ່ວນ​ສິບ​ເປັນ​ການ “ຊຳ​ລະ​ແຜ່ນ​ດິນ​ຊີໂອນ​ໃຫ້​ບໍ​ລິ​ສຸດ” ແນວ​ໃດ? ກົດ​ນີ້​ສາ​ມາດ​ຊ່ວຍ​ເຮັດ​ໃຫ້​ບ່ອນ​ທີ່​ທ່ານ​ອາ​ໄສ​ຢູ່ ເປັນ​“ແຜ່ນ​ດິນ​ຊີໂອນ​ສຳ​ລັບ​ພວກ​ເຈົ້າ” ແນວ​ໃດ? (ຄຳສອນ ແລະ ພັນ​ທະ​ສັນ​ຍາ 119:6).

  • ສຳ​ນວນ​ທີ່​ວ່າ “ໂດຍ​ສຽງ​ຂອງ​ເຮົາ​ເອງ​ເຖິງ​ພວກ​ເຂົາ” ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 120 ມີ​ຄວາມ​ສຳ​ຄັນ​ຕໍ່​ທ່ານ​ແນວ​ໃດ?

ເບິ່ງ ມາລາກີ 3:8–12; David A. Bednar, “The Windows of Heaven,” Ensign ຫລື Liahona, Nov. 2013, 17–20; “The Tithing of My People,” Revelations in Context, 250–55 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:4–6.ມັນ​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໄດ້​ບໍ ທີ່​ຈະ​ອ່ານ​ຂໍ້​ເຫລົ່າ​ນີ້ ຂະ​ນະ​ທີ່​ເບິ່ງ​ຕາ​ເວັນ​ຂຶ້ນ? ມັນ​ອາດ​ຊ່ວຍ​ພວກ​ທ່ານ​ໃຫ້​ສົນ​ທະ​ນາເຖິງ​ຄວາມ​ໝາຍ​ທີ່​ຈະ “ລຸກ​ຂຶ້ນ ແລະ ສ່ອງ​ແສງ” (ຂໍ້​ທີ 5). ຫລື ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ວ່າ ການ​ຊອກ​ຫາ​ບ່ອນ​ຫລົບ​ໄພ ຕອນ​ມີ​ລົມ​ພະ​ຍຸນັ້ນ​ເປັນ​ຈັ່ງ​ໃດ. ປະ​ສົບ​ການນັ້ນ ຈະ​ເປັນ​ຄື​ກັບ​ການ​ຊອກ​ຫາ “ບ່ອນ​ຫລົບ​ໄພ” ຢູ່​ໃນ​ສາດ​ສະ​ໜາ​ຈັກ​ແນວ​ໃດ? (ຂໍ້​ທີ 6). ແລ້ວ​ພວກ​ທ່ານ​ສາ​ມາດລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ຄອບ​ຄົວ​ຂອງ​ພວກ​ທ່ານ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ຊື່ນ​ຊົມ​ກັບ​ບ່ອນ​ຫລົບ​ໄພ​ທີ່​ສາດ​ສະ​ໜາ​ຈັກ​ຈັດ​ຫາ​ໃຫ້.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 117:1–11.ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ປຽບ​ທຽບ​ນ້ຳ “ໜຶ່ງຢອດ” ກັບ​ບາງ​ສິ່ງ​ທີ່ “ຫລາຍ​ກວ່າ​ນັ້ນ” (ຂໍ້​ທີ 8), ດັ່ງ​ເຊັ່ນ ນ້ຳ​ໜຶ່ງ​ໂຖ. ສິ່ງນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ສຳ​ຄັນ​ໜ້ອຍ​ກວ່າ​ໃນ​ຊີ​ວິດ​ຂອງ​ເຮົາ ທີ່​ອາດ​ກີດ​ກັນ​ເຮົາ​ຈາກ​ການ​ໄດ້​ຮັບ​ພອນ​ຂອງ​ພຣະ​ເຈົ້າ​ຢ່າງ​ຫລວງ​ຫລາຍ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 119.ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ ດັ່ງ​ເຊັ່ນ “ນັບ​ພຣະ​ພອນ​ຂອງ​ທ່ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 8). ເພງ ແລະ ພາກທີ 119 ສິດ​ສອນ​ເຫດ​ຜົນ​ທີ່​ເຮົາ​ຈ່າຍ​ເງິນ​ສ່ວນ​ສິບ​ແນວ​ໃດ? ເດັກ​ນ້ອຍ​ກໍ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ: ທ່ານ​ສາ​ມາດ​ເອົາ​ບາງສິ່ງ​ທີ່​ນ້ອຍໆ​ໃຫ້​ພວກ​ເຂົາ, ຊ່ວຍ​ພວກ​ເຂົາ​ຄຳ​ນວນ​ໜຶ່ງ​ສ່ວນ​ສິບ, ແລະ ບອກ​ພວກ​ເຂົາ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ຈ່າຍ​ເງິນ​ສ່ວນ​ສິບ. (ເບິ່ງ ຈິງ​ໃຈ​ຕໍ່​ສັດ​ທາ, 180–82 ນຳ​ອີກ.)

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ນັບ​ພຣະ​ພອນ​ຂອງ​ທ່ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 8.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊຸກ​ຍູ້​ການ​ກຸ້ມ​ຕົນ​ເອງ. “ເມື່ອ [ສະ​ມາ​ຊິກ​ໃນ​ຄອບ​ຄົວ] ມີ​ຄຳ​ຖາມ, ບາງ​ເທື່ອ​ມັນ​ດີກວ່າ​ທີ່​ຈະ​ສິດ​ສອນ​ເຂົາ​ເຈົ້າ​ເຖິງວິ​ທີ​ຊອກ​ຫາ​ຄຳ​ຕອບ​ດ້ວຍ​ຕົວ​ເອງ, ແທນ​ທີ່​ຈະ​ຕອບ​ຄຳ​ຖາມ​ທັນ​ທີ” (Teaching in the Savior’s Way, 28).

ຮູບ​ພາບ
ການ​ໃຊ້​ເງິນ​ສ່ວນ​ສິບ

ການມອບ 10 ເປີ​ເຊັນ ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ເງິນ​ສ່ວນ​ສິບ ຈະ​ຊ່ວຍ​ເຫລືອ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ອົງ​ໃຫ້​ດຳ​ເນີນ​ໄປ​ໜ້າ.

ພິມ