ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 25–31 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124: “ບ້ານ​ແດ່​ນາມ​ຂອງ​ເຮົາ”


“ວັນທີ 25–31 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124: ‘ບ້ານ​ແດ່​ນາມ​ຂອງ​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 25–31 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ນາວູ

Nauvoo the Beautiful [ນາວູ​ທີ່​ສວຍ​ງາມ], ໂດຍ ແລຣີ ວິນບອກ

ວັນທີ 25–31 ເດືອນ​ຕຸລາ

ຄຳ​ສອນ ແລະ ພັນທະ​ສັນ​ຍາ 124

“ບ້ານ​ແດ່​ນາມ​ຂອງ​ເຮົາ”

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124, ໃຫ້​ໄຕ່​ຕອງ​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຊື້ອ​ເຊີນ​ໄພ່​ພົນ​ຢູ່​ໃນ​ເມືອງ​ນາວູ​ໃຫ້​ຮັບ​ເອົາ ແລະ ພອນ​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້​ແກ່​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຖິງ​ແມ່ນ​ມັນ​ຫຍຸ້ງ​ຍາກ​ໃນ​ຫົກ​ປີ​ທີ່​ຜ່ານ​ມາ​ສຳ​ລັບ​ໄພ່​ພົນ, ແຕ່​ສະ​ຖາ​ນະ​ການ​ໄດ້​ເລີ່ມ​ດີ​ຂຶ້ນ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1839: ໄພ່​ພົນ​ທີ່​ອົບ​ພະ​ຍົບ​ໄດ້​ພົບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຈາກ​ປະ​ຊາ​ຊົນ​ຢູ່​ເມືອງ​ຄວິນສີ, ລັດ​ອິລິນອຍ. ນາຍ​ຍາມ​ໄດ້​ປ່ອຍ​ສາດ​ສະ​ດາ ໂຈເຊັບ ສະມິດ ແລະ ຜູ້​ນຳຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ​ອອກ​ຈາກ​ການ​ຄຸມ​ຂັງ​ຢູ່​ໃນ​ລັດ​ມີເຊີ​ຣີ. ແລະ ສາດ​ສະ​ໜາ​ຈັກ​ຫາ​ກໍ​ໄດ້​ຊື້​ທີ່​ດິນ​ຢູ່​ລັດ​ອິລິນອຍ ບ່ອນ​ທີ່​ໄພ່​ພົນ​ສາ​ມາດ​ເຕົ້າ​ໂຮມ​ກັນ​ອີກ. ແມ່ນ​ແລ້ວ, ມັນ​ເປັນ​ບຶງ, ເປັນ​ດິນດອນ​ທີ່ເຕັມ​ໄປ​ດ້ວຍ​ຍຸງ, ແຕ່​ເມື່ອ​ປຽບ​ທຽບ​ໃສ່​ກັບ​ການ​ທ້າ​ທາຍ​ທີ່​ໄພ່​ພົນ​ໄດ້​ປະ​ເຊີນ, ສະ​ຖານ​ທີ່​ບ່ອນນີ້​ອາດ​ເບິ່ງ​ຄື​ວ່າ ເປັນ​ໄປ​ໄດ້. ສະ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ເປັ່ງ​ນ້ຳ​ອອກ​ຈາກ​ບຶງ ແລະ ໄດ້​ຂຽນ​ກົດ​ຂຶ້ນ​ສຳ​ລັບ​ເມືອງ​ໃໝ່​ແຫ່ງນີ້, ຊຶ່ງ​ເຂົາ​ເຈົ້າ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ ນາວູ. ແປ​ວ່າ “ສວຍ​ງາມ” ໃນ​ພາ​ສາ​ເຮັບເຣີ, ແຕ່​ມັນ​ເປັນ​ຄຳ​ທີ່​ສະ​ແດງ​ອອກ​ເຖິງ​ສັດ​ທາ​ຫລາຍກວ່າ​ຄຳ​ບັນ​ຍາຍ​ທີ່​ຖືກ​ຕ້ອງ, ຢ່າງ​ໜ້ອຍ​ໃນ​ຕອນ​ຕົ້ນ. ໃນ​ຂະ​ນະ​ດຽວ​ກັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ໃຫ້​ສາດ​ສະ​ດາ​ຮູ້​ສຶກ​ເຖິງ​ຄວາມ​ຮີບ​ດ່ວນ. ພຣະ​ອົງ​ມີ​ຄວາມ​ຈິງ ແລະ ພິ​ທີ​ການ​ຫລາຍ​ຕື່ມ​ອີກ​ທີ່​ຈະ​ຕ້ອງ​ຟື້ນ​ຟູ, ແລະ ພຣະ​ອົງ​ຕ້ອງ​ການ​ໃຫ້​ມີ​ພຣະ​ວິ​ຫານ ບ່ອນ​ທີ່ໄພ່​ພົນ​ຈະ​ສາ​ມາດ​ໄດ້​ຮັບພອນ ແລະ ພິ​ທີ​ການ​ເຫລົ່າ​ນັ້ນ. ໃນ​ຫລາຍ​ວິ​ທີ​ທາງ, ຄວາມ​ຮູ້​ສຶກ​ທາງ​ສັດ​ທາ​ອັນ​ດຽວ​ກັນ​ເຫລົ່າ​ນີ້ ແລະ ຄວາມ​ຮີບ​ດ່ວນ ແມ່ນ​ສຳ​ຄັນ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກວັນ​ນີ້​ຄື​ກັນ.

ຂະ​ນະ​ທີ່​ເມືອງ​ນາວູ​ໄດ້​ກາຍ​ເປັນ​ເມືອງ​ທີ່​ສວຍ​ງາມ ພ້ອມ​ດ້ວຍ​ພຣະ​ວິ​ຫານ​ທີ່​ສວຍ​ງາມ, ແຕ່​ໃນ​ທີ່​ສຸດ​ທັງ​ສອງ​ໄດ້​ຖືກ​ປະ​ຖິ້ມ. ແຕ່​ວຽກ​ງານ​ທີ່​ສວຍ​ງາມ​ທີ່​ແທ້​ຈິງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ໃດໆ​ມາ, ແມ່ນ​ຄື​ການ “ສວມ​ມົງ​ກຸດ​ພວກ​ເຈົ້າ​ດ້ວຍ​ກຽດ​ຕິ​ຍົດ, ຄວາມ​ເປັນ​ອະ​ມະ​ຕະ, ແລະ ຊີ​ວິດ​ນິ​ລັນ​ດອນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:55), ແລະ ວຽກ​ງານນັ້ນ​ບໍ່​ເຄີຍ​ສິ້ນ​ສຸດ​ຈັກ​ເທື່ອ.

ເບິ່ງ Saints, 1:399–427; “Organizing the Church in Nauvoo,” Revelations in Context, 264–71.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:12–21

ເຮົາ​ສາ​ມາດ​ເປັນ​ສາ​ນຸ​ສິດ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ວາງ​ໃຈ​ໄດ້.

ເຖິງ​ແມ່ນ​ວ່າ ຜູ້​ນຳ​ທີ່​ສຳ​ຄັນ​ຫລາຍ​ຄົນ​ໄດ້​ໜີ​ຈາກ​ສາດ​ສະ​ໜາ​ຈັກ​ໄປ​ໃນ​ຊ່ວງ​ໄລ​ຍະ​ທ້າຍ​ຊຸມປີ 1830 ກໍ​ຕາມ, ແຕ່​ສະ​ມາ​ຊິກ​ສ່ວນ​ຫລາຍ​ຂອງ​ສາດ​ສະ​ໜາ​ຈັກ​ຍັງ​ຊື່​ສັດ​ຢູ່​ຄື​ເກົ່າ. ໄພ່​ພົນ​ທີ່​ຊື່​ສັດ​ເຫລົ່າ​ນີ້ ແມ່ນ​ລວມ​ທັງ​ຜູ້​ທີ່​ໄດ້​ອົດ​ທົນ​ກັບ​ການ​ທົດ​ລອງ​ຢູ່​ໃນ​ເມືອງ​ມີເຊີ​ຣີ ຕະ​ຫລອດ​ທັງ​ຜູ້​ທີ່​ຫາ​ກໍໄດ້​ເຂົ້າ​​ຮ່ວມ​ສາດ​ສະ​ໜາ​ຈັກ. ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:12–21, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຍ້ອງ​ຍໍ​ບຸກຄົນ​ຈຳ​ນວນ​ໜ້ອຍ​ໜຶ່ງ​ໃນ​ບັນ​ດາ​ເຂົາ​ເຈົ້າ. ທ່ານ​ພົບ​ເຫັນ​ຄວາມ​ຮູ້​ກ່ຽວ​ກັບ​ການ​ເປັນ​ຜູ້​ນຳ ຢູ່​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ​ແນວ​ໃດແດ່? ມີ​ຫຍັງ​ແດ່​ກ່ຽວ​ກັບ​ໄພ່​ພົນ​ທີ່​ຊື່​ສັດ​ເຫລົ່າ​ນີ້ ທີ່​ດົນ​ໃຈ​ທ່ານ​ໃຫ້​ຢາກ​ເປັນ​ຄື​ເຂົາ​ເຈົ້າ? ທ່ານ​ອາດ​ຢາກ​ໄຕ່​ຕອງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ທ່ານ​ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:22–24, 60–61

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຕ້ອນ​ຮັບ ແລະ ຮັບ​ເອົາ​ຄົນ​ອື່ນ.

ເມື່ອ​ຄິດ​ກ່ຽວ​ກັບຄວາມ​ທຸກ​ທໍ​ລະ​ມານທີ່​ໄພ່​ພົນ​ໄດ້​ຜ່ານ​ຜ່າ​ຢູ່​ໃນ​ເມືອງ​ມີເຊີ​ຣີ, ເຂົາ​ເຈົ້າ​ອາດ​ຄິດ​ຢາກ​ແຍກ​ຕົວ​ຢູ່​ຕາມ​ລຳ​ພັງ ແລະ ບໍ່​ຢາກ​ໃຫ້​ມີ​ຄົນ​ມາ​ຢ້ຽມ​ຢາມ​ເມືອງ​ນາວູ​ເລີຍ. ໃຫ້​ເກັບ​ຄວາມ​ຄິດນີ້​ໄວ້​ຢູ່​ໃນ​ໃຈ ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:22–24, 60–61. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ໃຫ້​ສ້າງ “ບ້ານ​ພັກ”? (ຂໍ້ທີ 23). ພຣະ​ຄຳ​ຂອງ​ພຣະ​ອົງ​ໄດ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ? ໃຫ້​ໄຕ່​ຕອງວິ​ທີ​ທີ່​ຄຳ​ແນະ​ນຳ​ເຫລົ່າ​ນີ້ ອາດ​ກ່ຽວ​ຂ້ອງ​ກັບ​ຕົວ​ທ່ານ ແລະ ບ້ານ​ເຮືອນ​ຂອງ​ທ່ານ​ແນວ​ໃດ.

ເບິ່ງວິ​ດີ​ໂອ “A Friend to All,” ChurchofJesusChrist.org ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:25–45, 55

ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ເຮົາ​ໃຫ້​ສ້າງ​ພຣະ​ວິ​ຫານ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ພິ​ທີ​ການ​ທີ່​ສັກ​ສິດ.

ມັນ​ໄດ້​ມາ​ເຖິງ​ແບບບໍ່​ແປກ​ແນວ​ໃດ​ຕໍ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ ວ່າ​ທັນ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ເມືອງ​ນາວູ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສັ່ງ​ເຂົາ​ເຈົ້າ​ໃຫ້​ສ້າງ​ພຣະ​ວິ​ຫານ—ຄື​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ເຮັດ​ຢູ່​ໃນ​ລັດ​ໂອໄຮໂອ ແລະ ໃນ​ລັດ​ມີເຊີ​ຣີ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:25–45, 55 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຖິງ​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຜູ້​ຄົນ​ຂອງ​ເຮົາ​ໄດ້​ຖືກ​ບັນ​ຊາ​ຢູ່​ສະ​ເໝີ​ໃຫ້​ສ້າງ [ພຣະ​ວິ​ຫານ] ແດ່​ນາມ​ຂອງ​ເຮົາ”? (ຂໍ້ທີ 39).

ນັບ​ແຕ່​ພຣະ​ວິ​ຫານ​ນາວູ​ໄດ້​ຖືກ​ສ້າງ​ຂຶ້ນ, ພຣະ​ວິ​ຫານ​ຫລາຍກວ່າ 200 ແຫ່ງ​ກໍໄດ້​ຖືກ​ສ້າງ​ຂຶ້ນ ຫລື ຖືກ​ປະ​ກາດ. ປະທານ​ຣະ​ໂຊ ເອັມ ແນວສັນ ໄດ້​ສິດ​ສອນ​ວ່າ: “ເຮົາ​ຮູ້​ວ່າ ເວ​ລາ​ຂອງ​ເຮົາ​ຢູ່​ໃນ​ພຣະ​ວິ​ຫານ​ແມ່ນຈຳ​ເປັນ​ຕໍ່​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ເຮົາ ແລະ ຂອງຄອບ​ຄົວ​ເຮົາ. … ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ ແມ່ນ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ, ໃນຄວາມ​ຮຸນ​ແຮງ ແລະ ໃນ​ຫລາຍ​ຮູບ​ແບບ. ການ​ໄປ​ພຣະ​ວິ​ຫານ​ເປັນ​ປະ​ຈຳຂອງ​ເຮົາ ແມ່ນ​ຈຳ​ເປັນ​ຫລາຍກວ່າທີ່​ຜ່ານ​ມາ” (“Becoming Exemplary Latter–day Saints,” Ensign ຫລື Liahona, Nov. 2018, 114). ພຣະ​ວິ​ຫານ​ຊ່ວຍ​ທ່ານ​ໃຫ້​ສາ​ມາດ​ຕ້ານ​ທານ​ກັບ “ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ” ແນວ​ໃດ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ໃຫ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະທານ​ແນວສັນແນວ​ໃດ?

ເບິ່ງ Church History Topics, “Nauvoo Temple,” ChurchofJesusChrist.org/study/church–history ນຳ​ອີກ.

ຮູບ​ພາບ
ໂຈເຊັບ ສະມິດ ພ້ອມ​ດ້ວຍ​ພວກ​ຜູ້​ຊາຍ ກຳ​ລັງ​ສ້າງ​ພຣະ​ວິ​ຫານ​ນາວູ

Joseph Smith at the Nauvoo Temple [ໂຈເຊັບ ສະມິດ ຢູ່​ທີ່​ພຣະ​ວິ​ຫານ​ນາວູ], ໂດຍ ແກຣີ ອີ ສະມິດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:84–118

ພຣະ​ຜູ້​ເປັນ​ເຈົ້​າ​ຢາກມອບ​ຄຳ​ແນະ​ນຳ​ບາງ​ຢ່າງ​​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ ໃຫ້​ແກ່​ເຮົາ.

ຂໍ້ທີ 84–118 ແມ່ນ​ເຕັມ​ໄປ​ດ້ວຍ​ຄຳ​ແນະ​ນຳ​ສຳ​ລັບ​ບຸກ​ຄົນ​ໃດ​ໜຶ່ງ​ໂດຍ​ສະ​ເພາະ, ແລະ ຄຳ​ແນະ​ນຳ​ບາງ​ຢ່າງ​ອາດ​ເບິ່ງ​ຄື​ວ່າ ບໍ່​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ເລີຍ. ແຕ່​ທ່ານ​ອາດ​ພົບ​ເຫັນ​ບາງ​ສິ່ງ​ທີ່​ທ່ານ​ຢາກ​ໄດ້​ຍິນ. ໃຫ້​ຄິດ​ທີ່​ຈະ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຂ່າວ​ສານ​ຂໍ້​ໃດ​ທີ່​ພຣະ​ອົງ​ມີ​ໃຫ້​ສຳ​ລັບ​ທ່ານ ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ແລະ ໃຫ້​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ ເພື່ອ​ຊອກ​ຫາ​ມັນ. ແລ້ວ ໃຫ້​ຕັດ​ສິນ​ໃຈ​ວ່າທ່ານ​ຈະ​ເຮັດ ແລະ ປະ​ຕິ​ບັດ​ຕາມສິ່ງ​ໃດ. ຍົກ​ຕົວ​ຢ່າງ, ການ​ເປັນ​ຄົນ​ຖ່ອມ​ຕົວ​ຫລາຍ​ຂຶ້ນ​ອາດ​ຊ່ວຍ​ທ່ານ​ໃຫ້​ໄດ້​ຮັບ​ພຣະ​ວິນ​ຍານ​ແນວ​ໃດ? (​ເບິ່ງ ຂໍ້ທີ 97).

ທ່ານ​ອາດ​ໄຕ່​ຕອງ​ກ່ຽວ​ກັບ​ຄຳ​ແນະ​ນຳ​ຢ່າງ​ອື່ນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ທ່ານ​ນຳ​ອີກ. ທ່ານ​ປະ​ຕິບັດ​ຕາມ​ຄຳ​ແນະ​ນຳ​ນັ້ນ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:2–11.ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຄອບ​ຄົວ​ຂອງ​ທ່ານ​ໃຫ້ “ປະ​ກາດ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ດ້ວຍ​ຄວາມ​ໜັກ​ແໜ້ນ” ຕໍ່ “ກະ​ສັດ​ທັງ​ປວງ​ຂອງ​ໂລກ” (ຂໍ້ທີ 2–3), ແລ້ວພວກ​ທ່ານ​ຈະ​ປະ​ກາດ​ສິ່ງ​ໃດ? ໃຫ້​ຄິດ​ທີ່​ຈະເຮັດ​ນຳ​ກັນ, ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແນະ​ນຳ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ເຂົາ​ເຈົ້າ​ຢາກ​ລວມ​ໄວ້​ຢູ່​ນຳ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:15.ຄວາມ​ຊື່​ສັດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງນັບ​ຖືຄວາມ​ຊື່​ສັດ? ມີຕົວ​ຢ່າງ​ຂອງ​ຄວາມ​ຊື່​ສັດ​ໃດ​ແດ່​ທີ່​ຄອບ​ຄົວ​ຂອງ​ທ່ານ​ໄດ້​ເຫັນ? (ເບິ່ງ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, 19 ນຳ​ອີກ.)

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:28–29, 40–41, 55.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ເຮົາ​ໃຫ້​ສ້າງ​ພຣະ​ວິ​ຫານ? ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ແຕ້ມ​ຮູບ​ພຣະ​ວິ​ຫານ ຫລື ສ້າງ​ພຣະ​ວິ​ຫານ​ແຫ່ງ​ໜຶ່ງ​ດ້ວຍ​ແທ່ງ​ໄມ້ ຫລື ດ້ວຍ​ວັດ​ຖຸ​ຢ່າງ​ອື່ນ. ເມື່ອ​ພວກ​ທ່ານ​ເຮັດ​ແນວນັ້ນ, ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ເຖິງ​ເຫດ​ຜົນ​ທີ່​ພວກ​ທ່ານ​ຂອບ​ຄຸນ ທີ່​ເຮົາ​ມີ​ພຣະ​ວິ​ຫານ​ໃນ​ທຸກວັນ​ນີ້ ແລະ ເຫດ​ຜົນ​ທີ່​ເຮົາ​ຕ້ອງ​ນະ​ມັດ​ສະ​ການ​ຢູ່​ໃນ​ນັ້ນ​ເປັນ​ປະ​ຈຳ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:91–92.ຄອບ​ຄົວ​ຂອງ​ທ່ານ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ປິ​ຕຸ​ພອນ​ບໍ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຜູ້​ທີ່​ໄດ້​ຮັບ​ປິ​ຕຸ​ພອນ​ແລ້ວ ສາ​ມາດ​ແບ່ງ​ປັນ​ກ່ຽວ​ກັບ​ວ່າ ເຂົາ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ທີ່​ໄດ້​ຮັບ​ມັນ ແລະ ມັນ​ໄດ້​ເປັນ​ພອນ​ໃຫ້​ແກ່​ເຂົາ​ເຈົ້າ​ແນວ​ໃດ. ພວກ​ທ່ານ​ກໍ​ຍັງ​ສາ​ມາດ​ທົບ​ທວນ “Patriarchal Blessings” (Gospel Topics, topics.ChurchofJesusChrist.org ນຳ​ອີກ).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ສຽງຂອງ​ການ​ຟື້ນ​ຟູ

ສຽງຂອງ​ການ​ຟື້ນ​ຟູ

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ຮູບ​ພາບ
ໂຈເຊັບ ແລະ ເອມມາ ສະມິດ ແລະ ​ພວກ​ຜູ້​ຍິງ​ຄົນ​ອື່ນໆ

ຮູບ​ພາບ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໂດຍ ພອລ໌ ແມນ

ໃນ​ປີ 1842, ຫລັງ​ຈາກ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ໃນ​ເມືອງ​ນາວູ, ລັດ​ອິລິ​ນອຍ, ສາດ​ສະ​ດາ ໂຈເຊັບ ສະມິດ ໄ​ດ້​ກ່າວ​ວ່າ, “ສາດ​ສະ​ໜາ​ຈັກ​ຈະ​ບໍ່​ສົມ​ບູນ​ແບບ​ຈົນ​ກວ່າ​ໄດ້ຈັດ​ຕັ້ງ​ກຸ່ມ​ຜູ້​ຍິງຂຶ້ນ.”1 ກໍ​ຄ້າຍ​ຄື​ກັນ​ນີ້, ການ​ສຶກ​ສາ​ເລື່ອງການ​ຟື້ນ​ຟູຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107) ຈະ​ບໍ່​ສົມ​ບູນ​ແບບ ຈົນ​ກວ່າ​ມັນ​ຮ່ວມ​ດ້ວຍ​ການ​ສຶກ​ສາ​ເລື່ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ຕົວ​ມັນ​ເອງ​ເປັນ “ການ​ຟື້ນ​ຟູ​ຕາມແບບ​ແຜນ​ຂອງ​ສະ​ໄໝ​ບູ​ຮານ” ຂອງ​ກຸ່ມ​ຜູ້​ຍິງ​ທີ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.2

ອີລາຍຊາ ອາ ສະໂນ ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຟື້ນ​ຟູ. ນາງ​ໄດ້​ຢູ່​ນຳ​ຕອນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນເປັນ​ເທື່ອ​ທຳ​ອິດ, ໃນ​ຖາ​ນະ​ເລ​ຂາ​ຂອງ​ສະ​ມາ​ຄົມ, ແລະ ໄດ້​ຈົດ​​ຂໍ້​ຄວາມລະ​ຫວ່າງ​ການ​ປະ​ຊຸມ. ນາງ​ໄດ້​ເປັນ​ພະ​ຍານ​ດ້ວຍ​ຕົວ​ເອງວ່າ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ “ຕາມ​ແບບ​ແຜນ​ຂອງ​ຖາ​ນະ​ປະ​ໂລ​ຫິດ.”3 ຢູ່​ຂ້າງ​ລຸ່ມນີ້​ແມ່ນ​ຖ້ອຍ​ຄຳ​ຂອງ​ນາງ, ທີ່​ໄດ້​ບັນ​ທຶກ​ໄວ້​ຂະ​ນະ​ທີ່​ນາງ​ຮັບ​ໃຊ້​ເປັນ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ເພື່ອ​ຊ່ວຍ​ເອື້ອຍ​ນ້ອງ​ຂອງ​ນາງ​ໃຫ້​ເຂົ້າ​ໃຈ​ວຽກ​ງານ​ແຫ່ງ​ສະ​ຫວັນ ທີ່​ໄດ້​ຖືກມອບ​ໃຫ້​ແກ່​ທິ​ດາ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ.

ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ວິ​ທີທີ່​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ, ໃຫ້​ເບິ່ງ Daughters in My Kingdom: The History and Work of Relief Society (2017), 1–25; The First Fifty Years of Relief Society (2016), 3–175.

ອີລາຍຊາ ອາ ສະໂນ

ຮູບ​ພາບ
ອີລາຍຊາ ອາ ສະໂນ, ໂດຍ ຫລຸຍ ແຣມສີ

“ເຖິງ​ແມ່ນ​ວ່າ​ຊື່ [ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ] ອາດ​ເປັນ​ຊື່​ຕາມ​ສະ​ໄໝ​ໃໝ່, ແຕ່ທີ່​ມາ​ຂອງ​ສະ​ຖາບັນ​ແມ່ນເລີ່ມ​ຕົ້ນ​ແຕ່​ສະ​ໄໝ​ບູ​ຮານ​ພຸ້ນ. ພວກ​ເຮົາ​ໄດ້​ຖືກບອກໂດຍ [ໂຈເຊັບ ສະມິດ], ວ່າອົງ​ການ​ດຽວ​ກັນ​ນີ້ ມີ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ໃນ​ສະ​ໄໝ​ບູ​ຮານ, ກ່າວ​ເຖິງ​ຢູ່​ໃນ​ສານ​ຫລາຍ​ສະ​ບັບ ຊຶ່ງ​ບັນ​ທຶກ​ຢູ່​ໃນພຣະ​ຄຳ​ພີ​ໃໝ່, ໂດຍ​ໃຊ້​ຄຳ​ວ່າ, ‘ສຸ​ພາບ​ສະ​ຕີ​ທີ່​ຖືກ​ເລືອກໄວ້’ [ເບິ່ງ 2 ໂຢຮັນ 1:1; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:3].

“ນີ້​ແມ່ນ​​ອົງ​ການ​ທີ່ບໍ່​ສາ​ມາດ​ຕັ້ງ​ຢູ່​ປາດ​ສະ​ຈາກ​ຖາ​ນະ​ປະ​ໂລ​ຫິດ, ຈາກ​ຄວາມ​ຈິງ​ທີ່​ວ່າ ມັນ​ສືບ​ທອດ​ສິດ​ອຳ​ນາດ ແລະ ອິດ​ທິ​ພົນ​ທັງ​ໝົດ​ຈາກ​ແຫລ່ງນັ້ນ. ເມື່ອ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ເອົາ​ໄປ​ຈາກ​ໂລກ, ສະ​ຖາ​ບັນ​ນີ້ ຕະ​ຫລອດ​ທັງ​ລະ​ບຽບ​ທີ່​ແທ້​ຈິງ​ເພີ່ມ​ເຕີມ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ເທິງ​ໂລກ, ໄດ້​ສູນ​ຫາຍ​ໄປ. …

“ໂດຍ​ທີ່​ໄດ້​ຢູ່​ກັບ​ອົງ​ການ​ຂອງ ‘ສະ​ມາ​ຄົມ​​ສົງ​ເຄາະ​ຂອງ​​ແມ່ຍິງ​ແຫ່ງ​ນາວູ,’ … ແລະ ໂດຍ​ທີ່​ມີ​ປະ​ສົບ​ການ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ສະ​ມາ​ຄົມ​ນັ້ນ, ບາງ​ທີ​ຂ້າ​ພະ​ເຈົ້າອາດ​ສາ​ມາດ​ສື່​ສານ​ແນວ​ຄິດ​ສອງ​ສາມ​ຢ່າງ ທີ່​ຈະ​ຊ່ວຍ​ທິ​ດາ​ຂອງ​ຊີ​ໂອນ​ໄດ້ ໃນ​ການ​ກ້າວ​ອອກ​ໄປ​ເພື່ອ​ເຂົ້າ​ຮ່ວມ​ເຮັດ​ໜ້າ​ທີ່​ອັນ​ສຳ​ຄັນ​ຫລາຍນີ້, ຊຶ່ງ​ເຕັມ​ໄປ​ດ້ວຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃໝ່ ແລະ ຢ່າງ​ຫລວງ​ຫລາຍ. ຖ້າລູກ​ສາວ ແລະ ແມ່​ຄົນ​ໃດ​ໃນ​ອິດ​ສະ​ຣາ​ເອນ​ຮູ້​ສຶກວ່າ​ຂອບ​ເຂດ​ຂອງ​ຕົນ​ຈຳ​ກັດ​ຫລາຍ, ບັດ​ນີ້​ເຂົາ​ເຈົ້າ​ຈະ​ພົບ​ໂອ​ກາດ​ຢ່າງ​ຫລວງ​ຫລາຍ​ສຳ​ລັບ​ພະ​ລັງ ແລະ ຄວາມ​ສາ​ມາດ​ທຸກ​ຢ່າງ ທີ່​ຈະ​ເຮັດ​ຄວາມ​ດີ ຊຶ່ງ​ເຂົາ​ເຈົ້າ​ໄດ້​ຮັບ​ໂດຍ​ກົງ. …

ຮູບ​ພາບ
ຮ້ານ​ຄ້າ​ດິນ​ຈີ່​ສີ​ແດງ

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ໃນ​ຫ້ອງຊັ້ນ​ເທິງ​ຂອງ​ຮ້ານ​ຄ້າ​ດິນ​ຈີ່​ສີ​ແດງ.

“ຖ້າ​ຫາກ​ເກີດ​ມີ​ຄຳ​ຖາມ​ຢູ່​ໃນ​ໃຈວ່າ ແມ່ນ​ຫຍັງ​ຄື​ເປົ້າ​ໝາຍ​ຂອງ​ສະ​ມາ​ຄົມ​ສົງ​ເຄາະ​ຂອງ​ແມ່​ຍິງ? ຂ້າ​ພະ​ເຈົ້າ​ຈະ​ຕອບ​ວ່າ—ເພື່ອ​ເຮັດ​ຄວາມ​ດີ—ເພື່ອ​ໃຊ້​ຄວາມ​ສາ​ມາດ​ທັງ​ໝົດ​ທີ່​ພວກ​ເຮົາ​ມີ ໃນ​ການ​ເຮັດ​ຄວາມ​ດີ, ບໍ່​ພຽງ​ແຕ່​ເພື່ອ​ໃຫ້​ການສົງ​ເຄາະ​ແກ່​ຄົນ​ຍາກ​ຈົນ​ເທົ່າ​ນັ້ນ ແຕ່​ເພື່ອ​ຊ່ວຍ​ຈິດ​ວິນ​ຍານ​ໃຫ້​ລອດ​ນຳ​ອີກ. ການ​ຮ່ວມ​ພະ​ລັງ​ຈະສຳ​ເລັດ​ຈົນນັບ​ບໍ່​ຖ້ວນ ຫລາຍ​ກວ່າ​ຄວາມ​ສຳ​ເລັດ​ທີ່​ມີ​ປະ​ສິດ​ທິ​ພາບ​ເປັນ​ສ່ວນ​ບຸກ​ຄົນ. …

“ໃນ​ການ​ບໍ​ລິ​ຫານ​ແກ່​ຄົນ​ຍາກ​ຈົນ, ສະ​ມາ​ຄົມ​ສົງ​ເຄາະ​ຂອງ​ແມ່​ຍິງ​ມີ​ໜ້າ​ທີ່​ຢ່າງ​ອື່ນ​ອີກທີ່​ຈະ​ປະ​ຕິ​ບັດ ຫລາຍກວ່າ​ພຽງ​ແຕ່​ການ​ສົງ​ເຄາະ​ຄວາມ​ຕ້ອງ​ການທາງ​ຮ່າງ​ກາຍ​ເທົ່າ​ນັ້ນ. ຄວາມ​ຍາກ​ຈົນ​ຂອງ​ຈິດ​ໃຈ ແລະ ຄວາມ​ປ່ວຍ​ໂຊ​ຂອງ​ຫົວ​ໃຈ, ກໍ​ຕ້ອງ​ການ ການ​ດູ​ແລ​ຄື​ກັນ; ແລະ ຫລາຍ​ເທື່ອ​ຄຳ​ເວົ້າ​ທີ່​ອ່ອນ​ໂຍນ—ຄຳ​ແນະ​ນຳ​ສອງ​ສາມ​ຄຳ, ຫລື ແມ່ນ​ແຕ່​ການ​ຈັບ​ມື​ດ້ວຍ​ຄວາມ​ອົບ​ອຸ່ນ ແລະ ດ້ວຍ​ຄວາມຮັກ​ໄຄ່ ຈະ​ດີກວ່າ ແລະ ມີ​ຄຸນ​ຄ່າ​ຫລາຍກວ່າ​ຖົງ​ຄຳ. …

“ເມື່ອ​ໄພ່​ພົນ​ມາເຕົ້າ​ໂຮມ​ກັນ​ຈາກ​ແດນ​ໄກ, ແປກ​ໜ້າ​ຕໍ່​ທຸກ​ຄົນ, ແລະ ອ່ອນ​ໄຫວ​ຕໍ່​ຄຳ​ຕົວະ​ຂອງ​ຄົນ​ຫລອກ​ລວງທີ່​ຈະ​ພາໄປ​ທາງ​ທີ່ບໍ່​ດີ, ສະ​ມາ​ຄົມ​ສະ​ຕີ [ສົງ​ເຄາະ] ຈະ​ຖືກ​ກະ​ຕຸ້ນ​ໃຫ້​ດູ​ແລ [ເຂົາ​ເຈົ້າ], ແລະ ແນະ​ນຳ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ຮ່ວມ​ສະ​ມາ​ຄົມ ທີ່​ຈະ​ຫລໍ່​ຫລອມ ແລະ ສົ່ງ​ເສີມ​ເຂົາ​ເຈົ້າ, ແລະ ເໜືອ​ສິ່ງ​ອື່ນ​ໃດ ເພື່ອ​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ເຂົາ​ເຈົ້າ​ໃຫ້​ມີ​ສັດ​ທາ​ໃນ​ພຣະ​ກິດ​ຕິ​ຄຸນ, ແລະ ໃນ​ການ​ເຮັດ​ແນວນັ້ນ, ສະ​ມາ​ຄົມ​ອາດ​ເປັນ​ເຄື່ອງ​ມື​ໃນ​ການ​ຊ່ວຍ​ກູ້​ຫລາຍ​ຄົນ.

“ມັນ​ອາດ​ຕ້ອງ​ໃຊ້​ຫລາຍ​ເຫລັ້ມ​ເພື່ອ​ບັນ​ຍາຍ​ໜ້າ​ທີ່, ສິດທິ​ພິ​ເສດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່​ມາ​ກັບ​ຂອບ​ເຂດ​ຮັບ​ຜິດ​ຊອບ​ຂອງ​ສະ​ມາ​ຄົມ. … ໃຫ້​ລົງ​ມື​ປະ​ຕິ​ບັດ (ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ​ຂອງ​ທ່ານ) ແບບ​ໃຈ​ເຢັນໆ, ຢ່າງ​ຈິງໃຈ, ຢ່າງ​ມີ​ພະ​ລັງ, ຢ່າງ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ດ້ວຍ​ການ​ອະ​ທິ​ຖານ, ແລ້ວ​ພຣະ​ເຈົ້າ​ຈະ​ຕອບ​ແທນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ດ້ວຍ​ຄວາມ​ສຳ​ເລັດ​ຜົນ.”4

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: Joseph Smith (2007), 451.

  2. Daughters in My Kingdom: The History and Work of Relief Society (2017), 1.

  3. Joseph Smith, in Sarah M. Kimball, “Auto–biography,” Woman’s Exponent, Sept. 1, 1883, 51.

  4. “Female Relief Society,” Deseret News, Apr. 22, 1868, 81.

ຮູບ​ພາບ
ພຣະ​ວິ​ຫານ​ນາວູ

ພຣະ​ວິ​ຫານ​ນາວູ ໂດຍ ໂຈດ ດີ ເດີແຣ້ນ

ພິມ