“ວັນທີ 1–7 ເດືອນພະຈິກ. ຄຳສອນ ແລະ ພັນທະສັນຍາ 125–128: ‘ສຽງແຫ່ງຄວາມຍິນດີສຳລັບຄົນເປັນ ແລະ ຄົນຕາຍ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ຄຳສອນ ແລະ ພັນທະສັນຍາ 2021 (2020)
“ວັນທີ 1–7 ເດືອນພະຈິກ. ຄຳສອນ ແລະ ພັນທະສັນຍາ 125–128,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2021
ວັນທີ 1–7 ເດືອນພະຈິກ
ຄຳສອນ ແລະ ພັນທະສັນຍາ 125–128
“ສຽງແຫ່ງຄວາມຍິນດີສຳລັບຄົນເປັນ ແລະ ຄົນຕາຍ”
ຢ່າລືມບັນທຶກຄວາມຮູ້ສຶກຂອງທ່ານ ຂະນະທີ່ທ່ານສຶກສາ ຄຳສອນ ແລະ ພັນທະສັນຍາ 125–28 ເພື່ອວ່າທ່ານຈະສາມາດສະທ້ອນຄິດກ່ຽວກັບຄວາມຮູ້ສຶກເຫລົ່ານັ້ນ ແລະ ບອກໃຫ້ຄົນອື່ນຮູ້ຈັກກ່ຽວກັບຄວາມຮູ້ສຶກຂອງທ່ານ.
ບັນທຶກຄວາມປະທັບໃຈຂອງທ່ານ
ໃນເດືອນສິງຫາ ປີ 1840, ນາງເຈນ ເນແມນ ຜູ້ໂສກເສົ້າໄດ້ຍິນສາດສະດາ ໂຈເຊັບກ່າວຢູ່ໃນງານສົ່ງສະການຂອງເພື່ອນຄົນໜຶ່ງຂອງເພິ່ນຊື່ ຊີມໍ ບະຣັນສັນ. ລູກຊາຍໄວລຸ້ນຂອງນາງເຈນ ຊື່ ໄຊຣັສ ຫາກໍເສຍຊີວິດຄືກັນ. ນາງມີຄວາມໂສກເສົ້າຫລາຍຕື່ມອີກ ເພາະແທ້ຈິງແລ້ວ ທ້າວໄຊຣັສ ບໍ່ໄດ້ຮັບບັບຕິສະມາ, ແລະ ນາງເຈນເປັນຫ່ວງບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນກັບຈິດວິນຍານນິລັນດອນຂອງລາວ. ໂຈເຊັບຮູ້ຈັກເຖິງຄວາມຮູ້ສຶກຂອງນາງ; ເພິ່ນກໍສົງໃສຄືກັນກ່ຽວກັບອ້າຍຂອງເພິ່ນຊື່ ອາລ໌ວິນ, ຜູ້ໄດ້ເສຍຊີວິດໄປໂດຍທີ່ບໍ່ໄດ້ຮັບບັບຕິສະມາ. ສະນັ້ນສາດສະດາຈຶ່ງຕັດສິນໃຈບອກນາງເຈນ, ແລະ ທຸກຄົນຢູ່ໃນງານສົ່ງສະການ ເຖິງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຕໍ່ເພິ່ນ ກ່ຽວກັບຜູ້ທີ່ໄດ້ຕາຍໄປປາດສະຈາກການໄດ້ຮັບພິທີການແຫ່ງພຣະກິດຕິຄຸນ—ແລະ ເຖິງສິ່ງທີ່ເຮົາສາມາດເຮັດໄດ້ແທນເຂົາເຈົ້າ.
ຄຳສອນຂອງການບັບຕິສະມາສຳລັບຄົນຕາຍໄດ້ເຮັດໃຫ້ໄພ່ພົນຕື່ນເຕັ້ນຫລາຍ; ຄວາມຄິດຂອງເຂົາເຈົ້າໄດ້ຫັນໄປຫາພໍ່ແມ່, ປູ່ຍ່າຕາຍາຍ, ແລະ ສະມາຊິກຄົນອື່ນໆໃນຄອບຄົວທັນທີ. ບັດນີ້ ມັນມີຄວາມຫວັງສຳລັບເຂົາເຈົ້າ! ໂຈເຊັບກໍຊື່ນຊົມນຳເຂົາເຈົ້າ, ແລະ ເພິ່ນໄດ້ໃຊ້ພາສາທີ່ໜ້າຊື່ນຊົມ ແລະ ກະຕືລືລົ້ນ ເພື່ອສະແດງເຖິງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ສິດສອນເພິ່ນກ່ຽວກັບຄວາມລອດຂອງຜູ້ຕາຍ ດັ່ງນີ້: “ໃຫ້ພູເຂົາຮ້ອງດ້ວຍຄວາມຊື່ນຊົມ, ເຈົ້າຮ່ອມພູທັງປວງປ່າວຮ້ອງໃຫ້ດັງ; ແລະ ເຈົ້າທ້ອງທະເລ ແລະ ແຜ່ນດິນແຫ້ງທັງປວງຈົ່ງບອກເຖິງສິ່ງມະຫັດສະຈັນຂອງກະສັດນິລັນດອນຂອງເຈົ້າ!” (ຄຳສອນ ແລະ ພັນທະສັນຍາ 128:23).
ເບິ່ງ Saints, 1:415–27; “Letters on Baptism for the Dead,” Revelations in Context, 272–76.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາດູແລຄອບຄົວຂອງເຮົາ.
ຫລັງຈາກໄດ້ກັບບ້ານ ຈາກການເຜີຍແຜ່ເທື່ອສຸດທ້າຍຂອງການເຜີຍແຜ່ຫລາຍໆເທື່ອ ຢູ່ປະເທດອັງກິດ, ບຣິກຳ ຢັງ ໄດ້ຮັບການເອີ້ນທີ່ສຳຄັນຈາກພຣະຜູ້ເປັນເຈົ້າ—ໃຫ້ “ເອົາໃຈໃສ່ຄອບຄົວຂອງ [ເພິ່ນ]” (ຂໍ້ທີ 3), ຊຶ່ງໄດ້ຮັບທຸກທໍລະມານຫລາຍຕອນເພິ່ນບໍ່ຢູ່. ຂະນະທີ່ທ່ານໄຕ່ຕອງກ່ຽວກັບຄຳແນະນຳນີ້ ແລະ ຄຳແນະນຳຢ່າງອື່ນໆ ຢູ່ໃນ ພາກທີ 126 ກ່ຽວຂ້ອງກັບທ່ານແນວໃດ, ໃຫ້ພິຈາລະນາຖ້ອຍຄຳເຫລົ່ານີ້ ຈາກປະທານບອນນີ ແອວ ອໍສະກາສັນ, ອະດີດປະທານໂຄງການຍິງໜຸ່ມສາມັນ:
ຂໍໃຫ້ຈື່ຈຳໄວ້ວ່າ ຄວາມຕ້ອງການທີ່ຍິ່ງໃຫຍ່ບາງຢ່າງ ອາດຢູ່ຕໍ່ໜ້າທ່ານນັ້ນເອງ. ຂໍໃຫ້ເລີ່ມການຮັບໃຊ້ຂອງທ່ານຢູ່ໃນບ້ານເຮືອນ ແລະ ພາຍໃນຄອບຄົວຂອງທ່ານເອງ. ນີ້ເປັນຄວາມສຳພັນທີ່ຈະເປັນຊົ່ວນິລັນດອນໄດ້. ເຖິງແມ່ນວ່າ—ແລະ ໂດຍສະເພາະ ຖ້າວ່າ—ສະພາບການຂອງຄອບຄົວຂອງທ່ານບໍ່ສົມບູນແບບ, ທ່ານສາມາດຊອກຫາວິທີທີ່ຈະຮັບໃຊ້, ເຊີດຊູ, ແລະ ເສີມຄວາມເຂັ້ມແຂງໃຫ້ໄດ້. ໃຫ້ເລີ່ມຕົ້ນຈາກບ່ອນທີ່ທ່ານຢູ່, ໃຫ້ຮັກຜູ້ຄົນຕາມທີ່ເຂົາເຈົ້າເປັນຢູ່, ແລະ ໃຫ້ຕຽມຕົວເພື່ອຈະມີຄອບຄົວທີ່ທ່ານຢາກມີໃນອະນາຄົດ” (“The Needs before Us,” Ensign ຫລື Liahona, Nov. 2017, 27).
ເບິ່ງ “Take Special Care of Your Family,” Revelations in Context, 242–49 ນຳອີກ.
ຄຳສອນ ແລະ ພັນທະສັນຍາ 127:2–4
ພຣະຜູ້ເປັນເຈົ້າຮູ້ຈັກຄວາມສຸກ ແລະ ຄວາມໂສກເສົ້າຂອງເຮົາ.
ຂໍ້ກ່າວຫາທີ່ຜິດ ແລະ ການຄຸກຄາມເລື່ອງທີ່ຈະຈັບກຸມ ໄດ້ບັງຄັບໃຫ້ໂຈເຊັບ ສະມິດ ຕ້ອງລີ້ຊ່ອນຕົວຢູ່ ໃນເດືອນສິງຫາ ປີ 1842. ແລະ ເຖິງປານນັ້ນ ຖ້ອຍຄຳທີ່ເພິ່ນໄດ້ຂຽນເຖິງໄພ່ພົນລະຫວ່າງເວລານີ້ (ປະຈຸບັນ ຄຳສອນ ແລະ ພັນທະສັນຍາ 127) ແມ່ນເຕັມໄປດ້ວຍຄວາມຄິດໃນແງ່ດີ ແລະ ຄວາມສຸກ. ຂໍ້ທີ 2–4 ສິດສອນທ່ານຫຍັງແດ່ກ່ຽວກັບພຣະເຈົ້າ? ກ່ຽວກັບວິທີທີ່ທ່ານສາມາດປະເຊີນກັບການທົດລອງສ່ວນຕົວໄດ້ແນວໃດ?
ໃຫ້ຄິດທີ່ຈະບັນທຶກວິທີທີ່ພຣະຜູ້ເປັນເຈົ້າໄດ້ຄ້ຳຊູທ່ານ ໃນ “ນ້ຳເລິກ” ແຫ່ງຊີວິດຂອງທ່ານແນວໃດ.
ຄຳສອນ ແລະ ພັນທະສັນຍາ 127:5–8; 128:1–8
“ສິ່ງໃດກໍຕາມທີ່ພວກທ່ານບັນທຶກຢູ່ເທິງແຜ່ນດິນໂລກ ຈະຖືກບັນທຶກໄວ້ໃນສະຫວັນ.”
ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 127:5–8; 128:1–8, ໃຫ້ຊອກຫາເຫດຜົນທີ່ວ່າເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງໄດ້ມອບຄຳແນະນຳໃດໜຶ່ງສະເພາະໃຫ້ແກ່ໂຈເຊັບ ສະມິດ ກ່ຽວກັບການບັນທຶກການບັບຕິສະມາແທນຄົນຕາຍ. ສິ່ງນີ້ສິດສອນທ່ານຫຍັງແດ່ກ່ຽວກັບພຣະຜູ້ເປັນເຈົ້າ ແລະ ວຽກງານຂອງພຣະອົງ?
ຄຳສອນ ແລະ ພັນທະສັນຍາ 128:5–25
ຄວາມລອດຂອງບັນພະບຸລຸດຂອງເຮົາ ແມ່ນສຳຄັນຕໍ່ຄວາມລອດຂອງເຮົາ.
ເຮົາເຫັນໄດ້ຢ່າງແຈ່ມແຈ້ງຈາກສິ່ງທີ່ພຣະເຈົ້າໄດ້ເປີດເຜີຍຜ່ານທາງໂຈເຊັບ ສະມິດ ເຖິງເຫດຜົນທີ່ບັນພະບຸລຸດຂອງເຮົາ ຜູ້ທີ່ບໍ່ໄດ້ຮັບບັບຕິສະມາໃນຊີວິດນີ້ ຕ້ອງການຄວາມຊ່ວຍເຫລືອຈາກເຮົາແນວໃດ ສຳລັບຄວາມລອດຂອງເຂົາເຈົ້າ. ແຕ່ເປັນຫຍັງທ່ານຈຶ່ງຄິດວ່າ ຄວາມລອດຂອງບັນພະບຸລຸດຂອງເຮົາ ແມ່ນ “ສຳຄັນ ແລະ ຈຳເປັນຕໍ່ຄວາມລອດ ຂອງເຮົາ”? (ເບິ່ງ ຄຳສອນ ແລະ ພັນທະສັນຍາ 128:15–18; ເນັ້ນຄຳເນີ້ງ).
ຂໍ້ທີ 5 ສິດສອນວ່າ ພິທີການບັບຕິສະມາສຳລັບຄົນຕາຍ ແມ່ນຖືກ “ຕຽມໄວ້ກ່ອນການວາງຮາກຖານຂອງໂລກ.” ຄວາມຈິງນີ້ສິດສອນທ່ານຫຍັງແດ່ກ່ຽວກັບພຣະເຈົ້າ ແລະ ແຜນຂອງພຣະອົງ? ຂ່າວສານຂອງປະທານເຮັນຣີ ບີ ໄອຣິງ “Gathering the Family of God” ຊ່ວຍທ່ານໃຫ້ເຂົ້າໃຈຫລາຍຂຶ້ນແນວໃດ? (Ensign ຫລື Liahona, May 2017, 19–22).
ໂຈເຊັບ ສະມິດ ໄດ້ໃຊ້ສຳນວນເຊັ່ນ “ອຳນາດການຜູກມັດ,” “ບ້ວງເຊື່ອມ,” ແລະ “ການຮ່ວມກັນທີ່ດີພ້ອມ” ເມື່ອສິດສອນກ່ຽວກັບພິທີການຂອງຖານະປະໂລຫິດ ແລະ ການບັບຕິສະມາແທນຄົນຕາຍ. ໃຫ້ຊອກຫາສຳນວນເຫລົ່ານີ້ ແລະ ສຳນວນທີ່ຄ້າຍຄືກັນນີ້ ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 128:5–25. ມີສິ່ງໃດແດ່, ຊຶ່ງຜ່ານທາງພຣະເຢຊູຄຣິດ, ສາມາດຜູກມັດເຂົ້າກັນ ເພາະພິທີການຂອງຖານະປະໂລຫິດສຳລັບຄົນຕາຍ? ເປັນຫຍັງຄຳວ່າ “ອາດຫານ” ຈຶ່ງເປັນຄຳທີ່ດີ ໃນການໃຊ້ບັນຍາຍຄຳສອນແຫ່ງຄວາມລອດສຳລັບຄົນຕາຍ? (ເບິ່ງ ຂໍ້ທີ 9–11).
ແມ່ນຫຍັງທີ່ປະທັບໃຈທ່ານຫລາຍກ່ຽວກັບຖ້ອຍຄຳຂອງໂຈເຊັບ ສະມິດ ຢູ່ໃນ ຂໍ້ທີ 19–25? ຂໍ້ເຫລົ່ານີ້ມີຜົນກະທົບຕໍ່ວິທີທີ່ທ່ານຮູ້ສຶກກ່ຽວກັບການຮັບໃຊ້ຢູ່ໃນພຣະວິຫານເພື່ອບັນພະບຸລຸດຂອງທ່ານແນວໃດ? ກ່ຽວກັບພຣະເຢຊູຄຣິດແນວໃດ? ທ່ານໄດ້ຮັບການດົນໃຈໃຫ້ເຮັດສິ່ງໃດ? (ເບິ່ງ FamilySearch.org/discovery ສຳລັບແນວຄິດ).
ເບິ່ງ 1 ໂກຣິນໂທ 15:29; Dale G. Renlund, “Family History and Temple Work: Sealing and Healing,” Ensign ຫລື Liahona, May 2018, 46–49; “A Sacrifice of Time” ແລະ ວິດີໂອ “Their Hearts Are Bound to You,” ChurchofJesusChrist.org ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ຄຳສອນ ແລະ ພັນທະສັນຍາ 126.ການອ່ານຄຳແນະນຳນີ້ຕໍ່ບຣິກຳ ຢັງ ອາດດົນໃຈຄອບຄົວຂອງທ່ານໃຫ້ເວົ້າລົມກັນກ່ຽວກັບວິທີທີ່ພວກທ່ານອາດໃຊ້ເວລາ ເພື່ອ “ເອົາໃຈໃສ່ [ກັນແລະກັນ] ເປັນພິເສດ” (ຂໍ້ທີ 3) ແນວໃດ.
-
ຄຳສອນ ແລະ ພັນທະສັນຍາ 128:15–18.ມີພອນຂອງການຊ່ວຍໃຫ້ລອດ ແລະ ການເຮັດໃຫ້ດີພ້ອມຢ່າງໃດແດ່ ໃນວຽກງານການສືບປະຫວັດຄອບຄົວ? ພວກທ່ານສາມາດຊອກຫາແນວຄິດຕ່າງໆຢູ່ໃນວິດີໂອ “The Promised Blessings of Family History” (ChurchofJesusChrist.org) ຫລື ຢູ່ໃນເພງກ່ຽວກັບປະຫວັດຄອບຄົວ, ດັ່ງເຊັ່ນ “ພຣະເຈົ້າມອບພຣະວິຫານແກ່ເຮົາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 68).
-
ຄຳສອນ ແລະ ພັນທະສັນຍາ 128:18.ໃຫ້ຄິດທີ່ຈະເຮັດບ້ວງໂສ້ດ້ວຍເຈ້ຍ ໂດຍການຂຽນຊື່ສະມາຊິກໃນຄອບຄົວ ແລະ ຊື່ຂອງບັນພະບຸລຸດໃສ່ໃນແຕ່ລະບ້ວງ ເພື່ອສະແດງເຖິງວິທີທີ່ປະຫວັດຄອບຄົວ ແລະ ວຽກງານພຣະວິຫານ ສ້າງ “ບ້ວງເຊື່ອມ” ເຮົາເຂົ້າກັບບັນພະບຸລຸດຂອງເຮົາແນວໃດ. ບາງທີທ່ານສາມາດຄົ້ນຄວ້າຢູ່ໃນ FamilySearch.org ເພື່ອຊອກຫາສະມາຊິກໃນຄອບຄົວຄົນອື່ນໆ ແລະ ເບິ່ງວ່າ ໂສ້ຂອງທ່ານຍາວຫລາຍປານໃດ.
-
ຄຳສອນ ແລະ ພັນທະສັນຍາ 128:19–23.ບາງທີສະມາຊິກໃນຄອບຄົວສາມາດຄົ້ນຄວ້າຂໍ້ເຫລົ່ານີ້ ເພື່ອຊອກຫາຖ້ອຍຄຳທີ່ສະແດງເຖິງຄວາມກະຕືລືລົ້ນຂອງໂຈເຊັບ ສະມິດ ກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ຄວາມລອດຂອງຄົນຕາຍ. ສະມາຊິກໃນຄອບຄົວສາມາດແບ່ງປັນປະສົບການທີ່ເຮັດໃຫ້ເຂົາເຈົ້າຕື່ນເຕັ້ນກ່ຽວກັບວຽກງານນີ້ຄືກັນ—ຫລື ພວກທ່ານສາມາດສະແຫວງຫາການມີປະສົບການເຊັ່ນນີ້ນຳກັນ ຢູ່ໃນ FamilySearch.org/discovery.
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ພຣະເຈົ້າມອບພຣະວິຫານແກ່ເຮົາ,” ເພງສວດ ແລະ ເພງຂອງເດັກນ້ອຍ 68.
ສຽງຂອງການຟື້ນຟູ
ການບັບຕິສະມາແທນຄົນຕາຍ, “ເລື່ອງໃໝ່ ແລະ ສະຫງ່າລາສີ”
ນາງຟີບີ ແລະ ວິວເຝີດ ວູດຣັບ
ນາງຟີບີ ວູດຣັບ ໄດ້ອາໄສຢູ່ໃກ້ເມືອງນາວູ ຕອນໂຈເຊັບ ສະມິດ ໄດ້ເລີ່ມຕົ້ນສິດສອນກ່ຽວກັບການບັບຕິສະມາແທນຄົນຕາຍ. ນາງໄດ້ຂຽນຈົດໝາຍເຖິງວິວເຝີດ ສາມີຂອງນາງ, ຜູ້ກຳລັງຮັບໃຊ້ເຜີຍແຜ່ຢູ່ປະເທດອັງກິດ ດັ່ງນີ້:
“ບຣາເດີ ໂຈເຊັບ … ໄດ້ຮຽນຮູ້ໂດຍການເປີດເຜີຍວ່າ ຜູ້ທີ່ເປັນສະມາຊິກຂອງສາດສະໜາຈັກ ສາມາດຮັບບັບຕິສະມາແທນຍາດພີ່ນ້ອງຂອງເຂົາເຈົ້າ ຜູ້ທີ່ຕາຍ ແລະ ບໍ່ມີໂອກາດໄດ້ຍິນພຣະກິດຕິຄຸນນີ້, ແມ່ນແຕ່ແທນລູກໆ, ພໍ່ແມ່, ອ້າຍເອື້ອຍນ້ອງ, ປູ່ຍ່າຕາຍາຍ, ແລະ ລຸງປ້ານ້າອາວອາ. … ທັນທີທີ່ເຂົາເຈົ້າໄດ້ຮັບບັບຕິສະມາແທນໝູ່ເພື່ອນຂອງເຂົາເຈົ້າ ພວກເຂົາກໍໄດ້ຖືກປົດປ່ອຍອອກຈາກຄຸກ ແລະ ເຂົາເຈົ້າສາມາດທວງເອົາພວກເຂົາໃນການຟື້ນຄືນຊີວິດ ແລະ ນຳພວກເຂົາເຂົ້າສູ່ອານາຈັກຊັ້ນສູງ—ຄຳສອນຂໍ້ນີ້ ສາດສະໜາຈັກໄດ້ຮັບຢ່າງເປີດເຜີຍ ແລະ ເຂົາເຈົ້າໄດ້ອອກໄປເປັນກຸ່ມໃຫຍ່, ບາງຄົນໄດ້ຮັບບັບຕິສະມາເຖິງ 16 ເທື່ອ … ໃນໜຶ່ງມື້.”1
ຕໍ່ມາ ວິວເຝີດ ວູດຣັບ ໄດ້ກ່າວເຖິງຫລັກທຳຂໍ້ນີ້ວ່າ: “ທັນທີທີ່ຂ້າພະເຈົ້າໄດ້ຍິນກ່ຽວກັບເລື່ອງນີ້ ຈິດວິນຍານຂອງຂ້າພະເຈົ້າກໍເຕັມໄປດ້ວຍຄວາມຊື່ນຊົມ. … ຂ້າພະເຈົ້າໄດ້ອອກໄປ ແລະ ຮັບບັບຕິສະມາແທນຍາດພີ່ນ້ອງຜູ້ທີ່ຕາຍຂອງຂ້າພະເຈົ້າທຸກຄົນທີ່ຂ້າພະເຈົ້າຄິດອອກ. … ຂ້າພະເຈົ້າຮູ້ສຶກຢາກຮ້ອງ ອາເລລູຢາ ເມື່ອການເປີດເຜີຍນີ້ໄດ້ອອກມາ ເພື່ອເປີດເຜີຍຕໍ່ພວກເຮົາ ເຖິງການບັບຕິສະມາແທນຄົນຕາຍ ຂ້າພະເຈົ້າຮູ້ສຶກວ່າ ພວກເຮົາສາມາດປິຕິຍິນດີເພາະພອນຂອງສະຫວັນ.”2
ວີເລດ ຄິມໂບ
ຄືກັນກັບຊິດສະເຕີ ວູດຣັບ, ນາງວີເລດ ຄິມໂບ ກໍໄດ້ຍິນກ່ຽວກັບການບັບຕິສະມາແທນຄົນຕາຍ ຂະນະທີ່ຮີເບີ ສາມີຂອງນາງ ກຳລັງໄປສັ່ງສອນພຣະກິດຕິຄຸນ. ນາງໄດ້ຂຽນຫາເພິ່ນວ່າ:
“ປະທານສະມິດ ໄດ້ເປີດຫົວຂໍ້ໃໝ່ ແລະ ສະຫງ່າລາສີ … ຊຶ່ງໄດ້ເຮັດໃຫ້ຫລາຍຄົນໃນສາດສະໜາຈັກມີສັດທາຫລາຍຂຶ້ນກວ່າເກົ່າ. ນັ້ນຄື, ສາມາດຮັບບັບຕິສະມາແທນຄົນຕາຍ. ໂປໂລໄດ້ກ່າວເຖິງມັນ, ຢູ່ໃນ ໂກຣິນໂທສະບັບທີໜຶ່ງ ບົດທີ 15 ຂໍ້ທີ 29. ໂຈເຊັບໄດ້ຮັບມັນຢ່າງແຈ່ມແຈ້ງໂດຍການເປີດເຜີຍ. … ມັນເປັນສິດທິພິເສດຂອງສາດສະໜາຈັກທີ່ຈະຮັບບັບຕິສະມາແທນຍາດພີ່ນ້ອງຜູ້ທີ່ໄດ້ຕາຍໄປກ່ອນພຣະກິດຕິຄຸນນີ້ອອກມາ; ແມ່ນແຕ່ກັບຄືນໄປຫາປູ່ຍ່າຕາຍາຍທວດຂອງເຂົາເຈົ້າ. … ເມື່ອເຮັດແນວນັ້ນ, ພວກເຮົາສາມາດເປັນຕົວແທນໃຫ້ເຂົາເຈົ້າ; ແລະ ມອບສິດທິພິເສດໃຫ້ເຂົາເຈົ້າທີ່ຈະອອກມາໃນການຟື້ນຄືນຊີວິດຄັ້ງທຳອິດ. ເພິ່ນເວົ້າວ່າ ພຣະກິດຕິຄຸນຈະຖືກສັ່ງສອນໃຫ້ແກ່ເຂົາເຈົ້າ … ແຕ່ວິນຍານບໍ່ສາມາດຮັບບັບຕິສະມາ. … ນັບແຕ່ລະບຽບການຂໍ້ນີ້ໄດ້ຖືກສັ່ງສອນຢູ່ທີ່ນີ້, ນ້ຳບໍ່ເຄີຍສະຫງົບ. ລະຫວ່າງກອງປະຊຸມ ບາງເທື່ອກໍມີພວກແອວເດີ ຈຳນວນແປດ ຫລື ສິບຄົນ ລົງໄປໃນນ້ຳພ້ອມກັນ ເພື່ອໃຫ້ບັບຕິສະມາ. … ນ້ອງກໍຢາກຮັບບັບຕິສະມາແທນແມ່ຂອງນ້ອງ. ນ້ອງຄິດວ່າຊິລໍຖ້າຈົນອ້າຍກັບມາ, ແຕ່ເທື່ອແລ້ວນີ້ ເມື່ອໂຈເຊັບໄດ້ກ່າວກ່ຽວກັບເລື່ອງນີ້, ເພິ່ນໄດ້ແນະນຳໃຫ້ທຸກຄົນຟ້າວເຮັດ, ແລະ ປົດປ່ອຍໝູ່ເພື່ອນຂອງຕົນຈາກການຈ່ອງຈຳ ໃຫ້ໄວເທົ່າທີ່ຈະເປັນໄປໄດ້. ສະນັ້ນ ນ້ອງຈຶ່ງຄິດວ່າຈະອອກໄປເຮັດໃນອາທິດນີ້, ເພາະມີເພື່ອນບ້ານຫລາຍຄົນທີ່ຈະອອກໄປຄືກັນ. ບາງຄົນກໍໄດ້ຮັບບັບຕິສະມາຫລາຍເທື່ອແລ້ວ. … ດັ່ງທີ່ອ້າຍສາມາດເຫັນ ມັນມີໂອກາດສຳລັບທຸກຄົນ. ນີ້ບໍ່ແມ່ນຄຳສອນທີ່ສະຫງ່າລາສີບໍ?”3
ຟີບີ ເຈສ
ທັນທີທີ່ອ່າງບັບຕິສະມາຢູ່ໃນພຣະວິຫານນາວູໄດ້ຖືກສ້າງສຳເລັດ, ການບັບຕິສະມາແທນຄົນຕາຍກໍໄດ້ຖືກກະທຳຢູ່ໃນນັ້ນ ແທນແມ່ນ້ຳ. ນາງຟີບີ ເຈສ, ຜູ້ອາໄສຢູ່ໃນເມືອງນາວູ, ໄດ້ຂຽນເຖິງແມ່ຂອງນາງກ່ຽວກັບພຣະວິຫານ, ບັນຍາຍກ່ຽວກັບອ່າງບັບຕິສະມາ ວ່າເປັນບ່ອນທີ່ “ເຮົາສາມາດຮັບບັບຕິສະມາແທນຄົນຕາຍຂອງເຮົາ ແລະ ກາຍເປັນຜູ້ຊ່ວຍໃຫ້ລອດຢູ່ເທິງພູຊີໂອນ.” ນາງໄດ້ອະທິບາຍຕື່ມວ່າ ໃນອ່າງນີ້, “ລູກໄດ້ຮັບບັບຕິສະມາແທນພໍ່ທີ່ລູກຮັກຫລາຍ ແລະ ແທນໝູ່ເພື່ອນທີ່ລູກຮັກທຸກຄົນ. … ບັດນີ້ ລູກຢາກຮູ້ຈັກຊື່ຂອງພໍ່ຕູ້ແມ່ຕູ້ ເພື່ອວ່າລູກຈະໄດ້ປົດປ່ອຍພວກເພິ່ນ, ເພາະລູກຢາກປົດປ່ອຍຄົນຕາຍ. … ພຣະຜູ້ເປັນເຈົ້າໄດ້ກ່າວອີກເທື່ອໜຶ່ງ ແລະ ໄດ້ຟື້ນຟູລະບຽບການຂອງສະໄໝບູຮານ.”4
ຊາລີ ແຣນໂດ
ໃນການຂຽນເຖິງໝູ່ເພື່ອນ ແລະ ຄອບຄົວຂອງນາງກ່ຽວກັບການບັບຕິສະມາແທນຄົນຕາຍ, ນາງຊາລີ ແຣນໂດ ໄດ້ກ່າວເຖິງການຕາຍຂອງທ້າວໂຈດ ລູກຊາຍຂອງນາງ ດັ່ງນີ້:
“ໂອ້ ມັນໄດ້ເປັນຊ່ວງເວລາທີ່ຍາກຫລາຍແທ້ໆສຳລັບຂ້ອຍ ແລະ ເບິ່ງຄືວ່າຂ້ອຍບໍ່ສາມາດທຳໃຈໄດ້, ແຕ່ … ພໍ່ຂອງລາວໄດ້ຮັບບັບຕິສະມາແທນລາວ ແລະ ມັນຊ່າງເປັນສິ່ງສະຫງ່າລາສີແທ້ໆ ທີ່ພວກເຮົາເຊື່ອ ແລະ ຮັບເອົາຄວາມສົມບູນຂອງພຣະກິດຕິຄຸນ ຕາມທີ່ມັນຖືກສັ່ງສອນໃນເວລານີ້ ແລະ ສາມາດຮັບບັບຕິສະມາແທນໝູ່ເພື່ອນຂອງເຮົາທີ່ຕາຍໄປແລ້ວ ແລະ ຊ່ວຍທຸກຄົນຮັບບັບຕິສະມາຢ້ອນຄືນຫລັງເທົ່າທີ່ເຮົາສາມາດຈື່ຈຳໄດ້.
“ເຖິງຢ່າງໃດກໍຕາມ ຂ້ອຍຢາກໃຫ້ເຈົ້າຂຽນຕອບຂ້ອຍ ແລະ ບອກລາຍຊື່ຂອງທຸກຄົນທີ່ພວກເຮົາຮູ້ຈັກທີ່ໄດ້ຕາຍໄປແລ້ວ ຢ້ອນຄືນຫາປູ່ຍ່າຕາຍາຍ. ຂ້ອຍຕັ້ງໃຈທີ່ຈະເຮັດທຸກສິ່ງທີ່ຂ້ອຍສາມາດເຮັດໄດ້ ເພື່ອຊ່ວຍນຳຄວາມລອດມາໃຫ້ໝູ່ເພື່ອນຂອງຂ້ອຍ ແລະ ຂ້ອຍຈະດີໃຈຫລາຍທີ່ພວກເຈົ້າບາງຄົນຈະມາຊ່ວຍຂ້ອຍເຮັດ ເພາະມັນເປັນວຽກງານຢ່າງຫລວງຫລາຍທີ່ຄົນຜູ້ດຽວຈະເຮັດຕາມລຳພັງ. … ຂ້ອຍຮູ້ວ່າ ເຈົ້າຈະຄິດວ່າ ນີ້ແມ່ນຄຳສອນທີ່ແປກປະຫລາດ ແຕ່ເຈົ້າຈະພົບວ່າ ມັນເປັນຄວາມຈິງ.”5