ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 8–14 ເດືອນ​ພະຈິກ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 129–132: “ເມື່ອ​ພວກ​ເຮົາ​ໄດ້​ຮັບ​ພອນ​ປະ​ການ​ໃດ​ຈາກ​ພຣະ​ເຈົ້າ, ຍ່ອມ​ເປັນ​ໄປ​ເພາະ​ການ​ເຊື່ອ​ຟັງ”


“ວັນທີ 8–14 ເດືອນ​ພະຈິກ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 129–132: ‘ເມື່ອ​ພວກ​ເຮົາ​ໄດ້​ຮັບ​ພອນ​ປະ​ການ​ໃດ​ຈາກ​ພຣະ​ເຈົ້າ, ຍ່ອມ​ເປັນ​ໄປ​ເພາະ​ການ​ເຊື່ອ​ຟັງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 8–14 ເດືອນ​ພະຈິກ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 129–132,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ໂຈເຊັບ ສະມິດ ສິດ​ສອນ​ຢູ່​ໃນ​ເມືອງ​ນາວູ

Joseph Smith in Nauvoo, 1840 [ໂຈເຊັບ ສະມິດ ຢູ່​ໃນ​ເມືອງ​ນາວູ, 1840], ໂດຍ ເຕຍດໍ ໂກຄາ

ວັນທີ 8–14 ເດືອນ​ພະຈິກ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 129–132

“ເມື່ອ​ພວກ​ເຮົາ​ໄດ້​ຮັບ​ພອນ​ປະ​ການ​ໃດ​ຈາກ​ພຣະ​ເຈົ້າ, ຍ່ອມ​ເປັນ​ໄປ​ເພາະ​ການ​ເຊື່ອ​ຟັງ”

ພາກທີ 129–32 ສິດ​ສອນ​ຫລັກ​ທຳ​ທີ່​ມີ​ຄ່າ​ຫລາຍ​ຢ່າງ, ພຽງ​ແຕ່​ສອງ​ສາມ​ຢ່າງ​ທີ່​ກ່າວ​ເນັ້ນ​ຢູ່​ໃນ​ໂຄງ​ຮ່າງນີ້. ມີ​ຄວາມ​ຈິງ​ອື່ນ​ໃດ​ອີກທີ່​ທ່ານ​ພົບ​ເຫັນ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ບຣິກຳ ຢັງ ຄັ້ງ​ໜຶ່ງ​ໄດ້​ກ່າວ​ເຖິງ​ໂຈເຊັບ ສະມິດ ວ່າ, “ເພິ່ນ​ສາ​ມາດ​ອະ​ທິ​ບາຍ​ສິ່ງ​ທີ່​ເປັນ​ເລື່ອງ​ສະ​ຫວັນ ໃນ​ວິ​ທີ​ທີ່​ມະນຸດ​ຈະ​ເຂົ້າ​ໃຈ​ໄດ້” (ໃນ Teachings of Presidents of the Church: Joseph Smith, 499–500). ສິ່ງນີ້​ເບິ່ງ​ຄື​ວ່າ​ເປັນ​ຄວາມ​ຈິງ ໂດຍ​ສະ​ເພາະ​ການ​ສິດ​ສອນ​ຂອງ​ສາດ​ສະ​ດາ​ຢູ່​ໃນ​ເມືອງ​ນາ​ວູ ໃນ​ຊ່ວງ​ໄລ​ຍະ​ຊຸມປີ 1840, ຊຶ່ງ​ບາງ​ຢ່າງ​ໄດ້​ຖືກ​ບັນ​ທຶກ​ໄວ້ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 129–32. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ແບບ​ໃດ? “ພຣະ​ອົງ​ເປັນ​ມະ​ນຸດ​ຄື​ກັນ​ກັບ​ພວກ​ເຮົາ.” ສະ​ຫວັນ​ເປັນ​ແບບ​ໃດ? “ສັງ​ຄົມ​ດຽວ​ກັນ​ທີ່​ມີ​ຢູ່​ໃນ​ບັນ​ດາ​ພວກ​ເຮົາ​ຢູ່​ທີ່ນີ້ ຈະ​ມີ​ຢູ່​ໃນ​ບັນ​ດາ​ພວກ​ເຮົາ​ຢູ່​ທີ່ນັ້ນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:1–2), ແລະ ຄວາມ​ສຳ​ພັນ​ທີ່​ໜ້າ​ທະ​ນຸ​ຖະ​ໜອມ​ທີ່​ສຸດ​ຂອງ​ເຮົາ​ຢູ່​ໃນ​ໂລກນີ້, ຖ້າ​ຫາກ​ຖືກ​ຜະ​ນຶກ​ໂດຍ​ສິດ​ອຳ​ນາດ​ທີ່​ຖືກ​ຕ້ອງ, “ຈະ​ເກີດ​ຜົນ” ຢູ່​ໃນ​ໂລກ​ໜ້າ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:19). ຄວາມ​ຈິງ​ແບບ​ນີ້ ສາ​ມາດ​ເຮັດ​ໃຫ້​ສະ​ຫວັນ​ຢູ່​ໃກ້​ເຮົາ​ຫລາຍ​ຂຶ້ນ—ສະ​ຫງ່າ​ລາ​ສີ, ແຕ່​ເອື້ອມ​ເຖິງ​ໄດ້.

ແຕ່​ແລ້ວ, ບາງ​ເທື່ອ​ພຣະ​ເຈົ້າ​ອາດ​ຂໍ​ໃຫ້​ເຮົາ​ເຮັດ​ບາງ​ສິ່ງ​ທີ່ບໍ່​ສະ​ບາຍ​ໃຈ​ທີ່​ສຸດ ຈົນ​ເຮົາ​ຮູ້​ສຶກວ່າ​ສິ່ງ​ເຫລົ່າ​ນັ້ນ​ຢູ່​ໄກ​ເກີນ​ເອື້ອມ. ສຳ​ລັບ​ໄພ່​ພົນ​ລຸ້ນ​ທຳ​ອິດ​ຫລາຍ​ຄົນ, ການ​ແຕ່ງ​ເມຍ​ຫລາຍ​ຄົນ​ໄດ້​ເປັນ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ເຊັ່ນນັ້ນ. ພຣະ​ບັນ​ຍັດ​ໃຫ້​ເອົາ​ເມຍ​ຫລາຍ​ຄົນ​ໄດ້​ເປັນ​ການ​ທົດ​ລອງ​ທີ່​ໜັກ​ໜ່ວງ​ສຳ​ລັບ​ໂຈເຊັບ ສະມິດ, ເອມມາ ພັນ​ລະ​ຍາ​ຂອງ​ເພິ່ນ, ແລະ ທຸກ​ຄົນ​ທີ່​ໄດ້​ຮັບ​ພຣະ​ບັນ​ຍັດ​ຂໍ້​ນີ້. ໃນ​ການ​ຜ່ານ​ຜ່າ​ການ​ທົດ​ລອງ​ຂໍ້​ນີ້, ເຂົາ​ເຈົ້າ​ຕ້ອງ​ມີ​ຄວາມ​ຮູ້​ສຶກ​ຫລາຍກວ່າ​ທີ່​ມີ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ; ເຂົາ​ເຈົ້າ​ຕ້ອງ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ​ເກີນກວ່າ​ຄວາມ​ປາດ​ຖະ​ໜາ​ສ່ວນ​ຕົວ ຫລື ອະ​ຄະ​ຕິ. ພຣະ​ບັນ​ຍັດ​ດັ່ງ​ກ່າວບໍ່​ມີ​ອີກ​ຕໍ່​ໄປ, ແຕ່ຕົວ​ຢ່າງ​ທີ່​ຊື່​ສັດ​ຂອງ​ຜູ້​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ຕາມນັ້ນ​ຍັງ​ມີ​ຢູ່​ຕໍ່​ໄປ. ແລະ ຕົວ​ຢ່າງນັ້ນ​ດົນ​ໃຈ​ເຮົາ ເມື່ອ​ເຮົາ​ຖືກ​ຂໍ​ໃຫ້​ທຳ​ການ “ເສຍ​ສະ​ລະ​ໃນ​ການ​ເຊື່ອ​ຟັງ” ຂອງ​ເຮົາ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:50).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130–31

ໂຈເຊັບ ສະມິດ ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ ແລະ “ໂລກ​ທີ່​ຈະ​ມາ​ເຖິງ.”

ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ພາກທີ 130–31 ມີ​ເນື້ອ​ຄວາມ​ທີ່​ແຕກ​ຕ່າງ​ໜ້ອຍ​ໜຶ່ງ ຈາກ​ພາກ​ອື່ນໆ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ມັນ​ເປັນ​ແນວນີ້​ເພາະ​ວ່າ ພາກທີ 130–31 ແມ່ນ​ມາ​ຈາກ​ຂໍ້​ຄວາມ​ທີ່​ວິວລຽມ ຄະເລຕັນ, ເລ​ຂາ​ນຸ​ການ​ຄົນ​ໜຶ່ງ​ຂອງ​ໂຈເຊັບ ສະມິດ, ໄດ້​ຂຽນ​ໄວ້​ຕອນ​ເພິ່ນ​ໄດ້​ຍິນ​ສາດ​ສະ​ດາ​ສິດ​ສອນ. ຜົນ​ກໍຄື, ພາກ​ເຫລົ່າ​ນີ້​ເປັນ​ຄື​ກັນ​ກັບ​ການ​ຮວບ​ຮວມ​ຄວາມ​ຈິງ ແທນ​ທີ່​ຈະ​ເປັນ​ການ​ເປີດ​ເຜີຍ​ທີ່​ຕິດ​ຕໍ່ກັນ ທີ່ບອກ​ໃຫ້​ຂຽນ. ເຖິງ​ແມ່ນ​ແນວນັ້ນ, ຂໍ້​ຄວາມ​ເຫລົ່າ​ນີ້ ຍັງ​ໄດ້​ເປັນ​ຫົວ​ຂໍ້​ທົ່ວ​ໄປ​ໃນ​ບັນ​ດາ​ຄວາມ​ຈິງ​ເຫລົ່າ​ນີ້. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ອ່ານ ພາກທີ 130–131 ດ້ວຍ​ຄຳ​ຖາມ​ເຫລົ່າ​ນີ້​ຢູ່​ໃນ​ໃຈ: ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຊີ​ວິດ​ຫລັງ​ຈາກ​ຊ່ວງ​ມະ​ຕະ? ຄວາມ​ຮູ້ນີ້​ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ເບິ່ງ “Our Hearts Rejoiced to Hear Him Speak,” Revelations in Context, 277–80 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:1–4; 132:7, 13–25

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຄອບ​ຄົວ​ທີ່​ຈະ​ເປັນ​ນິ​ລັນ​ດອນ.

ໜຶ່ງ​ໃນ​ຄວາມ​ຈິງ​ທີ່​ອຸ່ນ​ໃຈ​ຫລາຍ​ທີ່​ສຸດ ຊຶ່ງ​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ສາດ​ສະ​ດາ​ໂຈເຊັບ ສະມິດ ແມ່ນ​ວ່າ​ການ​ແຕ່ງ​ງານ ແລະ ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ສາ​ມາດ​ຍືນ​ຍົງ​ຕະ​ຫລອດ​ການ. ຜ່ານ​ທາງ​ໂຈເຊັບ ສະມິດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຟື້ນ​ຟູ​ພິ​ທີ​ການ ແລະ ສິດ​ອຳ​ນາດ​ທີ່​ຈຳ​ເປັນ​ໃນ​ການ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ເປັນ​ນິ​ລັນ​ດອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:7, 18–19). ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ທີ່​ທ່ານ​ມີ ຫລື ຫວັງ​ທີ່​ຈະ​ມີ ໃນ​ອະ​ນາ​ຄົດ ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:1–4; 132:7, 13–15. ຂໍ້​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ເຫລົ່າ​ນີ້​ແນວ​ໃດ?

ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ເທື່ອ​ຫລັກ​ທຳ​ຂອງ​ຄອບ​ຄົວ​ນິ​ລັນ​ດອນບໍ່​ໄດ້​ໃຫ້​ຄວາມ​ອຸ່ນ​ໃຈ​ຫລາຍ​ປານ​ໃດ—ມັນ​ອາດ​ນຳ​ຄວາມ​ກັງ​ວົນ, ແມ່ນ​ແຕ່​ຄວາມ​ໂສກ​ເສົ້າ, ເມື່ອ​ສະ​ຖາ​ນະ​ການ​ປະ​ຈຸ​ບັນ​ຂອງ​ຄອບ​ຄົວ​ຂອງ​ເຮົາ​ບໍ່​ເປັນ​ແບບ​ອຸ​ດົມ​ຄະ​ຕິແຫ່ງ​ຊັ້ນ​ສູງ. ເມື່ອ​ປະ​ທານ​ເຮັນຣີ ບີ ໄອຣິງ ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ​ຢູ່​ໃນ​ຄອບ​ຄົວ​ຂອງ​ເພິ່ນ​ເອງ, ເພິ່ນ​ໄດ້​ຮັບ​ຄຳ​ແນະ​ນຳ​ທີ່​ສະ​ຫລາດນີ້​ຈາກ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ທີ່​ວ່າ: “ຂໍ​ໃຫ້​ເຈົ້າ​ພຽງ​ແຕ່​ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ຕໍ່​ອາ​ນາ​ຈັກ​ຊັ້ນ​ສູງ​ກໍ​ພໍ​ແລ້ວ, ແລະ ການ​ຈັດ​ຕຽມ​ຂອງ​ຄອບ​ຄົວ​ຈະ​ເລີດກວ່າ​ທີ່​ເຈົ້າ​ຈິນ​ຕະ​ນາ​ການ​ໄດ້” (ໃນ “A Home Where the Spirit of the Lord Dwells,” Ensign ຫລື Liahona, May 2019, 25). ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ນີ້ອາດ​ເປັນ​ພອນ​ໃຫ້​ແກ່​ທ່ານ​ໃນ​ສະ​ຖາ​ນະ​ການ​ປະ​ຈຸ​ບັນ​ຂອງ​ຄອບ​ຄົວ​ທ່ານ​ແນວ​ໃດ?

ເບິ່ງ Kristen M. Oaks, “To the Singles of the Church” (Church Educational System devotional for young adults, Sept. 11, 2011), broadcasts.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຜູ້​ຊາຍ​ກັບຜູ້​ຍິງ ຢູ່ນອກ​ພຣະ​ວິ​ຫານ ອາຄະຣາ ການາ

ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ສາ​ມາດ​ຖືກ​ເຮັດ​ໃຫ້​ເປັນ​ນິ​ລັນ​ດອນ​ໄດ້​ຜ່ານ​ທາງ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:1–2, 29–40

ການ​ແຕ່ງ​ເມຍ​ຫລາຍ​ຄົນ​ຖືກ​ຮັບ​ຮູ້​ຈາກ​ພຣະ​ເຈົ້າ ພຽງ​ແຕ່​ເມື່ອ​ພຣະ​ອົງ​ບັນ​ຊາ​ໃຫ້​ເຮັດ​ເທົ່າ​ນັ້ນ.

ທຸກ​ຄົນ​ທີ່​ໄດ້​ອ່ານ​ພຣະ​ຄຳ​ພີ​ເດີມ​ອາດ​ສົງ​ໄສ​ກ່ຽວ​ກັບ​ອັບ​ຣາ​ຮາມ, ຢາ​ໂຄບ, ໂມ​ເຊ, ແລະ ຄົນ​ອື່ນໆ ທີ່​ໄດ້​ເອົາ​ເມຍ​ຫລາຍ​ຄົນ. ຜູ້​ຊາຍ​ທີ່​ດີ​ເຫລົ່າ​ນີ້​ໄດ້​ຫລິ້ນ​ຊູ້​ບໍ? ຫລື ພຣະ​ເຈົ້າ​ເຫັນ​ພ້ອມ​ກັບ​ການ​ກະ​ທຳ​ຂອງ​ພວກ​ເພິ່ນ? ໃຫ້​ຊອກ​ຫາ​ຄຳ​ຕອບ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:1–2, 29–40.

ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ​ຄົນ​ໜຶ່ງ ແລະ ຍິງ​ຄົນ​ໜຶ່ງ​ແມ່ນ​ມາດ​ຕະ​ຖານ​ຂອງ​ການ​ແຕ່ງ​ງານ​ຂອງ​ພຣະ​ເຈົ້າ (ເບິ່ງ ຫົວ​ຂໍ້​ພາກ​ຂອງ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1; ເບິ່ງ ຢາໂຄບ 2:27, 30 ນຳ​ອີກ). ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ມີ​ຊ່ວງ​ເວ​ລາ​ໃນ​ປະ​ຫວັດ​ສາດ​ເມື່ອ​ພຣະ​ເຈົ້າ​ໄດ້​ບັນ​ຊາ​ລູກໆ​ຂອງ​ພຣະ​ອົງ​ໃຫ້​ມີ​ການ​ແຕ່ງ​ເມຍ​ຫລາຍ​ຄົນ.

ໃນ​ຕອນ​ຕົ້ນ​ຂອງ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ ມັນ​ໄດ້​ເປັນ​ຊ່ວງ​ໄລ​ຍະ​ເຫລົ່າ​ນັ້ນ​ທີ່​ຖືກ​ອະ​ນຸ​ຍາດໃຫ້​ເຮັດ. ຫລັງ​ຈາກ​ໄດ້​ຮັບ​ພຣະ​ບັນ​ຍັດ​ຂໍ້​ນີ້, ໂຈເຊັບ ສະມິດ ແລະ ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄົນ​ອື່ນໆ ໄດ້​ທຳ​ການ​ແຕ່ງ​ເມຍ​ຫລາຍ​ຄົນ. ຖ້າ​ຫາກ​ທ່ານ​ຢາກ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ການ​ແຕ່ງ​ເມຍ​ຫລາຍ​ຄົນ​ໃນ​ທ່າມ​ກາງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ລຸ້ນ​ທຳ​ອິດ, ໃຫ້ເບິ່ງ “Mercy Thompson and the Revelation on Marriage” (Revelations in Context, 281–93); Saints, 1:290–92, 432–35, 482–92, 502–4; “Plural Marriage in The Church of Jesus Christ of Latter-day Saints” (Gospel Topics, topics.ChurchofJesusChrist.org); ວິ​ດີ​ໂອ “Why Was It Necessary for Joseph Smith and Others to Practice Polygamy?” (ChurchofJesusChrist.org).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:2, 18–19; 132:13, 19.ທ່ານ​ອາດ​ໃຊ້​ຂໍ້​ເຫລົ່າ​ນີ້ ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ສິ່ງ​ທີ່​ຍືນ​ຍົງ​ຊົ່ວ​ນິ​ລັນ​ດອນ​ແນວ​ໃດ? ບາງ​ທີໃຫ້​ພວກ​ທ່ານ​ເອົາ​ສິ່ງ​ຂອງ​ໃສ່​ໃນ​ຫີບ​ເຄື່ອງ ຫລື ຖົງ​ເປ້ ອັນທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສິ່ງ​ທີ່, ອີງ​ຕາມ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:2, 18–19; 132:19, ເຮົາ​ສາ​ມາດ​ເອົາ​ໄປ​ນຳ​ໄດ້​ສູ່​ຊີ​ວິດ​ໜ້າ, ເຊັ່ນ​ຮູບ​ຄອບ​ຄົວ ຫລື ພຣະ​ຄຳ​ພີ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:13 ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ເປັນ​ຂອງ​ໂລກ? ສິ່ງນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ນິ​ລັນ​ດອນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:20–21.ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ຄວາມ​ກະ​ຕັນ​ຍູ, ດັ່ງ​ເຊັ່ນ “ນັບ​ພຣະ​ພອນ​ຂອງ​ທ່ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 8), ແລະ ຂຽນ​ພອນ​ຕ່າງໆ​ທີ່​ຄອບ​ຄົວ​ຂອງ​ທ່ານ​ໄດ້​ຮັບ​ຈາກ​ການ​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ. ພອນ​ຢ່າງ​ໃດ​ແດ່​ທີ່​ເຮົາ​ຫວັງ​ຈະ​ໄດ້​ຮັບ? ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ພອນ​ເຫລົ່າ​ນັ້ນ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:1–4; 132:15–19.ວິດີ​ໂອ “Marriage Is Sacred” (ChurchofJesusChrist.org) ອາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຈິງ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ໄດ້. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ແຕ່ງ​ງານ? ເຮົາ—ບໍ່​ວ່າ​ເຮົາ​ແຕ່ງ​ງານ ຫລື ຍັງ​ເປັນ​ໂສດ—ຈະ​ກະ​ກຽມ​ສຳ​ລັບ​ການ​ແຕ່ງ​ງານ​ນິ​ລັນ​ດອນ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ອະ​ທິ​ຖານ​ຄອບ​ຄົວ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ. ບາງ​ເທື່ອ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ຖືກກ່າວ​ແບບ​ໂດຍ​ກົງ; ບາງ​ເທື່ອ​ກໍ​ຖືກບອກ​ກ່າວ​ຜ່ານ​ທາງ​ຕົວ​ຢ່າງ ຫລື ເລື່ອງ​ລາວ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ຖາມ​ຕົວ​ເອງວ່າ, “ມີ​ຄວາມ​ຈິງ​ນິ​ລັນ​ດອນ​ຢ່າງ​ໃດ​ແດ່​ທີ່​ສິດ​ສອນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້?”

ຮູບ​ພາບ
ຫ້ອງ​ຜະ​ນຶກ​ຢູ່​ໃນ​ພຣະ​ວິ​ຫານ​ປາຣີ ຝະຣັ່ງ

ຫ້ອງ​ຜະ​ນຶກ​ຢູ່​ໃນ​ພຣະ​ວິ​ຫານ​ປາຣີ ຝະຣັ່ງ.

ພິມ