ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 22–28 ເດືອນ​ພະຈິກ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135–136: “ເພິ່ນ ‘ໄດ້​ຜະ​ນຶກ​ພາ​ລະ​ກິດ​ຂອງ​ເພິ່ນ ແລະ ວຽກ​ງານ​ຂອງ​ເພິ່ນ​ດ້ວຍ​ເລືອດ​ຂອງ​ເພິ່ນ​ເອງ’”


“ວັນທີ 22–28 ເດືອນ​ພະຈິກ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135–136: ‘ເພິ່ນ “ໄດ້​ຜະ​ນຶກ​ພາ​ລະ​ກິດ​ຂອງ​ເພິ່ນ ແລະ ວຽກ​ງານ​ຂອງ​ເພິ່ນ​ດ້ວຍ​ເລືອດ​ຂອງ​ເພິ່ນ​ເອງ,”’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 22–28 ເດືອນ​ພະຈິກ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135–136,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຂ້າງ​ນອກຂອງ​ຄຸກ​ຄາດເທດ

ຄຸກ​ຄາດເທດ

ວັນທີ 22–28 ເດືອນ​ພະຈິກ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135–136

ເພິ່ນ “ໄດ້​ຜະ​ນຶກ​ພາ​ລະ​ກິດ​ຂອງ​ເພິ່ນ ແລະ ວຽກ​ງານ​ຂອງ​ເພິ່ນ​ດ້ວຍ​ເລືອດ​ຂອງ​ເພິ່ນ​ເອງ”

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135–36, ພຣະ​ຜູ້​ເປັນ​ເຈົ້າ​ອາດ​ກະ​ຕຸ້ນ​ທ່ານ​ດ້ວຍ​ຄວາມ​ຮູ້​ທີ່​ຊ່ວຍ​ທ່ານ​ໃຫ້​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ໄດ້​ອ່ານ. ເມື່ອ​ສິ່ງນັ້ນ​ເກີດ​ຂຶ້ນ, ໃຫ້​ຂຽນ​ສິ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ທ່ານ​ໄວ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຕອນ​ບ່າຍ​ຂອງວັນ​ທີ 27 ເດືອນ​ມິຖຸນາ, 1844, ໄດ້​ພົບ​ເຫັນ​ໂຈເຊັບ ແລະ ໄຮຣຳ ສະມິດ ຢູ່​ໃນ​ຄຸກ​ອີກ​ເທື່ອ​ໜຶ່ງ, ພ້ອມ​ດ້ວຍ​ຈອນ ເທເລີ ແລະ ວິວເລີດ ຣິເຈີສ໌. ພວກ​ເພິ່ນ​ເຊື່ອ​ວ່າ​ພວກ​ເພິ່ນບໍ່​ມີ​ຄວາມ​ຜິດ​ໃນ​ຄະ​ດີ​ໃດໆ, ແຕ່​ພວກ​ເພິ່ນ​ໄດ້​ຍອມ​ຕົວ​ໃຫ້​ຖືກ​ຈັບ, ຫວັງ​ວ່າ​ຈະ​ກີດ​ກັນ​ບໍ່​ໃຫ້​ມີ​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ກັບ​ໄພ່​ພົນ​ຢູ່​ໃນ​ເມືອງ​ນາວູ. ມັນ​ບໍ່​ໄດ້​ເປັນ​ເທື່ອ​ທຳ​ອິດ​ທີ່​ສັດ​ຕູ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້ເອົາ​ສາດ​ສະ​ດາ​ໂຈເຊັບ​ເຂົ້າ​ຄຸກ, ແຕ່​ເທື່ອນີ້ ຄື​ວ່າ​ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ບໍ່​ໄດ້​ກັບ​ຄືນ​ໄປ​ແບບ​ຍັງ​ມີ​ຊີ​ວິດ. ເພິ່ນ ແລະ ໝູ່​ເພື່ອນ​ຂອງ​ເພິ່ນ​ໄດ້​ພະ​ຍາ​ຍາມ​ປອບ​ໃຈ​ກັນ​ແລະ​ກັນ ໂດຍ​ການ​ອ່ານ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ແລະ ການ​ຮ້ອງ​ເພງ​ສວດ. ແລ້ວ​ພວກ​ເພິ່ນ​ໄດ້​ຍິນ​ສຽງ​ປືນ, ແລະ ພາຍ​ໃນ​ສອງ​ສາມ​ນາ​ທີ ຊີ​ວິດ​ທີ່​ເປັນ​ມະ​ຕະ​ຂອງ​ໂຈເຊັບ ສະມິດ ແລະ ໄຮຣຳ ອ້າຍ​ຂອງ​ເພິ່ນ​ກໍ​ໄດ້​ສິ້ນ​ສຸດ​ລົງ.

ແລະ ມັນ​ກໍ​ບໍ່​ໄດ້​ເປັນ​ທີ່​ສິ້ນ​ສຸດ​ຂອງ​ອຸ​ດົມ​ການ​ແຫ່ງ​ສະ​ຫວັນ​ທີ່​ພວກ​ເພິ່ນ​ໄດ້​ຮັບ​ເອົາ. ແລະ ມັນ​ກໍ​ບໍ່​ໄດ້​ເປັນ​ທີ່​ສິ້ນ​ສຸດ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ມັນ​ມີ​ວຽກ​ງານ​ຕື່ມ​ອີກ​ທີ່​ຕ້ອງ​ເຮັດ ແລະ ມີ​ການ​ເປີດ​ເຜີຍ​ຕື່ມ​ອີກ​ທີ່​ຈະ​ນຳ​ພາ​ສາດ​ສະ​ໜາ​ຈັກ​ໄປ​ຂ້າງ​ໜ້າ. ການ​ຂ້າ​ສາດ​ສະດາບໍ່​ສາ​ມາດ​ຂ້າ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ໄດ້.

ເບິ່ງ Saints, 1:521–52.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135; 136:37–39

ໂຈເຊັບ ແລະ ໄຮຣຳ ສະມິດ ໄດ້​ຜະ​ນຶກ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ດ້ວຍ​ເລືອດ​ຂອງ​ພວກ​ເພິ່ນ.

ໃຫ້​ວາດ​ພາບ​ເບິ່ງວິ​ທີ​ທີ່​ທ່ານ​ອາດ​ຮູ້​ສຶກ ຖ້າ​ຫາກວ່າ​ທ່ານ​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ເມືອງ​ນາ​ວູ ຕອນ​ທີ່​ໂຈເຊັບ ແລະ ໄຮຣຳ ສະມິດ ໄດ້​ຖືກ​ຂ້າ ວ່າ​ຊິ​ເປັນ​ແນວ​ໃດ (ເບິ່ງ Saints, 1:554–55). ທ່ານ​ຈະ​ພະ​ຍາ​ຍາມ​ເຂົ້າ​ໃຈ​ເຫດ​ການ​ທີ່​ໜ້າ​ເສົ້າ​ສະ​ຫລົດ​ໃຈ​ນີ້​ແນວ​ໃດ? ຄຳສອນ ແລະ ພັນ​ທະ​ສັນ​ຍາ 135, ທີ່ຖືກ​ຈັດ​ພິມ​ເປັນ​ເທື່ອ​ທຳ​ອິດ ພາຍ​ໃນ​ສອງ​ສາມ​ເດືອນ​ຫລັງ​ຈາກ​ການ​ຂ້າເລື່ອງ​ສາດ​ສະ​ໜາ, ອາດ​ຊ່ວຍ​ໃນ​ເລື່ອງນີ້​ໄດ້. ທ່ານ​ສາ​ມາດ​ໝາຍ​ຂໍ້​ຄວາມ ແລະ ສຳ​ນວນ​ທີ່​ຈະ​ໃຫ້​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ໝັ້ນ​ໃຈ​ແກ່​ທ່ານ. ທ່ານ​ຈະ​ເວົ້າ​ແນວ​ໃດ​ກັບ​ບາງ​ຄົນ​ທີ່​ຖາມ​ວ່າ, “ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ສາດ​ສະ​ດາ​ຂອງ​ພຣະ​ອົງ​ຖືກ​ຂ້າ?”

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5:21–22; 6:29–30; “Remembering the Martyrdom,” Revelations in Context, 299–306; Teachings of Presidents of the Church: Joseph Smith, 522–23, 529–40; M. Russell Ballard, “Shall We Not Go On in So Great a Cause?Ensign ຫລື Liahona, May 2020, 8-11) ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:3

ໂຈເຊັບ ສະມິດ ໄດ້​ເຮັດ​ເພື່ອ​ຄວາມ​ລອດ​ຂອງ​ມະ​ນຸດ​ໃນ​ໂລກ​ນີ້​ຫລາຍ​ກວ່າ​ຄົນ​ອື່ນ, ຍົກ​ເວັ້ນ​ແຕ່​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ.

ໃຫ້​ຄິດ​ກ່ຽວ​ກັບ​ພອນ​ທີ່​ມາ​ສູ່​ທ່ານ ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ມີ​ຈັກ​ຢ່າງ​ທີ່​ເປັນ​ເພາະ​ຜົນ​ຂອງ​ການ​ສຳ​ເລັດ​ພາ​ລະ​ກິດ​ໂດຍ​ສາດ​ສະ​ດາ​ໂຈເຊັບ ສະມິດ? ຄຳສອນ ແລະ ພັນ​ທະ​ສັນ​ຍາ 135:3 ບອກ​ບາງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ໂຈເຊັບ ສະມິດ ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ພາຍ​ໃນ 24 ປີ ຫລັງ​ຈາກ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ. ສິ່ງ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ທ່ານ ແລະ ຕໍ່​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ສາດ​ສະ​ດາໂຈເຊັບ ສະມິດ. ແມ່ນ​ໃຜ​ທີ່​ຄວນ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 136

ພຣະ​ຜູ້​ເປັນ​ເຈົ້າມອບຄຳ​ແນະ​ນຳ​ໃຫ້​ແກ່​ເຮົາ ສຳລັບ “ການ​ເດີນ​ທາງ” ໃນ​ຊີ​ວິດ​ຂອງ​ເຮົາ.

ຫລັງ​ຈາກ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ເມືອງ​ນາ​ວູ​ແລ້ວ, ໄພ່​ພົນ​ໄດ້​ປະ​ເຊີນ​ກັບ​ການ​ເດີນ​ທາງ​ອັນ​ຍາວ​ໄກ ໄປ​ຫາ​ຮ່ອມ​ພູ​ເຊົາເລັກ, ແລະ ສອງ​ສາມ​ຮ້ອຍ​ກິ​ໂລ​ແມັດ​ທຳ​ອິດ ແມ່ນ​ຊ້າ ແລະ ລຳ​ບາກ​ຫລາຍ. ບຣິກຳ ຢັງ, ຜູ້​ເວ​ລານັ້ນ ໄດ້​ນຳ​ພາ​ສ​າດ​ສະ​ໜາ​ຈັກ ໃນ​ຖາ​ນະ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ມີ​ຄວາມ​ເປັນ​ຫ່ວງວ່າ​ໄພ່​ພົນ​ຈະ​ເດີນ​ທາງ​ໄປ​ເຖິງ​ຈຸດ​ໝາຍ​ໄດ້​ແນວ​ໃດ. ເພິ່ນ​ໄດ້​ຕັ້ງ​ທີ່​ພັກ​ເຊົາ​ຊົ່ວ​ຄາວ ເອີ້ນ​ວ່າ ວິນເຕີ​ຄວດເຕີສ໌ ແລະ ໄດ້​ທູນ​ຂໍ​ການ​ຊີ້​ນຳ. ໃນ​ການ​ຕອບ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ແກ່​ເພິ່ນ, ເວ​ລານີ້ແມ່ນ ພາກທີ 136. ໃນ​ບັນ​ດາ​ສິ່ງ​ອື່ນໆ, ການ​ເປີດ​ເຜີຍນີ້​ໄດ້​ເຕືອນ​ໄພ່​ພົນ​ວ່າ “ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ກໍ​ສຳ​ຄັນ​ເທົ່າໆ​ກັບ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຂົາ​ເຈົ້າ” ແລະ “​ໄດ້ຊ່ວຍໃນ​ການ​ອົບ​ພະ​ຍົບ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ ດ້ວຍ​ຄວາມ​ຈຳ​ເປັນ​ທີ່​ໂຊກ​ຮ້າຍ ໄປ​ຫາ​ການ​ແບ່ງ​ປັນ​ປະ​ສົບ​ການ​ທາງວິນ​ຍານ​ທີ່​ສຳ​ຄັນ” (“This Shall Be Our Covenant,” Revelations in Context, 308).

ໃຫ້​ເກັບ​​ສະ​ພາບ​ການນີ້​ໄວ້​ໃນ​ໃຈ​ຂະ​ນະ​ທີ່​ທ່ານ​ສຶກ​ສາ ພາກທີ 136. ຄຳ​ແນະ​ນຳ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ ທີ່​ສາ​ມາດ​ຊ່ວຍ​ປ່ຽນ​ການ​ທົດ​ລອງ​ອັນ​ຫຍຸ້ງ​ຍາກ​ໃນ​ຊີ​ວິດ​ຂອງ​ທ່ານ​ໃຫ້ “ເປັນ​ປະ​ສົບ​ການ​ທາງວິນ​ຍານ … ທີ່​ສຳ​ຄັນ”? ທ່ານ​ອາດ​ໄຕ່​ຕອງ​ນຳ​ອີກ​ເຖິງວິ​ທີ​ທີ່​ຄຳ​ແນະ​ນຳ​ສາ​ມາດ​ຊ່ວຍ​ທ່ານ​ບັນ​ລຸ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ​ເອງ​ແນວ​ໃດ, ດັ່ງ​ທີ່​ມັນ​ໄດ້​ຊ່ວຍ​ເຫລືອ​ໄພ່​ພົນ​ລຸ້ນ​ທຳ​ອິດ​ໃຫ້​ຕັດ​ສິນ​ໃຈ​ເດີນ​ທາງ​ດ້ວຍ​ຄວາມ​ລຳ​ບາກ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ​ນັ້ນ.

ເບິ່ງ “This Shall Be Our Covenant,” Revelations in Context, 307–14; Church History Topics, “Succession of Church Leadership,” ChurchofJesusChrist.org/study/history/topics ນຳ​ອີກ.

ຮູບ​ພາບ
ວິນເຕີ​ຄວດເຕີສ໌

WinterQuarters [ວິນເຕີ​ຄວດເຕີສ໌], ໂດຍ ກະເຣກ ອໍເຊັນ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:1, 3.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ທີ່​ວ່າ​ໂຈເຊັບ ສະມິດ “ໄດ້​ຜະ​ນຶກ​ພາ​ລະ​ກິດ​ຂອງ​ເພິ່ນ ແລະ ວຽກ​ງານ​ຂອງ​ເພິ່ນ​ດ້ວຍ​ເລືອດ​ຂອງ​ເພິ່ນ​ເອງ,” ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ວິດີໂອ “Testimony of the Book of Mormon” (ChurchofJesusChrist.org; ເບິ່ງ Jeffrey R. Holland, “Safety for the Soul,” Ensign ຫລື Liahona, Nov. 2009, 88–90) ນຳ​ອີກ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ເຮົາ​ກ່ຽວ​ກັບ​ຂໍ້​ເຫລົ່າ​ນີ້? ເຮົາ​ຈະ​ເປັນ​ຄົນ​ທີ່​ຊື່​ສັດ​ຫລາຍກວ່າ​ເກົ່າ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໄດ້​ແນວ​ໃດ, ແມ່ນ​ແຕ່​ຖ້າ​ຫາກ​ເຮົາ​ບໍ່​ໄດ້​ຖືກ​ຂໍ​ຮ້ອງ​ໃຫ້​ສະ​ລະ​ຊີ​ວິດ​ຂອງ​ເຮົາ​ເພື່ອ​ພາ​ລະ​ກິດ ແລະ ວຽກ​ງານ​ເຫລົ່ານັ້ນ​ກໍ​ຕາມ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:3.ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຖ້ອຍ​ຄຳ​ທີ່ວ່າ​ໂຈເຊັບ ສະມິດ ໄດ້ “ເຮັດ​ເພື່ອ​ຄວາມ​ລອດ​ຂອງ​ມະ​ນຸດ​ໃນ​ໂລກນີ້​ຫລາຍກວ່າ​ຄົນ​ອື່ນ, ຍົກ​ເວັ້ນ​ແຕ່​ພຣະ​ເຢ​ຊູເທົ່າ​ນັ້ນ,” ໃຫ້​ຄິດ​ທີ່​ຈະ​ທົບ​ທວນ​ສິ່ງ​ທີ່​ຄອບ​ຄົວ​ຂອງ​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ໂຈເຊັບ ສະມິດ ໃນ​ປີນີ້. ທ່ານ​ສາ​ມາດ​ໃຊ້​ຮູບ​ຈາກ​ແຫລ່ງນີ້​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຈື່​ຈຳ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້ ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ເລື່ອງ​ເລົ່າ ຫລື ຄຳ​ສອນ​ທີ່​ເຂົາ​ເຈົ້າ​ມັກ. ເປັນ​ຫຍັງ​ເຮົາ​ຈຶ່ງ​ກະ​ຕັນ​ຍູ​ສຳ​ລັບ​ສາດ​ສະ​ດາ​ໂຈເຊັບ ສະມິດ ແລະ ສຳ​ລັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ລຸ​ຜ່ານ​ທາງ​ເພິ່ນ? ພວກ​ທ່ານ​ສາ​ມາດ​ເບິ່ງວິ​ດີ​ໂອ “Joseph Smith: The Prophet of the Restoration” (ChurchofJesusChrist.org).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 136.ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ ພາກທີ 136, ໄພ່​ພົນ​ຕ້ອງໄດ້​ເດີນ​ທາງ​ອັນ​ຍາວ​ໄກ​ທີ່​ລຳ​ບາກ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ບຣິກຳ ຢັງ (ເບິ່ງ ບົດທີ 5860, ແລະ 62 ໃນ ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, 206–8, 211–16, 222–24). ຂະ​ນະ​ທີ່​ທ່ານ​ອ່ານ ພາກທີ 136 ນຳ​ກັນ, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ຫຍຸ້ງ​ຍາກ​ທີ່​ຄອບ​ຄົວ​ຂອງ​ທ່ານ​ເຄີຍ​ປະ​ເຊີນ. ຄຳ​ແນະ​ນຳ​ຢ່າງ​ໃດ​ແດ່​ທີ່​ເຮົາ​ພົບ​ເຫັນ​ຢູ່​ໃນ​ການ​ເປີດ​ເຜີຍນີ້ ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ເຖິງ​ຄວາມ​ຊ່ວຍ​ເຫລືອ ແລະ ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 136:4.ຄຳ​ວ່າ “ດຳ​ເນີນ​ຊີ​ວິດ​ຕາມ​ພິ​ທີ​ການ​ທັງ​ປວງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? ພິ​ທີ​ການ​ທີ່​ເຮົາ​ໄດ້​ຮັບ​ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ສັນ​ເສີນ​ບຸ​ລຸດ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 54.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ປະທານ​ເອັມ ຣະໂຊ ບາເລີດ ໄດ້​ສິດ​ສອນ​ວ່າ, “ພຣະ​ກິດ​ຕິ​ຄຸນນີ້​ເປັນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຮັກ—ຄວາມ​ຮັກ​ສຳ​ລັບ​ພຣະ​ເຈົ້າ ແລະ ຄວາມ​ຮັກ​ສຳ​ລັບ​ກັນ​ແລະ​ກັນ” (“God’s Love for His Children,” Ensign, May 1988, 59). ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ, ໃຫ້​ຄິດ​ທີ່​ຈະ​ໝາຍ​ເຫດ ຫລື ໝາຍ​ຫລັກ​ຖານ​ຂອງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄວ້.

ຮູບ​ພາບ
ກຸ່ມ​ອັນ​ຕະ​ພານ​ຢູ່​ໃນ​ຄຸກ​ຄາດເທດ​ກຳ​ລັງ​ໂຈມ​ຕີ​ໂຈເຊັບ ສະມິດ ແລະ ຄົນ​ອື່ນໆ

Greater Love Hath No Man [ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ຍິ່ງໃຫຍ່​ກວ່າ​ນີ້], ໂດຍ ເຄຊີ ຈາຍສ໌

ພິມ