ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 29 ເດືອນ​ພະຈິກ–ວັນທີ 5 ເດືອນ​ທັນວາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137–138: “ພາບ​ນິ​ມິດ​ກ່ຽວ​ກັບ​ການ​ໄຖ່​ຄົນ​ຕາຍ”


“ວັນທີ 29 ເດືອນ​ພະຈິກ–ວັນທີ 5 ເດືອນ​ທັນວາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137–138: ‘ພາບ​ນິ​ມິດ​ກ່ຽວ​ກັບ​ການ​ໄຖ່​ຄົນ​ຕາຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 29 ເດືອນ​ພະຈິກ–ວັນທີ 5 ເດືອນ​ທັນວາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137–138,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຜູ້​ຄົນ​ຢູ່​ໃນ​ໂລກວິນ​ຍານ

ໂຈເຊັບ​ເຫັນ​ພໍ່, ແມ່, ແລະ ອ້າຍ​ຂອງ​ເພິ່ນ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ (Joseph Smith’s Vision of the Celestial Kingdom [ພາບ​ນິ​ມິດ​ຂອງ​ໂຈເຊັບ ສະມິດ ກ່ຽວ​ກັບ​ອາ​ນາ​ຈັກ​ຊັ້ນ​ສູງ], ຣໍເບີດ ແບແຣັດ).

ວັນທີ 29 ເດືອນ​ພະຈິກ–ວັນທີ 5 ເດືອນ​ທັນວາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137–138

“ພາບ​ນິ​ມິດ​ກ່ຽວ​ກັບ​ການ​ໄຖ່​ຄົນ​ຕາຍ”

ປະ​ທານ​ເອັມ ຣະໂຊ ບາເລີດ ໄດ້​ສິດ​ສອນ​ວ່າ: “ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ອ່ານ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138] ຢ່າງ​ລະ​ອຽດ ແລະ ຮອບ​ຄອບ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ອວຍ​ພອນ​ທ່ານ ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ ແລະ ຮູ້​ບຸນ​ຄຸນ​ຕໍ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຕໍ່​ແຜນ​ແຫ່ງ​ຄວາມ​ລອດ ແລະ ​ແຜນ​ແຫ່ງຄວາມ​ສຸກ​ຂອງ​ພຣະ​ອົງ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ” (“The Vision of the Redemption of the Dead,” Ensign ຫລື Liahona, Nov. 2018, 73).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ການ​ເປີດ​ເຜີຍ​ທີ່​ບັນ​ທຶກ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137 ແລະ 138 ໄດ້​ຖືກ​ແຍກ​ຈາກ​ກັນ​ຫລາຍກວ່າ 80 ປີ ແລະ ເປັນ​ໄລ​ຍະ​ທາງ 1,500 ໄມ (2,400 ກິ​ໂລ​ແມັດ). ພາກທີ 137 ໄດ້​ຮັບ​ໂດຍ​ສາດ​ສະ​ດາ​ໂຈເຊັບ ສະມິດ ໃນ​ປີ 1836 ​ຢູ່​ໃນ​ພຣະ​ວິ​ຫານ​ເຄີດແລນ​ທີ່​ຍັງ​ສ້າງບໍ່​ທັນ​ສຳ​ເລັດ, ແລະ ພາກທີ 138 ໄດ້​ຮັບ​ໂດຍ​ໂຈເຊັບ ແອັຟ ສະມິດ, ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ທີ​ຫົກ, ໃນ​ປີ 1918 ຢູ່​ໃນ​ເມືອງ​ເຊົາ​ເລັກ. ແຕ່​ໂດຍ​ທາງ​ຄຳ​ສອນ​ແລ້ວ, ພາບ​ນິ​ມິດ​ທັງ​ສອງນີ້​ແມ່ນ​ຄຽງ​ຄູ່​ກັນ​ໄປ. ທັງ​ສອງ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ໜ້າ. ແລະ ທັງ​ສອງ​ມີ​ຄວາມ​ໝາຍ​ທີ່​ເລິກ​ຊຶ້ງ​ເມື່ອ​ເຮົາ​ພິ​ຈາ​ລະ​ນາ​ປະ​ສົບ​ການ​ໃນ​ຊີ​ວິດ​ຂອງ​ສາດ​ສະ​ດາ​ຜູ້​ໄດ້​ຮັບ​ພາບ​ນິ​ມິດ.

ພາບ​ນິ​ມິດ​ຂອງ​ໂຈເຊັບ ສະມິດ ໄດ້​ຊ່ວຍ​ເພິ່ນ​ໃຫ້​ເຂົ້າ​ໃຈ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ອາລ໌ວິນ​ອ້າຍ​ຂອງ​ເພິ່ນ, ຜູ້​ໄດ້​ເສຍ​ຊີ​ວິດ ຫົກ​ປີ​ກ່ອນ​ສິດ​ອຳ​ນາດ​ທີ່​ຈະ​ໃຫ້​ບັບ​ຕິ​ສະ​ມາ​ໄດ້​ຖືກ​ຟື້ນ​ຟູ. ຄຳ​ຖາມ​ເລື່ອງ​ຄວາມ​ລອດ​ນິ​ລັນ​ດອນ​ຂອງ​ອາລ໌ວິນ​ໄດ້ວົນ​ວຽນ​ຢູ່​ໃນ​ໃຈ​ຂອງ​ໂຈເຊັບ​ນັບ​ແຕ່ນັ້ນ​ມາ. ພາບ​ນິ​ມິດ​ຂອງ​ໂຈເຊັບ ແອັຟ ສະມິດ ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ທີ່​ສະ​ຫງ່າ​ລາ​ສີ​ກ່ຽວ​ກັບ​ໂລກວິນ​ຍານ—ເປັນ​ການ​ເປີດ​ເຜີຍ​ທີ່​ປອບ​ໂຍນ​ແທ້ໆ ຕໍ່​ຜູ້​ທີ່​ໂສກ​ເສົ້າ​ກັບ​ການ​ຕາຍ​ຂອງສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ໃກ້​ຊິດ. ໂຈເຊັບ ແອັຟ ສະມິດ, ໄດ້​ສູນ​ເສຍ ໄຮຣຳ ສະມິດ ພໍ່​ຂອງ​ເພິ່ນ​ໄປ, ຕອນ​ເພິ່ນ​ມີ​ອາ​ຍຸ​ໄດ້ 5 ປີ ແລະ ໄດ້ສູນ​ເສຍ​ແມ່​ຂອງ​ເພິ່ນ, ແມຣີ ຟຽວດິງ ສະມິດ, ຕອນ​ເພິ່ນ​ມີ​ອາ​ຍຸ​ໄດ້ 13 ປີ. ຕອນ​ເພິ່ນ​ໄດ້​ຮັບ​ພາບ​ນິ​ມິດ​ໃນ​ປີ 1918, ເພິ່ນ​ໄດ້​ໂສກ​ເສົ້າ​ກັບ​ການ​ຕາຍ​ຂອງ​ລູກ​ເພິ່ນ​ 13 ຄົນ.

ຫລາຍ​ຄຳ​ຖາມ​ທີ່​ຜູ້​ຄົນ​ມີ​ກ່ຽວ​ກັບ​ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ ໄດ້​ຖືກ​ຕອບ​ຢູ່​ໃນ​ການ​ເປີດ​ເຜີຍ​ເຫລົ່າ​ນີ້. ພາກທີ 137 ໃຫ້​ຄວາມ​ຮູ້ ແລະ ຄຳ​ຖາມ​ທຳ​ອິດ​ກ່ຽວ​ກັບ​ເລື່ອງນີ້, ແລະ ພາກທີ 138 ເປີດ​ຜ້າ​ມ່ານ​ອອກ​ກວ້າງ​ກວ່າ​ເກົ່າ. ທັງ​ສອງ, ໄດ້​ເປັນ​ພະ​ຍານ​ເຖິງ “ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ທີ່​ພຣະ​ບິດາ ແລະ ພຣະ​ບຸດ​ໄດ້​ສະແດງ​ໃຫ້​ປະຈັກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:3).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137

ແມ່ນ​ແຕ່​ຈິດ​ວິນ​ຍານ​ຈະ​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ເລືອກ​ເອົາ​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ.

ຄວາມ​ເຂົ້າ​ໃຈ​ທົ່ວ​ໄປ​ໃນ​ບັນ​ດາ​ຊາວ​ຄຣິດ ໃນ​ປີ 1836 ແມ່ນ​ວ່າ ຖ້າ​ຫາກ​ບຸກ​ຄົນ​ໃດ​ໜຶ່ງ​ຕາຍ​ໄປ​ປາດ​ສະ​ຈາກ​ການ​ບັບ​ຕິ​ສະ​ມາ—ຄື​ກັນ​ກັບ​ອາລ໌ວິນ ອ້າຍ​ຂອງ​ໂຈເຊັບ ສະມິດ—ບຸກ​ຄົນ​ນັ້ນ​ບໍ່​ສາ​ມາດ​ໄປ​ສະ​ຫວັນ. ແຕ່​ໂຈເຊັບ​ໄດ້​ເຫັນ​ອາລ໌ວິນ​ຢູ່​ໃນ​ພາບ​ນິ​ມິດ​ກ່ຽວ​ກັບ​ອາ​ນາ​ຈັກ​ຊັ້ນ​ສູງ. ຂະ​ນະ​ທີ່​ທ່ານ​ອ່ານ ພາກທີ 137, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ແຜນ​ແຫ່ງ​ຄວາມ​ລອດ, ແລະ ອາ​ນາ​ຈັກ​ຊັ້ນ​ສູງ.

ເບິ່ງ Saints, 1:232–35 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:1–11, 25–30

ການ​ອ່ານ ແລະ ການ​ໄຕ່​ຕອງ​ພຣະ​ຄຳ​ພີ ກະ​ກຽມ​ເຮົາ​ໃຫ້​ຮັບ​ເອົາ​ການ​ເປີດ​ເຜີຍ.

ບາງ​ເທື່ອ​ການ​ເປີດ​ເຜີຍ​ເກີດ​ຂຶ້ນ​ແມ່ນ​ແຕ່ເມື່ອ​ເຮົາ​ບໍ່​ໄດ້​ສະ​ແຫວງ​ຫາ​ມັນ. ແຕ່​ສ່ວນ​ຫລາຍ, ມັນ​ເກີດ​ຂຶ້ນ​ເພາະ​ເຮົາ​ສະ​ແຫວງ​ຫາ ແລະ ກະ​ກຽມ​ສຳ​ລັບ​ມັນ​ຢ່າງ​ພາກ​ພຽນ. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:1–11, 25–30, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ປະ​ທານ​ໂຈເຊັບ ແອັຟ ສະມິດ ໄດ້​ເຮັດ​ເມື່ອ “ຕາ​ແຫ່ງ​ຄວາມ​ເຂົ້າ​ໃຈ [ຂອງ​ເພິ່ນ] ໄດ້​ເປີດ” ຕໍ່​ຄວາມ​ເຂົ້າ​ໃຈ​ພາ​ລະ​ກິດ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍກວ່າ​ເກົ່າ. ແລ້ວ​ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ປະ​ທານ​ສະມິດ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ປ່ຽນ​ແປງ​ສິ່ງ​ໃດ​ກັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ ເພື່ອ​ຈະ​ໄດ້ “ໄຕ່​ຕອງ​ຂໍ້​ພຣະ​ຄຳ​ພີ” ຫລາຍກວ່າ​ເກົ່າ ແລະ ເພື່ອ​ຈະ​ໄດ້ “ຄຳ​ນຶງ​ເຖິງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນ​ຍິ່ງ​ໃຫຍ່ [ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ]” ຫລາຍກວ່າ​ເກົ່າ? (ຂໍ້ທີ 1–2).

ໃນ​ຂ່າວ​ສານນີ້ “The Vision of the Redemption of the Dead” (Ensign ຫລື Liahona, Nov. 2018, 71–74), ປະ​ທານ​ເອັມ ຣະໂຊ ບາເລີດ ໄດ້​ແນະ​ນຳ​ວິ​ທີ​ອື່ນ ຊຶ່ງ​ໃນ​ວິ​ທີນັ້ນ​ປະ​ທານ​ສະມິດ ໄດ້​ກະ​ກຽມ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍນີ້. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ໄດ້​ກະ​ກຽມ​ສຳ​ລັບ​ປະ​ສົບ​ການ​ທີ່​ທ່ານ​ກຳ​ລັງ​ມີ​ຢູ່ ແລະ ຈະ​ມີ​ໃນ​ອະ​ນາ​ຄົດ​ແນວ​ໃດ.

ເບິ່ງ ວິ​ດີ​ໂອ “Ministry of Joseph F. Smith: A Vision of the Redemption of the Dead,” ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຮູບ​ ໂຈເຊັບ ແອັຟ ສະມິດ

Joseph F. Smith [ໂຈເຊັບ ແອັຟ ສະມິດ], ໂດຍ ອາລ໌ເບີດ ອີ ຊາລ໌​ບະເຣັນ​ເນີ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:25–60

ວຽກ​ງານ​ແຫ່ງ​ຄວາມ​ລອດ​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ທັງ​ສອງ​ຟາກ​ມ່ານ.

ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ສິດ​ສອນ​ວ່າ, “ຂ່າວ​ສານ​ຂອງ​ພວກ​ເຮົາ​ຕໍ່​ໂລກ​ແມ່ນ​ລຽບ​ງ່າຍ ແລະ ຈິງ​ໃຈ ທີ່​ວ່າ: ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ທັງສອງ​ຟາກ​ມ່ານ ໃຫ້ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຮັບ​ເອົາ​ພອນ​ຂອງ​ພຣະ​ວິ​ຫານ​ທີ່​ສັກ​ສິດ, ມີ​ຄວາມ​ສຸກ​ທີ່​ຍືນ​ຍາວ, ແລະ ເໝາະ​ສົມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ” (“Let Us All Press On,” Ensign ຫລື Liahona, May 2018, 118–19). ໃຫ້​ໄຕ່​ຕອງ​ຂໍ້​ຄວາມນີ້ ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:25–60. ທ່ານ​ກໍ​ສາ​ມາດ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ຄື​ກັນ:

  • ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ວິ​ທີ​ທີ່​ວຽກ​ງານ​ແຫ່ງ​ຄວາມ​ລອດ​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ໂລກວິນ​ຍານ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ທ່ານ​ທີ່​ຈະ​ຮູ້​ວ່າ ວຽກ​ງານນີ້​ກຳ​ລັງ​ເກີດ​ຂຶ້ນ​ຢູ່? ຂໍ້​ເຫລົ່າ​ນີ້​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ສັດ​ທາ​ຂອງ​ທ່ານ​ແນວ​ໃດ ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

  • ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ທີ່​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ຢູ່​ໃນ​ໂລກວິນ​ຍານ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ເຂົ້າ​ໃຈ​ວ່າ ວຽກ​ງານ​ແຫ່ງ​ຄວາມ​ລອດ​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ທັງ​ສອງ​ຟາກ​ມ່ານ?

ເບິ່ງ Dallin H. Oaks, “Trust in the Lord,” Ensign ຫລື Liahona, Nov. 2019, 26–29; “Susa Young Gates and the Vision of the Redemption of the Dead,” Revelations in Context, 315–22.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:1–5.ເຊື້ອ​ເຊີນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ແຕ້ມຮູບ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຄິດ​ວ່າ​ອາ​ນາ​ຈັກ​ຊັ້ນ​ສູງ​ອາດ​ເປັນ​ແບບ​ໃດ ອີງ​ຕາມ​ຂໍ້​ເຫລົ່າ​ນີ້. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ຊ່ວຍ​ທ່ານ​ໃຫ້​ຫວັງ​ວ່າ​ທ່ານ​ຈະ​ໄດ້​ຢູ່​ໃນ​ທີ່ນັ້ນ? ເຮົາ​ເຮັດ​ຫຍັງ​ແດ່​ໃນ​ເວ​ລານີ້ ເພື່ອ​ກະ​ກຽມ​ທີ່​ຈະຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:5–10.ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ວ່າ​ໂຈເຊັບ ສະມິດ ຮູ້​ສຶກ​ແນວ​ໃດ​ເມື່ອ​ເພິ່ນ​ເຫັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ຢູ່​ນຳ​ກັນ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເບິ່ງວິ​ດີ​ໂອ “Ministry of Joseph Smith: Temples” (ChurchofJesusChrist.org). ບາງ​ທີ​ພວກ​ທ່ານ​ກໍ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ບາງ​ຄົນ​ທີ່​ພວກ​ທ່ານ​ຮູ້​ຈັກ ທີ່​ໄດ້​ເສຍ​ຊີ​ວິດ​ປາດ​ສະ​ຈາກ​ໂອ​ກາດ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:5–10 ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ບຸກ​ຄົນ​ນັ້ນ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:12–24.ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:12–24 ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ຄົນ​ທີ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໄປ​ຢ້ຽມ​ຢາມ​ຢູ່​ໃນ​ໂລກວິນ​ຍານ? ພອນ​ຢ່າງ​ໃດ​ແດ່​ທີ່​ເຂົາ​ເຈົ້າ​ໄດ້​ຮັບ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:38–55.ຂໍ້​ເຫລົ່າ​ນີ້​ບັນ​ຍາຍ​ເຖິງ​ຜູ້​ທີ່​ປະ​ທານ​ໂຈເຊັບ ແອັຟ ສະມິດ ໄດ້​ເຫັນ​ຢູ່​ໃນ​ໂລກວິນ​ຍານ ແລະ ຂໍ້​ມູນ​ເລັກ​ນ້ອຍ​ກ່ຽວ​ກັບ​ເຂົາ​ເຈົ້າ. ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຂຽນ​ລາຍ​ຊື່​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ ຜູ້​ຢູ່​ໃນ​ໂລກວິນ​ຍານ, ພ້ອມ​ທັງ​ຂໍ້​ມູນ​ກ່ຽວ​ກັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ອະ​ທິ​ຖານ​ຄອບ​ຄົວ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ການ​ໄຕ່​ຕອງ​ພຣະ​ຄຳ​ພີ. ປະທານ​ເດວິດ ໂອ ມິກເຄ ໄດ້ເອີ້ນ​ການ​ນັ່ງ​ສະ​ມາ​ທິ​ວ່າ​ເປັນ “ໜຶ່ງ​ໃນ … ປະ​ຕູ​ທີ່​ສັກ​ສິດ​ທີ່​ສຸດ ຊຶ່ງ​ຜ່ານ​ປະ​ຕູນັ້ນ​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (Teachings of Presidents of the Church: David O. McKay [2003], 32).

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ຢູ່​ໃນ​ໂລກວິນ​ຍານ

The Commissioned [ການມອບ​ໝາຍ], ໂດຍ ແຮໂຣນ ໄອ ຮອບຄິນສັນ. ພຣະ​ເຢ​ຊູ​ຄຣິດ​ໄດ້​ມອບ​ໝາຍ​ວິນ​ຍານ​ທີ່​ຊອບ​ທຳ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ໂລກວິນ​ຍານ.

ພິມ