ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 6–12 ເດືອນ​ທັນວາ. ຫລັກ​ແຫ່ງ​ຄວາມ​ເຊື່ອ ແລະ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2: “ພວກ​ເຮົາ​ເຊື່ອ”


“ວັນທີ 6–12 ເດືອນ​ທັນວາ. ຫລັກ​ແຫ່ງ​ຄວາມ​ເຊື່ອ ແລະ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2: ‘ພວກ​ເຮົາ​ເຊື່ອ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 6–12 ເດືອນ​ທັນວາ. ຫລັກ​ແຫ່ງ​ຄວາມ​ເຊື່ອ ແລະ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021

ຮູບ​ພາບ
ຜ້າ​ຫົ່ມ​ສະ​ແດງ​ມື​​ຫລາຍ​ສີ

To All Worthy Male Members [ຕໍ່​ສະ​ມາ​ຊິກ​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ທຸກ​ຄົນ], ໂດຍ ເອມມາ ອາລີເບສ

ວັນທີ 6–12 ເດືອນ​ທັນວາ

ຫລັກ​ແຫ່ງ​ຄວາມ​ເຊື່ອ ແລະ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2

“ພວກ​ເຮົາ​ເຊື່ອ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ ຫລັກ​ແຫ່ງ​ຄວາມ​ເຊື່ອ ແລະ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2, ໃຫ້​ພິ​ຈາ​ລະ​ນາ​ຜົນ​ກະ​ທົບ​ຂອງ​ມັນ​ຕໍ່​ສາດ​ສະ​ໜາ​ຈັກ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ສອງ​ຢ່າງນີ້​ສິດ​ສອນ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພາຍ​ໃນ 200 ປີ ນັບ​ແຕ່​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ​ຂອງ​ໂຈເຊັບ ສະມິດ, ພຣະ​ເຈົ້າ​ໄດ້​ສືບ​ຕໍ່​ມອບ “ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ, ຄວາມ​ຮູ້​ຕື່ມ​ໃສ່​ຄວາມ​ຮູ້” ໃຫ້​ແກ່​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61). ໃນ​ບາງ​ກໍ​ລະ​ນີ, ການ​ເປີດ​ເຜີຍນັ້ນ​ໄດ້​ແນະ​ນຳ​ໃຫ້​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ປ່ຽນ​ແປງ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ, “ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ, ເໝາະ​ສົມ​ຕໍ່​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ຕາມ​ສະ​ພາບ​ຂອງ​ລູກ​ຫລານ​ມະ​ນຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:15). ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2 ເປັນ​ຕົວ​ແທນ​ໃຫ້​ແກ່​ການ​ເປີດ​ເຜີຍ​ເຊັ່ນ​ນີ້—ຢ່າງ​ໜຶ່ງ​ໄດ້​ພາ​ໄປ​ສູ່​ການ​ເລີກ​ລົ້ມ​ການ​ແຕ່ງ​ເມຍ​ຫລາຍ​ຄົນ, ແລະ ອີກ​ຢ່າງ​ໜຶ່ງ​ໄດ້​ເປັນ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ລວມ​ທັງ​ພອນ​ຂອງ​ພຣະ​ວິ​ຫານ, ມີ​ໃຫ້​ຜູ້​ຄົນ​ທຸກ​ຊົນ​ຊາດ​ຊົນ​ເຜົ່າ. ການ​ປ່ຽນ​ແປງ​ເຊັ່ນ​ນີ້​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ສິ່ງ​ທີ່​ໝາຍ​ຄວາມ​ວ່າ “ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:30), ພ້ອມ​ດ້ວຍ​ສາດ​ສະ​ດາ​ທີ່​ແທ້​ຈິງ ແລະ ມີ​ຊີ​ວິດ​ຢູ່.

ແຕ່​ກໍ​ມີ​ບາງ​ສິ່ງ​ທີ່ບໍ່​ປ່ຽນ​ແປງ—ພື້ນ​ຖານ, ຄວາມ​ຈິງ​ນິ​ລັນ​ດອນ. ແລະ ບາງ​ເທື່ອ​ຈຸດ​ປະ​ສົງ​ຂອງ​ການ​ເປີດ​ເຜີຍ​ແມ່ນ​ເພື່ອ​ໃຫ້​ຄວາມ​ສະ​ຫວ່າງ​ເພີ່ມ​ເຕີມ ເລື່ອງ​ຄວາມ​ຈິງ, ຊ່ວຍ​ເຮົາ​ໃຫ້​ເຫັນ​ມັນ​ຢ່າງ​ແຈ່ມ​ແຈ້ງກວ່າ​ເກົ່າ. ຫລັກ​ແຫ່ງ​ຄວາມ​ເຊື່ອ—ໂຈເຊັບ ສະມິດ ໄດ້​ໃຫ້​ຄຳ​ຊີ້​ແຈງ​ສັ້ນໆ 13 ຂໍ້ ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ—ເບິ່ງ​ຄືວ່າ​ໄດ້​ຕອບ​ສະ​ໜອງ​ຈຸດ​ປະ​ສົງ​ນີ້​ຢ່າງ​ແຈ່ມ​ແຈ້ງ. ການ​ເປີດ​ເຜີຍ​ທັງ​ສອງ​ນຳ​ພາ ແລະ ເປັນ​ພອນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ, ຊຶ່ງ​ເປັນ​ສາດ​ສະ​ໜາ​ຈັກ​ທີ່ຖືກ​ສ້າງ​ຕັ້ງ​ຂຶ້ນ​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ໃນ​ເລື່ອງ​ຄວາມ​ຈິງ​ນິ​ລັນ​ດອນ ແຕ່​ກໍ​ຍັງ​ສາ​ມາດ​ເຕີບ​ໂຕ ແລະ ປ່ຽນ​ແປງ​ໄດ້ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ເພີ່ມ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ ເພື່ອ​ຊ່ວຍ​ເຮົາ​ໃຫ້​ສາ​ມາດ​ປະ​ເຊີນ​ກັບ​ການ​ທ້າທາຍ​ໃນ​ປະ​ຈຸ​ບັນ​ໄດ້. ໃນ​ອີກຄຳ​ໜຶ່ງ, “ພວກ​ເຮົາ​ເຊື່ອ​ທັງ​ໝົດ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ມາ, ທັງ​ໝົດ​ທີ່​ພຣະ​ອົງ​ເປີດ​ເຜີຍ​ຢູ່​ໃນ​ຂະນະ​ນີ້ ແລະ ພວກ​ເຮົາ​ເຊື່ອ​ວ່າ ພຣະ​ອົງ​ຈະ​ເປີດ​ເຜີຍ​ເລື່ອງ​ສຳ​ຄັນ ແລະ ຍິ່ງ​ໃຫຍ່​ອີກ​ຫລາຍ​ເລື່ອງ​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:9).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຫລັກ​ແຫ່ງ​ຄວາມ​ເຊື່ອ

ຫລັກ​ແຫ່ງ​ຄວາມ​ເຊື່ອ ບັນ​ຈຸ​ພື້ນ​ຖານ​ແຫ່ງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ.

ວິ​ທີ​ໜຶ່ງ​ທີ່​ທ່ານ​ສາ​ມາດ​ສຶກ​ສາ ຫລັກ​ແຫ່ງ​ຄວາມ​ເຊື່ອ ແມ່ນ​ການ​ຂຽນ​ຄວາມ​ຈິງ​ທີ່​ພົບ​ເຫັນ​ຢູ່​ໃນ​ແຕ່​ລະ​ຂໍ້ ແລະ ແລ້ວ​ໃຫ້​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ທີ່​ກ່ຽວ​ພັນ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້. ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ເພີ່ມ​ພູນ​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ເຖິງ​ຄວາມ​ຈິງ​ໃນ ຫລັກ​ແຫ່ງ​ຄວາມ​ເຊື່ອ ແນວ​ໃດ?

ເບິ່ງ​ຄູ່​ມື​ພຣະ​ຄຳ​ພີ, “ຫລັກ​ແຫ່ງ​ຄວາມ​ເຊື່ອ,” scriptures.ChurchofJesusChrist.org; L. Tom Perry, “The Doctrines and Principles Contained in the Articles of Faith,” Ensign ຫລື Liahona, Nov. 2013, 46–48; “Chapter 38: The Wentworth Letter,” ໃນ Teachings of Presidents of the Church: Joseph Smith, 435–47 ນຳ​ອີກ.

ຫລັກ​ແຫ່ງ​ຄວາມ​ເຊື່ອ 1:9; ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ນຳ​ພາ​ໂດຍ​ການ​ເປີດ​ເຜີຍ.

“ພວກ​ເຮົາ​ເຊື່ອ​ວ່າ [ພຣະ​ເຈົ້າ] ຈະ​ເປີດ​ເຜີຍ​ເລື່ອງ​ສຳ​ຄັນ ແລະ ຍິ່ງ​ໃຫຍ່​ອີກ​ຫລາຍ​ເລື່ອງ​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:9), ແມ່ນ​ແຕ່​ເມື່ອ​ສິ່ງ​ເຫລົ່າ​ນັ້ນ​ໝາຍ​ເຖິງ​ການ​ປ່ຽນ​ແປງ​ນະ​ໂຍ​ບາຍ ແລະ ການ​ປະ​ຕິ​ບັດ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ຕາມ. ໂດຍ​ທີ່​ມີ​ຫລັກ​ທຳ​ຂໍ້​ນີ້​ຢູ່​ໃນ​ໃຈ, ໃຫ້​ທົບ​ທວນ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2, ແລະ ຊອກ​ຫາ​ຂໍ້​ຄວາມ ແລະ ສຳ​ນວນ​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ ໃນ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ. ມີ​ຕົວ​ຢ່າງ​ໃດ​ແດ່​ຂອງ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ​ທີ່​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ ທີ່​ທ່ານ​ສາ​ມາດ​ຄິດ​ໄດ້? ການ​ເປີດ​ເຜີຍ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ການ​ເປີດ​ເຜີຍ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ວຽກ​ງານ​ໃນ​ອາ​ນາ​ຈັກ​ຂອງ​ພຣະບິ​ດາ​ເທິງ​ສະ​ຫວັນ​ກ້າວ​ໜ້າ​ແນວ​ໃດ?

ເບິ່ງ ອາໂມດ 3:7; 2 ນີໄຟ 28:30 ນຳ​ອີກ.

ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1

ວຽກ​ງານ​ຂອງ​ພຣະ​ເຈົ້າ​ຈະ​ຕ້ອງ​ດຳ​ເນີນ​ໄປ​ໜ້າ.

ໃນ “ຂໍ້​ຄວາມ​ທີ່​ຂັດ​ເລືອກ​ອອກ​ມາ​ຈາກ​ຄຳ​ປາ​ໄສ​ສາມ​ບົດ ຊຶ່ງ​ກ່າວ​ໂດຍ​ປະທານ​ວິວເຝີດ ວູດຣັບ ກ່ຽວ​ກັບ​ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ” (ທີ່​ຢູ່​ໃນ​ທ້າຍ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1), ມີ​ເຫດ​ຜົນ​ຢ່າງ​ໃດ​ແດ່​ທີ່​ສາດ​ສະ​ດາ​ໄດ້​ໃຫ້ໄວ້ ເຖິງ​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍົກ​ເລີກ​ການແຕ່ງ​ເມຍ​ຫລາຍ​ຄົນ? ສິ່ງນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ວຽກ​ງານ​ຂອງ​ພຣະ​ເຈົ້າ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1, ໃຫ້ເບິ່ງ “The Messenger and the Manifesto” (Revelations in Context, 323–31) ແລະ “Plural Marriage and Families in Early Utah” (Gospel Topics, topics.ChurchofJesusChrist.org).

ຮູບ​ພາບ
ຮູບ ວິວເຝີດ ວູດຣັບ

Wilford Woodruff [ວິວເຝີດ ວູດຣັບ], ໂດຍ ເອັຈ ອີ ພີເຕີສັນ

ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 2

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ຕອນ​ທີ່​ເຮົາ​ບໍ່​ເຂົ້າ​ໃຈ​ທັງ​ໝົດ.

ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ສຸພາສິດ 3:5), ແລະ ນັ້ນ​ຄື​ສິ່ງ​ທີ່​ສະ​ມາ​ຊິກ​ຊາວ​ອາ​ຟຣິ​ກາ​ຫລາຍ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເຮັດ ຕອນສາດ​ສະ​ໜາ​ຈັກ​ຈຳ​ກັດ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ຈາກ​ເຂົາ​ເຈົ້າ. ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ເຫດ​ຜົນ​ຂອງ​ນະ​ໂຍ​ບາຍນີ້—ແລະ ຮູ້​ສຶກ​ເຈັບ​ປວດ​ສະ​ເໝີ ເມື່ອ​ໄດ້​ຍິນ​ຄຳ​ສິດ​ສອນ​ອະ​ທິ​ບາຍ ໃນ​ເວ​ລານັ້ນ, ຊຶ່ງ​ປະ​ຈຸ​ບັນ​ນີ້ ສາດ​ສະ​ໜາ​ຈັກ​ໄດ້​ຖອນ​ຄຳ​ເວົ້າ—ສະ​ມາ​ຊິກ​ຊາວ​ອາ​ຟຣິ​ກາ​ທີ່​ອຸ​ທິດ​ຕົນ​ຫລາຍ​ຄົນ​ໄດ້​ໄວ້​ວາງ​ໃຈໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຍຶດ​ໝັ້ນ​ຢ່າງ​ຊື່​ສັດ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 2, ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ແຕ່​ເວ​ລາ​ທີ່​ທ່ານ​ບໍ່​ເຂົ້າ​ໃຈ​ທັງ​ໝົດ.

ການ​ຮຽນ​ຮູ້​ກ່ຽວ​ກັບ​ສັດ​ທາ​ຂອງ​ສະ​ມາ​ຊິກ​ຊາວ​ອາ​ຟຣິ​ກາ​ຂອງ​ສາດ​ສະ​ໜາ​ຈັກ ສາ​ມາດ​ເປັນ​ສິ່ງ​ດົນ​ໃຈ​ແກ່​ທ່ານ​ໄດ້. ຕໍ່​ໄປ​ນີ້​ແມ່ນ​ເລື່ອງ​ລາວ​ຈຳ​ນວນ​ໜຶ່ງ​ຂອງ​ເຂົາ​ເຈົ້າ, ຢູ່​ໃນ history.ChurchofJesusChrist.org:

  • Jane Elizabeth Manning James” (ຫົວ​ຂໍ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ)

  • In My Father’s House Are Many Mansions” (ເລື່ອງ​ລາວ​ຂອງ ກຣີນ ຟະເລັກ)

  • You Have Come at Last” (ເລື່ອງ​ລາວ​ຂອງ ແອນຕະນີ ໂອບິນນາ)

  • “Break the Soil of Bitterness” (ເລື່ອງ​ລາວ​ຂອງ ຈູເລຍ ມາວິມ​ເບລາ)

  • I Will Take It in Faith” (ເລື່ອງ​ລາວ​ຂອງ ໂຈດ ຣິກຝອດ)

ເບິ່ງ “Witnessing the Faithfulness,” Revelations in Context, 332–41; Gospel Topics, “Race and the Priesthood,” topics.ChurchofJesusChrist.org; Ahmad Corbitt, “A Personal Essay on Race and the Priesthood,” parts 1–4, history.ChurchofJesusChrist.org; BeOne.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຫລັກ​ແຫ່ງ​ຄວາມ​ເຊື່ອ.ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ສ້າງ “ບົດ​ຮຽນສັ້ນໆ” ສຳ​ລັບ ຫລັກ​ແຫ່ງ​ຄວາມ​ເຊື່ອ. ຍົກ​ຕົວ​ຢ່າງ, ໃນ​ລະ​ຫວ່າງ​ສັບ​ປະ​ດາ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ເລືອກ​ເອົາ​ຫລັກ​ແຫ່ງ​ຄວາມ​ເຊື່ອ​ໜຶ່ງ​ຂໍ້ ແລະ ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ, ຮູບ​ພາບ, ເພງ​ສວດ, ຫລື ເພງ​ຂອງ​ເດັກ​ນ້ອຍ ຫລື ແບ່ງ​ປັນ​ປະ​ສົບ​ການ​ສ່ວນ​ຕົວ​ທີ່​ກ່ຽວ​ພັນ​ກັນ.

ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ປ່ຽນ​ຜຽນ​ກັນ​ຖາມ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ແລະ ຄວາມ​ເຊື່ອ​ຂອງ​ເຮົາ ແລະ ແລ້ວ​ໃຫ້​ຕອບ​ຄຳ​ຖາມ​ເຫລົ່າ​ນັ້ນ​ດ້ວຍ​ຫລັກ​ແຫ່ງ​ຄວາມ​ເຊື່ອ.

ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2.ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2 ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ບົດ​ບາດ​ຂອງ​ການ​ເປີດ​ເຜີຍ​ຂອງ​ສະ​ໄໝ​ໃໝ່​ຢູ່​ໃນ​ສາດ​ສະ​ໜາ​ຈັກ. ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ມັນ​ນຳ​ກັນ, ໃຫ້​ຄິດ​ທີ່​ຈະ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ສາດ​ສະ​ດາ​ນຳ​ພາ​ເຮົາ “ໂດຍ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່” (ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1). ຂໍ້​ປະ​ກາດ​ທັງ​ສອງ​ຢ່າງນີ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ເຈົ້າ ຜູ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ດ້ວຍ​ຕົວ​ພຣະ​ອົງ​ເອງ​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ເຫັນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ໃນ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທຸກວັນ​ນີ້​ແນວ​ໃດ? ພວກ​ທ່ານ​ອາດ​ຢາກ​ຄົ້ນ​ຄວ້າບາງ​ແຫລ່ງ​ນຳ​ກັນ ຢູ່​ໃນ “ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ” ຢູ່​ຂ້າງ​ເທິງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ບອກ​ມາ​ສັດ​ຈະ​ຄື​ຫຍັງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 34.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຕິດ​ຕາມ​ເບິ່ງ​ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ. “ເມື່ອ​ທ່ານ​ຕິດ​ຕາມ​ເບິ່ງ​ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ, ທ່ານ​ໄດ້​ສະ​ແດງ​ໃຫ້ [ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ] ເຫັນ​ວ່າ ທ່ານ​ເອົາ​ໃຈ​ໃສ່​ຕໍ່​ເຂົາ​ເຈົ້າ ແລະ ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ໄດ້​ເປັນ​ພອນ​ໃຫ້​ແກ່​ເຂົາ​ເຈົ້າ​ແນວ​ໃດ. ທ່ານ​ກໍ​ຍັງ​ໃຫ້​ໂອ​ກາດ​ເຂົາ​ເຈົ້າ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ນຳ​ອີກ” (Teaching in the Savior’s Way, 35).

ພິມ