ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 20–26 ເດືອນ​ທັນວາ. ຄຣິດ​ສະ​ມາດ: ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຈົ້າ


“ວັນທີ 20–26 ເດືອນ​ທັນວາ. ຄຣິດ​ສະ​ມາດ: ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຈົ້າ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 20–26 ເດືອນ​ທັນວາ. ຄຣິດ​ສະ​ມາດ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຮູບສິ​ລະ​ປະ​ ນາງ​ມາ​ຣີ ແລະ ກຸມ​ມານ​ນ້ອຍ​ເຢ​ຊູ

Nativity in Copper and Umber [ຮູບ​ການ​ກຳ​ເນີດ ໃນສີ​ທອງ ແລະ ສີ​ນ້ຳ​ຕານ​ແກ່], ໂດຍ ເຈ ເຄີກ ຣິເຈີດສ໌

ວັນທີ 20–26 ເດືອນ​ທັນວາ

ຄຣິດ​ສະ​ມາດ

ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຈົ້າ

ວິ​ທີ​ໜຶ່ງ​ທີ່​ຈະ​ສຸມ​ຄວາມ​ຄິດ​ຂອງ​ທ່ານ​ຢູ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ບຸນ​ຄຣິດ​ສະ​ມາດນີ້ ແມ່ນ​ການ​ສຶກ​ສາ “ພຣະ​ຄຣິດທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ.” ​ໂຄງ​ຮ່າງນີ້​ແນະ​ນຳ​ວິ​ທີ​ທີ່ທ່ານ​ສາ​ມາດ​ເຮັດ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ການ​ສຶກ​ສາ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ປີ 1838, ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ປະ​ກາດ​ວ່າ, “ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ​ແມ່ນ​ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ, ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ວ່າ​ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ, ໄດ້​ຖືກ​ຝັງ, ແລະ ໄດ້​ຟື້ນ​ຄືນ​ມາ​ອີກ​ໃນ​ມື້​ທີ​ສາມ, ແລະ ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະ​ຫວັນ; ແລະ ທຸກ​ສິ່ງ​ທັງ​ໝົດ​ທີ່​ກ່ຽວ​ພັນ​ກັບ​ສາດ​ສະ​ໜາ​ຂອງ​ເຮົາ​ເປັນ​ພຽງ​ສ່ວນ​ປະ​ກອບ​ໃສ່​ກັບ​ສິ່ງ​ເຫລົ່າ​ນີ້​ເທົ່າ​ນັ້ນ” (Teachings of Presidents of the Church: Joseph Smith, 49). ຫລາຍ​ປີ​ຕໍ່​ມາ, ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ສັງ​ເກດ​ເຫັນ​ວ່າ “ມັນ​ແມ່ນ​ຂໍ້​ຄວາມນີ້​ແຫລະ​ຂອງ​ສາດ​ສະ​ດາ ທີ່​ດົນ​ໃຈ​ສາດ​ສະ​ດາ, ຜູ້ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ 15 ຄົນ ໃຫ້​ລະ​ບຸ ແລະ ເຊັນ ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ ເພື່ອ​ເປັນ​ອະ​ນຸ​ສອນ​ໃຫ້​ແກ່ ວັນ​ເກີດຄົບ​ຮອບ 2,000 ປີ ຂອງ​ພຣະ​ຜູ້ເປັນ​ເຈົ້າ. ປະ​ຈັກ​ພະ​ຍານ​ແຫ່ງ​ປະ​ຫວັດ​ສາດນີ້ ມີ​ຫົວ​ຂໍ້​ວ່າ ‘ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ.’ ສະ​ມາ​ຊິກ​ຫລາຍ​ຄົນ​ໄດ້​ທ່ອງ​ຈຳ​ຄວາມ​ຈິງ​ຂອງ​ມັນ. ບາງ​ຄົນ​ພຽງ​ຮູ້​ວ່າ​ມັນ​ມີ​ຢູ່​ເທົ່າ​ນັ້ນ. ຂະ​ນະ​ທີ່​ສະ​ແຫວງ​ຫາ​ການ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ຢາກ​ຊັກ​ຊວນ​ທ່ານ​ໃຫ້​ສຶກ​ສາ ‘ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ’” (“Drawing the Power of Jesus Christ into Our Lives,” Ensign ຫລື Liahona, May 2017, 40).

ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພອນ​ຂອງ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ ຜ່ານ​ທາງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ສະໄໝ​ໃໝ່. ພວກ​ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ, ຄຳ​ເຕືອນ, ແລະ ການ​ສະ​ໜັບ​ສະ​ໜູນ. ແຕ່​ເໜືອກວ່າ​ສິ່ງ​ອື່ນ​ໃດ, ພວກ​ເຮົາ​ໄດ້​ຮັບ​ພອນ​ໂດຍ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ເຖິງ​ພຣະ​ເຢ​ຊູ​ຄຣິດ—ລະ​ຫວ່າງ​ບຸນ​ຄຣິດ​ສະ​ມາດ ແລະ ຕະ​ຫລອດ​ປີ. ມັນ​ບໍ່​ໄດ້​ເປັນ​ພຽງ​ຖ້ອຍ​ຄຳ​ທີ່​ດົນ​ໃຈ​ຂອງ​ນັກ​ປະ​ພັນ​ທີ່​ຊຳ​ນານ ຫລື ເປັນ​ຄວາມ​ຮູ້​ຈາກ​ຜູ້​ຊຳ​ນານ​ດ້ານ​ພຣະ​ຄຳ​ພີ​ເທົ່າ​ນັ້ນ. ມັນ​ເປັນ​ຖ້ອຍ​ຄຳ​ຂອງ “ພະ​ຍານ​ພິ​ເສດ​ເຖິງ​ພຣະ​ນາມ​ຂອງ​ພຣະ​ຄຣິດ ຢູ່​ທຸກ​ບ່ອນ​ທົ່ວ​ໂລກ” ຊຶ່ງຖືກ​ເລືອກ​ໄວ້, ຖືກ​ເອີ້ນ, ແລະ ມີ​ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:23).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

“ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຢູ່​ໃນ​ໂລກນີ້ ທີ່​ຈະ​ມີ​ອິດ​ທິ​ພົນ​ເໜືອກວ່າ.”

ແນວ​ຄິດ​ໃດ​ແດ່​ທີ່​ມາ​ສູ່​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ ລູກາ 2:10–11 ພ້ອມ​ກັບ​ວັກ​ທີ​ໜຶ່ງ​ຂອງ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ”? ທ່ານ​ຈະ​ວ່າ​ແນວ​ໃດ​ໃນ​ການ​ສະ​ໜັບ​ສະ​ໜູນ​ຂໍ້​ຄວາມ​ທີ່​ວ່າ “ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຢູ່​ໃນ​ໂລກນີ້ ທີ່​ຈະ​ມີ​ອິດ​ທິ​ພົນ​ເໜືອ​ຜູ້​ຄົນ ຫລາຍ​ໄປ​ກວ່າ [ພຣະ​ເຢ​ຊູ​ຄຣິດ] ໄດ້”? ໃຫ້​ຊອກ​ຫາ​ຄວາມ​ຈິງ​ຢູ່​ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ທີ່​ບັນ​ຍາຍ​ອິດ​ທິ​ພົນ​ທີ່​ເລິກ​ຊຶ້ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ອົງ​ໄດ້​ເປັນ​ອິດ​ທິ​ພົນ​ແກ່​ທ່ານ ແລະ ໄດ້​ນຳ “ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່​ຫລວງ” ມາ​ສູ່​ທ່ານ​ແນວ​ໃດ? (ລູກາ 2:10).

“ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ.”

ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ,” ອັກຄະ​ສາ​ວົກ​ເປັນ​ພະ​ຍານ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໂດຍ​ການ​ກ່າວ​ເຖິງ​ການ​ມາ​ປະ​ກົດ​ສາມ​ເທື່ອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ (ເບິ່ງ ວັກ​ທີ​ຫ້າ). ໃຫ້​ຄິດ​ທີ່​ຈະ​ອ່ານ​ກ່ຽວ​ກັບ​ການ​ມາ​ຢ້ຽມ​ຢາມ​ເຫລົ່າ​ນີ້ ຢູ່​ໃນ ໂຢຮັນ 20–21; 3 ນີໄຟ 11–26; ແລະ ໂຈເຊັບ ສະມິດ—ປະຫວັດ 1:14–20. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈາກ​ພຣະ​ຄຳ ແລະ ການ​ກະ​ທຳ​ຂອງ​ພຣະ​ອົງ​ລະຫວ່າງ​ການ​ມາ​ປະ​ກົດ​ເຫລົ່າ​ນີ້?

“ຖາ​ນະ​ປະ​ໂລ​ຫິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໄດ້​ຖືກ​ຟື້ນ​ຟູ.”

ລະ​ຫວ່າງ​ການ​ສຶກ​ສາ​ຂອງ​ທ່ານ​ກ່ຽວ​ກັບ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ໃນ​ປີນີ້, ທ່ານ​ໄດ້​ມີ​ໂອ​ກາດ​ທີ່​ຈະ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ວິ​ທີ​ທີ່ “ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໄດ້​ຖືກ​ຟື້ນ​ຟູ.” ຄວາມ​ຈິງ ຫລື ຫລັກ​ທຳ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຂໍ້​ໃດ​ແດ່​ທີ່​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ໂດຍ​ສະ​ເພາະ? ໃຫ້​ຄິດ​ທີ່​ຈະ​ທົບ​ທວນ​ພຣະ​ຄຳ​ພີ​ບາງ​ຂໍ້​​ດັ່ງຕໍ່​ໄປ​ນີ້ ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ຟື້ນ​ຟູ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:17–23; 13; 20:1–12; 65; 110; 112:30–32; 124:39–42; 128:19–21. ໃຫ້​ໄຕ່​ຕອງວິ​ທີ​ທີ່​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ຊ່ວຍທ່ານ​ໃຫ້​ຮູ້ຈັກ ແລະ ນະ​ມັດ​ສະ​ການ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:19).

“ພຣະ​ອົງ​ຈະກັບ​ມາສູ່​ໂລກອີກ​ໃນ​ມື້​ໜຶ່ງ.”

ບຸນຄຣິດ​ສະ​ມາດ​ເປັນ​ຊ່ວງ​ເວ​ລາ​ທີ່​ໃຫ້​ຄິດ​ເຖິງ​ອະ​ດີດ​ຕອນ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ກຳ​ເນີດ ແລະ ໃຫ້​ຄິດ​ເຖິງ​ອະ​ນາ​ຄົດ ເວ​ລາ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ອີກ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ສະ​ເດັດ​ກັບ​ມາ​ຂອງ​ພຣະ​ອົງ ຈາກວັກ​ທີ​ສອງ ເຖິງວັກ​ສຸດ​ທ້າຍ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ”? ມັນ​ອາດ​ເປັນ​ເລື່ອງ​ໜ້າ​ສົນ​ໃຈ​ທີ່​ຈະ​ອ່ານ, ຮ້ອງ​ເພງ, ຫລື ຟັງ​ເພງ​ຄຣິດ​ສະ​ມາດ​ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ດັ່ງ​ເຊັ່ນ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ” ຫລື “ຄັ້ງ​ໜຶ່ງ​ເຢ​ຊູ​ເກີດ​ຕ່ຳ​ຕ້ອຍ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5, 22).

“ພຣະ​ອົງ​ເປັນ​ຄວາມ​ສະ​ຫວ່າງ, ເປັນ​ຊີ​ວິດ, ແລະ ເປັນ​ຄວາມ​ຫວັງ​ຂອງ​ໂລກ.”

ໃນ​ວັກ​ສຸດ​ທ້າຍ​ຂອງ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ,” ມີ​ການ​ກ່າວ​ຄຳ​ສັນ​ລະ​ເສີນ ແລະ ຕຳ​ແໜ່ງ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໄຕ່​ຕອງວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ “ເປັນ​ຄວາມ​ສະ​ຫວ່າງ, ເປັນ​ຊີ​ວິດ, ແລະ ເປັນ​ຄວາມ​ຫວັງ​ຂອງ​ໂລກ”: ລູກາ 2:25–32; 1 ໂກຣິນໂທ 15:19–23; ໂມໂຣໄນ 7:41; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:24; 84:44–46; 93:7–10. ພຣະ​ອົງ​ເປັນ​ຄວາມ​ສະ​ຫວ່າງ, ເປັນ​ຊີ​ວິດ, ແລະ ເປັນ​ຄວາມ​ຫວັງ​ຂອງ​ທ່ານ​ແນວ​ໃດ? ມີ​ຄຸນ​ລັກ​ສະ​ນະ ຫລື ຕຳ​ແໜ່ງ​ໃດ​ແດ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ມີ​ຄວາມ​ໝາຍ​ຫລາຍ​ທີ່​ສຸດ​ຕໍ່​ທ່ານ?

ການ​ສຶກ​ສາ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ມີ​ຜົນ​ກະ​ທົບ​ຕໍ່​ສັດ​ທາ​ຂອງ​ທ່ານ ໃນພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ມີ​ຄວາມ​ຮັກ​ສຳ​ລັບ​ພຣະອົງ​ແນວ​ໃດ?

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

Light of the World [ຄວາມ​ສະ​ຫວ່າງ​ຂອງ​ໂລກ], ໂດຍ ຮາວເວີດ ລີອອນ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

“ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ.”ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ທີ່​ສິດ​ສອນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ,” ທ່ານ​ສາ​ມາດ​ເລືອກ​ສຳ​ນວນ​ທີ່​ສຳ​ຄັນ​ບາງຢ່າງ ແລະ ຊ່ວຍ​ກັນ​ຊອກ​ຫາ ຫລື ແຕ້ມ​ຮູບ ທີ່​ສະ​ແດງ​ສຳ​ນວນ​ເຫລົ່າ​ນັ້ນ. ແລ້ວ​ພວກ​ທ່ານ​ສາ​ມາດ​ຮວບ​ຮວມ​ຮູບ​ພາບ ແລະ ສຳ​ນວນ​ເຫລົ່າ​ນັ້ນ ເຮັດ​ເປັນ​ປຶ້ມ.

“ເຮົາ​ໄດ້​ເປັນ​ພະ​ຍານ.”ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ສະ​ແດງ​ປະ​ຈັກ​ພະ​ຍານ? ພວກ​ທ່ານ​ອາດ​ຢາກ​ບັນ​ທຶກ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ທ່ານ​ເຖິງ​ພຣະ​ຄຣິດ​ໄວ້ ເພື່ອ​ເປັນ​ການ​ລະ​ນຶກ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

“ພຣະ​ອົງ​ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ.”ຄອບ​ຄົວ​ຂອງ​ທ່ານ​ອາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ການ​ຮັບ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ບຸນ​ຄຣິດ​ສະ​ມາດນີ້​ແນວ​ໃດ? ພວກ​ທ່ານ​ຈະ​ປ່າວ​ປະ​ກາດ “ຄວາມ​ສະ​ຫງົບ ແລະ ຂ່າວ​ປະ​ເສີດ” ໃນ​ຄອບ​ຄົວ ແລະ ໃນ​ຊຸມ​ຊົນ​ຂອງ​​ພວກທ່ານ​ແນວ​ໃດ? ພວກທ່ານ​ຈະ​ສາ​ມາດ​ຊ່ວຍ​ນຳ “ການປິ່ນ​ປົວ [ມາ​ໃຫ້] ຄົນ​ເຈັບ​ປ່ວຍ” ໄດ້​ແນວ​ໃດ? ພວກ​ທ່ານ​ອາດ​ຊອກ​ຫາ​ແນວ​ຄິດ​ຢູ່​ໃນ​ບາງ​ວິ​ດີ​ໂອ ຈາກ Christmas videos ຢູ່​ໃນ​ແອພ Gospel Media ຫລື ຫ້ອງ​ສະ​ໝຸດ Gospel Media (medialibrary.ChurchofJesusChrist.org).

“ຂໍ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ.”ຂອງ​ປະ​ທານ​ໃດ​ແດ່​ທີ່​ເຮົາ​ໄດ້​ຮັບ​ເພາະພຣະ​ເຢ​ຊູ​ຄຣິດ? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຊອກ​ຫາ​ຄຳ​ຕອບ​ຢູ່​ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ແລະ ແລ້ວ​ໃຫ້​ຫໍ່​ບາງ​ສິ່ງ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ຂອງ​ປະ​ທານ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເປີດ​ຂອງ​ຂວັນ ໃນ​ວັນ​ຄຣິດ​ສະ​ມາດ ຫລື ຕະ​ຫລອດ​ອາ​ທິດ ແລະ ອ່ານພຣະ​ຄຳ​ພີ​ທີ່​ກ່ຽວ​ຂ້ອງ​ກັບ​ຂອງ​ຂວັນ​ແຕ່​ລະ​ຢ່າງ. ຕໍ່​ໄປ​ນີ້​ແມ່ນ​ຂໍ້​ພະ​ຄຳ​ພີ​ທີ່​ເປັນ​ໄປ​ໄດ້, ແຕ່​ຄອບ​ຄົວ​ຂອງ​ທ່ານ​ກໍ​ສາ​ມາດ​ຊອກ​ຫາ​ຫລາຍ​ຂໍ້​ອື່ນ​ໄດ້: ລູກາ 2:10–14; 1 ເປໂຕ 2:21; ໂມໄຊຢາ 3:8; ແອວມາ 11:42–43; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–12. ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ດັ່ງ​ເຊັ່ນ “ພຣະ​ຜູ້​ຊ່ວຍ​ດ້ວຍ​ຄວາມ​ຖ່ອມ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 28), ເພື່ອ​ຊອກ​ຫາ​ຂອງ​ປະ​ທານ​ອື່ນໆ​ທີ່​ມາ​ຈາກ​ພຣະ​ອົງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ໄກ​ແສນ​ໄກ ຢູ່​ທີ່​ຮາບ​ຢູ​ດີ​ຢາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 56.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. “ການ​ອ່ານ ‘ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ’ ດ້ວຍ​ການ​ອະ​ທິ​ຖານ ກໍ​ເໝືອນ​ກັບ​ການ​ອ່ານ​ປະ​ຈັກ​ພະ​ຍານ​ຂອງ ມັດທາຍ, ມາຣະໂກ, ລູກາ, ໂຢຮັນ, ແລະ ສາດ​ສະ​ດາ​ທັງ​ຫລາຍ ຈາກ​ພຣະ​ຄຳ​ພີ​ມໍ​ມອນ. ມັນ​ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​ທ່ານ​ທີ່​ມີ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພີ່ມ​ທະ​ວີ​ຂຶ້ນ ແລະ ຊ່ວຍ​ທ່ານ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ພຣະ​ອົງ (M. Russell Ballard, “Return and Receive,” Ensign ຫລື Liahona, May 2017, 65).

ພິມ