ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 13–19 ເດືອນ​ທັນວາ. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ: “ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ແຜນ​ຂອງ​ພຣະ​ຜູ້​ສ້າງ”


“ວັນທີ 13–19 ເດືອນ​ທັນວາ. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ: ‘ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ແຜນ​ຂອງ​ພຣະ​ຜູ້​ສ້າງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 13–19 ເດືອນ​ທັນວາ. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021

ຮູບ​ພາບ
ຄອບ​ຄົວ​ໜຶ່ງ

ວັນທີ 13–19 ເດືອນ​ທັນວາ

ຄອບຄົວ: ການປະກາດຕໍ່ໂລກ

“ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ແຜນ​ຂອງ​ພຣະ​ຜູ້​ສ້າງ”

ປະທານ​ດາລິນ ເອັຈ ໂອກສ໌ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທ່າ​ທີ​ຂອງ​ເຮົາ​ ແລະ ການ​ໃຊ້​ຄຳ​ທີ່​ຢູ່​ໃນ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ [ເປັນ​ການ​ທົດ​ສອບ] ສຳ​ລັບ​ລຸ້ນ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທຸກ​ຄົນ ຈົ່ງ​ໝັ້ນ​ຄົງ ໃນ​ການ​ທົດ​ສອບ​ນີ້” (“The Plan and the Proclamation,” Ensign ຫລື Liahona, Nov. 2017, 31). ໃຫ້​ໄຕ່​ຕອງ​ຂໍ້​ຄວາມ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ໃນ​ອາ​ທິດນີ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ແມ່ນ​ແຕ່​ກ່ອນ​ເຮົາ​ໄດ້​ມາ​ເກີດ, ເຮົາ​ໄດ້​ເປັນ​ພາກ​ສ່ວນ​ຂອງ​ຄອບ​ຄົວ—ຄອບ​ຄົວ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ເມື່ອ​ເຖິງ​ເວ​ລາ​ທີ່​ຈະ​ໜີ​ຈາກ​ທີ່​ປະ​ທັບ​ຂອງ​ພວກ​ພຣະ​ອົງ, ມັນ​ຄົງ​ເປັນ​ສິ່ງ​ອຸ່ນ​ໃຈ​ທີ່​ຮູ້​ວ່າ ຢູ່​ໃນ​ໂລກ, ຄອບ​ຄົວ​ຍັງ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ​ຢູ່. ແບບ​ແຜນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ຄວນ​ເປັນ​ເໝືອນ​ແບບ​ແຜນ​ທີ່ສົມ​ບູນ​ແບບ​ຢູ່​ໃນ​ສະ​ຫວັນ.

ຮັບ​ປະ​ກັນ​ບໍ່​ໄດ້​ວ່າ ຄອບ​ຄົວ​ຢູ່​ໃນ​ໂລກ​ຈະ​ເປັນ​ແບບ​ໃນ​ອຸ​ດົມ​ຄະ​ຕິ ຫລື ໝັ້ນ​ຄົງ​ຫລືບໍ່. ແຕ່​ດັ່ງ​ທີ່​ປະທານ​ເຮັນຣີ ບີ ໄອຣິງ ໄດ້​ສິດ​ສອນ​ວ່າ, ຄອບ​ຄົວໄດ້​ໃຫ້ “ລູກໆ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ໂອ​ກາດ​ທີ່​ດີ​ທີ່​ສຸດ ເພື່ອ​ຈະ​ໄດ້​ຖືກ​ຮັບ​ຕ້ອນ​ເຂົ້າ​ສູ່​ໂລກ ດ້ວຍ​ຄວາມ​ຮັກ​ທີ່​ໃກ້​ຄຽງ​ທີ່​ສຸດ ກັບ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ເຄີຍ​ຮູ້​ສຶກ​ໃນ​ສະ​ຫວັນ—ນັ້ນ​ຄື ຄວາມ​ຮັກ​ຂອງ​ພໍ່​ແມ່” (“Gathering the Family of God,” Ensign ຫລື Liahona, May 2017, 20). ການ​ທີ່​ຮູ້​ວ່າ​ຄອບ​ຄົວ​ຈະ​ບໍ່​ດີ​ພ້ອມ​ທຸກ​ຢ່າງ ແລະ ບໍ່​ໄດ້​ຖືກ​ຍົກ​ເວັ້ນ​ຈາກ​ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ, ພຣະ​ເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ມາ ເພື່ອ​ໄຖ່​ເຮົາ ແລະ ປິ່ນ​ປົວ​ຄອບ​ຄົວ​ຂອງ​ເຮົາ. ແລະ ພຣະ​ອົງ​ໄດ້​ສົ່ງ​ສາດ​ສະ​ດາ​ຂອງ​ຍຸກ​ສຸດ​ທ້າຍ​ມາ ດ້ວຍ​ການ​ປະ​ກາດ​ເພື່ອ​ປົກ​ປ້ອງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຄອບ​ຄົວ. ຖ້າ​ຫາກ​ເຮົາ​ເຮັດ​ຕາມ​ສາດ​ສະ​ດາ ແລະ ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍໃຫ້​ລອດ, ເຖິງ​ແມ່ນ​ວ່າ​ຄອບ​ຄົວ​ໃນ​ຊ່ວງ​ມະ​ຕະ​ຈະ​ບໍ່​ເປັນ​ເໝືອນ​ດັ່ງ​ໃນ​ອຸ​ດົມ​ຄະ​ຕິ​ແຫ່ງ​ສວັນ, ແຕ່​ກໍ​ຍັງ​ມີ​ຄວາມ​ຫວັງ​ສຳ​ລັບ​ຄອບ​ຄົວ—​ຢູ່​ໃນ​ໂລກ ແລະ ໃນ​ສະ​ຫວັນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

“ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ແຜນ​ຂອງ​ພຣະ​ຜູ້​ສ້າງ.”

“ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ແມ່ນ​ກ່ຽວ​ກັບ​ຄອບ​ຄົວ​ແທ້ໆ. ແຕ່​ມັນ​ກໍ​ກ່ຽວກັບ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ​ຄື​ກັນ. ວິ​ທີ​ໜຶ່ງ​ທີ່​ຈະ​ສຶກ​ສາ​ການ​ປະ​ກາດ ແມ່ນ​ການ​ຊອກ​ຫາ​ສິ່ງ​ທີ່​ການ​ປະ​ກາດ​ສິດ​ສອນ​ກ່ຽວ​ກັບ​ຊີ​ວິດ​ກ່ອນ​ເກີດ, ຊີ​ວິດ​ມະ​ຕະ, ແລະ ຊີ​ວິດ​ຫລັງ​ຈາກ​ຊ່ວງ​ມະ​ຕະ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ເມື່ອ​ທ່ານ​ສຶກ​ສາ​ການ​ປະ​ກາດ​ໃນ​ວິ​ທີນີ້? ສິ່ງນີ້​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຫດ​ຜົນ​ທີ່​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ມີ​ຄວາມ​ສຳ​ຄັນ​ຕໍ່​ແຜນ​ຂອງ​ພຣະ​ເຈົ້າ​ແນວ​ໃດ?

ເບິ່ງ Dallin H. Oaks, “The Plan and the Proclamation,” Ensign ຫລື Liahona, Nov. 2017, 28–31 ນຳ​ອີກ.

“ຄອບ​ຄົວ​ຈະ​ມີ​ຄວາມ​ສຸກ​ກໍ​ຕໍ່​ເມື່ອ​ເຂົາ​ເຈົ້າ​ດຳ​ເນີນ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.”

ໃຫ້​ຄິດ​ກ່ຽວ​ກັບ​ວັກ​ທີ ຫົກ ແລະ ເຈັດ ຂອງ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ວ່າ​ເປັນ​ແບບ​ແຜນ​ສຳ​ລັບ “ຄວາມ​ສຸກ​ໃນ​ຊີ​ວິດ​ຄອບ​ຄົວ.” ຂະ​ນະ​ທີ່​ທ່ານ​ອ່ານ​ວັກ​ເຫລົ່າ​ນີ້, ໃຫ້​ຊອກ​ຫາ​ຫລັກ​ທຳ​ຂອງ “ການ​ແຕ່ງ​ງານ ແລະ ຄອບ​ຄົວ​ທີ່​ມີ​ປະ​ສິດ​ທິ​ພາບ.” ແລ້ວ​ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ ທີ່​ທ່ານ​ຢາກ​ເຮັດ​ໃຫ້​ດີ​ຂຶ້ນ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ? ທ່ານ​ຈະ​ໃຫ້​ພຣະ​ຜູ້​ຊ່ວຍໃຫ້​ລອດ​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ Richard J. Maynes, “Establishing a Christ-Centered Home,” Ensign ຫລື Liahona, May 2011, 37–39; ວິ​ດີ​ໂອ “What Matters Most,” ChurchofJesusChrist.org ນຳ​ອີກ.

ເຮົາ “ຈະຕ້ອງ​ຮັບ​ຜິດ​ຊອບ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ” ເພາະ​ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ຄອບ​ຄົວ​ຂອງ​ເຮົາ.

ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ແມ່ນ​ລວມ​ທັງ​ພອນ​ທີ່​ປະ​ເສີດ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສັນ​ຍາ​ກັບ​ຜູ້​ທີ່​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ. ມັນ​ກໍ​ລວມ​ທັງ​ຄຳ​ເຕືອນ​ທີ່ຈິງ​ຈັງ​ນຳ​ອີກ​ສຳ​ລັບ​ຜູ້​ທີ່ບໍ່​ເຮັດ. ໃຫ້​ຄິດ​ທີ່​ຈະ​ຂຽນ​ພອນ ແລະ ຄຳ​ເຕືອນ​ທີ່​ທ່ານ​ພົບ​ເຫັນ​ໄວ້.

ທ່ານ​ປະ​ພຶດ​ຕົນ​ແນວ​ໃດ​ກັບ​ຄຳ​ສອນ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ການ​ປະ​ກາດນີ້? ຖ້າ​ຫາກ​ທ່ານ​ກຳ​ລັງ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ໃນ​ມື້ນີ້, ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ​ທີ່​ຈະ​ເວົ້າ​ລົມ​ກັບ​ພຣະ​ອົງ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ​ຂອງ​ທ່ານ? ທ່ານ​ຢາກ​ປັບ​ປຸງ​ສິ່ງ​ໃດ?

ເບິ່ງ ແອວມາ 5:15–22; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:22–25; 93:39–44 ນຳ​ອີກ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ເຮັດ​ອາ​ຫານ

ພໍ່​ແມ່​ຄວນ​ລ້ຽງ​ດູ​ລູກ​ເຕົ້າ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ຊອບ​ທຳ.

ເຮົາ​ສາ​ມາດ​ຮັບ​ພອນ​ທີ່​ສັນ​ຍາ​ໄວ້​ຫລືບໍ່ ຖ້າ​ຫາກ​ຄອບ​ຄົວ​ຂອງ​ເຮົາ​ບໍ່​ເປັນ​ແບບ​ໃນ​ອຸດົມ​ຄະ​ຕິ?

ແອວເດີ ດີ ທອດ ຄຣິສໂຕ​ເຟີສັນ ໄດ້​ສິດ​ສອນ​ວ່າ: “ທີ່​ຈະ​ປະ​ກາດ​ຄວາມ​ຈິງ​ພື້ນ​ຖານ​ກ່ຽວ​ກັບ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ບໍ່​ແມ່ນ​ວ່າ​ຈະ​ເບິ່ງ​ຂ້າມ ຫລື ຫລຸດ​ການ​ເສຍ​ສະ​ລະ ແລະ ຄວາມ​ສຳ​ເລັດ​ຜົນ​ຂອງ​ຜູ້​ຄົນ​ທີ່ບໍ່​ໄດ້​ຢູ່​ໃນ​ສະ​ພາບ​ການ​ດັ່ງ​ກ່າວ​ໃນ​ຄວາມ​ເປັນ​ຈິງ​ປະ​ຈຸ​ບັນ. … ທຸກ​ຄົນ​ມີ​ຂອງ​ປະ​ທານ; ທຸກ​ຄົນ​ມີ​ພອນ​ສະ​ຫວັນ; ທຸກ​ຄົນ​ສາ​ມາດ​ມີ​ສ່ວນ​ບໍ​ລິ​ຈາກ​ຕໍ່​ການ​ເປີດ​ເຜີຍ​ແຜນ​ອັນ​ສູງ​ສົ່ງ​ໃນ​ແຕ່​ລະ​ລຸ້ນ​ຄົນ. ສິ່ງ​ທີ່​ດີ​ທັງ​ຫລາຍ, ສິ່ງ​ທີ່​ສຳ​ຄັນ​ທັງ​ຫລາຍ—ແມ່ນ​ແຕ່​ບາງ​ເທື່ອ​ທຸກ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ເວ​ລານີ້—ກໍ​ສາ​ມາດ​ບັນ​ລຸ​ຜົນ​ສຳ​ເລັດ​ໄດ້​ໃນ​ສະ​ຖາ​ນະ​ການ​ທີ່ບໍ່​ສົມ​ບູນ​ແບບ. … ດ້ວຍ​ຄວາມ​ໝັ້ນ​ໃຈ​ພວກ​ເຮົາ​ເປັນ​ພະ​ຍານ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ໄດ້​ຄາດ​ໄວ້​ແລ້ວ ແລະ, ໃນ​ທີ່​ສຸດ, ຈະ​ທົດ​ແທນ​ຄວາມ​ຂາດ​ເຂີນ ແລະ ການ​ສູນ​ເສຍ​ທັງ​ໝົດ​ໃຫ້​ແກ່​ຜູ້​ທີ່​ຫັນ​ໄປ​ຫາ​ພຣະ​ອົງ. ບໍ່​ມີ​ຄົນ​ໃດ​ຖືກ​ກຳ​ນົດ​ໄວ້​ລ່ວງ​ໜ້າ​ວ່າ​ຈະ​ໄດ້​ຮັບ​ໜ້ອຍກວ່າ​ໃນທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ມີ​ໄວ້​ໃຫ້​ລູກໆ​ຂອງ​ພຣະ​ອົງ” (“Why Marriage, Why Family,” Ensign ຫລື Liahona, May 2015, 52).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

“ເພດ​ເປັນ​ສິ່ງ​ສຳ​ຄັນ​ຫລາຍ ຕໍ່​ການ​ຈຳ​ແນກ ບອກ​ໃຫ້​ຮູ້​ເຖິງ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ແຕ່​ລະ​ຄົນ ໃນ​ໂລກ​ກ່ອນ​ເກີດ, ໃນ​ໂລກນີ້, ແລະ ໃນ​ນິ​ລັນ​ດອນ ແລະ ເຖິງ​ຈຸດ​ມຸ້ງ​ໝາຍ.”ຖ້າ​ຫາກ​ມັນ​ຈະ​ເປັນ​ປະ​ໂຫຍດ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ທີ່​ຈະ​ສົນ​ທະ​ນາ​ກ່ຽວ​ກັບ​ຄຳ​ສອນ​ທີ່​ກ່ຽວ​ກັບ​ເພດ ແລະ ການ​ມັກ​ຊອບ​ຄົນ​ເພດ​ດຽວ​ກັນ, ແຫລ່ງ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້: Dallin H. Oaks, “Truth and the Plan,” Ensign ຫລື Liahona, Nov. 2018, 25–28; Gospel Topics, “Same-Sex Attraction,” topics.ChurchofJesusChrist.org.

“ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່”ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄອບ​ຄົວ ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ທ່ານ​ອາດ​ຢາກ​ຂຽນ ຊີ​ວິດ​ກ່ອນ​ເກີດ, ຊີ​ວິດ​ມະ​ຕະ, ແລະ ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ ໄວ້​ໃນ​ເຈ້ຍ ເຮັດ​ເປັນ​ສາມ​ແຖວ. ຊອກ​ຫາ​ການ​ປະ​ກາດ​ນຳ​ກັນ, ແລະ ຂຽນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ໃສ່​ໃນ​ເຈ້ຍ ກ່ຽວ​ກັບ​ແຕ່​ລະ​ພາກ​ສ່ວນ​ເຫລົ່າ​ນີ້​ຢູ່​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ເປັນ​ຫຍັງ​ຄອບ​ຄົວ​ຈຶ່ງ​ສຳ​ຄັນ​ຫລາຍ​ແທ້​ຕໍ່​ພຣະ​ເຈົ້າ?

“ຄອບ​ຄົວ [ສາ​ມາດ] ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ.”ພວກທ່ານ​ສາ​ມາດ​ເບິ່ງວິ​ດີ​ໂອ “Plan of Salvation—We’re Still a Family” (ChurchofJesusChrist.org). ໃຫ້​ຊອກ​ຫາ​ຄວາມ​ຈິງ​ຢູ່​ໃນ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ທີ່​ຊາຍ​ໜຸ່ມ​ຢູ່​ໃນ​ວິ​ດີ​ໂອ​ເຂົ້າ​ໃຈ ແລະ ໄດ້​ຊ່ວຍ​ລາວ​ໃຫ້​ມີ​ສັດ​ທາ.

“ຄວາມ​ສຸກ​ໃນ​ຊີ​ວິດ​ຄອບ​ຄົວ.”ໃນ​ການ​ສົນ​ທະ​ນາ​ວິ​ທີ​ທີ່​ຈະ​ມີ “ຄວາມ​ສຸກ​ໃນ​ຊີ​ວິດ​ຄອບ​ຄົວ [ຂອງ​ທ່ານ],” ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ຄອບ​ຄົວ, ດັ່ງ​ເຊັ່ນ “ຮັກ​ທີ່​ບ້ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພງ ແລະ ຈາກ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ທີ່​ຈະ​ນຳ​ຄວາມ​ສຸກ​ມາ​ໃຫ້​ຄອບ​ຄົວ​ຂອງ​ເຮົາ​ຫລາຍກວ່າ​ເກົ່າ? ເຮົາ​ຈະ​ແນ່​ໃຈ​ວ່າ​ຄອບ​ຄົວ​ຂອງ​ເຮົາ “ດຳ​ເນີນ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ແນວ​ໃດ”? ໃຫ້​ຄິດ​ທີ່​ຈະ​ເລືອກ​ເອົາ​ຄຳ​ສອນ​ຂໍ້​ໜຶ່ງ​ທີ່​ທ່ານ​ຢາກ​ປະ​ຕິ​ບັດ​ຕາມ​ໃນ​ອາ​ທິດນີ້.

“ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ ໃນ​ຖາ​ນະ​ໜ່ວຍ​ທີ່​ເປັນ​ພື້ນ​ຖານ​ຂອງ​ສັງ​ຄົມ.”ຊາ​ຕານ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ຄອບ​ຄົວ​ອ່ອນ​ແອ​ລົງ ຢູ່​ໃນ​ໂລກນີ້​ແນວ​ໃດ? ເຮົາ​ຈະ​ເຮັດ​ພາກ​ສ່ວນ​ຂອງ​ເຮົາ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ແນວ​ໃດ? ສຳ​ລັບ​ແນວ​ຄິດ, ໃຫ້​ເບິ່ງຂ່າວ​ສານ​ຂອງ​ຊິດສະເຕີ ບອນນີ ແອວ ອໍສະ​ກາສັນ “Defenders of the Family Proclamation” (Ensign ຫລື Liahona, May 2015, 14–17).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຮັກ​ທີ່​ບ້ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ປະທານ​ເອັມ ຣະໂຊ ບາເລີດ ໄດ້​ສິດ​ສອນ​ວ່າ, “ພຣະ​ກິດ​ຕິ​ຄຸນນີ້​ເປັນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຮັກ—ຄວາມ​ຮັກ​ສຳ​ລັບ​ພຣະ​ເຈົ້າ ແລະ ຄວາມ​ຮັກ​ສຳ​ລັບ​ກັນ​ແລະ​ກັນ” (“God’s Love for His Children,” Ensign, May 1988, 59). ຂະ​ນະ​ທີ່​ທ່ານ​ອ່ານ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ, ໃຫ້​ຄິດ​ທີ່​ຈະ​ໝາຍ​ເຫດ ຫລື ໝາຍ​ຫລັກ​ຖານ​ຂອງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄວ້ ທີ່​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ໂດຍ​ສະ​ເພາະ.

ພິມ