ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 15–21 ເດືອນ​ພະຈິກ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133–134: “ຈົ່ງ​ຕຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ເຈົ້າ​ບ່າວ”


“ວັນທີ 15–21 ເດືອນ​ພະຈິກ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133–134: ‘ຈົ່ງ​ຕຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ເຈົ້າ​ບ່າວ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 15–21 ເດືອນ​ພະຈິກ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133–134,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ

The Bridegroom Cometh [ເຈົ້າ​ບ່າວ​ກຳ​ລັງ​ມາ], ໂດຍ ເອລີ​ຊາເບັດ ກິບບອນສ໌

ວັນທີ 15–21 ເດືອນ​ພະຈິກ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133–134

“ຈົ່ງ​ຕຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ເຈົ້າ​ບ່າວ”

ປະທານ​ເຮັນຣີ ບີ ໄອຣິງ ໄດ້​ສິດ​ສອນ​ວ່າ: “ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ໄດ້​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ຖາມ​ທີ່​ຖ່ອມ​ຕົວ ຊຶ່ງ​ໄດ້​ໄຕ່​ຕອງ​ຢູ່​ໃນ​ເຮືອນ​ຫລັງ​ນ້ອຍໆ, ແລະ ມັນ​ສາ​ມາດ​ສືບ​ຕໍ່​ຢູ່​ໃນ​ແຕ່​ລະບ້ານ​ເຮືອນ​ຂອງ​ເຮົາ” (“A Home Where the Spirit of the Lord Dwells,” Ensign ຫລື Liahona, May 2019, 25).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ສາດ​ສະ​ໜາ​ຈັກ​ຫາ​ກໍ​ຖືກ​ຕັ້ງ​ຂຶ້ນ​ໄດ້​ພຽງ​ແຕ່ 19 ເດືອນ, ສາດ​ສະ​ດາ ໂຈເຊັບ ສະມິດ ແລະ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ​ໄດ້​ວາງ​ແຜນ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຮວບ​ຮວມ​ການ​ເປີດ​ເຜີຍ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ເຈົ້າເຂົ້າ​ເປັນ​ໜັງ​ສື​ເຫລັ້ມ​ໜຶ່ງ ແລະ ຈະພິມ 10,000 ຫົວ—ສອງ​ເທົ່າ​ຂອງ​ການ​ພິມ​ເທື່ອ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. ໜ້າ​ເສຍ​ໃຈ​ທີ່​ແຜນ​ການບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ເພາະ​ຄ່າ​ພິມ​ສູງ, ແລະ ກຸ່ມ​ອັນ​ຕະ​ພານ​ໄດ້​ໂຈມ​ຕີ​ໂຮງ​ພິມ​ຂອງ​ສາດ​ສະ​ໜາ​ຈັກ​ຂະ​ນະ​ທີ່​ກຳ​ລັງ​ທຳ​ການ​ພິມ​ຢູ່. ພວກ​ເຂົາ​ໄດ້ໂຍນ​ໃບ​ທີ່​ພິມ​ແລ້ວກະ​ຈາຍ​ໄປ​ທົ່ວ​ທີບ, ແລະ ເຖິງ​ແມ່ນ​ວ່າ​ໄພ່​ພົນ​ທີ່​ກ້າ​ຫານ​ໄດ້​ຮັກ​ສາ​ບາງ​ຈຳ​ນວນ​ໄວ້, ແຕ່​ກໍ​ບໍ່​ມີ​ປຶ້ມ​ພຣະ​ບັນ​ຍັດ​ຄົບ​ທັງ​ເຫລັ້ມ​ທີ່ຮູ້​ວ່າ​ເຫລືອ​ຢູ່.

ສິ່ງ​ທີ່​ພວກ​ເຮົາ​ຮູ້​ໃນ​ເວ​ລານີ້​ວ່າ​ເປັນ ພາກທີ 133 ຂອງ​ຄຳສອນ ແລະ ພັນ​ທະ​ສັນ​ຍາ ແມ່ນພາກ​ທີ່​ຖືກຈັດ​ໄວ້​ເພື່ອ​ໃຫ້​ເປັນ​ພາກ​ຫ້ອຍ​ທ້າຍ​ຂອງ​ປຶ້ມ​ພຣະ​ບັນ​ຍັດ, ຄື​ກັນ​ກັບເຄື່ອງ​ໝາຍ​ສຽງ​ອຸ​ທານ​ຢູ່​ໃນ​ທ້າຍ​ການ​ເປີດ​ເຜີຍ​ທີ່​ຖືກ​ຈັດ​ພິມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ເຕືອນ​ເຖິງ​ວັນ​ພິ​ພາກ​ສາ​ທີ່​ຈະ​ມາ​ເຖິງ ແລະ ປ່າວ​ເຕືອນ​ການ​ເອີ້ນ​ອີກ ທີ່​ພົບ​ເຫັນ​ຕະ​ຫລອດ​ທົ່ວ​ການ​ເປີດ​ເຜີຍ​ໃນ​ສະ​ໄໝ​ໃໝ່ ທີ່​ວ່າ: ຈົ່ງ​ໜີ​ຈາກ​ສິ່ງ​ທີ່​ເປັນ​ທາງ​ໂລກ, ຊຶ່ງ​ມັນ​ເປັນ​ເຄື່ອງ​ໝາຍ​ຂອງບາ​ບີ​ໂລນ; ຈົ່ງ​ສ້າງ​ຊີໂອນ; ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ; ແລະ ແຜ່​ຂະ​ຫຍາຍ​ຂ່າວ​ສານນີ້​ໃຫ້ “ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ແລະ ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ” (ຂໍ້ທີ 37). ເມື່ອ​ແຜນ​ການ​ເທື່ອ​ທຳ​ອິດ​ສຳ​ລັບ​ປຶ້ມ​ພຣະ​ບັນ​ຍັດບໍ່​ປະ​ສົບ​ຄວາມ​ສຳ​ເລັດ, ການ​ເປີດ​ເຜີຍນີ້​ຈຶ່ງ​ເປັນ​ຄຳ​ເຕືອນ ແລະ ເປັນ​ພະ​ຍານ​ວ່າ ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ ບໍ່​ສາ​ມາດ​ລົ້ມ​ລະ​ລາຍ, “ເພາະ​ພຣະ​ອົງ​ຈະ​ກາງ​ແຂນ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ … , ແລະ ທົ່ວ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເຫັນ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ” (ຂໍ້ທີ 3).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133

ຄວາມ​ຈິງ​ຢູ່​ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ​ສາ​ມາດ​ກະ​ກຽມ​ເຮົາ​ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

ບາງ​ເທື່ອ​ປຶ້ມ​ກໍ​ຈົບ​ດ້ວຍ​ຂໍ້​ສະ​ຫລຸບ​ທີ່​ກ່າວ​ລຶ້ມ​ຄືນ ຫລື ໂຮມ​ຈຸດ​ໃຫຍ່​ໃຈ​ຄວາມ​ຂອງ​ປຶ້ມ. ພາກທີ 133 ທຳ​ອິດ​ໄດ້​ຖືກ​ກະ​ກຽມ​ໄວ້​ເປັນ​ຂໍ້​ສະ​ຫລຸບ​ຂອງ​ປຶ້ມ​ພຣະ​ບັນ​ຍັດ, ແລະ ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ອ່ານ​ພາກນີ້ ດ້ວຍ​ຄວາມ​ຄິດນັ້ນ​ຢູ່​ໃນ​ໃຈ. ພຣະຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ຈຸດ​ໃດ​ກ່ຽວກັບ​ວຽກ​ງານ​ຂອງ​ພຣະ​ອົງ? ຂໍ້ທີ 57–62 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ບົດ​ບາດ​ທີ່​ພຣະຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ມີ ໃນ​ວຽກ​ງານ​ຂອງ​ພຣະ​ອົງ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:1–19

ພຣະຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

ທັງ ພາກທີ 1, ຄຳ​ນຳ​ຂອງ​ພຣະຜູ້​ເປັນ​ເຈົ້າ​ຕໍ່ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ແລະ ພາກທີ 133, ຕົ້ນ​ສະ​ບັບ​ຂອງ​ພາກ​ຫ້ອຍ​ທ້າຍ​ຂອງ​ປຶ້ມ, ເລີ່ມ​ຕົ້ນ​ດ້ວຍ​ຄຳ​ຂໍ​ຮ້ອງ​ດຽວ​ກັນ​ຈາກ​ພຣະຜູ້​ເປັນ​ເຈົ້າ ທີ່​ວ່າ: “ຈົ່ງ​ເຊື່ອ​ຟັງ, ໂອ້ ເຈົ້າ​ຜູ້​ຄົນ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:1; 133:1). ທີ່​ຈະ​ເຊື່ອ​ຟັງ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ຄູ່ມື​ພຣະ​ຄຳ​ພີ, “ເຊື່ອ​ຟັງ,” scriptures.ChurchofJesusChrist.org). ຄຳ​ເຊື້ອ​ເຊີນ ຫລື ພຣະ​ບັນ​ຊາ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຊື່ອ​ຟັງ​ຕໍ່ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:1–19? ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້ກະ​ກຽມ​ຫຍັງ ໃຫ້​ດີກວ່າ​ເກົ່າ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ? ທ່ານ​ຈະ​ຊ່ວຍ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ທ່ານ​ໃຫ້​ກະ​ກຽມ​ໄດ້​ແນວ​ໃດ?

ເບິ່ງ ມັດ​ທາຍ 25:1–13; D. Todd Christofferson, “Preparing for the Lord’s Return,” Ensign ຫລື Liahona, May 2019, 81–84 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:19–56

ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຈະ​ເປັນ​ສິ່ງ​ທີ່​ໜ້າ​ຊື່ນ​ຊົມ​ສຳ​ລັບ​ຄົນ​ຊອບ​ທຳ.

ຂະ​ນະ​ທີ່​ທ່ານ​ອ່ານ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:19–32 ກ່ຽວ​ກັບ​ເຫດ​ການ​ທີ່​ຈະ​ເກີດ​ຂຶ້ນ​ພ້ອມ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທ່ານ​ອາດ​ຢາກ​ໄຕ່​ຕອງ​ສິ່ງ​ທີ່​ບັນ​ຍາຍ​ກ່ຽວ​ກັບ​ເຫດ​ການ​ເຫລົ່ານີ້ ຊຶ່ງ​ແນະ​ນຳ​ທ່ານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວຽກ​ງານ​ຂອງ​ພຣະ​ອົງ. ການ​ນຳ​ໃຊ້​ທາງວິນ​ຍານ​ທີ່​ເປັນ​ໄປ​ໄດ້​ຢ່າງ​ໃດ​ແດ່ ທີ່​ທ່ານ​ສາ​ມາດ​ພົບ​ເຫັນ​ຢູ່​ໃນ​ການ​ບັນ​ຍາຍ​ເຫລົ່າ​ນີ້?

ຂະ​ນະ​ທີ່​ທ່ານ​ອ່ານ​ການ​ບັນ​ຍາຍ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ ຂໍ້ທີ 32–56, ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ທ່ານ​ຕັ້ງ​ຕາ​ລໍ​ຄອຍ​ວັນ​ທີ່​ຍິ່ງ​ໃຫຍ່ນັ້ນ? ຖ້ອຍ​ຄຳ ຫລື ສຳ​ນວນ​ໃດ ທີ່​ບັນ​ຍາຍ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ? ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ທ່ານ​ໄວ້ ດ້ວຍ “ຄວາມ​ກະ​ລຸ​ນາ​ຮັກ​ຫອມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ [ຂອງ​ທ່ານ], ແລະ ທຸກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້ [ທ່ານ] ຕາມ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ” (ຂໍ້ທີ 52).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 134

“ການ​ປົກ​ຄອງ​ໄດ້​ຖືກ​ຈັດ​ຕັ້ງ​ໂດຍ​ພຣະ​ເຈົ້າ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະນຸດ.”

ຄວາມ​ສຳ​ພັນ​ຂອງ​ໄພ່​ພົນ​ລຸ້ນ​ທຳ​ອິດ​ກັບ​ການ​ປົກ​ຄອງ​ແມ່ນຊັບ​ຊ້ອນ. ເມື່ອ​ໄພ່​ພົນ​ໄດ້​ຖືກ​ບັງ​ຄັບ​ໃຫ້​ໜີ​ຈາກ​ເຂດ​ແຈ໊ກສັນ, ລັດ​ມີເຊີຣີ, ໃນ​ປີ 1833, ເຂົາ​ເຈົ້າບໍ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ ຫລື ການ​ຊົດ​ເຊີຍ​ຈາກ​ທ້ອງ​ຖິ່ນ ຫລື ລັດ​ຖະ​ບານ​ກາງ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ໄດ້​ອຸ​ທອນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ກໍ​ຕາມ. ໃນ​ເວ​ລາ​ດຽວ​ກັນ, ບາງ​ຄົນ​ທີ່​ຢູ່ນອກ​ສາດ​ສະ​ໜາ​ຈັກ ໄດ້ແປ​ຄວາມ​ໝາຍ​ຂອງ​ຄຳ​ສອນ​ກ່ຽວ​ກັບ​ຊີໂອນ​ວ່າ ໄພ່​ພົນ​ໄດ້​ປະ​ຕິ​ເສດ​ສິດ​ອຳ​ນາດ​ຂອງ​ລັດ​ຖະບານ​ຢູ່​ໃນ​ໂລກ. ຄຳສອນ ແລະ ພັນ​ທະ​ສັນ​ຍາ 134 ໄດ້​ຖືກ​ຂຽນ, ເພື່ອ​ໃຫ້​ຄວາມ​ແຈ່ມ​ແຈ້ງ​ເຖິງ​ຖາ​ນະ​ຂອງ​ສາດ​ສະ​ໜາ​ຈັກ​ຕໍ່​ຝ່າຍ​ລັດ​ຖະ​ບານ.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຝ່າຍ​ລັດ​ຖະ​ບານ? ຂະ​ນະ​ທີ່​ທ່ານ​ສຶກ​ສາ ພາກທີ 134, ໃຫ້​ຄິດ​ທີ່​ຈະ​ຈົດ​ສອງ​ລາຍ​ການ: ລາຍ​ການ​ໜຶ່ງ​ແມ່ນ​ຫລັກ​ທຳ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຝ່າຍ​ລັດ​ຖະ​ບານ ແລະ ອີກ​ລາຍ​ການ​ໜຶ່ງ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພົນ​ລະ​ເມືອງ. ແນວ​ຄິດ​ເຫລົ່າ​ນີ້​ອາດ​ເປັນ​ປະ​ໂຫຍດ​ຕໍ່​ໄພ່​ພົນ​ລຸ້ນ​ທຳ​ອິດ​ແນວ​ໃດ? ແນວ​ຄິດ​ເຫລົ່າ​ນີ້​ສາ​ມາດ​ນຳ​ໃຊ້​ຢູ່​ໃນ​ບ່ອນ​ທີ່​ທ່ານ​ອາ​ໄສ​ຢູ່​ແນວ​ໃດ?

ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:11–12; Gospel Topics, “Religious Freedom,” topics.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:4–14.ສິ່ງກົງ​ກັນ​ຂ້າມ​ທາງວິນ​ຍານ​ຂອງ​ຊີໂອນ ແມ່ນ ບາ​ບີ​ໂລນ—​ເມືອງ​ບູ​ຮານ​ທີ່​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ເປັນ​ທາດ​ທາງວິນ​ຍານ (ເບິ່ງ D. Todd Christofferson, “Come to Zion,” Ensign ຫລື Liahona, Nov. 2008, 37; ຄູ່​ມື​ພຣະ​ຄຳ​ພີ, “ບາເບນ, ບາບີໂລນ,” scriptures.ChurchofJesusChrist.org). ມີ​ຫຍັງ​ບໍ​ທີ່​ພວກ​ທ່ານ​ຢາກ​ເຮັດ​ເປັນ​ຄອບ​ຄົວ, ໃນ​ຄວາມ​ຮູ້​ສຶກ​ທາງວິນ​ຍານ, ເພື່ອ “ໄປຈາກ​ບາ​ບີ​ໂລນ” (ຂໍ້ທີ 5) ແລະ “ໄປຍັງ … ຊີ​ໂອນ”? (ຂໍ້ທີ 9).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:20–33.ຂະ​ນະ​ທີ່​ພວກທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້​ນຳ​ກັນ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຄິດ​ວ່າ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຈະ​ເປັນ​ຈັ່ງ​ໃດ. ພວກ​ທ່ານ​ກໍ​ສາ​ມາດ​ຫລິ້ນ ຫລື ຮ້ອງ​ເພງ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ດັ່ງ​ເຊັ່ນ “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 42), ແລະ ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:37–39.ຄອບ​ຄົວ​ຂອງ​ທ່ານ​ຈະ​ມັກ​ອ່ານ​ຂໍ້​ເຫລົ່າ​ນີ້ “ດ້ວຍ​ສຽງ​ດັງ” ບໍ? (ຂໍ້ທີ 38). ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ສຽງ​ດັງ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຄວາມ​ຈິງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ແບ່ງ​ປັນ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 134:1–2.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​ຝ່າຍ​ລັດ​ຖະ​ບານ, ທ່ານ​ສາ​ມາດ​ຖາມ​ແບບນີ້: ການ​ມີ​ຂໍ້​ບັງ​ຄັບ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ? ການ​ມີ​ກົດ​ໝາຍ​ເປັນ​ພອນ​ໃຫ້​ແກ່​ປະ​ເທດ​ຊາດ​ຂອງ​ເຮົາ​ແນວ​ໃດ? ພວກ​ທ່ານ​ກໍ​ສາ​ມາດ​ແຕ້ມ ຫລື ລະ​ບາຍ​ສີ​ທຸງ​ຊາດ​ຂອງ​ທ່ານ ຫລື ທ່ອງ​ຈຳ ຂໍ້​ທີ​ສິບ​ເອັດ ແລະ ສິບ​ສອງ ຂອງ​ຫລັກ​ແຫ່ງ​ຄວາມ​ເຊື່ອ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ມາ​ເຖີດ, ທ່ານ​ລູກ​ຫລານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 4.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ສິດ​ສອນ​ຄຳ​ສອນ​ທີ່​ແຈ່ມ​ແຈ້ງ ແລະ ລຽບ​ງ່າຍ. ພຣະຜູ້​ເປັນ​ເຈົ້າ​ບັນ​ຍາຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ດ້ວຍ​ພຣະ​ຄຳ​ທີ່ “ແຈ່ມ​ແຈ້ງ” ແລະ “ລຽບ​ງ່າຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:57). ພຣະ​ຄຳ​ເຫລົ່າ​ນີ້​ແນະ​ນຳ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ?

ຮູບ​ພາບ
ພຣະ​ເຢ​ຊູ​ໃສ່​ຜ້າ​ຄຸມ​ສີ​ແດງ

Christ in His Red Robe [ພຣະ​ເຢ​ຊູ​ໃສ່​ຜ້າ​ຄຸມ​ສີ​ແດງ​ຂອງ​ພຣະ​ອົງ], ໂດຍ ມີເນີວາ ເຄ ໄທເກີດ

ພິມ