ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 13–19 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 102–105: “ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ … ພອນ​ຈະ​ມາ​ເຖິງ”


“ວັນທີ 13–19 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 102–105: ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ … ພອນ​ຈະ​ມາ​ເຖິງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 13–19 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 102–105,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ພວກ​ຜູ້​ຊາຍ​ກັບ​ລໍ້​ກວຽນ

ຊີ ຊີ ເອ ຄຣິສເຕັນເຊັນ (1831–1912), Zion’s Camp [ຄ້າຍ​ຊີໂອນ], ປະ​ມານ 1878, ສີ​ຖາ​ວອນ​ແຫ້ງ​ໄວ ເທິງຜ້າຝ້າຍ​ມັດສະລິນ, 78 × 114 ນິ້ວ. ຫໍພິ​ພິດ​ທະ​ພັນ​ສິ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ບຣິກຳ ຢັງ, ຂອງ​ຂວັນ​ຈາກ​ຫລານ​ຂອງ ຊີ ຊີ ເອ ຄຣິສເຕັນເຊັນ, 1970

ວັນທີ 13–19 ເດືອນ​ກັນຍາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 102–105

“ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ … ພອນ​ຈະ​ມາ​ເຖິງ”

ຫລັກ​ທຳ​ຢ່າງ​ໃດ​ແດ່​ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 102–5 ທີ່​ມີ​ຄວາມ​ໝາຍ​ຕໍ່​ທ່ານ? ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ຄວາມ​ຄິດ ແລະ ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ກ່ຽວ​ກັບ​ຫລັກ​ທຳ​ເຫລົ່າ​ນີ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໄພ່​ພົນ​ຢູ່​ໃນ​ເມືອງ​ເຄີດ​ແລນ​ໄດ້​ໂສກ​ເສົ້າ​ເມື່ອ​ໄດ້​ຍິນ​ວ່າ ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ເຂດ​ແຈ໊ກ​ສັນ, ລັດ​ມີເຊີ​ຣີ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ. ມັນ​ຄົງ​ເປັນ​ສິ່ງ​ໃຫ້​ກຳ​ລັງ​ໃຈ, ໃນ​ເວ​ລານັ້ນ, ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ “ການ​ໄຖ່​ຊີໂອນ” ຈະ “ມາ​ເຖິງ​ໂດຍ​ອຳ​ນາດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 103:15). ດ້ວຍ​ຄຳ​ສັນ​ຍານັ້ນ ຢູ່​ໃນ​ຫົວ​ໃຈ​ຂອງ​ເຂົາ​ເຈົ້າ, ຜູ້​ຊາຍ​ຫລາຍກວ່າ 200 ຄົນ, ພ້ອມ​ທັງ​ຜູ້​ຍິງ ແລະ ເດັກ​ນ້ອຍ 25 ຄົນ, ໄດ້​ຖືກ​ເກນ​ເຂົ້າ​ໃນ​ກຸ່ມ​ທີ່​ເອີ້ນ​ວ່າ ຄ້າຍ​ອິດສະ​ຣາ​ເອນ, ຕໍ່​ມາ​ຖືກເອີ້ນ​ວ່າ ຄ້າຍ​ຊີໂອນ. ພາ​ລະ​ກິດ​ຂອງ​ຄ້າຍນີ້ ແມ່ນ​ເພື່ອ​ເດີນ​ທາງ​ໄປ​ລັດ​ມີເຊີ​ຣີ ແລະ ໄຖ່​ຊີໂອນ.

ສຳ​ລັບ​ສະ​ມາ​ຊິກ​ຂອງ​ຄ້າຍນີ້, ການ​ໄຖ່​ຊີໂອນ​ໝາຍ​ເຖິງ​ການ​ໃຫ້​ໄພ່​ພົນ​ສາ​ມາດ​ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ດິນ​ຂອງ​ຕົນ. ແຕ່​ກ່ອນທີ່​ຄ້າຍ​ຈະ​ໄປ​ເຖິງ​ເຂດ​ແຈ໊ກສັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຈເຊັບ ສະມິດ ໃຫ້ຍຸບ​ຄ້າຍ​ຊີໂອນ. ສະ​ມາ​ຊິກ​ໃນ​ຄ້າຍ​ບາງ​ຈຳ​ນວນ​ໄດ້​ເກີດ​ສັບ​ສົນ ແລະ ບໍ່​ພໍ​ໃຈ​ກັບ​ຄຳ​ແນະ​ນຳ​ໃໝ່​ນີ້; ສຳ​ລັບ​ເຂົາ​ເຈົ້າ​ແລ້ວ, ມັນ​ໝາຍ​ຄວາມ​ວ່າ​ການ​ເດີນ​ທາງ​ລົ້ມ​ເຫລວ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ບັນ​ລຸ​ຄວາມ​ສຳເລັດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ມີ​ບາງ​ຄົນ​ທີ່​ເຫັນ​ມັນ​ໃນ​ທາງ​ທີ່​ແຕກ​ຕ່າງ. ເຖິງ​ແມ່ນ​ວ່າ​ໄພ່​ພົນ​ທີ່​ໜີ​ໄປ​ຈາກ​ເຂດ​ແຈ໊ກ​ສັນ ບໍ່​ໄດ້​ກັບ​ຄືນ​ໄປ​ຢູ່​ບ່ອນ​ເກົ່າ, ແຕ່​ປະ​ສົບ​ການນັ້ນ​ໄດ້​ນຳ “ການ​ໄຖ່” ມາ​ໃຫ້​ຊີໂອນ, ແລະ ມັນ​ກໍ “ມາ​ເຖິງ​ໂດຍ​ອຳ​ນາດ” ໃນ​ລະ​ດັບ​ໃດ​ໜຶ່ງ. ສະມາ​ຊິກ​ທີ່​ຊື່​ສັດ​ຂອງ​ຄ້າຍ​ຊີໂອນ, ຫລາຍ​ຄົນ​ຊຶ່ງ​ຕໍ່​ມາ​ກາຍ​ເປັນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ເປັນ​ພະ​ຍານ​ວ່າ ປະ​ສົບ​ການນັ້ນ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ໃນ​ການ​ເອີ້ນ​ຈາກ​ສະ​ຫວັນ​ຂອງ​ໂຈເຊັບ ສະມິດ, ແລະ ໃນ​ຊີໂອນ—ຊີໂອນບໍ່​ພຽງ​ແຕ່​ເປັນ​ສະ​ຖານ​ທີ່​ເທົ່າ​ນັ້ນ ແຕ່​ຊີໂອນ​ຄື​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ນຳ​ອີກ. ແທນ​ທີ່​ຈະ​ຂ້ອງ​ໃຈ​ກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ພາ​ລະ​ກິດ​ທີ່​ເບິ່ງ​ຄື​ວ່າບໍ່​ສຳ​ເລັດ​ນີ້, ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ພາ​ລະ​ກິດ​ທີ່​ແທ້​ຈິງ ຄື​ການຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ເຂົ້າ​ໃຈ​ທຸກ​ສິ່ງ​ທຸກ​ຢ່າງ. ນີ້​ຄື​ວິ​ທີ​ທີ່, ໃນ​ທີ່​ສຸດ, ຊີໂອນ​ຈະ​ຖືກ​ໄຖ່.

ເບິ່ງ Saints, 1:194–206; “The Acceptable Offering of Zion’s Camp,” Revelations in Context, 213–18.

ຮູບ​ພາບ
ແມ່ນ້ຳ​ນ້ອຍ

ຮູບ​ນີ້​ຄື ຄ້າຍ​ຊີໂອນ​ໄດ້​ຢຸດ​ພັກ​ຢູ່​ແຄມ​ແມ່​ນ້ຳ​ລິໂດ ຟິດຊິງ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 102:12–23

ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ຄຳ​ແນະ​ນຳ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

ພາກທີ 102 ບັນ​ຈຸ​ລາຍ​ງານ​ຫຍໍ້​ຂອງກອງ​ປະ​ຊຸມ​ຢູ່​ໃນ​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ບ່ອນ​ທີ່​ສະ​ພາ​ສູງ​ກຸ່ມ​ທຳ​ອິດຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ. ຂໍ້ທີ 12–23 ບັນ​ຍາຍ​ລະ​ບຽບ​ການ​ທີ່​ສະ​ພາ​ສູງ​ຈະ​ປະ​ຕິ​ບັດ​ຕາມ ເມື່ອ​ຈັດ​ສະ​ພາ​ວິ​ໄນ​ຂຶ້ນ ສຳ​ລັບ​ຜູ້​ທີ່​ໄດ້​ລ່ວງ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ.

ປະທານ ເອັມ ຣະໂຊ ບາເລີດ ໄດ້​ສິດ​ສອນ​ວ່າ, “ບາງ​ເທື່ອ​ສະ​ມາ​ຊິກ​ຖາມ​ວ່າ ເປັນ​ຫຍັງ​ຈຶ່ງ​ມີ​ສະ​ພາ​ວິ​ໄນ​ຂອງ​ສາດ​ສະ​ໜາ​ຈັກ. ຈຸດ​ປະ​ສົງ​ມີ​ຢູ່​ດ້ວຍ​ກັນ​ສາມ​ຢ່າງ: ເພື່ອ​ຮັກ​ສາ​ຈິດ​ວິນ​ຍານ​ຂອງ​ຜູ້​ລ່ວງ​ລະ​ເມີດ, ເພື່ອ​ປົກ​ປ້ອງ​ຜູ້​ບໍ່​ມີ​ຄວາມ​ຜິດ, ແລະ ເພື່ອ​ຮັກ​ສາ​ຄວາມ​ບໍ​ລິ​ສຸດ, ຄວາມ​ສຸດ​ຈະ​ລິດ, ແລະ ຊື່​ສຽງ​ຂອງ​ສາດ​ສະ​ໜາ​ຈັກ​ເອົາ​ໄວ້” (“A Chance to Start Over: Church Disciplinary Councils and the Restoration of Blessings,” Ensign, Sept. 1990, 15).

ເບິ່ງ Gospel Topics, “Church Disciplinary Councils,” topics.ChurchofJesusChrist.org ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 103:1–12, 36; 105:1–19

ຊີໂອນ​ສາ​ມາດ​ຖືກ​ສ້າງ​ຂຶ້ນ​ໄດ້​ພຽງ​ແຕ່​ຢູ່​ເທິງ​ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ.

ເປັນ​ຫຍັງ​ໄພ່​ພົນ​ຈຶ່ງ​ສູນ​ເສຍ​ທີ່​ດິນ​ທີ່​ຖືກ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ລັດ​ມີເຊີ​ຣີ? ແລະ ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບໍ່ປ່ອຍ​ໃຫ້​ຄ້າຍ​ຊີໂອນ​ສາ​ມາດ​ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ດິນ​ຂອງ​ຕົນ? ສິ່ງ​ທີ່​ແນ່ນອນ​ແມ່ນ​ກຸ່ມ​ອັນ​ຕະ​ພານ​ຢູ່​ໃນ​ລັດ​ມີເຊີ​ຣີ​ມີ​ສ່ວນ​ກ່ຽວ​ຂ້ອງກັບ​ການກໍ່​ຄວາມ​ຮຸນ​ແຮງ, ແລະ ເຈົ້າ​ລັດ​ມີເຊີ​ຣີ​ໄດ້​ສັນ​ຍາ​ວ່າ​ຈະ​ຊ່ວຍ​ເຫລືອ​ໄພ່​ພົນ ແຕ່​ກໍ​ບໍ່​ໄດ້​ເຮັດ​ຕາມ​ທີ່​ສັນ​ຍາ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ “ຖ້າ​ຫາກບໍ່​ເປັນ​ເພາະ​ການ​ລ່ວງ​ລະ​ເມີດ​ຂອງ​ຜູ້​ຄົນ​ຂອງ​ເຮົາ,” ຊີໂອນ “ອາດ​ໄດ້​ຮັບ​ການ​ໄຖ່​ແລ້ວ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 105:2). ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 103:1–12, 36; 105:1–19, ທ່ານ​ອາດ​ສັງ​ເກດ​ເຫັນ​ບາງ​ສິ່ງ​ທີ່​ຢຸດຢັ້ງ​ການ​ສະ​ຖາ​ປະ​ນາ​ຊີໂອນ ຢູ່​ໃນ​ລັດ​ມີເຊີ​ຣີ ແລະ ບາງ​ສິ່ງ​ທີ່​ອາດ​ຊ່ວຍ​ໄດ້. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ສະ​ຖາ​ປະ​ນາ​ຊີໂອນ​ຢູ່​ໃນ​ໃຈ ແລະ ຢູ່​ໃນບ້ານ​ເຮືອນ​ຂອງ​ທ່ານ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 103:12–13; 105:1–6, 13–19

ພອນ​ຈະ​ມີ​ມາ​ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ ແລະ ການ​ທົດ​ລອງ​ສັດ​ທາ.

ໃນ​ຫລາຍ​ວິ​ທີ​ທາງ, ການ​ມີ​ສ່ວນ​ຮ່ວມ​ຢູ່​ໃນ​ຄ້າຍ​ຊີໂອນ ແມ່ນ​ການ​ທົດ​ລອງ​ສັດ​ທາ. ການ​ເດີນ​ທາງນັ້ນ​ແມ່ນ​ຍາວ​ໄກ, ອາ​ກາດ​ກໍ​ຮ້ອນ​ອົບ​ເອົ້າ, ແລະ ບາງ​ຄັ້ງ​ກໍ​ຂາດ​ແຄນ​ອາ​ຫານ ແລະ ນ້ຳ. ແລະ ຫລັງ​ຈາກ​ທັງ​ໝົດ​ທີ່​ເຂົາ​ເຈົ້າ​ໄດ້​ອົດ​ທົນ​ຕໍ່, ໄພ່​ພົນ​ກໍ​ຍັງ​ບໍ່​ສາ​ມາດ​ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ດິນ​ຂອງ​ຕົນ​ໄດ້. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຫລັກ​ທຳ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 103:12–13 ແລະ 105:1–6, 13–19 ອາດ​ຊ່ວຍ​ສະ​ມາ​ຊິກ​ຢູ່​ໃນ​ຄ້າຍ​ຊີໂອນ ຜູ້​ທີ່​ມີ​ຄວາມ​ສົງ​ໃສວ່າ ພຣະ​ບັນ​ຍັດ​ໃຫ້​ຈັດ​ຄ້າຍນັ້ນ ແມ່ນ​ມາ​ຈາກ​ພຣະ​ເຈົ້າ​ແທ້ໆ​ບໍ. ຫລັກ​ທຳ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ຢູ່​ໃນ​ການ​ທົດ​ລອງ​ສັດ​ທາ​ຂອງ​ທ່ານ​ເອງ​ແນວ​ໃດ?

ທ່ານ​ກໍ​ສາ​ມາດ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ສະ​ມາ​ຊິກ​ໃນ​ຄ້າຍ​ຊີໂອນ ຢູ່​ໃນ “ສຽງ​ຂອງ​ການ​ຟື້ນ​ຟູ” ຢູ່​ທ້າຍ​ໂຄງ​ຮ່າງນີ້. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ ກ່ຽວ​ກັບ​ທ່າ​ທີ​ຂອງ​ເຂົາ​ເຈົ້າ? ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ?

ເບິ່ງ David A. Bednar, “On the Lord’s Side: Lessons from Zion’s Camp,” Ensign, July 2017, 26–35 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 104:11–18, 78–83

ເຮົາ​ເປັນ “ຜູ້​ພິ​ທັກ​ຮັກ​ສາ​ພອນ​ຝ່າຍ​ແຜ່ນ​ດິນ​ໂລກ.”

ນອກ​ເໜືອ​ຈາກ​ການ​ທົດ​ລອງ​ຢູ່​ໃ​ນ​ລັດ​ມີເຊີ​ຣີ​ແລ້ວ, ໃນປີ 1834 ສາດ​ສະ​ໜາ​ຈັກ​ໄດ້​ປະ​ເຊີນ​ກັບ​ບັນ​ຫາ​ເລື່ອງ​ການ​ເງິນ, ລວມ​ທັງການ​ມີ​ໜີ້​ສິນ ແລະ ມີ​ລາຍ​ຈ່າຍ​ຢ່າງ​ຫລວງ​ຫລາຍ. ໃນ ພາກທີ 104 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຄຳ​ແນະ​ນຳ​ເລື່ອງ​ສະ​ພາບ​ການ​ເງິນ​ຂອງ​ສາດ​ສະ​ໜາ​ຈັກ. ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ຫລັກ​ທຳ​ຢູ່​ໃນ ຂໍ້ທີ 11–18 ແລະ 78–83 ກັບ​ການ​ຕັດ​ສິນ​ໃຈ​ເລື່ອງ​ການ​ເງິນ​ຂອງ​ທ່ານ​ເອງ​ແນວ​ໃດ?

ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ໜຶ່ງ​ໃນ​ວິ​ທີ​ທາງ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ກຽມ​ສຳ​ລັບ​ສາດ​ສະ​ໜາ​ຈັກ ເພື່ອ​ໃຫ້​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ຄວາມ​ເປັນ​ທາດ​ຂອງ​ໜີ້​ສິນ, ໃຫ້​ເບິ່ງວິ​ດີ​ໂອ, “Treasure in Heaven: The John Tanner Story” (ChurchofJesusChrist.org).

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ “ວິ​ທີ​ທາງ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ຂໍ້ທີ 16) ​ເພື່ອ​ຈັດ​ຫາ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ, ທ່ານ​ສາ​ມາດ​ສຶກ​ສາຂ່າວ​ສານ​ຂອງ​ປະທານ​ດີເດີ ແອັຟ ອຸກດອບ “Providing in the Lord’s Way” (Ensign ຫລື Liahona, Nov. 2011, 53–56).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 103:12, 36; 105:9–13.ຄອບ​ຄົວ​ຂອງ​ທ່ານ (ຫລື ບັນ​ພະ​ບຸ​ລຸດ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ທ່ານ) ເຄີຍ​ໄດ້​ຖືກ​ຂໍ​ໃຫ້​ເຮັດ​ບາງ​ຢ່າງ​ທີ່ບໍ່​ໄດ້​ເປັນ​ດັ່ງ​ທີ່​ຄາດ​ໝາຍ​ໄວ້​ບໍ? ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ທ່າ​ທີ​ຂອງ​ສະ​ມາ​ຊິກ​ໃນ​ຄ້າຍ​ຊີໂອນ ເມື່ອ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ດັ່ງ​ທີ່​ເຂົາ​ເຈົ້າ​ຄາດ​ໝາຍ​ໄວ້? (ເບິ່ງ “ສຽງ​ຂອງ​ການ​ຟື້ນ​ຟູ” ຢູ່​ໃນ​ທ້າຍ​ຂອງ​ໂຄງ​ຮ່າງນີ້).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 104:13–18.ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ຫຍັງ​ໃຫ້​ເຮົາ? ພຣະ​ອົງ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ຫຍັງ​ກັບ​ສິ່ງ​ເຫລົ່າ​ນີ້?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 104:23–46.ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຄົ້ນ​ຄວ້າ​ຂໍ້​ເຫລົ່ານີ້ ເພື່ອ​ເບິ່ງວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ຈັກ​ເທື່ອ ທີ່​ຈະ “ເພີ່ມ​ທະ​ວີ​ພອນ” (ຂໍ້ທີ 23) ໃຫ້​ຜູ້​ທີ່​ຊື່​ສັດ. ບາງທີ​ຕອນນີ້​ອາດ​ເປັນ​ເວ​ລາ​ທີ່​ດີ​ທີ່​ຈະ “ນັບ​ພຣະ​ພອນ​ຂອງ​ທ່ານ” (“ນັບ​ພຣະ​ພອນ​ຂອງ​ທ່ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 8) ແລະ ສົນ​ທະນາ​ກ່ຽວ​ກັບ​ວ່າ​ການ​ເຮັດ​ແນວນັ້ນສາ​ມາດ​ຊ່ວຍ​ເຮົາ​ລະ​ຫວ່າງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ແນວ​ໃດ. ເດັກ​ນ້ອຍ​ອາດ​ມັກ​ແຕ້ມ​ຮູບ​ກ່ຽວ​ກັບ​ພອນ​ໃດ​ໜຶ່ງ​ທີ່​ພວກ​ເຂົາ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 105:38–41.ເຮົາ​ຈະ​ສາ​ມາດ “ຂໍ​ສັນ​ຕິ​ພາບ” (ຂໍ້ທີ 40) ເມື່ອ​ຄົນ​ອື່ນ​ປະ​ຕິ​ບັດ​ຕໍ່​ເຮົາ​ຢ່າງບໍ່​ສຸ​ພາບ ຫລື ບໍ່​ຍຸດ​ຕິ​ທຳແນວ​ໃດ? ເຮົາ​ຈະ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ເປັນ “ປ້າຍ​ສັນ​ຍານ​ແຫ່ງ​ສັນ​ຕິ​ພາບ” (ຂໍ້ທີ 39) ໃນ​ບ້ານ​ເຮືອນ​ຂອງ​ເຮົາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ນັບ​ພຣະ​ພອນ​ຂອງ​ທ່ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 8.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ສຽງຂອງ​ການ​ຟື້ນ​ຟູ

ສຽງຂອງ​ການ​ຟື້ນ​ຟູ

ຄ້າຍ​ຊີໂອນ

ເປັນ​ເພາະ​ຄ້າຍ​ຊີໂອນບໍ່​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ກັບ​ໄປ​ຢູ່​ທີ່​ດິນ​ຂອງ​ເຂົາ​ເຈົ້າ​ເອງ​ຢູ່​ໃນ​ເຂດ​ແຈ໊ກ​ສັນ, ຫລາຍ​ຄົນ​ຈຶ່ງ​ຮູ້​ສຶກວ່າ ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ລົ້ມ​ເຫລວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລາຍ​ຄົນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ຄ້າຍ​ຊີໂອນ​ໄດ້​ຫວນ​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ຕົນ ແລະ ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ລຸຈຸດ​ປະ​ສົງ​ທີ່​ສູງກວ່າ​ໃນ​ຊີ​ວິດ​ຂອງ​ພວກ​ເພິ່ນ ແລະ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ຕໍ່​ໄປ​ນີ້​ແມ່ນ​ປະ​ຈັກ​ພະ​ຍານ​ຈຳ​ນວນ​ໜຶ່ງ​ຂອງ​ພວກ​ເພິ່ນ:

ໂຈເຊັບ ສະມິດ

ຮູບ​ພາບ
ໂຈເຊັບ ສະມິດ

ຫລາຍກວ່າ 40 ປີ ຫລັງ​ຈາກ​ຄ້າຍ​ຊີໂອນ, ໂ​ຈເຊັບ ຢັງ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຄ້າຍ, ໄດ້​ລາຍ​ງານ​ວ່າ ໂ​ຈເຊັບ ສະມິດ ໄດ້​ກ່າວ​ດັ່ງ​ຕໍ່​ໄປ​ນີ້:

“​ອ້າຍ​ນ້ອງ​ທັງ​ຫລາຍ, ພວກ​ທ່ານ​ບາງ​ຄົນ​ໄດ້​ໃຈ​ຮ້າຍ​ໃຫ້ຂ້າ​ພະ​ເຈົ້າ, ເພາະ​ພວກ​ທ່ານ​ບໍ່​ໄດ້​ຕໍ່​ສູ້​ຢູ່​ລັດ​ມີເຊີ​ຣີ, ແຕ່​ຂ້າ​ພະ​ເຈົ້າ​ຈະ​ບອກ​ພວກ​ທ່ານ​ວ່າ, ພຣະ​ເຈົ້າ​ບໍ່​ຢາກ​ໃຫ້​ພວກ​ທ່ານ​ຕໍ່​ສູ້. ພຣະ​ອົງ​ບໍ່​ສາ​ມາດ​ຈັດ​ຕັ້ງ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ ດ້ວຍ​ຜູ້​ຊາຍ​ສິບ​ສອງ​ຄົນ ເພື່ອ​ເປີດ​ປະ​ຕູ​ພຣະ​ກິດ​ຕິ​ຄຸນ​ຕໍ່​ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ດ້ວຍ​ຜູ້​ຊາຍ​ເຈັດ​ສິບ​ຄົນ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພວກ​ເພິ່ນ ເພື່ອ​ຕິດ​ຕາມ​ຮອຍ​ຂອງ​ພວກ​ເພິ່ນ, ຍົກ​ເວັ້ນ​ແຕ່​ພຣະ​ອົງ​ຈະ​ເລືອກ​ເອົາ​ເຂົາ​ເຈົ້າ​ຈາກ​ກຸ່ມ​ຜູ້​ຊາຍ​ເຫລົ່າ​ນັ້ນ​ທີ່​ໄດ້​ຍອມມອບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ແລະ ຜູ້​ທີ່​ໄດ້​ທຳ​ການ​ເສຍ​ສະ​ລະ​ຢ່າງ​ຫລວງ​ຫລາຍ ຄື​ກັນ​ກັບ​ທີ່​ອັບ​ຣາ​ຮາມ​ໄດ້​ເຮັດ.

“ບັດ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ມີ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ສາ​ວົກ​ເຈັດ​ສິບ​ຂອງ​ພຣະ​ອົງ​ແລ້ວ, ແລະ ກໍ​ຈະ​ມີ​ກຸ່ມ​ອື່ນ​ອີກ​ຂອງ​ສາ​ວົກ​ເຈັດ​ສິບ​ຖືກ​ຈັດ​ຕັ້ງ​ຂຶ້ນ, ຜູ້​ທີ່​ຈະ​ເສຍ​ສະ​ລະ, ແລະ ຜູ້​ທີ່​ຍັງ​ບໍ່​ໄດ້​ເສຍ​ສະ​ລະ​ເທື່ອ​ໃນ​ເວ​ລານີ້, ກໍ​ຈະ​ເສຍ​ສະ​ລະ​ຫລັງ​ຈາກນີ້.”1

ບຣິກຳ ຢັງ

ຮູບ​ພາບ
ບຣິກຳ ຢັງ

“ເວ​ລາ​ພວກ​ເຮົາ​ໄດ້​ໄປ​ເຖິງ​ລັດ​ມີເຊີ​ຣີ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່ ໂ​ຈເຊັບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ, ‘ເຮົາ​ໄດ້​ຮັບ​ເອົາ​ການ​ຖວາຍ​ຂອງ​ພວກເຈົ້າ​ແລ້ວ,’ ແລະ ພວກ​ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃຫ້​ກັບ​ຄືນ​ໄປ​ອີກ. ຕອນ​ກັບ​ຄືນ​ໄປ ໝູ່​ເພື່ອນ​ຫລາຍ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບວ່າ ມັນ​ໄດ້​ປະ​ໂຫຍດ​ຫຍັງ​ທີ່​ເອີ້ນ​ໃຫ້​ຜູ້​ຊາຍ​ຫລາຍ​ຄົນ​ໃຫ້​ປະ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ເພື່ອ​ໄປ​ລັດ​ມີເຊີຣີ ແລະ ກັບ​ຄືນ​ມາ​ຊື່ໆ, ໂດຍ​ທີ່ບໍ່​ໄດ້​ບັນ​ລຸ​ຄວາມ​ສຳ​ເລັດ​ຢ່າງ​ໃດ​ເລີຍ. ‘ມັນ​ໄດ້​ປະ​ໂຫຍດ​ຫຍັງ?’ ເຂົາ​ເຈົ້າ​ຖາມ. ‘ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໃຫ້​ເຮັດ​ມັນ​ສຳ​ເລັດ, ພຣະ​ອົງ​ມີ​ເປົ້າ​ໝາຍ​ແນວ​ໃດ ໃນ​ການ​ເຮັດ​ແນວນັ້ນ?’ … ຂ້າ​ພະ​ເຈົ້າ​ໄດ້​ບອກ​ບັນດາ​ອ້າຍ​ນ້ອງ​ເຫລົ່າ​ນັ້ນ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ລາງວັນ​ຢ່າງ​ເໝາະ​ສົມ—ດ້ວຍດອກ​ເບ້ຍ​ທີ່​ງົດ​ງາມ—ແທ້​ຈິງ​ແລ້ວ ລາງວັນ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂດຍ​ການ​ເດີນ​ທາງ​ໄປ​ກັບ​ສາດ​ສະ​ດາ.”2

ວິວເຝີດ ວູດຣັບ

ຮູບ​ພາບ
ວິວເຝີດ ວູດຣັບ

“ຂ້າ​ພະ​ເຈົ້າ​ໄດ້​ຢູ່​ໃນ​ຄ້າຍ​ຊີໂອນ​ກັບ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້ເຫັນ​ພຣະ​ເຈົ້າ​ທຳ​ງານ​ກັບ​ເພິ່ນ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ຢູ່​ກັບ​ເພິ່ນ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ ເພິ່ນ​ເປັນ​ສາດ​ສະ​ດາ. ສິ່ງ​ທີ່​ສະ​ແດງ​ໃຫ້​ປະ​ຈັກ​ແກ່​ເພິ່ນ​ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າກ່ຽວ​ກັບ​ພາ​ລະ​ກິດນັ້ນ ມີ​ຄ່າ​ຫລາຍ​ທີ່​ສຸດ​ຕໍ່​ຂ້າ​ພະ​ເຈົ້າ ແລະ ຕໍ່​ທຸກ​ຄົນ​ທີ່​ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ​ເພິ່ນ.”3

“ຕອນ​ສະ​ມາ​ຊິກ​ຂອງ​ຄ້າຍ​ຊີໂອນ​ຖືກ​ເອີ້ນ ຫລາຍ​ຄົນ​ພວກ​ເຮົາ​ບໍ່​ຮູ້​ຈັກ​ກັນ; ພວກ​ເຮົາ​ເປັນ​ຄົນ​ແປກ​ໜ້າ​ຕໍ່​ກັນ ແລະ ກໍ​ບໍ່​ເຄີຍ​ເຫັນ​ສາດ​ສະ​ດາ. ພວກ​ເຮົາ​ໄດ້​ຢາຍ​ກັນ​ຢູ່, ຄື​ກັນ​ກັບເມັດ​ສາ​ລີ​ຢູ່​ໃນ​ກະ​ດົ້ງ, ທົ່ວ​ປະ​ເທດ. ພວກ​ເຮົາ​ເປັນ​ຊາຍ​ສະ​ກັນ, ແລະ ຖືກ​ເອີ້ນໃນ​ຊ່ວງ​ໄລ​ຍະ​ຕອນ​ຕົ້ນ​ນັ້ນ​ໃຫ້​ຂຶ້ນ​ໄປ ແລະ ໄຖ່​ຊີໂອນ, ແລະ ສິ່ງ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ເຮັດ ພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ດ້ວຍ​ສັດ​ທາ. ພວກ​ເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຈາກ​ຫລາຍ​ລັດ​ຢູ່​ເມືອງ​ເຄີດ​ແລນ ແລະ ໄດ້​ຂຶ້ນ​ໄປ​ເພື່ອ​ໄຖ່​ຊີໂອນ, ໃນ​ການ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ມອບ​ໃຫ້​ພວກ​ເຮົາ. ພຣະ​ເຈົ້າ​ໄດ້​ຮັບ​ເອົາ​ວຽກ​ງານ​ຂອງ​ພວກ​ເຮົາ ຄື​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ຮັບ​ເອົາ​ວຽກ​ງານ​ຂອງ​ອັບ​ຣາ​ຮາມ. ພວກ​ເຮົາ​ໄດ້​ບັນ​ລຸ​ຄວາມ​ສຳ​ເລັດ​ຫລາຍ, ເຖິງ​ແມ່ນ​ຜູ້​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ຜູ້​ທີ່ບໍ່​ເຊື່ອ​ໄດ້​ຖາມ​ຫລາຍ​ເທື່ອ​ວ່າ ‘ພວກ​ເຈົ້າ​ໄດ້​ເຮັດ​ຫຍັງ?’ ພວກ​ເຮົາ​ໄດ້​ຮັບ​ປະ​ສົບ​ການ​ທີ່​ພວກ​ເຮົາ​ບໍ່​ເຄີຍ​ໄດ້​ຮັບ [ໃນ] ວິ​ທີ​ທາງ​ອື່ນ. ພວກ​ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ທີ່​ໄດ້​ເຫັນ​ສາດ​ສະ​ດາ​ໜ້າ​ຕໍ່​ໜ້າ, ແລະ ພວກ​ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ທີ່​ໄດ້​ເດີນ​ທາງ​ຫລາຍ​ພັນ​ກິ​ໂລ​ແມັດ​ໄປ​ກັບ​ເພິ່ນ, ແລະ ໄດ້​ເຫັນ​ວຽກ​ງານ​ທາງວິນ​ຍານ​ຂອງ​ພຣະ​ເຈົ້າ​ຢູ່​ກັບ​ເພິ່ນ, ແລະ ການ​ເປີດ​ເຜີຍ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແກ່​ເພິ່ນ ແລະ ການ​ສຳ​ເລັດ​ຄົບ​ຖ້ວນ​ຂອງ​ການ​ເປີດ​ເຜີຍ​ເຫລົ່າ​ນັ້ນ. ແລະ ເພິ່ນ​ໄດ້​ເຕົ້າ​ໂຮມ​ບັນ​ດາ​ອ້າຍ​ນ້ອງ​ຫລາຍກວ່າ​ສອງ​ພັນ​ຄົນ​ຈາກ​ທົ່ວ​ປະ​ເທດ​ໃນ​ຊ່ວງ​ໄລ​ຍະ​ຕອນ​ຕົ້ນ​ນັ້ນ ແລະ ໄດ້​ສົ່ງ​ພວກ​ເຮົາ​ອອກ​ໄປ​ສູ່​ໂລກ ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຖ້າ​ຫາກວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໄປ​ກັບ​ຄ້າຍ​ຊີໂອນ ຂ້າ​ພະ​ເຈົ້າ​ຄົງ​ບໍ່​ໄດ້​ຢູ່​ທີ່ນີ້​ໃນ​ມື້ນີ້ [ໃນ​ເມືອງ​ເຊົາ​ເລັກ, ຮັບ​ໃຊ້​ຢູ່​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ]. … ໂດຍ​ການ​ໄປ​ທີ່ນັ້ນ ພວກ​ເຮົາ​ໄດ້​ຖືກ​ຜັກດັນ​ເຂົ້າ​ໄປ​ໃນ​ສວນ​ອະ​ງຸ່ນ ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ເອົາ​ວຽກ​ງານ​ຂອງ​ພວກ​ເຮົາ. ແລະ ໃນ​ວຽກ​ງານ ແລະ ການ​ຂົ່ມ​ເຫັງ​ທັງ​ໝົດ​ຂອງ​ພວກ​ເຮົາ, ໂດຍ​ທີ່​ຊີ​ວິດ​ຂອງ​ພວກ​ເຮົາ​ຢູ່​ໃນ​ການ​ສ່ຽງ​ສະ​ເໝີ, ພວກ​ເຮົາ​ຕ້ອງ​ທຳ​ງານ ແລະ ໃຊ້​ຊີ​ວິດ​ດ້ວຍ​ສັດ​ທາ.”

“ປະ​ສົບ​ການ​ທີ່ [ພວກ​ເຮົາ] ໄດ້​ຮັບ​ໃນ​ການ​ເດີນ​ທາງ​ໄປ​ກັບ​ຄ້າຍ​ຊີໂອນ ມີ​ຄ່າ​ຫລາຍກວ່າເງິນ​ຄຳ.”

ແຫລ່ງ​ອ້າງ​ອີງ

  1. ໃນ Joseph Young Sr., History of the Organization of the Seventies (1878), 14.

  2. “Discourse,” Deseret News, Dec. 3, 1862, 177.

  3. ໃນ Conference Report, Apr. 1898, 29–30; ເບິ່ງ Teachings of Presidents of the Church: Wilford Woodruff (2004), 135 ນຳ​ອີກ.

ຮູບ​ພາບ
ຄ້າຍ​ຊີໂອນ​ຢູ່ໃກ້​ແມ່​ນ້ຳ

Zion’s Camp (Zion’s Camp at Fishing River) ຄ້າຍ​ຊີໂອນ (ຄ້າຍ​ຊີໂອນ ຢູ່​ທີ່​ແມ່​ນ້ຳ​ຟິດຊິງ), ໂດຍ ຈູດິດ ເອ ເມີ

ພິມ