ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 6–12 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98–101: “ຈົ່ງ​ສະ​ຫງົບ ແລະ ຮູ້​ວ່າ​ເຮົາ​ຄື​ພຣະ​ເຈົ້າ”


“ວັນທີ 6–12 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98–101: ‘ຈົ່ງ​ສະ​ຫງົບ ແລະ ຮູ້​ວ່າ​ເຮົາ​ຄື​ພຣະ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 6–12 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98–101,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ໄພ່​ພົນ​ແລ່ນ​ໜີ​ຈາກ​ກຸ່ມ​ອັນ​ຕະ​ພານ

ຊີ ຊີ ເອ ຄຣິສເຕັນ​ເຊັນ (1831–1912), Saints Driven from Jackson County Missouri [ໄພ່​ພົນ​ຖືກ​ຂັບ​ໄລ່​ອອກ​ຈາກ​ເຂດ​ແຈ໊ກສັນ ລັດ​ມີເຊີຣີ], ປະ​ມານ 1878, ສີ​ຖາ​ວອນ​ແຫ້ງ​ໄວ ເທິງຜ້າຝ້າຍ​ມັດສະລິນ, 77 ¼ × 113 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ບຣິກຳ ຢັງ, ຂອງ​ຂວັນ​ຈາກ​ຫລານ​ຂອງ ຊີ ຊີ ເອ ຄຣິສເຕັນ​ເຊັນ, 1970

ວັນທີ 6–12 ເດືອນ​ກັນຍາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98–101

“ຈົ່ງ​ສະຫງົບ ແລະ ຮູ້​ວ່າ​ເຮົາ​ຄື​ພຣະ​ເຈົ້າ”

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98–101, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຄິດ ແລະ ຄວາມ​ປະ​ທັບ​ໃຈ​ທີ່​ມາ​ສູ່​ທ່ານ. ການ​ເຮັດ​ຕາມ​ຄວາມ​ຄິດ ແລະ ຄວາມ​ປະ​ທັບ​ໃຈ ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ​ບຸກ​ຄົນ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເປັນ​ແນວ​ໃດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ສຳ​ລັບ​ໄພ່​ພົນ​ໃນ​ຊ່ວງ​ໄລ​ຍະ​ຊຸມປີ 1830, ເມືອງ​ອິນດີ​ເພັນເດັນສ໌, ລັດ​ມີເຊີຣີ, ໄດ້​ເປັນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ແທ້ໆ. ມັນ​ແມ່ນ “ສະ​ຖານ​ທີ່​ສູນ​ກາງ” ຂອງ​ຊີໂອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 57:3)—ເມືອງ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ໂລກ—ຊຶ່ງ​ເຂົາ​ເຈົ້າ​ໄດ້​ເສຍ​ສະ​ລະ​ຢ່າງ​ຫລວງ​ຫລາຍ​ເພື່ອ​ສ້າງ​ມັນ​ຂຶ້ນ. ສຳ​ລັບ​ເຂົາ​ເຈົ້າ​ແລ້ວ, ການ​ເຕົ້າ​ໂຮມ​ຂອງ​ໄພ່​ພົນ​ຢູ່​ທີ່ນັ້ນ ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ສະ​ຫງ່າ​ລາ​ສີ ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ. ແຕ່​ເພື່ອນ​ບ້ານ​ຂອງ​ເຂົາ​ເຈົ້າ​ທີ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດນັ້ນ ບໍ່​ໄດ້​ຄິດ​ຄື​ກັນ​ກັບ​ເຂົາ​ເຈົ້າ. ພວກ​ເຂົາ​ມີ​ບັນ​ຫາ​ເລື່ອງ​ການ​ປະ​ກາດ​ວ່າ ພຣະ​ເຈົ້າ​ໄດ້​ມອບ​ດິນ​ແດນ​ແຖວນັ້ນ​ໃຫ້​ໄພ່​ພົນ, ແລະ ພວກ​ເຂົາ​ກໍ​ບໍ່​ສະ​ບາຍ​ໃຈ​ກັບ​ເລື່ອງ​ການ​ເມືອງ, ເສດ​ຖະ​ກິດ, ແລະ ຜົນ​ສະ​ທ້ອນ​ທາງ​ດ້ານ​ສັງ​ຄົມ ທີ່​ມີ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຈາກ​ສາດ​ສະ​ໜາ​ທີ່​ພວກ​ເຂົາ​ບໍ່​ຄຸ້ນ​ເຄີຍ ຍ້າຍ​ມາ​ຢູ່​ໃນ​ຂົງ​ເຂດນັ້ນ​ຢ່າງວ່ອງ​ໄວ. ບໍ່​ດົນ​ຄວາມກັງ​ວົນ​ໄດ້​ກາຍ​ເປັນໄພ​ຄຸກ​ຄາມ, ແລະ ໄພ​ຄຸກ​ຄາມ​ໄດ້​ກາຍ​ເປັນ​ການ​ຂົ່ມ​ເຫັງ ແລະ ຄວາມ​ຮຸນ​ແຮງ. ໃນ​ເດືອນ​ກໍລະກົດ 1833, ຫ້ອງ​ການ​ພິມ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ທຳ​ລາຍ, ແລະ ໃນ​ເດືອນ​ພະຈິກ ໄພ່​ພົນ​ໄດ້​ຖືກ​ບັງ​ຄັບ​ໃຫ້​ປະ​ຖິ້ມ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ຢູ່​ໃນ​ເຂດ​ແຈ໊ກສັນ, ລັດ​ມີເຊີຣີ.

ໂຈເຊັບ ສະມິດ ໄດ້​ຢູ່​ຫ່າງ​ໄກ​ຈາກ​ເມືອງ​ເຄີດແລນ ຫລາຍກວ່າ 800 ໄມ (1288 ກິໂລແມັດ), ແລະ ຂ່າວນັ້ນ​ຕ້ອງ​ໃຊ້​ເວ​ລາ​ໜຶ່ງ​ອາ​ທິດ​ຈຶ່ງ​ໄປ​ເຖິງ​ເພິ່ນ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ, ແລະ ພຣະ​ອົງ​ໄດ້​ເປີດ​ເຜີຍ​ຫລັກ​ທຳແຫ່ງ​ຄວາມ​ສະ​ຫງົບ ແລະ ກຳ​ລັງ​ໃຈ ແກ່​ສາດ​ສະ​ດາ​ຂອງ​ພຣະ​ອົງ ທີ່​ຈະ​ປອບ​ໂຍນ​ໄພ່​ພົນ​ໄດ້—ຫລັກ​ທຳ​ເຫລົ່າ​ນັ້ນ​ກໍ​ສາ​ມາດ​ຊ່ວຍ​ເຮົາ​ໃນ​ເວ​ລາ​ທີ່​ເຮົາ​ປະ​ເຊີນ​ກັບ​ການ​ຂົ່ມ​ເຫັງ, ເວ​ລາ​ທີ່​ຄວາມ​ປະ​ສົງ​ອັນ​ຊອບ​ທຳ​ຂອງ​ເຮົາ​ບໍ່​ໄດ້​ຮັບ​ຄຳ​ຕອບ, ຫລື ເວ​ລາ​ທີ່​ເຮົາ​ຕ້ອງ​ການ ການ​ເຕືອນ​ໃຈ​ວ່າ ຄວາມ​ທຸກ​ປະ​ຈຳ​ວັນ​ຂອງ​ເຮົາ ຈະ, “ທຳ​ງານ​ນຳ​ກັນ​ເພື່ອ​ຄວາມ​ດີ [ຂອງ​ເຮົາ]” ໃນ​ທີ່​ສຸດ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:3).

ເບິ່ງ Saints, 1:171–93; “Waiting for the Word of the Lord,” Revelations in Context, 196–201.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:1–3, 11–14; 101:1–16

ການ​ທົດ​ລອງ​ຂອງ​ເຮົາ​ສາ​ມາດ​ທຳ​ງານ​ນຳ​ກັນ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.

ຄວາມ​ທຸກ​ບາງ​ຢ່າງ​ໃນ​ຊີ​ວິດ​ຂອງ​ເຮົາ ເກີດ​ຂຶ້ນ​ຈາກ​ການ​ເລືອກ​ຂອງ​ເຮົາ​ເອງ. ບາງ​ຢ່າງ​ເກີດ​ຂຶ້ນ​ຈາກ​ການ​ເລືອກ​ຂອງ​ຄົນ​ອື່ນ. ແລະ ບາງ​ເທື່ອ​ກໍ​ບໍ່​ໄດ້ເປັນ​ຄວາມ​ຜິດ​ຂອງ​ຜູ້​ໃດ—ຢູ່​ຊື່ໆ​ສິ່ງ​ທີ່ບໍ່​ດີ​ກໍ​ເກີດ​ຂຶ້ນ​ເອງ. ບໍ່​ວ່າ​ຈະ​ເປັນ​ດ້ວຍ​ເຫດ​ໃດ, ຄວາມ​ຍາກ​ລຳ​ບາກ​ສາ​ມາດ​ຊ່ວຍ​ໃຫ້​ຈຸດ​ປະ​ສົງ​ທີ່​ສູງ​ສົ່ງ​ບັນ​ລຸ​ຄວາມ​ສຳ​ເລັດ​ໄດ້. ຂະ​ນະ​ທີ່​ທ່ານ​ອ່ານ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ຄວາມ​ຍາກ​ລຳ​ບາກ​ຂອງ​ໄພ່​ພົນ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:1–3, 11–14 ແລະ 101:1–16, ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ທ່ານ​ກັບ​ການ​ທົດ​ລອງ​ຂອງ​ທ່ານ? ຂໍ້​ເຫລົ່າ​ນີ້​ສາ​ມາດ​ເປັນ​ອິດ​ທິ​ພົນ​ຕໍ່​ວິ​ທີ​ທີ່​ທ່ານ​ເບິ່ງ​ການ​ທ້າ​ທາຍ​ທີ່​ທ່ານ​ປະ​ເຊີນ​ແນວ​ໃດ​ແດ່? ໃຫ້​ໄຕ່​ຕອງວິ​ທີ​ທີ່​ການ​ທົດ​ລອງ​ຂອງ​ທ່ານ​ໄດ້​ທຳ​ງານ​ນຳ​ກັນ​ເພື່ອ​ຄວາມ​ດີ​ຂອງ​ທ່ານ ແລະ ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ​ແດ່.

ເບິ່ງ 2 ນີໄຟ 2:2; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:24 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:23–48

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ສະ​ແຫວງ​ຫາ​ຄວາມ​ສະ​ຫງົບ ຢູ່​ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ.

ເຖິງ​ແມ່ນ​ວ່າບໍ່​ແມ່ນ​ທຸກ​ສິ່ງ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:23–48 ຈະ​ຖືກ​ນຳ​ໃຊ້​ກັບ​ການ​ພົບ​ປະ​ສັງ​ສັນ​ຂອງ​ທ່ານ​ເປັນ​ສ່ວນ​ຕົວ​ກັບ​ຄົນ​ອື່ນ, ແຕ່ຫລັກ​ທຳ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ວ່າ ສາ​ມາດ​ຊີ້​ນຳ​ທ່ານ ເມື່ອ​ຄົນ​ອື່ນ​ເຮັດ​ຜິດ​ຕໍ່​ທ່ານ? ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ໝາຍ​ຂໍ້​ຄວາມ ຫລື ສຳ​ນວນ ທີ່​ບັນ​ຍາຍ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ໄພ່​ພົນ​ຈັດ​ການ​ກັບ​ການ​ຂັດ​ແຍ້ງ​ຢູ່​ໃນ​ລັດ​ມີເຊີຣີ.

ເບິ່ງ Jeffrey R. Holland, “The Ministry of Reconciliation,” Ensign ຫລື Liahona, Nov. 2018, 77–79 ນຳ​ອີກ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

ລາຍ​ລະ​ອຽດ​ຈາກ Christ and the Rich Young Ruler [ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາເສດ​ຖີ​ໜຸ່ມ], ໂດຍ ເຮັນຣິກ ຮ໊ອບແມນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 100

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ດູ​ແລ​ຜູ້​ທີ່​ຮັບ​ໃຊ້​ພຣະ​ອົງ.

ພຽງ​ສອງ​ສາມ​ອາ​ທິດ​ຫລັງ​ຈາກ​ໂຈເຊັບ​ໄດ້​ຍິນ​ເລື່ອງ​ການ​ຂົ່ມ​ເຫັງ​ຢູ່​ໃນ​ລັດ​ມີ​ເຊີ​ຣີ, ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ຄົນ​ໜຶ່ງ​ໄດ້​ຂໍ​ໃຫ້​ເພິ່ນ​ເດີນ​ທາງ​ໄປ​ປະ​ເທດ​ກາ​ນາ​ດາ ເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ. ໂຈເຊັບ​ກໍ​ໄດ້​ຕົກ​ລົງ, ເຖິງ​ແມ່ນ​ເພິ່ນ​ມີ​ຄວາມ​ເປັນ​ຫ່ວງ​ກັບ​ຄອບ​ຄົວ​ຂອງ​ເພິ່ນ, ໂດຍ​ສະ​ເພາະ ເພາະ​ການ​ຂົ່ມ​ເຫັງ ແລະ ໄພຄຸກ​ຄາມ​ທີ່​ເກີດ​ກັບ​ຄອບ​ຄົວ​ຂອງ​ເພິ່ນ ແລະ ສາດ​ສະ​ໜາ​ຈັກ. ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ການາ​ດາ, ໂຈເຊັບ ແລະ ຊິດນີ ຣິກດອນ ຄູ່​ສອນ​ຂອງ​ເພິ່ນ ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ປອບ​ໂຍນ, ແລະ ພາກທີ 100 ຄື​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ພວກ​ເພິ່ນ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ໃຫ້​ຄວາມ​ໝັ້ນ​ໃຈ ແລະ ຊ່ວຍ​ພວກ​ເພິ່ນ?

ບາງ​ທີ​ທ່ານ​ອາດ​ເຄີຍ​ມີ​ປະ​ສົບ​ການ​ທີ່​ຮຽກ​ຮ້ອງ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ຄວາມ​ເປັນ​ຫ່ວງ​ລະ​ຫວ່າງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ສາດ​ສະ​ໜາ​ຈັກ ແລະ ຄອບ​ຄົວ​ຂອງ​ທ່ານ​ເອງ. ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ ພາກທີ 100 ຊ່ວຍ​ທ່ານ​ໃນ​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ​ແນວ​ໃດ?

ເບິ່ງ “A Mission to Canada,” Revelations in Context, 202–7 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:43–65

ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ເຈົ້າ ຊ່ວຍ​ເຮົາ​ໃຫ້​ປອດ​ໄພ.

ຄຳ​ອຸປະ​ມາ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:43–62 ໄດ້​ຖືກມອບ​ໃຫ້ ເພື່ອ​ອະ​ທິ​ບາຍ​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປ່ອຍ​ໃຫ້​ໄພ່​ພົນ​ຖືກ​ຂັບ​ໄລ່​ອອກ​ຈາກ​ຊີ​ໂອນ. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ທ່ານ​ເຫັນ​ສິ່ງ​ໃດ​ບໍ​ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງ​ຕົວ​ທ່ານ​ເອງ ແລະ ຄົນໃຊ້​ຢູ່​ໃນ​ຄຳ​ອຸປະ​ມານີ້? ທ່ານ​ອາດ​ຖາມ​ຕົວ​ເອງວ່າ: ເຮົາ​ເຄີຍ​ສົງ​ໃສ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ບໍ? ການ​ຂາດ​ສັດ​ທາ ຫລື ຄວາມ​ຕັ້ງ​ໃຈ ປ່ອຍ​ໃຫ້ “ສັດ​ຕູ” ມີ​ອິດ​ທິ​ພົນ​ໃນ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ເຈົ້າ​ເຫັນ​ວ່າ ເຮົາ “ເຕັມ​ໃຈ​ຮັບ​ການ​ແນະ​ນຳ​ໃນ​ວິ​ທີ​ທີ່​ຖືກ​ຕ້ອງ ແລະ ເໝາະ​ສົມສຳ​ລັບຄວາມ​ລອດ [ຂອງ​ເຮົາ]” ແນວ​ໃດ? (ເບິ່ງ ຂໍ້ທີ 63–65).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:16, 39–40.ຂໍ້​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສະ​ຫງົບ​ຢູ່​ໃນ​ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ? ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ຄວາມ​ສະ​ຫງົບ ຫລື ການ​ໃຫ້​ອະ​ໄພ, ດັ່ງ​ເຊັ່ນ “ພຣະ​ບິ​ດາ​ໂປດ​ຟັງ​ເຮົາ​ວອນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 23). ເດັກ​ນ້ອຍ​ອາດ​ມັກ​ຫລິ້ນ​ລະ​ຄອນ​ກ້ອມ ເລື່ອງ​ການ​ໃຫ້​ອະ​ໄພ​ກັນ​ແລະ​ກັນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 99.ຕອນ​ຈອນ ເມີດ໊ອກ ໄດ້​ຖືກ​ເອີ້ນ​ໃຫ້​ຈາກ​ບ້ານ​ເຮືອນ​ຂອງ​ລາວ “ເພື່ອ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ” (ຂໍ້ທີ 1), ລາວ​ຫາ​ກໍ​ກັບ​ມາ​ຈາກ​ການ​ເຜີຍ​ແຜ່ທີ່​ລຳ​ບາກ ເປັນ​ເວ​ລາ​ໜຶ່ງ​ປີ​ຢູ່​ໃນ​ລັດ​ມີເຊີຣີ (ເບິ່ງ “John Murdock’s Missions to Missouri,” Revelations in Context, 87–89). ເຮົາ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ພາກທີ 99 ທີ່​ອາດ​ເປັນ​ປະ​ໂຫຍດ ຫລື ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ບຣາເດີ ເມີດ໊ອກ? ຂ່າວ​ສານ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າມີ​ສຳ​ລັບ​ເຮົາ​ຢູ່​ໃນ​ການ​ເປີດ​ເຜີຍນີ້?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 100:16; 101:3–5, 18.ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້, ພວກທ່ານ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ຊ່າງ​ຕີ​ເຫລັກ​ໃຊ້​ເຕົາ​ໄຟ​ຮ້ອນ​ທີ່​ສຸດ ເພື່ອ​ກຳ​ຈັດ​ສິ່ງ​ທີ່ບໍ່​ບໍ​ລິ​ສຸດ​ອອກ​ຈາກ​ເຫລັກ ແລະ ໃຊ້​ໄມ້ຄ້ອນ​ຕີ​ເຫລັກ ຕີ​ແລ້ວ​ຕີ​ອີກ ເພື່ອ​ຫລໍ່​ຫລອມ​ເຫລັກ (ໃຫ້ເບິ່ງ ວິດີໂອ “The Refiner’s Fire” ຢູ່​ທີ່ ChurchofJesusChrist.org). ພວກທ່ານ​ກໍ​ຄວນ​ຮຽນ​ຮູ້​ນຳ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ສິ່ງ​ອື່ນໆ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ, ດັ່ງ​ເຊັ່ນ​ນ້ຳ ຫລື ເກືອ. ບາງ​ທີ​ພວກ​ທ່ານ​ສາ​ມາດ​ຊຳ​ລະ​ບາງ​ສິ່ງ​ໃຫ້​ບໍ​ລິ​ສຸດ ຫລື ສະ​ອາດ ນຳ​ກັນ​ເປັນ​ຄອບ​ຄົວ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ກາຍ​ເປັນ​ຄົນ​ບໍ​ລິ​ສຸດ? ຕົວ​ຢ່າງ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ການ​ທົດ​ລອງ​ຂອງ​ເຮົາ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ “ຜູ້​ຄົນ​ທີ່​ບໍ​ລິ​ສຸດ”?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:22–36.ຂໍ້​ເຫລົ່າ​ນີ້​ໄດ້​ຊ່ວຍ​ໄພ່​ພົນ​ຜູ້​ທີ່​ປະ​ເຊີນ​ກັບ​ການ​ຂົ່ມ​ເຫັງ​ແນວ​ໃດ? ຂໍ້​ເຫລົ່າ​ນີ້​ຊ່ວຍ​ຜູ້​ຄົນ​ທີ່​ຮູ້​ສຶກ​ຢ້ານ​ກົວ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ໂລກ​ໃນ​ທຸກວັນ​ນີ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຫລັກ​ທຳ. ແອວເດີ ຣິເຈີດ ຈີ ສະກາດ ໄດ້​ສິດສອນ​ວ່າ: “ເມື່ອ​ທ່ານ​ສະ​ແຫວງ​ຫາ​ຄວາມ​ຮູ້​ທາງວິນ​ຍານ, ຄົ້ນຄວ້າ​ຫລັກ​ທຳ. … ຫລັກ​ທຳ​ຄື​ຄວາມ​ຈິງ​ທີ່​ເຂັ້ມ​ຂຸ້ນ, ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ສາ​ມາດ​ນຳ​ໄປ​ໃຊ້​ກັບ​ສະ​ຖາ​ນະ​ການ​ຕ່າງໆ ທີ່​ແຕກ​ຕ່າງ​ກັນ” (“Acquiring Spiritual Knowledge,” Ensign, Nov. 1993, 86).

ຮູບ​ພາບ
ກຸ່ມ​ອັນ​ຕະ​ພານ​ຂົ່ມ​ເຫັງ​ໄພ່​ພົນ

Missouri Burning [ການ​ເຜົາ​ຜານຢູ່​ລັດ​ມີເຊີຣີ], ໂດຍ ກະເລັນ ​ແອັສ ຮອບຄິນສັນ

ພິມ