ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 16–22 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89–92: “ຫລັກ​ທຳ​ພ້ອມ​ດ້ວຍ​ຄຳ​ສັນ​ຍາ”


“ວັນທີ 16–22 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89–92: ‘ຫລັກ​ທຳ​ພ້ອມ​ດ້ວຍ​ຄຳ​ສັນ​ຍາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 16–22 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89–92,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຜູ້​ຊາຍ​ກັບ​ຜູ້​ຍິງ​ກຳ​ລັງ​ເຮັດ​ອາ​ຫານ

ວັນທີ 16–22 ເດືອນ​ສິງຫາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89–92

“ຫລັກ​ທຳ​ພ້ອມ​ດ້ວຍ​ຄຳ​ສັນ​ຍາ”

ໃຫ້​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89–92 ດ້ວຍ​ການ​ອະ​ທິ​ຖານ, ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ​ໃດໆ ທີ່​ທ່ານ​ໄດ້​ຮັບ. ໃຫ້​ມີ​ຄວາມ​ຮູ້​ສຶກ​ໄວ​ຕໍ່​ວິ​ທີ​ທີ່ “ພຣະ​ວິນ​ຍານ​ສະ​ແດງ​ຄວາມ​ຈິງ​ໃຫ້​ປະ​ຈັກ” ແກ່​ທ່ານ ຂະ​ນະ​ທີ່​ທ່ານ​ສຶກ​ສາ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 91:4).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຢູ່​ໃນ​ໂຮງ​ຮຽນ​ຂອງ​ສາດ​ສະ​ດາ, ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ສິດ​ສອນ​ພວກ​ແອວເດີ​ຂອງ​ອິດ​ສະ​ຣາ​ເອນ ກ່ຽວ​ກັບ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງໂລກ. ເຂົາ​ເຈົ້າ​ໄດ້​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຈິງ​ທາງວິນ​ຍານ, ໄດ້​ອະ​ທິ​ຖານ​ນຳ​ກັນ, ຖື​ສິນ​ອົດ​ເຂົ້າ, ແລະ ກະ​ກຽມ​ທີ່​ຈະ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ. ແຕ່​ໄດ້​ມີ​ບາງ​ສິ່ງ​ກ່ຽວ​ກັບ​ບັນ​ຍາ​ກາດ​ທີ່​ອາດ​ເບິ່ງ​ຄື​ວ່າ​ແປກ​ຕໍ່​ເຮົາ​ໃນປະ​ຈຸ​ບັນ, ແລະ ເບິ່ງ​ຄື​ວ່າ​ມັນ​ບໍ່ຖືກ​ຕ້ອງ​ຕໍ່​ນາງ​ເອມມາ ສະມິດ ຄື​ກັນ. ລະ​ຫວ່າງ​ການ​ປະ​ຊຸມ, ພວກ​ຜູ້​ຊາຍ​ໄດ້​ສູບ​ຢາ, ຊຶ່ງບໍ່​ໄດ້​ເປັນ​ເລື່ອງ​ທີ່ຜິດປົກ​ກະ​ຕິ​ສຳ​ລັບ​ສະ​ໄໝ​ນັ້ນ, ແຕ່​ມັນ​ເຮັດ​ໃຫ້​ພື້ນ​ຫ້ອງທີ່​ເປັນ​ໄມ້ ເປື້ອນ​ດຳ ແລະ ມີ​ກິ່ນ​ແຮງ. ນາງ​ເອມມາໄດ້​ບອກ​ໂຈເຊັບກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ຂອງ​ນາງ, ແລະ ໂຈເຊັບ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ. ຄຳ​ຕອບ​ແມ່ນ​ການ​ເປີດ​ເຜີຍ​ທີ່​ເກີນກວ່າ​ເລື່ອງ​ການ​ສູບ​ຢາ ແລະ ຮອຍ​ເປື້ອນ​ຢູ່​ພື້ນ​ຫ້ອງ. ການ​ເປີດ​ເຜີຍ​ດັ່ງ​ກ່າວໄດ້​ມອບ “ຫລັກ​ທຳ​ພ້ອມ​ດ້ວຍ​ຄຳ​ສັນ​ຍາ” ໃຫ້​ແກ່​ໄພ່​ພົນ, ຫລາຍ​ລຸ້ນ​ຄົນ​ຕໍ່ໆ​ໄປ—ສັນ​ຍາ​ເຖິງ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ, “ສະ​ຕິ​ປັນ​ຍາ,” ແລະ “ຂຸມ​ຊັບ​ແຫ່ງ​ຄວາມ​ຮູ້​ທີ່​ຍິ່ງ​ໃຫຍ່” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89:3, 19).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89

ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ ຄື “ຫລັກ​ທຳ​ພ້ອມ​ດ້ວຍ​ຄຳ​ສັນ​ຍາ.”

ເມື່ອ​ພວກ​ແອວ​ເດີ​ຢູ່​ໃນ​ໂຮງ​ຮຽນ​ຂອງ​ສາດ​ສະ​ດາໄດ້​ຍິນ​ໂຈເຊັບ ສະມິດ ອ່ານ​ພຣະ​ວາຈາ​ແຫ່ງ​ປັນ​ຍາ ເປັນ​ເທື່ອ​ທຳ​ອິດ, ເຂົາ​ເຈົ້າ​ກໍ​ໄດ້ “ໂຍນ​ກອກ​ຢາ ແລະ ປ່ຽງ​ຢາດູດ​ໃສ່​ກອງ​ໄຟ​ທັນ​ທີ” (Saints, 1:168). ໃນ​ເວ​ລານັ້ນ, ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ ຖືກ​ນັບ​ຖື​ວ່າ​ເປັນ​ຄຳ​ເຕືອນ​ຫລາຍກວ່າ​ເປັນ​ພຣະ​ບັນ​ຍັດ, ແຕ່​ເຂົາ​ເຈົ້າ​ຢາກ​ສະ​ແດງ​ຄວາມ​ເຕັມ​ໃຈ​ທີ່​ຈະ​ເຊື່ອ​ຟັງ. ບາງ​ເທື່ອ​ທ່ານ​ເຄີຍ “ໄດ້​ໂຍນ” ສິ່ງ​ທີ່ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ເຕືອນ​ຕ້ານ ອອກ​ໄປຈາກ​ຊີ​ວິດ​ຂອງ​ທ່ານ​ມາ​ແລ້ວ, ແຕ່​ທ່ານ​ສາ​ມາດ​ຮຽນ​ຮູ້​ສິ່ງ​ໃດ​ແດ່​ຕື່ມ​ອີກ ຈາກ​ການ​ເປີດ​ເຜີຍນີ້? ໃຫ້​ພິ​ຈາ​ລະ​ນາ​ແນວ​ຄິດ​ເຫລົ່າ​ນີ້:

  • ຊອກ​ຫາ​ສຳ​ນວນ​ທີ່​ທ່ານ​ອາດບໍ່ໄດ້​ສັງ​ເກດ—ຫລື ບໍ່​ຄິດ​ຫຍັງ​ຫລາຍ​ກັບ​ມັນ—ມາ​ກ່ອນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກສຳນວນ​ເຫລົ່າ​ນັ້ນ?

  • ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89 ບັນ​ຈຸ​ຄຳ​ສັນ​ຍາ​ຫລາຍ​ຢ່າງ (ເບິ່ງ ຂໍ້ທີ 18–21). ທ່ານ​ຄິດວ່າ ຄຳ​ສັນ​ຍາ​ເຫລົ່າ​ນີ້ ໝາຍ​ຄວາມ​ວ່າ​ແນວ​ໃດ?

  • ການ​ເປີດ​ເຜີຍນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ?

  • ມີ​ຕົວ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ເຫັນ​ກ່ຽວ​ກັບ “ຄວາມ​ຊົ່ວ​ຮ້າຍ ແລະ ແຜນ​ການ … ໃນ​ຫົວ​ໃຈ​ຂອງ​ມະ​ນຸດ ທີ່​ວາງ​ແຜນ​ຮ້າຍ”? (ຂໍ້ທີ 4).

  • ໃຫ້​ຄິດ​ວ່າ ການ​ເປີດ​ເຜີຍ​ເປັນ “ຫລັກ​ທຳ​ພ້ອມ​ດ້ວຍ​ຄຳ​ສັນ​ຍາ” (ຂໍ້ທີ 3)—ເປັນ​ຄວາມ​ຈິງ​ທີ່​ຍືນ​ຍົງ ຊຶ່ງ​ນຳ​ພາ​ເລື່ອງ​ການຕັດ​ສິນ​ໃຈ—ບໍ່​ແມ່ນ​ພຽງ​ແຕ່​ເປັນ​ລາຍ​ການ​ທີ່​ຕ້ອງ​ເຮັດ ແລະ ບໍ່​ເຮັດ​ເທົ່າ​ນັ້ນ. ຫລັກ​ທຳ​ໃດແດ່​ທີ່​ທ່ານ​ພົບ​ເຫັນ​ວ່າ ສາ​ມາດ​ນຳ​ພາ​ທ່ານ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ?

ສາດ​ສະ​ດາ​ໃນ​ສະ​ໄໝ​ໃໝ່​ກໍ​ໄດ້​ເຕືອນ​ຄື​ກັນ ເຖິງ​ສິ່ງຕ່າງໆ​ທີ່​ອັນ​ຕະ​ລາຍ ແລະ ການ​ປະ​ພຶດ​ທີ່​ນອກ​ເໜືອ​ໄປ​ຈາກ​ສິ່ງ​ທີ່​ຖືກ​ກ່າວ​ເຖິງ​ຢູ່​ໃນ ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ (ເບິ່ງ “ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ ແລະ ຈິດ​ໃຈ,” ​ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, 25–27). ທ່ານ​ຖືກ​ກະ​ຕຸ້ນ​ໃຫ້​ເຮັດ​ຫຍັງ ເພື່ອ​ຮັກ​ສາ​ຈິດ​ໃຈ ແລະ ຮ່າງ​ກາຍ​ຂອງ​ທ່ານ​ໃຫ້​ດີກວ່າ​ເກົ່າ?

ເບິ່ງ ດານີເອນ 1; 1 ໂກຣິນໂທ 6:19–20 ນຳ​ອີກ.

ຮູບ​ພາບ
ພວກ​ເດັກ​ນ້ອຍ​ຜູ້​ຊາຍ​ກຳ​ລັງ​ແລ່ນ​ຢູ່​ຫາດ​ຊາຍ

ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ສິດ​ສອນ​ເຮົາ​ໃຫ້​ດູ​ແລ​ຮ່າງ​ກາຍ​ຂອງ​ເຮົາ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:1–17

ຝ່າຍ​ປະ​ທານ​ສູງ​ສຸດ​ດຳລົງ “ຂໍ​ກະ​ແຈ​ຂອງ​ອາ​ນາ​ຈັກ.”

ໃນ ພາກ​ທີ 90, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຄຳ​ແນະ​ນຳ​ກ່ຽວ​ກັບ “ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ໃນ​ການ​ເປັນ​ຝ່າຍ​ປະ​ທານ” (ຂໍ້ທີ 12) ຂອງ​ໂຈເຊັບ ສະມິດ, ຊິດນີ ຣິກດອນ, ແລະ ເຟຣ໌ເດຣິກ ຈີ ວິວລຽມສ໌—ສະ​ມາ​ຊິກ​ຂອງ​ກຸ່ມ​ທີ່​ເຮົາ​ເອີ້ນ​ໃນ​ປະ​ຈຸ​ບັນ​ນີ້​ວ່າ ຝ່າຍ​ປະ​ທານ​ສູງ​ສຸດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຝ່າຍ​ປະ​ທານ​ສູງ​ສຸດ​ຈາກ ຂໍ້ທີ 1–17? ໃຫ້ທົບ​ທວນ​ຂ່າວ​ສານ​ເມື່ອບໍ່​ດົນ​ມານີ້ ຈາກ​ສະ​ມາ​ຊິກ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ. ຖ້ອຍ​ຄຳ​ຂອງ​ພວກເພິ່ນ “ເປີດ​ເຜີຍ​ເຖິງ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ” ແກ່​ທ່ານ​ແນວ​ໃດ? (ຂໍ້ທີ 14). ພວກ​ເພິ່ນ “ຈັດ​ຕັ້ງ​ພາ​ລະ​ກິດ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ໃຫ້​ເປັນ​ລະ​ບຽບ” ແນວ​ໃດ? (ຂໍ້ທີ 16).

​ເບິ່ງ Henry B. Eyring, “The Power of Sustaining Faith,” Ensign ຫລື Liahona, May 2019, 58–60 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:24

“ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ [ຂອງ​ເຮົາ].”

ໃຫ້​ໄຕ່​ຕອງ​ປະ​ສົບ​ການ​ໃດ​ໜຶ່ງ​ທີ່ທ່ານເຄີຍ​ມີ ຊຶ່ງ​ເປັນ​ພະ​ຍານ​ເຖິງ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:24. ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ປະ​ສົບ​ການ​ຂອງ​ທ່ານໄວ້ ແລະ ແບ່ງ​ປັນ​ມັນກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ ຫລື ຄົນ​ທີ່​ທ່ານ​ຮັກ—ບາງ​ທີ​ກັບບາງ​ຄົນທີ່​ຕ້ອງ​ການ​ຄວາມ​ໝັ້ນ​ໃຈ ຫລື ກຳ​ລັງ​ໃຈ. ຖ້າ​ຫາກ​ມີ​ພອນ​ໃດ​ທີ່​ທ່ານ​ຍັງລໍ​ຖ້າ​ຢູ່, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ຄົງ​ຢູ່​ຢ່າງ​ຊື່​ສັດ ຂະ​ນະ​ທີ່​ທ່ານ​ລໍ​ຖ້າ​ທີ່​ຈະ​ໄດ້​ເຫັນ​ວິ​ທີ​ທີ່ “ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີຂອງ [ທ່ານ].”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:28–31

ວີແອນນາ ແຈ໊ກກີ ແມ່ນ​ໃຜ?

ວີແອນນາ ແຈ໊ກກີ ໄດ້​ເກີດ​ໃນວັນທີ 10 ເດືອນ​ມິຖຸນາ, 1787, ໃນລັດ​ມາສາ​ຊູເສດສ໌. ເປັນ​ຜູ້​ຍິງ​ແຫ່ງ​ສັດ​ທາ ທີ່​ມີ​ຊັບ​ສິນຫລາຍ, ນາງວີແອນນາໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ເປັນ​ເທື່ອ​ທຳ​ອິດ ໃນ​ປີ 1831. ຫລັງ​ຈາກ​ທີ່​ໄດ້​ຮັບ​ການ​ເປັນ​ພະ​ຍານ​ທາງວິນ​ຍານ ວ່າ​ຂ່າວ​ສານ​ຂອງ​ເຂົາ​ເຈົ້າ​ເປັນ​ຄວາມ​ຈິງ, ນາງ​ຈຶ່ງ​ໄດ້​ເດີນ​ທາງ​ໄປ​ພົບ​ກັບ​ສາດ​ສະ​ດາ ໃນ​ເມືອງ​ເຄີດແລນ, ລັດ​ໂອໄຮໂອ, ບ່ອນ​ທີ່​ນາງ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ນາງວີແອນນາ​ໄດ້​ເຊື່ອ​ຟັງຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າແກ່​ນາງ ຢູ່ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:28–31. ການ​ອຸ​ທິດ​ຖວາຍ​ຂອງ​ນາງ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ, ລວມ​ທັງ​ການ​ບໍ​ລິ​ຈາກ​ທີ່​ນາງ​ໄດ້​ມອບ​ໃຫ້​ກ່ອນ​ແລ້ວ ຢູ່​ໃນ​ເມືອງ​ເຄີດແລນ, ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ທີ່​ສຳ​ຄັນ​ສຳ​ລັບ​ສາດ​ສະ​ໜາ​ຈັກ, ຕອນ​ທີ່​ຜູ້​ນຳ​ພະ​ຍາ​ຍາມ​ທີ່​ຈະ​ຊື້​ທີ່​ດິນ ບ່ອນ​ທີ່​ພຣະ​ວິ​ຫານ​ເຄີດແລນ ຈະ​ຖືກ​ສ້າງ​ຂຶ້ນ. ນາງວີແອນນາໄດ້ “ຊື່​ສັດ, ແລະ ບໍ່ … ກຽດ​ຄ້ານ” ຕະ​ຫລອດ​ຊີ​ວິດ​ຂອງ​ນາງ ແລະ ໃນ​ທີ່​ສຸດ​ກໍ​ສາ​ມາດ “ຕັ້ງ​ຖິ່ນ​ຖານ​ຢ່າງ​ສັນ​ຕິ” (ຂໍ້ທີ 31) ຢູ່​ໃນ​ຮ່ອມ​ພູ​ເຊົາ​ເລັກ, ບ່ອນ​ທີ່​ນາງ​ໄດ້​ເສຍ​ຊີ​ວິດ ຕອນ​ມີອາ​ຍຸ 96 ປີ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ແຕ້ມ​ຮູບ ຫລື ຊອກ​ຫາ​ຮູບ​ອາ​ຫານ ແລະ ສິ່ງ​ຂອງ​ຢ່າງ​ອື່ນໆ ທີ່​ກ່າວ​ເຖິງ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89. ແລ້ວ​ທ່ານ​ສາ​ມາດ​ຫລິ້ນ​ເກມ—ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດປ່ຽນ​ຜຽນ​ກັນ​ເລືອກເອົາ​ຮູບ​ໃດ​ຮູບ​ໜຶ່ງ, ຖິ້ມຮູບ​ທີ່​ເຮົາ​ບໍ່​ຄວນ​ໃຊ້​ລົງ​ໃນ​ກະ​ໂລ່ງ​ຂີ້​ເຫຍື້ອ ແລະ ເອົາສິ່ງ​ທີ່​ເຮົາ​ຄວນ​ໃຊ້ ວາງ​ໃສ່​ຈານ. ຄຳ​ສັນ​ຍາ​ຢູ່​ໃນ ຂໍ້ທີ 18–21 ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ຊີວິດ​ຂອງ​ເຮົາ​ແນວ​ໃດ?

ການ​ອ່ານ “ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ ແລະ ຈິດ​ໃຈ” ຢູ່ໃນປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ (25–27) ສາ​ມາດ​ກະ​ຕຸ້ນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ອື່ນໆ ທີ່​ຈະ​ດູ​ແລ​ສຸ​ຂະ​ພາບ ແລະ ກ່ຽວ​ກັບ​ພອນ​ທີ່​ພຣະ​ເຈົ້າ​ສັນ​ຍາ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:5.ໃຫ້​ເວົ້າ​ລົມ​ກັນ​ເຖິງວິ​ທີ​ທີ່​ພວກທ່ານ “ຮັບ​ການ​ເປີດ​ເຜີຍ​ຈາກ [ສາດ​ສະ​ດາ] ຂອງ​ພຣະ​ເຈົ້າ” ແນວ​ໃດ. ເຮົາ​ຈະ​ສະ​ແດງວ່າ ການ​ເປີດ​ເຜີຍບໍ່​ໄດ້​ເປັນ “ເລື່ອງ​ເລັກ​ນ້ອຍ” ຕໍ່​ເຮົາ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 91.ພວກ​ທ່ານ​ຄວນ​ສົນ​ທະ​ນາ​ເລື່ອງ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າກ່ຽວ​ກັບ ອາພໍ​ກະຣາ​ຟາ (ເບິ່ງ ຂໍ້ທີ 1–2) ກ່ຽວ​ຂ້ອງ​ກັບ​ສື່ມວນ​ຊົນ​ທີ່​ຄອບ​ຄົວ​ຂອງ​ທ່ານ​ປະ​ເຊີນ​ໃນ​ທຸກວັນ​ນີ້​ແນວ​ໃດ (ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ອາພໍ​ກະຣາ​ຟາ,” scriptures.ChurchofJesusChrist.org ນຳ​ອີກ). ທ່ານ​ກໍ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ນຳ​ອີກ ເມື່ອ “ຄວາມ​ສະ​ຫວ່າງ​ໂດຍ​ພຣະ​ວິນ​ຍານ” (ຂໍ້ທີ 5) ໄດ້ຊ່ວຍ​ທ່ານເບິ່ງ​ອອກ​ລະ​ຫວ່າງ​ຄວາມ​ຈິງ ແລະ ຄວາມບໍ່​ຈິງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 92:2.ການ​ເປັນ “ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ” ຂອງ​ສາດ​ສະ​ໜາ​ຈັກ ໝາຍ​ຄວາມ​ວ່າ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ຫລາຍ​ສິ່ງ. ໃຫ້​ຊອກ​ຫາ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ສົນ​ໃຈ​ກັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ. ຍົກ​ຕົວ​ຢ່າງ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຮ້ອງ​ເພງສວດ ຫລື ເພງ​ຂອງ​ເດັກ​ນ້ອຍ ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ນີ້, ແຕ້ມ​ຮູບ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອ່ານ, ຫລື ກ່າວ​ສະ​ຫລຸບ​ຂໍ້​ນີ້ ດ້ວຍ​ຖ້ອຍ​ຄຳ​ຂອງ​ຕົວ​ເອງ.

ຮູບ​ພາບ
ໝາກ​ໄມ້ ແລະ ຜັກ

“ໄພ່​ພົນ​ທັງ​ປວງ … ຜູ້​ທີ່ເຮັດ​ຕາມ​ສິ່ງ​ທີ່​ກ່າວ​ມາ​ນີ້, ໂດຍ​ການ​ດຳ​ເນີນ​ໄປ​ໃນ​ການ​ເຊື່ອ​ຟັງ​ບັນ​ຍັດ, ຈະ​ໄດ້​ຮັບ​ພະ​ລາ​ນາ​ໄມ​ໃນ​ຮູ​ສາຍ​ບື​ຂອງ​ພວກ​ເຂົາ ແລະ ມີ​ໄຂ​ໃນ​ກະ​ດູກ​ຂອງ​ພວກ​ເຂົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89:18).

ພິມ