ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 91


ພາກ​ທີ 91

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 9 ເດືອນ​ມີ​ນາ, 1833. ໃນ​ຊ່ວງ​ເວ​ລາ​ນັ້ນ​ສາດ​ສະ​ດາ​ໄດ້​ໃຊ້​ເວ​ລາ​ເຮັດ​ວຽກ​ງານ​ການ​ແປ​ພຣະ​ຄຳ​ພີ​ເດີມ. ເມື່ອ​ມາ​ເຖິງ​ພາກ​ສ່ວນ​ການ​ຂຽນ​ຂອງ​ສະ​ໄໝ​ບູ​ຮານ​ທີ່​ເອີ້ນ​ວ່າ ອາ​ພໍ​ກະ​ຣາ​ຟາ, ເພິ່ນ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ຄຳ​ແນະ​ນຳ​ນີ້.

1–3, ສ່ວນ​ຫລາຍ​ແລ້ວ ອາ​ພໍ​ກະ​ຣາ​ຟາ ໄດ້​ຖືກ​ແປ​ໄວ້​ຢ່າງ​ຖືກ​ຕ້ອງ, ແຕ່​ມີ​ຫລາຍ​ຄຳ ທີ່​ຖືກ​ແປ​ໂດຍ​ມື​ຂອງ​ມະ​ນຸດ​ທີ່​ບໍ່​ຖືກ​ຕ້ອງ; 4–6, ມັນ​ເປັນ​ປະ​ໂຫຍດ​ແກ່​ຄົນ​ທີ່​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ໂດຍ​ພຣະ​ວິນ​ຍານ.

1 ຕາມ​ຄວາມ​ຈິງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ເຈົ້າ​ກ່ຽວ​ກັບ ອາ​ພໍ​ກະ​ຣາ​ຟາ—ມີ​ຫລາຍ​ສິ່ງ​ທີ່​ບັນ​ຈຸ​ຢູ່​ໃນ​ນັ້ນ​ເປັນ​ຄວາມ​ຈິງ, ແລະ ສ່ວນ​ຫລາຍ​ແລ້ວ​ມັນ​ກໍ​ຖືກ​ແປ​ຢ່າງ​ຖືກ​ຕ້ອງ;

2 ມີ​ຫລາຍ​ສິ່ງ​ທີ່​ບັນ​ຈຸ​ຢູ່​ໃນ​ນັ້ນ​ທີ່​ບໍ່​ເປັນ​ຄວາມ​ຈິງ, ຊຶ່ງ​ຖືກ​ແປ​ໂດຍ​ມື​ຂອງ​ມະ​ນຸດ.

3 ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ມັນ​ບໍ່​ຈຳ​ເປັນ​ທີ່​ຈະ​ແປ ອາ​ພໍ​ກະ​ຣາ​ຟາ.

4 ສະ​ນັ້ນ, ຜູ້​ໃດກໍ​ຕາມທີ່​ອ່ານ​ມັນ, ກໍ​ໃຫ້​ເຂົາ ເຂົ້າ​ໃຈ, ເພາະ​ພຣະ​ວິນ​ຍານ​ໄດ້​ສະ​ແດງ​ຄວາມ​ຈິງ​ໃຫ້​ປະ​ຈັກ;

5 ແລະ ຜູ້​ໃດ​ທີ່​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ໂດຍ ພຣະ​ວິນ​ຍານ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ມັນ;

6 ແລະ ຜູ້​ໃດ​ທີ່​ບໍ່​ໄດ້​ຮັບ​ມັນ​ໂດຍ​ພຣະ​ວິນ​ຍານ, ຈະ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ. ສະ​ນັ້ນ ຈຶ່ງ​ບໍ່​ຈຳ​ເປັນ​ທີ່​ຈະ​ແປ​ມັນ. ອາ​ແມນ.

ພິມ