ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 92


ພາກ​ທີ 92

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 15 ເດືອນ​ມີ​ນາ, 1833. ການ​ເປີດ​ເຜີຍ​ແນະ​ນຳ ເຟຣ໌​ເດ​ຣິກ ຈີ ວິວ​ລຽມສ໌, ຜູ້​ຫາ​ກໍ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ທີ່​ປຶກ​ສາ​ຂອງ​ໂຈ​ເຊັບ ສະ​ມິດ, ໃນ​ໜ້າ​ທີ່​ຂອງ​ເພິ່ນ ໃນ ກຸ່ມ​ທຸ​ລະ​ກິດ​ເອ​ກະ​ພາບ (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 78 ແລະ 82).

1–2, ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ທີ່​ກ່ຽວ​ພັນ​ກັບ​ການ​ເຂົ້າ​ຮ່ວມ​ລະ​ບົບ​ເອ​ກະ​ພາບ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຮົາ​ໄດ້ ມອບ​ລະ​ບົບ​ເອ​ກະ​ພາບ, ທີ່​ໄດ້​ຈັດ​ຕັ້ງ​ໄວ້​ໃຫ້​ສອດ​ຄ່ອງ​ກັບ​ບັນ​ຍັດ​ທີ່​ໄດ້​ມອບ​ໃຫ້​ຜ່ານ​ມາ​ແລ້ວ, ເປັນ​ການ​ເປີດ​ເຜີຍ ແລະ ບັນ​ຍັດ​ກ່ຽວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຟຣ໌​ເດ​ຣິກ ຈີ ວິວ​ລຽມສ໌, ວ່າ​ເຈົ້າ​ຈະ​ຮັບ​ເອົາ​ລາວ​ເຂົ້າ​ໃນ​ລະ​ບຽບ. ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ກ່າວ​ກັບ​ຄົນ​ໜຶ່ງ ກໍ​ຄື​ກັນ​ກັບ​ເຮົາ​ກ່າວ​ກັບ​ທຸກ​ຄົນ.

2 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ເຈົ້າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຟຣ໌​ເດ​ຣິກ ຈີ ວິວ​ລຽມສ໌, ເຈົ້າ​ຈະ​ເປັນ​ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ​ໃນ​ລະ​ບົບ​ນີ້; ແລະ ຕາບ​ໃດ​ທີ່​ເຈົ້າ​ຍັງ​ຊື່​ສັດ​ໃນ​ການ​ຮັກ​ສາ​ບັນ​ຍັດ​ກ່ອນໆ​ທັງ​ໝົດ, ເຈົ້າ​ຈະ​ໄດ້​ຮັບ​ພອນ​ຕະ​ຫລອດ​ການ. ອາ​ແມນ.

ພິມ