ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 3–9 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46–48: “ຈົ່ງ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ທີ່​ດີ​ທີ່​ສຸດ​ຢ່າງ​ຕັ້ງ​ໃຈ”


“ວັນທີ 3–9 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46–48: ‘ຈົ່ງ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ທີ່​ດີ​ທີ່​ສຸດ​ຢ່າງ​ຕັ້ງ​ໃຈ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 3–9 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46–48,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຜູ້​ຄົນປະຊຸມຢູ່​ໃກ້​ສະ​ນ້ຳ

The Camp Meeting [ການ​ປະ​ຊຸມ​ຢູ່​ຄ້າຍ], ໂດຍ ເວີດທິງຕັນ ວິດເດຼດ

ວັນທີ 3–9 ເດືອນ​ພຶດສະພາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46–48

“ຈົ່ງ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ທີ່​ດີ​ທີ່​ສຸດ​ຢ່າງ​ຕັ້ງ​ໃຈ”

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46–48, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ. ແລ້ວ ທ່ານ​ຄວນ​ຖາມ, ດັ່ງ​ທີ່​ແອວເດີ ຣິເຈີດ ຈີ ສະກາດ ໄດ້​ແນະ​ນຳ, “ຍັງ​ມີ​ຫຍັງ​ຕື່ມ​ອີກ​ທີ່​ຂ້າ​ພຣະ​ອົງ​ຄວນ​ຮູ້?” (“To Acquire Spiritual GuidanceEnsign ຫລື Liahona, Nov. 2009, 8).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຂະ​ນະ​ທີ່ ພາລີ ພີ ພະແຣັດ, ອໍລີເວີ ຄາວເດີຣີ, ຊີບາ ພີເຕີສັນ, ແລະ ພີເຕີ ວິດເມີ ຜູ້ລູກ ອອກ​ຈາກ​ເມືອງ​ເຄີດ​ແລນ ໄປ​ຫາ​ສະ​ຖານ​ທີ່​ທຳ​ງານແຫ່ງ​ອື່ນໆ, ພວກ​ເພິ່ນ​ໄດ້​ປະ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລາຍກວ່າ​ໜຶ່ງ​ຮ້ອຍ​ຄົນ​ໄວ້​ຢູ່ທີ່​ນັ້ນ ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ ແຕ່​ຂາດ​ປະ​ສົບ​ການ ແລະ ການ​ຊີ້​ນຳ. ມັນ​ບໍ່​ມີ​ປຶ້ມ​ຄູ່​ມື​ແນະ​ນຳ, ບໍ່​ມີການ​ປະ​ຊຸມ​ອົບ​ຮົມ​ຜູ້​ນຳ, ບໍ່​ມີ​ການ​ຖ່າຍ​ທອດກອງ​ປະ​ຊຸມ​ໃຫຍ່​ສາ​ມັນ—ຕາມ​ຈິງ​ແລ້ວ, ມັນ​ມີ​ພຣະ​ຄຳ​ພີ​ມໍ​ມອນບໍ່​ເທົ່າ​ໃດ​ເຫລັ້ມ​ໃຫ້​ຜູ້​ຄົນ​ອ່ານ. ຜູ້​ທີ່​ຫາ​ກໍເຊື່ອ​​ຖືຫລາຍ​ຄົນ​ເຫລົ່າ​ນີ້ໄດ້​ຖືກ​ພາ​ມາ​ຫາ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ໂດຍ​ຄຳ​ສັນ​ຍາ​ຂອງ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ວິນ​ຍານ, ໂດຍ​ສະ​ເພາະ​ຜູ້​ທີ່​ຮູ້​ກ່ຽວ​ກັບ​ເລື່ອງນີ້ ຈາກ​ການ​ສຶກ​ສາ​ພຣະ​ຄຳ​ພີ​ໃໝ່ (ເບິ່ງ, ຍົກ​ຕົວ​ຢ່າງ, 1 ໂກຣິນໂທ 12:1–11). ບໍ່​ດົນ, ກໍ​ມີ​ການ​ນະ​ມັດ​ສະ​ການ​ທີ່​ສະ​ແດງ​ອອກ​ໃນ​ທາງ​ທີ່​ຜິດ​ປົກ​ກະ​ຕິ—ລວມ​ທັງ​ການ​ລົ້ມ​ລົງ​ຢູ່​ພື້ນດິນ ຫລື ການ​ເລືອ​ໄປ​ແບບ​ງູ—ໄດ້​ຖືກ​ນຳ​ເຂົ້າ​ສູ່ກອງ​ປະ​ຊຸມ​ໂບດ​ຂອງ​ພວກ​ເຂົາ. ຫລາຍ​ຄົນ​ພົບ​ວ່າ ມັນ​ຍາກ​ທີ່​ຈະ​ເບິ່ງ​ອອກວ່າ ການ​ສະ​ແດງ​ໃຫ້​ປະ​ຈັກ​ອັນ​ໃດ​ທີ່ເປັນ​ຂອງ​ພຣະ​ວິນ​ຍານ ແລະ ອັນ​ໃດ​ທີ່ບໍ່​ໄດ້​ເປັນ. ໂດຍ​ທີ່​ເຫັນ​ຄວາມ​ສັບ​ສົນ, ໂຈເຊັບ ສະມິດ ຈຶ່ງ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ. ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ມີ​ຄ່າ​ເທົ່າໆ​ກັນ​ໃນ​ທຸກວັນ​ນີ້, ເມື່ອ​ຜູ້​ຄົນປະ​ຕິ​ເສດ ຫລື ບໍ່​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ເປັນ​ຂອງ​ພຣະ​ວິນ​ຍານ​ສະ​ເໝີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ວ່າ ການ​ສະ​ແດງ​ໃຫ້​ປະ​ຈັກ​ທາງວິນ​ຍານ​ແມ່ນ​ມີ​ຈິງ​ແທ້ ແລະ ຈະ​ໃຫ້​ຄວາມ​ແຈ່ມ​ແຈ້ງວ່າ​ມັນແມ່ນ​ຫຍັງ—ຂອງ​ປະ​ທານ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ, “ມອບ​ໃຫ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ທີ່​ຮັກ [ພຣະ​ອົງ] ແລະ ຮັກ​ສາ​ພຣະ​ບັນ​ຍັດ​ທັງ​ໝົດ [ຂອງ​ພຣະ​ອົງ]” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:9).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:1–6

ຜູ້​ທີ່​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນທຸກ​ຄົນ ຍິນ​ດີ​ຕ້ອນ​ຮັບ​ສູ່​ການ​ນະ​ມັດ​ສະ​ການ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຄວນ​ເປັນ​ໜຶ່ງ​ໃນ​ການ​ເຕົ້າ​ໂຮມ​ຢ່າງ​ອົບ​ອຸ່ນ ແລະ ໃຫ້​ການດົນ​ໃຈ​ຫລາຍ​ທີ່​ສຸດ ຢູ່​ໃນ​ໂລກ. ພຣະ​ຜູ້​ເປັນ​ເຈົ້າ​ແນະ​ນຳພວກເຮົາ​ແນວ​ໃດ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:1–6 ​ເພື່ອ​ຮັບ​ຕ້ອນ​ຜູ້​ທີ່​ມາຮ່ວມ​ການ​ປະ​ຊຸມ​ຂອງ​ພວກເຮົາ? ໝູ່​ເພື່ອນ ແລະ ຜູ້​ຄົນ​ຢູ່​ໃນ​ຄຸ້ມ​ບ້ານ​ຂອງ​ທ່ານ ຮູ້​ສຶກ​ອົບ​ອຸ່ນ​ຢູ່​ບໍ ໃນ​ພິ​ທີ​ນະ​ມັດ​ສະ​ການ​ຂອງ​ຫວອດ​ທ່ານ? ທ່ານ​ເຮັດ​ຫຍັງ​ແດ່​ເພື່ອ​ເຮັດ​ໃຫ້​ການ​ປະ​ຊຸມ​ໂບດ​ຂອງ​ພວກ​ທ່ານ​ເປັນ​ບ່ອນ​ທີ່​ຜູ້​ຄົນ​ຢາກ​ກັບ​ຄືນ​ມາ? ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​​ທ່ານ​ພະ​ຍາ​ຍາມ ທີ່​ຈະ​ເຮັດ​ຕາມ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຢູ່ໃນ​ການ​ປະ​ຊຸມ​ໂບດ ສາ​ມາດ​ເປັນ​ຜົນ​ກະ​ທົບ​ຕໍ່​ປະ​ສົບ​ການ​ຂອງ​ທ່ານ​ແນວ​ໃດ.

ເບິ່ງ 3 ນີໄຟ 18:22–23; ໂມໂຣໄນ 6:5–9 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:7–33

ພຣະ​ເຈົ້າ​ໄດ້​ມອບ​ຂອງ​ປະ​ທານ​ທາງວິນ​ຍານ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ.

ໄພ່​ພົນ​ລຸ້ນ​ທຳ​ອິດ​ໄດ້​ເຊື່ອ​ໃນ​ຂອງ​ປະ​ທານ​ທາງວິນ​ຍານ ແຕ່​ຕ້ອງ​ການ ການ​ນຳ​ພາ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ ຂອງ​ປະ​ທານ​ເຫລົ່າ​ນັ້ນ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ກ່ຽວ​ກັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ ໂດຍ​ໃຊ້ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:7–33, ໃຫ້​ໄຕ່​ຕອງ​ເຖິງ​ຄວາມ​ສຳ​ຄັນ​ທີ່​ທ່ານ “ຈື່​ຈຳ​ສະ​ເໝີ​ວ່າ ມັນ​ຖືກມອບ​ໃຫ້​ເພື່ອ​ສິ່ງ​ໃດ” (ຂໍ້ທີ 8). ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຂໍ້​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ບົດ​ຄວາມ​ຂອງ​ແອວເດີ ຣໍເບີດ ດີ ແຮວສ໌ ແນວ​ໃດ ທີ່​ວ່າ: “ຂອງ​ປະ​ທານ​ເຫລົ່າ​ນີ້​ຖືກມອບ​ໃຫ້​ແກ່​ຜູ້​ທີ່​ຊື່​ສັດ​ຕໍ່​ພຣະ​ຄຣິດ. ຂອງ​ປະ​ທານ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ ແລະ ສິດ​ສອນ​ຄວາມ​ຈິງ​ເຖິງ​ພຣະ​ກິດ​ຕິ​ຄຸນ. ຂອງ​ປະ​ທານ​ຈະ​ຊ່ວຍ​ເຮົາ​ໃຫ້ເປັນ​ພອນ​ແກ່​ຄົນ​ອື່ນ. ຂອງ​ປະ​ທານ​ຈະ​ນຳ​ພາ​ເຮົາກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ” (“Gifts of the Spirit,” Ensign, Feb. 2002, 16). ທ່ານ​ຮຽນ​ຮູ້​ຫຍັງ​ອີກ​ແດ່ ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທາງວິນ​ຍານ? ຄວາມຈິງ​ເຫລົ່ານີ້ຊ່ວຍ​ທ່ານ “ບໍ່ [ໃຫ້] ຖືກ​ຫລອກ​ລວງ”? ແນວ​ໃດ (ຂໍ້ທີ 8).

ໃຫ້​ໄຕ່​ຕອງວ່າ ຂອງ​ປະ​ທານທາງວິນ​ຍານ​ຄື​ຫຍັງ—ແລະ ວິ​ທີ​ທີ່​ທ່ານ​ສາ​ມາດໃຊ້​ມັນ “ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ” ແນວ​ໃດ (ຂໍ້ທີ 26). ຖ້າ​ຫາກ​ທ່ານ​ມີ​ປິ​ຕຸ​ພອນ, ມັນ​ອາດ​ຈະ​ບອກ​ເຖິງ​ຂອງ​ປະ​ທານ​ທີ່​ທ່ານ​ໄດ້​ຮັບ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 47

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງບັນ​ທຶກ​ປະ​ຫວັດ​ສາດໄວ້.

ການ​ເອີ້ນ​ຂອງ​ຈອນ ວິດເມີ ແມ່ນ​ເພື່ອ​ໃຫ້​ຮັກ​ສາ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ສືບ​ຕໍ່​ປະ​ເພ​ນີ​ຂອງ​ການ​ມີ​ຜູ້​ບັນ​ທຶກ ຊຶ່ງ​ທຳ​ກັນ​ມາ​ເປັນ​ເວ​ລາ​ດົນ​ນານ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ (ເບິ່ງ 2 ນີໄຟ 29:11–12; ໂມເຊ 6:5; ອັບຣາຮາມ 1:28, 31). ຕາມ​ຈິງ​ແລ້ວ, ຕຳ​ແໜ່ງ​ຂອງ​ນັກ​ປະ​ຫວັດ​ສາດ ແລະ ຜູ້​ບັນ​ທຶກຂອງ​ສາດ​ສະ​ໜາ​ຈັກ ກໍ​ຍັງ​ມີ​ຢູ່​ໃນ​ທຸກວັນ​ນີ້. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ການ​ບັນ​ທຶກ​ປະ​ຫວັດ​ສາດ ຈຶ່ງ​ສຳ​ຄັນ​ຫລາຍ​ແທ້ໆ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ? ໃຫ້​ໄຕ່​ຕອງ​ສິ່ງນີ້ ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ ຕໍ່​ຈອນ ວິດເມີ ກ່ຽວ​ກັບ​ການມອບ​ໝາຍນີ້ ຢູ່​ໃນ ພາກທີ 47. ພ້ອມນີ້ ກໍ​ໃຫ້​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ສ່ວນ​ຕົວ​ໃດ​ໜຶ່ງ​ນຳ​ອີກ ທີ່​ທ່ານ​ຕ້ອງ​ບັນ​ທຶກ​ໄວ້. ຍົກ​ຕົວ​ຢ່າງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ຫຍັງແກ່​ທ່ານ ທີ່​ທ່ານ​ຢາກ​ຮັກ​ສາ​ໄວ້?

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ກ່ຽວ​ກັບ​ຄຳ​ຖາມ​ເຫລົ່າ​ນີ້, ໃຫ້​ພິ​ຈາ​ລະ​ນາ​ຄວາມ​ຮູ້ນີ້ ຈາກ​ແອວເດີ ມາລິນ ເຄ ເຈັນເຊັນ ແຫ່ງ​ສາ​ວົກ​ເຈັດ​ສິບ, ຜູ້​ໄດ້​ຮັບ​ໃຊ້​ເປັນ​ນັກ​ປະ​ຫວັດ​ສາດ ແລະ ຜູ້​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ ຈາກ​ປີ 2005 ເຖິງ​ປີ 2012:

“ພວກ​ເຮົາ​ຮັກ​ສາ​ບັນ​ທຶກ​ເພື່ອ​ຊ່ວຍ​ພວກ​ເຮົາ​ຈື່​ຈຳ. … ພວກ​ເຮົາ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃຫ້​ໄດ້​ຮັບ​ສິ່ງ​ທີ່​ດີ​ເລີດ ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ລູກໆ​ຂອງ​ພຣະ​ອົງ. … ບົດ​ຮຽນ​ຈາກ​ອະ​ດີດ​ຊ່ວຍ​ເຮົາ​ໃຫ້​ສາ​ມາດ​ປະ​ເຊີນ​ກັບ​ປະ​ຈຸ​ບັນ​ຂອງ​ເຮົາ ແລະ ໃຫ້​ຄວາມ​ຫວັງ​ແກ່​ເຮົາ​ສຳ​ລັບ​ອະ​ນາ​ຄົດ​ຂອງ​ເຮົາ” (“There Shall Be a Record Kept among You,” Ensign, Dec. 2007, 28, 33).

ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ວຽກ​ງານ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ເວ​ລານີ້ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນັກ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ໃຫ້ເບິ່ງ​ທີ່ history.ChurchofJesusChrist.org.

ຮູບ​ພາບ
ຈອນ ວິດເມີ

ຈອນ ວິດ​ເມີ ໄດ້​ຖືກ​ເອີ້ນ​ໃຫ້ບັນ​ທຶກ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:2–6.ເຮົາ​ສາ​ມາດ​ເຮັດ​ຫຍັງ​ເປັນ​ຄອບ​ຄົວ ເພື່ອ​ໃຫ້​ແນ່​ໃຈ​ວ່າ ຄົນ​ອື່ນ​ຈະ​ຮູ້​ສຶກ​ອົບ​ອຸ່ນ​ຢູ່​ໃນ​ການ​ປະ​ຊຸມ​ໂບດ​ຂອງ​ພວກ​ເຮົາ? (ເບິ່ງ 3 ນີໄຟ 18:22–23 ນຳ​ອີກ). ຮູບ​ພາບ​ທີ່​ມາ​ກັບ​ໂຄງ​ຮ່າງນີ້ ສາ​ມາດ​ຕື່ມ​ໃສ່​ການ​ສົນ​ທະ​ນານີ້.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:7–26.ຂອງ​ປະ​ທານ​ທາງວິນ​ຍານ​ຢ່າງ​ໃດ​ແດ່​ທີ່​ເຮົາ​ເຫັນ​ຢູ່​ໃນກັນ​ແລະ​ກັນ? ຂອງ​ປະ​ທານ​ເຫລົ່ານັ້ນ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 47.ທ່ານ​ຈະ​ຊຸກ​ຍູ້​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ບັນ​ທຶກ​ປະ​ຫວັດ​ສ່ວນ​ຕົວ​ຕະ​ຫລອດ​ອາ​ທິດນີ້​ໄດ້​ແນວ​ໃດ? ທ່ານ​ສາ​ມາດ​ແບ່ງ​ປັນ​ບາງ​ຢ່າງ​ຈາກ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ທ່ານ ຫລື ແບ່ງ​ປັນ​ເລື່ອງ​ລາວ​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຄົນ​ໃດ​ຄົນ​ໜຶ່ງ (ເບິ່ງ FamilySearch.org). ບາງ​ຄອບ​ຄົວ​ໄດ້​ຈັດ​ເວ​ລາ​ສີ່​ຫ້າ​ນາ​ທີ​ໄວ້ ໃນແຕ່​ລະ​ອາ​ທິດ ເພື່ອ​ໃຫ້​ທຸກ​ຄົນ​ຂຽນ​ເລື່ອງ​ລາວ​ໄວ້​ໃນ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ. ທ່ານ​ອາດ​ໃຫ້​ແນວ​ຄິດ​ບາງ​ຢ່າງ ໃນ​ການ​ບັນ​ທຶກ, ດັ່ງ​ເຊັ່ນ “ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ອາ​ທິດນີ້ ທີ່​ເຈົ້າ​ຢາກ​ໃຫ້ລູກຫລານ​ຮູ້​ຈັກ?” ຫລື “ເຈົ້າ​ໄດ້ເຫັນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ​ຊີ​ວິດ​ຂອງ​ເຈົ້າ​ແນວ​ໃດ ໃນ​ອາ​ທິດນີ້?” ເດັກ​ນ້ອຍ​ສາ​ມາດ​ແຕ້ມ​ຮູບ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ພວກ​ເຂົາ, ຫລື ທ່ານ​ສາ​ມາດ​ອັດ​ສຽງ​ຂອງ​ພວກ​ເຂົາ​ໄວ້ ຂະ​ນະ​ທີ່​ພວກ​ເຂົາ​ເລົ່າ​ເລື່ອງ. ພອນ​ຢ່າງ​ໃດ​ແດ່​ທີ່​ມາ​ຈາກ​ການບັນ​ທຶກ “ປະ​ຫວັດ​ສາດ​ເປັນ​ປະ​ຈຳ”? (ຂໍ້ທີ 1).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 48.ໄພ່​ພົນ​ຢູ່​ໃນ​ລັດ​ໂອໄຮໂອ ໄດ້​ຖືກ​ບັນ​ຊາ​ໃຫ້​ແບ່ງ​ປັນ​ທີ່​ດິນ​ຂອງ​ຕົນ​ໃຫ້​ກັບ​ຜູ້​ທີ່​ຍ້າຍ​ມາ​ຢູ່​ລັດ​ໂອໄຮໂອ ຈາກ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ພາກ​ຕາ​ເວັນ​ອອກ. ເຮົາ​ສາ​ມາດ​ແບ່ງ​ປັນ​ສິ່ງ​ໃດ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69).

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ເລື່ອງເລົ່າ ແລະ ຕົວ​ຢ່າງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມັກ​ໃຊ້​ເລື່ອງ​ເລົ່າ ແລະ ຄຳ​ອຸ​ປະ​ມາ ເພື່ອ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ໃຫ້​ຄິດ​ຫາ​ຕົວ​ຢ່າງ ແລະ ເລື່ອງ​ເລົ່າ​ຈາກ​ຊີ​ວິດ​ຂອງ​ທ່ານ​ເອງ ທີ່​ສາ​ມາດ​ເຮັດ​ໃຫ້​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ເປັນ​ຕົນ​ເປັນ​ໂຕ​ຂຶ້ນ​ມາ ສຳ​ລັບ​ຄອບ​ຄົວ​ຂອງ​ທ່ານ (ເບິ່ງ Teaching in the Savior’s Way, 22).

ຮູບ​ພາບ
ຜູ້​ຄົນ​ຢູ່​ທີ່​ໂບດ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມອບ​ຂອງ​ປະ​ທານ​ທາງວິນ​ຍານ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

ພິມ