“ວັນທີ 12–18 ເດືອນເມສາ. ຄຳສອນ ແລະ ພັນທະສັນຍາ 37–40: ‘ຖ້າຫາກພວກເຈົ້າບໍ່ເປັນອັນໜຶ່ງອັນດຽວກັນພວກເຈົ້າກໍບໍ່ແມ່ນຂອງເຮົາ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ຄຳສອນ ແລະ ພັນທະສັນຍາ 2021 (2020)
“ວັນທີ 12–18 ເດືອນເມສາ. ຄຳສອນ ແລະ ພັນທະສັນຍາ 37–40,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2021
ວັນທີ 12–18 ເດືອນເມສາ
ຄຳສອນ ແລະ ພັນທະສັນຍາ 37–40
“ຖ້າຫາກພວກເຈົ້າບໍ່ເປັນອັນໜຶ່ງອັນດຽວກັນພວກເຈົ້າກໍບໍ່ແມ່ນຂອງເຮົາ”
ການບັນທຶກຄວາມປະທັບໃຈຂະນະທີ່ທ່ານສຶກສາ ເປັນວິທີໜຶ່ງທີ່ທ່ານສາມາດເຊື່ອຟັງຄຳແນະນຳຂອງພຣະເຈົ້າ ໃຫ້ “ສະສົມປັນຍາ” (ຄຳສອນ ແລະ ພັນທະສັນຍາ 38:30).
ບັນທຶກຄວາມປະທັບໃຈຂອງທ່ານ
ຕໍ່ໄພ່ພົນລຸ້ນທຳອິດ, ສາດສະໜາຈັກໄດ້ເປັນບ່ອນ ທີ່ເກີນກວ່າບ່ອນໄປຟັງຄຳສັ່ງສອນໃນວັນອາທິດເທົ່ານັ້ນ. ໃນການເປີດເຜີຍທັງໝົດຂອງພຣະອົງຕໍ່ໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າໄດ້ບັນຍາຍສາດສະໜາຈັກຂອງພຣະອົງ ດ້ວຍພຣະຄຳເຊັ່ນ ອຸດົມການ, ອານາຈັກ, ຊີໂອນ, ແລະ, ສ່ວນຫລາຍແມ່ນ, ວຽກງານ. ນັ້ນຄົງເປັນພາກສ່ວນໜຶ່ງທີ່ດຶງດູດສະມາຊິກລຸ້ນທຳອິດໃຫ້ມາເຂົ້າຮ່ວມສາດສະໜາຈັກ. ເຖິງແມ່ນເຂົາເຈົ້າມັກຄຳສອນຂອງສາດສະໜາຈັກທີ່ຖືກຟື້ນຟູຫລາຍປານໃດກໍຕາມ, ແຕ່ເຂົາເຈົ້າກໍຍັງຕ້ອງການບາງສິ່ງທີ່ເຂົາເຈົ້າສາມາດອຸທິດຊີວິດຂອງຕົນ. ເຖິງຢ່າງໃດກໍຕາມ, ພຣະບັນຊາຂອງພຣະຜູ້ເປັນເຈົ້າໃນປີ 1830 ທີ່ໃຫ້ໄພ່ພົນໄປເຕົ້າໂຮມກັນຢູ່ລັດໂອໄຮໂອ ບໍ່ໄດ້ເປັນເລື່ອງງ່າຍສຳລັບບາງຄົນທີ່ຈະເຮັດຕາມ. ສຳລັບຜູ້ຄົນເຊັ່ນນາງຟີບີ ຄາເຕີ, ນັ້ນໝາຍຄວາມວ່າ ນາງຕ້ອງໄດ້ໜີຈາກບ້ານເຮືອນທີ່ຢູ່ສຸກສະບາຍ ໄປຫາບ່ອນທີ່ຕົນບໍ່ຮູ້ຈັກ (ເບິ່ງ “ສຽງຂອງການຟື້ນຟູ” ຢູ່ທ້າຍໂຄງຮ່າງນີ້). ທຸກວັນນີ້ ເຮົາສາມາດເຫັນໄດ້ຢ່າງແຈ້ງຊັດເຖິງສິ່ງທີ່ໄພ່ພົນເຫລົ່ານັ້ນສາມາດເຫັນພຽງແຕ່ດ້ວຍຕາແຫ່ງສັດທາ ທີ່ວ່າ: ພຣະຜູ້ເປັນເຈົ້າມີພອນອັນຍິ່ງໃຫຍ່ລໍຖ້າເຂົາເຈົ້າຢູ່ທີ່ລັດໂອໄຮໂອ.
ຄວາມຈຳເປັນທີ່ຕ້ອງໄປເຕົ້າໂຮມກັນຢູ່ລັດໂອໄຮໂອ ນັບແຕ່ນັ້ນມາໄດ້ໝົດໄປແລ້ວ, ແຕ່ໄພ່ພົນໃນທຸກວັນນີ້ ຍັງຕ້ອງເປັນນ້ຳໜຶ່ງໃຈດຽວກັນ ໃນອຸດົມການ, ໃນວຽກງານຢ່າງດຽວກັນນັ້ນ: ເພື່ອ “ນຳຊີໂອນອອກມາ” (ຄຳສອນ ແລະ ພັນທະສັນຍາ 39:13). ເຊັ່ນດຽວກັນກັບໄພ່ພົນລຸ້ນທຳອິດເຫລົ່ານັ້ນ, ເຮົາໄດ້ປະຖິ້ມ “ຄວາມເປັນຫ່ວງສິ່ງທາງໂລກ” (ຄຳສອນ ແລະ ພັນທະສັນຍາ 40:2) ເພາະເຮົາໄວ້ວາງໃຈໃນຄຳສັນຍາຂອງພຣະຜູ້ເປັນເຈົ້າ ທີ່ວ່າ: “ເຈົ້າຈະໄດ້ຮັບ … ພອນອັນຍິ່ງໃຫຍ່ທີ່ສຸດຢ່າງທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ” (ຄຳສອນ ແລະ ພັນທະສັນຍາ 39:10).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ໂຈເຊັບ ສະມິດໄດ້ແປຫຍັງ ໃນປີ 1830?
ໃນຢູ່ຂໍ້ນີ້, ພຣະຜູ້ເປັນເຈົ້າໄດ້ອ້າງເຖິງວຽກງານຂອງໂຈເຊັບ ສະມິດ ໃນການດັດແປງພຣະຄຣິສຕະທຳຄຳພີ ທີ່ດົນໃຈ, ຊຶ່ງກ່າວເຖິງວ່າເປັນ “ການແປ.” ເມື່ອໂຈເຊັບໄດ້ຮັບການເປີດເຜີຍ ທີ່ບັນທຶກຢູ່ໃນ ພາກທີ 37, ເພິ່ນໄດ້ແປພຣະທຳປະຖົມມະການສອງສາມບົດຮຽບຮ້ອຍແລ້ວ ແລະ ຫາກໍໄດ້ຮຽນຮູ້ກ່ຽວກັບເອນົກ ແລະ ເມືອງຊີໂອນຂອງເພິ່ນ (ເບິ່ງ ປະຖົມມະການ 5:18–24; ໂມເຊ 7). ຫລັກທຳບາງຂໍ້ທີ່ພຣະຜູ້ເປັນເຈົ້າໄດ້ສິດສອນເອນົກ ກໍຄ້າຍຄືກັນກັບອັນທີ່ພຣະອົງໄດ້ເປີດເຜີຍຢູ່ໃນ ພາກທີ 38.
ພຣະເຈົ້າເຕົ້າໂຮມເຮົາ ເພື່ອໃຫ້ພອນແກ່ເຮົາ.
ພຣະຜູ້ເປັນເຈົ້າໄດ້ສະຫລຸບພຣະບັນຊາຂອງພຣະອົງ ເລື່ອງໃຫ້ເຕົ້າໂຮມກັນຢູ່ລັດໂອໄຮໂອ ໂດຍກ່າວວ່າ, “ຈົ່ງເບິ່ງ, ນີ້ຄືປັນຍາ” (ຄຳສອນ ແລະ ພັນທະສັນຍາ 37:4). ແຕ່ບໍ່ແມ່ນທຸກຄົນທີ່ເຫັນປັນຍາໃນເລື່ອງນີ້ ໃນທັນທີທັນໃດ. ໃນ ພາກທີ 38, ພຣະຜູ້ເປັນເຈົ້າໄດ້ເປີດເຜີຍປັນຍາຂອງພຣະອົງ ຢ່າງລະອຽດ. ທ່ານຮຽນຮູ້ຫຍັງແດ່ຈາກ ຂໍ້ທີ 11–33 ກ່ຽວກັບພອນຂອງການເຕົ້າໂຮມ? ສະມາຊິກຂອງສາດສະໜາຈັກ ບໍ່ໄດ້ຖືກບັນຊາໃຫ້ໄປເຕົ້າໂຮມກັນອີກແລ້ວ ໂດຍການຍ້າຍໄປຫາສະຖານທີ່ໃດໜຶ່ງ; ເຮົາໄດ້ເຕົ້າໂຮມກັນໃນວິທີໃດ ໃນທຸກວັນນີ້? ພອນເຫລົ່ານີ້ສາມາດເອົາມານຳໃຊ້ກັບເຮົາແນວໃດ?
ຂະນະທີ່ທ່ານອ່ານສ່ວນທີ່ເຫລືອຢູ່ຂອງພາກນີ້, ໃຫ້ຊອກຫາຂ່າວສານທີ່ອາດຊ່ວຍໄພ່ພົນໃຫ້ມີສັດທາຫລາຍຂຶ້ນ ທີ່ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ ໃນການໄປເຕົ້າໂຮມກັນຢູ່ລັດໂອໄຮໂອ. ພ້ອມນີ້ໃຫ້ຄິດກ່ຽວກັບພຣະບັນຍັດທີ່ພຣະອົງໄດ້ປະທານໃຫ້ທ່ານ ແລະ ສັດທາທີ່ທ່ານຕ້ອງການ ທີ່ຈະເຊື່ອຟັງພຣະບັນຍັດ. ຄຳຖາມດັ່ງຕໍ່ໄປນີ້ ສາມາດນຳພາທ່ານໃນການສຶກສາ:
-
ທ່ານພົບເຫັນຫຍັງແດ່ ຢູ່ໃນ ຂໍ້ທີ 1–4 ທີ່ໃຫ້ທ່ານໝັ້ນໃຈໃນພຣະຜູ້ເປັນເຈົ້າ ແລະ ພຣະບັນຍັດຂອງພຣະອົງ?
-
ຂໍ້ທີ 39 ສາມາດຊ່ວຍທ່ານໃຫ້ເຊື່ອຟັງພຣະບັນຍັດຂອງພຣະເຈົ້າແນວໃດແດ່ ແມ່ນແຕ່ໃນເມື່ອມັນຮຽກຮ້ອງໃຫ້ທ່ານເສຍສະລະ?
ທ່ານພົບເຫັນຫຍັງອີກແດ່?
ຄຳສອນ ແລະ ພັນທະສັນຍາ 38:11–13, 22–32, 41–42
ຖ້າຫາກເຮົາຕຽມພ້ອມ, ເຮົາບໍ່ຕ້ອງຢ້ານກົວ.
ໄພ່ພົນໄດ້ປະເຊີນກັບການຕໍ່ຕ້ານຢ່າງຫລວງຫລາຍ, ແລະ ພຣະຜູ້ເປັນເຈົ້າຮູ້ວ່າ ຍັງຊິມີຕື່ມອີກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 38:11–13, 28–29). ເພື່ອຊ່ວຍເຂົາເຈົ້າບໍ່ໃຫ້ມີຄວາມຢ້ານກົວ, ພຣະອົງຈຶ່ງໄດ້ເປີດເຜີຍຫລັກທຳທີ່ມີຄ່ານີ້ ທີ່ວ່າ: “ຖ້າຫາກພວກເຈົ້າຕຽມພ້ອມ ພວກເຈົ້າຈະບໍ່ຢ້ານກົວ” (ຄຳສອນ ແລະ ພັນທະສັນຍາ 38:30). ໃຫ້ໃຊ້ເວລາຈັກບຶດໜຶ່ງ ເພື່ອໄຕ່ຕອງການທ້າທາຍທີ່ທ່ານປະເຊີນຢູ່. ແລ້ວຂະນະທີ່ທ່ານສຶກສາ ພາກທີ 38, ໃຫ້ຟັງການກະຕຸ້ນຈາກພຣະວິນຍານກ່ຽວກັບວິທີທີ່ທ່ານສາມາດກະກຽມສຳລັບການທ້າທາຍ ເພື່ອວ່າທ່ານຈະບໍ່ຢ້ານກົວ.
ຄຳສອນ ແລະ ພັນທະສັນຍາ 39–40
ຄວາມເປັນຫ່ວງສິ່ງທາງໂລກ ຈະຕ້ອງບໍ່ກີດກັນເຮົາຈາກການເຊື່ອຟັງພຣະຄຳພີຂອງພຣະເຈົ້າ.
ໃຫ້ອ່ານ ພາກທີ 39–40, ຮ່ວມທັງປະຫວັດການເປັນມາຢູ່ໃນຫົວຂໍ້ພາກ, ແລະ ວິທີທີ່ປະສົບການຂອງ ເຈມສ໌ ໂຄແວວ ອາດກ່ຽວພັນກັບທ່ານແນວໃດ. ຍົກຕົວຢ່າງ, ໃຫ້ຄິດກ່ຽວກັບເວລາທີ່ “ຫົວໃຈ [ຂອງທ່ານ] … ເຄີຍຖືກຕ້ອງຕໍ່ [ພຣະເຈົ້າ]” (ຄຳສອນ ແລະ ພັນທະສັນຍາ 40:1). ທ່ານໄດ້ຮັບພອນແນວໃດແດ່ ສຳລັບຄວາມຊື່ສັດຂອງທ່ານ? ພ້ອມນີ້ ກໍໃຫ້ຄິດກ່ຽວກັບ “ຄວາມເປັນຫ່ວງສິ່ງທາງໂລກ” ໃດແດ່ທີ່ທ່ານປະເຊີນຢູ່ (ຄຳສອນ ແລະ ພັນທະສັນຍາ 39:9; 40:2). ທ່ານພົບເຫັນສິ່ງໃດແດ່ຢູ່ໃນພາກເຫລົ່ານີ້ ທີ່ດົນໃຈທ່ານໃຫ້ມີຄວາມເຊື່ອຟັງຢ່າງສະໝ່ຳສະເໝີຫລາຍກວ່າເກົ່າ?
ເບິ່ງ ມັດທາຍ 13:3–23 ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ຄຳສອນ ແລະ ພັນທະສັນຍາ 37:3.ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ເຂົ້າໃຈການເສຍສະລະຂອງໄພ່ພົນ ເພື່ອໄປເຕົ້າໂຮມກັນຢູ່ລັດໂອໄຮໂອ, ທ່ານສາມາດອ້າງເຖິງແຜນທີ່ ທີ່ມີຢູ່ໃນໂຄງຮ່າງນີ້.
-
ຄຳສອນ ແລະ ພັນທະສັນຍາ 38:22.ເຮົາຈະສາມາດເຮັດໃຫ້ພຣະເຢຊູຄຣິດ ເປັນ “ຜູ້ໃຫ້ກົດ” ຂອງຄອບຄົວເຮົາໄດ້ແນວໃດ? ການເຮັດຕາມກົດຂອງພຣະອົງ ເຮັດໃຫ້ເຮົາເປັນ “ຄົນອິດສະລະ” ແນວໃດ?
-
ຄຳສອນ ແລະ ພັນທະສັນຍາ 38:24–27.ເພື່ອສິດສອນລູກໆ ເຖິງຄວາມໝາຍຂອງຄຳວ່າການ “ເປັນອັນໜຶ່ງດຽວກັນ,” ທ່ານສາມາດຊ່ວຍພວກເຂົາໃຫ້ນັບສະມາຊິກຂອງຄອບຄົວທ່ານ ແລະ ເວົ້າລົມກັນເຖິງຄວາມສຳຄັນຂອງແຕ່ລະຄົນຕໍ່ຄອບຄົວຂອງທ່ານ. ໃຫ້ເນັ້ນໜັກວ່າ ເມື່ອລວມທຸກຄົນເຂົ້າກັນ ພວກທ່ານເປັນຄອບຄົວ ໜຶ່ງ. ທ່ານສາມາດຊ່ວຍລູກໆຂອງທ່ານໃຫ້ແຕ້ມເລກ 1 ທີ່ໃຫຍ່ໆ ໃສ່ໂປສເຕີ້ໃຫຍ່ແຜ່ນໜຶ່ງ ແລະ ປະດັບມັນດ້ວຍການຂຽນຊື່ ຫລື ແຕ້ມຮູບ ຫລື ເອົາຮູບຂອງສະມາຊິກໃນຄອບຄົວຕິດໃສ່. ພວກທ່ານຍັງສາມາດຂຽນສິ່ງທີ່ພວກທ່ານຈະເຮັດ ເພື່ອເປັນອັນໜຶ່ງອັນດຽວກັນຫລາຍຂຶ້ນໃນຄອບຄົວ ໃສ່ໃນນັ້ນ. ທ່ານສາມາດອ່ານ ໂມເຊ 7:18 ນຳອີກ.
-
ຄຳສອນ ແລະ ພັນທະສັນຍາ 38:29–30.ທ່ານສາມາດສົນທະນາກ່ຽວກັບປະສົບການຂອງຄອບຄົວ ຫລື ປະສົບການສ່ວນຕົວເມື່ອບໍ່ດົນມານີ້ ທີ່ຮຽກຮ້ອງການກະກຽມ. ການກະກຽມຂອງທ່ານມີຜົນກະທົບຕໍ່ປະສົບການແນວໃດ? ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາກະກຽມເພື່ອຫຍັງ? ການກະກຽມຊ່ວຍເຮົາບໍ່ໃຫ້ມີຄວາມຢ້ານກົວແນວໃດ? ເຮົາສາມາດເຮັດຫຍັງແດ່ເພື່ອກະກຽມ?
-
ຄຳສອນ ແລະ ພັນທະສັນຍາ 40.ຄຳວ່າ “ຄວາມເປັນຫ່ວງສິ່ງທາງໂລກ” (ຂໍ້ທີ 2) ມີຄວາມໝາຍຕໍ່ເຮົາແນວໃດ? ມີຄວາມເປັນຫ່ວງສິ່ງທາງໂລກໃດແດ່ ທີ່ກີດກັນເຮົາຈາກການຮັບເອົາພຣະຄຳຂອງພຣະເຈົ້າ “ດ້ວຍຄວາມຍິນດີ”? ເຮົາຈະເອົາຊະນະມັນໄດ້ແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ຄວາມເມດຕາເລີ່ມຈາກເຮົາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 69.
ສຽງຂອງການຟື້ນຟູ
ການເຕົ້າໂຮມຢູ່ລັດໂອໄຮໂອ
ໃນບັນດາໄພ່ພົນຢ່າງຫລວງຫລາຍ ທີ່ໄດ້ໄປເຕົ້າໂຮມກັນຢູ່ລັດໂອໄຮໂອ ໃນຊ່ວງປີ 1830 ແມ່ນນາງຟີບີ ຄາດເທີ. ນາງໄດ້ເຂົ້າຮ່ວມສາດສະໜາຈັກ ຢູ່ພາກຕາເວັນອອກສ່ຽງເໜືອຂອງສະຫະລັດອາເມຣິກາ ຕອນນາງມີອາຍຸຊາວປາຍປີ, ແຕ່ພໍ່ແມ່ຂອງນາງບໍ່ໄດ້ເຂົ້າຮ່ວມ. ຕໍ່ມານາງໄດ້ຂຽນເຖິງການຕັດສິນໃຈຂອງນາງ ທີ່ຈະຍ້າຍໄປລັດໂອໄຮໂອ ເພື່ອເຂົ້າຮ່ວມກັບໄພ່ພົນວ່າ:
“ໝູ່ເພື່ອນຂອງຂ້າພະເຈົ້າໄດ້ປະຫລາດໃຈກັບການຕັດສິນໃຈຂອງຂ້າພະເຈົ້າ, ຄືກັນກັບຂ້າພະເຈົ້າ, ແຕ່ມີບາງສິ່ງຢູ່ພາຍໃນທີ່ກະຕຸ້ນໃຫ້ຂ້າພະເຈົ້າເຮັດ. ຄວາມໂສກເສົ້າຂອງແມ່ຂອງຂ້າພະເຈົ້າ ຕອນຂ້າພະເຈົ້າຊິໜີຈາກບ້ານ ເຮັດໃຫ້ຂ້າພະເຈົ້າເກືອບທົນເຫັນບໍ່ໄດ້, ແລະ ຖ້າຫາກບໍ່ເປັນເພາະວິນຍານທີ່ຢູ່ພາຍໃນຕົວຂ້າພະເຈົ້າ, ຂ້າພະເຈົ້າຄົງຫວັ່ນໄຫວໃນນາທີສຸດທ້າຍ. ແມ່ຂອງຂ້າພະເຈົ້າໄດ້ບອກຂ້າພະເຈົ້າວ່າ ເພິ່ນຢາກເຫັນຂ້າພະເຈົ້າຖືກຝັງ ຍັງຈະດີກວ່າ ທີ່ເຫັນຂ້າພະເຈົ້າເດີນທາງຄົນດຽວ ໄປໃນໂລກທີ່ໂຫດຮ້າຍນີ້.
“‘[ຟີບີ],’ ເພິ່ນເວົ້າ, ຢ່າງປະທັບໃຈວ່າ, ‘ລູກຊິກັບຄືນມາຫາແມ່ບໍ ຖ້າຫາກລູກພົບວ່າ ລັດທິມໍມອນບໍ່ເປັນຄວາມຈິງ?’
“ຂ້າພະເຈົ້າໄດ້ຕອບວ່າ, ‘ໂດຍ, ລູກຊິກັບມາ.’ … ຄຳຕອບຂອງຂ້າພະເຈົ້າ ໄດ້ເຮັດໃຫ້ເພິ່ນສະບາຍໃຈຂຶ້ນແດ່; ແຕ່ມັນເຮັດໃຫ້ພວກເຮົາໂສກເສົ້າຫລາຍທີ່ຈະຈາກກັນ. ເມື່ອເວລາມາເຖິງທີ່ຂ້າພະເຈົ້າຕ້ອງອອກເດີນທາງ ຂ້າພະເຈົ້າບໍ່ກ້າທີ່ຈະບອກລາ; ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ຂຽນຈົດໝາຍບອກລາທຸກຄົນແທນ, ແລະ ໄດ້ປະມັນໄວ້ເທິງໂຕະ, ໄດ້ ແລ່ນລົງຂັ້ນໄດ ແລະ ຂຶ້ນລົດມ້າໄປ. ຂ້າພະເຈົ້າໄດ້ໜີຈາກບ້ານເກີດທີ່ແສນຮັກຂອງຂ້າພະເຈົ້າ ເພື່ອເຊື່ອມໂຍງຊີວິດຂອງຂ້າພະເຈົ້າເຂົ້າກັບໄພ່ພົນຂອງພຣະເຈົ້າດັ່ງນັ້ນ.”1
ໃນຈົດໝາຍສັ່ງລາສະບັບໜຶ່ງໃນຈົດໝາຍເຫລົ່ານັ້ນ, ນາງຟີບີໄດ້ຂຽນວ່າ:
“ພໍ່ແມ່ທີ່ເຄົາລົບ—ບັດນີ້ ລູກຊິໄດ້ຈາກບ້ານຂອງພໍ່ແມ່ໄປແລ້ວຊົ່ວໄລຍະໜຶ່ງ … ລູກບໍ່ຮູ້ວ່າດົນປານໃດ—ແຕ່ບໍ່ໄດ້ຈາກໄປປາດສະຈາກຄວາມກະຕັນຍູຕໍ່ຄວາມເມດຕາທີ່ລູກໄດ້ຮັບຈາກພໍ່ແມ່ນັບແຕ່ລູກເກີດມາ—ແຕ່ເບິ່ງຄືວ່າພຣະເຈົ້າໄດ້ບັນຊາລູກໃນເວລານີ້ ຫລາຍກວ່າທີ່ຜ່ານມາ. ຂໍໃຫ້ພວກເຮົາຈົ່ງມອບທຸກສິ່ງເຫລົ່ານີ້ໄວ້ໃນພຣະຫັດຂອງພຣະເຈົ້າ ແລະ ຂອບພຣະໄທພຣະອົງທີ່ໄດ້ອະນຸຍາດໃຫ້ພວກເຮົາໄດ້ຢູ່ນຳກັນເປັນເວລາດົນນານ ໃນສະພາບການທີ່ດີ ທີ່ພວກເຮົາໄດ້ມີ, ໂດຍທີ່ເຊື່ອວ່າ ທຸກສິ່ງຈະເປັນໄປເພື່ອຄວາມດີຂອງພວກເຮົາ ຖ້າຫາກພວກເຮົາຮັກພຣະເຈົ້າຫລາຍທີ່ສຸດ. ຂໍໃຫ້ພວກເຮົາຮັບຮູ້ວ່າ ພວກເຮົາສາມາດອະທິຖານຫາພຣະເຈົ້າ ຜູ້ຈະຮັບຟັງຄຳອະທິຖານທີ່ຈິງໃຈຂອງຜູ້ທີ່ພຣະອົງໄດ້ສ້າງ ແລະ ປະທານສິ່ງທີ່ດີທີ່ສຸດໃຫ້ພວກເຮົາ. …
“ແມ່ເອີຍ, ລູກເຊື່ອວ່າ ມັນເປັນພຣະປະສົງຂອງພຣະເຈົ້າ ທີ່ໃຫ້ລູກໄປພາກຕາເວັນຕົກ ແລະ ລູກໝັ້ນໃຈກ່ຽວກັບເລື່ອງນີ້ໄດ້ດົນແລ້ວ. ບັດນີ້ ເສັ້ນທາງໄດ້ເປີດໃຫ້ລູກ … ; ລູກເຊື່ອວ່າ ມັນແມ່ນພຣະວິນຍານຂອງພຣະຜູ້ເປັນເຈົ້າ ທີ່ກະທຳສິ່ງນີ້ ຊຶ່ງພຽງພໍສຳລັບທຸກສິ່ງ. ຂໍໃຫ້ແມ່ຢ່າເປັນຫ່ວງນຳລູກເລີຍ; ພຣະຜູ້ເປັນເຈົ້າຈະປອບໂຍນລູກ. ລູກເຊື່ອວ່າພຣະຜູ້ເປັນເຈົ້າຈະດູແລລູກ ແລະ ປະທານສິ່ງທີ່ດີທີ່ສຸດໃຫ້ລູກ. … ລູກໄປເພາະວ່າພຣະອາຈານຂອງລູກໄດ້ເອີ້ນໃຫ້ລູກໄປ—ພຣະອົງໄດ້ເຮັດໃຫ້ລູກເຫັນໜ້າທີ່ຂອງລູກຢ່າງແຈ່ມແຈ້ງ.”2