“ວັນທີ 5 ເດືອນເມສາ–ວັນທີ 11 ເດືອນເມສາ. ຄຳສອນ ແລະ ພັນທະສັນຍາ 30–36: ‘ເຈົ້າຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນຂອງເຮົາ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ຄຳສອນ ແລະ ພັນທະສັນຍາ 2021 (2020)
“ວັນທີ 5 ເດືອນເມສາ–ວັນທີ 11 ເດືອນເມສາ. ຄຳສອນ ແລະ ພັນທະສັນຍາ 30–36,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2021
ວັນທີ 5 ເດືອນເມສາ–ວັນທີ 11 ເດືອນເມສາ
ຄຳສອນ ແລະ ພັນທະສັນຍາ 30–36
“ເຈົ້າຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນຂອງເຮົາ”
ໃນພຣະຄຳພີ, ເຮົາສາມາດພົບເຫັນຄວາມຮູ້ສຳລັບສະພາບການພິເສດຂອງເຮົາ. ໃຫ້ທູນຂໍໃຫ້ພຣະຜູ້ເປັນເຈົ້າຊ່ວຍທ່ານພົບເຫັນຂ່າວສານສຳລັບທ່ານ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 30–36.
ບັນທຶກຄວາມປະທັບໃຈຂອງທ່ານ
ພາລີ ພີ ພະແຣັດ ເປັນສະມາຊິກຂອງສາດສະໜາຈັກໄດ້ປະມານໜຶ່ງເດືອນ ເມື່ອລາວໄດ້ຖືກເອີ້ນໃຫ້ “ເຂົ້າໄປຖິ່ນແຫ້ງແລ້ງກັນດານ” ເພື່ອສັ່ງສອນພຣະກິດຕິຄຸນ (ຄຳສອນ ແລະ ພັນທະສັນຍາ 32:2). ທອມມັສ ບີ ມາສ໌ ເປັນສະມາຊິກໃໝ່ກວ່ານັ້ນອີກ ເມື່ອລາວຖືກບອກວ່າ, “ຊົ່ວໂມງແຫ່ງພາລະກິດຂອງເຈົ້າມາເຖິງແລ້ວ” (ຄຳສອນ ແລະ ພັນທະສັນຍາ 31:3). ອໍສັນ ພະແຣັດ, ເອດເວີດ ພາດທຣິດ, ແລະ ຄົນອື່ນຫລາຍຄົນ ຫາກໍໄດ້ຮັບບັບຕິສະມາ ເມື່ອເຂົາເຈົ້າໄດ້ຮັບການເອີ້ນໃຫ້ໄປເຜີຍແຜ່. ບາງທີການເອີ້ນດັ່ງກ່າວເປັນໄປເພາະຄວາມຈຳເປັນໃນເວລານັ້ນ—ໃນລະດູໃບໄມ້ຫລົ່ນຂອງປີ 1830, ເພາະບໍ່ມີໃຜ ໄດ້ເປັນສະມາຊິກຂອງສາດສະໜາຈັກດົນກວ່າຫົກເດືອນ. ແຕ່ແບບແຜນນີ້ໄດ້ເປັນບົດຮຽນສຳລັບເຮົາ ໃນທຸກວັນນີ້: ຖ້າຫາກທ່ານຮູ້ພຽງພໍທີ່ຈະຮັບເອົາພຣະກິດຕິຄຸນທີ່ຖືກຟື້ນຟູໂດຍການບັບຕິສະມາ, ແລ້ວທ່ານກໍຮູ້ພຽງພໍທີ່ຈະແບ່ງປັນມັນໃຫ້ກັບຄົນອື່ນ. ແນ່ນອນທີ່ເຮົາຢາກຈະມີຄວາມຮູ້ເລື່ອງພຣະກິດຕິຄຸນຫລາຍກວ່ານີ້, ແຕ່ພຣະເຈົ້າບໍ່ເຄີຍຢ້ານທີ່ຈະເອີ້ນບຸກຄົນທີ່ “ດ້ອຍການສຶກສາ” ເພື່ອໃຫ້ສັ່ງສອນພຣະກິດຕິຄຸນຂອງພຣະອົງ (ຄຳສອນ ແລະ ພັນທະສັນຍາ 35:13). ຕາມຈິງແລ້ວ, ພຣະອົງເຊື້ອເຊີນເຮົາທຸກຄົນໃຫ້, “ເປີດປາກປະກາດພຣະກິດຕິຄຸນຂອງເຮົາ” (ຄຳສອນ ແລະ ພັນທະສັນຍາ 30:5). ແລະ ເຮົາເຮັດສິ່ງນັ້ນໄດ້ດີທີ່ສຸດ ບໍ່ແມ່ນໂດຍສະຕິປັນຍາ ແລະ ປະສົບການຂອງເຮົາເອງ ແຕ່ “ໂດຍອຳນາດຂອງພຣະວິນຍານ” (ຄຳສອນ ແລະ ພັນທະສັນຍາ 35:13).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ຄຳສອນ ແລະ ພັນທະສັນຍາ 30–36
ເຮົາຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ບໍ່ວ່າທ່ານໄດ້ຖືກເອີ້ນຢ່າງເປັນທາງການໃຫ້ເປັນຜູ້ສອນສາດສະໜາຫລືບໍ່ກໍຕາມ, ພຣະຜູ້ເປັນເຈົ້າປະສົງໃຫ້ທ່ານແບ່ງປັນພຣະກິດຕິຄຸນຂອງພຣະອົງ, ແລະ ພຣະຄຳຫລາຍຢ່າງຂອງພຣະອົງຕໍ່ຜູ້ສອນສາດສະໜາລຸ້ນທຳອິດຂອງຍຸກສະໄໝນີ້ ແມ່ນສຳລັບທ່ານຄືກັນ. ຂະນະທີ່ທ່ານສຶກສາ ຄຳສອນ ແລະ ພັນທະສັນຍາ 30–36, ໃຫ້ບັນທຶກສິ່ງທີ່ທ່ານຮຽນຮູ້ກ່ຽວກັບການເອີ້ນໃຫ້ສັ່ງສອນພຣະກິດຕິຄຸນ. ທ່ານສາມາດຂຽນສິ່ງທີ່ພຣະຜູ້ເປັນເຈົ້າຂໍຈາກຜູ້ສອນສາດສະໜາຂອງພຣະອົງ (ຍົກຕົວຢ່າງ, ໃຫ້ເບິ່ງ ຄຳສອນ ແລະ ພັນທະສັນຍາ 30:8) ແລະ ໃຫ້ຂຽນບາງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ສັນຍາກັບເຂົາເຈົ້າ (ຍົກຕົວຢ່າງ, ໃຫ້ເບິ່ງ ຄຳສອນ ແລະ ພັນທະສັນຍາ 30:11).
ຂໍ້ເຫລົ່ານີ້ອາດຊຸກຍູ້ບາງຄົນທີ່ທ່ານຮູ້ຈັກໃຫ້ຮັບໃຊ້ ຫລື ກະກຽມທີ່ຈະຮັບໃຊ້ເປັນຜູ້ສອນສາດສະໜາທີ່ເລາະເຜີຍແຜ່ ຫລື ຜູ້ສອນສາດສະໜາບໍລິການແນວໃດ? ທ່ານພົບເຫັນຫຍັງແດ່ທີ່ດົນໃຈທ່ານໃຫ້ແບ່ງປັນພຣະກິດຕິຄຸນ?
ເບິ່ງ ຄຳສອນ ແລະ ພັນທະສັນຍາ 35:13–15 ນຳອີກ.
ຄຳສອນ ແລະ ພັນທະສັນຍາ 31:1–2, 5–6, 9, 13
ພຣະຜູ້ເປັນເຈົ້າສາມາດຊ່ວຍເຮົາ ກ່ຽວກັບຄວາມສຳພັນໃນຄອບຄົວຂອງເຮົາ.
ຄອບຄົວໃນຊ່ວງໄລຍະປີ 1830 ກໍໄດ້ປະເຊີນກັບບັນຫາຫລາຍຢ່າງ ຄືກັນກັບຄອບຄົວໃນປະຈຸບັນນີ້ປະເຊີນ. ການຊີ້ນຳ ແລະ ຄຳສັນຍາໃດແດ່ ທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ ທອມມັສ ບີ ມາສ໌ ກ່ຽວກັບຄອບຄົວຂອງລາວ? ພຣະຄຳຂອງພຣະອົງສາມາດຊ່ວຍທ່ານ ກ່ຽວກັບຄວາມສຳພັນໃນຄອບຄົວຂອງທ່ານແນວໃດ?
ຄຳສອນ ແລະ ພັນທະສັນຍາ 32; 35
ການເຜີຍແຜ່ຕໍ່ຊາວເລມັນເປັນສິ່ງລົ້ມເຫລວບໍ?
ເມື່ອ ອໍລີເວີ ຄາວເດີຣີ, ພີເຕີ ວິດເມີ ຜູ້ລູກ, ພາລີ ພີ ພະແຣັດ, ແລະ ຊີບາ ພີເຕີສັນ ໄດ້ອອກເດີນທາງໄປສັ່ງສອນຊາວອິນເດຍແດງ ຢູ່ພາກຕາເວັນຕົກຂອງລັດມີເຊີຣີ, ເຂົາເຈົ້າເຊື່ອວ່າ ເຂົາເຈົ້າໄດ້ເຮັດໃຫ້ການທຳນາຍຢູ່ໃນພຣະຄຳພີມໍມອນສຳເລັດຄົບຖ້ວນ ກ່ຽວກັບວ່າຊາວເລມັນຈະໄດ້ຮັບພຣະກິດຕິຄຸນ ໃນຍຸກສຸດທ້າຍ (ເບິ່ງ, ຍົກຕົວຢ່າງ, 1 ນີໄຟ 13:34–41; ເອໂນດ 1:11–18). ແຕ່ໃນທ້າຍຂອງການເຜີຍແຜ່ຂອງເຂົາເຈົ້າ, ເຖິງແມ່ນວ່າເຂົາເຈົ້າໄດ້ມີປະສົບການທີ່ດີກັບບາງກຸ່ມ, ແຕ່ເຂົາເຈົ້າກໍບໍ່ໄດ້ໃຫ້ບັບຕິສະມາແກ່ຊາວອິນເດຍແດງຈັກຄົນເລີຍ. ແຕ່ເຂົາເຈົ້າໄດ້ໃຫ້ບັບຕິສະມາແກ່ຜູ້ຄົນຢູ່ໃກ້ເມືອງເຄີດແລນ, ລັດໂອໄຮໂອ ຫລາຍກວ່າໜຶ່ງຮ້ອຍຄົນ, ບ່ອນທີ່ເຂົາເຈົ້າໄດ້ຢຸດພັກລະຫວ່າງການເດີນທາງໄປຫາລັດມີເຊີຣີ. ໃນບັນດາຜູ້ຄົນທີ່ປ່ຽນໃຈເຫລື້ອມໃສ ແມ່ນບຸກຄົນທີ່ກາຍເປັນຜູ້ນຳທີ່ມີອິດທິພົນໃນອະນາຄົດ, ຮ່ວມທັງ ຊິດນີ ຣິກດອນ, ແລະ ຕໍ່ມາເມືອງເຄີດແລນ ໄດ້ກາຍເປັນສະຖານທີ່ເຕົ້າໂຮມທີ່ສຳຄັນສຳລັບສາດສະໜາຈັກ. ປະສົບການນີ້ສິດສອນທ່ານຫຍັງແດ່ກ່ຽວກັບວິທີທີ່ພຣະຜູ້ເປັນເຈົ້າສຳເລັດວຽກງານຂອງພຣະອົງ?
ຄຳສອນ ແລະ ພັນທະສັນຍາ 33:12–18
ຖ້າຫາກເຮົາສ້າງຊີວິດຂອງເຮົາ ໄວ້ເທິງພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ, ແລ້ວເຮົາຈະບໍ່ຕົກໄປ.
ຄຳສອນ ແລະ ພັນທະສັນຍາ 33 ແມ່ນກ່າວກັບ ນອດທະໂຣບ ສະວີດ ແລະ ເອຊະຣາ ແຕ, ຜູ້ປ່ຽນໃຈເຫລື້ອມໃສໃໝ່ສອງຄົນ. ນອດທະໂຣບໄດ້ອອກຈາກສາດສະໜາຈັກ ບໍ່ດົນຫລັງຈາກທີ່ລາວໄດ້ຮັບການເປີດເຜີຍນີ້. ເອຊະຣາໄດ້ຮັບໃຊ້ຢ່າງຊື່ສັດຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ລາວກໍໄດ້ໜີໄປ. ສິ່ງນີ້ອາດເປັນໂອກາດທີ່ດີ ທີ່ຈະສຳຫລວດເບິ່ງຕົວເອງວ່າ ທ່ານຍຶດໝັ້ນຢູ່ “ເທິງດານຫີນ” (ຂໍ້ທີ 13) ແຫ່ງພຣະກິດຕິຄຸນຫລາຍພຽງໃດ. ມີຄວາມຈິງໃດແດ່ຢູ່ໃນຂໍ້ເຫລົ່ານີ້ ທີ່ສາມາດຊ່ວຍທ່ານໃຫ້ຍຶດໝັ້ນຢ່າງຊື່ສັດ ຕໍ່ພຣະຜູ້ຊ່ວຍໃຫ້ລອດ?
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ຄຳສອນ ແລະ ພັນທະສັນຍາ 30:2.ເຮົາຢູ່ຂັ້ນໃດ ໃນຖານະຄອບຄົວ ໃນການເອົາໃຈໃສ່ຕໍ່ເລື່ອງທີ່ເປັນຂອງພຣະເຈົ້າ ແທນທີ່ຈະເປັນ “ເລື່ອງທີ່ເປັນຂອງໂລກ”?
-
ຄຳສອນ ແລະ ພັນທະສັນຍາ 31.ຂະນະທີ່ພວກທ່ານອ່ານກ່ຽວກັບຄຳສັນຍາຂອງພຣະຜູ້ເປັນເຈົ້າ ທີ່ມອບໃຫ້ແກ່ ທອມມັສ ບີ ມາສ໌ ກ່ຽວກັບຄອບຄົວຂອງລາວ, ພວກທ່ານສາມາດເວົ້າລົມກັນກ່ຽວກັບພອນທີ່ໄດ້ມາສູ່ຄອບຄົວຂອງພວກທ່ານ ເພາະວຽກງານເຜີຍແຜ່. ພວກທ່ານຍັງສາມາດຮ້ອງເພງທີ່ກ່ຽວກັບການເຜີຍແຜ່, ດັ່ງເຊັ່ນ “ເຮົາຈະໄປທີ່ພຣະອົງບັນຊາ” (ເພງສວດ ແລະ ເພງຂອງເດັກນ້ອຍ, ເລກທີ 50). ຄອບຄົວຂອງທ່ານໄດ້ຮັບພອນແນວໃດ ໂດຍການແບ່ງປັນພຣະກິດຕິຄຸນໃຫ້ກັບຄົນອື່ນ?
-
ຄຳສອນ ແລະ ພັນທະສັນຍາ 33:7–10.ພາບໃດແດ່ທີ່ພຣະຜູ້ເປັນເຈົ້າໄດ້ໃຊ້ ໃນຂໍ້ເຫລົ່ານີ້ ທີ່ບັນຍາຍເຖິງການແບ່ງປັນພຣະກິດຕິຄຸນ? ພາບຢ່າງອື່ນໃດແດ່ ຫລື ການປຽບທຽບໃດແດ່ ທີ່ຄອບຄົວຂອງທ່ານສາມາດຄິດອອກ? ບາງທີພາບເຫລົ່ານີ້ສາມາດຊ່ວຍຄອບຄົວຂອງທ່ານ ໃຫ້ຄິດທີ່ຈະແບ່ງປັນພຣະກິດຕິຄຸນ ໃນວິທີທາງທີ່ສ້າງສັນ. ແລ້ວການສົນທະນານີ້ ຈະພາໄປສູ່ການວາງແຜນທີ່ຈະແບ່ງປັນພຣະກິດຕິຄຸນ. ໃຫ້ຄິດຫລິ້ນລະຄອນກ້ອມ ເຖິງສະຖານະການທີ່ອາດເປັນໄປໄດ້.
-
ຄຳສອນ ແລະ ພັນທະສັນຍາ 34:10.ໃຫ້ເລືອກເອົາສຳນວນໜຶ່ງຈາກ ຂໍ້ທີ 10, ແລະ ຂໍໃຫ້ສະມາຊິກຄົນໜຶ່ງໃນຄອບຄົວໃຫ້ສື່ມສຳນວນນັ້ນໃສ່ຫູທ່ານ. ແລ້ວໃຫ້ສະມາຊິກໃນຄອບຄົວຄົນອື່ນໆລອງເດົາເບິ່ງວ່າສຳນວນນັ້ນແມ່ນຫຍັງ. ຈາກນັ້ນໃຫ້ຂໍໃຫ້ສະມາຊິກຄົນໜຶ່ງໃນຄອບຄົວ ກ່າວສຳນວນນັ້ນອອກສຽງ. ກິດຈະກຳນີ້ຊ່ວຍເຮົາໃຫ້ເຂົ້າໃຈເຖິງເຫດຜົນທີ່ພຣະຜູ້ເປັນເຈົ້າບັນຊາເຮົາ ໃຫ້ “ເປັ່ງສຽງຂອງເຈົ້າ” ແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ຂໍພຣະເຈົ້າຢູ່ນຳຈົນພົບກັນອີກ,” ເພງສວດ ແລະ ເພງຂອງເດັກນ້ອຍ, 44.
ສຽງຂອງການຟື້ນຟູ
ຜູ້ປ່ຽນໃຈເຫລື້ອມໃສລຸ້ນທຳອິດ
ແມ່ນແຕ່ກ່ອນສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນ, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, “ທົ່ງກໍຂາວພ້ອມແລ້ວທີ່ຈະເກັບກ່ຽວ” (ຄຳສອນ ແລະ ພັນທະສັນຍາ 4:4). ຂໍ້ຄວາມນີ້ໄດ້ຖືກພິສູດວ່າເປັນຄວາມຈິງໃນຫລາຍເດືອນຕໍ່ຈາກນັ້ນ, ຂະນະທີ່ຜູ້ສະແຫວງຫາຄວາມຈິງຫລາຍຄົນ ໄດ້ຖືກນຳພາໂດຍພຣະວິນຍານຂອງພຣະເຈົ້າ ໃຫ້ພົບເຫັນສາດສະໜາຈັກທີ່ຟື້ນຟູຂອງພຣະເຢຊູຄຣິດ.
ຜູ້ປ່ຽນໃຈເຫລື້ອມໃສລຸ້ນທຳອິດເຫລົ່ານີ້ ໄດ້ເປັນເຄື່ອງມືໃນການສ້າງພື້ນຖານຂອງການຟື້ນຟູ, ແລະ ເລື່ອງລາວຂອງເຂົາເຈົ້າເຖິງການປ່ຽນໃຈເຫລື້ອມໃສ ມີຄວາມສຳຄັນຫລາຍຕໍ່ເຮົາໃນທຸກວັນນີ້. ສັດທາທີ່ເຂົາເຈົ້າສະແດງໃຫ້ເຫັນ ເປັນສັດທາຢ່າງດຽວກັນກັບທີ່ເຮົາຕ້ອງການ ໃນການເຫລື້ອມໃສຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ອາບີແກວ ຄາວກິນສ໌ ເລນເນີດ
ຕອນນາງອາບີແກວ ຄາວກິນສ໌ ເລນເນີດ ມີອາຍຸສາມສິບປາຍປີ, ນາງຮູ້ສຶກມີຄວາມປາດຖະໜາຢາກໄດ້ຮັບການໃຫ້ອະໄພຈາກບາບຂອງນາງ. ນາງໄດ້ອ່ານພຣະຄຣິສຕະທຳຄຳພີເປັນບາງຄັ້ງ, ແລະ ຜູ້ຄົນຈາກສາດສະໜາຈັກຄຣິດສະຕຽນຕ່າງໆກໍໄດ້ມາຢ້ຽມຢາມນາງທີ່ບ້ານ, ແຕ່ນາງສັບສົນກ່ຽວກັບຄວາມແຕກຕ່າງຂອງແຕ່ລະໂບດ. “ເຊົ້າມື້ໜຶ່ງ,” ນາງເວົ້າ, “ຂ້ອຍໄດ້ເຂົ້າໄປໃນປ່າພ້ອມກັບເອົາປຶ້ມພຣະຄຣິສຕະທຳຄຳພີໄປນຳ, ແລ້ວໄດ້ຄຸເຂົ່າລົງ.” ນາງໄດ້ອະທິຖານຢ່າງຕັ້ງໃຈຫາພຣະຜູ້ເປັນເຈົ້າ. “ທັນໃດນັ້ນ ຂ້ອຍໄດ້ເຫັນພາບຢູ່ໃນຕາ,” ນາງເວົ້າ, “ແລະ ໄດ້ເຫັນແຕ່ລະນິກາຍ ເລື່ອນຜ່ານສາຍຕາໄປ, ແລະ ຂ້ອຍໄດ້ຍິນສຽງ, ເວົ້າວ່າ: ‘ທັງໝົດນີ້ ຖືກສ້າງຂຶ້ນເພື່ອຫາຜົນປະໂຫຍດ.’ ແລ້ວ ຂ້ອຍໄດ້ເຫັນແສງຮຸ່ງແຈ້ງຢູ່ທາງໜ້າ, ແລະ ສຽງຈາກເບື້ອງບົນດັງຂຶ້ນວ່າ: ‘ເຮົາຈະຍົກຜູ້ຄົນຂອງເຮົາຂຶ້ນ, ຜູ້ທີ່ເຮົາຍິນດີທີ່ຈະເປັນເຈົ້າຂອງ ແລະ ອວຍພອນ.’” ບໍ່ດົນຈາກນັ້ນ, ນາງອາບີແກວກໍໄດ້ຍິນກ່ຽວກັບພຣະຄຳພີມໍມອນ. ເຖິງແມ່ນວ່ານາງຍັງບໍ່ມີພຣະຄຳພີມໍມອນເທື່ອ, ແຕ່ນາງໄດ້ຊອກຫາມັນ ເພື່ອຈະໄດ້ “ຮູ້ຄວາມຈິງກ່ຽວກັບປຶ້ມເຫລັ້ມນີ້, ໂດຍຂອງປະທານ ແລະ ອຳນາດຂອງພຣະວິນຍານບໍລິສຸດ,” ແລະ “ທັນທີນາງກໍຮູ້ສຶກວ່າ ປຶ້ມນັ້ນຢູ່ໃກ້.” ໃນທີ່ສຸດ ເມື່ອນາງມີໂອກາດທີ່ຈະອ່ານພຣະຄຳພີມໍມອນ, ນາງກໍ “ພ້ອມແລ້ວທີ່ຈະຮັບເອົາມັນ.” ນາງ ແລະ ໄລມັນ ສາມີຂອງນາງ, ໄດ້ຮັບບັບຕິສະມາ ໃນປີ 1831.1
ທອມມັສ ບີ ມາສ໌
ຕອນທອມມັສ ບີ ມາສ໌ ຍັງໜຸ່ມ, ລາວໄດ້ສຶກສາພຣະຄຣິສຕະທຳຄຳພີ ແລະ ໄດ້ເຂົ້າຮ່ວມສາດສະໜາຈັກຄຣິດສະຕຽນກຸ່ມໜຶ່ງ. ແຕ່ລາວຍັງບໍ່ພໍໃຈ, ແລະ ໃນທີ່ສຸດ ລາວກໍໄດ້ເອົາຕົວອອກຫ່າງຈາກທຸກສາດສະໜາຈັກ. “ຂ້ອຍມີວິນຍານແຫ່ງການເປີດເຜີຍຫລາຍພໍສົມຄວນ,” ລາວເວົ້າ, “ແລະ ໄດ້ບອກ [ຜູ້ນຳພາສາດສະໜາຫລາຍຄົນ] ວ່າ ຂ້ອຍຄາດໝາຍວ່າຈະມີສາດສະໜາຈັກໃໝ່ແຫ່ງໜຶ່ງຖືກຈັດຕັ້ງຂຶ້ນ, ຊຶ່ງຈະມີຄວາມຈິງໃນຄວາມບໍລິສຸດຂອງມັນ.” ບໍ່ດົນຫລັງຈາກນັ້ນ, ທອມມັສກໍໄດ້ຮັບການກະຕຸ້ນໃຫ້ອອກຈາກບ້ານຂອງລາວ ຢູ່ໃນເມືອງບອສ໌ຕັນ, ລັດມາສາຊູເສດສ໌, ແລະ ເດີນທາງໄປພາກຕາເວັນຕົກ. ຫລັງຈາກໄດ້ເດີນທາງເປັນເວລາສາມເດືອນ ຢູ່ໃນພາກຕາເວັນຕົກຂອງລັດນິວຢອກ ໂດຍທີ່ບໍ່ຮູ້ວ່າລາວກຳລັງຊອກຫາຫຍັງ, ລາວຈຶ່ງໄດ້ເລີ່ມຕົ້ນກັບບ້ານ. ໃນລະຫວ່າງທາງ, ຜູ້ຍິງຄົນໜຶ່ງໄດ້ຖາມທອມມັສວ່າ ລາວເຄີຍໄດ້ຍິນກ່ຽວກັບ “ປຶ້ມຄຳທີ່ຊາຍໜຸ່ມຄົນໜຶ່ງຊື່ ໂຈເຊັບ ສະມິດ ພົບເຫັນບໍ.” ໂດຍທີ່ຈັບໃຈກັບຄວາມຄິດນີ້, ທອມມັສຈຶ່ງໄດ້ເດີນທາງໄປເມືອງພາໄມຣາ ແລະ ພົບກັບມາຕິນ ແຮຣິສ ຢູ່ໂຮງພິມ, ຂະນະທີ່ພຣະຄຳພີມໍມອນ 16 ໃບ ຫາກໍອອກມາຈາກຈັກພິມ. ທອມມັສໄດ້ຖືກອະນຸຍາດໃຫ້ເອົາສຳເນົາ 16 ໃບເຫລົ່ານັ້ນ, ແລະ ລາວກໍໄດ້ເອົາມັນກັບບ້ານ ໄປໃຫ້ ເອລີຊາເບັດ ພັນລະຍາຂອງລາວເບິ່ງ. “ນາງພໍໃຈຫລາຍ” ກັບປຶ້ມນັ້ນ, ລາວເວົ້າ, “ເຊື່ອວ່າມັນເປັນວຽກງານຂອງພຣະເຈົ້າ.” ຕໍ່ມາທອມມັສ ແລະ ເອລີຊາເບັດ ໄດ້ຍ້າຍໄປລັດນິວຢອກ ພ້ອມກັບລູກໆຂອງເຂົາເຈົ້າ ແລະ ໄດ້ຮັບບັບຕິສະມາ.2 (ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບ ທອມມັສ ບີ ມາສ໌, ໃຫ້ເບິ່ງ ຄຳສອນ ແລະ ພັນທະສັນຍາ 31.)
ພາລີ ແລະ ແຕ້ງຟູນ ພະແຣັດ
ຄືກັນກັບ ທອມມັສ ມາສ໌, ພາລີ ແລະ ແຕ້ງຟູນ ພະແຣັດ ກໍໄດ້ຮັບການກະຕຸ້ນທາງວິນຍານ ໃຫ້ປະໄຮ່ທີ່ຮຸ່ງເຮືອງຂອງຕົນຢູ່ລັດໂອໄຮໂອໄປ ເພື່ອສັ່ງສອນພຣະກິດຕິຄຸນ ດັ່ງທີ່ເຂົາເຈົ້າເຂົ້າໃຈມັນຈາກພຣະຄຣິສຕະທຳຄຳພີ. ດັ່ງທີ່ພາລີໄດ້ບອກນ້ອງຊາຍຂອງລາວວ່າ, “ສິ່ງເຫລົ່ານີ້ໄດ້ວົນວຽນຢູ່ໃນຈິດໃຈຂ້ອຍ ຈົນຂ້ອຍນິ້ງເສີຍຢູ່ບໍ່ໄດ້.”3 ເມື່ອເຂົາເຈົ້າໄປເຖິງພາກຕາເວັນອອກຂອງລັດນິວຢອກ, ພາລີໄດ້ຖືກກະຕຸ້ນໃຫ້ຢຸດພັກຢູ່ໃນເຂດນັ້ນ. ເຂົາເຈົ້າຕັດສິນໃຈວ່າ ໃຫ້ນາງແຕ້ງຟູນເດີນທາງຕໍ່ໄປປາດສະຈາກລາວ. “ອ້າຍມີວຽກງານທີ່ຈະເຮັດຢູ່ພາກພື້ນນີ້ຂອງປະເທດ,” ພາລີໄດ້ບອກນາງ, “ແລະ ວ່າມັນແມ່ນຫຍັງ, ແລະ ດົນນານປານໃດ ອ້າຍບໍ່ຮູ້; ແຕ່ອ້າຍຊິໄປຫານ້ອງ ເມື່ອມັນແລ້ວໆ.”4 ແມ່ນຢູ່ໃນທີ່ນັ້ນແຫລະ ທີ່ພາລີໄດ້ຍິນກ່ຽວກັບພຣະຄຳພີມໍມອນ. “ຂ້ອຍຮູ້ສຶກສົນໃຈພິເສດກັບປຶ້ມເຫລັ້ມນີ້,” ລາວເວົ້າ.5 ລາວໄດ້ຂໍຢືມປຶ້ມ ແລະ ກໍໄດ້ອ່ານມັນໝົດຄືນ. ເມື່ອເຖິງຕອນເຊົ້າ, ລາວກໍຮູ້ວ່າ ມັນຈິງແທ້, ຖືວ່າ “ມັນມີຄ່າຫລາຍກວ່າຄວາມຮັ່ງມີທັງໝົດຂອງໂລກນີ້.”6 ພາຍໃນສອງສາມວັນນັ້ນ ພາລີກໍໄດ້ຮັບບັບຕິສະມາ. ແລ້ວລາວກໍໄດ້ໄປຫານາງແຕ້ງຟູນ, ຜູ້ທີ່ໄດ້ຮັບບັບຕິສະມາຄືກັນ. (ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບ ພາລີ ພີ ພະແຣັດ, ໃຫ້ເບິ່ງ ຄຳສອນ ແລະ ພັນທະສັນຍາ 32.)
ຊິດນີ ແລະ ຟີບີ ຣິກດອນ
ໃນລະຫວ່າງທາງຈາກລັດນິວຢອກ ໄປສອນສາດສະໜາຢູ່ລັດມີເຊີຣີ, ພາລີ ພະແຣັດ ແລະ ເພື່ອນຮ່ວມງານຂອງລາວ ໄດ້ຢຸດພັກຢູ່ເມືອງເມັນໂຕ, ລັດໂອໄຮໂອ, ທີ່ບ້ານຂອງຊິດນີ ແລະ ຟີບີ ຣິກດອນ—ເພື່ອນເກົ່າຂອງພາລີ ທີ່ຮູ້ຈັກກັນໃນສະໄໝທີ່ລາວອາໄສຢູ່ລັດໂອໄຮໂອ. ຊິດນີເປັນນັກເທດຊາວຄຣິດ, ແລະ ຄັ້ງໜຶ່ງພາລີກໍເຄີຍເປັນສະມາຊິກໃນນິກາຍຂອງລາວ ແລະ ຖືວ່າລາວເປັນຄູສອນທາງວິນຍານທີ່ດີຄົນໜຶ່ງ. ພາລີໄດ້ບອກເພື່ອນຂອງລາວກ່ຽວກັບພຣະຄຳພີມໍມອນດ້ວຍຄວາມກະຕືລືລົ້ນ ແລະ ເຖິງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຊິດນີເອງກໍໄດ້ຊອກຫາການຟື້ນຟູຂອງສາດສະໜາຈັກທີ່ແທ້ຈິງ ທີ່ລາວເຫັນບັນຍາຍຢູ່ໃນພຣະຄຳພີໃໝ່, ແຕ່ລາວກໍຍັງມີຄວາມສົງໄສຢູ່ ກ່ຽວກັບພຣະຄຳພີມໍມອນ ໃນຕອນຕົ້ນ. “ແຕ່ຂ້ອຍຊິອ່ານປຶ້ມຂອງເຈົ້າ,” ລາວໄດ້ບອກພາລີ ເພື່ອນຂອງລາວ, “ແລະ ຊິພະຍາຍາມຊອກຫາ, ຖ້າຫາກວ່າການເປີດເຜີຍແມ່ນມາຈາກພຣະເຈົ້າຫລືບໍ່.”7 ຫລັງຈາກສອງອາທິດຂອງການສຶກສາ ແລະ ອະທິຖານ, ລາວກັບນາງຟີບີ ທັງສອງຍອມຮັບວ່າ ພຣະຄຳພີນັ້ນຈິງແທ້. ແຕ່ຊິດນີກໍຍັງຮູ້ອີກວ່າ ການເຂົ້າຮ່ວມສາດສະໜາຈັກ ຈະເປັນການເສຍສະລະຫລາຍທີ່ສຸດສຳລັບຄອບຄົວຂອງລາວ. ແທ້ຈິງແລ້ວ ລາວຈະສູນເສຍວຽກການຂອງລາວ ໃນຖານະນັກເທດ, ພ້ອມທັງຖານະໃນສັງຄົມ ຢູ່ໃນຊຸມຊົນຂອງລາວ. ຂະນະທີ່ລາວກັບນາງຟີບີ ສົນທະນາກັນກ່ຽວກັບເລື່ອງນີ້, ນາງຟີບີໄດ້ເວົ້າວ່າ, “ນ້ອງໄດ້ພິຈາລະນາແລ້ວ, ແລະ … ມັນເປັນຄວາມປະສົງຂອງນ້ອງ ທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ, ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ.”8