ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ


“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ

ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ເປັນ​ປະ​ຈຳ ເປັນ​ວິ​ທີ​ທາງ​ທີ່​ມີ​ພະ​ລັງ ທີ່​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. ການ​ອ່ານ​ຫລາຍ ຫລື ການ​ອ່ານ​ດົນ ແມ່ນບໍ່​ສຳ​ຄັນ​ເທົ່າ​ກັບ​ການ​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງບໍ່​ປ່ຽນ​ແປງ. ເມື່ອ​ທ່ານ​ເຮັດ​ໃຫ້​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນຂອງ​ຊີ​ວິດ​ຄອບ​ຄົວ​ຂອງ​ທ່ານ, ແລ້ວ​ທ່ານ​ຈະ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຂົ້າ​ໃກ້​ຊິດ​ກັນ​ແລະ​ກັນ ແລະ ກັບ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ ແລະ ສ້າງ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ ຢູ່​ເທິງ​ພື້ນ​ຖານ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ.

ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ທ່ານ​ຈະ​ສາ​ມາດ​ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ຕົວ​ເອງ​ໄດ້​ແນວ​ໃດ?

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້?

  • ທ່ານ​ຈະ​ສາ​ມາດ​ເນັ້ນ​ໜັກ​ຫລັກ​ທຳທີ່​ທ່ານ​ໄດ້​ຮຽນ​ຮູ້​ຢູ່ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ໃນ​ຊ່ວງ​ເວ​ລາການ​ສິດສອນ​ແຕ່​ລະ​ວັນ​ແນວ​ໃດ?

ຈົ່ງ​ຈື່​ຈຳ​ໄວ້​ວ່າ ບ້ານ​ເຮືອນ​ເປັນ​ສະ​ຖານ​ທີ່ ທີ່​ດີ​ເລີດ​ສຳ​ລັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. ທ່ານ​ສາ​ມາດ​ຮຽນ​ຮູ້ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ ໃນ​ວິ​ທີ​ທາງ​ທີ່​ຫ້ອງ​ຮຽນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ສາ​ມາດ​ເຮັດ​ໄດ້. ໃຫ້​ຮູ້​ຈັກ​ສ້າງ​ສັນ ຂະ​ນະ​ທີ່​ທ່ານ​ຄິດ​ຫາ​ວິ​ທີ​ທາງ ທີ່​ຈະ​ຊ່ວຍ​ເຫລືອ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ.

ແນວ​ຄິດ​ສຳ​ລັບ​ກິດ​ຈະ​ກຳ

ໃຫ້​ພິ​ຈາ​ລະ​ນາ​ແນວ​ຄິດ​ບາງ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ສົ່ງ​ເສີມ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວຂອງ​ທ່ານ:

ໃຊ້ເພງ

ໃຫ້​ຮ້ອງ​ເພງ​ທີ່ສະ​ໜັບ​ສະ​ໜູນ​ຫລັກ​ທຳ​ທີ່​ສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ. ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ​ທີ່​ແນະ​ນຳ ໄດ້​ຖືກ​ລະ​ບຸ​ໄວ້​ຢູ່​ໃນ​ໂຄງ​ຮ່າງ​ໃນ​ແຕ່​ລະ​ອາ​ທິດ. ທ່ານ​ອາດ​ຖາມ​ຄຳ​ຖາມ​ກ່ຽວ​ກັບຖ້ອຍ​ຄຳ ຫລື ສຳ​ນວນ​ຂອງ​ເນື້ອ​ເພງ. ນອກ​ເໜືອ​ໄປ​ຈາກ​ການ​ຮ້ອງ​ເພງແລ້ວ, ຄອບ​ຄົວ​ຂອງ​ທ່ານ​ຍັງສາ​ມາດ​ສະ​ແດງ​ທ່າ​ທີ່​ເຂົ້າ​ກັບ​ເພງ ຫລື ຟັງ​ເພງ​ເບົາໆ ຂະ​ນະ​ທີ່​ເຮັດ​ກິດ​ຈະ​ກຳ​ຢ່າງ​ອື່ນໆ.

ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ

ໃຫ້​ເວ​ລາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ທີ່​ຈະ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ ທີ່​ເຂົາ​ເຈົ້າ​ພົບ​ເຫັນ​ວ່າ​ມີ​ຄວາມ​ໝາຍ​ລະ​ຫວ່າງ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ.

ໃຊ້​ຄຳ​ຂອງ​ທ່ານ​ເອງ

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ກ່າວ​ສະ​ຫລຸບ​ດ້ວຍ​ຄຳ​ຂອງ​ຕົວ​ເອງ ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີທີ່ພວກ​ທ່ານ​ສຶກ​ສາ.

ນຳ​ໃຊ້​ພຣະ​ຄຳ​ພີ​ໃນ​ຊີ​ວິດ​ຂອງ​ທ່ານ

ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ແລ້ວ, ໃຫ້ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແບ່ງ​ປັນ​ວິ​ທີ​ທີ່​ຂ່າວ​ສານ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

ຖາມ​ຄຳ​ຖາມ

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຖາມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ແລະ ແລ້ວ​ໃຫ້​ໃຊ້​ເວ​ລາ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ທີ່​ສາ​ມາດ​ຊ່ວຍ​ຕອບ​ຄຳ​ຖາມດັ່ງ​ກ່າວ.

ສະ​ແດງ​ຂໍ້ພຣະ​ຄຳ​ພີ

ໃຫ້​ເລືອກ​ເອົາ​ຂໍ້​ໜຶ່ງ​ທີ່​ທ່ານ​ເຫັນ​ວ່າ ມັນ​ມີ​ຄວາມ​ໝາຍ, ແລະ ໃຫ້​ສະ​ແດງ​ມັນ​ໄວ້​ບ່ອນ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຫລຽວ​ເຫັນ​ມັນ​ໄດ້​ເລື້ອຍໆ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ ໃຫ້​ເລືອກ​ຂໍ້​ພຣະ​ຄຳ​ພີ ເພື່ອ​ສະ​ແດງ.

ຂຽນ​ລາຍ​ການ​ຂໍ້​ພຣະ​ຄຳ​ພີ

ນຳ​ກັນ​ເປັນ​ຄອບ​ຄົວ, ໃຫ້​ເລືອກ​ເອົາ​ພຣະ​ຄຳ​ພີ​ຫລາຍ​ຂໍ້ ເພື່ອ​ວ່າພວກ​ທ່ານ​ຈະ​ໄດ້​ສົນ​ທະ​ນາ ລະ​ຫວ່າງ​ອາ​ທິດ​ທີ່​ຈະ​ມາ​ເຖິງ.

ທ່ອງ​ຈຳ​ຂໍ້ພຣະ​ຄຳ​ພີ

ໃຫ້​ເລືອກ​ເອົາ​ຂໍ້​ພຣະ​ຄຳ​ພີ​ໃດ​ໜຶ່ງ ທີ່​ມີ​ຄວາມ​ໝາຍ​ຕໍ່​ຄອບ​ຄົວ​ຂອງ​ທ່ານ, ແລະ ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທ່ອງ​ຈຳ​ມັນ ໂດຍ​ການ​ກ່າວ​ລຶ້ມ​ຄືນ​ທຸກວັນ ຫລື ຫລິ້ນເກມ​ທ່ອງ​ຈຳ.

ແບ່ງ​ປັນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ

ໃຫ້​ຊອກ​ຫາ​ສິ່ງ​ຂອງທີ່​ກ່ຽວ​ພັນ​ກັບ​ບົດ ແລະ ຂໍ້​ທີ່​ພວກ​ທ່ານ​ກຳ​ລັງ​ອ່ານ​ເປັນ​ຄອບ​ຄົວ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ສິ່ງ​ຂອງ​ກ່ຽວ​ພັນ​ກັບການ​ສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ແນວ​ໃດ.

ເລືອກຫົວ​ຂໍ້

ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປ່ຽນ​ກັນ​ເລືອກເອົາ​ຫົວ​ຂໍ້​ທີ່​ຄອບ​ຄົວ​ຈະ​ສຶກ​ສາ​ນຳ​ກັນ. ໃຫ້​ໃຊ້ Topical Guide, Bible Dictionary, ຫລື ຄູ່​ມື​ພ​ຣະ​ຄຳ​ພີ (scriptures.ChurchofJesusChrist.org) ເພື່ອ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ ທີ່ກ່ຽວ​ກັບ​ຫົວ​ຂໍ້.

ແຕ້ມ​ຮູບ

ໃຫ້​ອ່ານ​ສອງ​ສາມ​ຂໍ້​ເປັນ​ຄອບ​ຄົວ, ແລະ ແລ້ວປ່ອຍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ້ມ​ບາງ​ສິ່ງ​ທີ່​ກ່ຽວ​ພັນ​ກັບ​ສິ່ງ​ທີ່​ພວກ​ທ່ານ​ໄດ້ອ່ານ. ໃຫ້​ໃຊ້​ເວ​ລາ​ສົນ​ທະ​ນາກ່ຽວ​ກັບ​ຮູບ​ແຕ້ມ​ຂອງ​ກັນ​ແລະ​ກັນ.

ສະ​ແດງ​ຕາມ​ເລື່ອງ

ຫລັງ​ຈາກ​ອ່ານ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ແລ້ວ, ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສະ​ແດງ​ຕາມ​ເລື່ອງນັ້ນ. ຫລັງ​ຈາກນັ້ນ, ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່ເລື່ອງ​ເລົ່າ​ກ່ຽວ​ພັນ​ກັບ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ປະ​ເຊີນ​ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ຄອບ​ຄົວ​ແນວ​ໃດ.

ການ​ສິດ​ສອນ​ເດັກ​ນ້ອຍ

ຖ້າ​ຫາກ​ທ່ານ​ມີ​ເດັກ​ນ້ອຍ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ, ຕໍ່​ໄປນີ້​ແມ່ນ​ກິດ​ຈະ​ກຳ​ບາງ​ຢ່າງ ທີ່​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ຮຽນ​ຮູ້:

ຮ້ອງ​ເພງ

ເພງ​ສວດ ແລະ ເພງ​ຕ່າງໆ​ຈາກ ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ ສິດ​ສອນ​ຄຳ​ສອນ​ຢ່າງ​ມີ​ພະ​ລັງ. ແຕ່​ລະ​ໂຄງ​ຮ່າງ​ຢູ່​ໃນ​ແຫລ່ງນີ້​ມີເພງ​ແນະ​ນຳ​ລວມ​ຢູ່​ດ້ວຍ. ທ່ານ​ກໍ​ສາ​ມາດ​ໃຊ້ ດັດ​ຊະ​ນີ​ລາຍ​ຊື່​ເພງ ຢູ່​ທາງ​ໜ້າ​ປຶ້ມ ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ ເພື່ອ​ຊອກ​ຫາ​ເພງ ທີ່​ກ່ຽວ​ພັນ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ທ່ານ​ສິດ​ສອນ​ຢູ່. ໃຫ້​ຊ່ວຍ​ລູກໆ​ຂອງ​ທ່ານ ປຽບ​ທຽບ​ຂ່າວ​ສານ​ຂອງ​ເພງ​ໃສ່​ກັບ​ຊີ​ວິດ​ຂອງ​ພວກ​ເຂົາ.

ຟັງ ຫລື ສະ​ແດງ​ຕາມ​ເລື່ອງ

ເດັກ​ນ້ອຍ​ມັກ​ເລື່ອງ​ເລົ່າ​ຕ່າງໆ—ຈາກ​ພຣະ​ຄຳ​ພີ, ຈາກ​ຊີ​ວິດ​ຂອງ​ທ່ານ, ຈາກ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ຫລື ຈາກວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ. ໃຫ້​ຫາ​ວິ​ທີ​ເພື່ອໃຫ້​ພວກ​ເຂົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ເລົ່າ​ເລື່ອງ. ພວກ​ເຂົາ​ສາ​ມາດ​ຈັບ​ຮູບ​ພາບ ຫລື ສິ່ງ​ຂອງ, ແຕ້ມ​ຮູບ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຍິນ, ສະ​ແດງ​ຕາມ​ເລື່ອງ, ຫລື ແມ່ນ​ແຕ່​ຊ່ວຍ​ເລົ່າ​ເລື່ອງ. ໃຫ້​ຊ່ວຍ​ລູກໆ​ຂອງ​ທ່ານ​ຮັບ​ຮູ້​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ຢູ່​ໃນ​ເລື່ອງ​ລາວ​ທີ່​ທ່ານ​ແບ່ງ​ປັນ.

ອ່ານ​ພຣະ​ຄຳ​ພີ

ເດັກ​ນ້ອຍ​ອາດບໍ່​ສາ​ມາດ​ອ່ານ​ເກັ່ງ​ເທື່ອ, ແຕ່​ທ່ານ​ຍັງ​ສາ​ມາດ​ໃຫ້​ພວກ​ເຂົາ​ມີ​ພາກ​ສ່ວນ​ໃນ​ການ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ. ທ່ານ​ອາດ​ຕ້ອງ​ເນັ້ນ​ພຽງແຕ່​ຂໍ້​ດຽວ, ສຳ​ນວນທີ່​ສຳ​ຄັນໃດ​ໜຶ່ງ, ຫລື ຄຳ​ໜຶ່ງ.

ເບິ່ງ​ຮູບ​ພາບ ຫລື ເບິ່ງວິ​ດີ​ໂອ

ຖາມ​ຄຳ​ຖາມ​ກ່ຽວ​ກັບ​ຮູບ​ພາບ ຫລື ວິ​ດີ​ໂອ ທີ່​ກ່ຽວ​ພັນ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ພວກ​ທ່ານ​ສົນ​ທະ​ນາ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຖາມ​ວ່າ, “ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ໃນ​ຮູບ​ພາບນີ້? ມັນ​ເຮັດ​ໃຫ້​ພວກ​ເຈົ້າ​ຮູ້​ສຶກ​ແນວ​ໃດ?” ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, Gospel Media Library ທີ່ ChurchofJesusChrist.org, ແລະ children.ChurchofJesusChrist.org ເປັນ​ບ່ອນ​ທີ່​ດີ ທີ່​ຈະ​ຊອກ​ຫາ​ຮູບ​ພາບ ແລະ ວິ​ດີ​ໂອ.

ສ້າງ

ເດັກ​ນ້ອຍ​ສາ​ມາດ​ສ້າງ, ແຕ້ມ, ຫລື ​ລະ​ບາຍສີ​ໃສ່​ບາງ​ສິ່ງ ທີ່​ກ່ຽວ​ກັບ​ເລື່ອງ​ເລົ່າ ຫລື ຫລັກ​ທຳ​ທີ່​ພວກ​ເຂົາ​ຮຽນ​ຮູ້.

ມີ​ສ່ວນ​ຮ່ວມ​ໃນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ

ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ແບບ​ລຽບ​ງ່າຍ ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ ໃຫ້​ເຂົ້າ​ໃຈ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ຍາກ​ທີ່​ຈະ​ເຂົ້າ​ໃຈ​ໄດ້. ເມື່ອ​ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ, ໃຫ້​ຊອກ​ຫາ​ວິ​ທີທີ່​ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ມີ​ສ່ວນ​ຮ່ວມ​ນຳ. ພວກ​ເຂົາ​ຈະ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ທີ່ໄດ້​ສຳ​ພັດ ຫລາຍກວ່າ​ພຽງ​ແຕ່​ໄດ້​ນັ່ງ​ເບິ່ງ​ການ​ສາ​ທິດ​ເທົ່າ​ນັ້ນ.

ຫລິ້ນ​ລະ​ຄອນ​ກ້ອມ

ເມື່ອ​ເດັກ​ນ້ອຍ​ຫລິ້ນ​ລະ​ຄອນ​ກ້ອມ​ກ່ຽວ​ກັບ​ສະ​ພາບ​ການ​ທີ່​ພວກ​ເຂົາ​ຂ້ອນ​ຂ້າງ​ຈະ​ປະ​ເຊີນ​ໃນ​ຊີ​ວິດ​ຈິງ, ພວກ​ເຂົາ​ຈະ​ສາ​ມາດ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ກ່ຽວ​ພັນ​ກັບ​ຊີ​ວິດ​ຂອງ​ພວກ​ເຂົາ.

ເຮັດ​ກິດ​ຈະ​ກຳຢ່າງ​ເກົ່າ​ຄືນ​ອີກ

ເດັກ​ນ້ອຍ​ອາດ​ຕ້ອງ​ໄດ້​ຍິນ​ຄວາມ​ຄິດນັ້ນ​ຫລາຍ​ເທື່ອ ກ່ອນ​ຈະ​ເຂົ້າ​ໃຈ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ແບ່ງ​ປັນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ຈາກ​ພຣະ​ຄຳ​ພີ​ຫລາຍ​ເທື່ອ ໃນ​ຫລາຍ​ວິ​ທີ​ທາງ—ອ່ານ​ຈາກ​ພຣະ​ຄຳ​ພີ, ສະ​ຫລຸບ​ດ້ວຍ​ຄຳ​ຂອງ​ທ່ານ​ເອງ, ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ຊ່ວຍ​ເລົ່າ​ເລື່ອງ, ຊັກ​ຊວນ​ພວກ​ເຂົາ​ໃຫ້​ສະ​ແດງ​ຕາມ​ເລື່ອງ, ແລະ ອື່ນໆ.

ທຳ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ຈຸດ​ເປົ້າ​ໝາຍ​ຂອງ​ຄວາມ​ເຕີບ​ໂຕ​ສ່ວນ​ຕົວ​ຂອງ​ພວກ​ເຂົາ

ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ສາ​ມາດ​ໃຫ້​ການ​ດົນ​ໃຈ​ແກ່​ຊາວ​ໜຸ່ມ ແລະ ເດັກ​ນ້ອຍ ເພື່ອ​ຕັ້ງ​ເປົ້າ​ໝາຍ​ສຳ​ລັບ​ຄວາມ​ເຕີບ​ໂຕ​ທາງວິນ​ຍານ, ທາງ​ຮ່າງ​ກາຍ, ທາງ​ສະ​ຕິປັນ​ຍາ, ແລະ ທາງ​ສັງ​ຄົມ​ຂອງ​ພວກ​ເຂົາ (ເບິ່ງ ລູກາ 2:52).

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ມີ​ຄວາມ​ສຸກ​ນຳ​ກັນ

ການ​ສິດ​ສອນ​ຊາວ​ໜຸ່ມ

ຖ້າ​ຫາກ​ທ່ານ​ມີ​ຊາວ​ໜຸ່ມ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ, ຕໍ່​ໄປນີ້​ແມ່ນ​ກິດ​ຈະ​ກຳ​ບາງ​ຢ່າງ ທີ່​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ຮຽນ​ຮູ້:

ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ສິດ​ສອນ

ຕາມ​ປົກ​ກະ​ຕິ​ແລ້ວ ເຮົາ​ຮຽນ​ຮູ້​ຫລາຍກວ່າ​ເກົ່າ​ເມື່ອ​ເຮົາ​ສິດ​ສອນ​ບາງ​ສິ່ງ ແທນ​ທີ່​ພຽງ​ແຕ່​ນັ່ງ​ຟັງ​ເທົ່າ​ນັ້ນ. ໃຫ້​ໂອ​ກາດ​ແກ່​ຊາວ​ໜຸ່ມ​ຂອງ​ທ່ານ ທີ່​ຈະ​ນຳ​ພາ​ການ​ສົນ​ທະ​ນາ​ຂອງ​ຄອບ​ຄົວ​ກ່ຽວ​ກັບ​ພຣະ​ຄຳ​ພີ.

ທຳ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ຫ້ອງ​ຮຽນ​ສາດ​ສະ​ໜາ

ນັກ​ຮຽນ​ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ​ປີນີ້ ກໍ​ສຶກ​ສາ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ຖ້າ​ຫາກ​ຊາວ​ໜຸ່ມ​ຂອງ​ທ່ານ​ໄປ​ຮ່ວມ​ຫ້ອງ​ຮຽນ​ສາດ​ສະ​ໜາ, ໃຫ້​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້​ຢູ່​ທີ່ນັ້ນ.

ປຽບ​ທຽບ​ພຣະ​ຄຳ​ພີ

ບາງ​ເທື່ອ​ຊາວ​ໜຸ່ມ​ມີ​ບັນ​ຫາ​ທີ່​ຈະ​ເຫັນ​ຄຳ​ສອນ ແລະ ຫລັກ​ທຳ ຢູ່​ໃນ​ພຣະ​ຄຳ​ພີ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີ​ວິດ​ຂອງ​ພວກ​ເຂົາ. ຊ່ວຍ​ພວກ​ເຂົາ​ໃຫ້​ເຫັນ​ວິ​ທີ​ທີ່​ເລື່ອງ​ລາວ ແລະ ການ​ສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ສະ​ຖາ​ນະ​ການ​ທີ່​ພວກ​ເຂົາ​ປະ​ເຊີນ​ຢູ່​ທີ່​ບ້ານ, ໂຮງ​ຮຽນ, ຫລື ກັບ​ໝູ່​ເພື່ອນ​ຂອງ​ພວກ​ເຂົາ​ແນວ​ໃດ.

ຖາມ​ຄຳ​ຖາມ​ທີ່​ຊຸກ​ຍູ້​ການ​ໄຕ່​ຕອງ

ຊາວ​ໜຸ່ມ​ຫລາຍ​ຄົນ​ຕອບ​ຄຳ​ຖາມ​ໄດ້​ດີ ທີ່​ໃຫ້​ພວກ​ເຂົາ​ສະ​ແດງ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ຄຳ​ພີ ແທນ​ທີ່​ພຽງ​ແຕ່ກ່າວ​ລຶ້ມ​ສິ່ງ​ທີ່​ກ່າວ​ຢູ່​ໃນ​ພຣະ​ຄຳ​ພີ​ເທົ່າ​ນັ້ນ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຖາມ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ອາດ​ສິດ​ສອນ​ເຈົ້າ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້?” ຫລື “ເຈົ້າ​ຄິດ​ວ່າ​ເປັນ​ຫຍັງ​ການ​ເປີດ​ເຜີຍນີ້​ຈະ​ມີ​ຄວາມ​ໝາຍ​ຫລາຍ​ພຽງ​ໃດ​ຕໍ່​ໄພ່​ພົນ​ຢູ່​ໃນ​ຊ່ວງ​ໄລ​ຍະ​ຊຸມປີ 1830?”

ທຳ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ຈຸດ​ເປົ້າ​ໝາຍ​ຂອງ​ຄວາມ​ເຕີບ​ໂຕ​ສ່ວນ​ຕົວ​ຂອງ​ພວກ​ເຂົາ

ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ສາ​ມາດ​ໃຫ້​ການ​ດົນ​ໃຈ​ແກ່​ຊາວ​ໜຸ່ມ ແລະ ເດັກ​ນ້ອຍ ເພື່ອ​ຕັ້ງ​ເປົ້າ​ໝາຍ​ສຳ​ລັບ​ຄວາມ​ເຕີບ​ໂຕ​ທາງວິນ​ຍານ, ທາງ​ຮ່າງ​ກາຍ, ທາງ​ສະ​ຕິປັນ​ຍາ, ແລະ ທາງ​ສັງ​ຄົມ​ຂອງ​ພວກ​ເຂົາ (ເບິ່ງ ລູກາ 2:52).

ເປີດ​ໃຈ​ຕໍ່​ຄຳ​ຖາມ​ຂອງ​ພວກ​ເຂົາ

ຄຳ​ຖາມ​ຈາກ​ຊາວ​ໜຸ່ມ​ເປັນ​ໂອ​ກາດ​ທີ່​ດີ​ເລີດ ທີ່​ຈະ​ແບ່ງ​ປັນ​ຄວາມ​ຈິງ ແລະ ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ເລື່ອງ​ຫົວ​ຂໍ້​ທີ່​ພວກ​ເຂົາ​ສົນ​ໃຈ​ດ້ວຍ​ໃຈ​ຈິງ. ຢ່າ​ຢ້ານ​ຄຳ​ຖາມ​ຂອງ​ພວກ​ເຂົາ ຫລື ຄິດ​ວ່າ​ມັນ​ບໍ່​ສຳ​ຄັນ, ແມ່ນ​ແຕ່​ເບິ່ງ​ຄື​ວ່າ​ມັນບໍ່​ກ່ຽວ​ຂ້ອງ​ກັບ​ຫົວ​ຂໍ້​ທີ່​ສົນ​ທະ​ນາ​ກໍ​ຕາມ. ຖ້າ​ທ່ານບໍ່​ມີ​ຄຳ​ຕອບ​ສຳ​ລັບ​ທຸກ​ຂໍ້ ກໍ​ບໍ່​ເປັນ​ຫຍັງ. ບ້ານ​ເຮືອນ​ເປັນ​ສະ​ຖານ​ທີ່ ທີ່​ດີ​ເລີດ ທີ່​ຈະ​ຊອກ​ຫາ​ຄຳ​ຕອບ​ນຳ​ກັນ.

ຊຸກ​ຍູ້​ພວກ​ເຂົາ​ໃຫ້​ແບ່ງ​ປັນ​ຄວາມ​ຮູ້​ຂອງ​ພວກ​ເຂົາ

ທ່ານ​ມີ​ມຸມມອງ​ທີ່​ດີ​ເດັ່ນ ແລະ ມີ​ຄວາມ​ຮູ້​ທີ່​ຈະປະ​ກອບ​ສ່ວນ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ. ໃຫ້​ພວກ​ເຂົາ​ຮູ້​ວ່າ ທ່ານ​ສົນ​ໃຈ​ໃນ​ສິ່ງ​ທີ່​ພຣະ​ວິນ​ຍານກຳ​ລັງ​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ຄຳ​ພີ. ທ່ານ​ກໍ​ຍັງ​ສາ​ມາດ​ຂໍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ຄວາມ​ຮູ້​ຈາກ​ການ​ສຶກ​ສາ​ສ່ວນ​ຕົວຂອງ​ພວກ​ເຂົາ.

ປັບ​ຕົວ​ໄດ້

ຖ້າ​ຫາກ​ທ່ານ​ມີ​ຊາວ​ໜຸ່ມ​ຜູ້​ທີ່ບໍ່​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ, ໃຫ້​ຊອກ​ຫາ​ວິ​ທີ​ອື່ນ​ທີ່​ຈະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພວກ​ເຂົາ. ຍົກ​ຕົວ​ຢ່າງ, ໃຫ້​ທ່ານ​ເວົ້າ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ແບບ​ທຳ​ມະ​ຊາດ​ໃນ​ການ​ສົນ​ທະ​ນາ​ຂອງ​ທ່ານ ຫລື ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ ໃນ​ວິ​ທີ​ທີ່​ບໍ່​ເປັນ​ການ​ສັ່ງ​ສອນ ຫລື ການ​ຄວບ​ຄຸມ​ຊິ​ໄດ້​ບໍ? ການ​ສຶກ​ສາ​ພຣະ​ຄຳ​ພີບໍ່​ຈຳ​ເປັນ​ຕ້ອງ​ເປັນ​ແບບຄື​ກັນ​ຢູ່​ໃນ​ທຸກ​ຄອບ​ຄົວ. ເດັກ​ນ້ອຍ​ບາງ​ຄົນ​ອາດ​ຕອບ​ຮັບ​ໄດ້​ດີກວ່າ ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ແບບ​ສອງ​ຕໍ່​ສອງ. ໃຫ້​ອະ​ທິ​ຖານ ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ.

ປະທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ເຮົາ​ທຳ​ງານ​ຢ່າງ​ພາກ​ພຽນ ເພື່ອ​ສ້ອມ​ແປງ​ບ້ານ​ເຮືອນ​ຂອງ​ເຮົາ ໃຫ້​ເປັນສູນ​ກາງຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ແລ້ວ​ເມື່ອ​ເວ​ລາ​ຜ່ານ​ໄປ ວັນ​ຊະ​ບາ​ໂຕ ຂອງ​ທ່ານ ຈະເປັນ​ມື້​ທີ່​ມີ​ຄວາມ​ສຸກ​ຫລາຍ​ແທ້ໆ. ລູກໆຂອງ​ທ່ານ ຈະ​ຕື່ນ​ເຕັ້ນ ທີ່​ຈະຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ ໃນ​ຊີ​ວິດຂອງ​ທ່ານ ແລະ ໃນ​ບ້ານ​ເຮືອນຂອງ​ທ່ານ ຈະ​ລົດ​ນ້ອຍ​ຖອຍ​ລົງ. ການ​ປ່ຽນ​ແປງ​ໃນ​ຄອບ​ຄົວ​ຂອງ​ທ່ານ ຈະ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ຄ້ຳ​ຈູນ” (“Becoming Exemplary Latter-day Saints,” Ensign ຫລື Liahona, Nov. 2018, 113).

ພິມ