ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ


“ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ,ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ,ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ

ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ແມ່ນ​ສຳ​ລັບ​ໃຜ?

ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້ແມ່ນ​ສຳ​ລັບ​ທຸກ​ຄົນ ແລະ ທຸກ​ຄອບ​ຄົວ​ໃນ​ສາດ​ສະ​ໜາ​ຈັກ. ມັນ​ຖືກ​ກະ​ກຽມ​ໄວ້​ເພື່ອ​ຊ່ວຍ​ທ່ານໃຫ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ—ບໍ່​ວ່າ​ຈະ​ເປັນແບບ​ສ່ວນ​ຕົວ ຫລື ກັບ​ຄອບ​ຄົວຂອງ​ທ່ານ​ກໍ​ຕາມ. ຖ້າ​ຫາກ​ແຕ່​ກ່ອນ ທ່ານ​ຍັງ​ບໍ່​ໄດ້ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ເປັນ​ປະ​ຈຳ​ເທື່ອ, ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມນີ້​ສາ​ມາດ​ຊ່ວຍ​ທ່ານ​ເລີ່ມ​ຕົ້ນ​ໄດ້. ຖ້າ​ຫາກ​ທ່ານ​ມີ​ນິ​ໄສ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຢູ່​ແລ້ວ, ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ມີ​ປະ​ສົບ​ການ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນກວ່າ​ເກົ່າ​ໄດ້.

ເຮົາ​ຄວນ​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ແບບໃດ?

ໃຫ້​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ໃນ​ວິ​ທີ​ໃດ​ກໍ​ໄດ້ ທີ່​ມັນ​ຈະ​ຊ່ວຍ​ທ່ານ. ທ່ານ​ອາດ​ພົບ​ວ່າ ມັນ​ເປັນ​ຄູ່​ມື ຫລື ສິ່ງ​ຊ່ວຍ​ເຫລືອ ທີ່​ມີ​ປະ​ໂຫຍດ ສຳ​ລັບການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ. ທ່ານ​ກໍ​ສາ​ມາດ​ໃຊ້​ມັນ​ສຳ​ລັບ​ການ​ສັງ​ສັນ​ໃນ​ຕອນ​ແລງ​ນຳ​ອີກ. ໂຄງ​ຮ່າງ​ເນັ້ນ​ເຖິງຫລັກ​ທຳ​ທີ່​ສຳ​ຄັນຢູ່​ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ຊຶ່ງ​ແນະ​ນຳ​ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ກິດ​ຈະ​ກຳ ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ, ແລະ ມີ​ຊ່ອງວ່າງ​ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ນຳ​ອີກ.

ຈົ່ງຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ບໍ່​ມີ​ເຈດ​ຕະ​ນາ​ທີ່​ຈະ​ເອົາ​ມາ​ປ່ຽນ ຫລື ເອົາ​ມາ​ແຂ່ງຂັນ​ກັບ​ສິ່ງ​ທີ່​ດີຢ່າງ​ອື່ນໆ ທີ່​ທ່ານ​ກຳ​ລັງ​ເຮັດ. ໃຫ້​ເຮັດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ ເພື່ອ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ເຂົ້າ​ຫາພຣະ​ຄຳ​ຂອງ​ພຣະ​ເຈົ້າ ໃນ​ການ​ສຶກ​ສາ​ຂອງ​ທ່ານ​ເອງ.

ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ແນວ​ໃດ?

ໂຄງ​ຮ່າງ​ຢູ່​ໃນ​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້ ໄດ້​ຖືກ​ຈັດ​ລະ​ບຽບ​ຕາມ​ຕາ​ຕະ​ລາງ​ການ​ອ່ານ​ໃນ​ແຕ່​ລະ​ອາ​ທິດ. ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ ແລະ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ໂຮງ​ຮຽນ​ວັນ​ອາ​ທິດ ຈະເຮັດ​ຕາມ​ຕາ​ຕະ​ລາງ​ຢ່າງ​ດຽວ​ກັນ​ນີ້. ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ມຸ່ງ​ໝັ້ນ​ຂອງ​ທ່ານ ທີ່​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ, ຄູ​ສອນ​ຂອງ​ທ່ານ​ຢູ່​ທີ່​ໂບດ ຈະ​ໃຫ້​ໂອ​ກາດ​ທ່ານ​ເພື່ອ​ແບ່ງ​ປັນ​ປະ​ສົບ​ການ, ຄວາມ​ຄິດ, ແລະ ຄຳ​ຖາມ​ຂອງ​ທ່ານ ກ່ຽວ​ກັບ​ຂໍ້​ພຣະ​ຄຳ​ພີ ທີ່​ທ່ານ​ໄດ້​ສຶກ​ສາ​ຢູ່​ທີ່​ບ້ານ.

ເພາະ​ໂຮງ​ຮຽນ​ວັນ​ອາ​ທິດ​ພຽງ​ແຕ່​ໄດ້​ສອນ​ເດືອນ​ລະ​ສອງ​ເທື່ອ​ເທົ່າ​ນັ້ນ, ສະ​ນັ້ນ​ຄູ​ສອນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ ຈຶ່ງຕ້ອງ​ໄດ້ເລືອກທີ່​ຈະ​ຂ້າມ ຫລື ລວມ​ຫລາຍ​ໂຄງ​ຮ່າງ​ເຂົ້າ​ກັນ ເພື່ອ​ໃຫ້​ກົງ​ກັບ​ຕາ​ຕະ​ລາງ​ປະ​ຈຳ​ອາ​ທິດ. ສິ່ງນີ້​ອາດ​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ ໃນວັນ​ອາ​ທິດ ທີ່​ບໍ່ມີ​ຫ້ອງ​ຮຽນຕາມ​ປົກ​ກະ​ຕິ ເພາະ​ມີ​ກອງ​ປະ​ຊຸມ​ສະ​ເຕກ ຫລື ເພາະ​ເຫດ​ຜົນ​ຢ່າງ​ອື່ນ. ໃນ​ວັນ​ອາ​ທິດ​ເຊັ່ນ​ນັ້ນ ທ່ານ​ສາ​ມາດ​ສຶກ​ສາ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ​ຕໍ່​ຢູ່​ທີ່​ບ້ານ.

ເຮົາ​ຕ້ອງ​ເຮັດ​ຕາມ​ຕາ​ຕະ​ລາງຢູ່​ບໍ?

ຕາ​ຕະ​ລາງ​ຈະ​ຊ່ວຍ​ທ່ານ​ໃຫ້​ອ່ານ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ​ໃຫ້​ສຳ​ເລັດ​ກ່ອນ​ທ້າຍ​ປີ. ນອກ​ເໜືອ​ຈາກນັ້ນ, ການ​ເຮັດ​ຕາມ​ຕາ​ຕະ​ລາງ​ຄື​ກັນ​ກັບ​ຄົນ​ອື່ນໆ ສາ​ມາດ​ນຳ​ພາ​ໄປ​ສູ່​ປະ​ສົບ​ການ​ທີ່​ມີ​ຄວາມ​ໝາຍ ຢູ່​ທີ່​ບ້ານ, ຢູ່​ທີ່​ໂບດ, ແລະ ໃນ​ທຸກ​ບ່ອນ​ອື່ນ​ອີກ. ແຕ່ບໍ່​ຄວນ​ຮູ້​ສຶກວ່າ ຕ້ອງ​ເຮັດ​ຕາມ​ຕາ​ຕະ​ລາງ ຫລື ຖືກ​ບັງ​ຄັບ​ໃຫ້​ອ່ານ​ທຸກ​ຂໍ້; ຕາ​ຕະ​ລາງ​ພຽງ​ເປັນ​ສິ່ງ​ນຳ​ພາ ເພື່ອ​ຊ່ວຍ​ທ່ານ​ສຶກ​ສາ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ​ເທົ່າ​ນັ້ນ. ສິ່ງ​ທີ່​ສຳ​ຄັນ​ແມ່ນ ທ່ານ​ກຳ​ລັງ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ.

ຮູບ​ພາບ
ຄູ່​ຜົວ​ເມຍ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ພິມ