ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ


“ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຄອບ​ຄົວກຳ​ລັງ​ສຶກ​ສາອຸ​ປະ​ກອນ​ຂອງ​ສາດ​ສະ​ໜາ​ຈັກ

ແຫລ່ງຊ່ວຍ​ເຫລືອ​ເພີ່ມ​ເຕີມ

ແຫລ່ງ​ຊ່ວຍ​ເຫລືອ​ສ່ວນ​ຫລາຍ​ເຫລົ່າ​ນີ້ ມີ​ຢູ່​ໃນ​ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ມີ​ຢູ່​ທີ່ ChurchofJesusChrist.org.

ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ

ເພງ​ທີ່​ສັກ​ສິດ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານໃຫ້​ມາ​ສະ​ຖິດ​ຢູ່​ນຳ ແລະ ຈະ​ສິດ​ສອນ​ຄຳ​ສອນ ໃນ​ວິ​ທີ​ທາງ​ທີ່​ໜ້າ​ຊົງ​ຈຳ. ນອກ​ເໜືອ​ໄປ​ຈາກ ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ຊະ​ນິດ​ທີ່​ເປັນ​ປຶ້ມ​ແລ້ວ, ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ​ຫລາຍໆ​ເພງ ຊະ​ນິດ​ທີ່​ເປັນ​ແຟມ​ສຽງ ແລະ ວິ​ດີ​ໂອ ກໍ​ຍັງ​ມີ​ໃຫ້​ທ່ານ​ໃຊ້​ນຳ​ອີກ ຢູ່​ທີ່ music.ChurchofJesusChrist.org ແລະ ຢູ່​ໃນ​ແອພ Sacred Music.

ປຶ້ມ​ບົດ​ຮຽນ​ຂອງ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ

ປຶ້ມ​ບົດ​ຮຽນ​ຂອງ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ ຈະ​ໃຫ້​ປະ​ຫວັດ​ເບື້ອງ​ຫລັງ ແລະ ຄຳ​ບັນ​ຍາຍ​ເລື່ອງ​ຄຳ​ສອນ ສຳ​ລັບ​ຫລັກ​ທຳ ແລະ ເລື່ອງ​ລາວທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ.

ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ

ວາ​ລະ​ສານ Friend, New Era, Ensign, ແລະ Liahona ບັນ​ຈຸ​ເລື່ອງ​ລາວ ແລະ ກິດ​ຈະ​ກຳ​ທີ່​ສາ​ມາດ​ເສີມ​ຫລັກ​ທຳ ທີ່​ທ່ານ​ສິດ​ສອນ​ຈາກ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ.

Gospel Topics

ໃນ Gospel Topics ທ່ານ​ສາ​ມາດ​ພົບ​ເຫັນ​ຂໍ້​ມູນ​ຂັ້ນ​ພື້ນ​ຖານ​ກ່ຽວ​ກັບ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ​ຢ່າງ​ຫລາກ​ຫລາຍ, ພ້ອມ​ທັງ​ລິ້ງ​ທີ່​ພາ​ໄປ​ຫາ​ແຫລ່ງ​ທີ່​ເປັນ​ປະ​ໂຫຍດ, ດັ່ງ​ເຊັ່ນ​ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ທີ່​ກ່ຽວ​ຂ້ອງ, ບົດ​ຄວາມ, ຂໍ້​ພຣະ​ຄຳ​ພີ, ແລະ ວິ​ດີ​ໂອ. ກໍ​ຍັງ​ມີ Gospel Topics Essays, ນຳ​ອີກ ຊຶ່ງ​ໃຫ້​ຄຳ​ຕອບ​ທີ່​ເລິກ​ຊຶ້ງ​ກ່ຽວ​ກັບ​ຄຳ​ສອນ ແລະ ຄຳ​ຖາມ​ເລື່ອງ​ປະ​ຫວັດ​ສາດ.

ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ໃຊ້​ຮູບ​ພາບ ແລະ ພາ​ສາ​ແບບ​ລຽບ​ງ່າຍ ເພື່ອ​ຊ່ວຍ​ເດັກ​ນ້ອຍ​ໃຫ້​ຮຽນ​ຮູ້​ຈາກ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ກໍ​ຍັງ​ມີ​ວິ​ດີ​ໂອ ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ຢູ່​ໃນ​ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ ແລະ ມີ​ຢູ່​ທີ່ Gospel Media Library ທີ່ ChurchofJesusChrist.org.

ປຶ້ມ​ລະ​ບາຍ​ສີ​ເລື່ອງ​ພຣະ​ຄຳ​ພີ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ແຫລ່ງນີ້​ບັນ​ຈຸ​ໜ້າ​ກິດ​ຈະ​ກຳທີ່​ເຮັດ​ຂຶ້ນ​ມາ​ເພື່ອ​ສົ່ງ​ເສີມ​ການ​ຮຽນ​ຮູ້​ຂອງ​ເດັກ​ນ້ອຍ​ຈາກ​ຄຳສອນ ແລະ ພັນ​ທະ​ສັນ​ຍາ.

ວິດີໂອ ແລະ ສິລະປະ

ງານ​ສິລະປະ, ວິດີໂອ, ແລະ ສື່​ອື່ນໆ ກໍ​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ວາດ​ພາບ​ເຫັນ​ຄຳ​ສອນ ແລະ ເລື່ອງ​ລາວ​ທີ່​ກ່ຽວ​ຂ້ອງ​ກັບ​ພຣະ​ຄຳ​ພີ. ໃຫ້​ເປີດ​ເບິ່ງ Gospel Media Library ທີ່ ChurchofJesusChrist.org ເພື່ອເລືອກ​ເບິ່ງ​ກຸ່ມແຫລ່ງ​ສື່​ຂອງ​ສາດ​ສະ​ໜາ​ຈັກ. ແຫລ່ງ​ເຫລົ່າ​ນີ້​ກໍ​ມີ​ໃຫ້​ບໍ​ລິ​ການ​ຢູ່​ໃນ​ແອພ Gospel Media, ແລະ ຮູບ​ພາບ​ຫລາຍໆ​ໃບ​ກໍ​ມີ​ຢູ່​ໃນ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

Revelations in Context

Revelations in Context: The Stories behind the Sections of the Doctrine and Covenants ເປັນ​ບົດ​ຄວາມ​ທີ່​ຖືກ​ຮວບ​ຮວມ ກ່ຽວ​ກັບ​ປະ​ຫວັດ​ສາດ​ທີ່​ເກີດ​ຂຶ້ນ​ຢູ່​ອ້ອມ​ຮອບ​ການ​ເປີດ​ເຜີຍ ຊຶ່ງ​ບັນ​ຈຸ​ຢູ່​ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ເນື້ອ​ຫາ​ທີ່​ມີ​ຢູ່​ໃນ​ແຫລ່ງນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລາຍກວ່າ​ເກົ່າ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ​ຄຳສອນ ແລະ ພັນ​ທະ​ສັນ​ຍາ ອາດ​ມີ​ຄວາມ​ໝາຍ​ຕໍ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ລຸ້ນ​ທຳ​ອິດ​ແນວ​ໃດ.

Saints

Saints ເປັນ​ໜັງ​ສື​ຫລາຍ​ເຫລັ້ມ​ທີ່​ເລົ່າ​ເລື່ອງ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ. ເຫລັ້ມ​ທີ 1, The Standard of Truth, ແລະ ເຫລັ້ມ​ທີ 2, No Unhallowed Hand, ບັນ​ຈຸປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ໄລ​ຍະ​ດຽວ​ກັນ​ກັບ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ປະ​ຫວັດ​ສາດ​ເຫລົ່າ​ນີ້​ສາ​ມາດໃຫ້​ຄວາມ​ຮູ້​ແກ່​ທ່ານ ກ່ຽວ​ກັບ​ເນື້ອ​ຫາ​ທີ່​ຢູ່​ອ້ອມ​ຮອບ​ການ​ເປີດ​ເຜີຍ​ທີ່​ທ່ານ​ສຶກ​ສາ​ຢູ່​ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ.

ຫົວ​ຂໍ້​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ

ບົດ​ຄວາມ​ຫລາຍ​ບົດ​ກ່ຽວ​ກັບ​ຜູ້​ຄົນ, ສິ່ງ​ປະ​ດິດ, ພູ​ມີ​ສາດ, ແລະ ເຫດ​ການ​ຂອງ​ສາດ​ສະ​ໜາ​ຈັກ ມີ​ຢູ່​ທີ່ ChurchofJesusChrist.org/study/history/topics.

Teaching in the Savior’s Way

ແຫລ່ງນີ້​ສາ​ມາດ​ຊ່ວຍ​ທ່ານ​ຮຽນ​ຮູ້ ແລະ ນຳໃຊ້​ຫລັກ​ທຳ​ຂອງການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ.

ພິມ