ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 28 ເດືອນ​ທັນວາ–ວັນທີ 3 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1: “ຈົ່ງ​ເຊື່ອ​ຟັງ, ໂອ້ ເຈົ້າ​ຜູ້​ຄົນ”


“ວັນທີ 28 ເດືອນ​ທັນວາ–ວັນທີ 3 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1: ‘ຈົ່ງ​ເຊື່ອ​ຟັງ, ໂອ້ ເຈົ້າ​ຜູ້​ຄົນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 28 ເດືອນ​ທັນວາ–ວັນທີ 3 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຄອບ​ຄົວອ່ານພຣະຄຳພີ

ວັນທີ 28 ເດືອນ​ທັນວາ–ວັນທີ 3 ເດືອນ​ມັງກອນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1

“ຈົ່ງ​ເຊື່ອ​ຟັງ, ໂອ້ ເຈົ້າ​ຜູ້​ຄົນ”

ໃຫ້​ຄິດກ່ຽວ​ກັບ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1 ວ່າ​ເປັນ​ຄຳ​ແນະ​ນຳ​ສ່ວນ​ຕົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຕໍ່​ໜັງ​ສື​ເຫລັ້ມ​ນີ້ ເຖິງການ​ເປີດ​ເຜີຍ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ອົງ. ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ? ໃຫ້​ໄຕ່​ຕອງ​ຄຳ​ຖາມ​ຂໍ້​ນີ້, ແລະ ໃຫ້​ຂຽນຄວາມ​ປະ​ທັບ​ໃຈໃດໆ​ໄວ້ ທີ່ມາ​ສູ່​ທ່ານຂະ​ນະ​ທີ່​ທ່ານ​ອ່ານ ພາກ​ທີ 1.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ເດືອນ​ພະຈິກ ປິ 1831, ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູຄຣິດ ຫາ​ກໍ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໄດ້​ໜຶ່ງ​ປີ​ເຄິ່ງ​ເທົ່າ​ນັ້ນ. ເຖິງ​ແມ່ນ​ມັນ​ໄດ້​ເຕີບ​ໂຕຂຶ້ນ, ແຕ່​ມັນ​ກໍ​ເປັນ​ພຽງກຸ່ມ​ຜູ້​ທີ່​ເຊື່ອ​ທີ່ແອບ​ແຝງຢູ່​ໃນບັນ​ດາ​ຜູ້​ຄົນກຸ່ມ​ນ້ອຍ ທີ່​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ​ພົມ​ແດນ​ໃໝ່, ທີ່​ຖືກ​ນຳ​ພາ​ໂດຍ​ສາດ​ສະ​ດາ​ຜູ້​ມີ​ອາ​ຍຸ​ຊາວ​ປາຍ​ປີ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຖື​ວ່າ ຜູ້​ທີ່​ເຊື່ອ​ເຫລົ່າ​ນີ້ ເປັນ​ຜູ້​ຮັບ​ໃຊ້ ແລະ ຜູ້​ສົ່ງ​ຂ່າວ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ປະ​ສົງ​ໃຫ້​ການ​ເປີດ​ເຜີຍ ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້ເຂົາ​ເຈົ້າ ຖືກ​ປະ​ກາດ​ຕໍ່​ໂລກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ພາກ​ທີ 1 ເປັນ​ຄຳ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ການ​ຮວບ​ຮວມ​ການ​ເປີດ​ເຜີຍ​ເຫລົ່າ​ນີ້, ແລະ ມັນ​ສະ​ແດງ​ອອກ​ຢ່າງ​ແຈ່ມ​ແຈ້ງວ່າ ເຖິງ​ແມ່ນ​ວ່າສາດ​ສະ​ໜາ​ຈັກ​ມີ​ສະ​ມາ​ຊິກ​ພຽງ​ເລັກ​ນ້ອຍ, ແຕ່​ກໍ​ບໍ່​ມີ​ຫຍັງ​ເລັກ​ນ້ອຍກ່ຽວ​ກັບ​ຂ່າວ​ສານ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ແບ່ງ​ປັນ. ມັນ​ເປັນ “ສຽງເຕືອນ” ສຳ​ລັບ “ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ” ທັງ​ປວງ, ສິດ​ສອນ​ເຂົາ​ເຈົ້າໃຫ້​ກັບ​ໃຈ ແລະ ສະ​ຖາ​ປະ​ນາ “ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ” ຂອງ​ພຣະ​ເຈົ້າ (ຂໍ້​ທີ 4, 8, 22). ຜູ້​ຮັບ​ໃຊ້​ທີ່ນຳ​ຂ່າວ​ສານນີ້ເປັນ “ຄົນ​ທີ່​ອ່ອນ​ແອ ແລະ ຄົນ​ທີ່​ຕ່ຳ​ຕ້ອຍ,” ແຕ່​ເປັນຜູ້​ຮັບ​ໃຊ້​ທີ່​ຖ່ອມ​ຕົວ ຊຶ່ງ​ເປັນ​ຜູ້​ທີ່​ພຣະ​ເຈົ້າ​ຕ້ອງ​ການ—ໃນເວ​ລານັ້ນ ແລະ ໃນເວ​ລານີ້—ເພື່ອ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ “ອອກ​ຈາກ​ການ​ປິດ​ບັງ ແລະ ອອກ​ຈາກ​ຄວາມ​ມືດ” (ຂໍ້​ທີ 23, 30).

 

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້ “ຄົ້ນ​ຄວ້າ​ບັນ​ຍັດ​ເຫລົ່າ​ນີ້.”

ຄຳ​ນຳ​ເພື່ອ​ແນະ​ນຳ​ໜັງ​ສື. ມັນ​ແຈ້ງບອກຫົວ​ຂໍ້ ແລະ ຈຸດ​ປະ​ສົງ​ຂອງ​ໜັງ​ສື ແລະ ຊ່ວຍ​ຜູ້​ອ່ານ​ເພື່ອ​ກະ​ກຽມທີ່​ຈະ​ອ່ານ. ຂະ​ນະ​ທີ່​ທ່ານ​ອ່ານ ພາກ​ທີ 1—“ບົດ​ຄຳ​ນຳ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກ່ຽວ​ກັບ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (ຂໍ້​ທີ 6)—​ໃຫ້​ຊອກ​ຫາ​ຫົວ​ຂໍ້ ແລະ ຈຸດ​ປະ​ສົງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້ ສຳ​ລັບ​ການ​ເປີດ​ເຜີຍ​ຂອງ​ພຣະ​ອົງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ພາກ​ທີ 1 ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ ຈາກ​ການ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ຂອງ​ທ່ານ? ຍົກ​ຕົວ​ຢ່າງ, ທ່ານ​ອາດ​ໄຕ່​ຕອງຄຳ​ວ່າ “ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ໃນ​ການ​ເປີດ​ເຜີຍ​ເຫລົ່າ​ນີ້ (ຂໍ້​ທີ 14) ຫລື ໄຕ່​ຕອງ​ຄຳ​ວ່າ “ຄົ້ນ​ຄວ້າ​ບັນ​ຍັດ​ເຫລົ່າ​ນີ້” (ຂໍ້​ທີ 37) ວ່າ​ມັນ​ມີ​ຄວາມ​ໝາຍ​ແນວ​ໃດ.

ເບິ່ງ ຄຳ​ນຳ​ຕໍ່ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:1–6, 23–24, 37–39

ພຣະ​ເຈົ້າ​ກ່າວ​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ແລະ ພຣະ​ຄຳ​ຂອງ​ພຣະ​ອົງ​ຈະເກີດ​ເປັນ​ຈິງ.

ພາກ​ທີ 1 ເລີ່ມຕົ້ນ ແລະ ຈົບ​ດ້ວຍ​ການ​ປະ​ກາດ​ຂອງ​ພຣະ​ເຈົ້າ ວ່າ​ພຣະ​ອົງ​ກ່າວ​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ (ເບິ່ງ ຂໍ້​ທີ 4–6, 23–24, 38). ໃຫ້​ຂຽນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຈາກ​ການ​ເປີດ​ເຜີຍນີ້ ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສຸ​ລະ​ສຽງ​ຂອງ​ພຣະ​ອົງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງຕອນ​ໃດ? (ເບິ່ງ ຂໍ້​ທີ 38).

ຮູບ​ພາບ
ພາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ

ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ສິດ​ສອນ​ເຮົາ​ເຖິງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:3, 24–28, 31–33

ຖ້າ​ຫາກ​ເຮົາ​ຖ່ອມ​ຕົວ, ແລ້ວ​ການ​ຕີ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະສາ​ມາດ​ນຳ​ພາ​ເຮົາ​ໄປ​ສູ່​ການ​ກັບ​ໃຈ.

ໃຫ້​ສັງ​ເກດ​ເບິ່ງວ່າ ໃນ ຂໍ້​ທີ 3 ແລະ ຂໍ້​ທີ 24–28, ພຣະ​ຜູ້​ເປັນ​ເຈົ້າໄດ້​ກ່າວ​ວ່າ ບາບ ແລະ ຄວາມ​ຜິດ​ຂອງ​ຜູ້​ຄົນ ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ. ໃນ​ກໍ​ລະ​ນີ​ໜຶ່ງ ສິ່ງນີ້​ເປັນ​ປະ​ສົບ​ການ​ທີ່​ເຈັບ​ປວດ ແລະ ໂສກ​ເສົ້າ​ຫລາຍ, ແລະ ໃນ​ອີກ​ກໍ​ລະ​ນີ​ໜຶ່ງ ມັນໃຫ້​ຄວາມ​ຮູ້. ເປັນ​ຫຍັງ​ສະ​ພາບ​ການ​ເຫລົ່າ​ນີ້​ຈຶ່ງ​ແຕກ​ຕ່າງ​ກັນຫລາຍ? ໃຫ້​ພິ​ຈາ​ລະ​ນາ​ປະຕິ​ກິ​ລິ​ຍາ​ຂອງ​ທ່ານ ເມື່ອ​ທ່ານ​ຮູ້​ເຖິງ​ການ​ບາບ ແລະ ຄວາມ​ອ່ອນ​ແອ​ຂອງ​ທ່ານ. ຄຸນ​ສົມ​ບັດ​ຢ່າງ​ໃດ​ແດ່ ທີ່​ທ່ານ​ພົບ​ເຫັນ​ຢູ່ໃນ ຂໍ້​ທີ 24–28 ທີ່​ສາ​ມາດ​ຊ່ວຍ​ທ່ານ ໃຫ້​ຕອບ​ຮັບ​ໃນ​ທາງ​ທີ່​ຖືກ​ຕ້ອງໄດ້? ຂໍ້​ເຫລົ່າ​ນີ້, ຕະ​ຫລອດ​ທັງ ຂໍ້​ທີ 31–33, ສິດ​ສອນ​ທ່ານ​ຫຍັງ​ແດ່ ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຄິດ​ກ່ຽວ​ກັບ​ຄວາມ​ອ່ອນ​ແອ ແລະ ການ​ບາບ​ຂອງ​ທ່ານ?

ເບິ່ງ ສຸ​ພະ​ສິດ 3:11–12; ອີ​ເທີ 12:27; ໂມ​ໂຣ​ໄນ 6:8 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:12–30, 35–36

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ເຮົາ​ໃຫ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຂອງ​ຍຸກ​ສຸດ​ທ້າຍນີ້.

ເຖິງ​ແມ່ນ​ວ່າ ພາກທີ 1 ເຕືອນເຖິງວັນ​ເວ​ລາ​ທີ່​ລຳ​ບາກໃນ​ອະ​ນາ​ຄົດ, ແຕ່​ມັນ​ກໍ​ຍັງ​ມີ​ຂ່າວ​ສານທີ່​ໃຫ້​ຄວາມ​ໝັ້ນ​ໃຈ ທີ່​ວ່າ: “ເຮົາ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ທີ່​ຮູ້​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ຈະ​ມາ​ສູ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ຈຶ່ງ​ໄດ້​ເອີ້ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ໄດ້​ກ່າວ​ກັບ​ລາວ​ຈາກ​ສະ​ຫວັນ” (ຂໍ້​ທີ 17).

ໃຫ້​ສັງ​ເກດ​ເບິ່ງ​ໄພ​ພິ​ບັດ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ໃຫ້​ຮູ້ (ເບິ່ງ, ຍົກ​ຕົວ​ຢ່າງ, ຂໍ້​ທີ 13–16, 35). ໄພ​ພິ​ບັດ​ຢ່າງ​ອື່ນ​ໃດ​ອີກ​ແດ່​ທີ່​ທ່ານ​ສັງ​ເກດ​ເຫັນ​ຢູ່​ໃນ​ໂລກ​ທຸກວັນ​ນີ້—ຫລື ໃນ​ຊີ​ວິດ​ຂອງ​ທ່ານ​ເອງ? ຂໍ້ທີ 17–30 ບັນ​ຍາຍເຖິງ​ສິ່ງ​ທີ່ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ທ່ານ ເພື່ອ​ກະ​ກຽມ​ສຳ​ລັບໄພ​ພິ​ບັດ​ທີ່​ຄາດ​ໝາຍ​ລ່ວງ​ໜ້າເຫລົ່າ​ນີ້. ໃຫ້ຂຽນສິ່ງທີ່​ທ່ານພົບເຫັນລົງໄວ້.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:1–6, 37–39.ເພື່ອເລີ່ມ​ຕົ້ນສົນ​ທະ​ນາ​ກ່ຽວ​ກັບ​ຄຳ​ເຕືອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ພວກ​ທ່ານສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຄຳ​ເຕືອນ​ທີ່​ທ່ານ​ໄດ້​ຮັບ​ຈາກ​ຄົນ​ອື່ນ ກ່ຽວ​ກັບ​ສິ່ງ​ອັນ​ຕະ​ລາຍ​ທີ່​ເຮົາ​ບໍ່​ສາ​ມາດ​ຫລຽວ​ເຫັນ—ດັ່ງ​ເຊັ່ນ​ພື້ນ​ທີ່​ມື່ນ, ຝົນ​ຕົກ​ຟ້າ​ລົມ​ແຮງ, ຫລື ລົດ​ທີ່​ກຳ​ລັງ​ແລ່ນມາ​ໃກ້. ຕົວ​ຢ່າງ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່ ກ່ຽວ​ກັບ​ຄຳ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ອີງ​ຕາມ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:1–6, 37–39, ພຣະ​ຜູ້​ເປັນ​ເຈົ້າ​ເຕືອນ​ເຮົາ​ໃນ​ວິ​ທີ​ໃດ? ພຣະ​ອົງ​ໄດ້​ເຕືອນ​ເຮົາ​ຫຍັງ​ແດ່ ເມື່ອບໍ່​ດົນ​ມານີ້? ບາງ​ທີ​ພວກທ່ານ​ຄວນ​ເບິ່ງ ຫລື ອ່ານ​ຂ່າວ​ສານ​ພາກ​ສ່ວນ​ໃດ​ໜຶ່ງ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ແລະ ຊອກ​ຫາ​ຕົວ​ຢ່າງ ກ່ຽວ​ກັບ “ສຽງ​ເຕືອນ” ຂອງ​ພຣະ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:16.ຄຳ​ວ່າ “ສະ​ຖາ​ປະ​ນາ​ຄວາມ​ຊອບ​ທຳ [ຂອງ​ພຣະ​ຜູ້​ເປັນ​ເຈົ້າ]” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ ເຮົາ​ກຳ​ລັງ​ເຮັດ​ແນວນັ້ນ​ຢູ່, ແທນ​ທີ່​ຈະ​ເດີນ​ໄປ “ໃນເສັ້ນ​ທາງ [ຂອງ​ເຮົາ] ເອງ”?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:30.ການ​ເວົ້າ​ວ່າ ສາດ​ສະ​ໜາ​ຈັກນີ້ ເປັນ​ສາດ​ສະ​ໜາ​ຈັກ “ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່” ໝາຍ​ຄວາມ​ວ່າ​ແນວ​ໃດ? ເພື່ອ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ຄິດ​ກ່ຽວ​ກັບ​ຄຳ​ຖາມນີ້, ບາງ​ທີ​ທ່ານ​ສາ​ມາດສະ​ແດງ​ຮູບ​ຂອງ​ສິ່ງ​ທີ່ມີ​ຊີ​ວິດ​ຢູ່ ແລະ ຮູບ​ຂອງ​ສິ່ງ​ທີ່ບໍ່​ມີ​ຊີ​ວິດ ໃຫ້​ເຂົາ​ເຈົ້າ​ເບິ່ງ. ພວກທ່ານ​ກໍ​ສາ​ມາດ​ສົນ​ທະ​ນາ​ສິ່ງ​ທີ່​ພວກທ່ານ​ສາ​ມາດ​ເຮັດ​ເປັນ​ຄອບ​ຄົວ​ນຳ​ອີກ ເພື່ອ​ຊ່ວຍ “ນຳ [ສາດ​ສະ​ໜາ​ຈັກ] ອອກ​ຈາກ​ການ​ປິດ​ບັງ ແລະ ອອກ​ຈາກ​ຄວາມ​ມືດ.”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:37.ໃຫ້​ຄິດ​ວາງ​ແຜນ​ເປັນ​ຄອບ​ຄົວ ເຖິງວິ​ທີ​ທີ່ພວກ​ທ່ານ​ຈະ “ຄົ້ນ​ຄວ້າ​ບັນ​ຍັດ​ເຫລົ່າ​ນີ້” ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ປີນີ້. ພວກທ່ານ​ຈະ​ເຮັດ​ໃຫ້​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ພວກທ່ານ ເປັນ​ພາກ​ສ່ວນປົກ​ກະ​ຕິ​ໃນ​ຊີ​ວິດ​ຂອງຄອບ​ຄົວ​ໄດ້ແນວ​ໃດ? ແນວ​ຄິດ​ການ​ສຶກ​ສາ​ໃດ​ແດ່​ທີ່​ສາ​ມາດ​ຊ່ວຍ​ພວກທ່ານ​ໃຫ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ? (ເບິ່ງ “ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ” ຢູ່​ຈຸດ​ເລີ່ມ​ຕົ້ນ​ຂອງ​ແຫລ່ງນີ້.)

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 40, ໂດຍ​ສະ​ເພາະ ວັກ​ສຸດ​ທ້າຍ.

ການປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາພຣະ​ເຢ​ຊູ​ຄຣິດ. ຈຸດ​ປະ​ສົງ​ຂອງ​ພຣະ​ຄຳ​ພີ ແມ່ນ​ເພື່ອ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1, ໃຫ້​ຄິດ​ທີ່​ຈະ​ໝາຍ ຫລື ໝາຍ​ເຫດ​ຂໍ້​ທີ່​ສິດ​ສອນ​ທ່ານ​ບາງ​ສິ່ງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ປຶ້ມ​ພຣະ​ບັນ​ຍັດ

ການ​ເປີດ​ເຜີຍ​ຊຸດ​ທຳ​ອິດ​ຕໍ່​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ ໄດ້​ຖືກ​ຮວບ​ຮວມ​ເຂົ້າ​ກັນ​ເປັນ​ປຶ້ມ​ພຣະ​ບັນ​ຍັດ.

ພິມ