ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 18–24 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3–5: “ວຽກ​ງານ​ຂອງ​ເຮົາ​ຈະ​ດຳ​ເນີນ​ໄປ​ໜ້າ”


“ວັນທີ 18–24 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3–5: ‘ວຽກ​ງານ​ຂອງ​ເຮົາ​ຈະ​ດຳ​ເນີນ​ໄປ​ໜ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 18–24 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ກຸ່ມ​ຜູ້​ຊາຍ​ກຳ​ລັງ​ທຳ​ງານ​ຢູ່​ໃນ​ທົ່ງ

ລະ​ດູເກັບ​ກ່ຽວ​ໃນປະ​ເທດ​ຝະຣັ່ງ, ໂດຍ ເຈມສ໌ ເທເລີ ຮາວູດ

ວັນທີ 18–24 ເດືອນ​ມັງກອນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3–5

“ວຽກ​ງານ​ຂອງ​ເຮົາ​ຈະ​ດຳ​ເນີນ​ໄປ​ໜ້າ”

ໃຫ້​ຂຽນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້ ແລະ ຮູ້​ສຶກ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ. ສິ່ງນີ້​ຈະ​ຊ່ວຍ​ທ່ານ​ໃຫ້​ຈື່​ຈຳ​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນັ້ນ ແລະ ແບ່ງ​ປັນ​ມັນ​ໃຫ້​ກັບ​ຄົນ​ອື່ນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ລະ​ຫວ່າງ​ສອງ​ສາມ​ປີ​ທຳ​ອິດ​ຂອງ​ເພິ່ນ ໃນ​ຖາ​ນະ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໂຈເຊັບ ສະມິດ ຍັງບໍ່​ຮູ້​ຈັກ​ທຸກ​ສິ່ງກ່ຽວ​ກັບ “ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ” ທີ່​ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້​ເຮັດ. ແຕ່​ສິ່ງ​ໜຶ່ງ​ທີ່ປະ​ສົບ​ການໃນ​ຕອນ​ຕົ້ນຂອງ​ເພິ່ນ​ໄດ້ສອນ​ເພິ່ນແມ່ນ​ວ່າ ​ເພື່ອ​ຈະ​ເໝາະ​ສົມ​ສຳ​ລັບ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ເພິ່ນ​ຕ້ອງ “ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4:1, 5). ຍົກ​ຕົວ​ຢ່າງ, ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ຕ້ານ​ກັບ​ຄວາມປາດ​ຖະ​ໜາ​ຂອງ​ເພິ່ນ, ເພິ່ນ​ຕ້ອງ​ເຮັດ​ຕາມ​ຄຳແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ເຖິງ​ແມ່ນ​ວ່າ​ເພິ່ນ​ໄດ້​ຮັບ “ການ​ເປີດ​ເຜີຍ​ຫລາຍ​ຢ່າງ, ແລະ … ມີອຳ​ນາດ​ທີ່​ຈະ​ເຮັດ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ,” ຖ້າ​ຫາກ​ເພິ່ນ​ຄິດ​ວ່າ ຄວາມ​ປະ​ສົງ​ຂອງ​ເພິ່ນ ສຳ​ຄັນຕໍ່​ເພິ່ນ​ຫລາຍ​ກວ່າ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ແລ້ວເພິ່ນ “ຈະ​ຕົກ​ໄປ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:4). ແຕ່​ໂຈເຊັບ​ໄດ້​ຮຽນ​ຮູ້​ບາງ​ສິ່ງ​ອື່ນ​ອີກທີ່ສຳ​ຄັນ​ເທົ່າ​ກັບ​ການ​ເຮັດວຽກ​ງານ​ຂອງ​ພຣະ​ເຈົ້າ ນັ້ນ​ຄື: “ພຣະ​ເຈົ້າ​ມີ​ເມດ​ຕາ,” ແລະ ຖ້າ​ຫາກ​ໂຈເຊັບ​ໄດ້​ກັບ​ໃຈ​ຢ່າງ​ຈິງ​ໃຈ, ເພິ່ນ​ຈະ​ “ຖືກ​ເລືອກ” ຢູ່ (ຂໍ້ທີ 10). ເຖິງ​ແນວ​ໃດ​ກໍ​ຕາມ, ວຽກ​ງານ​ຂອງ​ພຣະ​ເຈົ້າ ເປັນ​ວຽກ​ງານ​ຂອງ​ການ​ໄຖ່. ແລະ ວ່າ​ວຽກ​ງານນັ້ນ “ຈະ​ລົ້ມ​ເຫລວບໍ່​ໄດ້” (ຂໍ້ທີ 1).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:1–15

ເຮົາຄວນ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແທນ​ທີ່​ຈະ​ຢ້ານ​ກົວ​ມະ​ນຸດ.

ໃນ​ຕອນ​ຕົ້ນ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ໂຈເຊັບ ສະມິດ, ໝູ່​ເພື່ອນ​ທີ່​ດີ​ແມ່ນ​ຫາ​ໄດ້​ຍາກ—ໂດຍ​ສະ​ເພາະ​ໝູ່​ເພື່ອນ​ເຊັ່ນ​ມາຕິນ ແຮຣິສ, ເປັນ​ຊາຍ​ທີ່​ຮັ່ງ​ມີ ແລະ ຜູ້​ຄົນ​ນັບ​ລື​ຖື​ໜ້າ, ຜູ້​ມີ​ຖາ​ນະ​ດີ​ພໍ​ທີ່​ຈະ​ຊ່ວຍ​ເຫລືອ​ໄດ້​ຫລາຍ. ແລະ ມາຕິນກໍ​ເຕັມ​ໃຈ​ທີ່​ສະ​ໜັບ​ສະ​ໜູນ​ໂຈເຊັບ, ເຖິງ​ແມ່ນ​ວ່າ​ເພິ່ນອາດ​ຖືກ​ໝູ່​ເພື່ອນ​ເຊົາ​ນັບ​ຖື ແລະ ອາດ​ຕ້ອງ​ໄດ້​ເສຍ​ສະ​ລະ​ຊັບ​ສິນ​ກໍ​ຕາມ.

ສະ​ນັ້ນ ຈຶ່ງ​ເຫັນ​ໄດ້​ຢ່າງ​ງ່າຍ​ດາຍ​ວ່າ ເປັນ​ຫຍັງ​ໂຈເຊັບ​ຈຶ່ງ​ໄດ້​ເຮັດ​ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ມາຕິນ ທີ່​ຈະ​ເອົາ​ການ​ແປ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ພາກ​ສ່ວນໜຶ່ງ​ໄປ​ໃຫ້​ພັນ​ລະ​ຍາ​ຂອງ​ເພິ່ນ​ເບິ່ງ, ຜູ້​ບໍ່​ເຊື່ອ​ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ. ໂຈເຊັບ​ໄດ້​ສືບ​ຕໍ່​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ຄຳ​ຂໍ​ຮ້ອງນັ້ນ, ເຖິງ​ແມ່ນ​ວ່າ​ພຣະ​ອົງ​ໄດ້​ສັ່ງ​ຫ້າມ​ແລ້ວ​ກໍ​ຕາມ, ຈົນ​ວ່າ​ໃນ​ທີ່​ສຸດ, ຫລັງ​ຈາກ​ໂຈເຊັບ​ໄດ້​ທູນ​ຖາມ​ເປັນ​ເທື່ອ​ທີ​ສາມ, ພຣະ​ຜູ້​ເປັນ​ເຈົ້າຈຶ່ງ​ໄດ້​ອະ​ນຸ​ຍາດ. ໜ້າ​ໂສກ​ເສົ້າທີ່​ຕົ້ນ​ສະ​ບັບ​ໄດ້​ສູນ​ເສຍ​ໄປ ຂະ​ນະ​ທີ່​ຢູ່​ໃນຄວາມ​ດູ​ແລ​ຂອງ​ມາຕິນ, ແລະ ໂຈເຊັບກັບ​ມາຕິນ​ໄດ້​ຖືກພຣະ​ຜູ້​ເປັນ​ເຈົ້າ​ຕີ​ສອນ.

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:1–15, ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຄົນ​ອື່ນ ອາດ​ມີ​ອິດ​ທິ​ພົນ​ຕໍ່​ທ່ານ​ແນວ​ໃດ. ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ນອກ​ເໜືອ​ໄປ​ຈາກ​ການ​ຕິ​ຕຽນ​ໂຈເຊັບ ສະມິດ ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ກ່າວ​ພຣະ​ຄຳ​ແຫ່ງ​ຄວາມ​ເມດ​ຕາ​ນຳ​ອີກ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລົງ​ໂທດ ແລະ ໃຫ້​ກຳ​ລັງ​ໃຈ​ແກ່​ໂຈເຊັບ? ຄຳ​ແນະ​ນຳ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ວ່າ ສາ​ມາດ​ຊ່ວຍ​ທ່ານ​ໄດ້​ເວ​ລາ​ທີ່​ທ່ານ​ຮູ້​ສຶກ​ຢ້ານ​ກົວ​ຄົນ​ອື່ນ​ຫລາຍກວ່າ​ພຣະ​ເຈົ້າ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4

ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ເຮົາ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ເຮົາ.

ພາກ​ທີ 4 ສ່ວນ​ຫລາຍ​ແມ່ນ​ກ່ຽວ​ພັນ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ສຳ​ຄັນ​ທີ່​ຈະ​ສັງ​ເກດເຫັນ​ວ່າ ການ​ເປີດ​ເຜີຍນີ້ ຕົ້ນ​ເດີມ​ແມ່ນ​ເພື່ອມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ພໍ່, ຜູ້ບໍ່​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ສອນ​ສາດ​ສະ​ໜາ ແຕ່​ກໍ​ຍັງ “ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ​ຢູ່” (ຂໍ້ທີ 3).

ວິ​ທີ​ໜຶ່ງ​ທີ່​ຈະ​ອ່ານ​ພາກນີ້ ຄື​ການ​ວາດ​ພາບ​ເຫັນວ່າ ມັນ​ເປັນ​ການ​ບັນ​ຍາຍ​ເຖິງວຽກ​ງານ​ສຳ​ລັບ​ບາງ​ຄົນ ຜູ້​ຢາກ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຕ້ອງ​ມີ​ຄວາມ​ເໝາະ​ສົມ​ຢ່າງ​ໃດ​ແດ່? ເປັນ​ຫຍັງຈຶ່ງ​ຈຳ​ເປັນ​ຕ້ອງ​ມີຄວາມ​ຊຳ​ນານ ຫລື ລັກ​ສະ​ນະ​ພິ​ເສດ​ເຫລົ່າ​ນີ້? ບາງ​ທີ​ທ່ານ​ສາ​ມາດ​ເລືອກ​ຢ່າງ​ໜຶ່ງ​ດ້ວຍ​ການ​ອະ​ທິ​ຖານ ອັນທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ດີກວ່າ​ຢ່າງ​ອື່ນ “ເພື່ອໃຫ້ [ຕົວເອງ] ເໝາະ​ສົມ​ສຳ​ລັບ​ວຽກ​ງານ” (ຂໍ້ທີ 5).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5

ເຮົາ​ສາ​ມາດ​ເປັນ​ພະ​ຍານ​ໄດ້​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ.

ຮູບ​ພາບ
ມາຕິນ ແຮຣິສ

ມາຕິນ ແຮຣິສ, ໂດຍ ຫລຸຍ ເອ ແຣມສີ

ຖ້າ​ຫາກ​ທ່ານ​ຖືກ​ເອີ້ນ​ໃຫ້​ໄປ​ເປັນ​ພະ​ຍານ​ຢູ່​ສານ ກ່ຽວ​ກັບ​ຄວາມ​ຈິງ​ແທ້​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ທ່ານ​ມີ​ຫລັກ​ຖານ​ຢ່າງ​ໃດ​ແດ່? ມາຕິນ ແຮຣິສ ກໍ​ມີຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ນີ້ ເມື່ອ​ນາງ​ລູສີ ພັນ​ລະ​ຍາ​ຂອງ​ເພິ່ນ ໄດ້​ອຸ​ທອນ​ຂຶ້ນ​ສານ​ວ່າ ໂຈເຊັບ ສະມິດ ຕົວະ​ຍົວະ​ຜູ້​ຄົນ ໂດຍ​ການ​ທຳ​ທ່າ​ແປ​ແຜ່ນ​ຈາ​ລຶກ​ຄຳ. ສະນັ້ນ ມາຕິນ​ຈຶ່ງ​ໄດ້​ຂໍ​ຫລັກ​ຖານ​ຕື່ມ​ອີກ​ຈາກ​ໂຈເຊັບ ເພື່ອ​ຢືນ​ຢັນ​ວ່າ​ແຜ່ນ​ຈາ​ລຶກ​ຄຳ​ມີ​ຈິງ. ຄຳສອນ ແລະ ພັນ​ທະ​ສັນ​ຍາ 5 ແມ່ນ​ການ​ເປີດ​ເຜີຍ​ຢ່າງ​ໜຶ່ງ ໃນ​ການ​ຕອບ​ຕໍ່​ຄຳ​ຂໍ​ຮ້ອງ​ຂອງ​ມາຕິນ.

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5 ກ່ຽວ​ກັບສິ່ງ​ດັ່ງ​ຕໍ່​ໄປ​ນີ້:

  • ຄວາມ​ຮູ້​ສຶກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກ່ຽວ​ກັບ​ຜູ້​ທີ່ບໍ່​ເຊື່ອ​ໃນ​ຄວາມ​ຈິງ​ທາງວິນ​ຍານ ຍົກ​ເວັ້ນ​ແຕ່​ພວກ​ເຂົາ​ຈະ​ເຫັນ​ຫລັກ​ຖານ​ເທົ່າ​ນັ້ນ (ເບິ່ງ ຂໍ້ທີ 5–8; ເບິ່ງ ໂຢ​ຮັນ 20:24–29 ນຳ​ອີກ).

  • ບົດ​ບາດ​ຂອງ​ການ​ເປັນ​ພະ​ຍານ ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ຂໍ້ທີ 11–15; ເບິ່ງ 2 ໂກ​ຣິນ​ໂທ 13:1 ນຳ​ອີກ).

  • ວິ​ທີ​ທີ່​ຈະ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຳພີ​ມໍ​ມອນ​ສຳ​ລັບ​ຕົວ​ເອງ (ເບິ່ງ ຂໍ້ທີ 16; ເບິ່ງ ໂມ​ໂຣ​ໄນ 10:3–5 ນຳ​ອີກ).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5:1–10

ຜູ້​ຄົນ​ລຸ້ນນີ້​ຈະ​ໄດ້​ຮັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຜ່ານ​ທາງ​ໂຈເຊັບ ສະມິດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5:1–10 ສິດ​ສອນ​ທ່ານ​ຫຍັງ​ແດ່ ກ່ຽວ​ກັບ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ໂຈເຊັບ ສະມິດ ໃນ​ຍຸກ​ສະ​ໄໝ​ຂອງ​ເຮົາ—ແລະ ໃນ​ຊີ​ວິດ​ຂອງ​ທ່ານ? ໃຫ້​ໄຕ່​ຕອງວິ​ທີ​ທີ່ທ່ານ​ໄດ້​ຮັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຜ່ານ​ທາງ​ສາດ​ສະ​ດາ​ໂຈເຊັບ ສະມິດ. ໃຫ້ຄິດ​ທີ່​ຈະ​ບັນ​ທຶກ​ມັນ​ໄວ້​ຢູ່​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ ຫລື ແບ່ງ​ປັນ​ມັນ​ກັບ​ບາງ​ຄົນ ເຖິງ​ຄວາມ​ກະ​ຕັນ​ຍູ​ຂອງ​ທ່ານ​ສຳ​ລັບ​ຄວາມ​ຈິງ​ທີ່​ໄດ້​ຖືກ​ຟື້ນ​ຟູ ຫລື ຖືກ​ເຮັດ​ໃຫ້​ແຈ່ມ​ແຈ້ງ​ຜ່ານ​ທາງ​ຕົວ​ເພິ່ນ.

ເບິ່ງ 2 ນີ​ໄຟ 3:6–24 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:1–4.ຂໍ​ໃຫ້ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ຍ່າງໄປ​ຕາມເສັ້ນ “ຄົດ” ແລະ ແລ້ວ​ໃຫ້​ຍ່າງ​ໄປ​ຕາມ​ເສັ້ນ “ຊື່ຕົງ”. ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ຄອບ​ຄົວ​ຂອງ​ເຮົາ ທີ່​ຮູ້​ວ່າ “ທາງ [ຂອງ​ພຣະ​ເຈົ້າ] ຊື່​ຕົງ”?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:7–10.ເມື່ອ​ບາງ​ຄົນ​ຊັກ​ຊວນ​ເຮົາບໍ່​ໃຫ້​ເຊື່ອ​ຟັງ​ພຣະ​ເຈົ້າ, ຄວາມ​ຈິງ​ໃດ​ແດ່​ຢູ່​ໃນ​ຂໍ້​ເຫລົ່ານີ້ ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້ຊື່​ສັດ​ເໝືອນ​ເດີມ? ບາງ​ເທື່ອ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຫລິ້ນ​ລະ​ຄອນ​ກ້ອມ ກ່ຽວ​ກັບ​ສະ​ຖາ​ນະ​ການ​ໜຶ່ງ ຊຶ່ງ​ບາງ​ຄົນ​ຍັງ​ຊື່​ສັດ​ເໝືອນ​ເດີມ ເຖິງ​ແມ່ນ​ຈະ​ຖືກ​ກົດ​ດັນ​ບໍ່​ໃຫ້​ເຊື່ອ​ຟັງ​ພຣະ​ເຈົ້າ​ກໍ​ຕາມ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສົນ​ທະ​ນາ​ກັນ ກ່ຽວ​ກັບຄວາມ​ໝາຍ​ຂອງ​ການ​ເຮັດ​ວຽກ​ງານ​ຢູ່​ໃນ​ທົ່ງ​ຂອງ​ພຣະ​ເຈົ້າ, ເຂົາ​ເຈົ້າ​ສາ​ມາດ​ເຮັດ​ບາງ​ຢ່າງ​ຢູ່​ໃນ​ສວນ (ຫລື ທຳ​ທ່າ​ເຮັດ). ຕ້ອງ​ໃຊ້ເຄື່ອງ​ມື​ຢ່າງ​ໃດ​ແດ່​ສຳ​ລັບ​ການ​ເຮັດ​ວຽກ​ງານ​ຢູ່​ໃນ​ສວນ? ພຣະ​ເຈົ້າ​ບັນ​ຍາຍ​ຫຍັງ​ແດ່ ຢູ່​ໃນ ພາກ​ທີ 4 ຊຶ່ງ​ສາ​ມາດ​ຖືໄດ້​ວ່າ​ເປັນ​ເຄື່ອງ​ມື​ທີ່​ຕ້ອງ​ການ ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ? ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ສົນ​ທະ​ນາ​ກັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເຄື່ອງ​ມື​ແຕ່​ລະ​ຢ່າງ ໃນ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5:7.ມີ​ຕົວ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ເຮົາ​ເຊື່ອ ແຕ່ບໍ່​ເຫັນ​ກັບ​ຕາ? ເຮົາ​ຈະ​ຕອບ​ຮັບ​ໝູ່​ເພື່ອນ​ຜູ້​ຢາກ​ເຫັນ​ຫລັກ​ຖານ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຈິງ​ແທ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ທ່ອງ​ຈຳ​ໜຶ່ງ​ຂໍ້. “ການ​ທ່ອງ​ຈຳ​ພຣະ​ຄຳ​ພີ​ກໍ​ຄື​ການ​ສ້າງ​ເພື່ອນໃໝ່. ມັນ​ຄື​ກັນ​ກັບ​ການ​ຄົ້ນ​ພົບ​ຄົນ​ໃໝ່ ຜູ້​ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃນ​ຍາມ​ຕ້ອງ​ການ, ດົນ​ໃຈ ແລະ ປອບ​ໂຍນ​ເຮົາ, ແລະ ເປັນ​ແຫລ່ງ​ຊຸກ​ຍູ້ຕອນ​ທີ່​ເຮົາ​ຕ້ອງ​ການ ການ​ປ່ຽນ​ແປງ” (Richard G. Scott, “The Power of Scripture,” Ensign ຫລື Liahona, Nov. 2011, 6).

ຮູບ​ພາບ
ໂຈເຊັບ ສະມິດ ກັບ​ພໍ່​ແມ່​ຂອງ​ເພິ່ນ

ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຂອງ 116 ໜ້າ, ໂດຍ ຄະວານີ ໂພວີ ວິນເດີ

ພິມ