ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 25–31 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6–9: “ນີ້​ຄື​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ”


“ວັນທີ 25–31 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6–9: ‘ນີ້​ຄື​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 25–31 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6–9,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຜູ້​ຂຽນ​ກຳ​ລັງ​ຂຽນ​ໜັງ​ສື​ໃສ່​ເຈ້ຍ

ວັນທີ 25–31 ເດືອນ​ມັງກອນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6–9

“ນີ້​ຄື​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ”

ພຣະ​ຜູ້​ເປັນ​ເຈົ້າເປີດ​ເຜີຍ​ຄວາມ​ຈິງຕໍ່​ເຮົາຢູ່​ໃນ​ຄວາມ​ນຶກ​ຄິດ ແລະ ໃນໃຈ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3). ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6–9, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ​ຂອງ​ປີ 1828, ນາຍ​ຄູ​ໜຸ່ມ​ຄົນ​ໜຶ່ງ​ຊື່ ອໍລີເວີ ຄາວເດີຣີ ໄດ້​ຮັບ​ເອົາ​ໜ້າ​ທີ່​ເປັນນ​າຍ​ຄູ​ຢູ່​ເມືອງ​ແມນເຈດ​ສະ​ເຕີ, ລັດ​ນິວຢອກ, ແລະ ໄດ້​ພັກ​ຢູ່​ນຳ​ຄອບ​ຄົວ​ຂອງ​ລູ​ສີ ແລະ ໂຈເຊັບ ສະມິດ ຜູ້​ພໍ່. ອໍລີເວີ​ໄດ້​ຍິນ​ກ່ຽວ​ກັບ​ໂຈເຊັບ ລູກ​ຊາຍ​ຂອງ​ເຂົາ​ເຈົ້າ, ຊຶ່ງ​ໃນ​ເວ​ລານັ້ນ​ອາ​ໄສ​ຢູ່​ເມືອງ​ຮາມ​ໂມ​ນີ, ລັດ​ເພັນ​ໂຊ​ເວ​ເນຍ, ແລະ ອໍລີເວີ ຜູ້​ຊຶ່ງ​ຖື​ວ່າ​ຕົວ​ເອງ​ເປັນ​ຄົນ​ມັກ​ສະ​ແຫວງ​ຫາ​ຄວາມ​ຈິງ, ຈຶ່ງ​ຢາກ​ຮູ້​ຕື່ມ​ອີກ. ຄອບ​ຄົວ​ສະມິດ​ໄດ້​ບັນ​ຍາຍ​ການ​ມາ​ຢ້ຽມ​ຢາມ​ຂອງ​ທູດ, ບັນ​ທຶກ​ຂອງ​ສະ​ໄໝ​ບູ​ຮານ, ແລະ ຂອງ​ປະ​ທານ​ທີ່ມອບ​ໃຫ້​ເພື່ອ​ແປ​ພາ​ສາ ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ອໍລີເວີ​ມີ​ຄວາມ​ປະ​ຫລາດ​ໃຈ​ຫລາຍ. ມັນ​ເປັນ​ຄວາມ​ຈິງ​ແທ້​ບໍ? ລູ​ສີ ແລະ ໂຈເຊັບ ຜູ້​ພໍ່ ໄດ້​ໃຫ້​ຄຳ​ແນະ​ນຳແກ່​ລາວ ຊຶ່ງ​ກ່ຽວ​ຂ້ອງ​ກັບ​ທຸກ​ຄົນ​ທີ່​ສະ​ແຫວງ​ຫາ​ຄວາມ​ຈິງ: ໃຫ້​ອະ​ທິ​ຖານ ແລະ ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ.

ອໍລີເວີ​ກໍ​ໄດ້​ເຮັດ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ, ໂດຍ​ການ​ກ່າວ​ຄວາມ​ສະ​ຫງົບ ແລະ ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ຈິດ​ໃຈ​ຂອງ​ອໍລີເວີ. ອໍລີເວີ​ຄົ້ນ​ພົບວ່າ ການ​ເປີດ​ເຜີຍສາ​ມາດ​ເປັນ​ເລື່ອງ​ສ່ວນ​ຕົວ—ເປັນ​ບາງສິ່ງ​ທີ່​ລາວ​ຕ້ອງ​ຮຽນ​ຮູ້ ຢ່າງ​ເລິກ​ຊຶ້ງ ໃນ​ຫລາຍ​ເດືອນ​ຈາກນັ້ນ. ການ​ເປີດ​ເຜີຍບໍ່​ແມ່ນ​ສຳ​ລັບ​ສາດ​ສະ​ດາ​ເທົ່າ​ນັ້ນ; ມັນ​ແມ່ນ​ສຳ​ລັບ​ທຸກ​ຄົນ​ທີ່​ປາດ​ຖະ​ໜາ​ຢາກ​ຮູ້ ແລະ ສະແຫວງ​ຫາ​ມັນ. ອໍລີເວີ​ຍັງ​ບໍ່​ຮູ້​ຈັກທຸກ​ຢ່າງ, ແຕ່​ລາວ​ກໍຮູ້​ພຽງ​ພໍ​ທີ່​ຈະເລີ່ມ​ຕົ້ນ​ບາດ​ກ້າວ​ທຳ​ອິດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ບາງ​ຢ່າງ​ທີ່​ສຳ​ຄັນ ຜ່ານ​ທາງ​ໂຈເຊັບ ສະມິດ, ແລະ ອໍລີເວີ​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ນັ້ນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6; 8–9

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກ່າວ​ກັບ​ເຮົາ​ຜ່ານ​ທາງ “ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ.”

ໃນ​ລະ​ດູ​ໃບ​ໄມ້​ປົ່ງ ປີ 1829 ອໍລີເວີ ຄາວເດີຣີ ໄດ້​ເດີນ​ທາງ​ໄປ​ເມືອງ​ຮາມ​ໂມ​ນີ ແລະ ໄດ້​ອາ​ສາ​ສະ​ໝັກ​ເປັນ​ຜູ້​ຂຽນ​ໃຫ້​ໂຈເຊັບ ສະມິດ ຂະ​ນະ​ທີ່​ເພິ່ນ​ແປ​ພຣະ​ຄຳ​ພີ​ມໍ​ມອນ. ບັດ​ນີ້ ອໍລີເວີໄດ້​ເຫັນຂັ້ນ​ຕອນ​ການ​ເປີດ​ເຜີຍ​ຂອງການແປ​ພາ​ສາ​ຢ່າງ​ໃກ້​ຊິດ. ລາວ​ຕື່ນ​ເຕັ້ນ​ກັບ​ປະ​ສົບ​ການນັ້ນ, ແລະ ລາວ​ກໍ​ຢາກ​ຮູ້​ວ່າ ລາວ​ຊິ​ໄດ້​ຮັບ​ພອນ​ໃຫ້​ເປັນ​ຜູ້​ແປ​ໄດ້​ຫລືບໍ່. ພຣະ​ຜູ້​ເປັນເຈົ້າ​ໄດ້​ປ່ອຍ​ໃຫ້​ລາວ​ລອງ​ແປ, ແຕ່​ການ​ໄດ້​ຮັບ​ການ​ເປີດ​ເຜີຍ​ເປັນ​ເລື່ອງ​ໃໝ່​ສຳ​ລັບ​ອໍລີເວີ, ແລະ ລາວ​ບໍ່​ໄດ້ປະ​ສົບ​ຄວາມ​ສຳ​ເລັດ. ລາວ​ຍັງ​ຕ້ອງ​ໄດ້​ຮຽນຮູ້​ຫລາຍ​ຢ່າງ​ຕື່ມ​ອີກ, ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6, 8, ແລະ 9 ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕັມ​ພຣະ​ໄທ​ທີ່​ຈະ​ສິດ​ສອນ​ລາວ.

ຂະ​ນະ​ທີ່​ທ່ານ​ອ່ານ​ພາກ​ເຫລົ່າ​ນີ້, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ພຣະ​ຄຳ​ຂອງ​ພຣະ​ອົງ​ກ່ຽວ​ພັນ​ກັບ​ປະ​ສົບ​ການ​ທີ່​ທ່ານ​ເຄີຍ​ມີ—ຫລື ຢາກ​ມີ​ແນວ​ໃດ?

ຍົກ​ຕົວ​ຢ່າງ, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:5–7; 8:1; 9:7–8 ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຈາກ​ທ່ານ ກ່ອນ​ພຣະ​ອົງ​ຈະ​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ?

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:14–17, 22–24; 8:2–3; 9:7–9 ກ່ຽວ​ກັບການ​ເປີດ​ເຜີຍ​ທີ່ອາດ​ມາ​ເຖິງ​ໃນ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ?

ມີ​ສິ່ງ​ອື່ນ​ໃດ​ແດ່​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ເປີດ​ເຜີຍ​ຈາກ​ພາກ​ເຫລົ່າ​ນີ້?

ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ການ​ເປີດ​ເຜີຍ, ໃຫ້​ເບິ່ງ Russell M. Nelson, “Revelation for the Church, Revelation for Our Lives,” Ensign ຫລື Liahona, May 2018, 93–96; Julie B. Beck, “And upon the Handmaids in Those Days Will I Pour Out My Spirit,” Ensign ຫລື Liahona, May 2010, 10–12. ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ “ຂອງ​ປະ​ທານ​ແຫ່ງ​ອາ​ໂຣນ” ທີ່ມີ​ບັນ​ຍາຍ​ຢູ່​ໃນ ພາກ​ທີ 8, ໃຫ້​ເບິ່ງ “Oliver Cowdery’s Gift,” Revelations in Context, 15–19.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:18–21, 29–37

ໃຫ້​ຫວັງ​ເພິ່ງ​ພຣະ​ຄຣິດ​ໃນ​ທຸກ​ຄວາມ​ຄິດ.

ເຖິງ​ແມ່ນ​ວ່າ​ໂຈເຊັບ​ໄດ້​ເຄີຍ​ປະ​ສົບ​ກັບ “ສະ​ຖາ​ນະ​ການ​ຫຍຸ້ງ​ຍາກ” ຂະ​ນະ​ທີ່​ເຮັດ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:18), ແຕ່​ເພິ່ນ ແລະ ອໍລີເວີ ກໍ​ຍັງ​ບໍ່​ຮູ້​ເລີຍ​ວ່າ ສະ​ຖາ​ນະ​ການ​ເຫລົ່າ​ນັ້ນ​ຈະ​ໜັກ​ໜ່ວງ​ຫລາຍ​ຂຶ້ນພຽງ​ໃດ ໃນ​ຫລາຍ​ປີ​ຂ້າງ​ໜ້າ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້, ແລະ ພຣະ​ອົງ​ກໍຮູ້​ອີກວ່າ ທ່ານຈະ​ປະ​ເຊີນ​ກັບ​ການທົດ​ລອງ​ໃດ​ແດ່​ໃນ​ອະ​ນາ​ຄົດ. ຄຳ​ແນະ​ນຳ​ຂອງ​ພຣະ​ອົງ​ຕໍ່​ໂຈເຊັບ ແລະ ອໍລີເວີ ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:18–21, 29–37 ກໍ​ສາ​ມາດ​ຊ່ວຍ​ທ່ານ​ໄດ້​ຄື​ກັນ. ໂຈເຊັບ ແລະ ອໍລີເວີ​ອາດຮູ້​ສຶກ​ແນວ​ໃດ ຫລັງ​ຈາກ​ໄດ້​ຍິນ​ຖ້ອຍຄຳ​ເຫລົ່າ​ນີ້? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ຊ່ວຍ​ທ່ານ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ຈະ​ສາ​ມາດ​ຫວັງ​ເພິ່ງ​ພຣະ​ຄຣິດ​ຫລາຍກວ່າ​ເກົ່າ ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ຮູບ​ພາບ
ອໍລີເວີ ຄາວເດີຣີ

ອໍລີເວີ ຄາວເດີຣີ, ໂດຍ ຫລຸຍ ເອ ແຣມສີ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6–7; 9:3, 7–14

“ແມ່ນ​ແຕ່​ເຈົ້າ​ປາດ​ຖະ​ໜາ​ຈາກ​ເຮົາ​ສັນ​ໃດ ມັນ​ຈະ​ເປັນ​ໄປ.”

ໃຫ້​ສັງ​ເກດ​ເບິ່ງວ່າ ມີ​ຈັກ​ເທື່ອ​ທີ່​ຄຳ​ວ່າ “ປາດ​ຖະ​ໜາ” ປະ​ກົດ​ຢູ່​ໃນ ພາກ​ທີ 6 ​ແລະ 7. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພາກ​ເຫລົ່າ​ນີ້ ວ່າພຣະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ແນວ​ໃດ? ໃຫ້​ຖາມ​ຕົວ​ເອງ ຄຳ​ຖາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 7:1: “ເຈົ້າ​ປາດ​ຖະ​ໜາ​ສິ່ງ​ໃດ?”

ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຢ່າງ​ໜຶ່ງ​ຂອງ​ອໍລີເວີ ຄາວເດີຣີ—ທີ່​ຈະ​ແປ​ເໝືອນ​ດັ່ງ​ໂຈເຊັບ ສະມິດ—ບໍ່​ໄດ້ປະ​ສົບ​ຄວາມ​ສຳ​ເລັດ. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 9:3, 7–14, ທ່ານ​ໄດ້​ຮັບຄວາມ​ປະ​ທັບ​ໃຈຫຍັງ​ແດ່ ທີ່​ອາດ​ຊ່ວຍ​ທ່ານ​ໄດ້ ເມື່ອ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ທ່ານ ບໍ່​ປະ​ສົບ​ຄວາມ​ສຳ​ເລັດ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:8 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:7, 13.ທ່ານ​ຈະ​ສາ​ມາດຊ່ວຍ​ຄອບ​ຄົວ​ຂອງ​ທ່ານໃຫ້​ເຂົ້າ​ໃຈ​ວ່າ “ຄວາມ​ຮັ່ງ​ມີ” ທີ່​ແທ້​ຈິງ​ແມ່ນ​ພົບ​ເຫັນຢູ່​ໃນ​ຊີ​ວິດ​ນິ​ລັນ​ດອນແນວ​ໃດ? (ຂໍ້​ທີ 7). ທ່ານ​ສາ​ມາດ​ຊັກ​ຊວນສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຮັດເງິນ​ເຈ້ຍ ແລະ ໃຫ້​ຂຽນ ຫລື ແຕ້ມ​ພອນ​ຫລາຍ​ຢ່າງ​ທີ່​ຄອບ​ຄົວ​ຂອງ​ທ່ານ​ໄດ້​ຮັບ ເພາະ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ໃສ່​ໃນ​ເງິນ​ເຈ້ຍ​ເຫລົ່າ​ນັ້ນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:15, 22–23; 8:2–3; 9:7–9.ການ​ອ່ານ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ກ່າວ​ກັບ​ລູກໆ​ຂອງ​ພຣະ​ອົງ ອາດ​ເປັນ​ໂອ​ກາດ​ທີ່​ດີ ທີ່​ຈະແບ່ງ​ປັນ​ກັບ​ຄອບ​ຄົວ​ຂອງ​ທ່ານ​ວ່າ ພຣະ​ອົງ​ໄດ້​ກ່າວ​ກັບ​ທ່ານ​ໃນ​ວິ​ທີ​ໃດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:33–37.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ “ເຮັດ​ຄວາມ​ດີ,” ເຖິງ​ແມ່ນ​ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ຢ້ານ​ກົວ.   ຄຳ​ວ່າ “ຫວັງ​ເພິ່ງ [ພຣະ​ຄຣິດ] ໃນ​ທຸກ​ຄວາມ​ຄິດ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂໍ້​ທີ 36). ມີ​ຕົວ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ຜູ້​ຄົນ​ທີ່​ໄດ້​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເອົາ​ຊະ​ນະ​ຄວາມ​ສົງ​ໄສ ແລະ ຄວາມ​ຢ້ານ​ກົວ? (ເບິ່ງ, ຍົກ​ຕົວ​ຢ່າງ, ເອ​ສະ​ເທີ 4; ແອວ​ມາ 26:23–31).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:10.ນີ້ອາດ​ເປັນ​ໂອ​ກາດ​ທີ່​ດີ​ທີ່​ຈະ​ແບ່ງ​ປັນ​ວິ​ທີ​ທີ່​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ແນວ​ໃດ. ມັນ​ສຳຄັນ​ແນວ​ໃດ ທີ່​ເຮົາຕ້ອງ “ຂໍ​ດ້ວຍ​ສັດ​ທາ”? ພອນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ເຫັນ​ຈາກ​ການ​ສະ​ແຫວງ​ຫາ​ຄຳ​ຕອບ ຫລື ຄວາມ​ຊ່ວຍ​ເຫລືອ​ດ້ວຍ​ສັດ​ທາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ສຽງຂອງ​ການ​ຟື້ນ​ຟູ

ສຽງຂອງ​ການ​ຟື້ນ​ຟູ

ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ

ໃນ​ເດືອນ​ເມສາ 1829, ເດືອນ​ທີ່ໄດ້​ຮັບ ພາກ​ທີ 6–9 ຂອງຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ວຽກ​ງານ​ຕົ້ນ​ຕໍ​ຂອງໂຈເຊັບ ສະມິດ ແມ່ນການ​ແປ​ພຣະ​ຄຳ​ພີ​ມໍ​ມອນ. ພາຍ​ລຸນ​ມາ ເມື່ອຖືກ​ຖາມ​ວ່າ​ໄດ້​ແປ​ແຜ່ນ​ຈາ​ລຶກນັ້ນ​ດ້ວຍ​ວິ​ທີ​ໃດ, ໂຈເຊັບ​ໄດ້​ກ່າວ​ວ່າ “ບໍ່​ມີ​ເຈດ​ຕະ​ນາ​ທີ່​ຈະ​ບອກ​ຊາວ​ໂລກ​ທັງ​ໝົດຢ່າງ​ລະ​ອຽດ.”1 ສ່ວນ​ຫລາຍ​ເພິ່ນ​ພຽງ​ແຕ່ບອກວ່າ ມັນ​ໄດ້​ຖືກ​ແປ “ໂດຍ​ຂອງ​ປະ​ທານ, ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ.”2

ເຮົາ​ບໍ່​ຮູ້​ລາຍ​ລະ​ອຽດ​ຫຍັງ​ຫລາຍ​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ແປ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ນັ້ນ, ແຕ່​ເຮົາ​ຮູ້​ວ່າ ໂຈເຊັບ ສະມິດ ໄດ້​ເປັນ​ຜູ້​ພະ​ຍາ​ກອນ, ມີ​ເຄື່ອງ​ມື​ຊ່ວຍ​ເຫລືອ ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ໄວ້​ໃຫ້: ກ້ອນ​ຫີນ​ໃສ​ສອງ​ໜ່ວຍ ທີ່​ເອີ້ນ​ວ່າ ອຸ​ລີມ ແລະ ທຸມ​ມີມ ແລະ ກ້ອນ​ຫີນ​ອີກ​ກ້ອນ​ໜຶ່ງ ທີ່​ເອີ້ນ​ວ່າ ຫີນ​ຜູ້​ພະ​ຍາ​ກອນ.3

ເລື່ອງ​ລາວ​ດັ່ງ​ຕໍ່​ໄປ​ນີ້, ຈາກ​ພະ​ຍານ​ຕ່າງໆ​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ແປ, ຢັ້ງ​ຢືນ​ການ​ເປັນ​ພະ​ຍານ​ຂອງ​ໂຈເຊັບ.

ຮູບ​ພາບ
ຫີບ​ໄມ້​ຂອງ​ໄຮຣຳ ສະມິດ ທີ່​ໃຊ້​ເກັບ​ແຜ່ນ​ຈາ​ລຶກຄຳ

ເຊື່ອ​ວ່າ​ຫີບ​ໜ່ວຍນີ້, ຊຶ່ງ​ເປັນ​ຂອງ​ໄຮ​ຣຳ ສະມິດ, ໄດ້​ຖືກ​ໃຊ້​ຊົ່ວ​ຄາວ ເພື່ອ​ເຊື່ອງ​ແຜ່ນ​ຈາ​ລຶກ​ຄຳ​ໄວ້.

ເອມມາ ສະມິດ

ຮູບ​ພາບ
ເອມມາ ສະມິດ

“ເວ​ລາ​ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ​ແປ​ພຣະ​ຄຳ​ພີ​ມໍ​ມອນ, ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ພາກ​ສ່ວນ​ໜຶ່ງ​ໃຫ້, ຂະ​ນະ​ທີ່​ລາວ​ໄດ້​ອ່ານ​ແຕ່​ລະ​ປະ​ໂຫຍກ, ແຕ່​ລະ​ຄຳ, ແລະ ເວ​ລາ​ລາວ​ເຫັນ​ຊື່​ໃດ​ໜຶ່ງ​ທີ່​ລາວບໍ່​ຮູ້​ຈັກ​ຈະ​ອອກ​ສຽງ, ຫລື ຖ້ອຍ​ຄຳ​ທີ່​ຍາວ, ລາວ​ໄດ້​ສະ​ກົດຕົວ​ໜັງ​ສື​ໃຫ້, ແລະ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງຂຽນ​ມັນ​ລົງ, ຖ້າ​ຫາກ​ຂ້າ​ພະ​ເຈົ້າສະ​ກົດ​ຕົວ​ໜັງ​ສື​ຜິດ, ລາວ​ໄດ້​ຢຸດ​ຂ້າ​ພະ​ເຈົ້າ ແລະ ໄດ້​ດັດ​ແປງ​ໃຫ້​ຖືກ​ຕ້ອງ ເຖິງ​ແມ່ນ​ວ່າ ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ລາວ​ໄດ້​ເຫັນ​ຂ້າ​ພະ​ເຈົ້າ​ຂຽນ​ຫຍັງ​ລົງ​ໃນ​ເວ​ລານັ້ນ. ແມ່ນ​ແຕ່​ຄຳ​ວ່າ ຊາ​ຣາ ທຳ​ອິດ​ລາວບໍ່​ຮູ້​ວ່າ​ຈະ​ອອກ​ສຽງ​ແນວ​ໃດ, ແຕ່​ຕ້ອງ​ໄດ້​ສະ​ກົດ​ຕົວ​ໜັງ​ສື​ໃຫ້​ຂ້າ​ພະ​ເຈົ້າ, ແລ້ວ​ຂ້າ​ພະ​ເຈົ້າ​ໄດ້ອອກ​ສຽງ​ໃຫ້​ລາວ​ຟັງ.”4

“ສ່ວນ​ຫລາຍ​ແຜ່ນ​ຈາ​ລຶກ​ຈະ​ຖືກວາງ​ໄວ້​ຢູ່​ເທິງ​ໂຕະ ໂດຍບໍ່​ມີ​ເຈດ​ຕະ​ນາ​ທີ່​ຈະ​ຊຸກເຊື່ອງ​ມັນ​ໄວ້, ​ຖືກ​ຫໍ່​ໄວ້​ດ້ວຍ​ຜ້າ​ປູ​ໂຕະ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຫ້​ລາວ​ໃຊ້​ຫໍ່. ເທື່ອ​ໜຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສຳ​ພັດ​ແຜ່ນ​ຈາ​ລຶກນັ້ນ, ຕອນ​ມັນ​ວາງ​ຢູ່​ເທິງ​ໂຕະ, ໄດ້​ເອົາ​ມື​ລູບ​ເບິ່ງ​ຂອບ​ມັນ. ເບິ່ງ​ຄື​ວ່າ ມັນ​ບິດ​ງໍໄດ້ງ່​າຍຄື​ກັບ​ກະ​ດາດ​ແຂງ, ແລະ ມີ​ສຽງ​ຄື​ກັບ​ໂລ​ຫະ ເມື່ອ​ຂອບ​ມັນ​ຕຳ​ກັນ ຕອນ​ເອົາ​ນິ້ວ​ໂປ້ ລູດ​ມັນ​ຂຶ້ນ, ຄື​ກັນ​ກັບ​ຕອນ​ທີ່​ເຮົາ​ເອົາ​ນິ້ວໂປ້ລູດຂອບ​ໜ້າ​ປຶ້ມ. …

“ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຂອງ​ແທ້​ຈາກ​ພຣະ​ເຈົ້າ—ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ສົງ​ໄສ​ແນວ​ໃດ​ເລີຍ​ກ່ຽວ​ກັບ​ມັນ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ສາ​ມາດ​ອ່ານ​ການ​ຂຽນ​ຢູ່​ໃນ​ຕົ້ນ​ສະ​ບັບນັ້ນ​ໄດ້ ເວັ້ນເສຍ​ແຕ່​ເຂົາ​ໄດ້​ຮັບ​ການ​ດົນ​ໃຈ; ເພາະ, ໂດຍ​ທີ່​ເປັນ​ຜູ້​ຂຽນ​ໃຫ້​ລາວ, [ໂຈເຊັບ] ໄດ້​ອ່ານ​ໃຫ້​ຂ້າ​ພະ​ເຈົ້າ​ຂຽນ​ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ; ແລະ ຫລັງ​ຈາກ​ກັບ​ມາ​ຈາກ​ການ​ກິນ​ເຂົ້າ, ຫລື ຫລັງ​ຈາກ​ໄດ້​ວາງ​ມື​ໄປ​ເຮັດ​ບາງ​ສິ່ງ, ລາວ​ກໍ​ໄດ້ເລີ່ມ​ຕົ້ນ​ອ່ານ​ຕໍ່​ຈາກ​ບ່ອນ​ທີ່​ຢຸດ​ພັກ​ໄວ້​ທັນ​ທີ, ໂດຍບໍ່​ຈຳ​ເປັນ​ຕ້ອງ​ເບິ່ງ​ສະ​ບັບ​ຕົ້ນ ຫລື ໃຫ້​ອ່ານ​ບາງ​ຕອນ​ລື້ມ​ຄືນ​ໃຫ້​ລາວ​ຟັງ​ກ່ອນ. ນີ້​ຄື​ສິ່ງ​ທີ່​ລາວ​ເຮັດ​ເປັນ​ປະ​ຈຳ. ອາດເປັນ​ໄປ​ບໍ່​ໄດ້ ສຳ​ລັບ​ຄົນ​ທີ່​ມີ​ການ​ສຶກ​ສາ​ຈະເຮັດ​ສິ່ງນີ້​ໄດ້; ແລະ, ສຳ​ລັບ​ຄົນ​ທີ່ບໍ່​ຮູ້​ຫຍັງ​ຫລາຍ ແລະ ດ້ອຍ​ການ​ສຶກ​ສາ​ເຊັ່ນ​ລາວ, ຄົງ​ເປັນ​ໄປ​ບໍ່​ໄດ້​ແທ້ໆ.”5

ຮູບ​ພາບ
ເອມມາ ສະມິດ ຊ່ວຍ​ໃນ​ການ​ແປ

ຮູບ​ພາບ ເອມມາ ແລະ ໂຈເຊັບ ສະມິດ ແຕ້ມ​ໂດຍ ໄມໂກ ທີ ມອມ

ອໍລີເວີ ຄາວເດີຣີ

ຮູບ​ພາບ
ອໍລີເວີ ຄາວເດີຣີ

“​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ປຶ້ມ​ພຣະ​ຄຳ​ພີ​ມໍມອນ​ທັງ​ໝົດ​ດ້ວຍ​ປາກ​ກາ​ຂອງ​ຂ້າ​ພະ​ເຈົ້າ​ເອງ (ຍົກ​ເວັ້ນ​ແຕ່​ສອງ​ສາມ​ໃບ) ຂະ​ນະ​ທີ່​ມັນ​ອອກ​ມາ​ຈາກ​ປາກ​ຂອງ​ສາດ​ສະ​ດາ, ຂະ​ນະ​ທີ່​ເພິ່ນແປ​ມັນ ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ, ໂດຍການໃຊ້​ອຸ​ລີມ ແລະ ທຸມ​ມີມ, ຫລື, ດັ່ງ​ທີ່ມັນ​ຖືກ​ເອີ້ນ​ຢູ່​ໃນ​ປຶ້ມ​ວ່າ, ເຄື່ອງ​ແປ​ພາ​ສາ​ທີ່​ສັກ​ສິດ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກັບ​ຕາ, ແລະ ໄດ້​ແຕະ​ຕ້ອງ​ແຜ່ນ​ຈາ​ລຶກ​ຄຳ​ທີ່​ຖືກ​ແປ​ອອກ​ມາ ດ້ວຍ​ມື​ຕົວ​ເອງ. ຂ້າ​ພະ​ເຈົ້າ​ກໍ​ຍັງ​ໄດ້​ເຫັນ​ເຄື່ອງ​ແປ​ພາ​ສາ​ນຳ​ອີກ.”6

ແຫລ່ງ​ອ້າງ​ອີງ

  1. Minutes, 25–26 October 1831,” Minute Book 2, 13, josephsmithpapers.org.

  2. ໃນ “Church History,” Times and Seasons, Mar. 1, 1842, 707; ເບິ່ງ Teachings of Presidents of the Church: Joseph Smith (2007), 441 ນຳ​ອີກ.

  3. ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເບິ່ງ “Book of Mormon Translation,” Gospel Topics, topics.ChurchofJesusChrist.org; Richard E. Turley Jr., Robin S. Jensen, ແລະ Mark Ashurst-McGee, “Joseph the Seer,” Ensign, Oct. 2015, 48–55.

  4. ໃນ Edmund C. Briggs, “A Visit to Nauvoo in 1856,” Journal of History, vol. 9, no. 4 (Oct. 1916), 454; quoted in Russell M. Nelson, “A Treasured Testament,” Ensign, July 1993, 62.

  5. ໃນ “Last Testimony of Sister Emma,” Saints’ Herald, Oct. 1, 1879, 290; ສະ​ກົດຄຳ​ເປັນຕາມ​ສະ​ໄໝ​ປະ​ຈຸ​ບັນ.

  6. ໃນ Reuben Miller journal, Oct. 21, 1848, Church History Library, Salt Lake City; ການ​ສະ​ກົດ​ຄຳ, ເຄື່ອງ​ໝາຍ​ວັກ​ຕອນ, ແລະ ອັກ​ສອນຕົວ​ໃຫຍ່ ເປັນ​ຕາມ​ສະ​ໄໝ​ປະ​ຈຸ​ບັນ.

ຮູບ​ພາບ
ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ກຳ​ລັງ​ແປ​ແຜ່ນ​ຈາ​ລຶກ​ຄຳ

ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໄດ້​ຮຽນ​ຮູ້​ຫລາຍ​ຢ່າງ ຜ່ານ​ທາງ​ຂັ້ນ​ຕອນ​ການ​ແປ​ແຜ່ນ​ຈາ​ລຶກຄຳ.

ພິມ