ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນ​ທີ 11–17 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2; ໂຈເຊັບ ສະມິດ—ປະຫວັດ 1:27–65: “ຫົວ​ໃຈ​ຂອງ​ລູກ​ຫລານ​ຈະ​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ”


“ວັນ​ທີ 11–17 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2; ໂຈເຊັບ ສະມິດ—ປະຫວັດ 1:27–65: ‘ຫົວ​ໃຈ​ຂອງ​ລູກ​ຫລານ​ຈະ​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນ​ທີ 11–17 ເດືອນ​ມັງກອນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2; ໂຈເຊັບ ສະມິດ—ປະຫວັດ 1:27–65,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ໂມ​ໂຣ​ໄນ​ປະ​ກົດ​ຕໍ່​ໂຈເຊັບ ສະມິດ

ເພິ່ນ​ໄດ້​ເອີ້ນ​ຊື່​ຂ້າ​ພະ​ເຈົ້າ, ໂດຍ ໄມໂກ ມອມ

ວັນ​ທີ 11–17 ເດືອນ​ມັງກອນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2; ໂຈເຊັບ ສະມິດ—ປະຫວັດ 1:27–65

“ຫົວ​ໃຈ​ຂອງ​ລູກ​ຫລານ​ຈະ​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ”

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ສິດ​ສອນ​ທ່ານ​ທຸກ​ເທື່ອ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ—ເຖິງ​ແມ່ນ​ທ່ານ​ໄດ້​ອ່ານ​ພຣະ​ຄຳ​ພີນັ້ນ​ຫລາຍ​ເທື່ອ​ແລ້ວ​ກໍ​ຕາມ. ສະ​ນັ້ນ ຈົ່ງ​ເປີດ​ໃຈ​ຮັບ​ເອົາ​ຄວາມ​ຮູ້ ແລະ ການ​ດົນ​ໃຈ​ໃໝ່.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ມັນ​ເປັນ​ເວ​ລາ​ສາມ​ປີ​ຫລັງ​ຈາກ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດ​ຕໍ່​ໂຈເຊັບ ສະມິດ ຢູ່​ໃນ​ປ່າ, ແຕ່​ໂຈເຊັບ​ຍັງ​ບໍ່​ໄດ້​ຮັບ​ການ​ເປີດ​ເຜີຍ​ເພີ່ມ​ເຕີມ ນັບ​ແຕ່​ເວ​ລານັ້ນ. ເພິ່ນ​ໄດ້​ເລີ່ມ​ຕົ້ນ​ສົງ​ໄສ​ກ່ຽວ​ກັບ​ຖາ​ນະ​ຂອງ​ເພິ່ນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຄື​ກັນ​ກັບ​ເຮົາ​ທຸກ​ຄົນ, ເພິ່ນ​ໄດ້​ເຮັດ​ຄວາມ​ຜິດ, ແລະ ເພິ່ນ​ຮູ້​ສຶກວ່າ​ເພິ່ນ​ຖືກ​ລົງ​ໂທດ​ເພາະ​ຄວາມ​ຜິດ​ເຫລົ່າ​ນັ້ນ. ແຕ່​ພຣະ​ເຈົ້າ​ຍັງ​ມີ​ວຽກ​ງານ​ໃຫ້​ເພິ່ນ​ເຮັດ​ຢູ່. ແລະ ວຽກ​ງານ​ທີ່​ໂຈເຊັບ​ໄດ້​ຖືກ​ເອີ້ນ​ໃຫ້​ເຮັດ ແມ່ນ​ກ່ຽວ​ພັນ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ເຮັດ. ໂຈເຊັບ​ຕ້ອງ​ນຳ​ພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ; ແມ່ນ​ຫຍັງຄື​ສິ່ງ​ທີ່​ເຮົາ​ຖືກ​ຂໍ​ຮ້ອງ​ໃຫ້​ເຮັດກັບ​ພຣະ​ຄຳ​ພີ​ມໍ​ມອນ? ໂຈເຊັບ​ຕ້ອງ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ຫັນ​ຫົວ​ໃຈ​ຂອງ​ລູກໆ​ໄປ​ຫາ​ພໍ່​ຂອງ​ຕົນ; ເຮົາ​ໄດ້​ຫັນ​ຫົວ​ໃຈ​ຂອງ​ເຮົາ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ແນວ​ໃດ? ໂຈເຊັບ​ໄດ້​ຖືກ​ບອກ​ກ່ຽວ​ກັບ​ການ​ທຳ​ນາຍ ທີ່ບໍ່​ດົນ​ຈະ​ສຳ​ເລັດ​ຄົບ​ຖ້ວນ; ແມ່ນ​ຫຍັງ​ຄື​ພາກ​ສ່ວນ​ຂອງ​ເຮົາ ໃນ​ການ​ຊ່ວຍ​ໃຫ້​ມັນ​ສຳ​ເລັດ​ຄົບ​ຖ້ວນ? ເມື່ອ​ເຮົາ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ ເຮົາ​ຈະ​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ ແລະ ແມ່ນ​ແຕ່​ການ​ຂົ່ມ​ເຫັງ, ຄື​ກັນ​ກັບ​ສາດ​ສະ​ດາ. ແຕ່​ເຮົາ​ສາ​ມາດ​ມີ​ສັດ​ທາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ, ຄື​ກັນ​ກັບ​ໂຈເຊັບ.

ເບິ່ງ Saints, 1:20–48 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຈເຊັບ ສະມິດ—ປະຫວັດ 1:27–33

ພຣະ​ເຈົ້າ​ມີ​ວຽກ​ງານ​ໃຫ້​ເຮົາ​ເຮັດ.

ຂະ​ນະ​ທີ່​ທ່ານ​ອ່ານ ໂຈເຊັບ ສະມິດ—ປະຫວັດ 1:27–33, ໃຫ້​ພິ​ຈາ​ລະ​ນາ​ວ່າ ພຣະ​ເຈົ້າ​ມີ​ວຽກ​ງານ​ໃຫ້​ທ່ານ​ເຮັດ, ຄື​ກັນ​ກັບ​ທີ່​ພຣະ​ອົງ​ມີ​ໃຫ້​ໂຈເຊັບ ສະມິດ ເຮັດຫລືບໍ່. ໃຫ້​ໄຕ່​ຕອງ​ຄຳ​ເຊື້ອ​ເຊີນນີ້ ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ: “ໃຫ້​ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ວ່າພຣະ​ອົງ​ຮູ້​ສຶກ​ຈັ່ງ​ໃດກ່ຽວ​ກັບ​ພວກ​ເຈົ້າ ແລະ ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ພວກ​ເຈົ້າ​ຢູ່​ໃນ​ໂລກນີ້. ຖ້າ​ຫາກ​ພວກ​ເຈົ້າ​ທູນ​ຖາມ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ເມື່ອ​ເວ​ລາ​ຜ່ານ​ໄປ ພຣະ​ວິນ​ຍານ​ຈະ​ບອກ​ຄວາມ​ຈິງ​ທີ່​ປ່ຽນ​ແປງ​ຊີ​ວິດແກ່​ພວກ​ເຈົ້າ. … ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ພວກ​ເຈົ້າ​ເລີ່ມ​ຕົ້ນ​ເຫັນແວບ​ໜຶ່ງ ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເຫັນ​ພວກ​ເຈົ້າ​ວ່າ​ເປັນ​ແນວ​ໃດ ແລະ ເຖິງ​ສິ່ງ​ທີ່​ພຣະ​ອົງ​ຄາດ​ໝາຍ​ໃຫ້​ພວກ​ເຈົ້າ​ເຮັດ​ເພື່ອ​ພຣະ​ອົງ, ແລ້ວ​ຊີ​ວິດ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ຄື​ເກົ່າ​ອີກ!” (“Becoming True Millennials” [worldwide devotional for young adults, Jan. 10, 2016], broadcasts.ChurchofJesusChrist.org).

ບາງ​ເທື່ອ​ທ່ານ​ອາດ​ຮູ້​ສຶກ​ຄື​ກັນ​ກັບ​ໂຈເຊັບ ໃນ ຂໍ້ທີ 28–29. ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ໂຈເຊັບ ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເຮັດ ເວ​ລາ​ການ​ກະ​ທຳ​ຂອງ​ທ່ານບໍ່​ສອດ​ຄ່ອງ​ກັບ​ວຽກ​ງານ​ທີ່​ພຣະ​ເຈົ້າ​ໄດ້​ເອີ້ນໃຫ້​ທ່ານ​ເຮັດ?

ໂຈເຊັບ ສະມິດ—ປະຫວັດ 1:34–65

ພຣະ​ຄຳ​ພີ​ມໍ​ມອນ​ບັນ​ຈຸ “ຄວາມ​ສົມ​ບູນ​ຂອງພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ.”

ຂະ​ນະ​ທີ່​ທ່ານ​ອ່ານ ໂຈເຊັບ ສະມິດ—ປະຫວັດ 1:34–65, ໃຫ້​ພິ​ຈາ​ລະ​ນາ​ວ່າ ລາຍ​ລະ​ອຽດ​ໃດແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ປະ​ທັບ​ໃຈ​ທ່ານ ຄື​ກັບ​ວ່າ​ທ່ານບໍ່​ເຄີຍ​ໄດ້​ຍິນ​ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນມາ​ກ່ອນ. ໃນ​ຖາ​ນະ​ຜູ້​ທີ່​ເຊື່ອຄົນ​ໜຶ່ງ, ເປັນ​ຫຍັງ​ເລື່ອງນີ້​ຈຶ່ງ​ສຳ​ຄັນ​ຕໍ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ?

ໃຫ້ພິ​ຈາ​ລະ​ນາເຖິງວິ​ທີ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເຮັດ​ໃຫ້​ຄຳ​ທຳ​ນາຍ​ສຳ​ເລັດ​ຄົບ​ຖ້ວນແນວ​ໃດ ໃນ ເອຊາຢາ 29:4, 11–18.

ໂຈເຊັບ ສະມິດ—ປະຫວັດ 1:36–41

ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ໄດ້​ເຮັດ​ໃຫ້​ຄຳ​ທຳນາຍ​ໃນ​ສະ​ໄໝ​ບູ​ຮານ​ສຳ​ເລັດ​ຄົບ​ຖ້ວນ.

ໂມ​ໂຣ​ໄນໄດ້​ອ້າງ​ເຖິງ​ຄຳ​ທຳ​ນາຍ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ ແລະ ພຣະ​ຄຳ​ພີ​ໃໝ່​ຫລາຍ​ຢ່າງກັບ​ໂຈເຊັບ, ດັ່ງ​ເຊັ່ນ ເອຊາຢາ 11; ກິດຈະການ 3:22–23; ແລະ ໂຢເອນ 2:28–32. ເປັນ​ຫຍັງ​ຄຳ​ທຳ​ນາຍ​ເຫລົ່າ​ນີ້​ຈຶ່ງ​ສຳ​ຄັນ​ສຳ​ລັບ​ໂຈເຊັບ​ທີ່​ຕ້ອງຮູ້​ຈັກ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບທ່ານ​ທີ່​ຕ້ອງ​ຮູ້​ຈັກ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2

ເອ​ລີ​ຢາ​ໄດ້ຟື້ນ​ຟູ​ສິ່ງ​ໃດ?

ປະທານ​ເຮັນຣີ ບີ ໄອຣິງ ໄດ້​ກ່າວ​ວ່າ: “ມັນ​ສຳ​ຄັນ​ທີ່​ຈະ​ຮູ້​ວ່າ ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ສັນ​ຍາ​ວ່າ ຈະ​ສົ່ງ​ເອ​ລີ​ຢາ​ມາ. ເອ​ລີ​ຢາ​ໄດ້​ເປັນ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່ ພ້ອມ​ດ້ວຍ​ອຳ​ນາດ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ເພິ່ນ. ເພິ່ນໄດ້​ດຳ​ລົງ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ລູກໆ​ຂອງ​ພຣະ​ອົງ: ເພິ່ນ​ດຳ​ລົງ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ, ອຳ​ນາດ​ທີ່​ສິ່ງ​ໃດ​ທີ່​ຖືກ​ຜູກ​ມັດ​ໄວ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ ຈະ​ຖືກ​ຜູກ​ມັດ​ໄວ້​ຢູ່​ໃນ​ສະ​ຫວັນ” (“Hearts Bound Together,” Ensign ຫລື Liahona, May 2005, 78).

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:13–16; David A. Bednar, “Let This House Be Built unto My Name,” Ensign ຫລື Liahona, May 2020, 84–87 ນຳ​ອີກ.

ຮູບ​ພາບ
ພຣະ​ວິ​ຫານ​ພາ​ໄມ​ຣາ ນິວຢອກ ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ

ພຣະ​ວິ​ຫານ​ພາ​ໄມ​ຣາ ນິວຢອກ. ຄອບ​ຄົວ​ໄດ້​ຖືກ​ຜະ​ນຶກ​ເຂົ້າ​ກັນ​ຢູ່​ໃນ​ພຣະ​ວິ​ຫານ ໂດຍ​ອຳ​ນາດ​ທີ່​ຟື້ນ​ຟູ​ຜ່ານ​ທາງ​ເອ​ລີ​ຢາ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2

ເອ​ລີ​ຢາ​ໄດ້​ມາ​ເພື່ອ​ຫັນ​ຫົວ​ໃຈ​ຂອງ​ເຮົາ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ.

ຄຳ​ວ່າ “ປູກ​ຝັງ,” “ຫົວ​ໃຈ,” ແລະ “ຫັນ” ຢູ່​ໃນ​ພາກນີ້ ສອນ​ທ່ານຫຍັງ​ແດ່​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ເອ​ລີ​ຢາ ແລະ ເຖິງ​ພອນ​ຂອງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ເພິ່ນ​ໄດ້​ຟື້ນ​ຟູ? ທ່ານຮູ້​ສຶກ​ແນວ​ໃດ​ວ່າ​ຫົວ​ໃຈ​ຂອງ​ທ່ານ​ໄດ້​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ? ໃຫ້​ຄິດ​ຫາ​ວິ​ທີ​ທາງ​ທີ່​ທ່ານ​ຈະສາ​ມາດ​ປະ​ສົບ​ກັບ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ​ເລື້ອຍໆ. ບາງ​ເທື່ອ​ທ່ານ​ຄວນ​ຂໍ​ໃຫ້​ຍາດ​ພີ່​ນ້ອງ​ຄົນ​ໜຶ່ງ​ເລົ່າກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານໃຫ້​ທ່ານ​ຟັງ—ຍິ່ງ​ຈະ​ດີກວ່ານັ້ນ, ຖ້າ​ທ່ານ​ອັດ​ສຽງ​ໄວ້. ບາງ​ທີ​ທ່ານ​ຄວນ​ຊອກ​ຫາ​ບັນ​ພະ​ບຸ​ລຸດ​ຄົນ​ໜຶ່ງ​ທີ່​ລ່ວງ​ລັບ​ໄປ​ແລ້ວ ຜູ້​ທີ່ບໍ່​ໄດ້​ຮັບ​ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ແລ້ວ​ປະ​ຕິ​ບັດ​ວຽກ​ງານນັ້ນ​ຢູ່​ໃນ​ພຣະ​ວິ​ຫານ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຈເຊັບ ສະມິດ—ປະຫວັດ 1:28–29.ໂຈເຊັບ ສະມິດ ໄດ້ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຜິດ​ຂອງ​ເພິ່ນ? ເພິ່ນ​ໄດ້​ເຮັດ​ຫຍັງໃນ​ການຕອບ​ຮັບ​ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ? ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພິ່ນ ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເຮັດ ເວ​ລາ​ເຮົາ​ເຮັດ​ຄວາມ​ຜິດ?

ໂຈເຊັບ ສະມິດ—ປະຫວັດ 1:33–54.ທ່ານ​ສາ​ມາດ​ຂໍ​ໃຫ້​ຄົນ​ໜຶ່ງ​ໃນ​ຄອບ​ຄົວອ່ານ​ຂ່າວ​ສານ​ຂອງ​ໂມ​ໂຣ​ໄນ ພາກ​ສ່ວນ​ໜຶ່ງ ຫລື ທັງ​ໝົດ​ອອກ​ສຽງ ຈາກ ໂຈເຊັບ ສະມິດ—ປະຫວັດ 1:33–42 ສີ່​ເທື່ອ (ເພາະ​ວ່າ​ໂມ​ໂຣ​ໄນ​ໄດ້​ກ່າວ​ຂ່າວ​ສານນີ້​ສີ່​ເທື່ອ). ລະ​ຫວ່າງ​ການ​ອ່ານ​ແຕ່​ລະ​ເທື່ອ, ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ​ບອກ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ຈື່​ຈຳ ຈາກ​ຂ່າວ​ສານ​ຂອງ​ເພິ່ນ, ໂດຍ​ທີ່ບໍ່ຫລຽວ​ເບິ່ງ​ພຣະ​ຄຳ​ພີ. ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ຊ້ຳ​ຂ່າວ​ສານ​ທີ່​ສຳ​ຄັນ​ຫລາຍໆ​ເທື່ອ? ມີ​ວິ​ທີ​ໃດ​ອີກ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ເຮົາ​ຜ່ານ​ທາງ​ການ​ກ່າວ​ຊ້ຳ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2:2.ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ “ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ກັບ​ພໍ່,” ​ພວກທ່ານ​ສາ​ມາດ​ອ່ານ ອັບ​ຣາ​ຮາມ 2:9–11 ນຳ​ກັນ ຫລື ເບິ່ງວິ​ດີ​ໂອ “Special Witnesses of Christ—President Russell M. Nelson” (ChurchofJesusChrist.org). ໃຫ້​ຊີ້ບອກ​ຄຳ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ນຳ​ອັບ​ຣາ​ຮາມ. ເຮົາ​ຈະ “ປູກ​ຝັງ” ຄຳ​ສັນ​ຍາ​ເຫລົ່າ​ນີ້ ໄວ້​ໃນ​ໃຈ​ເຮົາໄດ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2:2–3.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນຄອບ​ຄົວ​ໃຫ້​ຫັນ​ຫົວ​ໃຈ​ຂອງເຂົາ​ເຈົ້າ​ໄປ​ຫາ​ພໍ່ (ຫລື ບັນ​ພະ​ບຸ​ລຸດ) ຂອງ​ຕົນ, ທ່ານ​ສາ​ມາດ​ຊັກ​ຊວນ​ເຂົາ​ເຈົ້າ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຄົນ​ໃດ​ຄົນ​ໜຶ່ງ ແລະ ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້​ກັບ​ຄົນ​ອື່ນ​ໃນ​ຄອບ​ຄົວ. ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ສົງ​ໃຫ້​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ ແລະ ປະ​ຕິ​ບັດ​ພິ​ທີ​ການ​ໃນ​ພຣະ​ວິ​ຫານ​ແທນ​ເຂົາ​ເຈົ້າ? ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ​ເມື່ອ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ປະ​ຫວັດ​ຄອບ​ຄົວ ແລະ ພຣະ​ວິ​ຫານ? (ເບິ່ງ Dale G. Renlund, “Family History and Temple Work: Sealing and Healing,” Ensign ​ຫລື Liahona, May 2018, 46–49).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມກ່ຽວ​ກັບ​ການ​ສິດສອນ​ເດັກ​ນ້ອຍ, ໃຫ້ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໃຊ້​ສິ່ງ​ຊ່ວຍເຫລືອ​ການ​ສຶກ​ສາພຣະ​ຄຳ​ພີ. ແຫລ່ງ​ຕ່າງໆ​ເຊັ່ນ ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ, ຄູ່​ມື​ຫົວ​ຂໍ້, ວັດ​ຈະ​ນະ​ນຸ​ກົມ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ຄູ່​ມື​ພຣະ​ຄຳ​ພີ, ແລະ ChurchofJesusChrist.org ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຜູ້​ຄົນ, ເຫດ​ການ, ແລະ ສຳ​ນວນ ຢູ່​ໃນ​ພຣະ​ຄຳ​ພີ​ຫລາຍກວ່າ​ເກົ່າ.

ຮູບ​ພາບ
ໂມ​ໂຣ​ໄນ​ມອບ​ແຜ່ນ​ຈາ​ລຶກ​ຄຳ​ໃຫ້​ແກ່​ໂຈເຊັບ ສະມິດ

Joseph Receives the Plates [ໂຈເຊັບ​ຮັບ​ເອົາ​ແຜ່ນ​ຈາ​ລຶກ], ໂດຍ ແກຣີ ອີ ສະມິດ

ພິມ