ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 1–7 ເດືອນ​ກຸມພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10–11: “ເພື່ອ​ເຈົ້າ​ຈະ​ອອກ​ມາ​ຢ່າງ​ຜູ້​ຊະ​ນະ”


“ວັນທີ 1–7 ເດືອນ​ກຸມພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10–11: ‘ເພື່ອ​ເຈົ້າ​ຈະ​ອອກ​ມາ​ຢ່າງ​ຜູ້​ຊະ​ນະ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 1–7 ເດືອນ​ກຸມພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10–11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຕົ້ນ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

ໃບ​ຈຳ​ລອງ​ຂອງ​ຕົ້ນ​ສະ​ບັບ​ດັ້ງ​ເດີມ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ.

ວັນທີ 1–7 ເດືອນ​ກຸມພາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10–11

“ເພື່ອ​ເຈົ້າ​ຈະ​ອອກ​ມາ​ຢ່າງ​ຜູ້​ຊະ​ນະ”

ການ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ລະ​ຫວ່າງ​ການ​ອ່ານ​ພຣະ​ຄຳ​ພີ ກໍຄື​ກັນ​ກັບ​ການ​ເພາະ​ປູກ​ເມັດ​ພືດ; ແມ່ນ​ແຕ່​ຄວາມ​ປະ​ທັບ​ໃຈ​ອັນ​ເລັກ​ນ້ອຍ ກໍ​ສາ​ມາດ​ນຳ​ໄປ​ສູ່​ການ​ເປີດ​ເຜີຍ​ສ່ວນ​ຕົວ​ທີ່​ມີ​ຄວາມ​ໝາຍ​ໄດ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຂະ​ນະ​ທີ່​ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ​ດຳ​ເນີນ​ໄປ​ໜ້າ, ກໍ​ມີ​ຄຳ​ຖາມ​ໜຶ່ງ​ເກີດ​ຂຶ້ນ​ຕາມທຳ​ມະ​ຊາດ​ວ່າ: ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ຄວນ​ເຮັດ​ຫຍັງ​ກ່ຽວ​ກັບ​ການ​ແປ​ທີ່​ສູນ​ເສຍ​ໄປ​ນັ້ນ? ສິ່ງ​ທີ່​ຖືກ​ຕ້ອງ​ອາດ​ເປັນ​ການ​ກັບ​ຄືນ​ໄປ​ແປ​ພາກ​ສ່ວນນັ້ນ​ຄືນ​ໃໝ່, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຫັນ​ບາງ​ສິ່ງ​ທີ່​ພວກ​ເພິ່ນບໍ່​ສາ​ມາດ​ເຫັນ​ໄດ້—ກຸ່ມ​ຜູ້​ຊາຍ​ທີ່​ຊົ່ວ​ຮ້າຍ​ໄດ້​ວາງ​ແຜນ​ທີ່​ຈະ​ດັດ​ແປງ​ຖ້ອຍ​ຄຳ​ຢູ່​ໃນ​ພາກ​ສ່ວນນັ້ນ ເພື່ອສ້າງ​ຄວາມ​ສົງ​ໄສ​ໃຫ້​ແກ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຂອງ​ໂຈເຊັບ. ພຣະ​ເຈົ້າ​ໄດ້​ວາງ​ແຜນ​ທີ່​ຈະຂັດ​ຂວາງ​ຄວາມ​ພະ​ຍາ​ຍາມ​ຂອງ​ຊາ​ຕານ ແລະ ຊົດ​ເຊີຍ​ສິ່ງ​ທີ່​ໄດ້​ສູນ​ເສຍ​ໄປ. ແຜນນີ້​ໄດ້ເລີ່ມ​ຕົ້ນ​ເມື່ອ​ຫລາຍ​ພັນ​ປີ​ກ່ອນ ຕອນ​ສາດ​ສະ​ດາ​ນີ​ໄຟ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ ທີ່​ຈະ​ເຮັດ​ບັນ​ທຶກ​ອັນ​ທີ​ສອງ ທີ່​ກ່າວ​ເຖິງ​ຊ່ວງ​ເວ​ລາ​ດຽວ​ກັນ. ຫລັງ​ຈາກນັ້ນ, ມໍ​ມອນ​ໄດ້​ຖືກ​ດົນ​ໃຈ​ໃຫ້​ລວມ​ບັນ​ທຶກນີ້​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ “ເພື່ອຈຸດ​ປະ​ສົງ​ອັນ​ສະ​ຫລາດ” ທີ່​ພຣະ​ຜູ້​ເປັນເຈົ້າ​ຮູ້​ຈັກ (ເບິ່ງ ຄຳ​ຂອງ​ມໍ​ມອນ 1:3–7).

“ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ເຮົາ,” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ໂຈເຊັບ, “ແມ່ນ​ຍິ່ງ​ໃຫຍ່ກວ່າ​ເລ່​ຫລ່ຽມ​ຂອງ​ມານ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:43). ນັ້ນ​ຄືຂ່າວ​ສານ​ທີ່​ໃຫ້​ຄວາມໝັ້ນ​ໃຈ​ໃນ​ວັນ​ເວ​ລາ​ທີ່​ຄື​ກັນ​ກັບ​ວັນ​ເວ​ລາ​ຂອງ​ເຮົາ, ເມື່ອ​ຜູ້​ປໍ​ລະ​ປັກ​ກຳ​ລັງພະ​ຍາ​ຍາມຢ່າງ​ໜັກ​ເພື່ອ​ເຮັດ​ໃຫ້​ສັດ​ທາ​ອ່ອນ​ແອ​ລົງ. ຄື​ກັນ​ກັບ​ໂຈເຊັບ, ເຮົາ​ສາ​ມາດ​ເປັນ​ຄົນ “ສື່​ຊັດ ແລະ ສືບ​ຕໍ່” ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ເອີ້ນ​ເຮົາ​ໃຫ້​ເຮັດ (ຂໍ້​ທີ 3). ແລ້ວ​ເຮົາ​ຈະ​ພົບ​ເຫັນ​ວ່າ ພຣະ​ອົງ​ໄດ້​ຈັດ​ຫາ​ວິ​ທີ​ທາງ​ໃຫ້​ເຮົາ​ແລ້ວ ເພື່ອ​ວ່າ “ປະຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ [ເຮົາ] ບໍ່​ໄດ້” (ຂໍ້​ທີ 69).

ເບິ່ງ Saints, 1:51–61.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:1–33

ຊາ​ຕານ​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

ຊາ​ຕານ​ຢາກ​ໃຫ້​ເຮົາ​ລືມ​ວ່າ​ມີ​ມັນ​ຢູ່—ຫລື ຢ່າງ​ໜ້ອຍ​ມັນ​ຢາກ​ໃຫ້​ເຮົາ​ບໍ່​ຮູ້​ວ່າ ມັນ​ພະ​ຍາ​ຍາມ​ທີ່​ຈະ​ມີ​ອິດ​ທິ​ພົນ​ເໜືອ​ເຮົາ (ເບິ່ງ 2 ນີ​ໄຟ 28:22–23). ແຕ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10 ເປີດ​ເຜີຍ​ວ່າ ຊາ​ຕານ​ຕໍ່​ຕ້ານ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ຢ່າງບໍ່​ລົດ​ລະ ແລະ ບໍ່​ຢູ່ບໍ່​ເຊົາ. ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້​ທີ 1–33, ໃຫ້​ຊີ້ບອກວິ​ທີ​ທີ່​ຊາ​ຕານ​ສະ​ແຫວງ​ຫາ ທີ່​ຈະ​ທຳ​ລາຍ​ວຽກ​ງານ​ຂອງ​ພຣະ​ເຈົ້າ ໃນ​ວັນ​ເວ​ລາ​ຂອງ​ໂຈເຊັບ ສະມິດ​ແນວ​ໃດ (ເບິ່ງ ຂໍ້​ທີ 62–63 ນຳ​ອີກ). ມີ​ຄວາມ​ຄ້າຍ​ຄື​ກັນ​ຢ່າງ​ໃດ​ແດ່ ທີ່​ທ່ານ​ເຫັນ​ວິ​ທີ​ທີ່​ຊາ​ຕານ​ທຳ​ງານ​ໃນ​ທຸກວັນ​ນີ້? ທ່ານ​ສາ​ມາດ​ທູນ​ຂໍ​ໃຫ້ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​​ທ່ານ​ໃຫ້​ເຫັນ​ວິ​ທີ​ທີ່​ຊາ​ຕານ​ພະ​ຍາ​ຍາມ​ລໍ້​ລວງ​ທ່ານ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ພາກ​ທີ 10 ທີ່​ສາ​ມາດ​ຊ່ວຍ​ທ່ານ​ຕໍ່​ຕ້ານ​ຄວາມ​ພະ​ຍາ​ຍາມ​ຂອງ​ຊາ​ຕານ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:34–52

“ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ [ພຣະ​ຜູ້​ເປັນ​ເຈົ້າ] ແມ່ນ​ຍິ່ງ​ໃຫຍ່ກວ່າ​ເລ່​ຫລ່ຽມ​ຂອງ​ມານ.”

ຫລາຍກວ່າ 2,400 ປີ​ກ່ອນ​ໜ້ານັ້ນ, ພຣະ​ຜູ້​ເປັນ​ເຈົ້າໄດ້ກະ​ກຽມທີ່​ຈະ​ຊົດ​ເຊີຍພາກ​ສ່ວນ​ທີ່​ສູນ​ເສຍ​ໄປ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ (ເບິ່ງ 1 ນີ​ໄຟ 9). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:34–52? ມີຫລັກ​ຖານ​ຢ່າງ​ໃດ​ແດ່​ເຖິງ​ຄວາມ​ສະ​ຫລຽວ​ສະ​ຫລາດ ແລະ ຄວາມ​ຮູ້​ລ່ວງ​ໜ້າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ທ່ານ​ໄດ້​ເຫັນ​ໃນ​ຊີ​ວິດ​ຂອງ​ທ່ານ?

ບັນ​ທຶກ​ທີ່​ພຣະ​ເຈົ້າ​ໄດ້​ກະ​ກຽມ​ໄວ້ ເພື່ອ​ຊົດ​ເຊີຍ​ຕົ້ນ​ສະ​ບັບ​ທີ່​ສູນ​ເສຍ​ໄປນັ້ນ ເວ​ລານີ້​ມີ​ຢູ່​ໃນ 1 ນີ​ໄຟ ເຖິງ ອອມ​ໄນ. ເລື່ອງ​ເລົ່າ ແລະ ຄຳ​ສອນ​ຢູ່​ໃນ​ບັນ​ທຶກນີ້ ໄດ້ຊ່ວຍ​ທ່ານ “[ໃຫ້] ມີຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ” ແນວ​ໃດ? (ຄຳສອນ ແລະ ພັນ​ທະ​ສັນ​ຍາ 10:45).

ຮູບ​ພາບ
ມໍ​ມອນ​ຫຍໍ້​ແຜ່ນ​ຈາ​ລຶກ​ຄຳ

ມໍ​ມອນ​ຫຍໍ້​ແຜ່ນ​ຈາ​ລຶກ​ຄຳ, ໂດຍ ທອມ ໂລແວວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11

ຖ້າ​ຫາກ​ເຮົາ​ທູນ​ຂໍ​ຈາກ​ພຣະ​ເຈົ້າ, ເຮົາ​ຈະ​ໄດ້​ຮັບ.

ຫລາຍ​ຄົນ​ໃນ​ຄອບ​ຄົວ​ຂອງ​ໂຈເຊັບ ສະມິດ ໄດ້​ຂໍ​ໃຫ້​ເພິ່ນ​ທູນ​ຖາມເບິ່ງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແທນ​ເຂົາ​ເຈົ້າ. ໂຈເຊັບ​ໄດ້​ເຕັມ​ໃຈ​ທີ່​ຈະ​ເຮັດ, ແຕ່​ພຣະ​ຜູ້​ເປັນ​ເຈົ້າກໍ​ເຕັມ​ພຣະ​ໄທ​ທີ່​ຈະ​ມອບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ໃຫ້​ເຂົາ​ເຈົ້າ. ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11, ການ​ເປີດ​ເຜີຍ​ທີ່​ໂຈເຊັບ​ໄດ້​ຮັບ​ສຳ​ລັບໄຮຣຳ ອ້າຍ​ຂອງ​ເພິ່ນ, ພຣະ​ຜູ້ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ພຣະ​ວິນ​ຍານ​ສ່ວນ​ໜຶ່ງແກ່​ເຈົ້າ, … ແລະ ແລ້ວ​ເຈົ້າ​ຈະ​ຮູ້ … ທຸກ​ສິ່ງ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ປາດ​ຖະ​ໜາ​ຈາກ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:13–14).

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ຄຳ​ຂອງ​ພຣະ​ອົງ​ແມ່ນ​ສຳ​ລັບ “ທຸກ​ຄົນ​ທີ່​ມີ​ຄວາມ​ປາດ​ຖະ​ໜາ​ດີ, ແລະ ໄດ້​ເດ່​ກ່ຽວ​ຂອງ​ເຂົາ​ອອກ​ໄປ ເພື່ອ​ຈະ​ເກັບ​ກ່ຽວ” (ຂໍ້​ທີ 27). ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11, ແມ່ນ​ຫຍັງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພະ​ຍາ​ຍາມບອກ​ທ່ານ​ກ່ຽວ​ກັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ? ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ? ມີ​ຂ່າວ​ສານ​ຢ່າງ​ອື່ນ​ໃດ​ແດ່​ທີ່​ພຣະ​ອົງ​ມີ​ໃຫ້​ສຳ​ລັບ​ທ່ານ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:15–26

ເມື່ອ​ເຮົາ​ສະ​ແຫວງ “ຫາ​ພຣະ​ຄຳ [ຂອງ​ພຣະ​ເຈົ້າ],” ເຮົາ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ ແລະ ອຳ​ນາດ​ຂອງ​ພຣະ​ອົງ.

ແມ່ນ​ແຕ່​ກ່ອນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ແປ​ຮຽບ​ຮ້ອຍ, ໄຮຣຳ ສະມິດ ກໍ​ຕື່ນ​ເຕັ້ນ​ທີ່​ຈະ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ກ່ອນ​ແລ້ວ. ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ໃຫ້​ພິ​ຈາ​ລະ​ນາວ່າ ມັນ​ມີ​ຄວາມ​ໝາຍແນວ​ໃດ​ຕໍ່​ທ່ານ ທີ່​ຈະ “ຫາ​ພຣະ​ຄຳ [ຂອງ​ພຣະ​ເຈົ້າ]” (ຂໍ້​ທີ 21). ການ​ຫາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຊ່ວຍ​ທ່ານ​ຮັບ​ໃຊ້​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ແນວ​ໃດ? ມັນ​ໄດ້​ນຳ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:5.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ໃນ​ຂໍ້​ນີ້​ກ່ຽວ​ກັບພະ​ລັງ​ຂອງ​ການ​ອະ​ທິ​ຖານ? ເຮົາ​ຈະ “ອະ​ທິ​ຖານ​ສະ​ເໝີ” ແນວ​ໃດ? (ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ David A. Bednar, “Pray Always,” Ensign ຫລື Liahona, Nov. 2008, 41–44.)

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:38–46.ເພື່ອ​ຊ່ວຍຄອບ​ຄົວຂອງ​ທ່ານ​ໃຫ້​ສົນ​ທະ​ນາ​ເຖິງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົດ​ເຊີຍ​ພາກ​ສ່ວນ​ການ​ແປ​ທີ່​ສູນ​ເສຍ​ໄປ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ຫາ​ກໍ​ໄດ້​ເຮັດ​ເສຍ. ເຂົາ​ເຈົ້າ​ຮູ້​ສຶກ​ແນວ​ໃດ ເມື່ອ​ເຂົາ​ເຈົ້າເສຍ​ມັນໄປ​ແລ້ວ? ເຂົາ​ເຈົ້າ​ຮູ້​ສຶກ​ແນວ​ໃດ ເມື່ອ​ເຂົາ​ເຈົ້າ​ຊອກ​ພົບ​ເຫັນ​ມັນ? ເຖິງ​ແມ່ນ​ວ່າ​ສ່ວນ​ທີ່​ສູນ​ເສຍ​ໄປ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ບໍ່​ໄດ້​ຖືກ​ພົບ​ເຫັນ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົດ​ເຊີຍ​ສ່ວນ​ທີ່​ສູນ​ເສຍ​ໄປ​ນັ້ນ​ແນວ​ໃດ, ອີງ​ຕາມ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:38–46?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:55–70.ຊັກ​ຊວນສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຊອກ​ຫາ ຫລື ໝາຍ​ສຳ​ນວນ​ທີ່​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ “ເຮົາ​ຄື” ຫລື “ເຮົາ​ຈະ.” ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກສຳ​ນວນ “ເຮົາ​ຄື” ທີ່ກ່ຽວ​ກັບ​ຜູ້​ທີ່​ພຣະ​ເຢ​ຊູ​ຄຣິດ​ເປັນ ແລະ ສິ່ງ​ທີ່​ພຣະ​ອົງເປັນ​ເໝືອນ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ສຳ​ນວນ “ເຮົາ​ຈະ” ທີ່ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ອົງ​ກະ​ທຳ? ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ວິ​ທີ​ທີ່​ຄວາມ​ຈິງ​ເຫລົ່າ​ນີ້ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12–14.ການ​ອ່ານ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງທ່ານ ໃຫ້​ຮັບ​ຮູ້​ເວ​ລາ​ທີ່​ພຣະ​ວິນ​ຍານ​ສື່​ສານ​ກັບ​ເຂົາ​ເຈົ້າ. ທ່ານ​ສາ​ມາດ​ເຍືອງ​ໄຟ​ສາຍ​ໃສ່​ພື້ນ​ຫ້ອງ ແລະ ຊັກ​ຊວນ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ໃຫ້​ຍ້າຍ​ໄປ​ຫາ​ບ່ອນ​ທີ່​ໄຟ​ສາຍ​ເຍືອງ​ໃສ່. ສິ່ງນີ້​ເປັນ​ຄື​ກັນ​ກັບ​ການ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແນວ​ໃດ? ມີປະ​ສົບ​ການ​ສ່ວນ​ຕົວ​ຢ່າງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:15–30.ໃຫ້​ຄິດ​ທີ່​ຈະ​ຂຽນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໄຮຣຳ ສະມິດ ໃຫ້​ເຮັດ ເພື່ອ​ວ່າ​ເພິ່ນ​ຈະ​ກະ​ກຽມເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ເຮົາ​ຄວນ​ພະ​ຍາ​ຍາມ​ໃນ​ເລື່ອງ​ໃດ​ເປັນ​ຄອບ​ຄົວ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30; ເບິ່ງ “ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ.”

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ນຳ​ໃຊ້​ພຣະ​ຄຳ​ພີ​ໃນ​ຊີ​ວິດ​ຂອງ​ທ່ານ. ຫລັງ​ຈາກ​ໄດ້​ອ່ານ​ຂ່າວ​ສານ​ຈາກ​ພຣະ​ຄຳ​ພີ​ແລ້ວ, ໃຫ້​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແບ່ງ​ປັນ​ຂ່າວ​ສານ​ທີ່​ເຂົາ​ເຈົ້າ​ນຳ​ໃຊ້​ໃນ​ຊີ​ວິດ​ຂອງ​ເຂົາເຈົ້າ. ຍົກ​ຕົວ​ຢ່າງ, ເຂົາ​ເຈົ້າ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ທີ່​ພຣະ​ວິນ​ຍານ​ໄດ້​ເປັນ​ອິດ​ທິ​ພົນ​ຕໍ່​ເຂົາ​ເຈົ້າ ໃນ​ວິ​ທີ​ທີ່ບັນ​ຍາຍ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12–13.

ຮູບ​ພາບ
ໂຈເຊັບ ແລະ ໄຮຣຳ ສະມິດ

ໂຈເຊັບ ແລະ ໄຮຣຳ ສະມິດ, ໂດຍ ເຄັນ ຄໍແບັດ

ພິມ