ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນ​ທີ 8–14 ເດືອນ​ກຸມພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12–13; ໂຈເຊັບ ສະມິດ—ປະຫວັດ 1:66–75: “ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ”


“ວັນ​ທີ 8–14 ເດືອນ​ກຸມພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12–13; ໂຈເຊັບ ສະມິດ—ປະຫວັດ 1:66–75: ‘ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນ​ທີ 8–14 ເດືອນ​ກຸມພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12–13; ໂຈເຊັບ ສະມິດ—ປະຫວັດ 1:66–75,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ແມ່ນ້ຳ​ຊັສຄູ​ຮັນນາ

ວັນ​ທີ 8–14 ເດືອນ​ກຸມພາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12–13; ໂຈເຊັບ ສະມິດ—ປະຫວັດ 1:66–75

“ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ”

ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ ຂະ​ນະ​ທີ່ພວກ​ເພິ່ນ​ໄດ້​ອະ​ທິ​ຖານ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ພວກ​ເພິ່ນ​ໄດ້​ຮັບ​ໃນ​ພຣະ​ຄຳພີ (ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:68). ທ່ານ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພວກ​ເພິ່ນ​ແນວ​ໃດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຜູ້​ຄົນ​ສ່ວນ​ຫລາຍ​ຕະ​ຫລອດ​ທົ່ວ​ໂລກ​ອາດບໍ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ ທີ່​ເອີ້ນ​ວ່າ​ເມືອງ​ຮາມ​ໂມ​ນີ, ລັດ​ເພັນໂຊ​ເວ​ເນຍ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ມັກ​ເລືອກ​ສະ​ຖານ​ທີ່ ທີ່ຜູ້​ຄົນ​ບໍ່​ຮູ້​ຈັກ ສຳ​ລັບ​ເຫດ​ການ​ທີ່​ສຳ​ຄັນທີ່​ສຸດ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ຢູ່​ໃນ​ປ່າ​ແຫ່ງ​ໜຶ່ງ ໃກ້​ເມືອງ​ຮາມ​ໂມ​ນີ ໃນ​ວັນ​ທີ 15 ເດືອນ​ພຶດສະພາ, 1829, ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ມາ​ປະ​ກົດ​ໃນ​ລັກ​ສະ​ນະ​ຜູ້​ທີ່​ໄດ້​ຟື້ນຄືນຊີ​ວິດ​ແລ້ວ ຕໍ່​ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ. ເພິ່ນ​ໄດ້​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ພວກ​ເພິ່ນ ແລະ ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃຫ້​ພວກ​ເພິ່ນ, ໂດຍ​ການ​ເອີ້ນ​ພວກ​ເພິ່ນ​ວ່າ​ເປັນ “ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1).

ການ​ທີ່​ຖືກ​ນັບ​ຖື​ວ່າ​ເປັນ​ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ຜູ້​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໄດ້​ຕຽມ​ທາງ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ (ເບິ່ງ ມັດ​ທາຍ 3:1–6, 13–17), ຄົງເຮັດ​ໃຫ້​ຊາຍ​ທັງ​ສອງ ຜູ້​ມີ​ອາ​ຍຸ​ຊາວ​ປາຍ​ປີ ຖ່ອມ​ຕົວ ແລະ ປາບ​ປື້ມ​ທີ່​ສຸດ. ໃນ​ເວ​ລານັ້ນ, ໂຈເຊັບ ແລະ ອໍລີເວີເປັນ​ບຸກ​ຄົນ​ທີ່​ຜູ້​ຄົນສ່ວນ​ຫລາຍບໍ່​ຮູ້​ຈັກ, ຄື​ກັນ​ກັບ​ເມືອງ​ຮາມ​ໂມ​ນີ ທີ່ບໍ່​ມີ​ຫລາຍ​ຄົນ​ຮູ້​ຈັກ. ແຕ່​ການ​ຮັບ​ໃຊ້​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ ແມ່ນ​ກ່ຽວ​ກັບ ວິ​ທີ ທີ່​ເຮົາ​ຮັບ​ໃຊ້​ສະ​ເໝີ​ມາ, ບໍ່​ແມ່ນ​ກ່ຽວ​ກັບ​ວ່າ ຢາກໃຫ້​ຜູ້​ຄົນ​ເຫັນ​ເຮົາ​ເຮັດ. ເຖິງ​ແມ່ນ​ວ່າ​ການ​ມີ​ສ່ວນ​ຮ່ວມຂອງ​ທ່ານ​ບາງ​ເທື່ອ​ອາດ​ເບິ່ງ​ຄື​ວ່າ​ເລັກ​ນ້ອຍ ຫລື ບໍ່​ມີ​ໃຜ​ເຫັນກໍ​ຕາມ, ແຕ່​ທ່ານ​ກໍ​ເປັນ​ເພື່ອນ​ຜູ້​ຮັບ​ໃຊ້​ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ກັນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຊ່ວຍ​ສະ​ຖາ​ປະ​ນາ​ອຸ​ດົມ​ການ​ຂອງ​ຊີ​ໂອນ.

ໂຈເຊັບ ໄນ້ ຜູ້​ພໍ່ ແລະ ນາງ​ພໍລີ ພັນ​ລະ​ຍາ​ຂອງ​ເພິ່ນ, ໄດ້​ພົບ​ກັບ​ໂຈເຊັບ ສະມິດ ຜູ້​ມີ​ອາ​ຍຸ​ໄດ້ 20 ປີ, ຕອນ​ເພິ່ນ​ໄດ້​ເລີ່ມ​ທຳ​ງານ​ຢູ່​ໃນ​ໄຮ່​ຂອງ​ພວກ​ເພິ່ນ ຢູ່​ເມືອງ​ໂຄນ​ສະວຽວ, ລັດ​ນິວຢອກ. ໂຈເຊັບ ໄນ້ ໄດ້​ບັນ​ຍາຍ​ກ່ຽວ​ກັບ​ເພິ່ນ ວ່າ​ເປັນ​ພະ​ນັກ​ງານ​ທີ່​ດີ​ທີ່​ສຸດ ທີ່​ເຄີຍ​ມີ. ເພິ່ນ​ເຊື່ອປະ​ຈັກ​ພະ​ຍານ​ຂອງ​ໂຈເຊັບ ສະມິດ ກ່ຽວ​ກັບ​ແຜ່ນ​ຈາ​ລຶກ​ຄຳ ແລະ ໄດ້​ພາ​ນາງ​ພໍລີ​ໄປ​ຢ້ຽມ​ຢາມ​ໂຈເຊັບ ສະມິດ ຂະ​ນະ​ທີ່​ເພິ່ນ​ແປ​ພຣະ​ຄຳ​ພີ​ມໍ​ມອນ ຢູ່​ທີ່​ບ້ານ​ຂອງ​ເພິ່ນ ຢູ່​ເມືອງ​ຮາມ​ໂມ​ນີ, ລັດ​ເພັນ​ໂຊ​ເວ​ເນຍ. ນາງ​ກໍ​ໄດ້​ເຊື່ອ​ທັນ​ທີ. ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເພິ່ນ, ໂຈເຊັບ ແລະ ນາງ​ພໍລີ ໄດ້​ຊື່​ສັດ​ຕໍ່​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ. ສະ​ມາ​ຊິກ​ຫລາຍກວ່າ 60 ຄົນ ຂອງ​ຕະ​ກຸນ​ໄນ້ ໄດ້​ເຂົ້າ​ຮ່ວມ ແລະ ຊ່ວຍ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ ຢູ່​ລັດ​ນິວ​ຢອກ, ລັດ​ໂອ​ໄຮ​ໂອ, ລັດ​ມີ​ເຊີ​ຣີ, ເມືອງ​ນາ​ວູ, ແລະ ໃນ​ທີ່​ສຸດ ເມືອງ​ເຊົາ​ເລັກ.

ໂຈເຊັບ ໄນ້ ຢາກ​ຮູ້​ວ່າ ເພິ່ນ​ຈະ​ຊ່ວຍ​ຫຍັງ​ໄດ້​ແດ່ ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ປະ​ຈຸ​ບັນ​ແມ່ນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12) ກ່ຽວ​ຂ້ອງ​ກັບ “ທຸກ​ຄົນ​ຜູ້​ປາດ​ຖະ​ໜາ​ທີ່​ຈະ​ນຳ​ວຽກ​ງານນີ້​ອອກ​ມາ ແລະ ສະ​ຖາ​ປະ​ນາ​ມັນ​ຂຶ້ນ” (ຂໍ້​ທີ 7)—ຮ່ວມ​ທັງ​ຕົວ​ທ່ານ. ຄຳ​ວ່າ “ທີ່​ຈະ​ນຳ​ອອກ​ມາ ແລະ ສະ​ຖາ​ປະ​ນາ​ອຸ​ດົມ​ການ​ຂອງ​ຊີ​ໂອນ” ໝາຍ​ຄວາມ​ວ່າ​ແນວ​ໃດ​ສຳ​ລັບ​ທ່ານ? (ຂໍ້​ທີ 6). ຫລັກ​ທຳ ແລະ ຄຸນ​ສົມ​ບັດ​ໃດ​ແດ່ ຢູ່ໃນ ຂໍ້​ທີ 7–9 ຊ່ວຍ​ທ່ານ​ໃຫ້​ເຮັດ​ສິ່ງນີ້?

ເບິ່ງ “The Knight and Whitmer Families,” Revelations in Context, 20–24 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໄດ້​ຖືກ​ຟື້ນ​ຟູ ໂດຍ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ.

ໃນ​ພຽງ​ປະ​ໂຫຍກ​ດຽວ, ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ຫລາຍ​ຢ່າງ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ. ໃຫ້​ຄິດ​ທີ່​ຈະ​ຂຽນ​ທຸກ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້ ຈາກ​ພາກນີ້​ໄວ້ (ຮ່ວມ​ທັງ​ຈາກ​ຫົວ​ຂໍ້​ພາກ). ມັນ​ອາດເປັນ​ປະ​ໂຫຍດ ທີ່​ທ່ານ​ຈະ​ສຶກ​ສາ​ບາງ​ສຳ​ນວນ​ທີ່​ທ່ານ​ພົບ​ເຫັນ. ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງ​ຈຳ​ນວນ​ໜຶ່ງ ເພື່ອຊ່ວຍ​ທ່ານ​ເລີ່ມ​ຕົ້ນ:

ພອນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ ຜ່ານ​ທາງ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ?

ຮູບ​ພາບ
ໂຈເຊັບ ສະມິດ ໃຫ້​ບັບ​ຕິ​ສະ​ມາ​ແກ່​ອໍລີເວີ ຄາວເດີຣີ

ໂຈເຊັບ ສະມິດ ໃຫ້​ບັບ​ຕິ​ສະ​ມາ​ແກ່​ອໍລີເວີ ຄາວເດີຣີ, ໂດຍ ແດວ ພາສັນ

ໂຈເຊັບ ສະມິດ—ປະຫວັດ 1:66–75

ພິ​ທີ​ການ​ຕ່າງໆ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ.

ຊິດສະເຕີ ແຄໂຣ ເອັມ ສະ​ຕີບ​ເຟັນ, ອະ​ດີດ​ທີ່​ປຶກ​ສາ​ໃນຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ສອນ​ວ່າ: “ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງຖາ​ນະ​ປະ​ໂລ​ຫິດ​ຊ່ວຍ​ເຮົາ​ໃຫ້ໄດ້​ຮັບ​ພອນ​ອັນ​ບໍ​ລິ​ບູນ ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້, ຊຶ່ງ​ຖືກ​ເຮັດ​ໃຫ້​ເປັນ​ໄປ​ໄດ້ ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມັນ​ຈະ​ຈັດ​ຕຽມ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ​ດ້ວຍ​ອຳ​ນາດ, ອຳ​ນາດ​ຂອງ​ພຣະ​ເຈົ້າ, ແລະ ໃຫ້​ເຮົາ​ມີ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ” (“Do We Know What We Have?Ensign ຫລື Liahona, Nov. 2013, 12.

ຂະ​ນະ​ທີ່​ທ່ານ​ອ່ານ ໂຈເຊັບ ສະມິດ—ປະຫວັດ 1:66–75, ຮ່ວມ​ທັງ​ໝາຍ​ເຫດ​ຢູ່​ໃນ​ທ້າຍ​ຂອງ ຂໍ້​ທີ 71, ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ໄດ້​ດົນ​ໃຈ​ໂຈເຊັບ ແລະ ອໍລີເວີໃຫ້​ທູນ​ຖາມ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ, ແລະ ໃຫ້​ສັງ​ເກດ​ເບິ່ງ​ພອນ​ທີ່​ມາ​ສູ່​ພວກ​ເພິ່ນ ຫລັງ​ຈາກ​ໄດ້​ມີ​ພາກ​ສ່ວນ​ໃນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ໃຫ້​ຄິດ​ທີ່​ຈະ​ອ່ານ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ ທີ່​ທ່ານ​ອາດ​ໄດ້​ຂຽນ​ໄວ້ ຫລັງ​ຈາກ​ທີ່​ໄດ້​ຮັບ​ພິ​ທີ​ການ ຫລື ໄດ້​ບັນ​ທຶກ​ຄວາມ​ຊົງ​ຈຳ​ຂອງ​ວາ​ລະ​ໂອ​ກາດ​ເຫລົ່າ​ນັ້ນ. ພອນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ ຜ່ານ​ທາງ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20–22; Saints, 1:65–68 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12:8.ເປັນ​ຫຍັງ​ບຸກ​ຄະ​ລິກ​ລັກ​ສະ​ນະ​ທີ່​ລະ​ບຸ​ໄວ້ຢູ່​ໃນ​ຂໍ້​ນີ້ ຈຶ່ງ​ຈຳ​ເປັນ​ເມື່ອ​ເຮົາ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13.ແມ່ນ​ຫຍັງ​ຄື​ສິ່ງ​ທີ່ສ້າງ​ສັດ​ທາ​ໃຫ້​ຄອບ​ຄົວ​ຂອງ​ທ່ານ ໃນ​ການ​ຟື້ນ​ຟູ​ຖານ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ? ຮູບ​ພາບ​ທີ່​ມາ​ກັບ​ໂຄງ​ຮ່າງນີ້ ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ວາດ​ພາບ​ເຫັນ​ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໄດ້. ເຂົາ​ເຈົ້າ​ຢາກ​ແຕ້ມ​ຮູບ​ກ່ຽວ​ກັບ​ເຫດ​ການນັ້ນ​ບໍ່, ອີງ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອ່ານ ຢູ່ໃນ ໂຈເຊັບ ສະມິດ—ປະຫວັດ 1:68–74? ເຂົາ​ເຈົ້າ​ກໍ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ນຳ​ອີກ ກ່ຽວ​ກັບ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ໂຈເຊັບ ສະມິດ—ປະຫວັດ 1:68.ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ແນວ​ໃດ ເພື່ອ​ຊອກ​ຫາ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ເຮົາ? ບາງ​ທີ ຂະ​ນະ​ທີ່​ພວກ​ທ່ານ​ອ່ານ​ນຳ​ກັນ, ພວກ​ທ່ານ​ສາ​ມາດ​ເຮັດ​ເປັນ​ນິ​ໄສ ທີ່​ຈະ​ຢຸດ ແລະ ຖາມ​ຖ້າ​ຫາກວ່າ ມີ​ຜູ້​ໃດມີ​ຄຳ​ຖາມ​ບໍ ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງອ່ານ.

ໂຈເຊັບ ສະມິດ—ປະຫວັດ 1:71, ໝາຍ​ເຫດ.ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ກ່ຽວ​ກັບ​ຖ້ອຍ​ຄຳ​ຂອງ​ອໍລີເວີ ຄາວເດີຣີ? ແມ່ນ​ຫຍັງ​ຄື “ວັນ​ທີ່ບໍ່​ສາ​ມາດ​ລືມ” ບາງ​ຢ່າງ ສຳ​ລັບ​ຄອບ​ຄົວ​ຂອງ​ທ່ານ?

ໂຈເຊັບ ສະມິດ—ປະຫວັດ 1:73–74.ພຣະ​ວິນ​ຍານ​ບໍ​ລິ​ສຸດ ມີຜົນ​ກະ​ທົບ​ຫຍັງ​ແດ່​ຕໍ່​ໂຈເຊັບ ແລະ ອໍລີເວີ? ເວ​ລາ​ໃດ​ທີ່ພຣະ​ວິນ​ຍານ​ໄດ້​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຂົ້າ​ໃຈ​ພຣະ​ຄຳ​ພີ ແລະ ປິ​ຕິ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພື້ນ​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ສຶກ​ສາ​ຫົວ​ຂໍ້ໜຶ່ງ. ພ້ອມ​ກັນ​ເປັນຄອບ​ຄົວ, ໃຫ້​ເລືອກ​ຫົວ​ຂໍ້​ໜຶ່ງທີ່​ພວກທ່ານ​ມັກ​ສຶກ​ສາຢ່າງ​ລະ​ອຽດ. ຍົກ​ຕົວ​ຢ່າງ, ອາ​ທິດນີ້ ທ່ານ​ອາດ​ໃຊ້ ຄູ່​ມື​ຫົວ​ຂໍ້ ຫລື ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org) ເພື່ອ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

ຮູບ​ພາບ
ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃຫ້​ແກ່​ໂຈເຊັບ ສະມິດ

ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ, ໂດຍ ລິນດາ ເຄີລີ ຄຣິສ​ເຕັນເຊັນ

ພິມ