“ວັນທີ 15–21 ເດືອນກຸມພາ. ຄຳສອນ ແລະ ພັນທະສັນຍາ 14–17: ‘ຢືນເປັນພະຍານ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ຄຳສອນ ແລະ ພັນທະສັນຍາ 2021 (2020)
“ວັນທີ 15–21 ເດືອນກຸມພາ. ຄຳສອນ ແລະ ພັນທະສັນຍາ 14–17,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2021
ວັນທີ 15–21 ເດືອນກຸມພາ
ຄຳສອນ ແລະ ພັນທະສັນຍາ 14–17
“ຢືນເປັນພະຍານ”
ບາງເທື່ອຄອບຄົວ ແລະ ໝູ່ເພື່ອນຂອງໂຈເຊັບ ສະມິດ ໄດ້ຂໍໃຫ້ເພິ່ນທູນຂໍການເປີດເຜີຍກ່ຽວກັບສິ່ງທີ່ພຣະເຈົ້າປະສົງໃຫ້ເຂົາເຈົ້າເຮັດ. ຂະນະທີ່ທ່ານອ່ານການເປີດເຜີຍເຫລົ່ານີ້, ໃຫ້ພິຈາລະນາເຖິງການຊີ້ນຳທີ່ພຣະເຈົ້າມີສຳລັບທ່ານ.
ບັນທຶກຄວາມປະທັບໃຈຂອງທ່ານ
ເຖິງແມ່ນວ່າວຽກງານການແປໄດ້ດຳເນີນໄປໜ້າເປັນຢ່າງດີກໍຕາມ, ແຕ່ເມື່ອເຖິງເດືອນພຶດສະພາ ປີ 1829 ສະຖານະການໃນເມືອງຮາມໂມນີໄດ້ຫຍຸ້ງຍາກຫລາຍຂຶ້ນສຳລັບໂຈເຊັບ, ເອມມາ, ແລະ ອໍລີເວີ. ເຈດຕະນາຮ້າຍຈາກເພື່ອນບ້ານໄດ້ມີຫລາຍຂຶ້ນ ຂະນະທີ່ການສະໜັບສະໜູນຈາກຄອບຄົວຂອງເອມມາໄດ້ມີໜ້ອຍລົງ. ໂດຍທີ່ຮູ້ສຶກວ່າ ເມືອງຮາມໂມນີບໍ່ປອດໄພຕໍ່ໄປອີກແລ້ວ, ອໍລີເວີຈຶ່ງໄດ້ເຂົ້າຫາເພື່ອນຄົນໜຶ່ງ ຜູ້ໄດ້ສະແດງຄວາມສົນໃຈກັບວຽກງານຂອງໂຈເຊັບ ນັ້ນຄື: ເດວິດ ວິດເມີ. ເດວິດໄດ້ອາໄສຢູ່ກັບພໍ່ແມ່ ແລະ ອ້າຍເອື້ອຍນ້ອງຂອງລາວ ຢູ່ເມືອງເຟແອດ, ລັດນິວຢອກ, ຫ່າງໄກປະມານ 100 ໄມ (160 ກິໂລແມັດ). ລາວໄດ້ພົບກັບອໍລີເວີໜຶ່ງປີກ່ອນໜ້ານັ້ນ, ແລະ ອໍລີເວີໄດ້ຂຽນຈົດໝາຍຫາລາວຫລາຍສະບັບ ນັບຈາກນັ້ນມາ, ໄດ້ເລົ່າເຖິງປະສົບການ ໃນການທຳງານຮ່ວມກັບສາດສະດາ. ທັງເດວິດ ແລະ ຄົນອື່ນໆໃນຄອບຄົວຂອງລາວ ບໍ່ເຄີຍພົບກັບໂຈເຊັບມາກ່ອນ. ແຕ່ເມື່ອອໍລີເວີໄດ້ຖາມ ຖ້າຫາກວ່າລາວ ແລະ ໂຈເຊັບຈະຍ້າຍໄປຢູ່ບ້ານຂອງວິດເມີຊິໄດ້ບໍ່ ເພື່ອແປພຣະຄຳພີມໍມອນໃຫ້ແລ້ວ, ຄອບຄົວວິດເມີກໍໄດ້ເປີດປະຕູຕ້ອນຮັບດ້ວຍຄວາມຍິນດີ. ແລະ ພຣະຜູ້ເປັນເຈົ້າມີຈຸດປະສົງສຳລັບຄອບຄົວວິດເມີ ຫລາຍກວ່າທີ່ພຽງໃຫ້ທີ່ພັກແກ່ສາດສະດາເທົ່ານັ້ນ. ພຣະອົງໄດ້ໃຫ້ຄຳແນະນຳໃດໜຶ່ງໂດຍສະເພາະແກ່ເຂົາເຈົ້າ, ມີຢູ່ໃນ ຄຳສອນ ແລະ ພັນທະສັນຍາ 14–17, ແລະ ເມື່ອເວລາຜ່ານໄປ ເຂົາເຈົ້າໄດ້ກາຍເປັນຄອບຄົວຮາກຖານຂອງສາດສະໜາຈັກ ແລະ ເປັນພະຍານເຖິງການຟື້ນຟູທີ່ເປີດເຜີຍ.
ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຄອບຄົວວິດເມີ, ໃຫ້ເບິ່ງ Saints, 1:68–71.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ເຮົາສາມາດມີພາກສ່ວນໃນ “ວຽກງານອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນ” ຂອງພຣະເຈົ້າໄດ້.
ຕອນລາວໄດ້ພົບກັບໂຈເຊັບ ສະມິດ, ເດວິດ ວິດເມີ ເປັນຊາຍໜຸ່ມ ທີ່ອຸທິດຕົນຕໍ່ວຽກງານຂອງລາວ ຢູ່ໃນໄຮ່ຂອງຄອບຄົວ. ແຕ່ພຣະຜູ້ເປັນເຈົ້າໄດ້ມີວຽກງານຢ່າງອື່ນໃຫ້ເດວິດເຮັດ—ເຖິງແມ່ນໃນບາງວິທີທາງ ມັນກໍຄືກັນກັບການເຮັດໄຮ່ເຮັດນາ. ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 14:1–4, ໃຫ້ສັງເກດເບິ່ງວິທີທີ່ພຣະຜູ້ເປັນເຈົ້າປຽບທຽບວຽກງານຂອງພຣະອົງ ໃສ່ກັບວຽກງານທີ່ເດວິດຮູ້ຈັກ. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບວຽກງານຂອງພຣະຜູ້ເປັນເຈົ້າ ຈາກການປຽບທຽບນີ້?
ທ່ານຈະສາມາດ “ເດ່ກ່ຽວ [ຂອງທ່ານ] ອອກໄປ” ໄດ້ແນວໃດ? (ຂໍ້ທີ 4). ໃຫ້ສັງເກດເບິ່ງຄຳສັນຍາ ຕະຫລອດທົ່ວພາກນີ້ ສຳລັບຜູ້ທີ່ “ສະແຫວງຫາທີ່ຈະນຳຊີໂອນອອກມາ ແລະ ສະຖາປະນາ … ມັນຂຶ້ນ” (ຂໍ້ທີ 6).
ພຣະຄຳຂອງພຣະເຈົ້າແມ່ນ “ມີຊີວິດ ແລະ ມີພະລັງ.”
ພຣະຜູ້ເປັນເຈົ້າປຽບທຽບພຣະຄຳຂອງພຣະອົງໃສ່ກັບ “ດາບສອງຄົມ” (ຄຳສອນ ແລະ ພັນທະສັນຍາ 14:2). ການປຽບທຽບແນະນຳຫຍັງແດ່ແກ່ທ່ານ ກ່ຽວກັບພຣະຄຳຂອງພຣະເຈົ້າ? ຍົກຕົວຢ່າງ, ເປັນຫຍັງພຣະຄຳຂອງພຣະອົງຈຶ່ງມີຊີວິດ, ມີພະລັງ, ແລະ ແຫລມຄົມ? ທ່ານເຄີຍປະສົບກັບພະລັງຂອງພຣະຄຳຂອງພຣະເຈົ້າແນວໃດ?
ໃຫ້ຄິດຫາວິທີທາງອື່ນ ທີ່ພຣະເຈົ້າບັນຍາຍເຖິງພຣະຄຳຂອງພຣະອົງ. ຍົກຕົວຢ່າງ, ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະຄຳຂອງພຣະເຈົ້າ ຈາກການປຽບທຽບຢູ່ໃນຂໍ້ພຣະຄຳພີດັ່ງຕໍ່ໄປນີ້?
ຊີວິດນິລັນດອນເປັນ “ຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ.”
ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 14:7, ໃຫ້ໄຕ່ຕອງວ່າ ເປັນຫຍັງຊີວິດນິລັນດອນຈຶ່ງເປັນ “ຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ.” ຄວາມຮູ້ນີ້ຈາກປະທານຣະໂຊ ເອັມ ແນວສັນ ອາດຊ່ວຍໄດ້: “ພາຍໃຕ້ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ຂອງພຣະເຈົ້າ, ຄອບຄົວສາມາດຜະນຶກເຂົ້າກັນຢູ່ໃນພຣະວິຫານ ແລະ ຕຽມທີ່ຈະກັບຄືນໄປຢູ່ໃນທີ່ປະທັບອັນສັກສິດຂອງພຣະອົງຕະຫລອດໄປ. ນັ້ນຄືຊີວິດນິລັນດອນ!” (“Thanks Be to God,” Ensign ຫລື Liahona, May 2012, 77).
ໃຫ້ຄິດຕື່ມແຫລ່ງອ້າງອີງໃສ່ກັບ ຂໍ້ທີ 7 ທີ່ຊ່ວຍທ່ານໃຫ້ເຂົ້າໃຈກ່ຽວກັບຊີວິດນິລັນດອນ (ເບິ່ງ “ຊີວິດນິລັນດອນ” ໃນ ຄູ່ມືຫົວຂໍ້ ຫລື ຄູ່ມືພຣະຄຳພີ, scriptures.ChurchofJesusChrist.org). ທ່ານຮຽນຮູ້ຫຍັງແດ່ທີ່ດົນໃຈທ່ານ ໃຫ້ມຸ່ງໝັ້ນຕໍ່ຊີວິດນິລັນດອນ?
ຄຳສອນ ແລະ ພັນທະສັນຍາ 15–16
ການນຳຜູ້ຄົນມາຫາພຣະຄຣິດເປັນສິ່ງທີ່ມີຄຸນຄ່າຫລາຍທີ່ສຸດ.
ຈອນ ແລະ ພີເຕີ ວິດເມີ ທັງສອງຢາກຮູ້ຈັກສິ່ງ “ທີ່ມີຄຸນຄ່າທີ່ສຸດ” ໃນຊີວິດຂອງເຂົາເຈົ້າ (ຄຳສອນ ແລະ ພັນທະສັນຍາ 15:4; 16:4). ທ່ານເຄີຍຄິດກ່ຽວກັບເລື່ອງນີ້ສຳລັບຕົວເອງຢູ່ບໍ? ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 15–16, ໃຫ້ໄຕ່ຕອງວ່າ ການນຳຜູ້ຄົນມາຫາພຣະຄຣິດ ເປັນສິ່ງທີ່ມີຄຸນຄ່າຫລາຍທີ່ສຸດແນວໃດ? ທ່ານຈະສາມາດເຊື້ອເຊີນຜູ້ຄົນໃຫ້ມາຫາພຣະຄຣິດແນວໃດ?
ເບິ່ງ ຄຳສອນ ແລະ ພັນທະສັນຍາ 18:10–16 ນຳອີກ.
ພຣະຜູ້ເປັນເຈົ້າໃຊ້ພະຍານເພື່ອພິສູດພຣະຄຳຂອງພຣະອົງ.
ພະຍານຄືຫຍັງ? ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງໃຊ້ພະຍານໃນວຽກງານຂອງພຣະອົງ? (ເບິ່ງ 2 ໂກຣິນໂທ 13:1). ໃຫ້ໄຕ່ຕອງຄຳຖາມເຫລົ່ານີ້ ຂະນະທີ່ທ່ານອ່ານພຣະຄຳຂອງພຣະເຈົ້າ ຕໍ່ພະຍານສາມຄົນ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 17. ມັນອາດເປັນປະໂຫຍດທີ່ຈະທົບທວນ “ປະຈັກພະຍານຂອງພະຍານສາມຄົນ” ໃນພຣະຄຳພີມໍມອນ. ພະຍານຊ່ວຍນຳ “ຈຸດປະສົງທີ່ຊອບທຳ” ຂອງພຣະເຈົ້າມາແນວໃດ? (ຂໍ້ທີ 4).
ທ່ານຮູ້ບໍວ່າ ນາງແມຣີ ວິດເມີ ກໍໄດ້ເຫັນແຜ່ນຈາລຶກຄຳຄືກັນ? ທູດສະຫວັນໄດ້ສະແດງມັນຕໍ່ນາງ ໃນການຮັບຮູ້ເຖິງການເສຍສະລະຂອງນາງຕໍ່ໂຈເຊັບ, ນາງເອມມາ, ແລະ ອໍລີເວີ ທີ່ໄດ້ອາໄສຢູ່ບ້ານຂອງນາງ (ເບິ່ງ Saints, 1:70–71). ທ່ານຮຽນຮູ້ຫຍັງແດ່ຈາກປະສົບການຂອງນາງ ກ່ຽວກັບການໄດ້ເຫັນແຜ່ນຈາລຶກ?
ເບິ່ງ Saints, 1:73–75; Ulisses Soares, “The Coming Forth of the Book of Mormon,” Ensign ຫລື Liahona, May 2020, 32–35 ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ຄຳສອນ ແລະ ພັນທະສັນຍາ 14:1–4.ໃຫ້ຄິດທີ່ຈະເຊື້ອເຊີນຄອບຄົວຂອງທ່ານ ເພື່ອຊອກຫາສຳນວນທີ່ກ່ຽວຂ້ອງກັບການທຳງານຢູ່ໃນທົ່ງ ໃນຂໍ້ເຫລົ່ານີ້. ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງປຽບທຽບວຽກງານຂອງພຣະອົງໃສ່ກັບການເກັບກ່ຽວ? ເຮົາສາມາດເຮັດຫຍັງແດ່ ເພື່ອຊ່ວຍໃນວຽກງານຂອງພຣະອົງ?
-
ຄຳສອນ ແລະ ພັນທະສັນຍາ 14:2.ກິດຈະກຳສຳລັບຂໍ້ນີ້ ໃນ “ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ” ລະບຸຂໍ້ພຣະຄຳພີບາງຈຳນວນກ່ຽວກັບພຣະຄຳຂອງພຣະເຈົ້າ. ບາງທີສະມາຊິກໃນຄອບຄົວສາມາດອ່ານມັນ ແລະ ແບ່ງປັນສິ່ງທີ່ເຂົາເຈົ້າຮຽນຮູ້. ຂໍ້ພຣະຄຳພີເຫລົ່ານີ້ດົນໃຈເຮົາແນວໃດ ເພື່ອໃຫ້ “ເອົາໃຈໃສ່” ຕໍ່ພຣະຄຳຂອງພຣະເຈົ້າ?
-
ຄຳສອນ ແລະ ພັນທະສັນຍາ 15:6; 16:6.ຂໍ້ເຫລົ່ານີ້ສາມາດກະຕຸ້ນການສົນທະນາ ກ່ຽວກັບສິ່ງທີ່ມີຄຸນຄ່າທີ່ສຸດ ຕໍ່ຄອບຄົວຂອງທ່ານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 18:10 ນຳອີກ).
-
ຄຳສອນ ແລະ ພັນທະສັນຍາ 17.ຄອບຄົວຂອງທ່ານອາດມັກແຕ້ມຮູບ ກ່ຽວກັບແຕ່ລະຢ່າງທີ່ພະຍານສາມຄົນໄດ້ເຫັນ (ເບິ່ງ ຂໍ້ທີ 1). ຂະນະທີ່ທ່ານອ່ານ ພາກທີ 17, ໃຫ້ຊອກຫາສຳນວນທີ່ສິດສອນເຖິງຄວາມສຳຄັນຂອງພຣະຄຳພີມໍມອນ. ເຮົາຈະສາມາດເປັນພະຍານເຖິງພຣະຄຳພີມໍມອນໄດ້ແນວໃດ? ຄອບຄົວຂອງທ່ານກໍສາມາດເບິ່ງວິດີໂອ “A Day for the Eternities” (ChurchofJesusChrist.org) ນຳອີກ.
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ເຮົາຈະໄປທີ່ພຣະອົງບັນຊາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 50.
ສຽງຂອງການຟື້ນຟູ
ລູສີ ແມັກ ສະມິດ ແລະ ພະຍານສາມຄົນ ແລະ ແປດຄົນ
ທູດໂມໂຣໄນໄດ້ສະແດງແຜ່ນຈາລຶກຄຳຕໍ່ໂຈເຊັບ ສະມິດ, ອໍລີເວີ ຄາວເດີຣີ, ເດວິດ ວິດເມີ, ແລະ ມາຕິນ ແຮຣິສ ຢູ່ໃນປ່າໃກ້ບ້ານຂອງຄອບຄົວວິດເມີ ໃນເມືອງເຟແອດ, ລັດນິວຢອກ. ພໍ່ແມ່ຂອງໂຈເຊັບໄດ້ໄປຢ້ຽມຢາມບ້ານຂອງຄອບຄົວວິດເມີ ໃນເວລານັ້ນ. ລູສີ ແມັກ ສະມິດ, ແມ່ຂອງໂຈເຊັບ, ໄດ້ບັນຍາຍເຖິງປະສົບການອັນໜ້າອັດສະຈັນໃຈນີ້ ມີຜົນກະທົບຕໍ່ພະຍານແນວໃດ:
“ມັນເປັນເວລາປະມານສາມ ຫາ ສີ່ໂມງ. ແມ່ບ້ານວິດເມີ ແລະ ທ່ານສະມິດ ແລະ ຂ້າພະເຈົ້າເອງ ໄດ້ນັ່ງຢູ່ໃນຫ້ອງນອນ. ຂ້າພະເຈົ້າໄດ້ນັ່ງຢູ່ຂ້າງຕຽງ. ເວລາໂຈເຊັບໄດ້ເຂົ້າມາ, ລາວໄດ້ນັ່ງລົງຢູ່ທາງຂ້າງຂ້າພະເຈົ້າ. ‘ພໍ່ເອີຍ! ແມ່ເອີຍ!’ ລາວເວົ້າ. ‘ພໍ່ແມ່ບໍ່ຮູ້ດອກວ່າ ລູກດີໃຈຫລາຍຂະໜາດໃດ. ພຣະຜູ້ເປັນເຈົ້າໄດ້ສະແດງແຜ່ນຈາລຶກຕໍ່ສາມຄົນອື່ນອີກ ທີ່ນອກເໜືອໄປຈາກລູກ, ຜູ້ທີ່ໄດ້ເຫັນທູດຄືກັນ ແລະ ຈະເປັນພະຍານເຖິງຄວາມຈິງເຖິງສິ່ງທີ່ລູກໄດ້ກ່າວ. ເພາະເຂົາເຈົ້າຮູ້ດ້ວຍຕົວເອງວ່າ ລູກບໍ່ໄດ້ຕົວະຜູ້ຄົນ. ແລະ ລູກຮູ້ສຶກຄືກັບວ່າ ລູກໄດ້ຖືກປົດປ່ອຍຈາກຄວາມໜັກໜ່ວງ, ຊຶ່ງເກືອບໜັກເກີນກວ່າລູກຈະທົນກັບມັນໄດ້. ແຕ່ບັດນີ້ເຂົາເຈົ້າຕ້ອງໄດ້ຮັບເອົາພາລະບາງສ່ວນ, ແລະ ມັນເຮັດໃຫ້ຈິດວິນຍານຂອງລູກປິຕິຍິນດີ ທີ່ລູກບໍ່ໄດ້ຢູ່ຄົນດຽວອີກຕໍ່ໄປ ຢູ່ໃນໂລກນີ້.’ ແລ້ວມາຕິນ ແຮຣິສ ໄດ້ເຂົ້າມາ. ເບິ່ງຄືວ່າ ລາວເຕັມໄປດ້ວຍຄວາມຊື່ນຊົມຫລາຍທີ່ສຸດ. ແລ້ວລາວໄດ້ເປັນພະຍານເຖິງສິ່ງທີ່ລາວໄດ້ເຫັນ ແລະ ໄດ້ຍິນ, ດັ່ງທີ່ຄົນອື່ນໄດ້ເຮັດຄືກັນ, ເຊັ່ນ ອໍລີເວີ ແລະ ເດວິດ. ປະຈັກພະຍານຂອງເຂົາເຈົ້າແມ່ນຄືກັນໝົດ ກ່ຽວກັບແກ່ນສານທີ່ບັນຈຸຢູ່ໃນພຣະຄຳພີມໍມອນ. …
“ມາຕິນ ແຮຣິສ ໂດຍສະເພາະ ເບິ່ງຄືກັບວ່າ ລາວບໍ່ສາມາດຫາຄຳມາເອີ່ຍກ່ຽວກັບເຫດການນັ້ນໄດ້. ລາວໄດ້ເວົ້າວ່າ, ‘ບັດນີ້ ຂ້ອຍໄດ້ເຫັນທູດຈາກສະຫວັນແລ້ວ ຜູ້ໄດ້ເປັນພະຍານຢ່າງແທ້ຈິງເຖິງຄວາມຈິງຂອງທຸກສິ່ງທັງໝົດ ທີ່ຂ້ອຍໄດ້ຍິນກ່ຽວກັບບັນທຶກ, ແລະ ຂ້ອຍກໍໄດ້ເຫັນເພິ່ນດ້ວຍຕາຂອງຕົນເອງ. ຂ້ອຍກໍຍັງໄດ້ເຫັນແຜ່ນຈາລຶກນຳອີກ ແລະ ໄດ້ສຳພັດມັນດ້ວຍມືຂອງຂ້ອຍເອງ ແລະ ສາມາດເປັນພະຍານເຖິງສິ່ງດຽວກັນນັ້ນ ຕໍ່ທັງໂລກໄດ້. ແຕ່ຂ້ອຍໄດ້ຮັບພະຍານດ້ວຍຕົວເອງທີ່ເກີນກວ່າຈະສາມາດເວົ້າໄດ້, ວ່າບໍ່ມີລີ້ນໃດທີ່ສາມາດບັນຍາຍ, ແລະ ຂ້ອຍໄດ້ກ່າວສັນລະເສີນພຣະເຈົ້າດ້ວຍຄວາມຈິງໃຈຈາກຈິດວິນຍານຂອງຂ້ອຍ ວ່າພຣະອົງໄດ້ຖ່ອມລົງມາ ເຮັດໃຫ້ຂ້ອຍ, ແມ່ນແຕ່ຂ້ອຍ, ເປັນພະຍານເຖິງວຽກງານທີ່ຍິ່ງໃຫຍ່ທີ່ສຸດ ແລະ ໄດ້ຖືກອອກແບບໄວ້ເພື່ອມວນມະນຸດ.’ ອໍລີເວີ ແລະ ເດວິດ ໄດ້ເຂົ້າຮ່ວມກັບລາວອີກ ເພື່ອສັນລະເສີນພຣະເຈົ້າ ສຳລັບພຣະກະລຸນາທິຄຸນ ແລະ ພຣະເມດຕາຂອງພຣະອົງ. ພວກເຮົາໄດ້ກັບບ້ານ [ໄປເມືອງພາໄມຣາ, ລັດນິວຢອກ,] ໃນມື້ຕໍ່ມາ ດ້ວຍຄວາມເບີກບານໃຈ ແລະ ດ້ວຍຄວາມປິຕິຍິນດີຂອງກຸ່ມເດີນທາງນ້ອຍໆ.”1
ລູສີ ແມັກ ສະມິດ ກໍໄດ້ຢູ່ທີ່ນັ້ນ ຕອນພະຍານແປດຄົນ ໄດ້ກັບມາຈາກປະສົບການຂອງເຂົາເຈົ້າ:
“ຫລັງຈາກພະຍານເຫລົ່ານີ້ໄດ້ກັບໄປເຮືອນ, ທູດກໍໄດ້ມາປະກົດຕໍ່ໂຈເຊັບອີກ; ຊຶ່ງໃນເວລານັ້ນ ໂຈເຊັບໄດ້ມອບແຜ່ນຈາລຶກຄືນໃຫ້ເພິ່ນ. ໃນຄ່ຳຄືນນັ້ນ ພວກເຮົາໄດ້ຈັດການປະຊຸມ, ຊຶ່ງພະຍານທັງໝົດໄດ້ກ່າວປະຈັກພະຍານເຖິງຄວາມຈິງທີ່ກ່າວຢູ່ຂ້າງເທິງ; ແລະ ທຸກຄົນໃນຄອບຄົວຂອງພວກເຮົາ, ແມ່ນແຕ່ ດອນ ຄາໂລສ໌ [ສະມິດ], ຜູ້ມີອາຍຸພຽງແຕ່ 14 ປີ, ກໍໄດ້ເປັນພະຍານເຖິງຄວາມຈິງຂອງສະໄໝຍຸກສຸດທ້າຍ—ທີ່ຖືກນຳມາ ໃນເວລານັ້ນ.”2