“8. ກຸ່ມແອວເດີ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“8. ກຸ່ມແອວເດີ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
8.
ກຸ່ມແອວເດີ
8.1
ຈຸດປະສົງ ແລະ ອົງການ
8.1.1
ຈຸດປະສົງ
ຜູ້ຊາຍອາຍຸ 18 ປີຂຶ້ນໄປທີ່ມີຄ່າຄວນ ສາມາດໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງແອວເດີ. ຜູ້ຊາຍທີ່ໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງນັ້ນໄດ້ເຂົ້າໃນພັນທະສັນຍາສັກສິດ ເພື່ອຊ່ວຍພຣະເຈົ້າບັນລຸວຽກງານຂອງພຣະອົງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:33–44).
8.1.2
ສະມາຊິກກະພາບໃນກຸ່ມແອວເດີ
ແຕ່ລະຫວອດມີກຸ່ມແອວເດີ. ມັນຮ່ວມດ້ວຍອ້າຍນ້ອງດັ່ງຕໍ່ໄປນີ້:
-
ແອວເດີທຸກຄົນໃນຫວອດ.
-
ຜູ້ຄາດຫວັງເປັນແອວເດີໃນຫວອດ (ເບິ່ງ 8.4).
-
ມະຫາປະໂລຫິດໃນຫວອດທຸກຄົນ, ຍົກເວັ້ນຜູ້ທີ່ກຳລັງຮັບໃຊ້ໃນຝ່າຍປະທານສະເຕກ, ໃນຝ່າຍອະທິການ, ໃນສະພາສູງ, ຫລື ເປັນປິຕຸ.
ຊາຍໜຸ່ມສາມາດເລີ່ມຕົ້ນໄປຮ່ວມການປະຊຸມກຸ່ມແອວເດີ ເມື່ອເຂົາມີອາຍຸຄົບ 18 ປີ, ເຖິງແມ່ນເຂົາຍັງບໍ່ໄດ້ຮັບການແຕ່ງຕັ້ງເປັນແອວເດີເທື່ອກໍຕາມ. ເມື່ອມີອາຍຸ 19 ປີ ຫລື ເມື່ອໄດ້ຍ້າຍອອກຈາກເຮືອນ, ດັ່ງເຊັ່ນການໄປຮຽນມະຫາວິທະຍາໄລ ຫລື ການຮັບໃຊ້ເຜີຍແຜ່, ເຂົາຄວນໄດ້ຮັບການແຕ່ງຕັ້ງເປັນແອວເດີ ຖ້າຫາກເຂົາມີຄ່າຄວນ.
ຜູ້ຊາຍອາຍຸນ້ອຍກວ່າ 18 ປີທີ່ແຕ່ງງານແລ້ວ ຄືຜູ້ຄາດຫວັງເປັນແອວເດີ ແລະ ເປັນສະມາຊິກກຸ່ມແອວເດີເຊັ່ນກັນ.
8.2
ການມີສ່ວນຮ່ວມໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ
![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2Fca%2Fe4%2Fcae4ace5c8cce80f8c4e06fe281c42dbc6d1e9fc%2Fcae4ace5c8cce80f8c4e06fe281c42dbc6d1e9fc.jpeg/full/!250,/0/default)
8.2.1
ການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ
8.2.1.2
ການຮຽນຮູ້ພຣະກິດຕິຄຸນໃນການປະຊຸມກຸ່ມ
ການປະຊຸມຖືກຈັດຂຶ້ນໃນວັນອາທິດທີສອງ ແລະ ທີສີ່ຂອງເດືອນ. ມັນໃຊ້ເວລາ 50 ນາທີ. ຝ່າຍປະທານກຸ່ມແອວເດີວາງແຜນການປະຊຸມເຫລົ່ານີ້. ສະມາຊິກຄົນໜຶ່ງໃນຝ່າຍປະທານດຳເນີນການປະຊຸມ.
ການປະຊຸມກຸ່ມສຸມໃສ່ຫົວຂໍ້ໃນຄຳປາໄສຂອງກອງປະຊຸມໃຫຍ່ສາມັນຄັ້ງລ່າສຸດ ໜຶ່ງເລື່ອງ ຫລື ຫລາຍກວ່ານັ້ນ.
8.2.1.3
ກິດຈະກຳ
ຝ່າຍປະທານກຸ່ມແອວເດີອາດວາງແຜນກິດຈະກຳ. ກິດຈະກຳສ່ວນຫລາຍຖືກຈັດຂຶ້ນໃນເວລາທີ່ນອກເໜືອໄປຈາກແລງວັນອາທິດ ຫລື ແລງວັນຈັນ.
8.2.2
ການດູແລຄົນຂັດສົນ
![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2F97%2F4e%2F974e9f17846aa514cea90aec8882cfa486d3363a%2F974e9f17846aa514cea90aec8882cfa486d3363a.jpeg/full/!250,/0/default)
8.2.2.1
ການປະຕິບັດສາດສະໜາກິດ
ສະມາຊິກກຸ່ມແອວເດີຮັບວຽກງານການປະຕິບັດສາດສະໜາກິດຈາກຝ່າຍປະທານກຸ່ມ. ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງ ບົດທີ 21.
8.2.2.2
ຄວາມຕ້ອງການໄລຍະສັ້ນ
ອ້າຍນ້ອງຜູ້ປະຕິບັດສາດສະໜາກິດສະແຫວງຫາຄວາມເຂົ້າໃຈ ແລະ ສະໜອງຄວາມຕ້ອງການຂອງຜູ້ທີ່ເຂົາເຈົ້າຮັບໃຊ້. ສະມາຊິກອາດຕ້ອງການຄວາມຊ່ວຍເຫລືອໄລຍະສັ້ນໃນເວລາມີຄວາມເຈັບປ່ວຍ, ການເກີດ, ການຕາຍ, ຕົກງານ, ແລະ ໃນສະຖານະການອື່ນໆ.
ເມື່ອຈຳເປັນ, ອ້າຍນ້ອງຜູ້ປະຕິບັດສາດສະໜາກິດຈະຂໍໃຫ້ຝ່າຍປະທານກຸ່ມແອວເດີຊ່ວຍເຫລືອ.
8.2.2.3
ຄວາມຕ້ອງການໄລຍະຍາວ ແລະ ການກຸ້ມຕົນເອງ
ຕາມທີ່ປະສານງານໂດຍອະທິການ, ຝ່າຍປະທານກຸ່ມແອວເດີ ແລະ ຝ່າຍປະທານສະມາຄົມສະຕີສົງເຄາະຈະຊ່ວຍເຫລືອສະມາຊິກເລື່ອງຄວາມຕ້ອງການໄລຍະຍາວ ແລະ ການກຸ້ມຕົນເອງ.
ປະທານກຸ່ມແອວເດີ, ປະທານສະມາຄົມສະຕີສົງເຄາະ, ຫລື ຜູ້ນຳຄົນອື່ນຈະຊ່ວຍບຸກຄົນ ຫລື ຄອບຄົວພັດທະນາ ແຜນການກຸ້ມຕົນເອງ. ອ້າຍນ້ອງ ຫລື ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດສາມາດຊ່ວຍເຫລືອໃນແຜນນີ້.
8.2.2.4
ເມື່ອສະມາຊິກຫວອດເສຍຊີວິດ
ເມື່ອສະມາຊິກຫວອດເສຍຊີວິດ, ຝ່າຍປະທານກຸ່ມແອວເດີ ແລະ ຝ່າຍປະທານສະມາຄົມສະຕີສົງເຄາະໃຫ້ການປອບໂຍນ ແລະ ຊ່ວຍເຫລືອ. ພາຍໃຕ້ການນຳພາຂອງອະທິການ, ເຂົາເຈົ້າສາມາດຊ່ວຍໃນພິທີສົ່ງສະການ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງ 38.5.8.
8.2.3
ການເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ
ປະທານກຸ່ມແອວເດີມອບໝາຍໃຫ້ຄົນໜຶ່ງໃນຝ່າຍປະທານຊ່ວຍນຳພາວຽກງານເຜີຍແຜ່ຂອງສະມາຊິກໃນຫວອດ. ລາວເຮັດວຽກງານຮ່ວມກັບສະມາຊິກໃນຝ່າຍປະທານສະມາຄົມສະຕີສົງເຄາະທີ່ໄດ້ຮັບການມອບໝາຍ ເພື່ອປະສານວຽກງານເຫລົ່ານີ້.
8.2.4
ການເຕົ້າໂຮມຄອບຄົວເຂົ້າກັນຊົ່ວນິລັນດອນ
ປະທານກຸ່ມແອວເດີມອບໝາຍໃຫ້ສະມາຊິກຄົນໜຶ່ງໃນຝ່າຍປະທານຊ່ວຍນຳພາວຽກງານພຣະວິຫານ ແລະ ປະຫວັດຄອບຄົວຢູ່ໃນຫວອດ. ລາວເຮັດວຽກງານຮ່ວມກັບສະມາຊິກໃນຝ່າຍປະທານສະມາຄົມສະຕີສົງເຄາະທີ່ໄດ້ຮັບການມອບໝາຍ ເພື່ອປະສານວຽກງານເຫລົ່ານີ້.
ເບິ່ງ 25.2.2.
![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2F88%2F69%2F886999708076dbf09ad533958c83f683c1dc7440%2F886999708076dbf09ad533958c83f683c1dc7440.jpeg/full/!250,/0/default)
8.3
ຜູ້ນຳກຸ່ມແອວເດີ
8.3.1
ຝ່າຍປະທານສະເຕກ ແລະ ອະທິການ
ປະທານກຸ່ມແອວເດີຮັບຜິດຊອບໂດຍກົງຕໍ່ຝ່າຍປະທານສະເຕກ. ລາວພົບກັບສະມາຊິກໃນຝ່າຍປະທານເປັນປະຈຳ ເພື່ອຮັບການຊີ້ນຳ ແລະ ລາຍງານໜ້າທີ່ຮັບຜິດຊອບຂອງລາວ.
ປະທານກຸ່ມແອວເດີກໍໄດ້ຮັບການຊີ້ນຳຈາກອະທິການເຊັ່ນກັນ, ຜູ້ເປັນເຈົ້າໜ້າທີ່ຄວບຄຸມໃນຫວອດ. ພວກເພິ່ນພົບກັນເປັນປະຈຳ.
8.3.2
ສະມາຊິກສະພາສູງ
ຝ່າຍປະທານສະເຕກມອບໝາຍໃຫ້ສະມາຊິກສະພາສູງຄົນໜຶ່ງເປັນຕົວແທນພວກເພິ່ນໃນກຸ່ມແອວເດີແຕ່ລະກຸ່ມ. ໜ້າທີ່ຮັບຜິດຊອບຂອງເພິ່ນມີລະບຸໄວ້ໃນ 6.5.
8.3.3
ຝ່າຍປະທານກຸ່ມແອວເດີ
8.3.3.1
ການເອີ້ນຝ່າຍປະທານກຸ່ມແອວເດີ
ຫລັງຈາກໄດ້ປຶກສາກັບອະທິການແລ້ວ, ປະທານສະເຕກຈະເອີ້ນແອວເດີ ຫລື ມະຫາປະໂລຫິດຄົນໜຶ່ງໃຫ້ຮັບໃຊ້ເປັນປະທານກຸ່ມແອວເດີ.
ຖ້າຫາກໜ່ວຍສາດສະໜາຈັກໃຫຍ່ພໍ, ປະທານກຸ່ມແອວເດີຈະແນະນຳຊື່ແອວເດີ ຫລື ມະຫາປະໂລຫິດຄົນໜຶ່ງ ຫລື ສອງຄົນຕໍ່ປະທານສະເຕກ ເພື່ອຊ່ວຍຮັບໃຊ້ເປັນທີ່ປຶກສາຂອງລາວ.
8.3.3.2
ໜ້າທີ່ຮັບຜິດຊອບ
ປະທານກຸ່ມແອວເດີມີໜ້າທີ່ຮັບຜິດຊອບດັ່ງຕໍ່ໄປນີ້. ທີ່ປຶກສາຂອງລາວຊ່ວຍເຫລືອລາວ
-
ຮັບໃຊ້ໃນສະພາຫວອດ.
-
ນຳພາຄວາມພະຍາຍາມຂອງກຸ່ມເພື່ອຮ່ວມໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ (ເບິ່ງ ບົດທີ 1).
-
ຈັດລະບຽບ ແລະ ດູແລການຮັບໃຊ້ຂອງອ້າຍນ້ອງຜູ້ປະຕິບັດສາດສະໜາກິດ.
-
ພາຍໃຕ້ການນຳພາຂອງອະທິການ, ຈະປຶກສາກັບສະມາຊິກຜູ້ໃຫຍ່ໃນຫວອດ.
-
ປະສານຄວາມພະຍາຍາມຂອງກຸ່ມແອວເດີ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ອ້າຍນ້ອງຜູ້ໃຫຍ່ໜຸ່ມ, ທັງເປັນໂສດ ແລະ ແຕ່ງງານແລ້ວ.
-
ພົບກັບສະມາຊິກກຸ່ມແຕ່ລະຄົນເປັນສ່ວນຕົວ ຢ່າງໜ້ອຍປີລະເທື່ອ.
-
ສິດສອນສະມາຊິກກຸ່ມໃຫ້ຮູ້ໜ້າທີ່ຖານະປະໂລຫິດຂອງຕົນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:89). ສິ່ງນີ້ລວມທັງການສິດສອນເຂົາເຈົ້າໃຫ້ໃຊ້ຖານະປະໂລຫິດຂອງຕົນ ໃນການປະຕິບັດພິທີການ ແລະ ການໃຫ້ພອນ.
-
ດູແລບັນທຶກກຸ່ມ, ລາຍງານ, ແລະ ການເງິນ (ເບິ່ງ LCR.ChurchofJesusChrist.org).
8.3.3.3
ການປະຊຸມຝ່າຍປະທານ
ຝ່າຍປະທານກຸ່ມແອວເດີ ແລະ ເລຂານຸການພົບກັນເປັນປະຈຳ. ປະທານດຳເນີນການປະຊຸມເຫລົ່ານີ້. ສະມາຊິກສະພາສູງທີ່ຖືກມອບໝາຍໃຫ້ກຸ່ມຈະເຂົ້າຮ່ວມເປັນບາງຄັ້ງ.
ວາລະສາມາດລວມທັງລາຍການດັ່ງຕໍ່ໄປນີ້:
-
ວາງແຜນເພີ່ມຄວາມເຂັ້ມແຂງໃຫ້ແກ່ສະມາຊິກກຸ່ມ (ລວມທັງຜູ້ຄາດຫວັງເປັນແອວເດີ) ແລະ ຄອບຄົວຂອງເຂົາເຈົ້າ.
-
ປະສານວຽກງານເຜີຍແຜ່ ແລະ ວຽກງານພຣະວິຫານ ແລະ ປະຫວັດຄອບຄົວ.
-
ຕອບຮັບວຽກງານມອບໝາຍຈາກການປະຊຸມສະພາຫວອດ.
-
ທົບທວນຂໍ້ມູນຈາກການສຳພາດການປະຕິບັດສາດສະໜາກິດ.
-
ພິຈາລະນາບັນດາອ້າຍນ້ອງເພື່ອຮັບໃຊ້ໃນການເອີ້ນ ແລະ ວຽກງານມອບໝາຍ.
-
ວາງແຜນການປະຊຸມກຸ່ມ ແລະ ກິດຈະກຳ.
8.3.4
ເລຂານຸການ
ດ້ວຍການອະນຸມັດຈາກອະທິການ, ສະມາຊິກຄົນໜຶ່ງໃນຝ່າຍປະທານກຸ່ມແອວເດີອາດເອີ້ນສະມາຊິກກຸ່ມຄົນໜຶ່ງໃຫ້ເປັນເລຂານຸການກຸ່ມ.
8.4
ການຊ່ວຍຜູ້ຄາດຫວັງເປັນແອວເດີກຽມພ້ອມທີ່ຈະຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກ
ຜູ້ຄາດຫວັງເປັນແອວເດີຄື ສະມາຊິກຂອງສາດສະໜາຈັກເພດຊາຍທີ່ຍັງບໍ່ໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກເທື່ອ ແລະ (1) ມີອາຍຸ 19 ປີຂຶ້ນໄປ ຫລື (2) ອາຍຸນ້ອຍກວ່າ 19 ປີ ແລະ ແຕ່ງງານແລ້ວ.
ການຊ່ວຍຜູ້ຄາດຫວັງເປັນແອວເດີກຽມພ້ອມທີ່ຈະຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກເປັນເລື່ອງທີ່ມີຄວາມສຳຄັນສູງສຸດຢ່າງໜຶ່ງຂອງຝ່າຍປະທານກຸ່ມ.