ຄູ່​ມື ແລະ ການ​ເອີ້ນ
7. ຝ່າຍ​ອະ​ທິ​ການ


“7. ຝ່າຍ​ອະ​ທິ​ການ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“7. ຝ່າຍ​ອະ​ທິ​ການ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ.

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ກ່າວ​ຢູ່​ທີ່​ແທ່ນ​ປາ​ໄສ

7.

ຝ່າຍ​ອະ​ທິ​ການ

7.1

ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ

ອະ​ທິ​ການ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ນຳ​ພາ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຫວອດ (ເບິ່ງ 3.4.1). ເພິ່ນ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ປະ​ກອບ​ເປັນ​ຝ່າຍ​ອະ​ທິ​ການ.

ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ຢູ່​ຫ້າ​ຢ່າງ:

  • ເພິ່ນ​ເປັນ​ມະ​ຫາ​ປະ​ໂລ​ຫິດ​ຜູ້​ຄວບ​ຄຸມ​ໃນ​ຫວອດ.

  • ເພິ່ນ​ເປັນ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

  • ເພິ່ນ​ເປັນ​ຜູ້​ຕັດ​ສິນ​ທົ່ວ​ໄປ.

  • ເພິ່ນ​ປະ​ສານ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ, ລວມ​ທັງ​ການ​ດູ​ແລ​ຄົນ​ຂັດ​ສົນ.

  • ເພິ່ນ​ຄວບ​ຄຸມ​ຝ່າຍ​ການ​ບັນ​ທຶກ, ການ​ເງິນ, ແລະ ການ​ໃຊ້​ອາ​ຄານ​ປະ​ຊຸມ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ສູງ​ສຸດ​ຂອງ​ອະ​ທິ​ການ​ຄື​ຕໍ່​ຄົນ​ລຸ້ນ​ໃໝ່​ຢູ່​ໃນ​ຫວອດ (ເດັກ​ນ້ອຍ, ຊາວ​ໜຸ່ມ, ແລະ ຜູ້​ໃຫຍ່​ໜຸ່ມ​ໂສດ). ເພື່ອ​ໃຫ້​ເພິ່ນ​ສາ​ມາດ​ສຸມ​ໃຈ​ໃສ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້, ເພິ່ນ​ຈຶ່ງ​ມອບ​ໝາຍ​ວຽກ​ງານ (ເບິ່ງ 4.2.5).

7.1.1

ມະ​ຫາ​ປະ​ໂລ​ຫິດ​ຄວບ​ຄຸມ

ອະ​ທິ​ການ​ເປັນ​ຜູ້​ນຳ​ຫລັກ​ທາງ​ວິນ​ຍານ.

7.1.1.1

ອົງ​ການ​ຫວອດ ແລະ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ

ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ຫວອດ ແລະ ອົງ​ການ​ຍິງ​ໜຸ່ມ. ເພິ່ນ​ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ທີ່​ປຶກ​ສາ​ຂອງ​ເພິ່ນ​ສຳ​ລັບ​ໂຮງ​ຮຽນ​ວັນ​ອາ​ທິດ ແລະ ອົງ​ການ​ປະ​ຖົມ​ໄວ ແລະ ໂຄງ​ການ​ອື່ນໆ​ຂອງ​ຫວອດ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ອະ​ທິ​ການ​ສຳ​ລັບ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ມີ​ລະ​ບຸ​ໄວ້​ໃນ 7.1.2. ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເພິ່ນ​ສຳ​ລັບ​ກຸ່ມ​ແອວ​ເດີ ມີ​ລະ​ບຸ​ໄວ້​ໃນ 8.3.1.

7.1.1.2

ພິ​ທີ​ການ ແລະ ການ​ໃຫ້​ພອນ

ອະ​ທິ​ການ​ຊີ້​ນຳ​ການ​ປະ​ຕິ​ບັດ​ພິ​ທີ​ການ ແລະ ການ​ໃຫ້​ພອນ​ໃນ​ຫວອດ​ດັ່ງ​ຕໍ່​ໄປ​ນີ້:

  • ສິນ​ລະ​ລຶກ

  • ການ​ຕັ້ງ​ຊື່ ແລະ ການ​ໃຫ້​ພອນ​ແກ່​ເດັກ​ນ້ອຍ

  • ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ເດັກ​ນ້ອຍ​ໃນ​ບັນ​ທຶກ ອາ​ຍຸ 8 ປີ (ສຳ​ລັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ, ເບິ່ງ 31.2.3.2)

  • ການ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ມັກ​ຄະ​ນາ​ຍົກ, ຄູ​ສອນ, ແລະ ປະ​ໂລ​ຫິດ

7.1.1.3

ສະ​ພາ ແລະ ການ​ປະ​ຊຸມ​ຕ່າງໆ

ອະ​ທິ​ການ​ນຳ​ພາ​ສະ​ພາ​ຫວອດ ແລະ ສະ​ພາ​ຊາວ​ໜຸ່ມ​ຫວອດ (ເບິ່ງ 29.2.5 ແລະ 29.2.6).

ຝ່າຍ​ອະ​ທິ​ການ​ວາງ​ແຜນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ການ​ປະ​ຊຸມ​ອື່ນໆ​ຂອງ​ຫວອດ ດັ່ງ​ທີ່​ລະ​ບຸ​ໄວ້​ໃນ ບົດ​ທີ 29.

7.1.1.4

ການ​ເອີ້ນ ແລະ ການ​ປົດ

ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ອະ​ທິ​ການ​ສຳ​ລັບ​ການ​ເອີ້ນ ແລະ ການ​ປົດ ມີ​ລະ​ບຸ​ໄວ້​ໃນ ບົດ​ທີ 30.

7.1.2

ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້ ໃນ​ຖາ​ນະ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃນ​ຫວອດ. ທີ່​ປຶກ​ສາ​ຂອງ​ເພິ່ນ​ຊ່ວຍ​ເຫລືອ​ເພິ່ນ.

  • ສະ​ໜັບ​ສະ​ໜູນ​ພໍ່​ແມ່​ໃນ​ການ​ສິດ​ສອນ​ຊາວ​ໜຸ່ມ.

  • ດູ​ແລ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຫ້ອງ​ຮຽນ​ຍິງ​ໜຸ່ມ. ອະ​ທິ​ການ​ເປັນ​ປະ​ທານ​ຂອງ​ກຸ່ມ​ປະ​ໂລ​ຫິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:87–88). ທີ່​ປຶກ​ສາ​ທີ​ໜຶ່ງ​ຂອງ​ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ກຸ່ມ​ຄູ​ສອນ. ທີ່​ປຶກ​ສາ​ທີ​ສອງ​ຂອງ​ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ກຸ່ມ​ມັກ​ຄະ​ນາ​ຍົກ.

  • ປຶກ​ສາ​ກັບ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ໃນ​ຫວອດ.

  • ພົບ​ກັບ​ຊາວ​ໜຸ່ມ​ແຕ່​ລະ​ຄົນ​ເປັນ​ປະ​ຈຳ.

7.1.3

ຜູ້​ຕັດ​ສິນ​ທົ່ວ​ໄປ

ອະ​ທິ​ການ​ເປັນ​ຜູ້​ຕັດ​ສິນ​ທົ່ວ​ໄປ​ໃນ​ຫວອດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:71–74). ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ຊ່ວຍ​ຊາວ​ໜຸ່ມ ແລະ ຜູ້​ໃຫຍ່​ໃຫ້​ເໝາະ​ສົມ ແລະ ມີ​ຄ່າ​ຄວນ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.

  • ທຳ​ການ​ສຳ​ພາດ​ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 31.2.

  • ພົບ​ກັບ​ສະ​ມາ​ຊິກ​ຫວອດ​ຜູ້​ສະ​ແຫວງ​ຫາ​ການ​ນຳ​ພາ​ທາງ​ວິນ​ຍານ, ຜູ້​ມີ​ບັນ​ຫາ​ໜັກ​ໜ່ວງ​ສ່ວນ​ຕົວ, ຫລື ຜູ້​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ, ໂດຍ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ດຶງ​ເອົາ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ສະ​ເຕກ, ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຕາມ​ຄວາມ​ຈຳ​ເປັນ. ສຳ​ລັບ​ແນວ​ທາງ​ຊີ້​ນຳ, ໃຫ້​ເບິ່ງ ບົດ​ທີ 32.

7.1.4

ການ​ປະ​ສານ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

ອະ​ທິ​ການ​ປະ​ສານ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ໃນ​ຫວອດ (ເບິ່ງ ບົດ​ທີ 1). ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ຜູ້​ນຳ​ໃນ​ຫວອດ​ຄົນ​ອື່ນໆ​ຊ່ວຍ​ເຫລືອ​ເພິ່ນ.

7.1.4.1

ຄວາມ​ພະ​ຍາ​ຍາມ​ນຳ​ພາ​ໃນ​ການ​ດູ​ແລ​ຄົນ​ທີ່​ມີ​ຄວາມ​ຕ້ອງ​ການ​ທາງ​ໂລກ

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ທີ່​ອະ​ທິ​ການ​ດູ​ແລ​ຄົນ​ຂັດ​ສົນ, ໃຫ້​ເບິ່ງ 22.6.1.

7.1.5

ບັນ​ທຶກ, ການ​ເງິນ, ແລະ ອາ​ຄານ​ປະ​ຊຸມ

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ບັນ​ທຶກ, ໃຫ້​ເບິ່ງ ບົດ​ທີ 33. ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ເງິນ, ລວມ​ທັງ​ສ່ວນ​ສິບ, ໃຫ້​ເບິ່ງ ບົດ​ທີ 34. ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ອາ​ຄານ​ປະ​ຊຸມ, ໃຫ້​ເບິ່ງ ບົດ​ທີ 35.

7.3

ເລ​ຂາ​ນຸ​ການ​ສູງ​ສຸດ​ປະ​ຈຳ​ຫວອດ ແລະ ຜູ້​ຊ່ວຍ​ເລ​ຂາ​ນຸ​ການ​ສູງ​ສຸດ​ປະ​ຈຳ​ຫວອດ

ຝ່າຍ​ອະ​ທິ​ການ​ຈະ​ແນະ​ນຳ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໃຫ້​ຮັບ​ໃຊ້​ເປັນ​ເລ​ຂາ​ນຸ​ການ​ສູງ​ສຸດ​ປະ​ຈຳ​ຫວອດ.

ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ພົບ​ກັບ​ຝ່າຍ​ອະ​ທິ​ການ ແລະ ກະ​ກຽມ​ວາ​ລະ​ຕາມ​ການ​ມອບ​ໝາຍ.

  • ຮັບ​ໃຊ້​ເປັນ​ສະ​ມາ​ຊິກ​ໃນ​ສະ​ພາ​ຫວອດ ແລະ ເຂົ້າ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຫວອດ.

  • ເຮັດ​ນັດ​ໝາຍ​ໃຫ້​ຝ່າຍ​ອະ​ທິ​ການ.

7.4

ສະ​ໝຽນ​ຫວອດ ແລະ ຜູ້​ຊ່ວຍ​ສະ​ໝຽນ​ຫວອດ

ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ສະ​ໝຽນ​ຫວອດ ແລະ ຜູ້​ຊ່ວຍ​ສະ​ໝຽນ​ຫວອດ ມີ​ລະ​ບຸ​ໄວ້​ໃນ 33.4.2.

ພິມ