“24. ການແນະນຳຊື່ ແລະ ການຮັບໃຊ້ເປັນຜູ້ສອນສາດສະໜາ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“24. ການແນະນຳຊື່ ແລະ ການຮັບໃຊ້ເປັນຜູ້ສອນສາດສະໜາ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ.
24.
ການແນະນຳຊື່ ແລະ ການຮັບໃຊ້ເປັນຜູ້ສອນສາດສະໜາ
24.0
ຄຳນຳ
ໃນສະໄໝບູຮານ, ພຣະຜູ້ເປັນເຈົ້າປະທານການມອບໝາຍໃຫ້ເຕົ້າໂຮມອິດສະຣາເອນ ໃນບັນດາ “ທຸກປະຊາຊາດ, ໃຫ້ບັບຕິສະມາພວກເຂົາໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ” (ມັດທາຍ 28:19; ເບິ່ງ ຂໍ້ທີ 20 ນຳອີກ). ພຣະຜູ້ເປັນເຈົ້າໄດ້ຮື້ຟື້ນການມອບໝາຍນັ້ນ ໃນຍຸກສຸດທ້າຍນີ້ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 39:11; 68:6–8; 112:28–30).
ການຮັບໃຊ້ພຣະຜູ້ເປັນເຈົ້າໃນຖານະຜູ້ສອນສາດສະໜາແມ່ນສິດທິພິເສດອັນສັກສິດ. ມັນນຳພອນນິລັນດອນມາໃຫ້ບຸກຄົນ ແລະ ຜູ້ທີ່ເຂົາເຈົ້າຮັບໃຊ້ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 18:14–16).
ພຣະຜູ້ເປັນເຈົ້າຂໍໃຫ້ຊາຍໜຸ່ມທີ່ມີຄ່າຄວນ ແລະ ມີຄວາມສາມາດທຸກຄົນ ກຽມພ້ອມ ແລະ ຮັບໃຊ້ເຜີຍແຜ່.
ພຣະຜູ້ເປັນເຈົ້າກໍຍິນດີຕ້ອນຮັບຍິງໜຸ່ມທີ່ມີຄ່າຄວນ ແລະ ມີຄວາມສາມາດນຳອີກ ເພື່ອຮັບໃຊ້ເຜີຍແຜ່ຖ້າເຂົາເຈົ້າປາດຖະໜາ.
ຜູ້ສອນສາດສະໜາອາວຸໂສກໍຕ້ອງການຄືກັນ ແລະ ຖືກຊຸກຍູ້ໃຫ້ກຽມພ້ອມເພື່ອຮັບໃຊ້.
24.1
ການເອີ້ນໃຫ້ຮັບໃຊ້
ຜູ້ສອນສາດສະໜາເປັນຕົວແທນຂອງພຣະຜູ້ເປັນເຈົ້າ ແລະ ຕ້ອງຖືກເອີ້ນໂດຍຜູ້ມີສິດອຳນາດທີ່ເໝາະສົມ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 42:11; ຫລັກແຫ່ງຄວາມເຊື່ອ 1:5). ໂດຍທົ່ວໄປແລ້ວ ການເອີ້ນໃຫ້ຮັບໃຊ້ເຜີຍແຜ່ແມ່ນມາຈາກປະທານຂອງສາດສະໜາຈັກ. ສຳລັບຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ, ການເອີ້ນແມ່ນມາຈາກປະທານສະເຕກ.
24.2
ການມອບໝາຍຂອງຜູ້ສອນສາດສະໜາ
ການເອີ້ນໃຫ້ຮັບໃຊ້ເປັນຜູ້ສອນສາດສະໜາແມ່ນລວມທັງການມອບໝາຍສະເພາະ. ການມອບໝາຍເຫລົ່ານີ້ແມ່ນຫລາກຫລາຍ.
24.2.1
ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ
ຜູ້ສອນສາດສະໜາໜຸ່ມສ່ວນໃຫຍ່ຖືກມອບໝາຍໃຫ້ສິດສອນພຣະກິດຕິຄຸນໄກບ້ານ. ການມອບໝາຍເຫລົ່ານີ້ຖືກມອບໃຫ້ໂດຍການເປີດເຜີຍຕໍ່ອັກຄະສາວົກ. ຜູ້ສອນສາດສະໜາເຫລົ່ານີ້ຮັບໃຊ້ພາຍໃຕ້ການຊີ້ນຳຂອງປະທານເຜີຍແຜ່.
24.2.2
ຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ
ຜູ້ສອນສາດສະໜາໜຸ່ມບາງຄົນຖືກມອບໝາຍໃຫ້ຮັບໃຊ້ໃນສາດສະໜາຈັກ ແລະ ໃນຊຸມຊົນຂະນະທີ່ອາໄສຢູ່ບ້ານ. ການມອບໝາຍເຫລົ່ານີ້ຖືກມອບໃຫ້ໂດຍການເປີດເຜີຍຕໍ່ອັກຄະສາວົກ ແລະ ຖືກມອບໃຫ້ຜູ້ສະໝັກທີ່ສະຖານະການເໝາະສົມທີ່ສຸດສຳລັບການເຜີຍແຜ່ຝ່າຍໃຫ້ບໍລິການ (ເບິ່ງ 24.3.3).
24.2.3
ຜູ້ສອນສາດສະໜາອາວຸໂສ
ຜູ້ສອນສາດສະໜາອາວຸໂສທຸກຄົນຖືກຊຸກຍູ້ໃຫ້ຊອກຫາຜູ້ຄົນທີ່ຈະສິດສອນ ແລະ ຊ່ວຍເຫລືອເຂົາເຈົ້າກຽມຮັບບັບຕິສະມາ. ຜູ້ສອນສາດສະໜາອາວຸໂສອາດຖືກມອບໝາຍໃຫ້ສະໜັບສະໜູນ:
-
ສະມາຊິກ ແລະ ຜູ້ນຳເຂດ ແລະ ຜູ້ນຳໃນທ້ອງຖິ່ນ.
-
ພະແນກຕ່າງໆ ແລະ ສະຖານທີ່ຕ່າງໆຂອງສາດສະໜາຈັກ.
-
ອົງການກຸສົນ.
ຜູ້ສອນສາດສະໜາອາວຸໂສບໍ່ໄດ້ຖືກຂໍໃຫ້ເຮັດວຽກຫລາຍຊົ່ວໂມງເທົ່າກັບຜູ້ສອນສາດສະໜາໜຸ່ມ, ເຮັດກິດຈະກຳແບບດຽວກັນ, ຫລື ເຮັດຕາມຄວາມຄາດໝາຍດຽວກັນ.
ການມອບໝາຍສຳລັບຜູ້ສອນສາດສະໜາອາວຸໂສ ຖືກມອບໃຫ້ໂດຍການເປີດເຜີຍຕໍ່ອັກຄະສາວົກ. ຜູ້ສະໝັກອາດສະແດງຄວາມປະສົງຈະເຮັດການມອບໝາຍຢ່າງໃດຢ່າງໜຶ່ງ ແຕ່ຄວນເຕັມໃຈທີ່ຈະຮັບເອົາໜ້າທີ່ມອບໝາຍໃດກໍຕາມ.
24.2.4
ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ
ນອກເໜືອຈາກການເອີ້ນໃນຫວອດບ້ານ ຫລື ສະເຕກບ້ານແລ້ວ, ສະມາຊິກສາມາດຮັບໃຊ້ພຣະຜູ້ເປັນເຈົ້າໃນຖານະຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການນຳອີກ. ຜູ້ສອນສາດສະໜາເຫລົ່ານີ້ໃຫ້ການຮັບໃຊ້ທີ່ມີຄ່າໃນພະແນກຕ່າງໆ, ໃນສະຖານທີ່ຕ່າງໆ, ແລະ ໃນເຂດເຜີຍແຜ່ຂອງສາດສະໜາຈັກ (ເບິ່ງ 24.7.1). ເຂົາເຈົ້າອາໄສຢູ່ບ້ານ.
ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການຖືກເອີ້ນໂດຍປະທານສະເຕກ. ເຂົາເຈົ້າຮັບໃຊ້ພາຍໃຕ້ການຊີ້ນຳຂອງເພິ່ນ. ຈຳນວນເວລາທີ່ເຂົາເຈົ້າຮັບໃຊ້ໃນແຕ່ລະອາທິດແມ່ນຂຶ້ນກັບຄວາມສາມາດຂອງເຂົາເຈົ້າ, ຂຶ້ນກັບໂອກາດຮັບໃຊ້ໃນເຂດຂອງເຂົາເຈົ້າ, ແລະ ຂຶ້ນກັບການຊີ້ນຳຈາກຝ່າຍປະທານເຂດ.
24.2.5
ສະຫລຸບການມອບໝາຍຂອງຜູ້ສອນສາດສະໜາ
ຕາຕະລາງຕໍ່ໄປນີ້ສະຫລຸບການມອບໝາຍຂອງຜູ້ສອນສາດສະໜາ.
ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ |
ຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ |
ຜູ້ສອນສາດສະໜາອາວຸໂສ |
ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ | |
---|---|---|---|---|
ຖືກເອີ້ນໂດຍ | ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ ປະທານຂອງສາດສະໜາຈັກ | ຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ ປະທານຂອງສາດສະໜາຈັກ | ຜູ້ສອນສາດສະໜາອາວຸໂສ ປະທານຂອງສາດສະໜາຈັກ | ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ ປະທານສະເຕກ |
ຖືກມອບໝາຍໂດຍ | ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ ອັກຄະສາວົກ | ຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ ອັກຄະສາວົກ | ຜູ້ສອນສາດສະໜາອາວຸໂສ ອັກຄະສາວົກ | ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ ປະທານສະເຕກ |
ຖືກແຕ່ງຕັ້ງເປັນທາງການໂດຍ | ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ ປະທານສະເຕກ | ຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ ປະທານສະເຕກ | ຜູ້ສອນສາດສະໜາອາວຸໂສ ປະທານສະເຕກ | ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ ປະທານສະເຕກ ຫລື ທີ່ປຶກສາ |
ອາໄສ | ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ ໄກບ້ານ | ຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ ຢູ່ບ້ານ | ຜູ້ສອນສາດສະໜາອາວຸໂສ ໄກບ້ານ ຫລື ຢູ່ບ້ານ | ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ ຢູ່ບ້ານ |
ຜູ້ນຳຝ່າຍສາດສະໜາ | ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ ປະທານເຜີຍແຜ່ ຫລື ປະທານສະຖານທີ່ປະຫວັດສາດ | ຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ ປະທານສະເຕກ | ຜູ້ສອນສາດສະໜາອາວຸໂສ ປະທານເຜີຍແຜ່, ປະທານພຣະວິຫານ, ຫລື ປະທານສະຖານທີ່ປະຫວັດສາດ; ຫລື ປະທານເຂດ | ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ ປະທານສະເຕກ |
ລາຍງານຕໍ່ | ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ ປະທານເຜີຍແຜ່ ຫລື ປະທານສະຖານທີ່ປະຫວັດສາດ | ຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ ຜູ້ນຳເຜີຍແຜ່ຝ່າຍໃຫ້ບໍລິການ | ຜູ້ສອນສາດສະໜາອາວຸໂສ ປະທານເຜີຍແຜ່, ປະທານພຣະວິຫານ, ຫລື ປະທານສະຖານທີ່ປະຫວັດສາດ; ປະທານເຂດ; ຜູ້ບໍລິຫານສູນຕ້ອນຮັບນັກທ່ອງທ່ຽວ; ຫລື ຜູ້ຈັດການພະແນກ ຫລື ຜູ້ຈັດການສະຖານທີ່ | ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ ຜູ້ຈັດການດ້ານການມອບໝາຍໃຫ້ຮັບໃຊ້ |
ຂໍ້ກຳນົດອາຍຸ | ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ 18–25 (ຊາຍ) | ຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ 18–25 (ຊາຍ) | ຜູ້ສອນສາດສະໜາອາວຸໂສ 40 ປີຂຶ້ນໄປ ຖ້າຫາກແຕ່ງງານ ຫລື ຖ້າຫາກເປັນເອື້ອຍນ້ອງໂສດ | ຜູ້ສອນສາດສະໜາອາວຸໂສຝ່າຍໃຫ້ບໍລິການ 26 ປີຂຶ້ນໄປ |
24.3
ການກຽມພ້ອມ ແລະ ຄຸນສົມບັດເໝາະສົມທີ່ຈະຮັບໃຊ້ເຜີຍແຜ່
ຜູ້ທີ່ຄາດຫວັງຈະເປັນຜູ້ສອນສາດສະໜາຖືກຊຸກຍູ້ໃຫ້ຮັບໃຊ້ເຜີຍແຜ່ ເພາະຄວາມຮັກຂອງເຂົາເຈົ້າຕໍ່ພຣະຜູ້ເປັນເຈົ້າ ແລະ ລູກໆຂອງພຣະອົງ. ເຂົາເຈົ້າຄວນຄຸ້ນເຄີຍກັບ ຄຳຖາມສຳພາດການແນະນຳຊື່ເປັນຜູ້ສອນສາດສະໜາ.
24.3.1
ການປ່ຽນໃຈເຫລື້ອມໃສຕໍ່ພຣະເຢຊູຄຣິດ
ຜູ້ທີ່ຄາດຫວັງຈະເປັນຜູ້ສອນສາດສະໜາພະຍາຍາມເພີ່ມຄວາມເຂັ້ມແຂງໃຫ້ແກ່ການປ່ຽນໃຈເຫລື້ອມໃສຂອງຕົນຕໍ່ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະອົງ.
24.3.2
ການເຮັດຕາມມາດຕະຖານຄວາມມີຄ່າຄວນ
ຜູ້ທີ່ຄາດຫວັງຈະເປັນຜູ້ສອນສາດສະໜາພະຍາຍາມມີຄ່າຄວນຕໍ່ການເປັນເພື່ອນຂອງພຣະວິນຍານ. ສິ່ງນີ້ຈຳເປັນຕໍ່ການຮັບໃຊ້ເຜີຍແຜ່ທີ່ມີປະສິດທິພາບ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 42:13–14).
24.3.2.1
ການກັບໃຈ
ການກັບໃຈຮຽກຮ້ອງການໃຊ້ສັດທາໃນພຣະຄຣິດ, ມີເຈດຕະນາອັນແທ້ຈິງ, ແລະ ຮັກສາພຣະບັນຍັດ. ມັນລວມທັງການສາລະພາບ ແລະ ການປະຖິ້ມບາບ. ສຳລັບບາບທີ່ຮ້າຍແຮງ, ການກັບໃຈຮຽກຮ້ອງການສາລະພາບຕໍ່ອະທິການ ຫລື ປະທານສະເຕກ.
ບຸກຄົນທີ່ກັບໃຈຖືກໃຫ້ອະໄພ ແລະ ເຮັດໃຫ້ສະອາດຜ່ານທາງການຊົດໃຊ້ ແລະ ພຣະຄຸນຂອງພຣະເຢຊູຄຣິດ. ພຣະຜູ້ເປັນເຈົ້າບໍ່ຈື່ຈຳບາບອີກຕໍ່ໄປ. (ເບິ່ງ ເອຊາຢາ 43:25; ຢາໂຄບ 6:5; ແອວມາ 34:15–17; ຮີລາມັນ 5:10–11; ຄຳສອນ ແລະ ພັນທະສັນຍາ 58:42–43. ເບິ່ງ 32.1 ໃນຄູ່ມືນີ້ ນຳອີກ.)
ຜູ້ສະໝັກເປັນຜູ້ສອນສາດສະໜາຕ້ອງໄດ້ກັບໃຈຈາກບາບອັນຮ້າຍແຮງ ກ່ອນທີ່ປະທານສະເຕກຈະສົ່ງໃບແນະນຳຊື່ຂອງລາວ (ເບິ່ງ 32.6; ເບິ່ງ 24.4.4 ນຳອີກ). ຂັ້ນຕອນການກັບໃຈແມ່ນລວມທັງເວລາຫລາຍພໍທີ່ໃຫ້ບຸກຄົນສະແດງຜ່ານທາງການດຳລົງຊີວິດທີ່ຊອບທຳ ວ່າເຂົາເຈົ້າໄດ້ຮັບພຣະວິນຍານຂອງພຣະຄຣິດອັນນຳໄປສູ່ການປົດບາບແລ້ວ.
24.3.3
ສຸຂະພາບທາງຮ່າງກາຍ, ທາງຈິດໃຈ, ແລະ ທາງອາລົມ
ວຽກງານເຜີຍແຜ່ເປັນວຽກງານທ້າທາຍ. ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນຕ້ອງມຸ່ງໝັ້ນ ແລະ ມີຄວາມສາມາດທາງຮ່າງກາຍ, ຈິດໃຈ, ແລະ ອາລົມ ເພື່ອເຮັດວຽກຕາມຕາຕະລາງເຕັມເວລາຂອງຜູ້ສອນສາດສະໜາ.
24.3.4
ການເງິນ
24.3.4.1
ການຈັດເງິນທຶນໃຫ້ຜູ້ສອນສາດສະໜາໜຸ່ມທີ່ຮັບໃຊ້ໄກບ້ານ
ຜູ້ສະໝັກຄົນໜຸ່ມທີ່ໄດ້ກຽມພ້ອມອີງຕາມຄວາມສາມາດຂອງຕົນ ບໍ່ຄວນເລື່ອນເວລາການຮັບໃຊ້ ເພາະເຫດຜົນທາງການເງິນ. ຜູ້ທີ່ຕ້ອງການຄວາມຊ່ວຍເຫລືອທາງການເງິນ ເພື່ອບໍລິຈາກຕາມຄຳໝັ້ນສັນຍາ ສາມາດໄດ້ຮັບຄວາມຊ່ວຍເຫລືອຈາກຍາດພີ່ນ້ອງ ແລະ ໝູ່ເພື່ອນ.
ຖ້າຍັງຕ້ອງການຄວາມຊ່ວຍເຫລືອຢູ່, ອະທິການ ຫລື ປະທານສະເຕກອາດຂໍໃຫ້ສະມາຊິກໃນຫວອດ ຫລື ໃນສະເຕກ ບໍລິຈາກສົມທົບເງິນທຶນຜູ້ສອນສາດສະໜາ.
ງົບປະມານສຳລັບໜ່ວຍໃນທ້ອງຖິ່ນ ແລະ ເງິນທຶນບໍລິຈາກດ້ວຍການຖືສິນອົດເຂົ້າ ຈະບໍ່ຖືກນຳໃຊ້.
ເງິນບໍລິຈາກລາຍເດືອນຕາມຄຳໝັ້ນສັນຍາ. ຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ ແລະ ຄອບຄົວຂອງເຂົາເຈົ້າບໍລິຈາກເງິນຈຳນວນກຳນົດສະເພາະທຸກເດືອນ ເພື່ອຊ່ວຍຄ່າໃຊ້ຈ່າຍໃນໂຄງການເຜີຍແຜ່.
ເງິນບໍລິຈາກຖືກລວມເຂົ້າໃນເງິນທຶນຜູ້ສອນສາດສະໜາ. ອະທິການກວດສອບເງິນທຶນທີ່ບໍລິຈາກໃນແຕ່ລະເດືອນ. ເງິນທຶນທີ່ນອກເໜືອໄປກວ່າຈຳນວນທີ່ຕ້ອງຈ່າຍໃນແຕ່ລະເດືອນ ບໍ່ຄວນບໍລິຈາກລ່ວງໜ້າ. ເງິນທຶນທີ່ບໍລິຈາກລ່ວງໜ້າ ບໍ່ສາມາດສົ່ງຄືນໃຫ້ໄດ້ ຖ້າຫາກຜູ້ສອນສາດສະໜາກັບບ້ານໄວກ່ອນກຳນົດ.
ຄ່າໃຊ້ຈ່າຍໃນສະໜາມເຜີຍແຜ່. ແຕ່ລະເດືອນ, ຜູ້ສອນສາດສະໜາໜຸ່ມໄດ້ຮັບເງິນທຶນຈາກເຂດເຜີຍແຜ່ ເພື່ອໃຊ້ຈ່າຍສຳລັບອາຫານ, ການເດີນທາງ, ຄ່າຄອງຊີບອື່ນໆ. ເງິນທຶນເຫລົ່ານີ້ແມ່ນສັກສິດ. ຜູ້ສອນສາດສະໜາຄວນໃຊ້ມັນພຽງແຕ່ເພື່ອຈຸດປະສົງທີ່ກ່ຽວຂ້ອງກັບວຽກງານເຜີຍແຜ່ເທົ່ານັ້ນ. ເຂົາເຈົ້າບໍ່ຄວນໃຊ້ຈ່າຍກັບສິ່ງສ່ວນຕົວ, ເກັບອອມ, ຫລື ສົ່ງເງິນໃຫ້ສະມາຊິກໃນຄອບຄົວ ຫລື ອື່ນໆ. ຜູ້ສອນສາດສະໜາສົ່ງເງິນທຶນທີ່ບໍ່ໄດ້ໃຊ້ຄືນໃຫ້ເຂດເຜີຍແຜ່ເມື່ອເຂົາເຈົ້າບໍ່ຕ້ອງການ.
ຜູ້ສອນສາດສະໜາໃຊ້ເງິນທຶນສ່ວນຕົວສຳລັບສິ່ງອື່ນໆ. ຄ່າໃຊ້ຈ່າຍສ່ວນຕົວເຫລົ່ານີ້ຄວນໜ້ອຍທີ່ສຸດ. (ເບິ່ງ ມາດຕະຖານຂອງຜູ້ສອນສາດສະໜາສຳລັບສານຸສິດຂອງພຣະເຢຊູຄຣິດ, 4.8.)
24.3.4.2
ການຈັດເງິນທຶນໃຫ້ຜູ້ສອນສາດສະໜາອາວຸໂສທີ່ຮັບໃຊ້ໄກບ້ານ
ເງິນບໍລິຈາກລາຍເດືອນຕາມຄຳໝັ້ນສັນຍາ. ຜູ້ສອນສາດສະໜາອາວຸໂສທີ່ຮັບໃຊ້ໄກບ້ານ ບໍລິຈາກສົມທົບເງິນທຶນຜູ້ສອນສາດສະໜາຫວອດບ້ານຂອງເຂົາເຈົ້າໃນແຕ່ລະເດືອນ. ເງິນບໍລິຈາກເຫລົ່ານີ້ຊ່ວຍຈ່າຍຄ່າທີ່ພັກອາໄສ ແລະ ຍານພາຫະນະ.
ອະທິການກວດສອບເງິນທຶນທີ່ບໍລິຈາກໃນແຕ່ລະເດືອນ. ເງິນທຶນທີ່ນອກເໜືອໄປກວ່າຈຳນວນທີ່ຕ້ອງຈ່າຍໃນແຕ່ລະເດືອນ ບໍ່ຄວນບໍລິຈາກລ່ວງໜ້າ.
ຄ່າໃຊ້ຈ່າຍເພີ່ມເຕີມ. ນອກເໜືອຈາກເງິນບໍລິຈາກລາຍເດືອນຕາມຄຳໝັ້ນສັນຍາແລ້ວ, ຊຶ່ງຊ່ວຍຈ່າຍຄ່າທີ່ພັກອາໄສ ແລະ ຄ່າຍານພາຫະນະ, ຜູ້ສອນສາດສະໜາອາວຸໂສຕ້ອງຈ່າຍຄ່າໃຊ້ຈ່າຍອື່ນໆທັງໝົດເອງ, ລວມທັງອາຫານ.
24.3.4.3
ການຈັດເງິນທຶນໃຫ້ຜູ້ສອນສາດສະໜາຮັບໃຊ້ທີ່ບ້ານ
ຜູ້ສອນສາດສະໜາທີ່ຮັບໃຊ້ທີ່ບ້ານມີຄວາມຮັບຜິດຊອບຕໍ່ເງິນທັງໝົດທີ່ຕົນຕ້ອງໃຊ້ຈ່າຍ.
24.3.4.4
ປະກັນໄພສຸຂະພາບ ແລະ ຄ່າໃຊ້ຈ່າຍທາງການແພດ
ຜູ້ສອນສາດສະໜາທຸກຄົນຖືກສະໜັບສະໜູນຫລາຍທີ່ສຸດໃຫ້ຮັກສາປະກັນໄພສຸຂະພາບທີ່ມີຢູ່ແລ້ວ ຖ້າເປັນໄປໄດ້, ລວມທັງຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ.
ຜູ້ສອນສາດສະໜາທີ່ຮັບໃຊ້ທີ່ບ້ານ ຕ້ອງຈ່າຍຄ່າປະກັນໄພສຸຂະພາບ ແລະ ປະກັນໄພອື່ນໆເອງ. ຜູ້ສອນສາດສະໜາອາວຸໂສທີ່ຮັບໃຊ້ໄກບ້ານ ກໍຕ້ອງຈ່າຍເອງເຊັ່ນກັນ. ຜູ້ສອນສາດສະໜາອາວຸໂສທີ່ຈະຮັບໃຊ້ຢູ່ນອກປະເທດຂອງຕົນ ສາມາດຊື້ປະກັນໄພສຸຂະພາບໄດ້ຜ່ານທາງ Senior Service Medical Plan.
24.3.5
ບົດບາດຂອງສະມາຊິກໃນຄອບຄົວ ແລະ ຜູ້ນຳໃນການກຽມຜູ້ສອນສາດສະໜາ
ສະມາຊິກໃນຄອບຄົວ, ອະທິການ, ແລະ ຜູ້ນຳຄົນອື່ນໆຊ່ວຍຊາວໜຸ່ມກຽມຮັບໃຊ້ເຜີຍແຜ່.
ສະມາຊິກໃນຄອບຄົວ ແລະ ຜູ້ນຳຊຸກຍູ້ຜູ້ສະໝັກໄປສອນສາດສະໜາທຸກຄົນໃຫ້ສຶກສາ:
-
ພຣະຄຳພີມໍມອນ ແລະ ພຣະຄຳພີອື່ນໆ.
-
ມາດຕະການປ້ອງກັນການໃຊ້ເທັກໂນໂລຈີ.
ສະມາຊິກໃນຄອບຄົວ ແລະ ຜູ້ນຳຊ່ວຍໃຫ້ຜູ້ສະໝັກທຸກຄົນມຸ່ງໝັ້ນທີ່ຈະເຮັດຕາມມາດຕະຖານຜູ້ສອນສາດສະໜາ. ເຂົາເຈົ້າຊຸກຍູ້ຜູ້ສະໝັກໃຫ້ສຶກສາ ຄູ່ມືມາດຕະຖານຜູ້ສອນສາດສະໜາ ທີ່ກ່ຽວຂ້ອງກັບການມອບໝາຍທີ່ເຂົາເຈົ້າອາດໄດ້ຮັບ:
-
ສຳລັບຜູ້ສອນສາດສະໜາໜຸ່ມຝ່າຍສິດສອນ: ມາດຕະຖານຂອງຜູ້ສອນສາດສະໜາສຳລັບສານຸສິດຂອງພຣະເຢຊູຄຣິດ
24.4
ການແນະນຳຊື່ເປັນຜູ້ສອນສາດສະໜາ
24.4.1
ການປະເມີນສຸຂະພາບ
ຜູ້ສະໝັກທັງໝົດຖືກຮຽກຮ້ອງໃຫ້ແພດປະເມີນຄວາມພ້ອມດ້ານສຸຂະພາບຂອງເຂົາເຈົ້າ.
24.4.2
ການສຳພາດ ແລະ ຟອມການແນະນຳຊື່
ອະທິການ ແລະ ປະທານສະເຕກດຳເນີນການສຳພາດຢ່າງລະອຽດ, ຄົ້ນຫາທາງວິນຍານ, ແລະ ໃນແບບຍົກລະດັບ ກັບຜູ້ສະໝັກແຕ່ລະຄົນ. ພວກເພິ່ນໃຊ້ ຄຳຖາມສຳພາດການແນະນຳຊື່ເປັນຜູ້ສອນສາດສະໜາ.
ອະທິການ ແລະ ປະທານສະເຕກກໍຍັງທົບທວນຂໍ້ມູນກ່ຽວກັບມາດຕະຖານຄວາມມີຄ່າຄວນ ແລະ ຄວາມພ້ອມດ້ານສຸຂະພາບໃນ Missionary Online Recommendation System ນຳອີກ. ອະທິການ ແລະ ປະທານສະເຕກຈະບໍ່ເພີ່ມມາດຕະຖານດ້ານຄຸນສົມບັດໃດໆອີກ. ທັງພວກເພິ່ນຈະບໍ່ປ່ຽນຄຳຖາມສຳພາດ.
ຖ້າຫາກອະທິການ ແລະ ປະທານສະເຕກກັງວົນກ່ຽວກັບການເຮັດຕາມມາດຕະຖານຄວາມມີຄ່າຄວນ ຫລື ຄວາມພ້ອມດ້ານສຸຂະພາບຂອງຜູ້ສະໝັກ, ພວກເພິ່ນຈະປຶກສານຳກັນ ແລະ ກັບບຸກຄົນນັ້ນ. ດ້ວຍການອະນຸຍາດຈາກຜູ້ສະໝັກ, ພວກເພິ່ນອາດປຶກສາກັບພໍ່ແມ່ຂອງລາວ. ອະທິການ ແລະ ປະທານສະເຕກຈະບໍ່ສົ່ງຟອມແນະນຳຊື່ ຈົນກວ່າບຸກຄົນນັ້ນໄດ້ກັບໃຈຈາກບາບອັນຮ້າຍແຮງເສຍກ່ອນ (ເບິ່ງ 24.3.2.1). ອີງຕາມສຸຂະພາບດ້ານຮ່າງກາຍ, ຈິດໃຈ, ຫລື ອາລົມ, ພວກເພິ່ນອາດສົນທະນາກ່ຽວກັບຄວາມເປັນໄປໄດ້ ທີ່ຈະມອບໝາຍໃຫ້ລາວເປັນຜູ້ສອນສາດສະໜາຝ່າຍໃຫ້ບໍລິການ.
ໃນກໍລະນີສຸກເສີນ ເມື່ອອະທິການ ຫລື ປະທານສະເຕກບໍ່ສະດວກ, ເພິ່ນອາດອະນຸຍາດໃຫ້ທີ່ປຶກສາຄົນໜຶ່ງຂອງເພິ່ນເປັນຜູ້ດຳເນີນການສຳພາດເຫລົ່ານີ້.
ໃນທ້ອງຖິ່ນ, ປະທານເຜີຍແຜ່ ຫລື ທີ່ປຶກສາຄົນໜຶ່ງທີ່ຖືກມອບໝາຍ ຈະສຳພາດ ແລະ ແນະນຳຊື່ຜູ້ສະໝັກເປັນຜູ້ສອນສາດສະໜາ. ປະທານທ້ອງຖິ່ນຈະບໍ່ດຳເນີນການສຳພາດເຫລົ່ານີ້.
24.4.4
ຜູ້ທີ່ບໍ່ສາມາດຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ
ບາງຄັ້ງສະມາຊິກຜູ້ປາດຖະໜາທີ່ຈະຮັບໃຊ້ ອາດບໍ່ສາມາດຖືກເອີ້ນໃຫ້ເປັນຜູ້ສອນສາດສະໜາເຕັມເວລາໄດ້. ນີ້ອາດເປັນເພາະການທ້າທາຍທາງສຸຂະພາບ, ບໍ່ໄດ້ເຮັດຕາມມາດຕະຖານຄວາມມີຄ່າຄວນ, ບັນຫາທາງກົດໝາຍ, ຫລື ສະຖານະການອື່ນໆ. ປະທານສະເຕກອາດຍົກເວັ້ນລາວຈາກການຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ.
24.5
ຫລັງຈາກໄດ້ຮັບການເອີ້ນໃຫ້ໄປເຜີຍແຜ່
ຜູ້ສອນສາດສະໜາທີ່ຫາກໍໄດ້ຮັບການເອີ້ນ ຖືກຊຸກຍູ້ໃຫ້ອ່ານ ຫລື ທົບທວນພຣະຄຳພີມໍມອນຄືນອີກ ກ່ອນເລີ່ມໄປເຜີຍແຜ່. ເຂົາເຈົ້າເຮັດຕາມຄຳແນະນຳຂອງກະສັດເບັນຢາມິນທີ່ວ່າ ຈົ່ງ “ລະວັງຕົວ, ແລະ ຄວາມນຶກຄິດຂອງພວກທ່ານ, ແລະ ຄຳເວົ້າຂອງພວກທ່ານ, ແລະ ການກະທຳຂອງພວກທ່ານ” (ໂມໄຊຢາ 4:30).
24.5.1
ການຮັບຂອງປະທານສັກສິດພຣະວິຫານ ແລະ ການຮັບໃຊ້ໃນພຣະວິຫານ
ຜູ້ສອນສາດສະໜາທີ່ຫາກໍໄດ້ຮັບການເອີ້ນ ທີ່ຍັງບໍ່ໄດ້ຮັບພິທີການຂອງປະທານສັກສິດພຣະວິຫານເທື່ອ, ເຂົາເຈົ້າຄວນໄປຮັບເອົາ ກ່ອນເລີ່ມຕົ້ນການຮັບໃຊ້ເຜີຍແຜ່ ໃນບ່ອນທີ່ເປັນໄປໄດ້ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 43:15–16; 105:33). ສິ່ງນີ້ລວມທັງຜູ້ສອນສາດສະໜາຝ່າຍໃຫ້ບໍລິການ ຖ້າຫາກເໝາະສົມສຳລັບສະຖານະການຂອງເຂົາເຈົ້າ.
ຜູ້ສອນສາດສະໜາທີ່ຫາກໍໄດ້ຮັບການເອີ້ນ ຜູ້ໄດ້ຮັບຂອງປະທານສັກສິດແລ້ວ ສາມາດຮັບໃຊ້ເປັນພະນັກງານພິທີການພຣະວິຫານ ກ່ອນເຂົາເຈົ້າເລີ່ມຕົ້ນການຮັບໃຊ້ເຜີຍແຜ່ ຖ້າເໝາະສົມ (ເບິ່ງ 25.5).
24.5.2
ກອງປະຊຸມສິນລະລຶກ
ຝ່າຍອະທິການເຊື້ອເຊີນຜູ້ສອນສາດສະໜາທີ່ຫາກໍໄດ້ຮັບການເອີ້ນ ໃຫ້ກ່າວປາໄສໃນກອງປະຊຸມສິນລະລຶກ ກ່ອນເລີ່ມຕົ້ນການເຜີຍແຜ່ຂອງເຂົາເຈົ້າ. ນີ້ເປັນກອງປະຊຸມສິນລະລຶກແບບປົກກະຕິ. ຈຸດສຸມຄວນກ່ຽວກັບສິນລະລຶກ ແລະ ພຣະຜູ້ຊ່ວຍໃຫ້ລອດ.
24.5.3
ການແຕ່ງຕັ້ງຜູ້ສອນສາດສະໜາເປັນທາງການ
ປະທານສະເຕກບ້ານຈະແຕ່ງຕັ້ງຜູ້ສອນສາດສະໜາແຕ່ລະຄົນເປັນທາງການ ໃຫ້ໃກ້ວັນທີເລີ່ມຕົ້ນການໄປເຜີຍແຜ່ຂອງເຂົາເຈົ້າ ເທົ່າທີ່ເປັນໄປໄດ້. ໃນກໍລະນີສຸກເສີນເມື່ອປະທານສະເຕກບໍ່ສະດວກ, ເພິ່ນຈະອະນຸຍາດໃຫ້ທີ່ປຶກສາຄົນໜຶ່ງຂອງເພິ່ນແຕ່ງຕັ້ງຜູ້ສອນສາດສະໜາເປັນທາງການ.
ປະທານເຜີຍແຜ່ ຫລື ທີ່ປຶກສາຄົນໜຶ່ງຂອງເພິ່ນຈະແຕ່ງຕັ້ງຜູ້ສອນສາດສະໜາ ທີ່ໄດ້ຮັບການເອີ້ນຈາກທ້ອງຖິ່ນໃນເຂດເຜີຍແຜ່ຂອງເພິ່ນເປັນທາງການ. ປະທານທ້ອງຖິ່ນຈະບໍ່ແຕ່ງຕັ້ງຜູ້ສອນສາດສະໜາເປັນທາງການ.
ອ້າຍນ້ອງຜູ້ຈະຮັບໃຊ້ຢູ່ໄກບ້ານ ຕ້ອງໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກ ກ່ອນຮັບການແຕ່ງຕັ້ງເປັນຜູ້ສອນສາດສະໜາເປັນທາງການ. ອ້າຍນ້ອງຜູ້ຈະຮັບໃຊ້ເປັນຜູ້ສອນສາດສະໜາຝ່າຍບໍລິການ ຄວນດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ຖ້າຫາກໄດ້ຮັບການອະນຸມັດເນື່ອງຈາກສະຖານະການຂອງລາວ.
24.6
ການຮັບໃຊ້ໄກບ້ານ
24.6.2
ໃນສະໜາມເຜີຍແຜ່
24.6.2.5
ການຂໍໃຫ້ຊ່ວຍເຫລືອຄົນອື່ນທາງການເງິນ ຫລື ເລື່ອງການສຶກສາ ຫລື ການຍ້າຍຖິ່ນຖານ
ຜູ້ສອນສາດສະໜາ ແລະ ຄອບຄົວຂອງເຂົາເຈົ້າບໍ່ຄວນໃຫ້ການຊ່ວຍເຫລືອທາງການເງິນກັບຄົນໃນເຂດທີ່ຜູ້ສອນສາດສະໜາກຳລັງຮັບໃຊ້ຢູ່, ລວມທັງເງິນຊ່ວຍເລື່ອງການສຶກສາ. ທັງຜູ້ສອນສາດສະໜາ ແລະ ຄອບຄົວຂອງເຂົາເຈົ້າບໍ່ຄວນອຸປະຖຳບຸກຄົນທີ່ຢາກຍ້າຍຖິ່ນຖານໄປຢູ່ປະເທດອື່ນ (ເບິ່ງ 38.8.19).
24.6.2.8
ບັນທຶກສະມາຊິກກະພາບ ແລະ ສ່ວນສິບ
ຫວອດບ້ານຂອງຜູ້ສອນສາດສະໜາເກັບບັນທຶກສະມາຊິກກະພາບ. ຫວອດບ້ານກໍຍັງບັນທຶກສະຖານະການຈ່າຍເງິນສ່ວນສິບຂອງລາວນຳອີກ. ຜູ້ສອນສາດສະໜາຈະບໍ່ຈ່າຍເງິນສ່ວນສິບຈາກເງິນທຶນທີ່ເຂົາເຈົ້າໄດ້ຮັບຈາກເຂດເຜີຍແຜ່. ເຖິງຢ່າງໃດກໍຕາມ, ເຂົາເຈົ້າຈະຈ່າຍເງິນສ່ວນສິບ ຖ້າຫາກເຂົາເຈົ້າມີລາຍຮັບສ່ວນຕົວ.
24.6.3
ການກັບບ້ານຈາກການເຜີຍແຜ່
24.6.3.1
ການກັບບ້ານຕາມກຳນົດເວລາ
ຜູ້ສອນສາດສະໜາ ແລະ ຄອບຄົວຂອງເຂົາເຈົ້າບໍ່ຄວນຂໍຮ້ອງໃຫ້ຖືກປົດກ່ອນເວລາ ຫລື ຕໍ່ເວລາການຮັບໃຊ້ເພື່ອຄວາມສະດວກສ່ວນຕົວ.
ຜູ້ສອນສາດສະໜາໜຸ່ມຄວນເດີນທາງກັບບ້ານທັນທີ ຈາກການເຜີຍແຜ່ຂອງເຂົາເຈົ້າ. ການເດີນທາງໄປບ່ອນອື່ນອາດຖືກອະນຸມັດພຽງແຕ່ເມື່ອ ຖ້າຫາກຜູ້ສອນສາດສະໜາເດີນທາງໄປກັບພໍ່ແມ່ ຫລື ຜູ້ປົກຄອງຢ່າງໜ້ອຍໜຶ່ງຄົນເທົ່ານັ້ນ.
ຜູ້ສອນສາດສະໜາຈະບໍ່ຖືກປົດຈົນກວ່າເຂົາເຈົ້າໄປລາຍງານຕົວຕໍ່ປະທານສະເຕກຂອງເຂົາເຈົ້າ. ເຂົາເຈົ້າເຮັດຕາມມາດຕະຖານຜູ້ສອນສາດສະໜາຈົນເຖິງເວລານັ້ນ.
24.6.3.2
ການກັບບ້ານກ່ອນກຳນົດເວລາ
ຜູ້ສອນສາດສະໜາບາງຄົນອາດຖືກປົດກ່ອນກຳນົດເວລາ ເພາະເຫດຜົນທາງສຸຂະພາບ, ຄວາມມີຄ່າຄວນ, ຫລື ອື່ນໆ. ອະທິການ ແລະ ປະທານສະເຕກໃຫ້ການສະໜັບສະໜູນເປັນພິເສດຕໍ່ຜູ້ສອນສາດສະໜາທີ່ກັບຄືນບ້ານເຫລົ່ານີ້. ຜູ້ນຳຊ່ວຍໃຫ້ເຂົາເຈົ້າພະຍາຍາມມີສຸຂະພາບດີຂຶ້ນ, ຫລື ກັບຄືນໄປຮັບໃຊ້ ຖ້າເປັນໄປໄດ້.
24.7
ການເຜີຍແຜ່ຝ່າຍໃຫ້ບໍລິການ
24.7.1
ການລະບຸໂອກາດສຳລັບຜູ້ສອນສາດສະໜາຝ່າຍໃຫ້ບໍລິການ
ອະທິການ, ປະທານສະເຕກ, ແລະ ຜູ້ສອນສາດສະໜາຝ່າຍໃຫ້ບໍລິການ ປຶກສານຳກັນເພື່ອລະບຸໂອກາດທີ່ຈະຮັບໃຊ້ໃນທ້ອງຖິ່ນ. ສຳລັບຜູ້ສອນສາດສະໜາໜຸ່ມຝ່າຍໃຫ້ບໍລິການ, ຜູ້ນຳເຜີຍແຜ່ຝ່າຍໃຫ້ບໍລິການ ແລະ ພໍ່ແມ່ ຫລື ຜູ້ປົກຄອງຂອງຜູ້ສອນສາດສະໜາ ຈະເຂົ້າຮ່ວມໃນການສົນທະນາ.
24.8
ຫລັງຈາກການຮັບໃຊ້ເຜີຍແຜ່
24.8.2
ການສຳພາດປົດຜູ້ສອນສາດສະໜາ
ປະທານສະເຕກປົດຜູ້ສອນສາດສະໜາ ແລະ ດຳເນີນການສຳພາດປົດ. ໃນທ້ອງຖິ່ນ, ໂດຍທົ່ວໄປແລ້ວ ປະທານເຜີຍແຜ່ ຫລື ທີ່ປຶກສາຄົນໜຶ່ງທີ່ຖືກມອບໝາຍ ຈະປົດຜູ້ສອນສາດສະໜາ.
ແນວທາງຊີ້ນຳດັ່ງຕໍ່ໄປນີ້ສຳລັບການສຳພາດອາດເປັນປະໂຫຍດ.
-
ຊຸກຍູ້ໃຫ້ເຂົາເຈົ້າສືບຕໍ່ເປັນສານຸສິດຂອງພຣະເຢຊູຄຣິດໄປຕະຫລອດຊີວິດ.
-
ແນະນຳເຂົາເຈົ້າໃຫ້ສ້າງນິໄສທີ່ດີ ຊຶ່ງເຂົາເຈົ້າໄດ້ພັດທະນາຕອນເປັນຜູ້ສອນສາດສະໜາ.
-
ຊຸກຍູ້ໃຫ້ເຂົາເຈົ້າພິຈາລະນາ ແລະ ກຽມສຳລັບອະນາຄົດ, ລວມທັງການສຶກສາ ແລະ ການງານສຳລັບຜູ້ສອນສາດສະໜາໜຸ່ມ.
-
ຊຸກຍູ້ໃຫ້ເຂົາເຈົ້າສືບຕໍ່ດຳລົງຊີວິດໃຫ້ມີຄ່າຄວນສຳລັບໃບຮັບຮອງເຂົ້າພຣະວິຫານເລື້ອຍໄປ.
24.8.4
ການເອີ້ນ
ຜູ້ນຳຈະໃຫ້ການມອບໝາຍການປະຕິບັດສາດສະໜາກິດ ແລະ ການເອີ້ນແກ່ຜູ້ສອນສາດສະໜາທີ່ຫາກໍຖືກປົດທັນທີ. ສິ່ງນີ້ລວມທັງການພິຈາລະນາໃຫ້ເປັນພະນັກງານພິທີການພຣະວິຫານ ເມື່ອເໝາະສົມ (ເບິ່ງ 25.5).
24.9
ແຫລ່ງຊ່ວຍເຫລືອສຳລັບການແນະນຳຊື່ ແລະ ການຮັບໃຊ້ເປັນຜູ້ສອນສາດສະໜາ
24.9.2
ເວັບໄຊ
-
MissionaryRecommendations.ChurchofJesusChrist.org (ມີໃຫ້ສະເພາະຜູ້ນຳໃນທ້ອງຖິ່ນ ແລະ ຜູ້ສະໝັກເປັນຜູ້ສອນສາດສະໜາເທົ່ານັ້ນ)