ຄູ່​ມື ແລະ ການ​ເອີ້ນ
24. ການ​ແນະ​ນຳ​ຊື່ ແລະ ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ


“24. ການ​ແນະ​ນຳ​ຊື່ ແລະ ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“24. ການ​ແນະ​ນຳ​ຊື່ ແລະ ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ຍ່າງ

24.

ການ​ແນະ​ນຳ​ຊື່ ແລະ ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ

24.0

ຄຳ​ນຳ

ໃນ​ສະ​ໄໝ​ບູ​ຮານ, ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ການ​ມອບ​ໝາຍ​ໃຫ້​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ໃນ​ບັນ​ດາ “ທຸກ​ປະ​ຊາ​ຊາດ, ໃຫ້​ບັບ​ຕິ​ສະ​ມາ​ພວກ​ເຂົາ​ໃນ​ພຣະ​ນາມ​ຂອງ​ພຣະ​ບິ​ດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ມັດ​ທາຍ 28:19; ເບິ່ງ ຂໍ້​ທີ 20 ນຳ​ອີກ). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮື້​ຟື້ນ​ການ​ມອບ​ໝາຍ​ນັ້ນ ໃນ​ຍຸກ​ສຸດ​ທ້າຍ​ນີ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 39:11; 68:6–8; 112:28–30).

ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ແມ່ນ​ສິດ​ທິ​ພິ​ເສດ​ອັນ​ສັກ​ສິດ. ມັນ​ນຳ​ພອນ​ນິ​ລັນ​ດອນ​ມາ​ໃຫ້​ບຸກ​ຄົນ ແລະ ຜູ້​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:14–16).

ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ຊາຍ​ໜຸ່ມ​ທີ່​ມີ​ຄ່າ​ຄວນ ແລະ ມີ​ຄວາມ​ສາ​ມາດ​ທຸກ​ຄົນ ກຽມ​ພ້ອມ ແລະ ຮັບ​ໃຊ້​ເຜີຍ​ແຜ່.

ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍິນ​ດີ​ຕ້ອນ​ຮັບ​ຍິງ​ໜຸ່ມ​ທີ່​ມີ​ຄ່າ​ຄວນ ແລະ ມີ​ຄວາມ​ສາ​ມາດ​ນຳ​ອີກ ເພື່ອ​ຮັບ​ໃຊ້​ເຜີຍ​ແຜ່​ຖ້າ​ເຂົາ​ເຈົ້າ​ປາດ​ຖະ​ໜາ.

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ກໍ​ຕ້ອງ​ການ​ຄື​ກັນ ແລະ ຖືກ​ຊຸກ​ຍູ້​ໃຫ້​ກຽມ​ພ້ອມ​ເພື່ອ​ຮັບ​ໃຊ້.

24.1

ການ​ເອີ້ນ​ໃຫ້​ຮັບ​ໃຊ້

ຜູ້​ສອນ​ສາດ​ສະ​ໜາ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຕ້ອງ​ຖືກ​ເອີ້ນ​ໂດຍ​ຜູ້​ມີ​ສິດ​ອຳ​ນາດ​ທີ່​ເໝາະ​ສົມ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:11; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:5). ໂດຍ​ທົ່ວ​ໄປ​ແລ້ວ ການ​ເອີ້ນ​ໃຫ້​ຮັບ​ໃຊ້​ເຜີຍ​ແຜ່​ແມ່ນ​ມາ​ຈາກ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ. ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ, ການ​ເອີ້ນ​ແມ່ນ​ມາ​ຈາກ​ປະ​ທານ​ສະ​ເຕກ.

24.2

ການ​ມອບ​ໝາຍ​ຂອງ​ຜູ້​ສອນ​ສາດ​ສະ​ໜາ

ການ​ເອີ້ນ​ໃຫ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ແມ່ນ​ລວມ​ທັງ​ການ​ມອບ​ໝາຍ​ສະ​ເພາະ. ການ​ມອບ​ໝາຍ​ເຫລົ່າ​ນີ້​ແມ່ນ​ຫລາກ​ຫລາຍ.

24.2.1

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ສ່ວນ​ໃຫຍ່​ຖືກ​ມອບ​ໝາຍ​ໃຫ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໄກ​ບ້ານ. ການ​ມອບ​ໝາຍ​ເຫລົ່າ​ນີ້​ຖືກ​ມອບ​ໃຫ້​ໂດຍ​ການ​ເປີດ​ເຜີຍ​ຕໍ່​ອັກ​ຄະ​ສາ​ວົກ. ຜູ້​ສອນ​ສາດ​ສະ​ໜາ​ເຫລົ່າ​ນີ້​ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ເຜີຍ​ແຜ່.

24.2.2

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ບາງ​ຄົນ​ຖືກ​ມອບ​ໝາຍ​ໃຫ້​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ ແລະ ໃນ​ຊຸມ​ຊົນ​ຂະ​ນະ​ທີ່​ອາ​ໄສ​ຢູ່​ບ້ານ. ການ​ມອບ​ໝາຍ​ເຫລົ່າ​ນີ້​ຖືກ​ມອບ​ໃຫ້​ໂດຍ​ການ​ເປີດ​ເຜີຍ​ຕໍ່​ອັກ​ຄະ​ສາ​ວົກ ແລະ ຖືກ​ມອບ​ໃຫ້​ຜູ້​ສະ​ໝັກ​ທີ່​ສະ​ຖາ​ນະ​ການ​ເໝາະ​ສົມ​ທີ່​ສຸດ​ສຳ​ລັບ​ການ​ເຜີຍ​ແຜ່​ຝ່າຍ​ໃຫ້​ບໍ​ລິ​ການ (ເບິ່ງ 24.3.3).

24.2.3

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ທຸກ​ຄົນ​ຖືກ​ຊຸກ​ຍູ້​ໃຫ້​ຊອກ​ຫາ​ຜູ້​ຄົນ​ທີ່​ຈະ​ສິດ​ສອນ ແລະ ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ກຽມ​ຮັບ​ບັບ​ຕິ​ສະ​ມາ. ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ອາດ​ຖືກ​ມອບ​ໝາຍ​ໃຫ້​ສະ​ໜັບ​ສະ​ໜູນ:

  • ສະ​ມາ​ຊິກ ແລະ ຜູ້​ນຳ​ເຂດ ແລະ ຜູ້​ນຳ​ໃນ​ທ້ອງ​ຖິ່ນ.

  • ພະ​ແນກ​ຕ່າງໆ ແລະ ສະ​ຖານ​ທີ່​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ.

  • ອົງ​ການ​ກຸ​ສົນ.

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ບໍ່​ໄດ້​ຖືກ​ຂໍ​ໃຫ້​ເຮັດ​ວຽກ​ຫລາຍ​ຊົ່ວ​ໂມງ​ເທົ່າ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ, ເຮັດ​ກິດ​ຈະ​ກຳ​ແບບ​ດຽວ​ກັນ, ຫລື ເຮັດ​ຕາມ​ຄວາມ​ຄາດ​ໝາຍ​ດຽວ​ກັນ.

ການ​ມອບ​ໝາຍ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ ຖືກ​ມອບ​ໃຫ້​ໂດຍ​ການ​ເປີດ​ເຜີຍ​ຕໍ່​ອັກ​ຄະ​ສາ​ວົກ. ຜູ້​ສະ​ໝັກ​ອາດ​ສະ​ແດງ​ຄວາມ​ປະ​ສົງ​ຈະ​ເຮັດ​ການ​ມອບ​ໝາຍ​ຢ່າງ​ໃດ​ຢ່າງ​ໜຶ່ງ ແຕ່​ຄວນ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ໜ້າ​ທີ່​ມອບ​ໝາຍ​ໃດ​ກໍ​ຕາມ.

24.2.4

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ

ນອກ​ເໜືອ​ຈາກ​ການ​ເອີ້ນ​ໃນ​ຫວອດ​ບ້ານ ຫລື ສະ​ເຕກ​ບ້ານ​ແລ້ວ, ສະ​ມາ​ຊິກ​ສາ​ມາດ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ​ນຳ​ອີກ. ຜູ້​ສອນ​ສາດ​ສະ​ໜາ​ເຫລົ່າ​ນີ້​ໃຫ້​ການ​ຮັບ​ໃຊ້​ທີ່​ມີ​ຄ່າ​ໃນ​ພະ​ແນກ​ຕ່າງໆ, ໃນ​ສະ​ຖານ​ທີ່​ຕ່າງໆ, ແລະ ໃນ​ເຂດ​ເຜີຍ​ແຜ່​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ 24.7.1). ເຂົາ​ເຈົ້າ​ອາ​ໄສ​ຢູ່​ບ້ານ.

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ​ຖືກ​ເອີ້ນ​ໂດຍ​ປະ​ທານ​ສະ​ເຕກ. ເຂົາ​ເຈົ້າ​ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ. ຈຳ​ນວນ​ເວ​ລາ​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້​ໃນ​ແຕ່​ລະ​ອາ​ທິດ​ແມ່ນ​ຂຶ້ນ​ກັບ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ, ຂຶ້ນ​ກັບ​ໂອ​ກາດ​ຮັບ​ໃຊ້​ໃນ​ເຂດ​ຂອງ​ເຂົາ​ເຈົ້າ, ແລະ ຂຶ້ນ​ກັບ​ການ​ຊີ້​ນຳ​ຈາກ​ຝ່າຍ​ປະ​ທານ​ເຂດ.

24.2.5

ສະ​ຫລຸບ​ການ​ມອບ​ໝາຍ​ຂອງ​ຜູ້​ສອນ​ສາດ​ສະ​ໜາ

ຕາ​ຕະ​ລາງ​ຕໍ່​ໄປ​ນີ້​ສະ​ຫລຸບ​ການ​ມອບ​ໝາຍ​ຂອງ​ຜູ້​ສອນ​ສາດ​ສະ​ໜາ.

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ
(ເບິ່ງ 24.2.1)

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.2)

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ
(ເບິ່ງ 24.2.3)

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.4)

ຖືກ​ເອີ້ນ​ໂດຍ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ
(ເບິ່ງ 24.2.1)

ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.2)

ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ
(ເບິ່ງ 24.2.3)

ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.4)

ປະ​ທານ​ສະ​ເຕກ

ຖືກ​ມອບ​ໝາຍ​ໂດຍ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ
(ເບິ່ງ 24.2.1)

ອັກ​ຄະ​ສາ​ວົກ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.2)

ອັກ​ຄະ​ສາ​ວົກ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ
(ເບິ່ງ 24.2.3)

ອັກ​ຄະ​ສາ​ວົກ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.4)

ປະ​ທານ​ສະ​ເຕກ

ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ
(ເບິ່ງ 24.2.1)

ປະ​ທານ​ສະ​ເຕກ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.2)

ປະ​ທານ​ສະ​ເຕກ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ
(ເບິ່ງ 24.2.3)

ປະ​ທານ​ສະ​ເຕກ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.4)

ປະ​ທານ​ສະ​ເຕກ ຫລື ທີ່​ປຶກ​ສາ

ອາ​ໄສ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ
(ເບິ່ງ 24.2.1)

ໄກ​ບ້ານ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.2)

ຢູ່​ບ້ານ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ
(ເບິ່ງ 24.2.3)

ໄກ​ບ້ານ ຫລື ຢູ່​ບ້ານ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.4)

ຢູ່​ບ້ານ

ຜູ້​ນຳ​ຝ່າຍ​ສາດ​ສະ​ໜາ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ
(ເບິ່ງ 24.2.1)

ປະ​ທານ​ເຜີຍ​ແຜ່ ຫລື ປະ​ທານ​ສະ​ຖານ​ທີ່​ປະ​ຫວັດ​ສາດ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.2)

ປະ​ທານ​ສະ​ເຕກ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ
(ເບິ່ງ 24.2.3)

ປະ​ທານ​ເຜີຍ​ແຜ່, ປະ​ທານ​ພຣະ​ວິ​ຫານ, ຫລື ປະ​ທານ​ສະ​ຖານ​ທີ່​ປະ​ຫວັດ​ສາດ; ຫລື ປະ​ທານ​ເຂດ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.4)

ປະ​ທານ​ສະ​ເຕກ

ລາຍ​ງານ​ຕໍ່

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ
(ເບິ່ງ 24.2.1)

ປະ​ທານ​ເຜີຍ​ແຜ່ ຫລື ປະ​ທານ​ສະ​ຖານ​ທີ່​ປະ​ຫວັດ​ສາດ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.2)

ຜູ້​ນຳ​ເຜີຍ​ແຜ່​ຝ່າຍ​ໃຫ້​ບໍ​ລິ​ການ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ
(ເບິ່ງ 24.2.3)

ປະ​ທານ​ເຜີຍ​ແຜ່, ປະ​ທານ​ພຣະ​ວິ​ຫານ, ຫລື ປະ​ທານ​ສະ​ຖານ​ທີ່​ປະ​ຫວັດ​ສາດ; ປະ​ທານ​ເຂດ; ຜູ້​ບໍ​ລິ​ຫານ​ສູນ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ; ຫລື ຜູ້​ຈັດ​ການ​ພະ​ແນກ ຫລື ຜູ້​ຈັດ​ການ​ສະ​ຖານ​ທີ່

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.4)

ຜູ້​ຈັດ​ການ​ດ້ານ​ການ​ມອບ​ໝາຍ​ໃຫ້​ຮັບ​ໃຊ້

ຂໍ້​ກຳ​ນົດ​ອາ​ຍຸ

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ
(ເບິ່ງ 24.2.1)

18–25 (ຊາຍ)
19–29 (ຍິງ)

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.2)

18–25 (ຊາຍ)
19–29 (ຍິງ)

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ
(ເບິ່ງ 24.2.3)

40 ປີ​ຂຶ້ນ​ໄປ ຖ້າ​ຫາກ​ແຕ່ງ​ງານ ຫລື ຖ້າ​ຫາກ​ເປັນ​ເອື້ອຍ​ນ້ອງ​ໂສດ

ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ໃຫ້​ບໍ​ລິ​ການ
(ເບິ່ງ 24.2.4)

26 ປີ​ຂຶ້ນ​ໄປ

24.3

ການ​ກຽມ​ພ້ອມ ແລະ ຄຸນ​ສົມ​ບັດ​ເໝາະ​ສົມ​ທີ່​ຈະ​ຮັບ​ໃຊ້​ເຜີຍ​ແຜ່

ຜູ້​ທີ່​ຄາດ​ຫວັງ​ຈະ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຖືກ​ຊຸກ​ຍູ້​ໃຫ້​ຮັບ​ໃຊ້​ເຜີຍ​ແຜ່ ເພາະ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ. ເຂົາ​ເຈົ້າ​ຄວນ​ຄຸ້ນ​ເຄີຍ​ກັບ ຄຳ​ຖາມ​ສຳ​ພາດ​ການ​ແນະ​ນຳ​ຊື່​ເປັນ​ຜູ້​ສອນ​ສາດ​ສະ​ໜາ.

24.3.1

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ເຢ​ຊູ​ຄຣິດ

ຜູ້​ທີ່​ຄາດ​ຫວັງ​ຈະ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ພະ​ຍາ​ຍາມ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຕົນ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ.

24.3.2

ການ​ເຮັດ​ຕາມ​ມາດ​ຕະ​ຖານ​ຄວາມ​ມີ​ຄ່າ​ຄວນ

ຜູ້​ທີ່​ຄາດ​ຫວັງ​ຈະ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ພະ​ຍາ​ຍາມ​ມີ​ຄ່າ​ຄວນ​ຕໍ່​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ. ສິ່ງ​ນີ້​ຈຳ​ເປັນ​ຕໍ່​ການ​ຮັບ​ໃຊ້​ເຜີຍ​ແຜ່​ທີ່​ມີ​ປະ​ສິດ​ທິ​ພາບ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:13–14).

24.3.2.1

ການ​ກັບ​ໃຈ

ການ​ກັບ​ໃຈ​ຮຽກ​ຮ້ອງ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ, ມີ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ແລະ ຮັກ​ສາ​ພຣະ​ບັນ​ຍັດ. ມັນ​ລວມ​ທັງ​ການ​ສາ​ລະ​ພາບ ແລະ ການ​ປະ​ຖິ້ມ​ບາບ. ສຳ​ລັບ​ບາບ​ທີ່​ຮ້າຍ​ແຮງ, ການ​ກັບ​ໃຈ​ຮຽກ​ຮ້ອງ​ການ​ສາ​ລະ​ພາບ​ຕໍ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ.

ບຸກ​ຄົນ​ທີ່​ກັບ​ໃຈ​ຖືກ​ໃຫ້​ອະ​ໄພ ແລະ ເຮັດ​ໃຫ້​ສະ​ອາດ​ຜ່ານ​ທາງ​ການ​ຊົດ​ໃຊ້ ແລະ ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຈື່​ຈຳ​ບາບ​ອີກ​ຕໍ່​ໄປ. (ເບິ່ງ ເອ​ຊາ​ຢາ 43:25; ຢາ​ໂຄບ 6:5; ແອວ​ມາ 34:15–17; ຮີ​ລາ​ມັນ 5:10–11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42–43. ເບິ່ງ 32.1 ໃນ​ຄູ່​ມື​ນີ້ ນຳ​ອີກ.)

ຜູ້​ສະ​ໝັກ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຕ້ອງ​ໄດ້​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ ກ່ອນ​ທີ່​ປະ​ທານ​ສະ​ເຕກ​ຈະ​ສົ່ງ​ໃບ​ແນະ​ນຳ​ຊື່​ຂອງ​ລາວ (ເບິ່ງ 32.6; ເບິ່ງ 24.4.4 ນຳ​ອີກ). ຂັ້ນ​ຕອນ​ການ​ກັບ​ໃຈ​ແມ່ນ​ລວມ​ທັງ​ເວ​ລາ​ຫລາຍ​ພໍ​ທີ່​ໃຫ້​ບຸກ​ຄົນ​ສະ​ແດງ​ຜ່ານ​ທາງ​ການ​ດຳ​ລົງ​ຊີ​ວິດ​ທີ່​ຊອບ​ທຳ ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ​ອັນ​ນຳ​ໄປ​ສູ່​ການ​ປົດ​ບາບ​ແລ້ວ.

24.3.3

ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ, ທາງ​ຈິດ​ໃຈ, ແລະ ທາງ​ອາ​ລົມ

ວຽກ​ງານ​ເຜີຍ​ແຜ່​ເປັນ​ວຽກ​ງານ​ທ້າ​ທາຍ. ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ​ຕ້ອງ​ມຸ່ງ​ໝັ້ນ ແລະ ມີ​ຄວາມ​ສາ​ມາດ​ທາງ​ຮ່າງ​ກາຍ, ຈິດ​ໃຈ, ແລະ ອາ​ລົມ ເພື່ອ​ເຮັດ​ວຽກ​ຕາມ​ຕາ​ຕະ​ລາງ​ເຕັມ​ເວ​ລາ​ຂອງ​ຜູ້​ສອນ​ສາດ​ສະ​ໜາ.

24.3.4

ການ​ເງິນ

24.3.4.1

ການ​ຈັດ​ເງິນ​ທຶນ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ທີ່​ຮັບ​ໃຊ້​ໄກ​ບ້ານ

ຜູ້​ສະ​ໝັກ​ຄົນ​ໜຸ່ມ​ທີ່​ໄດ້​ກຽມ​ພ້ອມ​ອີງ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ ບໍ່​ຄວນ​ເລື່ອນ​ເວ​ລາ​ການ​ຮັບ​ໃຊ້ ເພາະ​ເຫດ​ຜົນ​ທາງ​ການ​ເງິນ. ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ທາງ​ການ​ເງິນ ເພື່ອ​ບໍ​ລິ​ຈາກ​ຕາມ​ຄຳ​ໝັ້ນ​ສັນ​ຍາ ສາ​ມາດ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຍາດ​ພີ່​ນ້ອງ ແລະ ໝູ່​ເພື່ອນ.

ຖ້າ​ຍັງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຢູ່, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຫວອດ ຫລື ໃນ​ສະ​ເຕກ ບໍ​ລິ​ຈາກ​ສົມ​ທົບ​ເງິນ​ທຶນ​ຜູ້​ສອນ​ສາດ​ສະ​ໜາ.

ງົບ​ປະ​ມານ​ສຳ​ລັບ​ໜ່ວຍ​ໃນ​ທ້ອງ​ຖິ່ນ ແລະ ເງິນ​ທຶນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ຈະ​ບໍ່​ຖືກ​ນຳ​ໃຊ້.

ເງິນ​ບໍ​ລິ​ຈາກ​ລາຍ​ເດືອນ​ຕາມ​ຄຳ​ໝັ້ນ​ສັນ​ຍາ. ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ບໍ​ລິ​ຈາກ​ເງິນ​ຈຳ​ນວນ​ກຳ​ນົດ​ສະ​ເພາະ​ທຸກ​ເດືອນ ເພື່ອ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ໃນ​ໂຄງ​ການ​ເຜີຍ​ແຜ່.

ເງິນ​ບໍ​ລິ​ຈາກ​ຖືກ​ລວມ​ເຂົ້າ​ໃນ​ເງິນ​ທຶນ​ຜູ້​ສອນ​ສາດ​ສະ​ໜາ. ອະ​ທິ​ການ​ກວດ​ສອບ​ເງິນ​ທຶນ​ທີ່​ບໍ​ລິ​ຈາກ​ໃນ​ແຕ່​ລະ​ເດືອນ. ເງິນ​ທຶນ​ທີ່​ນອກ​ເໜືອ​ໄປ​ກວ່າ​ຈຳ​ນວນ​ທີ່​ຕ້ອງ​ຈ່າຍ​ໃນ​ແຕ່​ລະ​ເດືອນ ບໍ່​ຄວນ​ບໍ​ລິ​ຈາກ​ລ່ວງ​ໜ້າ. ເງິນ​ທຶນ​ທີ່​ບໍ​ລິ​ຈາກ​ລ່ວງ​ໜ້າ ບໍ່​ສາ​ມາດ​ສົ່ງ​ຄືນ​ໃຫ້​ໄດ້ ຖ້າ​ຫາກ​ຜູ້​ສອນ​ສາດ​ສະ​ໜາ​ກັບ​ບ້ານ​ໄວ​ກ່ອນ​ກຳ​ນົດ.

ຄ່າ​ໃຊ້​ຈ່າຍ​ໃນ​ສະ​ໜາມ​ເຜີຍ​ແຜ່. ແຕ່​ລະ​ເດືອນ, ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ໄດ້​ຮັບ​ເງິນ​ທຶນ​ຈາກ​ເຂດ​ເຜີຍ​ແຜ່ ເພື່ອ​ໃຊ້​ຈ່າຍ​ສຳ​ລັບ​ອາ​ຫານ, ການ​ເດີນ​ທາງ, ຄ່າ​ຄອງ​ຊີບ​ອື່ນໆ. ເງິນ​ທຶນ​ເຫລົ່າ​ນີ້​ແມ່ນ​ສັກ​ສິດ. ຜູ້​ສອນ​ສາດ​ສະ​ໜາ​ຄວນ​ໃຊ້​ມັນ​ພຽງ​ແຕ່​ເພື່ອ​ຈຸດ​ປະ​ສົງ​ທີ່​ກ່ຽວ​ຂ້ອງ​ກັບ​ວຽກ​ງານ​ເຜີຍ​ແຜ່​ເທົ່າ​ນັ້ນ. ເຂົາ​ເຈົ້າ​ບໍ່​ຄວນ​ໃຊ້​ຈ່າຍ​ກັບ​ສິ່ງ​ສ່ວນ​ຕົວ, ເກັບ​ອອມ, ຫລື ສົ່ງ​ເງິນ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຫລື ອື່ນໆ. ຜູ້​ສອນ​ສາດ​ສະ​ໜາ​ສົ່ງ​ເງິນ​ທຶນ​ທີ່​ບໍ່​ໄດ້​ໃຊ້​ຄືນ​ໃຫ້​ເຂດ​ເຜີຍ​ແຜ່​ເມື່ອ​ເຂົາ​ເຈົ້າ​ບໍ່​ຕ້ອງ​ການ.

ຜູ້​ສອນ​ສາດ​ສະ​ໜາ​ໃຊ້​ເງິນ​ທຶນ​ສ່ວນ​ຕົວ​ສຳ​ລັບ​ສິ່ງ​ອື່ນໆ. ຄ່າ​ໃຊ້​ຈ່າຍ​ສ່ວນ​ຕົວ​ເຫລົ່າ​ນີ້​ຄວນ​ໜ້ອຍ​ທີ່​ສຸດ. (ເບິ່ງ ມາດ​ຕະ​ຖານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ສຳ​ລັບ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, 4.8.)

24.3.4.2

ການ​ຈັດ​ເງິນ​ທຶນ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ທີ່​ຮັບ​ໃຊ້​ໄກ​ບ້ານ

ເງິນ​ບໍ​ລິ​ຈາກ​ລາຍ​ເດືອນ​ຕາມ​ຄຳ​ໝັ້ນ​ສັນ​ຍາ. ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ທີ່​ຮັບ​ໃຊ້​ໄກ​ບ້ານ ບໍ​ລິ​ຈາກ​ສົມ​ທົບ​ເງິນ​ທຶນ​ຜູ້​ສອນ​ສາດ​ສະ​ໜາ​ຫວອດ​ບ້ານ​ຂອງ​ເຂົາ​ເຈົ້າ​ໃນ​ແຕ່​ລະ​ເດືອນ. ເງິນ​ບໍ​ລິ​ຈາກ​ເຫລົ່າ​ນີ້​ຊ່ວຍ​ຈ່າຍ​ຄ່າ​ທີ່​ພັກ​ອາ​ໄສ ແລະ ຍານ​ພາ​ຫະ​ນະ.

ອະ​ທິ​ການ​ກວດ​ສອບ​ເງິນ​ທຶນ​ທີ່​ບໍ​ລິ​ຈາກ​ໃນ​ແຕ່​ລະ​ເດືອນ. ເງິນ​ທຶນ​ທີ່​ນອກ​ເໜືອ​ໄປ​ກວ່າ​ຈຳ​ນວນ​ທີ່​ຕ້ອງ​ຈ່າຍ​ໃນ​ແຕ່​ລະ​ເດືອນ ບໍ່​ຄວນ​ບໍ​ລິ​ຈາກ​ລ່ວງ​ໜ້າ.

ຄ່າ​ໃຊ້​ຈ່າຍ​ເພີ່ມ​ເຕີມ. ນອກ​ເໜືອ​ຈາກ​ເງິນ​ບໍ​ລິ​ຈາກ​ລາຍ​ເດືອນ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ແລ້ວ, ຊຶ່ງ​ຊ່ວຍ​ຈ່າຍ​ຄ່າ​ທີ່​ພັກ​ອາ​ໄສ ແລະ ຄ່າ​ຍານ​ພາ​ຫະ​ນະ, ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຕ້ອງ​ຈ່າຍ​ຄ່າ​ໃຊ້​ຈ່າຍ​ອື່ນໆ​ທັງ​ໝົດ​ເອງ, ລວມ​ທັງ​ອາ​ຫານ.

24.3.4.3

ການ​ຈັດ​ເງິນ​ທຶນ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ຮັບ​ໃຊ້​ທີ່​ບ້ານ

ຜູ້​ສອນ​ສາດ​ສະ​ໜາ​ທີ່​ຮັບ​ໃຊ້​ທີ່​ບ້ານ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເງິນ​ທັງ​ໝົດ​ທີ່​ຕົນ​ຕ້ອງ​ໃຊ້​ຈ່າຍ.

24.3.4.4

ປະ​ກັນ​ໄພ​ສຸ​ຂະ​ພາບ ແລະ ຄ່າ​ໃຊ້​ຈ່າຍ​ທາງ​ການ​ແພດ

ຜູ້​ສອນ​ສາດ​ສະ​ໜາ​ທຸກ​ຄົນ​ຖືກ​ສະ​ໜັບ​ສະ​ໜູນ​ຫລາຍ​ທີ່​ສຸດ​ໃຫ້​ຮັກ​ສາ​ປະ​ກັນ​ໄພ​ສຸ​ຂະ​ພາບ​ທີ່​ມີ​ຢູ່​ແລ້ວ ຖ້າ​ເປັນ​ໄປ​ໄດ້, ລວມ​ທັງ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ.

ຜູ້​ສອນ​ສາດ​ສະ​ໜາ​ທີ່​ຮັບ​ໃຊ້​ທີ່​ບ້ານ ຕ້ອງ​ຈ່າຍ​ຄ່າ​ປະ​ກັນ​ໄພ​ສຸ​ຂະ​ພາບ ແລະ ປະ​ກັນ​ໄພ​ອື່ນໆ​ເອງ. ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ທີ່​ຮັບ​ໃຊ້​ໄກ​ບ້ານ ກໍ​ຕ້ອງ​ຈ່າຍ​ເອງ​ເຊັ່ນ​ກັນ. ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ທີ່​ຈະ​ຮັບ​ໃຊ້​ຢູ່​ນອກ​ປະ​ເທດ​ຂອງ​ຕົນ ສາ​ມາດ​ຊື້​ປະ​ກັນ​ໄພ​ສຸ​ຂະ​ພາບ​ໄດ້​ຜ່ານ​ທາງ Senior Service Medical Plan.

24.3.5

ບົດ​ບາດ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຜູ້​ນຳ​ໃນ​ການ​ກຽມ​ຜູ້​ສອນ​ສາດ​ສະ​ໜາ

ສະ​ມາ​ຊິກ​ໃນ​ຄອບ​ຄົວ, ອະ​ທິ​ການ, ແລະ ຜູ້​ນຳ​ຄົນ​ອື່ນໆ​ຊ່ວຍ​ຊາວ​ໜຸ່ມ​ກຽມ​ຮັບ​ໃຊ້​ເຜີຍ​ແຜ່.

ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຜູ້​ນຳ​ຊຸກ​ຍູ້​ຜູ້​ສະ​ໝັກ​ໄປ​ສອນ​ສາດ​ສະ​ໜາ​ທຸກ​ຄົນ​ໃຫ້​ສຶກ​ສາ:

ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຜູ້​ນຳ​ຊ່ວຍ​ໃຫ້​ຜູ້​ສະ​ໝັກ​ທຸກ​ຄົນ​ມຸ່ງ​ໝັ້ນ​ທີ່​ຈະ​ເຮັດ​ຕາມ​ມາດ​ຕະ​ຖານ​ຜູ້​ສອນ​ສາດ​ສະ​ໜາ. ເຂົາ​ເຈົ້າ​ຊຸກ​ຍູ້​ຜູ້​ສະ​ໝັກ​ໃຫ້​ສຶກ​ສາ ຄູ່​ມື​ມາດ​ຕະ​ຖານ​ຜູ້​ສອນ​ສາດ​ສະ​ໜາ ທີ່​ກ່ຽວ​ຂ້ອງ​ກັບ​ການ​ມອບ​ໝາຍ​ທີ່​ເຂົາ​ເຈົ້າ​ອາດ​ໄດ້​ຮັບ:

  • ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ສິດ​ສອນ: ມາດ​ຕະ​ຖານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ສຳ​ລັບ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ

24.4

ການ​ແນະ​ນຳ​ຊື່​ເປັນ​ຜູ້​ສອນ​ສາດ​ສະ​ໜາ

24.4.1

ການ​ປະ​ເມີນ​ສຸ​ຂະ​ພາບ

ຜູ້​ສະ​ໝັກ​ທັງ​ໝົດ​ຖືກ​ຮຽກ​ຮ້ອງ​ໃຫ້​ແພດ​ປະ​ເມີນ​ຄວາມ​ພ້ອມ​ດ້ານ​ສຸ​ຂະ​ພາບ​ຂອງ​ເຂົາ​ເຈົ້າ.

24.4.2

ການ​ສຳ​ພາດ ແລະ ຟອມ​ການ​ແນະ​ນຳ​ຊື່

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ດຳ​ເນີນ​ການ​ສຳ​ພາດ​ຢ່າງ​ລະ​ອຽດ, ຄົ້ນ​ຫາ​ທາງ​ວິນ​ຍານ, ແລະ ໃນ​ແບບ​ຍົກ​ລະ​ດັບ ກັບ​ຜູ້​ສະ​ໝັກ​ແຕ່​ລະ​ຄົນ. ພວກ​ເພິ່ນ​ໃຊ້ ຄຳ​ຖາມ​ສຳ​ພາດ​ການ​ແນະ​ນຳ​ຊື່​ເປັນ​ຜູ້​ສອນ​ສາດ​ສະ​ໜາ.

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ກໍ​ຍັງ​ທົບ​ທວນ​ຂໍ້​ມູນ​ກ່ຽວ​ກັບ​ມາດ​ຕະ​ຖານ​ຄວາມ​ມີ​ຄ່າ​ຄວນ ແລະ ຄວາມ​ພ້ອມ​ດ້ານ​ສຸ​ຂະ​ພາບ​ໃນ Missionary Online Recommendation System ນຳ​ອີກ. ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ບໍ່​ເພີ່ມ​ມາດ​ຕະ​ຖານ​ດ້ານ​ຄຸນ​ສົມ​ບັດ​ໃດໆ​ອີກ. ທັງ​ພວກ​ເພິ່ນ​ຈະ​ບໍ່​ປ່ຽນ​ຄຳ​ຖາມ​ສຳ​ພາດ.

ຖ້າ​ຫາກ​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ກັງ​ວົນ​ກ່ຽວ​ກັບ​ການ​ເຮັດ​ຕາມ​ມາດ​ຕະ​ຖານ​ຄວາມ​ມີ​ຄ່າ​ຄວນ ຫລື ຄວາມ​ພ້ອມ​ດ້ານ​ສຸ​ຂະ​ພາບ​ຂອງ​ຜູ້​ສະ​ໝັກ, ພວກ​ເພິ່ນ​ຈະ​ປຶກ​ສາ​ນຳ​ກັນ ແລະ ກັບ​ບຸກ​ຄົນ​ນັ້ນ. ດ້ວຍ​ການ​ອະ​ນຸ​ຍາດ​ຈາກ​ຜູ້​ສະ​ໝັກ, ພວກ​ເພິ່ນ​ອາດ​ປຶກ​ສາ​ກັບ​ພໍ່​ແມ່​ຂອງ​ລາວ. ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ບໍ່​ສົ່ງ​ຟອມ​ແນະ​ນຳ​ຊື່ ຈົນ​ກວ່າ​ບຸກ​ຄົນ​ນັ້ນ​ໄດ້​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ​ເສຍ​ກ່ອນ (ເບິ່ງ 24.3.2.1). ອີງ​ຕາມ​ສຸ​ຂະ​ພາບ​ດ້ານ​ຮ່າງ​ກາຍ, ຈິດ​ໃຈ, ຫລື ອາ​ລົມ, ພວກ​ເພິ່ນ​ອາດ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ທີ່​ຈະ​ມອບ​ໝາຍ​ໃຫ້​ລາວ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຝ່າຍ​ໃຫ້​ບໍ​ລິ​ການ.

ໃນ​ກໍ​ລະ​ນີ​ສຸກ​ເສີນ ເມື່ອ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ບໍ່​ສະ​ດວກ, ເພິ່ນ​ອາດ​ອະ​ນຸ​ຍາດ​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ​ເປັນ​ຜູ້​ດຳ​ເນີນ​ການ​ສຳ​ພາດ​ເຫລົ່າ​ນີ້.

ໃນ​ທ້ອງ​ຖິ່ນ, ປະ​ທານ​ເຜີຍ​ແຜ່ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ຈະ​ສຳ​ພາດ ແລະ ແນະ​ນຳ​ຊື່​ຜູ້​ສະ​ໝັກ​ເປັນ​ຜູ້​ສອນ​ສາດ​ສະ​ໜາ. ປະ​ທານ​ທ້ອງ​ຖິ່ນ​ຈະ​ບໍ່​ດຳ​ເນີນ​ການ​ສຳ​ພາດ​ເຫລົ່າ​ນີ້.

24.4.4

ຜູ້​ທີ່​ບໍ່​ສາ​ມາດ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ

ບາງ​ຄັ້ງ​ສະ​ມາ​ຊິກ​ຜູ້​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້ ອາດ​ບໍ່​ສາ​ມາດ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ໄດ້. ນີ້​ອາດ​ເປັນ​ເພາະ​ການ​ທ້າ​ທາຍ​ທາງ​ສຸ​ຂະ​ພາບ, ບໍ່​ໄດ້​ເຮັດ​ຕາມ​ມາດ​ຕະ​ຖານ​ຄວາມ​ມີ​ຄ່າ​ຄວນ, ບັນ​ຫາ​ທາງ​ກົດ​ໝາຍ, ຫລື ສະ​ຖາ​ນະ​ການ​ອື່ນໆ. ປະ​ທານ​ສະ​ເຕກ​ອາດ​ຍົກ​ເວັ້ນ​ລາວ​ຈາກ​ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.

24.5

ຫລັງ​ຈາກ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ເຜີຍ​ແຜ່

ຜູ້​ສອນ​ສາດ​ສະ​ໜາ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ເອີ້ນ ຖືກ​ຊຸກ​ຍູ້​ໃຫ້​ອ່ານ ຫລື ທົບ​ທວນ​ພຣະ​ຄຳ​ພີ​ມໍ​ມອນ​ຄືນ​ອີກ ກ່ອນ​ເລີ່ມ​ໄປ​ເຜີຍ​ແຜ່. ເຂົາ​ເຈົ້າ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ທີ່​ວ່າ ຈົ່ງ “ລະ​ວັງ​ຕົວ, ແລະ ຄວາມ​ນຶກ​ຄິດ​ຂອງ​ພວກ​ທ່ານ, ແລະ ຄຳ​ເວົ້າ​ຂອງ​ພວກ​ທ່ານ, ແລະ ການ​ກະ​ທຳ​ຂອງ​ພວກ​ທ່ານ” (ໂມ​ໄຊ​ຢາ 4:30).

24.5.1

ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ພຣະ​ວິ​ຫານ ແລະ ການ​ຮັບ​ໃຊ້​ໃນ​ພຣະ​ວິ​ຫານ

ຜູ້​ສອນ​ສາດ​ສະ​ໜາ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ເອີ້ນ ທີ່​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ການ​ຂອງ​ປະ​ທານ​ສັກ​ສິດ​ພຣະ​ວິ​ຫານ​ເທື່ອ, ເຂົາ​ເຈົ້າ​ຄວນ​ໄປ​ຮັບ​ເອົາ ກ່ອນ​ເລີ່ມ​ຕົ້ນ​ການ​ຮັບ​ໃຊ້​ເຜີຍ​ແຜ່ ໃນ​ບ່ອນ​ທີ່​ເປັນ​ໄປ​ໄດ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 43:15–16; 105:33). ສິ່ງ​ນີ້​ລວມ​ທັງ​ຜູ້​ສອນ​ສາດ​ສະ​ໜາ​ຝ່າຍ​ໃຫ້​ບໍ​ລິ​ການ ຖ້າ​ຫາກ​ເໝາະ​ສົມ​ສຳ​ລັບ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ.

ຜູ້​ສອນ​ສາດ​ສະ​ໜາ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ເອີ້ນ ຜູ້​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ສາ​ມາດ​ຮັບ​ໃຊ້​ເປັນ​ພະ​ນັກ​ງານ​ພິ​ທີ​ການ​ພຣະ​ວິ​ຫານ ກ່ອນ​ເຂົາ​ເຈົ້າ​ເລີ່ມ​ຕົ້ນ​ການ​ຮັບ​ໃຊ້​ເຜີຍ​ແຜ່ ຖ້າ​ເໝາະ​ສົມ (ເບິ່ງ 25.5).

24.5.2

ກອງ​ປະ​ຊຸມ​ສິນ​ລະ​ລຶກ

ຝ່າຍ​ອະ​ທິ​ການ​ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ເອີ້ນ ໃຫ້​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ກ່ອນ​ເລີ່ມ​ຕົ້ນ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ. ນີ້​ເປັນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ແບບ​ປົກ​ກະ​ຕິ. ຈຸດ​ສຸມ​ຄວນ​ກ່ຽວ​ກັບ​ສິນ​ລະ​ລຶກ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

24.5.3

ການ​ແຕ່ງ​ຕັ້ງ​ຜູ້​ສອນ​ສາດ​ສະ​ໜາ​ເປັນ​ທາງ​ການ

ປະ​ທານ​ສະ​ເຕກ​ບ້ານ​ຈະ​ແຕ່ງ​ຕັ້ງ​ຜູ້​ສອນ​ສາດ​ສະ​ໜາ​ແຕ່​ລະ​ຄົນ​ເປັນ​ທາງ​ການ ໃຫ້​ໃກ້​ວັນ​ທີ​ເລີ່ມ​ຕົ້ນ​ການ​ໄປ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ ເທົ່າ​ທີ່​ເປັນ​ໄປ​ໄດ້. ໃນ​ກໍ​ລະ​ນີ​ສຸກ​ເສີນ​ເມື່ອ​ປະ​ທານ​ສະ​ເຕກ​ບໍ່​ສະ​ດວກ, ເພິ່ນ​ຈະ​ອະ​ນຸ​ຍາດ​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ​ແຕ່ງ​ຕັ້ງ​ຜູ້​ສອນ​ສາດ​ສະ​ໜາ​ເປັນ​ທາງ​ການ.

ປະ​ທານ​ເຜີຍ​ແຜ່ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ​ຈະ​ແຕ່ງ​ຕັ້ງ​ຜູ້​ສອນ​ສາດ​ສະ​ໜາ ທີ່​ໄດ້​ຮັບ​ການ​ເອີ້ນ​ຈາກ​ທ້ອງ​ຖິ່ນ​ໃນ​ເຂດ​ເຜີຍ​ແຜ່​ຂອງ​ເພິ່ນ​ເປັນ​ທາງ​ການ. ປະ​ທານ​ທ້ອງ​ຖິ່ນ​ຈະ​ບໍ່​ແຕ່ງ​ຕັ້ງ​ຜູ້​ສອນ​ສາດ​ສະ​ໜາ​ເປັນ​ທາງ​ການ.

ອ້າຍ​ນ້ອງ​ຜູ້​ຈະ​ຮັບ​ໃຊ້​ຢູ່​ໄກ​ບ້ານ ຕ້ອງ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ກ່ອນ​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເປັນ​ທາງ​ການ. ອ້າຍ​ນ້ອງ​ຜູ້​ຈະ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຝ່າຍ​ບໍ​ລິ​ການ ຄວນ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ຖ້າ​ຫາກ​ໄດ້​ຮັບ​ການ​ອະ​ນຸ​ມັດ​ເນື່ອງ​ຈາກ​ສະ​ຖາ​ນະ​ການ​ຂອງ​ລາວ.

24.6

ການ​ຮັບ​ໃຊ້​ໄກ​ບ້ານ

24.6.2

ໃນ​ສະ​ໜາມ​ເຜີຍ​ແຜ່

24.6.2.5

ການ​ຂໍ​ໃຫ້​ຊ່ວຍ​ເຫລືອ​ຄົນ​ອື່ນ​ທາງ​ການ​ເງິນ ຫລື ເລື່ອງ​ການ​ສຶກ​ສາ ຫລື ການ​ຍ້າຍ​ຖິ່ນ​ຖານ

ຜູ້​ສອນ​ສາດ​ສະ​ໜາ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ບໍ່​ຄວນ​ໃຫ້​ການ​ຊ່ວຍ​ເຫລືອ​ທາງ​ການ​ເງິນ​ກັບ​ຄົນ​ໃນ​ເຂດ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ຮັບ​ໃຊ້​ຢູ່, ລວມ​ທັງ​ເງິນ​ຊ່ວຍ​ເລື່ອງ​ການ​ສຶກ​ສາ. ທັງ​ຜູ້​ສອນ​ສາດ​ສະ​ໜາ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ບໍ່​ຄວນ​ອຸ​ປະ​ຖຳ​ບຸກ​ຄົນ​ທີ່​ຢາກ​ຍ້າຍ​ຖິ່ນ​ຖານ​ໄປ​ຢູ່​ປະ​ເທດ​ອື່ນ (ເບິ່ງ 38.8.19).

24.6.2.8

ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ແລະ ສ່ວນ​ສິບ

ຫວອດ​ບ້ານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ເກັບ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ. ຫວອດ​ບ້ານ​ກໍ​ຍັງ​ບັນ​ທຶກ​ສະ​ຖາ​ນະ​ການ​ຈ່າຍ​ເງິນ​ສ່ວນ​ສິບ​ຂອງ​ລາວ​ນຳ​ອີກ. ຜູ້​ສອນ​ສາດ​ສະ​ໜາ​ຈະ​ບໍ່​ຈ່າຍ​ເງິນ​ສ່ວນ​ສິບ​ຈາກ​ເງິນ​ທຶນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈາກ​ເຂດ​ເຜີຍ​ແຜ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົາ​ເຈົ້າ​ຈະ​ຈ່າຍ​ເງິນ​ສ່ວນ​ສິບ ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ລາຍ​ຮັບ​ສ່ວນ​ຕົວ.

24.6.3

ການ​ກັບ​ບ້ານ​ຈາກ​ການ​ເຜີຍ​ແຜ່

24.6.3.1

ການ​ກັບ​ບ້ານ​ຕາມ​ກຳ​ນົດ​ເວ​ລາ

ຜູ້​ສອນ​ສາດ​ສະ​ໜາ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ບໍ່​ຄວນ​ຂໍ​ຮ້ອງ​ໃຫ້​ຖືກ​ປົດ​ກ່ອນ​ເວ​ລາ ຫລື ຕໍ່​ເວ​ລາ​ການ​ຮັບ​ໃຊ້​ເພື່ອ​ຄວາມ​ສະ​ດວກ​ສ່ວນ​ຕົວ.

ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຄວນ​ເດີນ​ທາງ​ກັບ​ບ້ານ​ທັນ​ທີ ຈາກ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ. ການ​ເດີນ​ທາງ​ໄປ​ບ່ອນ​ອື່ນ​ອາດ​ຖືກ​ອະ​ນຸ​ມັດ​ພຽງ​ແຕ່​ເມື່ອ ຖ້າ​ຫາກ​ຜູ້​ສອນ​ສາດ​ສະ​ໜາ​ເດີນ​ທາງ​ໄປ​ກັບ​ພໍ່​ແມ່ ຫລື ຜູ້​ປົກ​ຄອງ​ຢ່າງ​ໜ້ອຍ​ໜຶ່ງ​ຄົນ​ເທົ່າ​ນັ້ນ.

ຜູ້​ສອນ​ສາດ​ສະ​ໜາ​ຈະ​ບໍ່​ຖືກ​ປົດ​ຈົນ​ກວ່າ​ເຂົາ​ເຈົ້າ​ໄປ​ລາຍ​ງານ​ຕົວ​ຕໍ່​ປະ​ທານ​ສະ​ເຕກ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເຮັດ​ຕາມ​ມາດ​ຕະ​ຖານ​ຜູ້​ສອນ​ສາດ​ສະ​ໜາ​ຈົນ​ເຖິງ​ເວ​ລາ​ນັ້ນ.

24.6.3.2

ການ​ກັບ​ບ້ານ​ກ່ອນ​ກຳ​ນົດ​ເວ​ລາ

ຜູ້​ສອນ​ສາດ​ສະ​ໜາ​ບາງ​ຄົນ​ອາດ​ຖືກ​ປົດ​ກ່ອນ​ກຳ​ນົດ​ເວ​ລາ ເພາະ​ເຫດ​ຜົນ​ທາງ​ສຸ​ຂະ​ພາບ, ຄວາມ​ມີ​ຄ່າ​ຄວນ, ຫລື ອື່ນໆ. ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ເປັນ​ພິ​ເສດ​ຕໍ່​ຜູ້​ສອນ​ສາດ​ສະ​ໜາ​ທີ່​ກັບ​ຄືນ​ບ້ານ​ເຫລົ່າ​ນີ້. ຜູ້​ນຳ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ພະ​ຍາ​ຍາມ​ມີ​ສຸ​ຂະ​ພາບ​ດີ​ຂຶ້ນ, ຫລື ກັບ​ຄືນ​ໄປ​ຮັບ​ໃຊ້ ຖ້າ​ເປັນ​ໄປ​ໄດ້.

24.7

ການ​ເຜີຍ​ແຜ່​ຝ່າຍ​ໃຫ້​ບໍ​ລິ​ການ

24.7.1

ການ​ລະ​ບຸ​ໂອ​ກາດ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ຝ່າຍ​ໃຫ້​ບໍ​ລິ​ການ

ອະ​ທິ​ການ, ປະ​ທານ​ສະ​ເຕກ, ແລະ ຜູ້​ສອນ​ສາດ​ສະ​ໜາ​ຝ່າຍ​ໃຫ້​ບໍ​ລິ​ການ ປຶກ​ສາ​ນຳ​ກັນ​ເພື່ອ​ລະ​ບຸ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ໃນ​ທ້ອງ​ຖິ່ນ. ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ, ຜູ້​ນຳ​ເຜີຍ​ແຜ່​ຝ່າຍ​ໃຫ້​ບໍ​ລິ​ການ ​ແລະ ພໍ່​ແມ່ ຫລື ຜູ້​ປົກ​ຄອງ​ຂອງ​ຜູ້​ສອນ​ສາດ​ສະ​ໜາ ຈະ​ເຂົ້າ​ຮ່ວມ​ໃນ​ການ​ສົນ​ທະ​ນາ.

24.8

ຫລັງ​ຈາກ​ການ​ຮັບ​ໃຊ້​ເຜີຍ​ແຜ່

24.8.2

ການ​ສຳ​ພາດ​ປົດ​ຜູ້​ສອນ​ສາດ​ສະ​ໜາ

ປະ​ທານ​ສະ​ເຕກ​ປົດ​ຜູ້​ສອນ​ສາດ​ສະ​ໜາ ແລະ ດຳ​ເນີນ​ການ​ສຳ​ພາດ​ປົດ. ໃນ​ທ້ອງ​ຖິ່ນ, ໂດຍ​ທົ່ວ​ໄປ​ແລ້ວ ປະ​ທານ​ເຜີຍ​ແຜ່ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ຈະ​ປົດ​ຜູ້​ສອນ​ສາດ​ສະ​ໜາ.

ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້​ສຳ​ລັບ​ການ​ສຳ​ພາດ​ອາດ​ເປັນ​ປະ​ໂຫຍດ.

  • ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ສືບ​ຕໍ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຕະ​ຫລອດ​ຊີ​ວິດ.

  • ແນະ​ນຳ​ເຂົາ​ເຈົ້າ​ໃຫ້​ສ້າງ​ນິ​ໄສ​ທີ່​ດີ ຊຶ່ງ​ເຂົາ​ເຈົ້າ​ໄດ້​ພັດ​ທະ​ນາ​ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ.

  • ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ພິ​ຈາ​ລະ​ນາ ແລະ ກຽມ​ສຳ​ລັບ​ອະ​ນາ​ຄົດ, ລວມ​ທັງ​ການ​ສຶກ​ສາ ແລະ ການ​ງານ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ.

  • ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ສືບ​ຕໍ່​ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ເລື້ອຍ​ໄປ.

24.8.4

ການ​ເອີ້ນ

ຜູ້​ນຳ​ຈະ​ໃຫ້​ການ​ມອບ​ໝາຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ເອີ້ນ​ແກ່​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຫາ​ກໍ​ຖືກ​ປົດ​ທັນ​ທີ. ສິ່ງ​ນີ້​ລວມ​ທັງ​ການ​ພິ​ຈາ​ລະ​ນາ​ໃຫ້​ເປັນ​ພະ​ນັກ​ງານ​ພິ​ທີ​ການ​ພຣະ​ວິ​ຫານ ເມື່ອ​ເໝາະ​ສົມ (ເບິ່ງ 25.5).

24.9

ແຫລ່ງ​ຊ່ວຍ​ເຫລືອ​ສຳ​ລັບ​ການ​ແນະ​ນຳ​ຊື່ ແລະ ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ

24.9.2

ເວັບ​ໄຊ

  • MissionaryRecommendations.ChurchofJesusChrist.org (ມີ​ໃຫ້​ສະ​ເພາະ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ຜູ້​ສະ​ໝັກ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເທົ່າ​ນັ້ນ)

ພິມ