ຄູ່​ມື ແລະ ການ​ເອີ້ນ
25. ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ໃນ​ຫວອດ ແລະ ສະ​ເຕກ


“25. ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ໃນ​ຫວອດ ແລະ ສະ​ເຕກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“25. ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ໃນ​ຫວອດ ແລະ ສະ​ເຕກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ພຣະ​ວິ​ຫານ

25.

ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ໃນ​ຫວອດ ແລະ ສະ​ເຕກ

25.0

ຄຳ​ນຳ

ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ແມ່ນ​ວິ​ທີ​ເຕົ້າ​ໂຮມ ແລະ ຜະ​ນຶກ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ (ເບິ່ງ ມັດ​ທາຍ 16:19). ວຽກ​ງານ​ນີ້​ແມ່ນ​ລວມ​ທັງ:

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ ມີ​ໃຫ້​ທີ່ “Temples” ແລະ “Family History” (Gospel Topics, topics.ChurchofJesusChrist.org).

25.1

ການ​ມີ​ສ່ວນ​ຮ່ວມ​ຂອງ​ສະ​ມາ​ຊິກ ແລະ ຜູ້​ນຳ​ໃນ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ມີ​ສິດ​ທິ​ພິ​ເສດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ຊ່ວຍ​ເຕົ້າ​ໂຮມ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຊົ່ວ​ນິ​ລັນ​ດອນ. ເຂົາ​ເຈົ້າ​ກຽມ​ພ້ອມ​ຕົວ​ເອງ​ເພື່ອ​ເຮັດ​ພັນ​ທະ​ສັນ​ຍາ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ, ແລະ ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຊຸກ​ຍູ້​ໃຫ້​ລະ​ບຸ​ລາຍ​ຊື່​ຍາດ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ຜູ້​ໄດ້​ລ່ວງ​ລັບ​ໄປ​ແລ້ວ ທີ່​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ​ເທື່ອ. ແລ້ວ​ສະ​ມາ​ຊິກ​ປະ​ຕິ​ບັດ​ພິ​ທີ​ການ​ແທນ​ຍາດ​ພີ່​ນ້ອງ​ເຫລົ່າ​ນັ້ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:18). ໃນ​ໂລກ​ວິນ​ຍານ, ບຸກ​ຄົນ​ທີ່​ຕາຍ​ໄປ​ສາ​ມາດ​ເລືອກ​ຮັບ​ເອົາ ຫລື ປະ​ຕິ​ເສດ​ພິ​ທີ​ການ​ທີ່​ໄດ້​ຖືກ​ປະ​ຕິ​ບັດ​ແທນ​ເຂົາ​ເຈົ້າ.

25.1.1

ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ​ສຳ​ລັບ​ການ​ໄປ​ພຣະ​ວິ​ຫານ

ສະ​ມາ​ຊິກ​ພິ​ຈາ​ລະ​ນາ​ເອງ​ວ່າ ຈະ​ໄປ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ​ເມື່ອ​ໃດ ແລະ ເລື້ອຍ​ປານ​ໃດ. ຜູ້​ນຳ​ຈະ​ບໍ່​ຈັດ​ສ້າງ​ໂຄ​ຕ້າ ຫລື ລະ​ບົບ​ລາຍ​ງານ​ການ​ໄປ​ພຣະ​ວິ​ຫານ.

25.2

ການ​ຈັດ​ລະ​ບຽບ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ໃນ​ຫວອດ

25.2.1

ຝ່າຍ​ອະ​ທິ​ການ

ຝ່າຍ​ອະ​ທິ​ການ​ປະ​ສານ​ງານ​ກັບ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຂະ​ນະ​ທີ່​ພວກ​ເພິ່ນ​ນຳ​ພາ​ວຽກ​ງານ​ພຣະ​ວິ​ຫານ​ຫວອດ ແລະ ປະ​ຫວັດ​ຄອບ​ຄົວ. ຜູ້​ນຳ​ເຫລົ່າ​ນີ້​ປຶກ​ສາ​ຫາ​ລື​ນຳ​ກັນ​ເປັນ​ປະ​ຈຳ.

ຝ່າຍ​ອະ​ທິ​ການ​ກໍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້​ສຳ​ລັບ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ໃນ​ຫວອດ​ເຊັ່ນ​ກັນ:

  • ຕ້ອງ​ແນ່​ໃຈ​ວ່າ​ຄຳ​ສອນ ແລະ ພອນ​ຂອງ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຖືກ​ສິດ​ສອນ​ທີ່​ໂບດ.

  • ຕ້ອງ​ແນ່​ໃຈ​ວ່າ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຖືກ​ປະ​ສານ​ງານ​ໃນ​ການ​ປະ​ຊຸມ​ສະ​ພາ​ຫວອດ ແລະ ໃນ​ການ​ປະ​ຊຸມ​ສະ​ພາ​ຊາວ​ໜຸ່ມ​ຫວອດ.

  • ດູ​ແລ​ການ​ຈັດ​ຫ້ອງ​ຮຽນ​ກຽມ​ໄປ​ພຣະ​ວິ​ຫານ (ເບິ່ງ 25.2.8).

  • ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ (ເບິ່ງ ບົດ​ທີ 26).

25.2.2

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ນຳ​ພາ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ໃນ​ຫວອດ​ທຸກ​ວັນ (ເບິ່ງ 8.2.4 ແລະ 9.2.4). ເຂົາ​ເຈົ້າ​ເຮັດ​ວຽກ​ງານ​ນຳ​ກັນ​ເພື່ອ​ນຳ​ພາ​ວຽກ​ງານ​ເຫລົ່າ​ນີ້​ຢູ່​ໃນ​ສະ​ພາ​ຫວອດ, ພາຍ​ໃຕ້​ການ​ປະ​ສານ​ງານ​ຂອງ​ອະ​ທິ​ການ.

ຜູ້​ນຳ​ເຫລົ່າ​ນີ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ຊ່ວຍ​ສະ​ມາ​ຊິກ​ກຽມ​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ ແລະ ເຮັດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ.

  • ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ​ເລື້ອຍໆ ເທົ່າ​ທີ່​ສະ​ຖາ​ນະ​ການ​ຈະ​ເອື້ອ​ອຳ​ນວຍ.

  • ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ ແລະ ປະ​ຕິ​ບັດ​ພິ​ທີ​ການ​ພຣະ​ວິ​ຫານ​ເພື່ອ​ເຂົາ​ເຈົ້າ.

  • ນຳ​ພາ​ວຽກ​ງານ​ຂອງ​ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ. ຖ້າ​ຫາກ​ຜູ້​ນຳ​ຝ່າຍ​ນີ້​ບໍ່​ໄດ້​ຖືກ​ເອີ້ນ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ຈະ​ຮັບ​ເອົາ​ບົດ​ບາດ​ນີ້ (ເບິ່ງ 25.2.3).

ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຕ່າງ​ກໍ​ມອບ​ໝາຍ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ໃຫ້​ຊ່ວຍ​ນຳ​ພາ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ໃນ​ຫວອດ. ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສອງ​ຄົນ​ນີ້​ເຮັດ​ວຽກ​ງານ​ນຳ​ກັນ. ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ປະ​ສານ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຫວອດ (ເບິ່ງ 25.2.7).

25.2.3

ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ

ຝ່າຍ​ອະ​ທິ​ການ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ ເພື່ອ​ພິ​ຈາ​ລະ​ນາ​ວ່າ​ຄວນ​ຈະ​ເອີ້ນ​ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ​ຫລື​ບໍ່. ບຸກ​ຄົນ​ນີ້​ຄວນ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ​ຊ່ວຍ​ເຫລືອ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດ້ານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ລາວ​ກໍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ນຳ​ພາ​ການ​ປະ​ຊຸມ​ປະ​ສານ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຫວອດ (ເບິ່ງ 25.2.7).

  • ແນະ​ນຳ​ຜູ້​ໃຫ້​ຄຳ​ແນະ​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ. ປະ​ສານ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ ເພື່ອ​ຊ່ວຍ​ສະ​ມາ​ຊິກ​ກັບ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ.

  • ເຮັດ​ວຽກ​ງານ​ກັບ​ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ ແລະ ຜູ້​ສອນ​ສາດ​ສະ​ໜາ ເພື່ອ​ຊ່ວຍ​ຜູ້​ທີ່​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ສະ​ມາ​ຊິກ​ໃໝ່, ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ.

25.2.4

ຜູ້​ໃຫ້​ຄຳ​ແນະ​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ

ຜູ້​ໃຫ້​ຄຳ​ແນະ​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ ຫລື ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ຜູ້​ຮັບ​ບົດ​ບາດ​ນີ້. ຝ່າຍ​ອະ​ທິ​ການ​ເອີ້ນ​ສະ​ມາ​ຊິກ​ເຫລົ່າ​ນີ້​ໃຫ້​ຮັບ​ໃຊ້. ຜູ້​ໃຫຍ່ ແລະ ຊາວ​ໜຸ່ມ​ສາ​ມາດ​ໄດ້​ຮັບ​ການ​ເອີ້ນ.

ຜູ້​ໃຫ້​ຄຳ​ແນະ​ນຳ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ຊ່ວຍ​ສະ​ມາ​ຊິກ​ປະ​ສົບ​ກັບ​ພອນ​ຂອງ​ການ​ຄົ້ນ​ພົບ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ ແລະ ປະ​ຕິ​ບັດ​ພິ​ທີ​ການ​ພຣະ​ວິ​ຫານ​ເພື່ອ​ເຂົາ​ເຈົ້າ.

  • ຊ່ວຍ​ສະ​ມາ​ຊິ​ກຽມ​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ ແລະ ເຮັດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ.

  • ເຂົ້າ​ຮ່ວມ​ການ​ປະ​ຊຸມ​ປະ​ສານ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ (ເບິ່ງ 25.2.7).

25.2.7

ການ​ປະ​ຊຸມ​ປະ​ສານ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຫວອດ

ການ​ປະ​ຊຸມ​ປະ​ສານ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຫວອດ​ທີ່​ສັ້ນໆ​ຖືກ​ຈັດ​ຂຶ້ນ​ເປັນ​ປະ​ຈຳ. ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ, ລາວ​ຈະ​ດຳ​ເນີນ​ການ​ປະ​ຊຸມ​ເຫລົ່າ​ນີ້. ຖ້າ​ບໍ່​ດັ່ງ​ນັ້ນ, ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ທີ່​ຮັບ​ບົດ​ບາດ​ນີ້​ຈະ​ດຳ​ເນີນ.

ຄົນ​ອື່ນໆ​ທີ່​ຖືກ​ເຊື້ອ​ເຊີນ​ແມ່ນ​ລວມ​ທັງ:

  • ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ທີ່​ຖືກ​ມອບ​ໝາຍ.

  • ຜູ້​ຊ່ວຍ​ກຸ່ມ​ປະ​ໂລ​ຫິດ.

  • ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ຫ້ອງ​ຍິງ​ໜຸ່ມ​ກຸ່ມ​ອາ​ຍຸ​ສູງ​ສຸດ.

  • ຜູ້​ໃຫ້​ຄຳ​ປຶກ​ສາ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ.

ຈຸດ​ປະ​ສົງ​ຂອງ​ການ​ປະ​ຊຸມ​ເຫລົ່າ​ນີ້​ແມ່ນ​ເພື່ອ:

  • ວາງ​ແຜນ​ວິ​ທີ​ຊ່ວຍ​ສະ​ເພາະ​ສະ​ມາ​ຊິກ​ໃນ​ຫວອດ​ກັບ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ຮຽກ​ຮ້ອງ.

ການ​ປະ​ຊຸມ​ເຫລົ່າ​ນີ້​ຖືກ​ຈັດ​ຂຶ້ນ​ແບບ​ພົບ​ໜ້າ​ກັນ ຫລື ແບບ​ທາງ​ໄກ. ການ​ປະ​ສານ​ງານ​ກໍ​ເກີດ​ຂຶ້ນ​ໃນ​ວິ​ທີ​ອື່ນ​ອີກ​ເຊັ່ນ​ກັນ, ລວມ​ທັງ​ການ​ໂທ​ລະ​ສັບ, ການ​ສົ່ງ​ຂໍ້​ຄວາມ, ແລະ ອີ​ເມວ.

25.2.8

ຫລັກ​ສູດ​ການ​ກຽມ​ໄປ​ພຣະ​ວິ​ຫານ

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ, ຫລັກ​ສູດ​ການ​ກຽມ​ໄປ​ພຣະ​ວິ​ຫານ​ສາ​ມາດ​ຖືກ​ຈັດ​ຂຶ້ນ ເພື່ອ​ຊ່ວຍ​ສະ​ມາ​ຊິກ​ກຽມ​ເຮັດ​ພັນ​ທະ​ສັນ​ຍາ ຂະ​ນະ​ທີ່​ເຂົາ​ເຈົ້າ​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ. ຫລັກ​ສູດ​ເຫລົ່າ​ນີ້​ຖືກ​ຈັດ​ຂຶ້ນ​ຢູ່​ນອກ​ການ​ປະ​ຊຸມ​ວັນ​ອາ​ທິດ​ປົກ​ກະ​ຕິ ໃນ​ເວ​ລາ​ທີ່​ສະ​ມາ​ຊິກ​ສະ​ດວກ. ຫລັກ​ສູດ​ເຫລົ່າ​ນີ້​ສາ​ມາດ​ຖືກ​ຈັດ​ຂຶ້ນ​ໄດ້​ທີ່​ອາ​ຄານ​ປະ​ຊຸມ ຫລື ໃນ​ບ້ານ.

ບົດ​ຮຽນ ແລະ ຄຳ​ແນະ​ນຳ​ສຳ​ລັບ​ການ​ຈັດ​ຫລັກ​ສູດ​ມີ​ຢູ່​ໃນ Endowed from on High: Temple Preparation Seminar Teacher’s Manual [ຂອງ​ປະ​ທານ​ສັກ​ສິດ​ຈາກ​ເບື້ອງ​ບົນ: ຄູ່​ມື​ຄູ​ສອນ​ການ​ສຳ​ມະ​ນາ​ຕຽມ​ໄປ​ພຣະ​ວິ​ຫານ]. ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຮັບ​ປຶ້ມ ການ​ຕຽມ​ເຂົ້າ​ພຣະ​ວິ​ຫານ​ທີ່​ສັກ​ສິດ. ສຳ​ລັບ​ການ​ສຶກ​ສາ​ສ່ວນ​ຕົວ ແລະ ແຫລ່ງ​ຊ່ວຍ​ບົດ​ຮຽນ, ໃຫ້​ເບິ່ງ temples.ChurchofJesusChrist.org.

25.4

ແຫລ່ງ​ຊ່ວຍ​ປະ​ຫວັດ​ຄອບ​ຄົວ

25.4.1

ຄອບ​ຄົວ​ຂອງ​ຂ້ອຍ: ເລື່ອງ​ລາວ​ທີ່​ພາ​ໃຫ້​ເຮົາ​ມາ​ຢູ່​ນຳ​ກັນ

ຄອບ​ຄົວ​ຂອງ​ຂ້ອຍ: ເລື່ອງ​ລາວ​ທີ່​ພາ​ໃຫ້​ເຮົາ​ມາ​ຢູ່​ນຳ​ກັນ ຊ່ວຍ​ຜູ້​ຄົນ​ຄົ້ນ​ພົບ​ຍາດ​ພີ່​ນ້ອງ ແລະ ບັນ​ພະ​ບຸ​ລຸດ ແລະ ຮວບ​ຮວມ​ເລື່ອງ​ລາວ​ຂອງ​ເຂົາ​ເຈົ້າ. ປຶ້ມ​ນ້ອຍ​ນີ້​ກໍ​ສາ​ມາດ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ເລີ່ມ​ຕົ້ນ​ກຽມ​ລາຍ​ຊື່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສຳ​ລັບ​ພິ​ທີ​ການ​ພຣະ​ວິ​ຫານ​ນຳ​ອີກ.

ສາ​ມາດ​ດາວ​ໂຫລດ​ປຶ້ມ​ນ້ອຍ​ນີ້​ໄດ້​ທີ່ ChurchofJesusChrist.org. ສາ​ມາດ​ສັ່ງ​ຈອງ​ຊະ​ນິດ​ເປັນ​ປຶ້ມ​ໄດ້​ທີ່ store.ChurchofJesusChrist.org.

25.4.2

FamilySearch.org ແລະ ແອັບ FamilySearch

FamilySearch.org ແມ່ນ​ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ. ມັນ​ສາ​ມາດ​ຊ່ວຍ​ຜູ້​ໃຊ້:

  • ສ້າງ​ການ​ເຊື່ອມ​ຕໍ່ ແລະ ຄວາມ​ສຳ​ພັນ​ໃສ່​ໃນ​ຕົ້ນ​ຕະ​ກຸນ.

  • ຄົ້ນ​ຫາ​ບັນ​ພະ​ບຸ​ລຸດ ແລະ ເລື່ອງ​ລາວ​ຂອງ​ເຂົາ​ເຈົ້າ.

  • ແບ່ງ​ປັນ ແລະ ຮັກ​ສາ​ເລື່ອງ​ລາວ, ຮູບ​ຖ່າຍ, ແລະ ປະ​ຫວັດ​ຄອບ​ຄົວ.

  • ກຽມ​ລາຍ​ຊື່​ຄອບ​ຄົວ​ສຳ​ລັບ​ພິ​ທີ​ການ​ພຣະ​ວິ​ຫານ.

FamilySearch Tree app ແລະ FamilySearch Memories app ຊ່ວຍ​ໃຫ້​ຜູ້​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຈາກ​ເຄື່ອງ​ອຸ​ປະ​ກອນ​ມື​ຖື.

25.5

ການ​ແນະ​ນຳ​ຊື່ ແລະ ການ​ເອີ້ນ​ໃຫ້​ເປັນ​ພະ​ນັກ​ງານ​ພຣະ​ວິ​ຫານ

25.5.1

ການ​ແນະ​ນຳ​ຊື່​ເປັນ​ພະ​ນັກ​ງານ​ພຣະ​ວິ​ຫານ

ຜູ້​ຄາດ​ຫວັງ​ທີ່​ຈະ​ເປັນ​ພະ​ນັກ​ງານ​ພຣະ​ວິ​ຫານ​ຖືກ​ລະ​ບຸ​ໄວ້​ໃນ​ວິ​ທີ​ດັ່ງ​ຕໍ່​ໄປ​ນີ້:

  • ສະ​ມາ​ຊິກ​ຖືກ​ລະ​ບຸ​ໂດຍ​ອະ​ທິ​ການ ຫລື ຜູ້​ນຳ​ຫວອດ​ອີກ​ຄົນ​ໜຶ່ງ

  • ສະ​ມາ​ຊິກ​ທີ່​ເຂົ້າ​ພົບ​ອະ​ທິ​ການ​ເລື່ອງ​ການ​ຮັບ​ໃຊ້

  • ສະ​ມາ​ຊິກ​ຖືກ​ແນະ​ນຳ​ຊື່​ໂດຍ​ປະ​ທານ​ພຣະ​ວິ​ຫານ, ຫົວ​ໜ້າ​ພະ​ນັກ​ງານ​ພຣະ​ວິ​ຫານ​ຝ່າຍ​ຍິງ, ຫລື ຜູ້​ນຳ​ສະ​ເຕກ​ອີກ​ຄົນ​ໜຶ່ງ

  • ສະ​ມາ​ຊິກ​ທີ່​ກຳ​ລັງ​ກຽມ​ຮັບ​ໃຊ້​ເຜີຍ​ແຜ່ ຫລື ຫາ​ກໍ​ກັບ​ມາ​ຈາກ​ການ​ຮັບ​ໃຊ້​ເຜີຍ​ແຜ່ (ເບິ່ງ ບົດ​ທີ 24)

ລາຍ​ຊື່​ຂອງ​ຜູ້​ຄາດ​ຫວັງ​ຈະ​ເປັນ​ພະ​ນັກ​ງານ​ພຣະ​ວິ​ຫານ​ຖືກ​ສົ່ງ​ໄປ​ຜ່ານ​ທາງ​ເຄື່ອງ​ມື Recommend Temple Worker tool. ເຄື່ອງ​ມື​ນີ້​ມີ​ໃຫ້​ບໍ​ລິ​ການ​ສຳ​ລັບ​ອະ​ທິ​ການ, ປະ​ທານ​ສະ​ເຕກ, ແລະ ຝ່າຍ​ປະ​ທານ​ພຣະ​ວິ​ຫານ.

ພິມ