“28. ພິທີການພຣະວິຫານສຳລັບຜູ້ທີ່ເສຍຊີວິດແລ້ວ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“28. ພິທີການພຣະວິຫານສຳລັບຜູ້ທີ່ເສຍຊີວິດແລ້ວ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
28.
ພິທີການພຣະວິຫານສຳລັບຜູ້ທີ່ເສຍຊີວິດແລ້ວ
28.0
ຄຳນຳ
ພິທີການທີ່ປະຕິບັດໃນພຣະວິຫານເຮັດໃຫ້ເປັນໄປໄດ້ສຳລັບຄອບຄົວທີ່ຈະໄດ້ຢູ່ນຳກັນຊົ່ວນິລັນດອນ ແລະ ປະສົບກັບຄວາມສົມບູນແຫ່ງຄວາມຊື່ນຊົມໃນທີ່ປະທັບຂອງພຣະເຈົ້າ.
ເພື່ອລູກໆຂອງພຣະບິດາເທິງສະຫວັນຈະໄດ້ກັບຄືນໄປຫາພຣະອົງ, ເຂົາເຈົ້າແຕ່ລະຄົນຕ້ອງກັບໃຈ, ມີຄ່າຄວນທີ່ຈະຮັບພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ, ແລະ ໃຫ້ກຽດແກ່ພັນທະສັນຍາທີ່ກ່ຽວຂ້ອງກັບພິທີການແຕ່ລະຢ່າງ.
ພຣະບິດາເທິງສະຫວັນຮູ້ວ່າ ລູກໆຂອງພຣະອົງຫລາຍຄົນຈະບໍ່ຮັບເອົາພິທີການລະຫວ່າງມີຊີວິດໃນຊ່ວງມະຕະຂອງເຂົາເຈົ້າ. ພຣະອົງໄດ້ຈັດຫາວິທີໜຶ່ງອີກໃຫ້ເຂົາເຈົ້າ ເພື່ອຮັບພິທີການ ແລະ ເຮັດພັນທະສັນຍາກັບພຣະອົງ. ໃນພຣະວິຫານ, ພິທີການສາມາດຖືກປະຕິບັດໂດຍຜູ້ກະທຳແທນ. ນີ້ໝາຍຄວາມວ່າ ບຸກຄົນທີ່ມີຊີວິດຢູ່ຮັບພິທີການເພື່ອຄົນໃດຄົນໜຶ່ງທີ່ໄດ້ເສຍຊີວິດໄປແລ້ວ. ໃນໂລກວິນຍານ, ບຸກຄົນທີ່ເສຍຊີວິດແລ້ວສາມາດເລືອກຮັບເອົາ ຫລື ປະຕິເສດພິທີການ ທີ່ໄດ້ຖືກປະຕິບັດແທນເຂົາເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:19, 32–34, 58–59).
ສະມາຊິກຂອງສາດສະໜາຈັກຖືກຊຸກຍູ້ໃຫ້ລະບຸຊື່ຍາດພີ່ນ້ອງຜູ້ໄດ້ລ່ວງລັບໄປແລ້ວ ທີ່ຍັງບໍ່ໄດ້ຮັບພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງເທື່ອ. ແລ້ວສະມາຊິກປະຕິບັດພິທີການແທນຍາດພີ່ນ້ອງເຫລົ່ານັ້ນ
ຖ້າຫາກສະມາຊິກຍັງບໍ່ໄດ້ກຽມຊື່ເພື່ອເຮັດວຽກງານໃນພຣະວິຫານເທື່ອ (ເບິ່ງ 28.1.1), ຊື່ຂອງບຸກຄົນທີ່ເສຍຊີວິດແລ້ວ ທີ່ຕ້ອງການພິທີການຈະມີໃຫ້ຢູ່ທີ່ພຣະວິຫານ.
28.1
ແນວທາງຊີ້ນຳທົ່ວໄປສຳລັບການປະຕິບັດພິທີການແທນ
ບຸກຄົນທີ່ເສຍຊີວິດແລ້ວ ທີ່ອາຍຸ 8 ປີ ຫລື ສູງກວ່ານັ້ນ ໃນເວລາຕອນເສຍຊີວິດ ສາມາດປະຕິບັດພິທີການທີ່ກະທຳແທນໃຫ້ເຂົາເຈົ້າໄດ້. ຍົກເວັ້ນຕາມທີ່ໝາຍເຫດໄວ້ໃນ 28.3, ພິທີການທີ່ກະທຳແທນອາດຖືກປະຕິບັດໃຫ້ແກ່ບຸກຄົນທີ່ເສຍຊີວິດແລ້ວທຸກຄົນ ທັນທີທີ່ກາຍ 30 ວັນ ຫລັງຈາກເຂົາເຈົ້າໄດ້ເສຍຊີວິດ ຖ້າຫາກເປັນຕາມເງື່ອນໄຂສອງຂໍ້ດັ່ງຕໍ່ໄປນີ້:
-
ຍາດພີ່ນ້ອງທີ່ໃກ້ຊິດກັບຜູ້ທີ່ເສຍຊີວິດແລ້ວ (ຄູ່ຄອງທີ່ບໍ່ໄດ້ຢ່າຮ້າງ, ລູກຜູ້ໃຫຍ່, ພໍ່ແມ່, ຫລື ອ້າຍເອື້ອຍນ້ອງ) ສົ່ງຊື່ເພື່ອເຮັດພິທິການພຣະວິຫານ.
-
ໃບອະນຸຍາດໃຫ້ປະຕິບັດພິທີການ ທີ່ໄດ້ຮັບຈາກຍາດພີ່ນ້ອງທີ່ໃກ້ຊິດຂອງຜູ້ທີ່ເສຍຊີວິດແລ້ວ (ຄູ່ຄອງທີ່ບໍ່ໄດ້ຢ່າຮ້າງ, ລູກຜູ້ໃຫຍ່, ພໍ່ແມ່, ຫລື ອ້າຍເອື້ອຍນ້ອງ).
ຖ້າຫາກເງື່ອນໄຂສອງຂໍ້ຂ້າງເທິງບໍ່ກ່ຽວຂ້ອງ, ພິທີການພຣະວິຫານທີ່ກະທຳແທນຈະຖືກປະຕິບັດເມື່ອກາຍ 110 ປີ ຫລັງຈາກວັນເດືອນປີເກີດຂອງຜູ້ທີ່ເສຍຊີວິດ.
28.1.1
ການກຽມຊື່ຂອງບຸກຄົນທີ່ເສຍຊີວິດແລ້ວສຳລັບພິທີການພຣະວິຫານ
ຖ້າເປັນໄປໄດ້, ໃຫ້ປ້ອນຂໍ້ມູນລະບຸແຈ້ງຊື່ສະມາຊິກໃນຄອບຄົວທີ່ເສຍຊີວິດແລ້ວໃສ່ໃນ FamilySearch.org ກ່ອນພິທີການພຣະວິຫານຈະຖືກປະຕິບັດ (ເບິ່ງ 25.4.2).
28.1.1.1
ການສົ່ງຊື່ຂອງສະມາຊິກໃນຄອບຄົວ
ເມື່ອສົ່ງຊື່ເພື່ອກະທຳພິທີການພຣະວິຫານແທນ, ຕາມປົກກະຕິແລ້ວ ສະມາຊິກຄວນສົ່ງພຽງແຕ່ຊື່ຂອງບຸກຄົນທີ່ເຂົາເຈົ້າເປັນຍາດເທົ່ານັ້ນ.
28.1.2
ໃຜຈະມີສ່ວນຮ່ວມໃນພິທີການສຳລັບຜູ້ທີ່ເສຍຊີວິດແລ້ວ
ສະມາຊິກທຸກຄົນທີ່ມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ ສາມາດມີສ່ວນຮ່ວມໃນການບັບຕິສະມາ ແລະ ການຢືນຢັນແທນຄົນຕາຍໄດ້. ສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວທີ່ມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ ສາມາດມີສ່ວນຮ່ວມໃນພິທີການທັງໝົດສຳລັບຜູ້ທີ່ເສຍຊີວິດແລ້ວ. ເບິ່ງ 26.3.
28.1.4
ການນັດໝາຍ
ສະມາຊິກຈະຕ້ອງເຮັດການນັດໝາຍກ່ອນການປະຕິບັດພິທີການສຳລັບຜູ້ທີ່ເສຍຊີວິດແລ້ວ. ເບິ່ງ temples.ChurchofJesusChrist.org ສຳລັບຂໍ້ມູນຕິດຕໍ່ພຣະວິຫານແຕ່ລະແຫ່ງ ແລະ ການຂໍນັດໝາຍ.
28.2
ການປະຕິບັດພິທີການພຣະວິຫານສຳລັບບຸກຄົນທີ່ເສຍຊີວິດແລ້ວ
ເມື່ອປະຕິບັດພິທີການທີ່ກະທຳແທນ, ສະມາຊິກສາມາດທຳໜ້າທີ່ເປັນຜູ້ກະທຳແທນໃຫ້ໄດ້ພຽງແຕ່ເມື່ອບຸກຄົນທີ່ເສຍຊີວິດແລ້ວມີເພດກຳເນີດດຽວກັນກັບສະມາຊິກເທົ່ານັ້ນ.
28.2.1
ການບັບຕິສະມາ ແລະ ການຢືນຢັນແທນຄົນຕາຍ
ສະມາຊິກຄົນໃດກໍໄດ້ທີ່ມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ ອາດຖືກເຊື້ອເຊີນໃຫ້ຮັບໃຊ້ໃນການມອບໝາຍທີ່ຫ້ອງບັບຕິສະມາ. ການມອບໝາຍບາງຢ່າງອາດລວມທັງ:
-
ການເຮັດໜ້າທີ່ເປັນຜູ້ກະທຳແທນສຳລັບການບັບຕິສະມາ ແລະ ການຢືນຢັນ.
-
ການເຮັດໜ້າທີ່ເປັນພະຍານໃນການບັບຕິສະມາແທນ.
-
ການຊ່ວຍເຫລືອຜູ້ກະທຳພິທີ.
ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ປະໂລຫິດໃນຖານະປະໂລຫິດແຫ່ງອາໂຣນອາດຖືກເຊື້ອເຊີນໃຫ້ປະຕິບັດການບັບຕິສະມາແທນຄົນຕາຍ. ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກກໍອາດຖືກເຊື້ອເຊີນໃຫ້ທຳການຢືນຢັນສຳລັບຄົນຕາຍນຳອີກ.
ພຽງແຕ່ຜູ້ຊາຍທີ່ໄດ້ຮັບຂອງປະທານສັກສິດແລ້ວຈະຖືກເຊື້ອເຊີນໃຫ້:
-
ຮັບໃຊ້ເປັນຜູ້ບັນທຶກຢູ່ອ່າງບັບຕິສະມາ.
-
ຮັບໃຊ້ເປັນຜູ້ບັນທຶກການຢືນຢັນ.
28.2.2
ຂອງປະທານສັກສິດ (ລວມທັງພິທີການຂັ້ນຕົ້ນ)
ເມື່ອປະຕິບັດພິທີການແທນຜູ້ທີ່ເສຍຊີວິດແລ້ວ, ພາກສ່ວນພິທີການຂັ້ນຕົ້ນຂອງການຮັບຂອງປະທານສັກສິດ ຈະຖືກປະຕິບັດ ແລະ ບັນທຶກໄວ້ຕ່າງຫາກ (ເບິ່ງ 27.2). ສະມາຊິກຄົນໃດກໍໄດ້ ທີ່ໄດ້ຮັບຂອງປະທານສັກສິດແລ້ວ ພ້ອມທັງມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ ສາມາດທຳໜ້າທີ່ເປັນຜູ້ກະທຳແທນ ເພື່ອຮັບເອົາພິທີການເຫລົ່ານີ້.
28.2.3
ການຜະນຶກເຂົ້າກັບຄູ່ຄອງ ແລະ ການຜະນຶກລູກເຂົ້າກັບພໍ່ແມ່
ໃນພຣະວິຫານ, ບຸກຄົນທີ່ເສຍຊີວິດແລ້ວຈະໄດ້ຮັບການຜະນຶກເຂົ້າກັບຄູ່ແຕ່ງງານທີ່ເຂົາເຈົ້າແຕ່ງງານດ້ວຍໃນຊີວິດນີ້. ບຸກຄົນທີ່ເສຍຊີວິດແລ້ວອາດມີລູກທີ່ຍັງມີຊີວິດຢູ່ ຫລື ເສຍຊີວິດແລ້ວທີ່ໄດ້ຜະນຶກເຂົ້າກັບເຂົາເຈົ້າ. ສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວພ້ອມທັງມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ ສາມາດທຳໜ້າທີ່ເປັນຜູ້ກະທຳແທນສຳລັບພິທີການຜະນຶກ.
28.3
ສະຖານະການພິເສດ
ພາກສ່ວນນີ້ອະທິບາຍສະຖານະການ ຊຶ່ງແນວທາງຊີ້ນຳບາງຢ່າງໃນ 28.1 ອາດໃຊ້ບໍ່ໄດ້.
28.3.1
ເດັກທີ່ຕາຍກ່ອນເກີດ (ເດັກທີ່ຕາຍຕອນຄອດ ແລະ ເດັກທີ່ຕາຍເນື່ອງຈາກຫລຸ)
ພິທີການພຣະວິຫານແມ່ນບໍ່ຈຳເປັນ ຫລື ຕ້ອງປະຕິບັດສຳລັບເດັກທີ່ຕາຍກ່ອນເກີດ. ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງ 38.7.3.
28.3.2
ເດັກທີ່ຕາຍກ່ອນອາຍຸແປດປີ
ເດັກນ້ອຍໆຖືກໄຖ່ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ “ລອດໃນອານາຈັກຊັ້ນສູງແຫ່ງສະຫວັນ” (ຄຳສອນ ແລະ ພັນທະສັນຍາ 137:10). ເພາະດ້ວຍເຫດນີ້, ຈຶ່ງບໍ່ຈຳເປັນຕ້ອງຮັບບັບຕິສະມາ ຫລື ປະຕິບັດພິທີການແທນເດັກທີ່ຕາຍກ່ອນອາຍຸ 8 ປີ. ເຖິງຢ່າງໃດກໍຕາມ, ອາດປະກອບພິທີການຜະນຶກເຂົ້າກັບພໍ່ແມ່ສຳລັບເດັກນ້ອຍທີ່ບໍ່ໄດ້ເກີດໃນພັນທະສັນຍາ ຫລື ບໍ່ໄດ້ຮັບພິທີການນັ້ນຕອນມີຊີວິດຢູ່ (ເບິ່ງ 18.1).