ຄູ່​ມື ແລະ ການ​ເອີ້ນ
28. ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ


“28. ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“28. ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ອ່າງ​ບັບ​ຕິ​ສະ​ມາ

28.

ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ

28.0

ຄຳ​ນຳ

ພິ​ທີ​ການ​ທີ່​ປະ​ຕິ​ບັດ​ໃນ​ພຣະ​ວິ​ຫານ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຄອບ​ຄົວ​ທີ່​ຈະ​ໄດ້​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ ແລະ ປະ​ສົບ​ກັບ​ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

ເພື່ອ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ໄດ້​ກັບ​ຄືນ​ໄປ​ຫາ​ພຣະ​ອົງ, ເຂົາ​ເຈົ້າ​ແຕ່​ລະ​ຄົນ​ຕ້ອງ​ກັບ​ໃຈ, ມີ​ຄ່າ​ຄວນ​ທີ່​ຈະ​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ, ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ກັບ​ພິ​ທີ​ການ​ແຕ່​ລະ​ຢ່າງ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ວ່າ ລູກໆ​ຂອງ​ພຣະ​ອົງ​ຫລາຍ​ຄົນ​ຈະ​ບໍ່​ຮັບ​ເອົາ​ພິ​ທີ​ການ​ລະ​ຫວ່າງ​ມີ​ຊີ​ວິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຂົາ​ເຈົ້າ. ພຣະ​ອົງ​ໄດ້​ຈັດ​ຫາ​ວິ​ທີ​ໜຶ່ງ​ອີກ​ໃຫ້​ເຂົາ​ເຈົ້າ ເພື່ອ​ຮັບ​ພິ​ທີ​ການ ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ. ໃນ​ພຣະ​ວິ​ຫານ, ພິ​ທີ​ການ​ສາ​ມາດ​ຖືກ​ປະ​ຕິ​ບັດ​ໂດຍ​ຜູ້​ກະ​ທຳ​ແທນ. ນີ້​ໝາຍ​ຄວາມ​ວ່າ ບຸກ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ຮັບ​ພິ​ທີ​ການ​ເພື່ອ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ. ໃນ​ໂລກ​ວິນ​ຍານ, ບຸກ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ​ສາ​ມາດ​ເລືອກ​ຮັບ​ເອົາ ຫລື ປະ​ຕິ​ເສດ​ພິ​ທີ​ການ ທີ່​ໄດ້​ຖືກ​ປະ​ຕິ​ບັດ​ແທນ​ເຂົາ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:19, 32–34, 58–59).

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຊຸກ​ຍູ້​ໃຫ້​ລະ​ບຸ​ຊື່​ຍາດ​ພີ່​ນ້ອງ​ຜູ້​ໄດ້​ລ່ວງ​ລັບ​ໄປ​ແລ້ວ ທີ່​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ເທື່ອ. ແລ້ວ​ສະ​ມາ​ຊິກ​ປະ​ຕິ​ບັດ​ພິ​ທີ​ການ​ແທນ​ຍາດ​ພີ່​ນ້ອງ​ເຫລົ່າ​ນັ້ນ

ຖ້າ​ຫາກ​ສະ​ມາ​ຊິກ​ຍັງ​ບໍ່​ໄດ້​ກຽມ​ຊື່​ເພື່ອ​ເຮັດ​ວຽກ​ງານ​ໃນ​ພຣະ​ວິ​ຫານ​ເທື່ອ (ເບິ່ງ 28.1.1), ຊື່​ຂອງ​ບຸກ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ ທີ່​ຕ້ອງ​ການ​ພິ​ທີ​ການ​ຈະ​ມີ​ໃຫ້​ຢູ່​ທີ່​ພຣະ​ວິ​ຫານ.

28.1

ແນວ​ທາງ​ຊີ້​ນຳ​ທົ່ວ​ໄປ​ສຳ​ລັບ​ການ​ປະ​ຕິ​ບັດ​ພິ​ທີ​ການ​ແທນ

ບຸກ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ ທີ່​ອາ​ຍຸ 8 ປີ ຫລື ສູງ​ກວ່າ​ນັ້ນ ໃນ​ເວ​ລາ​ຕອນ​ເສຍ​ຊີ​ວິດ ສາ​ມາດ​ປະ​ຕິ​ບັດ​ພິ​ທີ​ການ​ທີ່​ກະ​ທຳ​ແທນ​ໃຫ້​ເຂົາ​ເຈົ້າ​ໄດ້. ຍົກ​ເວັ້ນ​ຕາມ​ທີ່​ໝາຍ​ເຫດ​ໄວ້​ໃນ 28.3, ພິ​ທີ​ການ​ທີ່​ກະ​ທຳ​ແທນ​ອາດ​ຖືກ​ປະ​ຕິ​ບັດ​ໃຫ້​ແກ່​ບຸກ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ​ທຸກ​ຄົນ ທັນ​ທີ​ທີ່​ກາຍ 30 ວັນ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ເສຍ​ຊີ​ວິດ ຖ້າ​ຫາກ​ເປັນ​ຕາມ​ເງື່ອນ​ໄຂ​ສອງ​ຂໍ້​ດັ່ງ​ຕໍ່​ໄປ​ນີ້:

  • ຍາດ​ພີ່​ນ້ອງ​ທີ່​ໃກ້​ຊິດ​ກັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ (ຄູ່​ຄອງ​ທີ່​ບໍ່​ໄດ້​ຢ່າ​ຮ້າງ, ລູກ​ຜູ້​ໃຫຍ່, ພໍ່​ແມ່, ຫລື ອ້າຍ​ເອື້ອຍ​ນ້ອງ) ສົ່ງ​ຊື່​ເພື່ອ​ເຮັດ​ພິ​ທິ​ການ​ພຣະ​ວິ​ຫານ.

  • ໃບ​ອະ​ນຸ​ຍາດ​ໃຫ້​ປະ​ຕິ​ບັດ​ພິ​ທີ​ການ ທີ່​ໄດ້​ຮັບ​ຈາກ​ຍາດ​ພີ່​ນ້ອງ​ທີ່​ໃກ້​ຊິດ​ຂອງ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ (ຄູ່​ຄອງ​ທີ່​ບໍ່​ໄດ້​ຢ່າ​ຮ້າງ, ລູກ​ຜູ້​ໃຫຍ່, ພໍ່​ແມ່, ຫລື ອ້າຍ​ເອື້ອຍ​ນ້ອງ).

ຖ້າ​ຫາກ​ເງື່ອນ​ໄຂ​ສອງ​ຂໍ້​ຂ້າງ​ເທິງ​ບໍ່​ກ່ຽວ​ຂ້ອງ, ພິ​ທີ​ການ​ພຣະ​ວິ​ຫານ​ທີ່​ກະ​ທຳ​ແທນ​ຈະ​ຖືກ​ປະ​ຕິ​ບັດ​ເມື່ອ​ກາຍ 110 ປີ ຫລັງ​ຈາກ​ວັນ​ເດືອນ​ປີ​ເກີດ​ຂອງ​ຜູ້​ທີ່​ເສຍ​ຊີ​ວິດ.

28.1.1

ການ​ກຽມ​ຊື່​ຂອງ​ບຸກ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ​ສຳ​ລັບ​ພິ​ທີ​ການ​ພຣະ​ວິ​ຫານ

ຖ້າ​ເປັນ​ໄປ​ໄດ້, ໃຫ້​ປ້ອນ​ຂໍ້​ມູນ​ລະ​ບຸ​ແຈ້ງ​ຊື່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ເສຍ​ຊີ​ວິດ​ແລ້ວ​ໃສ່​ໃນ FamilySearch.org ກ່ອນ​ພິ​ທີ​ການ​ພຣະ​ວິ​ຫານ​ຈະ​ຖືກ​ປະ​ຕິ​ບັດ (ເບິ່ງ 25.4.2).

28.1.1.1

ການ​ສົ່ງ​ຊື່​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ

ເມື່ອ​ສົ່ງ​ຊື່​ເພື່ອ​ກະ​ທຳ​ພິ​ທີ​ການ​ພຣະ​ວິ​ຫານ​ແທນ, ຕາມ​ປົກ​ກະ​ຕິ​ແລ້ວ ສະ​ມາ​ຊິກ​ຄວນ​ສົ່ງ​ພຽງ​ແຕ່​ຊື່​ຂອງ​ບຸກ​ຄົນ​ທີ່​ເຂົາ​ເຈົ້າ​ເປັນ​ຍາດ​ເທົ່າ​ນັ້ນ.

28.1.2

ໃຜ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ

ສະ​ມາ​ຊິກ​ທຸກ​ຄົນ​ທີ່​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ​ຄົນ​ຕາຍ​ໄດ້. ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ທີ່​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ທັງ​ໝົດ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ. ເບິ່ງ 26.3.

28.1.4

ການ​ນັດ​ໝາຍ

ສະ​ມາ​ຊິກ​ຈະ​ຕ້ອງ​ເຮັດ​ການ​ນັດ​ໝາຍ​ກ່ອນ​ການ​ປະ​ຕິ​ບັດ​ພິ​ທີ​ການ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ. ເບິ່ງ temples.ChurchofJesusChrist.org ສຳ​ລັບ​ຂໍ້​ມູນ​ຕິດ​ຕໍ່​ພຣະ​ວິ​ຫານ​ແຕ່​ລະ​ແຫ່ງ ແລະ ການ​ຂໍ​ນັດ​ໝາຍ.

28.2

ການ​ປະ​ຕິ​ບັດ​ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ບຸກ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ

ເມື່ອ​ປະ​ຕິ​ບັດ​ພິ​ທີ​ການ​ທີ່​ກະ​ທຳ​ແທນ, ສະ​ມາ​ຊິກ​ສາ​ມາດ​ທຳ​ໜ້າ​ທີ່​ເປັນ​ຜູ້​ກະ​ທຳ​ແທນ​ໃຫ້​ໄດ້​ພຽງ​ແຕ່​ເມື່ອ​ບຸກ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ​ມີ​ເພດ​ກຳ​ເນີດ​ດຽວ​ກັນ​ກັບ​ສະ​ມາ​ຊິກ​ເທົ່າ​ນັ້ນ.

28.2.1

ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ​ຄົນ​ຕາຍ

ສະ​ມາ​ຊິກ​ຄົນ​ໃດ​ກໍ​ໄດ້​ທີ່​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ ອາດ​ຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ໃຊ້​ໃນ​ການ​ມອບ​ໝາຍ​ທີ່​ຫ້ອງ​ບັບ​ຕິ​ສະ​ມາ. ການ​ມອບ​ໝາຍ​ບາງ​ຢ່າງ​ອາດ​ລວມ​ທັງ:

  • ການ​ເຮັດ​ໜ້າ​ທີ່​ເປັນ​ຜູ້​ກະ​ທຳ​ແທນ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

  • ການ​ເຮັດ​ໜ້າ​ທີ່​ເປັນ​ພະ​ຍານ​ໃນ​ການ​ບັບ​ຕິ​ສະ​ມາ​ແທນ.

  • ການ​ຊ່ວຍ​ເຫລືອ​ຜູ້​ກະ​ທຳ​ພິ​ທີ.

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ປະ​ໂລ​ຫິດ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ອາດ​ຖືກ​ເຊື້ອ​ເຊີນ​ໃຫ້​ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ. ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ກໍ​ອາດ​ຖືກ​ເຊື້ອ​ເຊີນ​ໃຫ້​ທຳ​ການ​ຢືນ​ຢັນ​ສຳ​ລັບ​ຄົນ​ຕາຍ​ນຳ​ອີກ.

ພຽງ​ແຕ່​ຜູ້​ຊາຍ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ຈະ​ຖືກ​ເຊື້ອ​ເຊີນ​ໃຫ້:

  • ຮັບ​ໃຊ້​ເປັນ​ຜູ້​ບັນ​ທຶກ​ຢູ່​ອ່າງ​ບັບ​ຕິ​ສະ​ມາ.

  • ຮັບ​ໃຊ້​ເປັນ​ຜູ້​ບັນ​ທຶກ​ການ​ຢືນ​ຢັນ.

28.2.2

ຂອງ​ປະ​ທານ​ສັກ​ສິດ (ລວມ​ທັງ​ພິ​ທີ​ການ​ຂັ້ນ​ຕົ້ນ)

ເມື່ອ​ປະ​ຕິ​ບັດ​ພິ​ທີ​ການ​ແທນ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ, ພາກ​ສ່ວນ​ພິ​ທີ​ການ​ຂັ້ນ​ຕົ້ນ​ຂອງ​ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ ຈະ​ຖືກ​ປະ​ຕິ​ບັດ ແລະ ບັນ​ທຶກ​ໄວ້​ຕ່າງ​ຫາກ (ເບິ່ງ 27.2). ສະ​ມາ​ຊິກ​ຄົນ​ໃດ​ກໍ​ໄດ້ ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ພ້ອມ​ທັງ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ ສາ​ມາດ​ທຳ​ໜ້າ​ທີ່​ເປັນ​ຜູ້​ກະ​ທຳ​ແທນ ເພື່ອ​ຮັບ​ເອົາ​ພິ​ທີ​ການ​ເຫລົ່າ​ນີ້.

28.2.3

ການ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ ແລະ ການ​ຜະ​ນຶກ​ລູກ​ເຂົ້າ​ກັບ​ພໍ່​ແມ່

ໃນ​ພຣະ​ວິ​ຫານ, ບຸກ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ​ຈະ​ໄດ້​ຮັບ​ການ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ແຕ່ງ​ງານ​ທີ່​ເຂົາ​ເຈົ້າ​ແຕ່ງ​ງານ​ດ້ວຍ​ໃນ​ຊີ​ວິດ​ນີ້. ບຸກ​ຄົນ​ທີ່​ເສຍ​ຊີ​ວິດ​ແລ້ວ​ອາດ​ມີ​ລູກ​ທີ່​ຍັງ​ມີ​ຊີ​ວິດ​ຢູ່ ຫລື ເສຍ​ຊີ​ວິດ​ແລ້ວ​ທີ່​ໄດ້​ຜະ​ນຶກ​ເຂົ້າ​ກັບ​ເຂົາ​ເຈົ້າ. ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ພ້ອມ​ທັງ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ ສາ​ມາດ​ທຳ​ໜ້າ​ທີ່​ເປັນ​ຜູ້​ກະ​ທຳ​ແທນ​ສຳ​ລັບ​ພິ​ທີ​ການ​ຜະ​ນຶກ.

28.3

ສະ​ຖາ​ນະ​ການ​ພິ​ເສດ

ພາກ​ສ່ວນ​ນີ້​ອະ​ທິ​ບາຍ​ສະ​ຖາ​ນະ​ການ ຊຶ່ງ​ແນວ​ທາງ​ຊີ້​ນຳ​ບາງ​ຢ່າງ​ໃນ 28.1 ອາດ​ໃຊ້​ບໍ່​ໄດ້.

28.3.1

ເດັກ​ທີ່​ຕາຍ​ກ່ອນ​ເກີດ (ເດັກ​ທີ່​ຕາຍ​ຕອນ​ຄອດ ແລະ ເດັກ​ທີ່​ຕາຍ​ເນື່ອງ​ຈາກ​ຫລຸ)

ພິ​ທີ​ການ​ພຣະ​ວິ​ຫານ​ແມ່ນ​ບໍ່​ຈຳ​ເປັນ ຫລື ຕ້ອງ​ປະ​ຕິ​ບັດ​ສຳ​ລັບ​ເດັກ​ທີ່​ຕາຍ​ກ່ອນ​ເກີດ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ 38.7.3.

28.3.2

ເດັກ​ທີ່​ຕາຍ​ກ່ອນ​ອາ​ຍຸ​ແປດ​ປີ

ເດັກ​ນ້ອຍໆ​ຖືກ​ໄຖ່​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ “ລອດ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ແຫ່ງ​ສະ​ຫວັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:10). ເພາະ​ດ້ວຍ​ເຫດ​ນີ້, ຈຶ່ງ​ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ ຫລື ປະ​ຕິ​ບັດ​ພິ​ທີ​ການ​ແທນ​ເດັກ​ທີ່​ຕາຍ​ກ່ອນ​ອາ​ຍຸ 8 ປີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາດ​ປະ​ກອບ​ພິ​ທີ​ການ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ສຳ​ລັບ​ເດັກ​ນ້ອຍ​ທີ່​ບໍ່​ໄດ້​ເກີດ​ໃນ​ພັນ​ທະ​ສັນ​ຍາ ຫລື ບໍ່​ໄດ້​ຮັບ​ພິ​ທີ​ການ​ນັ້ນ​ຕອນ​ມີ​ຊີ​ວິດ​ຢູ່ (ເບິ່ງ 18.1).

ພິມ