“38. ນະໂຍບາຍ ແລະ ແນວທາງຊີ້ນຳຂອງສາດສະໜາຈັກ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“38. ນະໂຍບາຍ ແລະ ແນວທາງຊີ້ນຳຂອງສາດສະໜາຈັກ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
38.
ນະໂຍບາຍ ແລະ ແນວທາງຊີ້ນຳຂອງສາດສະໜາຈັກ
38.1
ການມີສ່ວນຮ່ວມໃນສາດສະໜາຈັກ
ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ຮັກລູກໆຂອງພຣະອົງ. “ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ,” ແລະ ພຣະອົງເຊື້ອເຊີນທຸກຄົນ “ໃຫ້ເຂົ້າມາຫາພຣະອົງ ແລະ ຮັບສ່ວນພຣະກະລຸນາທິຄຸນຂອງພຣະອົງ” (2 ນີໄຟ 26:33).
38.1.1
ການເຂົ້າຮ່ວມການປະຊຸມຕ່າງໆຂອງສາດສະໜາຈັກ
ທຸກຄົນກໍຖືກເຊື້ອເຊີນໃຫ້ມາຮ່ວມກອງປະຊຸມສິນລະລຶກ, ການປະຊຸມວັນອາທິດ, ແລະ ກິດຈະກຳການພົບປະສັງສັນອື່ນໆຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ເຈົ້າໜ້າທີ່ຄວບຄຸມມີຄວາມຮັບຜິດຊອບເພື່ອໃຫ້ແນ່ໃຈວ່າ ທຸກຄົນທີ່ເຂົ້າຮ່ວມເຄົາລົບສະພາບແວດລ້ອມທີ່ສັກສິດນັ້ນ.
ຜູ້ເຂົ້າຮ່ວມຄວນຫລີກລ້ຽງການລົບກວນ ຫລື ສິ່ງລົບກວນໃດໆກໍຕາມທີ່ຂັດກັບການນະມັດສະການ ຫລື ຈຸດປະສົງຂອງການປະຊຸມ. ຄວນເຄົາລົບຂໍ້ກຳນົດເລື່ອງອາຍຸ ແລະ ການປະພຶດທຸກຂໍ້ຂອງການປະຊຸມ ແລະ ກິດຈະກຳຕ່າງໆຂອງສາດສະໜາຈັກ. ຄວນຫລີກເວັ້ນຈາກການປະພຶດໂລແມນຕິກຫລາຍເກີນໄປ ແລະ ຈາກການນຸ່ງຖື ແລະ ການແຕ່ງກາຍທີ່ກາຍເປັນການລົບກວນ. ກໍຍັງຫ້າມຕື່ມອີກເລື່ອງການກ່າວຖະແຫລງທາງການເມືອງ ຫລື ກ່າວເຖິງລົດນິຍົມທາງເພດ ຫລື ບຸກຄະລິກລັກສະນະຂອງບຸກຄົນອື່ນ ໃນລັກສະນະທີ່ຫັນຄວາມສົນໃຈຈາກການປະຊຸມທີ່ສຸມໃສ່ພຣະຜູ້ຊ່ວຍໃຫ້ລອດ.
ຖ້າຫາກມີການປະພຶດທີ່ບໍ່ເໝາະສົມ, ອະທິການ ຫລື ປະທານສະເຕກຈະໃຫ້ຄຳແນະນຳເປັນສ່ວນຕົວ ດ້ວຍວິນຍານແຫ່ງຄວາມຮັກ. ເພິ່ນຈະຊຸກຍູ້ໃຫ້ຜູ້ທີ່ປະພຶດທີ່ບໍ່ເໝາະສົມໃນເວລານັ້ນໃຫ້ສຸມໃຈໃສ່ການຊ່ວຍຮັກສາບັນຍາກາດອັນສັກສິດ ເພື່ອທຸກຄົນຢູ່ທີ່ນັ້ນ ໂດຍເນັ້ນເຖິງການນະມັດສະການພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ.
ອາຄານປະຊຸມຂອງສາດສະໜາຈັກຍັງຄົງເປັນຊັບສິນສ່ວນຕົວພາຍໃຕ້ນະໂຍບາຍຂອງສາດສະໜາຈັກ. ບຸກຄົນທີ່ບໍ່ເຕັມໃຈທີ່ຈະປະຕິບັດຕາມແນວທາງຊີ້ນຳເຫລົ່ານີ້ ຈະຖືກຂໍຮ້ອງບໍ່ໃຫ້ເຂົ້າຮ່ວມການປະຊຸມ ແລະ ກິດຈະກຳຕ່າງໆຂອງສາດສະໜາຈັກ.
38.2
ນະໂຍບາຍສຳລັບພິທີການ ແລະ ການໃຫ້ພອນ
ຂໍ້ມູນທົ່ວໄປກ່ຽວກັບພິທີການ ແລະ ການໃຫ້ພອນມີໃຫ້ໄວ້ໃນ ບົດທີ 18. ຂໍ້ມູນກ່ຽວກັບພິທີການພຣະວິຫານມີໃຫ້ໄວ້ໃນ ບົດທີ 27 ແລະ 28. ອະທິການອາດຕິດຕໍ່ຫາປະທານສະເຕກຖ້າຫາກພວກເພິ່ນມີຄຳຖາມ. ປະທານສະເຕກອາດຕິດຕໍ່ຫາຝ່າຍປະທານເຂດຖ້າຫາກພວກເພິ່ນມີຄຳຖາມ.
38.3
ການແຕ່ງງານຕາມກົດໝາຍ
ຜູ້ນຳຂອງສາດສະໜາຈັກຊຸກຍູ້ສະມາຊິກໃຫ້ມີຄວາມເໝາະສົມສຳລັບການແຕ່ງງານໃນພຣະວິຫານ ແລ້ວແຕ່ງງານ ແລະ ຜະນຶກໃນພຣະວິຫານ. ເຖິງຢ່າງໃດກໍຕາມ, ຖ້າຫາກກົດໝາຍບ້ານເມືອງອະນຸຍາດ, ຜູ້ນຳຂອງສາດສະໜາຈັກອາດປະຕິບັດການແຕ່ງງານຕາມກົດໝາຍ.
ການແຕ່ງງານຕາມກົດໝາຍຄວນຖືກປະຕິບັດອີງຕາມກົດໝາຍໃນບ່ອນທີ່ການແຕ່ງງານຖືກປະຕິບັດ.
38.3.1
ຜູ້ປະຕິບັດການແຕ່ງງານຕາມກົດໝາຍ
ເມື່ອກົດໝາຍບ້ານເມືອງອະນຸຍາດ, ເຈົ້າໜ້າທີ່ຂອງສາດສະໜາຈັກທີ່ຮັບໃຊ້ໃນປະຈຸບັນຈະກະທຳໃນການເອີ້ນຂອງພວກເພິ່ນ ເພື່ອປະຕິບັດພິທີແຕ່ງງານຕາມກົດໝາຍ:
-
ປະທານເຜີຍແຜ່
-
ປະທານສະເຕກ
-
ປະທານທ້ອງຖິ່ນ
-
ອະທິການ
-
ປະທານສາຂາ
ເຈົ້າໜ້າທີ່ຂອງສາດສະໜາຈັກເຫລົ່ານີ້ສາມາດດຳເນີນການແຕ່ງງານຕາມກົດໝາຍລະຫວ່າງຊາຍ ແລະ ຍິງ. ຕ້ອງເປັນຕາມເງື່ອນໄຂດັ່ງຕໍ່ໄປນີ້ທັງໝົດເຊັ່ນກັນ:
-
ເຈົ້າສາວ ຫລື ເຈົ້າບ່າວເປັນສະມາຊິກຂອງສາດສະໜາຈັກ ຫລື ມີວັນບັບຕິສະມາ.
-
ບັນທຶກສະມາຊິກກະພາບຂອງເຈົ້າສາວ ຫລື ເຈົ້າບ່າວຢູ່, ຫລື ຈະຢູ່ຫລັງຈາກບັບຕິສະມາ, ໃນໜ່ວຍສາດສະໜາຈັກ ບ່ອນທີ່ເຈົ້າໜ້າທີ່ດັ່ງກ່າວຄວບຄຸມ.
-
ເຈົ້າໜ້າທີ່ຂອງສາດສະໜາຈັກໄດ້ຮັບອະນຸຍາດໃຫ້ປະຕິບັດການແຕ່ງງານຕາມກົດໝາຍຂອບເຂດອຳນາດໃນບ່ອນທີ່ຈັດພິທີແຕ່ງງານ.
38.3.4
ການແຕ່ງງານຕາມກົດໝາຍທີ່ຈັດໃນອາຄານຂອງສາດສະໜາຈັກ
ພິທີແຕ່ງງານອາດຈັດໃນອາຄານຂອງສາດສະໜາຈັກ ຖ້າຫາກບໍ່ຂັດກັບຕາຕະລາງການດຳເນີນການປົກກະຕິຂອງສາດສະໜາຈັກ. ພິທີແຕ່ງງານບໍ່ຄວນຈັດຂຶ້ນໃນວັນຊະບາໂຕ ຫລື ໃນແລງວັນຈັນ. ພິທີແຕ່ງງານທີ່ຈັດຂຶ້ນໃນອາຄານຂອງສາດສະໜາຈັກຄວນລຽບງ່າຍ ແລະ ສະຫງ່າງາມ. ເພງຄວນສັກສິດ, ຄາລະວະ, ແລະ ເບີກບານໃຈ.
ການແຕ່ງງານສາມາດປະຕິບັດຢູ່ໃນຫ້ອງນະມັດສະການ, ຫ້ອງວັດທະນະທຳ, ຫລື ຫ້ອງອື່ນໆທີ່ເໝາະສົມ. ການແຕ່ງງານຄວນເປັນຕາມແນວທາງຊີ້ນຳສຳລັບການໃຊ້ອາຄານປະຊຸມຢ່າງຖືກຕ້ອງ.
38.3.6
ພິທີການແຕ່ງງານຕາມກົດໝາຍ
ເພື່ອປະຕິບັດການແຕ່ງງານຕາມກົດໝາຍ, ເຈົ້າໜ້າທີ່ຂອງສາດສະໜາຈັກເອີ່ຍຊື່ຄູ່ບ່າວສາວ ແລະ ກ່າວວ່າ, “ກະລຸນາຈັບມືຂວາກັນ.” ແລ້ວເພິ່ນກ່າວ, “[ຊື່ເຕັມຂອງເຈົ້າບ່າວ] ແລະ [ຊື່ເຕັມຂອງເຈົ້າສາວ], ທ່ານທັງສອງຈັບມືຂວາກັນເປັນເຄື່ອງໝາຍແຫ່ງຄຳປະຕິຍານວ່າ ບັດນີ້ພວກທ່ານຢູ່ຕໍ່ພຣະພັກຂອງພຣະເຈົ້າ ແລະ ພະຍານເຫລົ່ານີ້.” (ຄູ່ບ່າວສາວອາດເລືອກ ຫລື ສະເໜີຊື່ພະຍານເຫລົ່ານີ້ລ່ວງໜ້າ.)
ແລ້ວເຈົ້າໜ້າທີ່ເອີ່ຍຊື່ເຈົ້າບ່າວ ແລະ ຖາມ, “[ຊື່ເຕັມຂອງເຈົ້າບ່າວ], ທ່ານຍອມຮັບ [ຊື່ເຕັມຂອງເຈົ້າສາວ] ເປັນພັນລະຍາທີ່ແຕ່ງງານຢ່າງຖືກຕ້ອງຕາມກົດໝາຍ ແລະ ທ່ານເຮັດຄຳສັນຍາດ້ວຍຄວາມສະໝັກໃຈ ແລະ ການເລືອກຂອງທ່ານເອງ ໃນຖານະຄູ່ຊີວິດ ແລະ ສາມີທີ່ແຕ່ງງານຢ່າງຖືກຕ້ອງຕາມກົດໝາຍວ່າ ທ່ານຈະແນບສະໜິດຢູ່ກັບລາວ ແລະ ບໍ່ມີໃຜອີກ; ວ່າທ່ານຈະຮັກສາກົດ, ໜ້າທີ່ຮັບຜິດຊອບ, ແລະ ພັນທະທັງໝົດ ທີ່ກ່ຽວກັບສະຖານະອັນສັກສິດຂອງການສົມຣົດ; ແລະ ວ່າທ່ານຈະຮັກ, ໃຫ້ກຽດ, ແລະ ທະນຸຖະໜອມລາວ ຕາບໃດທີ່ທ່ານທັງສອງຍັງມີຊີວິດຢູ່ຫລືບໍ່?”
ເຈົ້າບ່າວຕອບວ່າ, “ໂດຍ” ຫລື “ຍອມຮັບ.”
ແລ້ວເຈົ້າໜ້າທີ່ຂອງສາດສະໜາຈັກຈະເອີ່ຍຊື່ຂອງເຈົ້າສາວ ແລະ ຖາມ, “[ຊື່ເຕັມຂອງເຈົ້າສາວ], ທ່ານຍອມຮັບ [ຊື່ເຕັມຂອງເຈົ້າບ່າວ] ເປັນສາມີທີ່ແຕ່ງງານຢ່າງຖືກຕ້ອງຕາມກົດໝາຍ ແລະ ທ່ານເຮັດຄຳສັນຍາດ້ວຍຄວາມສະໝັກໃຈ ແລະ ການເລືອກຂອງທ່ານເອງ ໃນຖານະຄູ່ຊີວິດ ແລະ ພັນລະຍາທີ່ແຕ່ງງານຢ່າງຖືກຕ້ອງຕາມກົດໝາຍວ່າ ທ່ານຈະແນບສະໜິດຢູ່ກັບລາວ ແລະ ບໍ່ມີໃຜອີກ; ວ່າທ່ານຈະຮັກສາກົດ, ໜ້າທີ່ຮັບຜິດຊອບ, ແລະ ພັນທະທັງໝົດ ທີ່ກ່ຽວກັບສະຖານະອັນສັກສິດຂອງການສົມຣົດ; ແລະ ວ່າທ່ານຈະຮັກ, ໃຫ້ກຽດ, ແລະ ທະນຸຖະໜອມລາວ ຕາບໃດທີ່ທ່ານທັງສອງຍັງມີຊີວິດຢູ່ຫລືບໍ່?”
ເຈົ້າສາວຕອບວ່າ, “ໂດຍ” ຫລື “ຍອມຮັບ.”
ແລ້ວເຈົ້າໜ້າທີ່ຂອງສາດສະໜາຈັກເອີ່ຍຊື່ຂອງຄູ່ບ່າວສາວ ແລະ ກ່າວວ່າ, “ໂດຍສິດອຳນາດດ້ານກົດໝາຍທີ່ຂ້າພະເຈົ້າມີຢູ່ ໃນຖານະແອວເດີຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຂ້າພະເຈົ້າປະກາດວ່າ ທ່ານທັງສອງ, [ຊື່ເຈົ້າບ່າວ] ແລະ [ຊື່ເຈົ້າສາວ], ເປັນສາມີ ແລະ ພັນລະຍາ, ຢ່າງຖືກຕ້ອງ ແລະ ຕາມກົດໝາຍໃນຊ່ວງໄລຍະຊີວິດມະຕະຂອງພວກທ່ານ.”
(ປັບຄຳໃໝ່ສຳລັບອະນຸສາດສະໜາຈານທີ່ບໍ່ໄດ້ຮັບໃຊ້ເປັນເຈົ້າໜ້າທີ່ຄວບຄຸມຂອງສາດສະໜາຈັກ: “ໂດຍສິດອຳນາດດ້ານກົດໝາຍທີ່ຂ້າພະເຈົ້າມີຢູ່ ໃນຖານະອະນຸສາດສະໜາຈານໃນ [ສາຂາອົງການທະຫານ ຫລື ພົນລະເຮືອນ], ຂ້າພະເຈົ້າປະກາດວ່າ ທ່ານທັງສອງ, [ຊື່ເຈົ້າບ່າວ] ແລະ [ຊື່ເຈົ້າສາວ], ເປັນສາມີ ແລະ ພັນລະຍາ, ຢ່າງຖືກຕ້ອງ ແລະ ຕາມກົດໝາຍໃນຊ່ວງໄລຍະຊີວິດມະຕະຂອງພວກທ່ານ.”)
“ຂໍໃຫ້ພຣະເຈົ້າອວຍພອນຊີວິດສົມຣົດຂອງພວກທ່ານໃຫ້ມີຄວາມຊື່ນຊົມໃນລູກຫລານຂອງພວກທ່ານ ແລະ ມີຊີວິດທີ່ຍາວນານຂອງຄວາມສຸກຮ່ວມກັນ, ແລະ ຂໍໃຫ້ພຣະອົງອວຍພອນພວກທ່ານເພື່ອຮັກສາຄຳປະຕິຍານທີ່ພວກທ່ານໄດ້ເຮັດໄວ້. ຂ້າພະເຈົ້າຂໍມອບພອນເຫລົ່ານີ້ໃຫ້ແກ່ພວກທ່ານໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.”
ການເຊື້ອເຊີນໃຫ້ຈູບກັນໃນຖານະສາມີ ແລະ ພັນລະຍາສາມາດເລືອກເຮັດໄດ້, ອີງຕາມແບບສະບັບວັດທະນະທຳ.
38.4
ນະໂຍບາຍການຜະນຶກ
ພິທີການຜະນຶກໃນພຣະວິຫານລວມຄອບຄົວໄວ້ຊົ່ວນິລັນດອນ ເມື່ອສະມາຊິກພະຍາຍາມໃຫ້ກຽດແກ່ພັນທະສັນຍາເມື່ອເຂົາເຈົ້າຮັບພິທີການ. ພິທີການຜະນຶກແມ່ນລວມທັງ:
-
ການຜະນຶກສາມີ ແລະ ພັນລະຍາ.
-
ການຜະນຶກລູກເຂົ້າກັບພໍ່ແມ່.
ຜູ້ທີ່ຮັກສາພັນທະສັນຍາຈະຮັກສາພອນສ່ວນຕົວທີ່ໄດ້ຮັບຈາກການຜະນຶກ. ສິ່ງນີ້ເປັນຄວາມຈິງ ເຖິງແມ່ນຖ້າຫາກຄູ່ຄອງຂອງບຸກຄົນໄດ້ລະເມີດພັນທະສັນຍາ ຫລື ຖອນຕົວຈາກການແຕ່ງງານກໍຕາມ.
ລູກໆທີ່ຊື່ສັດທີ່ໄດ້ຜະນຶກເຂົ້າກັບພໍ່ແມ່ ຫລື ເກີດໃນພັນທະສັນຍາຈະຮັກສາພອນຂອງການມີພໍ່ແມ່ນິລັນດອນ. ສິ່ງນີ້ເປັນຄວາມຈິງ ເຖິງແມ່ນຖ້າຫາກພໍ່ແມ່ຂອງພວກເຂົາຍົກເລີກການຜະນຶກການແຕ່ງງານຂອງເຂົາເຈົ້າ, ສະມາຊິກກະພາບຂອງເຂົາເຈົ້າຖືກຖອນ, ຫລື ລາອອກຈາກສະມາຊິກກະພາບຂອງເຂົາເຈົ້າກໍຕາມ.
ສະມາຊິກຄວນປຶກສາກັບອະທິການຂອງຕົນ ຖ້າຫາກເຂົາເຈົ້າມີຄຳຖາມກ່ຽວກັບນະໂຍບາຍການຜະນຶກ. ອະທິການຕິດຕໍ່ຫາປະທານສະເຕກຖ້າຫາກເພິ່ນມີຄຳຖາມ. ປະທານສະເຕກອາດຕິດຕໍ່ຫາຝ່າຍປະທານພຣະວິຫານໃນເຂດພຣະວິຫານຂອງພວກເພິ່ນ, ຝ່າຍປະທານເຂດ, ຫລື ຫ້ອງການຂອງຝ່າຍປະທານສູງສຸດ ຖ້າຫາກພວກເພິ່ນມີຄຳຖາມ.
38.5
ເຄື່ອງນຸ່ງພຣະວິຫານ ແລະ ເສື້ອຜ້າສັກສິດ
38.5.1
ເຄື່ອງນຸ່ງພຣະວິຫານ
ລະຫວ່າງການຮັບຂອງປະທານສັກສິດ ແລະ ພິທີການຜະນຶກໃນພຣະວິຫານ, ສະມາຊິກຂອງສາດສະໜາຈັກໃສ່ເຄື່ອງນຸ່ງສີຂາວ. ຜູ້ຍິງໃສ່ເຄື່ອງນຸ່ງສີຂາວດັ່ງຕໍ່ໄປນີ້: ຊຸດກະໂປງແຂນຍາວ ຫລື ແຂນສາມສ່ວນ (ຫລື ກະໂປງ ແລະ ເສື້ອແຂນຍາວ ຫລື ແຂນສາມສ່ວນ), ຖົງຕີນ ຫລື ຖົງຂາ, ແລະ ເກີບ ຫລື ເກີບນວມ.
ຜູ້ຊາຍໃສ່ເຄື່ອງນຸ່ງສີຂາວດັ່ງຕໍ່ໄປນີ້: ເສື້ອແຂນຍາວ, ກາລະວັດ ຫລື ໂບ, ໂສ້ງ, ຖົງຕີນ, ແລະ ເກີບ ຫລື ເກີບນວມ.
ລະຫວ່າງການຮັບຂອງປະທານສັກສິດ ແລະ ພິທີການຜະນຶກ, ສະມາຊິກໃສ່ເຄື່ອງນຸ່ງພິທີ ກວມເຄື່ອງນຸ່ງສີຂາວ.
38.5.2
ການຫາຊື້ເຄື່ອງນຸ່ງພຣະວິຫານ ແລະ ເສື້ອຜ້າສັກສິດ
ຜູ້ນຳຫວອດ ແລະ ສະເຕກຊຸກຍູ້ສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວ ໃຫ້ຫາຊື້ເຄື່ອງນຸ່ງພຣະວິຫານເປັນຂອງຕົວເອງ. ສາມາດຫາຊື້ເຄື່ອງນຸ່ງພຣະວິຫານ ແລະ ເສື້ອຜ້າສັກສິດໄດ້ຈາກສູນຈຳໜ່າຍຂອງສາດສະໜາຈັກ ຫລື ທີ່ store.ChurchofJesusChrist.org. ສະໝຽນສະເຕກ ແລະ ສະໝຽນຫວອດອາດຊ່ວຍສະມາຊິກສັ່ງຈອງເຄື່ອງນຸ່ງ.
38.5.5
ການໃສ່ ແລະ ການດູແລເສື້ອຜ້າສັກສິດ
ສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວ ໄດ້ເຮັດພັນທະສັນຍາວ່າຈະໃສ່ເສື້ອຜ້າສັກສິດພຣະວິຫານຕະຫລອດຊີວິດຂອງເຂົາເຈົ້າ.
ມັນເປັນສິດທິພິເສດອັນສັກສິດທີ່ໄດ້ໃສ່ເສື້ອຜ້າສັກສິດຂອງພຣະວິຫານ. ການເຮັດແນວນັ້ນ ເປັນການສະແດງອອກພາຍນອກ ເຖິງຄຳໝັ້ນສັນຍາພາຍໃນທີ່ຈະຕິດຕາມພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ.
ເສື້ອຜ້າສັກສິດເຕືອນເຖິງພັນທະສັນຍາທີ່ໄດ້ເຮັດໃນພຣະວິຫານ. ເມື່ອໃສ່ຢ່າງຖືກຕ້ອງຕະຫລອດຊີວິດ, ມັນຈະຊ່ວຍເປັນສິ່ງປົກປ້ອງ.
ເສື້ອຜ້າສັກສິດຄວນຖືກນຸ່ງຊ້ອນໃນເຄື່ອງນຸ່ງ. ມັນເປັນເລື່ອງຂອງຄວາມມັກຊອບສ່ວນບຸກຄົນວ່າຈະໃສ່ເຄື່ອງຊ້ອນໃນອື່ນໆກວມເທິງເສື້ອຜ້າສັກສິດ ຫລື ຊ້ອນໃນເສື້ອຜ້າສັກສິດພຣະວິຫານ.
ບໍ່ຄວນແກ້ເສື້ອຜ້າສັກສິດອອກເວລາເຮັດກິດຈະກຳທີ່ຍັງສາມາດໃສ່ເສື້ອຜ້າສັກສິດໄດ້ຢູ່. ບໍ່ຄວນດັດແປງມັນໃຫ້ເຂົ້າກັບການນຸ່ງຖືໃນແບບຕ່າງໆ.
ເສື້ອຜ້າສັກສິດເປັນສິ່ງສັກສິດ ແລະ ຄວນປະຕິບັດຕໍ່ດ້ວຍຄວາມເຄົາລົບ. ສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວ ຄວນສະແຫວງຫາການນຳພາຈາກພຣະວິນຍານສັກສິດ ເພື່ອຕອບຄຳຖາມສ່ວນຕົວກ່ຽວກັບການນຸ່ງຖືເສື້ອຜ້າສັກສິດ.
38.5.7
ການກຳຈັດເສື້ອຜ້າສັກສິດ ແລະ ເຄື່ອງນຸ່ງພິທີພຣະວິຫານ
ເພື່ອກຳຈັດເສື້ອຜ້າສັກສິດທີ່ຂາດແລ້ວ, ສະມາຊິກຄວນຕັດເຄື່ອງໝາຍອອກ ແລະ ທຳລາຍມັນຖິ້ມ. ແລ້ວສະມາຊິກຄວນຕັດເສື້ອຜ້າສ່ວນທີ່ເຫລືອຢູ່ເປັນຕ່ອນໆ ເພື່ອບໍ່ໃຫ້ເຫັນໄດ້ວ່າມັນເປັນເສື້ອຜ້າສັກສິດ. ເສື້ອຜ້າສ່ວນທີ່ເຫລືອເຫລົ່ານັ້ນສາມາດຖິ້ມໄດ້.
ສະມາຊິກສາມາດມອບເສື້ອຜ້າສັກສິດ ແລະ ເຄື່ອງນຸ່ງພຣະວິຫານທີ່ຍັງຢູ່ໃນສະພາບດີໃຫ້ສະມາຊິກຄົນອື່ນທີ່ໄດ້ຮັບຂອງປະທານສັກສິດແລ້ວ.
38.5.8
ການຝັງໃນເຄື່ອງນຸ່ງພຣະວິຫານ
ຖ້າເປັນໄປໄດ້, ສະມາຊິກຜູ້ເສຍຊີວິດທີ່ໄດ້ຮັບຂອງປະທານສັກສິດແລ້ວ ຄວນຖືກຝັງ ຫລື ຖືກເຜົາໃນເຄື່ອງນຸ່ງພຣະວິຫານ. ຖ້າຫາກຮີດຄອງປະເພນີ ຫລື ການຝັງຖືວ່າເປັນສິ່ງທີ່ບໍ່ເໝາະສົມ ຫລື ຫຍຸ້ງຍາກ, ໃຫ້ວາງເຄື່ອງນຸ່ງພຣະວິຫານພັບຮຽບຮ້ອຍໄວ້ຂ້າງຕົວ.
ສົບຂອງຜູ້ຊາຍໃສ່ເສື້ອຜ້າສັກສິດພຣະວິຫານ ແລະ ຕິດຕາມດ້ວຍເຄື່ອງນຸ່ງສີຂາວດັ່ງຕໍ່ໄປນີ້: ເສື້ອແຂນຍາວ, ກາລະວັດ ຫລື ໂບ, ໂສ້ງ, ຖົງຕີນ, ແລະ ເກີບ ຫລື ເກີບນວມ. ສົບຂອງຜູ້ຍິງໃສ່ເສື້ອຜ້າສັກສິດພຣະວິຫານ ແລະ ຕິດຕາມດ້ວຍເຄື່ອງນຸ່ງສີຂາວດັ່ງຕໍ່ໄປນີ້: ຊຸດກະໂປງແຂນຍາວ ຫລື ແຂນສາມສ່ວນ (ຫລື ກະໂປງ ແລະ ເສື້ອແຂນຍາວ ຫລື ແຂນສາມສ່ວນ), ຖົງຕີນ ຫລື ຖົງຂາ, ແລະ ເກີບ ຫລື ເກີບນວມ.
ເຄື່ອງນຸ່ງພິທີພຣະວິຫານຖືກສວມໃສ່ຮ່າງກາຍຕາມທີ່ແນະນຳໃນພິທີຮັບຂອງປະທານສັກສິດ. ຜ້າບ່ຽງຖືກໃສ່ທາງບ່າໄຫລ່ຂວາ ແລະ ຜູກສາຍຜ້າທີ່ແອວຊ້າຍ. ຜ້າກັນເປື້ອນຜູກໄວ້ອ້ອມແອວ. ຜ້າຄາດແອວສວມອ້ອມແອວ ແລະ ຜູກເປັນໂບໄວ້ເໜືອສະໂພກຊ້າຍ. ຕາມປົກກະຕິແລ້ວ ໝວກຂອງຜູ້ຊາຍຖືກວາງໄວ້ຢູ່ຂ້າງຕົວ ຈົນເຖິງເວລາປິດໂລງສົບ ຫລື ພາຊະນະ. ແລ້ວໝວກຈະຖືກສວມໃສ່ໂດຍໃຫ້ໂບຢູ່ເໜືອຫູຊ້າຍ. ຜ້າປົກໜ້າຂອງຜູ້ຍິງວາງເປັນຍອຍໄວ້ເທິງໝອນຫລັງຫົວຂອງລາວ. ການປົກໜ້າກ່ອນຝັງ ຫລື ກ່ອນເຜົາແມ່ນເລືອກເຮັດໄດ້, ຕາມການຕັດສິນໃຈຂອງຄອບຄົວ.
38.6
ນະໂຍບາຍເລື່ອງປະເດັນສິນທຳ
38.6.1
ການແທ້ງລູກ
ພຣະຜູ້ເປັນເຈົ້າໄດ້ບັນຊາວ່າ, “ຢ່າຂ້າຄົນ, ຫລື ເຮັດສິ່ງໃດໆທີ່ຄ້າຍຄືກັນນັ້ນ” (ຄຳສອນ ແລະ ພັນທະສັນຍາ 59:6). ສາດສະໜາຈັກຄັດຄ້ານການເລືອກແທ້ງລູກ ເພື່ອຄວາມສະດວກສະບາຍສ່ວນຕົວ ຫລື ທາງສັງຄົມ. ສະມາຊິກຕ້ອງບໍ່ຍອມເຮັດ, ດຳເນີນການ, ຕຽມການ, ອອກຄ່າໃຊ້ຈ່າຍ, ເຫັນຊອບ, ຫລື ສະໜັບສະໜູນການແທ້ງລູກ. ມີຂໍ້ຍົກເວັ້ນພຽງແຕ່ເມື່ອ:
-
ການຕັ້ງທ້ອງນັ້ນເປັນຜົນຈາກການບັງຄັບຂົ່ມຂືນ ຫລື ການຮ່ວມເພດກັບສາຍເລືອດດຽວກັນ.
-
ແພດທີ່ມີຄວາມສາມາດກຳນົດວ່າຊີວິດ ຫລື ສຸຂະພາບຂອງຜູ້ເປັນແມ່ຕົກຢູ່ໃນຂັ້ນອັນຕະລາຍທີ່ຮ້າຍແຮງ.
-
ແພດທີ່ມີຄວາມສາມາດກຳນົດວ່າເດັກທີ່ຢູ່ໃນທ້ອງນັ້ນມີສະພາບທີ່ສາຫັດຫລາຍ ຈົນເດັກຈະບໍ່ລອດຫລັງການຄອດ.
ເຖິງແມ່ນມີຂໍ້ຍົກເວັ້ນເຫລົ່ານີ້ ແຕ່ກໍບໍ່ໄດ້ເຮັດໃຫ້ການແທ້ງລູກຖືກຕ້ອງຢ່າງອັດຕະໂນມັດ. ການແທ້ງລູກເປັນເລື່ອງຮ້າຍແຮງທີ່ສຸດ. ຄວນເຮັດພຽງແຕ່ເມື່ອຫລັງຈາກບຸກຄົນທີ່ຮັບຜິດຊອບໄດ້ຮັບການຢືນຢັນຜ່ານທາງການອະທິຖານແລ້ວເທົ່ານັ້ນ. ສະມາຊິກອາດປຶກສາກັບອະທິການຂອງຕົນ ເປັນສ່ວນໜຶ່ງຂອງຂັ້ນຕອນນີ້.
38.6.2
ການຂົ່ມເຫັງ
ການຂົ່ມເຫັງຄືການປະພຶດບໍ່ດີ ຫລື ການລະເລີຍຂອງຄົນອື່ນ ໃນແບບທີ່ເຮັດໃຫ້ເກີດຄວາມເສຍຫາຍທາງຮ່າງກາຍ, ທາງເພດ, ທາງອາລົມ, ຫລື ທາງການເງິນ. ຈຸດຢືນຂອງສາດສະໜາຈັກຄືບໍ່ຍອມຮັບການຂົ່ມເຫັງໃນຮູບແບບໃດໆ. ຜູ້ທີ່ຂົ່ມເຫັງຄູ່ຄອງ, ລູກໆ, ຫລື ສະມາຊິກຄົນອື່ນໃນຄອບຄົວ, ຫລື ໃຜກໍຕາມ ຖືວ່າລະເມີດກົດຂອງພຣະເຈົ້າ ແລະ ມະນຸດ.
ສະມາຊິກທຸກຄົນ, ໂດຍສະເພາະພໍ່ແມ່ ແລະ ຜູ້ນຳ, ຖືກຊຸກຍູ້ໃຫ້ລະມັດລະວັງ ແລະ ພາກພຽນ ແລະ ເຮັດທຸກສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ ເພື່ອປົກປ້ອງເດັກນ້ອຍ ແລະ ຄົນອື່ນຈາກການຖືກຂົ່ມເຫັງ. ຖ້າຫາກສະມາຊິກຮູ້ເຖິງກໍລະນີຂົ່ມເຫັງ, ເຂົາເຈົ້າລາຍງານມັນຕໍ່ເຈົ້າໜ້າທີ່ບ້ານເມືອງ ແລະ ປຶກສາກັບອະທິການ. ຜູ້ນຳຂອງສາດສະໜາຈັກຄວນຮັບເອົາການແຈ້ງເລື່ອງການຂົ່ມເຫັງຢ່າງຈິງຈັງ ແລະ ບໍ່ເມີນເສີຍ.
ຜູ້ໃຫຍ່ທຸກຄົນທີ່ເຮັດວຽກກັບເດັກນ້ອຍ ແລະ ຊາວໜຸ່ມຄວນຜ່ານການຝຶກອົບຮົມເລື່ອງການປົກປ້ອງເດັກ ແລະ ຊາວໜຸ່ມ ພາຍໃນໜຶ່ງເດືອນຫລັງຈາກໄດ້ຮັບການສະໜັບສະໜູນ (ເບິ່ງ ProtectingChildren.ChurchofJesusChrist.org). ເຂົາເຈົ້າຕ້ອງຮັບການຝຶກອົບຮົມຊ້ຳທຸກໆສາມປີ.
ເມື່ອມີການຂົ່ມເຫັງເກີດຂຶ້ນ, ໜ້າທີ່ຮັບຜິດຊອບທຳອິດ ແລະ ທັນທີຂອງຜູ້ນຳຂອງສາດສະໜາຈັກຄືຊ່ວຍຜູ້ທີ່ໄດ້ຖືກຂົ່ມເຫັງ ແລະ ປົກປ້ອງບຸກຄົນທີ່ມີຄວາມສ່ຽງທີ່ຈະຖືກຂົ່ມເຫັງໃນອະນາຄົດ. ຜູ້ນຳບໍ່ຄວນຊຸກຍູ້ໃຫ້ບຸກຄົນຢູ່ເຮືອນ ຫລື ຢູ່ໃນສະຖານະການທີ່ຖືກຂົ່ມເຫັງ ຫລື ບໍ່ປອດໄພ.
38.6.2.1
ສາຍດ່ວນຮັບເລື່ອງການຂົ່ມເຫັງ
ໃນບາງປະເທດ, ສາດສະໜາຈັກໄດ້ຈັດຕັ້ງສາຍດ່ວນລັບຊ່ວຍເລື່ອງການຂົ່ມເຫັງເພື່ອຊ່ວຍເຫລືອປະທານສະເຕກ ແລະ ອະທິການ. ຜູ້ນຳເຫລົ່ານີ້ຄວນໂທຫາສາຍດ່ວນໂດຍທັນທີກ່ຽວກັບທຸກສະຖານະການ ຊຶ່ງບຸກຄົນອາດຖືກຂົ່ມເຫັງ—ຫລື ອາດຕົກຢູ່ໃນການສ່ຽງທີ່ຈະຖືກຂົ່ມເຫັງ. ພວກເພິ່ນກໍຄວນໂທຫາສາຍດ່ວນ ຖ້າຫາກພວກເພິ່ນຮູ້ຈັກວ່າສະມາຊິກຄົນໃດຄົນໜຶ່ງໄດ້ເບິ່ງ, ຊື້, ຫລື ຈຳໜ່າຍຮູບພາບລາມົກເດັກເຊັ່ນກັນ.
ໃນປະເທດທີ່ບໍ່ມີສາຍດ່ວນຊ່ວຍເຫລືອ, ອະທິການຜູ້ຮູ້ຈັກເຖິງການຂົ່ມເຫັງ ຈະຕິດຕໍ່ຫາປະທານສະເຕກຂອງເພິ່ນ. ປະທານສະເຕກຄວນສະແຫວງຫາການນຳພາຈາກ ທີ່ປຶກສາກົດໝາຍລະດັບເຂດ ທີ່ຫ້ອງການເຂດ.
38.6.2.2
ການປຶກສາໃນກໍລະນີຂອງການຂົ່ມເຫັງ
ຜູ້ເສຍຫາຍເນື່ອງຈາກການຂົ່ມເຫັງມັກຈະປະສົບກັບຄວາມເຈັບປວດທີ່ຮ້າຍແຮງ. ປະທານສະເຕກ ແລະ ອະທິການຕອບຮັບດ້ວຍຄວາມເຫັນອົກເຫັນໃຈ ແລະ ເຂົ້າອົກເຂົ້າໃຈຢ່າງຈິງໃຈ. ພວກເພິ່ນໃຫ້ຄຳປຶກສາ ແລະ ການສະໜັບສະໜູນທາງວິນຍານ ເພື່ອຊ່ວຍຜູ້ເສຍຫາຍເອົາຊະນະຜົນກະທົບທີ່ທຳລາຍຂອງການຂົ່ມເຫັງນັ້ນ.
ບາງຄັ້ງຜູ້ເສຍຫາຍຮູ້ສຶກອັບອາຍ ຫລື ຮູ້ສຶກຜິດ. ຜູ້ເສຍຫາຍບໍ່ມີຄວາມຜິດບາບ. ຜູ້ນຳຊ່ວຍໃຫ້ເຂົາເຈົ້າ ແລະ ຄອບຄົວຂອງເຂົາເຈົ້າເຂົ້າໃຈເຖິງຄວາມຮັກຂອງພຣະເຈົ້າ ແລະ ການປິ່ນປົວທີ່ມີມາຜ່ານທາງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ (ເບິ່ງ ແອວມາ 15:8; 3 ນີໄຟ 17:9).
ປະທານສະເຕກ ແລະ ອະທິການຄວນຊ່ວຍໃຫ້ຜູ້ທີ່ໄດ້ຂົ່ມເຫັງກັບໃຈ ແລະ ຢຸດຕິພຶດຕິກຳຂົ່ມເຫັງຂອງເຂົາເຈົ້າ. ຖ້າຫາກຜູ້ໃຫຍ່ຄົນໃດຄົນໜຶ່ງໄດ້ເຮັດບາບທາງເພດຕໍ່ເດັກ, ພຶດຕິກຳອາດປ່ຽນຍາກຫລາຍ. ຂັ້ນຕອນຂອງການກັບໃຈອາດຍາວນານຫລາຍ. ເບິ່ງ 38.6.2.3.
ນອກເໜືອໄປຈາກການຮັບເອົາຄວາມຊ່ວຍເຫລືອທີ່ດົນໃຈຈາກຜູ້ນຳຂອງສາດສະໜາຈັກແລ້ວ, ຜູ້ເສຍຫາຍ, ຜູ້ກະທຳຜິດ, ແລະ ຄອບຄົວຂອງເຂົາເຈົ້າອາດຕ້ອງຮັບຄຳປຶກສາກັບມືອາຊີບນຳອີກ. ສຳລັບຂໍ້ມູນ, ໃຫ້ເບິ່ງ 31.3.6.
38.6.2.3
ການຂົ່ມເຫັງເດັກ ຫລື ຊາວໜຸ່ມ
ການຂົ່ມເຫັງເດັກ ຫລື ຊາວໜຸ່ມເປັນບາບຮ້າຍແຮງໜັກ (ເບິ່ງ ລູກາ 17:2). ຕາມທີ່ໃຊ້ໃນນີ້, ການຂົ່ມເຫັງເດັກ ຫລື ຊາວໜຸ່ມ ແມ່ນລວມທັງດັ່ງຕໍ່ໄປນີ້:
-
ການຂົ່ມເຫັງທາງຮ່າງກາຍ: ການກໍ່ໃຫ້ເກີດອັນຕະລາຍຮ້າຍແຮງຕໍ່ຮ່າງກາຍໂດຍການໃຊ້ຄວາມຮຸນແຮງທາງຮ່າງກາຍ. ອັນຕະລາຍບາງຢ່າງອາດບໍ່ສາມາດຫລຽວເຫັນ.
-
ການລະເມີດທາງເພດ ຫລື ການສະແຫວງຫາຜົນປະໂຫຍດ: ການມີກິດຈະກຳທາງເພດແບບໃດກໍຕາມກັບເດັກ ຫລື ຊາວໜຸ່ມ ຫລື ຈົງໃຈຍິນຍອມ ຫລື ຊ່ວຍຄົນອື່ນໃຫ້ເຮັດກິດຈະກຳດັ່ງກ່າວ. ຕາມທີ່ໃຊ້ໃນນີ້, ການລະເມີດທາງເພດບໍ່ໄດ້ລວມທັງການຍິນຍອມມີເພດສຳພັນລະຫວ່າງໄວລຸ້ນສອງຄົນທີ່ມີອາຍຸໄລ່ເລ່ຍກັນ.
-
ການຂົ່ມເຫັງທາງອາລົມ: ການໃຊ້ການກະທຳ ແລະ ຄຳເວົ້າທີ່ທຳລາຍຄວາມຮູ້ສຶກເຄົາລົບຕົນເອງ ຫລື ຄຸນຄ່າໃນຕົນເອງຂອງເດັກ ຫລື ຊາວໜຸ່ມຢ່າງຮຸນແຮງ. ຕາມປົກກະຕິແລ້ວ ສິ່ງນີ້ກ່ຽວຂ້ອງກັບການດູໝິ່ນ, ຫລອກໃຊ້, ແລະ ການວິພາກວິຈານຊ້ຳແລ້ວຊ້ຳອີກ ແລະ ຕໍ່ເນື່ອງ ທີ່ເຮັດໃຫ້ອັບອາຍ ແລະ ດູຖູກ. ມັນອາດລວມທັງການລະເລີຍຢ່າງໃຫຍ່ນຳອີກ.
-
ຮູບພາບລາມົກເດັກ: ເບິ່ງ 38.6.6.
ຖ້າຫາກອະທິການ ຫລື ປະທານສະເຕກຮູ້ຈັກ ຫລື ສົງໄສວ່າມີການຂົ່ມເຫັງເດັກ ຫລື ຊາວໜຸ່ມ, ເພິ່ນຈະເຮັດຕາມຄຳແນະນຳໃນ 38.6.2.1 ທັນທີ. ເພິ່ນກໍຍັງດຳເນີນການຊ່ວຍປ້ອງກັນບໍ່ໃຫ້ມີການຂົ່ມເຫັງໃນອະນາຄົດນຳອີກ.
ຕ້ອງຈັດສະພາສະມາຊິກກະພາບໃນສາດສະໜາຈັກ ແລະ ບັນທຶກໝາຍເຫດປະກອບ ຖ້າຫາກສະມາຊິກທີ່ເປັນຜູ້ໃຫຍ່ຄົນໃດຄົນໜຶ່ງຂົ່ມເຫັງເດັກ ຫລື ຊາວໜຸ່ມ ດັ່ງທີ່ອະທິບາຍໄວ້ໃນພາກສ່ວນນີ້. ເບິ່ງ 38.6.2.5 ນຳອີກ.
ຖ້າໄວລຸ້ນຂົ່ມເຫັງເດັກ, ປະທານສະເຕກຈະຕິດຕໍ່ຫາຫ້ອງການຂອງຝ່າຍປະທານສູງສຸດເພື່ອການຊີ້ນຳ.
38.6.2.4
ການຂົ່ມເຫັງຄູ່ຄອງ ຫລື ຜູ້ໃຫຍ່ຄົນອື່ນ
ສ່ວນຫລາຍບໍ່ສາມາດໃຫ້ຄຳນິຍາມດຽວຂອງການຂົ່ມເຫັງທີ່ສາມາດໃຊ້ໄດ້ກັບທຸກສະຖານະການ. ກົງກັນຂ້າມ, ມັນມີລະດັບຂອງຄວາມຮຸນແຮງໃນພຶດຕິກຳການຂົ່ມເຫັງ. ລະດັບດັ່ງກ່າວເລີ່ມຕົ້ນຈາກການໃຊ້ຄຳເວົ້າຮຸນແຮງເປັນບາງຄັ້ງບາງຄາວ ໄປຈົນເຖິງການເຮັດໃຫ້ເກີດອັນຕະລາຍຮ້າຍແຮງ.
ຖ້າຫາກອະທິການ ຫລື ປະທານສະເຕກຮູ້ເຖິງການຂົ່ມເຫັງຄູ່ຄອງ ຫລື ຜູ້ໃຫຍ່ຄົນອື່ນ, ເພິ່ນຈະເຮັດຕາມຄຳແນະນຳໃນ 38.6.2.1 ທັນທີ. ເພິ່ນກໍຍັງດຳເນີນການຊ່ວຍປ້ອງກັນບໍ່ໃຫ້ມີການຂົ່ມເຫັງໃນອະນາຄົດນຳອີກ.
ຜູ້ນຳສະແຫວງຫາການຊີ້ນຳຈາກພຣະວິນຍານ ເພື່ອຕັດສິນໃຈວ່າການໃຫ້ຄຳແນະນຳສ່ວນຕົວ ຫລື ສະພາສະມາຊິກກະພາບຈະເປັນສະພາບແວດລ້ອມທີ່ເໝາະສົມຫລືບໍ່ໃນການແກ້ໄຂເລື່ອງການຂົ່ມເຫັງ. ພວກເພິ່ນອາດປຶກສາກັບຜູ້ນຳຖານະປະໂລຫິດຂອງຕົນໂດຍກົງກ່ຽວກັບສະພາບແວດລ້ອມນຳອີກ. ເຖິງຢ່າງໃດກໍຕາມ, ການຂົ່ມເຫັງຄູ່ຄອງ ຫລື ຜູ້ໃຫຍ່ຄົນອື່ນໃດໆຂຶ້ນເຖິງລະດັບດັ່ງທີ່ລະບຸໄວ້ຢູ່ຂ້າງລຸ່ມ ຮຽກຮ້ອງໃຫ້ມີການຈັດສະພາສະມາຊິກກະພາບຂຶ້ນ.
-
ການຂົ່ມເຫັງທາງຮ່າງກາຍ: ການກໍ່ໃຫ້ເກີດອັນຕະລາຍຮ້າຍແຮງຕໍ່ຮ່າງກາຍໂດຍການໃຊ້ຄວາມຮຸນແຮງທາງຮ່າງກາຍ. ອັນຕະລາຍບາງຢ່າງອາດບໍ່ສາມາດຫລຽວເຫັນ.
-
ການລະເມີດທາງເພດ: ເບິ່ງສະຖານະການທີ່ລະບຸໄວ້ໃນ 38.6.18.3.
-
ການຂົ່ມເຫັງທາງອາລົມ: ການໃຊ້ການກະທຳ ແລະ ຄຳເວົ້າທີ່ທຳລາຍຄວາມຮູ້ສຶກເຄົາລົບຕົນເອງ ຫລື ຄຸນຄ່າໃນຕົນເອງຂອງບຸກຄົນຢ່າງຮຸນແຮງ. ຕາມປົກກະຕິແລ້ວ ສິ່ງນີ້ກ່ຽວຂ້ອງກັບການດູໝິ່ນ, ຫລອກໃຊ້, ແລະ ການວິພາກວິຈານຊ້ຳແລ້ວຊ້ຳອີກ ແລະ ຕໍ່ເນື່ອງ ທີ່ເຮັດໃຫ້ອັບອາຍ ແລະ ດູຖູກ.
-
ການຂົ່ມເຫັງທາງການເງິນ: ການເອົາປຽບບາງຄົນທາງການເງິນ. ສິ່ງນີ້ອາດລວມທັງການໃຊ້ຊັບສິນ, ເງິນຄຳ, ຫລື ຂອງມີຄ່າອື່ນໆຂອງບຸກຄົນຢ່າງຜິດກົດໝາຍ ຫລື ບໍ່ໄດ້ຮັບອະນຸຍາດ. ມັນອາດລວມທັງການສໍ້ໂກງ ເພື່ອໃຫ້ມີອຳນາດເງິນເໜືອຄົນໃດຄົນໜຶ່ງ. ມັນອາດລວມທັງການໃຊ້ອຳນາດເງິນເພື່ອບີບບັງຄັບໃຫ້ເຮັດບາງສິ່ງບາງຢ່າງນຳອີກ.
38.6.2.5
ການເອີ້ນໃນສາດສະໜາຈັກ, ໃບຮັບຮ້ອງເຂົ້າພຣະວິຫານ, ແລະ ໝາຍເຫດປະກອບໃນບັນທຶກສະມາຊິກກະພາບ
ສະມາຊິກທີ່ໄດ້ຂົ່ມເຫັງຄົນອື່ນຈະບໍ່ໄດ້ຮັບການເອີ້ນໃນສາດສະໜາຈັກ ແລະ ຈະບໍ່ໄດ້ຮັບໃບຮັບຮອງເຂົ້າພຣະວິຫານ ຈົນກວ່າລາວໄດ້ກັບໃຈ ແລະ ການຈຳກັດສະມາຊິກກະພາບໃນສາດສະໜາຈັກຖືກຖອນ.
ຖ້າຫາກບຸກຄົນໃດບຸກຄົນໜຶ່ງໄດ້ລ່ວງລະເມີດເດັກ ຫລື ຊາວໜຸ່ມທາງເພດ ຫລື ຂົ່ມເຫັງເດັກ ຫລື ຊາວໜຸ່ມທາງຮ່າງກາຍ ຫລື ທາງອາລົມຢ່າງຮ້າຍແຮງ, ບັນທຶກສະມາຊິກກະພາບຂອງລາວຈະຖືກໝາຍເຫດປະກອບ. ລາວຕ້ອງບໍ່ໄດ້ຮັບການເອີ້ນ ຫລື ການມອບໝາຍໃດໆທີ່ກ່ຽວຂ້ອງກັບເດັກ ແລະ ຊາວໜຸ່ມ. ນີ້ແມ່ນລວມທັງການບໍ່ມອບໝາຍໃຫ້ເປັນຜູ້ປະຕິບັດສາດສະໜາກິດຕໍ່ຄອບຄົວ ທີ່ມີຊາວໜຸ່ມ ຫລື ເດັກນ້ອຍໃນບ້ານ. ນີ້ກໍລວມທັງບໍ່ມອບໝາຍຊາວໜຸ່ມໃຫ້ເປັນຄູ່ປະຕິບັດສາດສະໜາກິດນຳອີກ. ຂໍ້ຈຳກັດເຫລົ່ານີ້ຈະຄົງຢູ່ຈົນກວ່າຝ່າຍປະທານສູງສຸດອະນຸຍາດໃຫ້ຖອນໝາຍເຫດປະກອບ.
38.6.2.6
ສະພາສະເຕກ ແລະ ສະພາຫວອດ
ໃນການປະຊຸມສະພາສະເຕກ ແລະ ສະພາຫວອດ, ຝ່າຍປະທານສະເຕກ ແລະ ຝ່າຍອະທິການຈະທົບທວນນະໂຍບາຍ ແລະ ແນວທາງຊີ້ນຳຂອງສາດສະໜາຈັກເປັນປະຈຳ ເລື່ອງການປ້ອງກັນ ແລະ ການຕອບໂຕ້ຕໍ່ການຂົ່ມເຫັງ. ຜູ້ນຳ ແລະ ສະມາຊິກສະພາສະແຫວງຫາການນຳພາຈາກພຣະວິນຍານຂະນະທີ່ເຂົາເຈົ້າສິດສອນ ແລະ ສົນທະນາເລື່ອງທີ່ລະອຽດອ່ອນນີ້.
ສະມາຊິກສະພາກໍຕ້ອງຜ່ານການຝຶກອົບຮົມເລື່ອງການປົກປ້ອງເດັກ ແລະ ຊາວໜຸ່ມນຳອີກ (ເບິ່ງ 38.6.2).
38.6.2.7
ປະເດັນກົດໝາຍທີ່ກ່ຽວຂ້ອງກັບການຂົ່ມເຫັງ
ຖ້າຫາກກິດຈະກຳຂົ່ມເຫັງຂອງສະມາຊິກໄດ້ລະເມີດກົດໝາຍທີ່ນຳໃຊ້, ອະທິການ ຫລື ປະທານສະເຕກຄວນຊຸກຍູ້ສະມາຊິກໃຫ້ລາຍງານກິດຈະກຳເຫລົ່ານັ້ນຕໍ່ຕຳຫລວດ ຫລື ເຈົ້າໜ້າທີ່ຝ່າຍລັດຖະບານທີ່ເໝາະສົມ.
ຜູ້ນຳຂອງສາດສະໜາຈັກ ແລະ ສະມາຊິກຄວນປະຕິບັດຕາມພັນທະທາງກົດໝາຍທັງໝົດເພື່ອລາຍງານເລື່ອງການຂົ່ມເຫັງຕໍ່ເຈົ້າໜ້າທີ່ບ້ານເມືອງ.
38.6.4
ການຄຸມກຳເນີດ
ມັນເປັນສິດທິພິເສດຂອງຄູ່ແຕ່ງງານຜູ້ສາມາດໃຫ້ກຳເນີດລູກ ເພື່ອໃຫ້ຮ່າງກາຍມະຕະສຳລັບລູກໆທາງວິນຍານຂອງພຣະເຈົ້າ, ຜູ້ຊຶ່ງເຂົາເຈົ້າມີຄວາມຮັບຜິດຊອບໃນການບຳລຸ້ງລ້ຽງ ແລະ ລ້ຽງດູ (ເບິ່ງ 2.1.3). ການຕັດສິນໃຈວ່າຈະມີລູກຈັກຄົນ ແລະ ຈະມີເມື່ອໃດ ເປັນເລື່ອງສ່ວນຕົວ ແລະ ລະອຽດອ່ອນແທ້ໆ. ຄວນປ່ອຍໃຫ້ເປັນເລື່ອງລະຫວ່າງສາມີພັນລະຍາ ແລະ ພຣະຜູ້ເປັນເຈົ້າ.
38.6.5
ພົມມະຈັນ ແລະ ຄວາມຊື່ສັດ
ກົດຂອງພຣະຜູ້ເປັນເຈົ້າເລື່ອງພົມມະຈັນຄື:
-
ການລະເວັ້ນຄວາມສຳພັນທາງເພດນອກການແຕ່ງງານລະຫວ່າງຊາຍ ແລະ ຍິງ.
-
ຄວາມຊື່ສັດພາຍໃນການແຕ່ງງານ.
ການໃກ້ຊິດທາງກາຍລະຫວ່າງສາມີ ແລະ ພັນລະຍາແມ່ນມຸ່ງໝາຍໃຫ້ເປັນເລື່ອງສວຍງາມ ແລະ ສັກສິດ. ມັນຖືກແຕ່ງຕັ້ງຈາກພຣະເຈົ້າເພື່ອໃຫ້ກຳເນີດລູກ ແລະ ເພື່ອສະແດງຄວາມຮັກລະຫວ່າງສາມີ ແລະ ພັນລະຍາ.
38.6.6
ຮູບພາບລາມົກເດັກ
ສາດສະໜາຈັກປະນາມຮູບພາບລາມົກເດັກໃນທຸກຮູບແບບ. ຖ້າຫາກອະທິການ ຫລື ປະທານສະເຕກຮູ້ຈັກວ່າສະມາຊິກຄົນໃດຄົນໜຶ່ງມີສ່ວນກ່ຽວຂ້ອງກັບຮູບພາບລາມົກເດັກ, ເພິ່ນຈະເຮັດຕາມຄຳແນະນຳໃນ 38.6.2.1 ທັນທີ.
38.6.8
ການຕັດຫຍິບອະໄວຍະວະເພດຍິງ
ສາດສະໜາຈັກປະນາມການຕັດຫຍິບອະໄວຍະວະເພດຍິງ.
38.6.10
ການຮ່ວມເພດກັບສາຍເລືອດດຽວກັນ
ສາດສະໜາຈັກປະນາມການຮ່ວມເພດກັບສາຍເລືອດດຽວກັນໃດໆ. ຕາມທີ່ໃຊ້ໃນນີ້, ການຮ່ວມເພດກັບສາຍເລືອດດຽວກັນ ຄືການຮ່ວມເພດສຳພັນລະຫວ່າງ:
-
ພໍ່ແມ່ກັບລູກ.
-
ປູ່ຍ່າຕາຍາຍກັບຫລານ.
-
ອ້າຍເອື້ອຍນ້ອງກັນ.
-
ລຸງປ້າ ຫລື ນ້າອາວອາກັບຫລານສາວ ຫລື ຫລານຊາຍ.
ຕາມທີ່ໃຊ້ໃນນີ້, ລູກ, ຫລານ, ອ້າຍເອື້ອຍນ້ອງ, ຫລານສາວ, ແລະ ຫລານຊາຍ ລວມທັງຄວາມສຳພັນກັບສາຍເລືອດແທ້, ກັບລູກບຸນທຳ, ກັບລູກນ້າ, ຫລື ຜູ້ຖືກຮັບມາອຸປະຖຳ.
ເມື່ອໄວລຸ້ນເປັນຜູ້ເສຍຫາຍເນື່ອງຈາກການຮ່ວມເພດກັບສາຍເລືອດດຽວກັນ, ອະທິການ ຫລື ປະທານສະເຕກຈະໂທຫາສາຍດ່ວນຮັບເລື່ອງການຂົ່ມເຫັງ ຂອງສາດສະໜາຈັກ ໃນປະເທດທີ່ມີໃຫ້ບໍລິການ (ເບິ່ງ 38.6.2.1). ໃນປະເທດອື່ນໆ, ປະທານສະເຕກຄວນສະແຫວງຫາການນຳພາຈາກ ທີ່ປຶກສາກົດໝາຍລະດັບເຂດ ທີ່ຫ້ອງການເຂດ. ເພິ່ນກໍຍັງຊຸກຍູ້ໃຫ້ປຶກສາກັບພະນັກງານບໍລິການຄອບຄົວ ຫລື ຜູ້ຈັດການຝ່າຍສະຫວັດດີການ ແລະ ການກຸ້ມຕົນເອງ ທີ່ຫ້ອງການເຂດນຳອີກ.
ຈຳເປັນຕ້ອງຈັດສະພາສະມາຊິກກະພາບຂອງສາດສະໜາຈັກ ແລະ ບັນທຶກໝາຍເຫດປະກອບ ຖ້າຫາກສະມາຊິກໄດ້ກະທຳການຮ່ວມເພດກັບສາຍເລືອດດຽວກັນ. ການຮ່ວມເພດກັບສາຍເລືອດດຽວກັນເກືອບທຸກກໍລະນີ ຮຽກຮ້ອງໃຫ້ຖອນສະມາຊິກກະພາບຂອງບຸກຄົນ.
ຖ້າຫາກໄວລຸ້ນໄດ້ກະທຳການຮ່ວມເພດກັບສາຍເລືອດດຽວກັນ, ປະທານສະເຕກຈະຕິດຕໍ່ຫາຫ້ອງການຂອງຝ່າຍປະທານສູງສຸດເພື່ອການຊີ້ນຳ.
ຜູ້ເສຍຫາຍເນື່ອງຈາກການຮ່ວມເພດກັບສາຍເລືອດດຽວກັນ ມັກຈະປະສົບກັບຄວາມເຈັບປວດທີ່ຮ້າຍແຮງ. ຜູ້ນຳຈະຕອບຮັບດ້ວຍຄວາມເຫັນອົກເຫັນໃຈ ແລະ ເຂົ້າອົກເຂົ້າໃຈຢ່າງຈິງໃຈ. ພວກເພິ່ນໃຫ້ການສະໜັບສະໜູນທາງວິນຍານ ແລະ ໃຫ້ຄຳແນະນຳ ເພື່ອຊ່ວຍເຂົາເຈົ້າໃຫ້ເອົາຊະນະຜົນກະທົບທີ່ທຳລາຍຂອງການຮ່ວມເພດກັບສາຍເລືອດດຽວກັນ.
ບາງຄັ້ງຜູ້ເສຍຫາຍຮູ້ສຶກອັບອາຍ ຫລື ຮູ້ສຶກຜິດ. ຜູ້ເສຍຫາຍບໍ່ມີຄວາມຜິດບາບ. ຜູ້ນຳຊ່ວຍໃຫ້ເຂົາເຈົ້າ ແລະ ຄອບຄົວຂອງເຂົາເຈົ້າເຂົ້າໃຈເຖິງຄວາມຮັກຂອງພຣະເຈົ້າ ແລະ ການປິ່ນປົວທີ່ມີມາຜ່ານທາງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ (ເບິ່ງ ແອວມາ 15:8; 3 ນີໄຟ 17:9).
ນອກເໜືອໄປຈາກການຮັບເອົາຄວາມຊ່ວຍເຫລືອທີ່ດົນໃຈຈາກຜູ້ນຳຂອງສາດສະໜາຈັກແລ້ວ, ຜູ້ເສຍຫາຍ ແລະ ຄອບຄົວຂອງເຂົາເຈົ້າອາດຕ້ອງຮັບຄຳປຶກສາກັບມືອາຊີບນຳອີກ. ສຳລັບຂໍ້ມູນ, ໃຫ້ເບິ່ງ 38.6.18.2.
38.6.12
ໄຊຍະສາດ
ໄຊຍະສາດເນັ້ນໃສ່ຄວາມມືດ ແລະ ພາໄປສູ່ການຫລອກລວງ. ມັນທຳລາຍສັດທາໃນພຣະຄຣິດ.
ໄຊຍະສາດລວມທັງການນະມັດສະການຊາຕານ. ມັນຍັງລວມທັງກິດຈະກຳລຶກລັບທີ່ບໍ່ສອດຄ່ອງກັບພຣະກິດຕິຄຸນຂອງພຣະເຢຊູຄຣິດນຳອີກ. ກິດຈະກຳເຊັ່ນນັ້ນແມ່ນລວມທັງ (ແຕ່ບໍ່ຈຳກັດສະເພາະ) ການດູດວງ, ການສາບແຊ່ງ, ແລະ ການປະຕິບັດການປິ່ນປົວທີ່ຮຽນແບບອຳນາດຖານະປະໂລຫິດຂອງພຣະເຈົ້າ (ເບິ່ງ ໂມໂຣໄນ 7:11–17).
ສະມາຊິກຂອງສາດສະໜາຈັກບໍ່ຄວນເຂົ້າຮ່ວມການນະມັດສະການຊາຕານໃນຮູບແບບໃດໆ ຫລື ມີສ່ວນຮ່ວມໃນເລື່ອງໄຊຍະສາດບໍ່ວ່າຈະເປັນໃນທາງໃດກໍຕາມ. ເຂົາເຈົ້າບໍ່ຄວນເນັ້ນໃສ່ຄວາມມືດເຊັ່ນນັ້ນໃນການສົນທະນາ ຫລື ໃນການປະຊຸມຕ່າງໆຂອງສາດສະໜາຈັກ.
38.6.13
ຮູບພາບລາມົກ
ສາດສະໜາຈັກປະນາມຮູບພາບລາມົກໃນທຸກຮູບແບບ. ການໃຊ້ຮູບພາບລາມົກທຸກປະເພດຈະທຳລາຍຊີວິດສ່ວນຕົວ, ຄອບຄົວ, ແລະ ສັງຄົມ. ມັນກໍຍັງຂັບໄລ່ພຣະວິນຍານຂອງພຣະຜູ້ເປັນເຈົ້າໃຫ້ໜີໄປນຳອີກ. ສະມາຊິກຂອງສາດສະໜາຈັກຄວນຫລີກລ້ຽງຈາກສື່ລາມົກທຸກຮູບແບບ ແລະ ຕໍ່ຕ້ານການຜະລິດ, ການເຜີຍແຜ່, ແລະ ການນຳໃຊ້.
ຕາມປົກກະຕິແລ້ວ ການໃຫ້ຄຳປຶກສາສ່ວນຕົວ ແລະ ການຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການ ກໍພຽງພໍເມື່ອຊ່ວຍບຸກຄົນໃຫ້ກັບໃຈຈາກການໃຊ້ຮູບພາບລາມົກ. ຕາມປົກກະຕິແລ້ວ ສະພາສະມາຊິກກະພາບຈະບໍ່ຖືກຈັດຂຶ້ນ. ເຖິງຢ່າງໃດກໍຕາມ, ສະພາອາດຈຳເປັນສຳລັບການໃຊ້ຮູບພາບລາມົກຢ່າງໝົກໝຸ້ນ ແລະ ຂາດຄວາມຢັບຢັ້ງ ທີ່ເປັນເຫດໃຫ້ເກີດໄພໃຫຍ່ຫລວງຕໍ່ຊີວິດການແຕ່ງງານ ຫລື ຄອບຄົວຂອງສະມາຊິກ (ເບິ່ງ 38.6.5). ຕ້ອງຈັດສະພາຖ້າຫາກສະມາຊິກຜະລິດ, ແບ່ງປັນ, ຄອບຄອງ, ຫລື ເບິ່ງຮູບພາບລາມົກເດັກຊ້ຳແລ້ວຊ້ຳອີກ (ເບິ່ງ 38.6.6).
38.6.14
ອັກຄະຕິ
ທຸກຄົນເປັນລູກຂອງພຣະເຈົ້າ. ທຸກຄົນເປັນອ້າຍເອື້ອຍນ້ອງກັນ ຊຶ່ງເປັນພາກສ່ວນໃນຄອບຄົວສະຫວັນຂອງພຣະອົງ (ເບິ່ງ “ຄອບຄົວ: ການປະກາດຕໍ່ໂລກ”). ພຣະເຈົ້າ “ໄດ້ສ້າງມະນຸດທຸກຊາດ ໃຫ້ເກີດມາຈາກມະນຸດຄົນດຽວ” (ກິດຈະກຳ 17:26). “ທຸກຄົນເທົ່າທຽມກັນໝົດ” ສຳລັບພຣະອົງ (2 ນີໄຟ 26:33). ແຕ່ລະຄົນ “ໃນສາຍພຣະເນດຂອງພຣະອົງແລ້ວ ຄົນຜູ້ໜຶ່ງກໍມີຄຸນຄ່າຊ່ຳກັບຄົນອີກຜູ້ໜຶ່ງ” (ຢາໂຄບ 2:21).
ອັກຄະຕິບໍ່ສອດຄ່ອງກັບພຣະຄຳທີ່ພຣະເຈົ້າໄດ້ເປີດເຜີຍ. ຄວາມໂປດປານ ຫລື ບໍ່ໂປດປານຕໍ່ພຣະເຈົ້າແມ່ນຂຶ້ນກັບຄວາມອຸທິດຕົນຕໍ່ພຣະອົງ ແລະ ຕໍ່ພຣະບັນຍັດຂອງພຣະອົງ, ບໍ່ແມ່ນຂຶ້ນກັບສີຜິວຂອງບຸກຄົນ ຫລື ຄຸນລັກສະນະອື່ນໆ.
ສາດສະໜາຈັກເອີ້ນໃຫ້ທຸກຄົນປະຖິ້ມທັດສະນະຄະຕິ ແລະ ການກະທຳທີ່ອັກຄະຕິກັບກຸ່ມ ຫລື ບຸກຄົນໃດກໍຕາມ. ສະມາຊິກຂອງສາດສະໜາຈັກຄວນນຳໜ້າໃນການສົ່ງເສີມຄວາມເຄົາລົບຕໍ່ລູກໆທຸກຄົນຂອງພຣະເຈົ້າ. ສະມາຊິກປະຕິບັດຕາມພຣະບັນຍັດຂອງພຣະຜູ້ຊ່ວຍໃຫ້ລອດເພື່ອໃຫ້ຮັກຄົນອື່ນ (ເບິ່ງ ມັດທາຍ 22:35–39). ເຂົາເຈົ້າພະຍາຍາມເປັນຜູ້ມີຄວາມປາດຖະໜາດີຕໍ່ທຸກຄົນ, ໂດຍປະຕິເສດອັກຄະຕິໃດໆ. ນີ້ແມ່ນລວມທັງອັກຄະຕິຕໍ່ເຊື້ອຊາດ, ຊົນເຜົ່າ, ສັນຊາດ, ເຜົ່າ, ເພດ, ອາຍຸ, ຄວາມພິການ, ສະຖານະພາບທາງເສດຖະກິດ, ຄວາມເຊື່ອທາງສາດສະໜາ ຫລື ຄວາມບໍ່ເຊື່ອຖື, ແລະ ລົດນິຍົມທາງເພດ.
38.6.15
ການມັກເພດດຽວກັນ ແລະ ການປະພຶດທາງເພດດຽວກັນ
ສາດສະໜາຈັກຊຸກຍູ້ຄອບຄົວ ແລະ ສະມາຊິກໃຫ້ເອື້ອມອອກໄປດ້ວຍຄວາມຮູ້ສຶກໄວ, ດ້ວຍຄວາມຮັກ, ແລະ ດ້ວຍຄວາມນັບຖື ຕໍ່ບຸກຄົນທີ່ມັກຄົນອື່ນທີ່ເປັນເພດດຽວກັນ. ສາດສະໜາຈັກກໍຍັງສົ່ງເສີມຄວາມເຂົ້າໃຈໃນສັງຄົມສ່ວນໃຫຍ່ທີ່ສະທ້ອນຄຳສອນກ່ຽວກັບຄວາມເມດຕາ, ການຍອມຮັບທຸກຄົນ, ຮັກຄົນອື່ນ, ແລະ ເຄົາລົບມະນຸດທຸກຄົນນຳອີກ. ສາດສະໜາຈັກບໍ່ມີຄວາມຄິດເຫັນກ່ຽວກັບສາເຫດຂອງການມັກເພດດຽວກັນ.
ພຣະບັນຍັດຂອງພຣະເຈົ້າສັ່ງຫ້າມການປະພຶດທີ່ບໍ່ບໍລິສຸດທັງໝົດ, ບໍ່ວ່າຈະເປັນກັບເພດກົງກັນຂ້າມ ຫລື ກັບເພດດຽວກັນກໍຕາມ. ຜູ້ນຳຂອງສາດສະໜາຈັກໃຫ້ຄຳປຶກສາແກ່ສະມາຊິກຜູ້ໄດ້ລະເມີດກົດພົມມະຈັນ. ຜູ້ນຳຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈຢ່າງຊັດເຈນເລື່ອງສັດທາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ຂັ້ນຕອນຂອງການກັບໃຈ, ແລະ ຈຸດປະສົງຂອງຊີວິດຢູ່ເທິງແຜ່ນດິນໂລກ.
ຖ້າຫາກສະມາຊິກຮູ້ສຶກມັກເພດດຽວກັນ ແລະ ພະຍາຍາມດຳລົງຊີວິດຕາມກົດພົມມະຈັນ, ຜູ້ນຳສະໜັບສະໜູນ ແລະ ໃຫ້ກຳລັງໃຈໃນຄວາມຕັ້ງໃຈຂອງເຂົາເຈົ້າ. ສະມາຊິກເຫລົ່ານີ້ອາດໄດ້ຮັບການເອີ້ນໃນສາດສະໜາຈັກ, ມີໃບຮັບຮອງເຂົ້າພຣະວິຫານ, ແລະ ຮັບພິທີການພຣະວິຫານ ຖ້າຫາກເຂົາເຈົ້າມີຄ່າຄວນ. ສະມາຊິກຜູ້ຊາຍຂອງສາດສະໜາຈັກອາດໄດ້ຮັບ ແລະ ໃຊ້ຖານະປະໂລຫິດ.
ສະມາຊິກທຸກຄົນທີ່ຮັກສາພັນທະສັນຍາຂອງເຂົາເຈົ້າ ຈະໄດ້ຮັບພອນທຸກປະການທີ່ສັນຍາໄວ້ໃນນິລັນດອນ ບໍ່ວ່າສະຖານະການຂອງເຂົາເຈົ້າຈະຊ່ວຍໃຫ້ເຂົາເຈົ້າໄດ້ຮັບພອນຂອງການແຕ່ງງານນິລັນດອນ ແລະ ເປັນພໍ່ແມ່ໃນຊີວິດນີ້ຫລືບໍ່ກໍຕາມ (ເບິ່ງ ໂມໄຊຢາ 2:41).
38.6.16
ການແຕ່ງງານກັບເພດດຽວກັນ
ຕາມຫລັກທຳຄຳສອນ, ອີງຕາມພຣະຄຳພີ, ສາດສະໜາຈັກຢືນຢັນວ່າ ການແຕ່ງງານລະຫວ່າງຊາຍ ແລະ ຍິງຈຳເປັນຕໍ່ແຜນຂອງພຣະຜູ້ສ້າງ ສຳລັບຈຸດໝາຍປາຍທາງນິລັນດອນຂອງລູກໆຂອງພຣະອົງ. ສາດສະໜາຈັກກໍຢືນຢັນອີກວ່າ ກົດຂອງພຣະເຈົ້ານິຍາມການແຕ່ງງານວ່າເປັນການລວມກັນຢ່າງຖືກຕ້ອງ ແລະ ຕາມກົດໝາຍ ລະຫວ່າງຊາຍ ແລະ ຍິງ.
38.6.17
ການສຶກສາເລື່ອງເພດ
ພໍ່ແມ່ມີໜ້າທີ່ຮັບຜິດຊອບຕົ້ນຕໍທີ່ຈະໃຫ້ຄວາມຮູ້ເລື່ອງເພດແກ່ລູກໆຂອງຕົນ. ພໍ່ແມ່ຄວນມີການສົນທະນາທີ່ຊື່ສັດ, ແຈ່ມແຈ້ງ, ແລະ ຕໍ່ເນື່ອງກັບລູກໆຂອງຕົນ ກ່ຽວກັບເລື່ອງເພດທີ່ດີຕໍ່ສຸຂະພາບ ແລະ ຊອບທຳ.
38.6.18
ການລະເມີດທາງເພດ, ການຂົ່ມຂືນ, ແລະ ການຈູ່ໂຈມທາງເພດແບບອື່ນໆ
ສາດສະໜາຈັກປະນາມການລະເມີດທາງເພດ. ຕາມທີ່ໃຊ້ໃນນີ້, ການລະເມີດທາງເພດ ຖືກນິຍາມວ່າເປັນການບັງຄັບເຮັດກິດຈະກຳທາງເພດໃດໆກັບອີກບຸກຄົນໜຶ່ງທີ່ບໍ່ຕ້ອງການ. ກິດຈະກຳທາງເພດກັບບຸກຄົນທີ່ບໍ່ຍິນຍອມ ຫລື ບໍ່ສາມາດຍິນຍອມທາງກົດໝາຍໄດ້ ຖືວ່າເປັນການລະເມີດທາງເພດ. ການລະເມີດທາງເພດກໍສາມາດເກີດຂຶ້ນກັບຄູ່ຄອງ ຫລື ໃນຄວາມສຳພັນຊູ້ສາວເຊັ່ນກັນ. ສຳລັບຂໍ້ມູນກ່ຽວກັບການລະເມີດທາງເພດຕໍ່ເດັກ ຫລື ຊາວໜຸ່ມ, ໃຫ້ເບິ່ງ 38.6.2.3.
ການລະເມີດທາງເພດຄອບກວມການກະທຳຫລາກຫລາຍ, ຈາກການຂູ່ເຂັນເຖິງການຂົ່ມຂືນ ແລະ ການຈູ່ໂຈມທາງເພດແບບອື່ນໆ. ມັນສາມາດເກີດຂຶ້ນທາງຮ່າງກາຍ, ທາງວາຈາ, ແລະ ທາງອື່ນໆ. ສຳລັບການນຳພາກ່ຽວກັບການໃຫ້ຄຳປຶກສາສະມາຊິກຜູ້ໄດ້ປະສົບກັບການລະເມີດທາງເພດ, ການຂົ່ມຂືນ, ຫລື ການຈູ່ໂຈມທາງເພດແບບອື່ນໆ, ໃຫ້ເບິ່ງ 38.6.18.2.
ຖ້າຫາກສະມາຊິກສົງໄສ ຫລື ຮູ້ຈັກເຖິງການລະເມີດທາງເພດ, ເຂົາເຈົ້າດຳເນີນການປົກປ້ອງຜູ້ເສຍຫາຍ ແລະ ຄົນອື່ນທັນທີ ເທົ່າທີ່ສາມາດເຮັດໄດ້. ສິ່ງນີ້ແມ່ນລວມທັງການລາຍງານຕໍ່ເຈົ້າໜ້າທີ່ບ້ານເມືອງ ແລະ ແຈ້ງຕໍ່ອະທິການ ຫລື ປະທານສະເຕກ. ຖ້າຫາກເດັກຖືກຂົ່ມເຫັງ, ສະມາຊິກຄວນເຮັດຕາມຄຳແນະນຳໃນ 38.6.2.
38.6.18.2
ການໃຫ້ຄຳປຶກສາຕໍ່ຜູ້ເສຍຫາຍເນື່ອງຈາກການລະເມີດທາງເພດ, ການຂົ່ມຂືນ, ແລະ ການຈູ່ໂຈມທາງເພດແບບອື່ນໆ
ຜູ້ເສຍຫາຍເນື່ອງຈາກການລະເມີດທາງເພດ, ການຂົ່ມຂືນ, ຫລື ການຈູ່ໂຈມທາງເພດແບບອື່ນໆ ມັກຈະປະສົບກັບຄວາມເຈັບປວດທີ່ຮ້າຍແຮງ. ເມື່ອເຂົາເຈົ້າໄວ້ໃຈໃນອະທິການ ຫລື ປະທານສະເຕກ, ເພິ່ນຕອບຮັບດ້ວຍຄວາມເຫັນອົກເຫັນໃຈ ແລະ ເຂົ້າອົກເຂົ້າໃຈຢ່າງຈິງໃຈ. ເພິ່ນໃຫ້ຄຳປຶກສາ ແລະ ການສະໜັບສະໜູນທາງວິນຍານ ເພື່ອຊ່ວຍຜູ້ເສຍຫາຍເອົາຊະນະຜົນກະທົບທີ່ທຳລາຍຂອງການຂົ່ມເຫັງນັ້ນ. ເພິ່ນກໍຍັງຈະໂທຫາສາຍດ່ວນຮັບເລື່ອງການຂົ່ມເຫັງ ຂອງສາດສະໜາຈັກ ເພື່ອຮັບການນຳພາ ໃນບ່ອນທີ່ມີໃຫ້ບໍລິການ.
ບາງຄັ້ງຜູ້ເສຍຫາຍຮູ້ສຶກອັບອາຍ ຫລື ຮູ້ສຶກຜິດ. ຜູ້ເສຍຫາຍບໍ່ມີຄວາມຜິດບາບ. ຜູ້ນຳບໍ່ກ່າວຫາຜູ້ເສຍຫາຍ. ພວກເພິ່ນຊ່ວຍເຫລືອຜູ້ເສຍຫາຍ ແລະ ຄອບຄົວຂອງເຂົາເຈົ້າໃຫ້ເຂົ້າໃຈເຖິງຄວາມຮັກຂອງພຣະເຈົ້າ ແລະ ການປິ່ນປົວທີ່ມີມາຜ່ານທາງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ (ເບິ່ງ ແອວມາ 15:8; 3 ນີໄຟ 17:9).
ຂະນະທີ່ສະມາຊິກອາດເລືອກແບ່ງປັນຂໍ້ມູນກ່ຽວກັບການຂົ່ມເຫັງ ຫລື ການຈູ່ໂຈມ, ຜູ້ນຳບໍ່ຄວນສຸມໃສ່ກັບລາຍລະອຽດຫລາຍເກີນໄປ. ສິ່ງນີ້ອາດອັນຕະລາຍຕໍ່ຜູ້ເສຍຫາຍ.
ນອກເໜືອໄປຈາກການຮັບເອົາຄວາມຊ່ວຍເຫລືອທີ່ດົນໃຈຈາກຜູ້ນຳຂອງສາດສະໜາຈັກແລ້ວ, ຜູ້ເສຍຫາຍ ແລະ ຄອບຄົວຂອງເຂົາເຈົ້າອາດຕ້ອງຮັບຄຳປຶກສາກັບມືອາຊີບນຳອີກ. ສຳລັບຂໍ້ມູນ, ໃຫ້ເບິ່ງ 31.3.6.
38.6.18.3
ສະພາສະມາຊິກກະພາບ
ສະພາສະມາຊິກກະພາບອາດຈຳເປັນສຳລັບບຸກຄົນທີ່ໄດ້ຈູ່ໂຈມທາງເພດ ຫລື ຂົ່ມເຫັງບາງຄົນ. ຕ້ອງຈັດສະພາສະມາຊິກກະພາບຂຶ້ນຖ້າຫາກສະມາຊິກໄດ້ທຳການຂົ່ມຂືນ ຫລື ໄດ້ທຳການຈູ່ໂຈມທາງເພດແບບອື່ນໆ.
38.6.20
ການຂ້າຕົວຕາຍ
ຊີວິດມະຕະເປັນຂອງປະທານອັນລ້ຳຄ່າຈາກພຣະເຈົ້າ—ເປັນຂອງປະທານທີ່ຄວນເຫັນຄຸນຄ່າ ແລະ ຖືກປົກປ້ອງ. ສາດສະໜາຈັກສະໜັບສະໜູນການປ້ອງກັນການຂ້າຕົວຕາຍຢ່າງແຂງຂັນ.
ຜູ້ຄົນສ່ວນໃຫຍ່ທີ່ຄິດກ່ຽວກັບການຂ້າຕົວຕາຍຕ້ອງການການບັນເທົາຈາກຄວາມເຈັບປວດທາງຮ່າງກາຍ, ຈິດໃຈ, ອາລົມ, ຫລື ທາງວິນຍານ. ບຸກຄົນເຊັ່ນນັ້ນຕ້ອງການຄວາມຮັກ, ຄວາມຊ່ວຍເຫລືອ, ແລະ ການສະໜັບສະໜູນຈາກຄອບຄົວ, ຜູ້ນຳໃນສາດສະໜາຈັກ, ແລະ ມືອາຊີບທີ່ມີຄຸນວຸດທິ.
ອະທິການໃຫ້ການສະໜັບສະໜູນຝ່າຍສາດສະໜາ ຖ້າຫາກສະມາຊິກຄິດຢາກຂ້າຕົວຕາຍ ຫລື ພະຍາຍາມຂ້າຕົວຕາຍ. ເພິ່ນກໍຍັງຊ່ວຍສະມາຊິກໃຫ້ຮັບຄວາມຊ່ວຍເຫລືອຈາກມືອາຊີບທັນທີ.
ເຖິງແມ່ນຄົນທີ່ຮັກ, ຜູ້ນຳ, ແລະ ມືອາຊີບ, ພະຍາຍາມຈົນສຸດຄວາມສາມາດ ແຕ່ກໍບໍ່ສາມາດປ້ອງກັນການຂ້າຕົວຕາຍໄດ້ສະເໝີໄປ. ມັນປະຄວາມເຈັບປວດໃຈຢ່າງຮຸນແຮງ, ຄວາມກະວົນກະວາຍທາງອາລົມ, ແລະ ຄຳຖາມທີ່ຍັງບໍ່ມີຄຳຕອບສຳລັບຄົນທີ່ຮັກ ແລະ ຄົນອື່ນໆ. ຜູ້ນຳຄວນໃຫ້ຄຳປຶກສາ ແລະ ປອບໂຍນຄອບຄົວ. ພວກເພິ່ນຄວນໃຫ້ການບຳລຸງລ້ຽງ ແລະ ການສະໜັບສະໜູນ.
ການປິດຊີວິດຂອງຕົວເອງແມ່ນບໍ່ຖືກຕ້ອງ. ເຖິງຢ່າງໃດກໍຕາມ, ພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດຕັດສິນຄວາມຄິດ, ການກະທຳ, ແລະ ລະດັບຄວາມຮັບຜິດຊອບຂອງບຸກຄົນ (ເບິ່ງ 1 ຊາມູເອນ 16:7; ຄຳສອນ ແລະ ພັນທະສັນຍາ 137:9).
ຜູ້ທີ່ໄດ້ສູນເສຍຄົນຮັກໄປກັບການຂ້າຕົວຕາຍສາມາດພົບຄວາມຫວັງ ແລະ ການປິ່ນປົວໄດ້ໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ.
38.6.23
ຄົນຂ້າມເພດ
ຄົນຂ້າມເພດປະເຊີນກັບການທ້າທາຍທີ່ຊັບຊ້ອນ. ສະມາຊິກ ແລະ ຜູ້ບໍ່ໄດ້ເປັນສະມາຊິກທີ່ລະບຸຕົນວ່າເປັນຄົນຂ້າມເພດ—ແລະ ຄອບຄົວ ແລະ ໝູ່ເພື່ອນຂອງເຂົາເຈົ້າ—ຄວນຖືກປະຕິບັດຕໍ່ດ້ວຍຄວາມຮູ້ສຶກໄວ, ຄວາມເມດຕາ, ຄວາມເຫັນອົກເຫັນໃຈ, ແລະ ຄວາມຮັກຢ່າງຫລວງຫລາຍເໝືອນດັ່ງພຣະຄຣິດ. ທຸກຄົນກໍຖືກເຊື້ອເຊີນໃຫ້ມາຮ່ວມກອງປະຊຸມສິນລະລຶກ, ການປະຊຸມວັນອາທິດ, ແລະ ກິດຈະກຳການພົບປະສັງສັນອື່ນໆຂອງສາດສະໜາຈັກ (ເບິ່ງ 38.1.1).
ເພດເປັນບຸກຄະລິກລັກສະນະສຳຄັນໃນແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນ. ຈຸດປະສົງຄວາມໝາຍຂອງຄຳວ່າ ເພດ ຢູ່ໃນ ການປະກາດເລື່ອງຄອບຄົວ ແມ່ນ ເພດຊີວະພາບໃນເວລາເກີດ. ບາງຄົນປະສົບກັບຄວາມຮູ້ສຶກຂັດແຍ້ງກັນລະຫວ່າງເພດຊີວະພາບ ແລະ ເອກະລັກທາງເພດຂອງຕົນ. ດ້ວຍເຫດນີ້, ເຂົາເຈົ້າຈຶ່ງອາດລະບຸຕົນວ່າເປັນຄົນຂ້າມເພດ. ສາດສະໜາຈັກບໍ່ມີຄວາມຄິດເຫັນກ່ຽວກັບສາເຫດຂອງຜູ້ລະບຸຕົນວ່າເປັນຄົນຂ້າມເພດ.
ການມີສ່ວນຮ່ວມສ່ວນໃຫຍ່ໃນສາດສະໜາຈັກ ແລະ ພິທີການຖານະປະໂລຫິດບາງພິທີບໍ່ໄດ້ລະບຸເພດ. ບຸກຄົນຂ້າມເພດອາດຮັບບັບຕິສະມາ ແລະ ການຢືນຢັນດັ່ງທີ່ລະບຸໄວ້ໃນ 38.2.8.10. ເຂົາເຈົ້າອາດຮັບສ່ວນສິນລະລຶກ ແລະ ຮັບເອົາພອນຖານະປະໂລຫິດເຊັ່ນກັນ. ເຖິງຢ່າງໃດກໍຕາມ, ການແຕ່ງຕັ້ງສູ່ຖານະປະໂລຫິດ ແລະ ພິທີການພຣະວິຫານແມ່ນໄດ້ຮັບຕາມເພດຊີວະພາບໃນເວລາເກີດ.
ຜູ້ນຳຂອງສາດສະໜາຈັກແນະນຳບໍ່ໃຫ້ໃຊ້ຢາ ຫລື ເຮັດໄສຍະກຳ ເພື່ອພະຍາຍາມປ່ຽນແປງເພດກົງກັນຂ້າມກັບເພດຊີວະພາບໃນເວລາເກີດ (“ການແປງເພດ”). ຜູ້ນຳແນະນຳວ່າການດຳເນີນການເຫລົ່ານີ້ຈະເປັນເຫດໃຫ້ຖືກຈຳກັດສະມາຊິກກະພາບ.
ຜູ້ນຳກໍຍັງແນະນຳບໍ່ໃຫ້ປ່ຽນສະຖານະທາງສັງຄົມນຳອີກ. ການປ່ຽນສະຖານະທາງສັງຄົມແມ່ນລວມທັງ ການປ່ຽນເຄື່ອງແຕ່ງກາຍ ຫລື ແຕ່ງເພດ, ຫລື ປ່ຽນຊື່ ຫລື ສັບພະນາມ, ເພື່ອສະແດງຕົນຕ່າງຈາກເພດຊີວະພາບໃນເວລາເກີດ. ຜູ້ນຳແນະນຳວ່າ ຄົນທີ່ປ່ຽນສະຖານະທາງສັງຄົມຈະຖືກຈຳກັດສະມາຊິກກະພາບໃນສາດສະໜາຈັກບາງຢ່າງໃນຊ່ວງການປ່ຽນແປງນີ້.
ການຈຳກັດແມ່ນລວມທັງການຮັບ ຫລື ການໃຊ້ຖານະປະໂລຫິດ, ການຮັບ ຫລື ການໃຊ້ໃບຮັບຮອງເຂົ້າພຣະວິຫານ, ແລະ ການຮັບເອົາການເອີ້ນບາງຢ່າງຂອງສາດສະໜາຈັກ. ເຖິງແມ່ນວ່າສິດທິພິເສດບາງຢ່າງຂອງສາດສະໜາຈັກອາດຖືກຈຳກັດ, ແຕ່ການມີສ່ວນຮ່ວມໃນສາດສະໜາຈັກດ້ານອື່ນແມ່ນຍິນດີຕ້ອນຮັບ.
ຖ້າຫາກສະມາຊິກຕັດສິນໃຈປ່ຽນຊື່ ຫລື ປ່ຽນສັບພະນາມທີ່ຕ້ອງການໃຊ້, ຊື່ທີ່ຕ້ອງການນັ້ນຈະຖືກລະບຸໄວ້ໃນຊ່ອງວ່າງຊື່ທີ່ຕ້ອງການໃນບັນທຶກສະມາຊິກກະພາບ. ບຸກຄົນອາດຖືກເອີ້ນຕາມຊື່ທີ່ຕ້ອງການໃນຫວອດ.
ສະຖານະການຈະແຕກຕ່າງກັນໃນແຕ່ລະໜ່ວຍ ແລະ ແຕ່ລະບຸກຄົນ. ສະມາຊິກ ແລະ ຜູ້ນຳປຶກສານຳກັນ ແລະ ກັບພຣະຜູ້ເປັນເຈົ້າ. ຝ່າຍປະທານເຂດຈະຊ່ວຍຜູ້ນຳໃນທ້ອງຖິ່ນແກ້ໄຂສະຖານະການເປັນສ່ວນບຸກຄົນຢ່າງລະອຽດອ່ອນ. ອະທິການປຶກສາກັບປະທານສະເຕກ. ປະທານສະເຕກ ແລະ ປະທານເຜີຍແຜ່ຕ້ອງສະແຫວງຫາຄຳແນະນຳຈາກຝ່າຍປະທານເຂດ (ເບິ່ງ 32.6.3).
38.7
ນະໂຍບາຍການແພດ ແລະ ສຸຂະພາບ
38.7.2
ການຝັງ ຫລື ການເຜົາສົບ
ຄອບຄົວຂອງຜູ້ເສຍຊີວິດຕັດສິນໃຈວ່າ ສົບຂອງຜູ້ກ່ຽວຄວນຖືກຝັງ ຫລື ຖືກເຜົາ. ພວກເພິ່ນເຄົາລົບຄວາມປາດຖະໜາຂອງບຸກຄົນ.
ໃນບາງປະເທດ, ກົດໝາຍກຳນົດໃຫ້ເຜົາ. ໃນບາງກໍລະນີ, ຄອບຄົວບໍ່ສາມາດທຳການຝັງ ຫລື ບໍ່ມີເງິນພໍຄ່າຝັງ. ໃນທຸກກໍລະນີ, ຄວນປະຕິບັດຕໍ່ສົບຂອງຜູ້ຕາຍດ້ວຍຄວາມເຄົາລົບ ແລະ ຄາລະວະ. ສະມາຊິກຄວນໝັ້ນໃຈວ່າ ອຳນາດແຫ່ງການຟື້ນຄືນພຣະຊົນມີຜົນສະເໝີ (ເບິ່ງ ແອວມາ 11:42–45).
ເມື່ອເປັນໄປໄດ້, ສົບຂອງສະມາຊິກທີ່ເສຍຊີວິດທີ່ໄດ້ຮັບຂອງປະທານສັກສິດແລ້ວ ຄວນໃສ່ເຄື່ອງນຸ່ງພິທີພຣະວິຫານ ເມື່ອຖືກຝັງ ຫລື ຖືກເຜົາ (ເບິ່ງ 38.5.8).
38.7.3
ເດັກທີ່ຕາຍກ່ອນເກີດ (ເດັກທີ່ຕາຍຕອນຄອດ ແລະ ເດັກທີ່ຕາຍເນື່ອງຈາກຫລຸ)
ພໍ່ແມ່ຕັດສິນໃຈວ່າຈະຈັດພິທີລະນຶກ ຫລື ພິທີຂ້າງຫລຸມສົບຫລືບໍ່.
ພິທີການພຣະວິຫານແມ່ນບໍ່ຈຳເປັນ ຫລື ຕ້ອງປະຕິບັດສຳລັບເດັກທີ່ຕາຍກ່ອນເກີດ. ນີ້ບໍ່ໄດ້ປະຕິເສດຄວາມເປັນໄປໄດ້ຂອງເດັກ ທີ່ຈະເປັນພາກສ່ວນຂອງຄອບຄົວໃນນິລັນດອນ. ພໍ່ແມ່ຖືກຊຸກຍູ້ໃຫ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ສະແຫວງຫາການປອບໂຍນຈາກພຣະອົງ.
38.7.4
ກາລຸນຍະຄາດ
ຊີວິດມະຕະເປັນຂອງປະທານອັນລ້ຳຄ່າຈາກພຣະເຈົ້າ. ກາລຸນຍະຄາດຄືການຈົບຊີວິດຂອງຄົນໃດຄົນໜຶ່ງໂດຍເຈດຕະນາ ຜູ້ກຳລັງທຸກທໍລະມານກັບພະຍາດທີ່ຮັກສາບໍ່ຫາຍ ຫລື ອາການອື່ນ. ບຸກຄົນທີ່ມີສ່ວນຮ່ວມໃນກາລຸນຍະຄາດ, ລວມທັງການຊ່ວຍຄົນໃດຄົນໜຶ່ງໃຫ້ຂ້າຕົວຕາຍ, ໄດ້ລະເມີດພຣະບັນຍັດຂອງພຣະເຈົ້າ ແລະ ອາດລະເມີດກົດໝາຍບ້ານເມືອງນຳອີກ.
ການຢຸດຕິ ຫລື ການບໍ່ຍອມໃຊ້ເຄື່ອງຊ່ວຍຫາຍໃຈທີ່ຮຸນແຮງສຳລັບບຸກຄົນທີ່ເຖິງບັ້ນທ້າຍຊີວິດ ບໍ່ໄດ້ຖືວ່າເປັນກາລຸນຍະຄາດ (ເບິ່ງ 38.7.11).
38.7.5
ການຕິດເຊື້ອ HIV ແລະ ໂຣກເອດ
ສະມາຊິກທີ່ຕິດເຊື້ອ HIV (ໄວລັດພູມີຄຸ້ມກັນບົກພ່ອງໃນຕົວຄົນ) ຫລື ຜູ້ເປັນໂຣກເອດ (ກຸ່ມອາການໂຣກຄຸ້ມກັນບົກພ່ອງ) ຄວນໄດ້ຮັບການຕ້ອນຮັບທີ່ການປະຊຸມ ແລະ ກິດຈະກຳຕ່າງໆຂອງສາດສະໜາຈັກ. ການເຂົ້າຮ່ວມຂອງເຂົາເຈົ້າບໍ່ເປັນໄພຕໍ່ສຸຂະພາບຂອງຄົນອື່ນ.
38.7.8
ການແພດ ແລະ ການດູແລສຸຂະພາບ
ການສະແຫວງຫາຄວາມຊ່ວຍເຫລືອຈາກແພດຜູ້ຊ່ຽວຊານ, ການໃຊ້ສັດທາ, ແລະ ການຮັບພອນຂອງຖານະປະໂລຫິດ ທຳງານດ້ວຍກັນໃນການປິ່ນປົວ, ອີງຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ.
ສະມາຊິກບໍ່ຄວນໃຊ້ ຫລື ສົ່ງເສີມການປະຕິບັດດ້ານການແພດ ຫລື ດ້ານສຸຂະພາບທີ່ໜ້າສົງໄສທາງສິນທຳ, ທາງວິນຍານ, ແລະ ທາງກົດໝາຍ. ຜູ້ທີ່ມີບັນຫາສຸຂະພາບຄວນປຶກສາກັບແພດມືອາຊີບ ທີ່ມີໃບອະນຸຍາດໃນເຂດບ່ອນທີ່ເຂົາເຈົ້າປະຕິບັດງານ.
38.7.9
ກັນຊາທາງການແພດ
ສາດສະໜາຈັກຕໍ່ຕ້ານການໃຊ້ກັນຊາທີ່ບໍ່ແມ່ນເພື່ອຈຸດປະສົງທາງການແພດ. ເບິ່ງ 38.7.14.
38.7.11
ການຍືດຊີວິດ (ລວມທັງການໃຊ້ເຄື່ອງຊ່ວຍຫາຍໃຈ)
ສະມາຊິກບໍ່ຄວນຮູ້ສຶກວ່າຕ້ອງຍືດຊີວິດມະຕະ ໂດຍໃຊ້ວິທີທີ່ບໍ່ສົມເຫດສົມຜົນ. ການຕັດສິນໃຈເຫລົ່ານີ້ແມ່ນດີທີ່ສຸດໂດຍຜູ້ປ່ວຍເອງ, ຖ້າເປັນໄປໄດ້, ຫລື ໂດຍສະມາຊິກໃນຄອບຄົວ. ເຂົາເຈົ້າຄວນສະແຫວງຫາຄຳແນະນຳຈາກແພດຜູ້ຊ່ຽວຊານ ແລະ ການນຳພາຈາກສະຫວັນຜ່ານທາງການອະທິຖານ.
38.7.13
ການສັກວັກຊີນ
ການສັກວັກຊີນໂດຍແພດມືອາຊີບຊ່ວຍປ້ອງກັນສຸຂະພາບ ແລະ ຮັກສາຊີວິດ. ສະມາຊິກຂອງສາດສະໜາຈັກຖືກຊຸກຍູ້ໃຫ້ປ້ອງກັນຕົນເອງ, ລູກໆຂອງຕົນ, ແລະ ຊຸມຊົນຂອງເຂົາເຈົ້າ ຜ່ານທາງການຊັກວັກຊີນ.
ສຸດທ້າຍແລ້ວ, ບຸກຄົນມີຄວາມຮັບຜິດຊອບໃນການຕັດສິນໃຈເອງກ່ຽວກັບການສັກວັກຊີນ. ຖ້າຫາກສະມາຊິກມີຄວາມກັງວົນ, ເຂົາເຈົ້າຄວນປຶກສາກັບແພດທີ່ຊ່ຽວຊານມືອາຊີບ ແລະ ສະແຫວງຫາການນຳພາຈາກພຣະວິນຍານບໍລິສຸດນຳອີກ.
38.7.14
ພຣະວາຈາແຫ່ງປັນຍາ ແລະ ການປະຕິບັດທີ່ດີຕໍ່ສຸຂະພາບ
ພຣະວາຈາແຫ່ງປັນຍາຄືພຣະບັນຍັດຂອງພຣະເຈົ້າ. ສາດສະດາທັງຫລາຍໄດ້ຊີ້ແຈງວ່າ ຄຳສອນໃນ ຄຳສອນ ແລະ ພັນທະສັນຍາ 89 ແມ່ນລວມທັງ ການຫລີກເວັ້ນຈາກຢາດູດ, ເຄື່ອງດື່ມຮຸນແຮງ (ເຫລົ້າ), ແລະ ເຄື່ອງດື່ມຮ້ອນ (ນ້ຳຊາ ແລະ ກາເຟ).
ມີສານ ແລະ ການປະຕິບັດ ທີ່ອັນຕະລາຍອື່ນໆອີກທີ່ບໍ່ໄດ້ລະບຸໄວ້ໃນພຣະວາຈາແຫ່ງປັນຍາ ຫລື ໂດຍຜູ້ນຳຂອງສາດສະໜາຈັກ. ສະມາຊິກຄວນໃຊ້ປັນຍາ ແລະ ການພິຈາລະນາດ້ວຍການອະທິຖານ ໃນການເລືອກສົ່ງເສີມສຸຂະພາບຮ່າງກາຍ, ວິນຍານ, ແລະ ອາລົມ.
38.8
ນະໂຍບາຍການບໍລິຫານ
38.8.1
ການຮັບເປັນລູກບຸນທຳ ແລະ ການດູແລອຸປະຖຳ
ການຮັບເປັນລູກບຸນທຳ ແລະ ການດູແລອຸປະຖຳເດັກສາມາດເປັນພອນໃຫ້ແກ່ເດັກນ້ອຍ ແລະ ຄອບຄົວໄດ້. ຄອບຄົວທີ່ມີຄວາມຮັກ ແລະ ນິລັນດອນສາມາດຖືກສ້າງຂຶ້ນຜ່ານທາງການຂໍລູກມາລ້ຽງເປັນລູກບຸນທຳ. ບໍ່ວ່າເດັກນ້ອຍມາຢູ່ກັບຄອບຄົວຜ່ານທາງການຮັບເປັນລູກບຸນທຳ ຫລື ໃຫ້ກຳເນີດເອງ, ພວກເຂົາເປັນພອນອັນປະເສີດລ້ຳທີ່ເທົ່າທຽມກັນ.
ສະມາຊິກຜູ້ສະແຫວງຫາການຮັບເດັກເປັນລູກບຸນທຳ ຫລື ການດູແລອຸປະຖຳເດັກຄວນເຊື່ອຟັງກົດໝາຍທີ່ນຳໃຊ້ທັງໝົດຂອງປະເທດ ແລະ ລັດຖະບານທີ່ກ່ຽວຂ້ອງ.
38.8.4
ລາຍເຊັນ ແລະ ຮູບຖ່າຍຂອງເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ເຈົ້າໜ້າທີ່ສາມັນ, ແລະ ສາວົກເຈັດສິບປະຈຳເຂດ
ສະມາຊິກຂອງສາດສະໜາຈັກບໍ່ຄວນຂໍລາຍເຊັນຈາກເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ເຈົ້າໜ້າທີ່ສາມັນ, ຫລື ສາວົກເຈັດສິບປະຈຳເຂດ. ການກະທຳເຊັ່ນນັ້ນຈະລົດຄຸນຄ່າການເອີ້ນທີ່ສັກສິດຂອງພວກເພິ່ນ ແລະ ວິນຍານຂອງການປະຊຸມ. ມັນທັງເປັນການກີດກັນພວກເພິ່ນຈາກການທັກທາຍສະມາຊິກຄົນອື່ນໆນຳອີກ.
ສະມາຊິກບໍ່ຄວນຖ່າຍຮູບເອົາເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ເຈົ້າໜ້າທີ່ສາມັນ, ຫລື ສາວົກເຈັດສິບປະຈຳເຂດ.
38.8.7
ວາລະສານຂອງສາດສະໜາຈັກ
ວາລະສານຂອງສາດສະໜາຈັກແມ່ນລວມທັງ:
-
Friend ສຳລັບເດັກນ້ອຍ.
-
For the Strength of Youth ສຳລັບຊາວໜຸ່ມ.
-
Liahona ສຳລັບຜູ້ໃຫຍ່.
ຝ່າຍປະທານສູງສຸດຊຸກຍູ້ໃຫ້ສະມາຊິກທຸກຄົນອ່ານວາລະສານຂອງສາດສະໜາຈັກ. ວາລະສານສາມາດຊ່ວຍໃຫ້ສະມາຊິກຮຽນຮູ້ພຣະກິດຕິຄຸນຂອງພຣະເຢຊູຄຣິດ, ສຶກສາຄຳສອນຂອງສາດສະດາທີ່ມີຊີວິດຢູ່, ຮູ້ສຶກເຊື່ອມໂຍງເຂົ້າກັບຄອບຄົວຂອງສາດສະໜາຈັກທົ່ວໂລກ, ປະເຊີນໜ້າກັບການທ້າທາຍດ້ວຍສັດທາ, ແລະ ຫຍັບເຂົ້າໃກ້ພຣະເຈົ້າຫລາຍຍິ່ງຂຶ້ນ.
38.8.8
ຊື່, ເຄື່ອງໝາຍຕົວອັກສອນ, ແລະ ສັນຍາລັກຂອງສາດສະໜາຈັກ
ຊື່ຂອງສາດສະໜາຈັກ, ເຄື່ອງໝາຍຕົວອັກສອນ, ແລະ ສັນຍາລັກເປັນຕົວລະບຸຫລັກຂອງສາດສະໜາຈັກ.
ເຄື່ອງໝາຍຕົວອັກສອນ ແລະ ສັນຍາລັກ. ເຄື່ອງໝາຍຕົວອັກສອນ ແລະ ສັນຍາລັກຂອງສາດສະໜາຈັກ (ເບິ່ງຮູບພາບປະກອບຂ້າງເທິງ) ແມ່ນໃຫ້ໃຊ້ສະເພາະເມື່ອໄດ້ຮັບການອະນຸມັດຈາກຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງເທົ່ານັ້ນ. ມັນບໍ່ຄວນຖືກໃຊ້ເປັນສິ່ງປະດັບ. ທັງບໍ່ຄວນຖືກໃຊ້ໃນທາງສ່ວນຕົວ, ການຄ້າ, ຫລື ການສົ່ງເສີມໃດໆ.
38.8.10
ຄອມພິວເຕີ
ຄອມພິວເຕີ ແລະ ຊອບແວທີ່ໃຊ້ຢູ່ໃນອາຄານປະຊຸມຂອງສາດສະໜາຈັກ ຖືກຈັດຫາໃຫ້ໂດຍສຳນັກງານໃຫຍ່ຂອງສາດສະໜາຈັກ ຫລື ໂດຍຫ້ອງການເຂດ. ຜູ້ນຳ ແລະ ສະມາຊິກໃຊ້ແຫລ່ງຊ່ວຍເຫລືອເຫລົ່ານີ້ເພື່ອສະໜັບສະໜູນຈຸດປະສົງຂອງສາດສະໜາຈັກ, ລວມທັງວຽກງານປະຫວັດຄອບຄົວ.
ຊອບແວທັງໝົດໃນຄອມພິວເຕີເຫລົ່ານີ້ຕ້ອງໄດ້ຮັບການອະນຸຍາດຢ່າງຖືກຕ້ອງໃຫ້ແກ່ສາດສະໜາຈັກ.
38.8.12
ອຸປະກອນຫລັກສູດ
ສາດສະໜາຈັກຈັດຫາອຸປະກອນເພື່ອຊ່ວຍໃຫ້ສະມາຊິກຮຽນຮູ້ ແລະ ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ. ອຸປະກອນເຫລົ່ານີ້ແມ່ນລວມທັງພຣະຄຳພີ, ຂ່າວສານຂອງກອງປະຊຸມໃຫຍ່ສາມັນ, ວາລະສານ, ຄູ່ມື, ປຶ້ມ, ແລະ ແຫລ່ງຊ່ວຍເຫລືອອື່ນໆ. ຜູ້ນຳຊຸກຍູ້ໃຫ້ສະມາຊິກໃຊ້ພຣະຄຳພີ ແລະ ແຫລ່ງຊ່ວຍເຫລືອອື່ນໆຕາມຄວາມຕ້ອງການ ເພື່ອສຶກສາພຣະກິດຕິຄຸນຢູ່ທີ່ບ້ານ.
38.8.14
ເຄື່ອງແຕ່ງກາຍ ແລະ ລັກສະນະພາຍນອກ
ສະມາຊິກຂອງສາດສະໜາຈັກຖືກຊຸກຍູ້ໃຫ້ສະແດງຄວາມເຄົາລົບຕໍ່ຮ່າງກາຍ ໃນການເລືອກຂອງເຂົາເຈົ້າກ່ຽວກັບເຄື່ອງແຕ່ງກາຍ ແລະ ລັກສະນະພາຍນອກທີ່ເໝາະສົມ. ສິ່ງທີ່ເໝາະສົມແມ່ນແຕກຕ່າງກັນໄປຕາມວັດທະນະທຳ ແລະ ໂອກາດຕ່າງໆ.
38.8.16
ວັນຖືສິນອົດເຂົ້າ
ສະມາຊິກສາມາດຖືສິນອົດເຂົ້າໄດ້ທຸກເວລາ. ເຖິງຢ່າງໃດກໍຕາມ, ຕາມປົກກະຕິແລ້ວ ເຂົາເຈົ້າຖືປະຕິບັດວັນຊະບາໂຕທຳອິດຂອງເດືອນເປັນວັນຖືສິນອົດເຂົ້າ.
ຕາມປົກກະຕິແລ້ວ ວັນຖືສິນອົດເຂົ້າແມ່ນລວມທັງການອະທິຖານ, ບໍ່ກິນອາຫານ ແລະ ເຄື່ອງດື່ມເປັນເວລາ 24 ຊົ່ວໂມງ (ຖ້າຮ່າງກາຍສາມາດ), ແລະ ບໍລິຈາກເງິນດ້ວຍການຖືສິນອົດເຂົ້າຢ່າງເພື່ອແຜ່. ເງິນບໍລິຈາກດ້ວຍການຖືສິນອົດເຂົ້າເປັນເງິນບໍລິຈາກເພື່ອຊ່ວຍຄົນຂັດສົນ (ເບິ່ງ 22.2.2).
ບາງຄັ້ງກອງປະຊຸມທົ່ວໂລກ ຫລື ໃນທ້ອງຖິ່ນຂອງສາດສະໜາຈັກຖືກຈັດຂຶ້ນໃນວັນຊະບາໂຕທຳອິດຂອງເດືອນ. ເມື່ອສິ່ງນີ້ເກີດຂຶ້ນ, ຝ່າຍປະທານສະເຕກຈະກຳນົດວັນຊະບາໂຕວັນອື່ນສຳລັບວັນຖືສິນອົດເຂົ້າ.
38.8.17
ການພະນັນ ແລະ ຫວຍ
ສາດສະໜາຈັກຕໍ່ຕ້ານ ແລະ ແນະນຳບໍ່ໃຫ້ຫລິ້ນການພະນັນໃນທຸກຮູບແບບ. ສິ່ງນີ້ແມ່ນລວມທັງການພະນັນກິລາ ແລະ ຫວຍທີ່ລັດຖະບານສະໜັບສະໜູນ.
38.8.19
ການຍ້າຍຖິ່ນຖານ
ສະມາຊິກທີ່ຍັງຢູ່ໃນປະເທດບ້ານເກີດເມືອງນອນມັກຈະມີໂອກາດເສີມສ້າງ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກຢູ່ທີ່ນັ້ນ. ເຖິງຢ່າງໃດກໍຕາມ, ການຍ້າຍຖິ່ນຖານໄປຢູ່ປະເທດອື່ນເປັນການເລືອກສ່ວນຕົວ.
ສະມາຊິກທີ່ຍ້າຍໄປຢູ່ປະເທດອື່ນຄວນເຄົາລົບກົດໝາຍທີ່ນຳໃຊ້ທັງໝົດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 58:21).
ຜູ້ສອນສາດສະໜາບໍ່ຄວນສະເໜີຕົວອຸປະຖຳການຍ້າຍຖິ່ນຖານຂອງຄົນອື່ນ.
38.8.22
ກົດໝາຍບ້ານເມືອງ
ສະມາຊິກຄວນເຊື່ອຟັງ, ໃຫ້ກຽດ, ແລະ ສະໜັບສະໜູນກົດໝາຍໃນປະເທດໃດກໍຕາມທີ່ເຂົາເຈົ້າອາໄສຢູ່ ຫລື ເດີນທາງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 58:21–22; ຫລັກແຫ່ງຄວາມເຊື່ອ 1:12). ສິ່ງນີ້ແມ່ນລວມທັງກົດໝາຍສັ່ງຫ້າມການເລາະເຜີຍແຜ່.
38.8.25
ການສື່ສານຂອງສະມາຊິກກັບສຳນັກງານໃຫຍ່ຂອງສາດສະໜາຈັກ
ສະມາຊິກຂອງສາດສະໜາຈັກບໍ່ຖືກສະໜັບສະໜູນໃຫ້ໂທລະສັບ, ອີເມວ, ຫລື ຂຽນຈົດໝາຍຫາເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ກ່ຽວກັບຄຳຖາມເລື່ອງຄຳສອນ, ການທ້າທາຍສ່ວນຕົວ, ຫລື ຄຳຮ້ອງ. ສະມາຊິກຖືກຊຸກຍູ້ໃຫ້ຕິດຕໍ່ຫາຜູ້ນຳໃນທ້ອງຖິ່ນ, ລວມທັງປະທານສະມາຄົມສະຕີສົງເຄາະ ແລະ ປະທານກຸ່ມແອວເດີ, ເມື່ອສະແຫວງຫາການນຳພາທາງວິນຍານ (ເບິ່ງ 31.3).
38.8.27
ສະມາຊິກທີ່ພິການ
ຜູ້ນຳ ແລະ ສະມາຊິກຖືກຊຸກຍູ້ໃຫ້ແກ້ໄຂຄວາມຕ້ອງການຂອງທຸກຄົນທີ່ອາໄສຢູ່ໃນໜ່ວຍຂອງຕົນ. ສະມາຊິກທີ່ພິການແມ່ນມີຄ່າ ແລະ ສາມາດປະກອບສ່ວນໃນວິທີທາງທີ່ມີຄວາມໝາຍໄດ້. ຄວາມພິການອາດເປັນທາງສະຕິປັນຍາ, ສັງຄົມ, ອາລົມ, ຫລື ຮ່າງກາຍ.
38.8.29
ສາດສະໜາອື່ນ
ສິ່ງທີ່ສ້າງແຮງດົນບັນດານໃຈ, ຄວາມສູງສົ່ງ, ແລະ ຄຸນຄ່າກັບການເຄົາລົບສູງສຸດ ມີຢູ່ໃນຫລາຍສາດສະໜາອື່ນໆ. ຜູ້ສອນສາດສະໜາ ແລະ ສະມາຊິກຄົນອື່ນໆຕ້ອງມີຄວາມຮູ້ສຶກໄວ ແລະ ເຄົາລົບຄວາມເຊື່ອ ແລະ ຮີດຄອງປະເພນີຂອງຄົນອື່ນ.
38.8.30
ກິດຈະກຳການເມືອງ ແລະ ພົນລະເຮືອນ
ສະມາຊິກຂອງສາດສະໜາຈັກຖືກຊຸກຍູ້ໃຫ້ມີສ່ວນຮ່ວມໃນພາລະກິດການເມືອງ ແລະ ການປົກຄອງ. ໃນຫລາຍປະເທດ, ສິ່ງນີ້ອາດລວມທັງ:
-
ການລົງຄະແນນສຽງ.
-
ການເຂົ້າຮ່ວມ ຫລື ຮັບໃຊ້ໃນພັກການເມືອງ.
-
ການໃຫ້ເງິນສະໜັບສະໜູນ.
-
ການສື່ສານກັບເຈົ້າໜ້າທີ່ພັກ ແລະ ຜູ້ສະໝັກ.
-
ການຮັບໃຊ້ໃນຕຳແໜ່ງທີ່ຖືກເລືອກຕັ້ງ ຫລື ຖືກແຕ່ງຕັ້ງໃນລັດຖະບານທ້ອງຖິ່ນ ແລະ ແຫ່ງຊາດ.
ສະມາຊິກກໍຍັງຖືກຊຸກຍູ້ໃຫ້ມີສ່ວນຮ່ວມໃນອຸດົມການທີ່ມີຄຸນຄ່າ ເພື່ອເຮັດໃຫ້ຊຸມຊົນຂອງເຂົາເຈົ້າເປັນສະຖານທີ່ ທີ່ດີສຳລັບການອາໄສຢູ່ ແລະ ລ້ຽງດູຄອບຄົວ.
ຜູ້ນຳຂອງສາດສະໜາຈັກໃນທ້ອງຖິ່ນບໍ່ຄວນຈັດກຸ່ມໃຫ້ສະມາຊິກມີສ່ວນຮ່ວມໃນເລື່ອງການເມືອງ. ຜູ້ນຳທັງບໍ່ຄວນພະຍາຍາມຊັກຈູງວ່າສະມາຊິກຄວນມີສ່ວນຮ່ວມໃນແບບໃດ.
ຜູ້ນຳ ແລະ ສະມາຊິກກໍຄວນຫລີກເວັ້ນຈາກການຖະແຫລງ ຫລື ການປະພຶດທີ່ອາດຕີຄວາມໝາຍວ່າ ສາດສະໜາຈັກສະໜັບສະໜູນພັກການເມືອງ, ເວທີຫາສຽງ, ນະໂຍບາຍ, ຫລື ຜູ້ສະໝັກ.
38.8.31
ຄວາມເປັນສ່ວນຕົວຂອງສະມາຊິກ
ຜູ້ນຳຂອງສາດສະໜາຈັກຈຳເປັນຕ້ອງປົກປ້ອງຄວາມເປັນສ່ວນຕົວຂອງສະມາຊິກ. ບັນທຶກ, ປຶ້ມລາຍຊື່, ແລະ ຂໍ້ມູນທີ່ຄ້າຍຄືກັນນັ້ນບໍ່ຖືກອະນຸຍາດໃຫ້ໃຊ້ສຳລັບຈຸດປະສົງສ່ວນຕົວ, ທາງການຄ້າ, ຫລື ທາງການເມືອງ.
38.8.35
ຊາວອົບພະຍົບ
ໜ້າທີ່ຮັບຜິດຊອບສ່ວນໜຶ່ງຂອງເຂົາເຈົ້າໃນການດູແລຄົນຂັດສົນ (ເບິ່ງ ໂມໄຊຢາ 4:26), ສະມາຊິກຂອງສາດສະໜາຈັກມັກໃຫ້ເວລາ, ພອນສະຫວັນ, ຄວາມເປັນເພື່ອນ ເພື່ອຕ້ອນຮັບຊາວອົບພະຍົບໃນຖານະສະມາຊິກຂອງຊຸມຊົນຂອງເຂົາເຈົ້າ.
38.8.36
ການຂໍເງິນຊ່ວຍເຫລືອຈາກສາດສະໜາຈັກ
ສະມາຊິກທີ່ຂັດສົນຖືກຊຸກຍູ້ໃຫ້ເວົ້າລົມກັບອະທິການຂອງເຂົາເຈົ້າ ແທນທີ່ຈະຕິດຕໍ່ຫາສຳນັກງານໃຫຍ່ຂອງສາດສະໜາຈັກ ຫລື ຂໍເງິນຈາກຜູ້ນຳ ຫລື ສະມາຊິກຂອງສາດສະໜາຈັກຄົນອື່ນໆ.