ພຣະ​ຄຳ​ພີ
ແນວ​ຄິດ​ສຳ​ລັບ​ການ​ໃຊ້​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ


“ແນວ​ຄິດ​ສຳ​ລັບ​ການ​ໃຊ້​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ,” ແນວ​ຄິດ​ການ​ສຶກ​ສາ​ພຣະ​ຄຳ​ພີ (2021)

“ແນວ​ຄິດ​ສຳ​ລັບ​ການ​ໃຊ້​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ,” ແນວ​ຄິດ​ການ​ສຶກ​ສາ​ພຣະ​ຄຳ​ພີ

ຮູບ​ພາບ
ຜູ້​ຍິງ​ກັບ​ເດັກ​ນ້ອຍ​ກຳ​ລັງ​ຫລຽວ​ເບິ່ງ​ກະ​ດານ​ມື​ຖື

ແນວ​ຄິດ​ສຳ​ລັບ​ການ​ໃຊ້​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ

Listen [ຟັງ]

ວິ​ທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ ແມ່ນ​ການ​ຟັງ​ສິ່ງ​ທີ່​ຖືກ​ອັດ​ສຽງ​ໄວ້. ທ່ານ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ ຫລື ເກືອບ​ທຸກ​ສະ​ຖານ​ທີ່. ທ່ານ​ກໍ​ສາ​ມາດ​ຟັງ​ໃນ​ລະ​ດັບ​ຄວາມ​ໄວ ແລະ ໃນ​ພາ​ສາ​ທີ່​ແຕກ​ຕ່າງ​ກັນ​ນຳ​ອີກ.

Study by Topic [ສຶກ​ສາ​ຕາມ​ຫົວ​ຂໍ້]

ທ່ານ​ສາ​ມາດ​ຫາ​ຂໍ້​ພຣະ​ຄຳ​ພີ​ກ່ຽວ​ກັບ​ຫົວ​ຂໍ້​ໃດ​ໜຶ່ງ ໂດຍ​ການ​ໃຊ້ ຟັງ​ເຊິ້ນ​ຄົ້ນ​ຫາ ແລະ ແລ້ວ​ກວດ​ກາ​ເບິ່ງ​ຜົນ​ຂອງ​ການ​ຄົ້ນ​ຫາ. ທ່ານ​ກໍ​ສາ​ມາດ​ໃຊ້ Gospel Topics ທີ່​ພິມ​ໃຫ້​ນຳ​ອີກ ຊຶ່ງ​ບອກ​ຂໍ້​ພຣະ​ຄຳ​ພີ​ສຳ​ຄັນ​ສຳ​ລັບ​ຫົວ​ຂໍ້​ໃດ​ໜຶ່ງ.

Organize by Topic [ຈັດ​ຕາມ​ຫົວ​ຂໍ້]

ທ່ານ​ສາ​ມາດ​ຈັດ​ເນື້ອ​ຫາ​ຕາມ​ຫົວ​ຂໍ້ ໂດຍ​ການ​ໃຊ້ “Tags [ປ້າຍ]” ຫລື “Notebooks [ປຶ້ມ​ບັນ​ທຶກ].” ຫົວ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ໃຊ້​ເປັນ​ປະ​ໂຫຍດ ເວ​ລາ​ທ່ານ​ກະ​ກຽມ​ບົດ​ປາ​ໄສ ຫລື ບົດ​ຮຽນ.

Highlight [ໄຮ​ໄລ້]

ທ່ານ​ສາ​ມາດ​ໄຮ​ໄລ້ ຫລື ໝາຍ​ຂໍ້​ພຣະ​ຄຳ​ພີ ໂດຍ​ການ​ເລືອກ​ເອົາ​ຂໍ້​ໃດ​ຂໍ້​ໜຶ່ງ ແລະ ແລ້ວ​ໃຫ້​ເລືອກ​ເອົາ style [ຮູບ​ແບບ]. ຮູບ​ແບບ​ສາ​ມາດ​ເປັນ​ການ​ປະ​ສົມ​ປະ​ສານ​ສີ​ທີ່​ແຕກ​ຕ່າງ​ກັນ ແລະ ການ​ຂີດ​ກ້ອງ ຫລື ໄຮ​ໄລ້.

Create Links [ສ້າງ​ລິ້ງ]

ທ່ານ​ສາ​ມາດ​ສ້າງ​ລິ້ງ​ລະ​ຫວ່າງ​ຂໍ້​ພຣະ​ຄຳ​ພີ, ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ແລະ ເນື້ອ​ຫາ​ອື່ນໆ​ໄດ້ ສິ່ງ​ນີ້​ຈະ​ຊ່ວຍ​ທ່ານ​ໃຫ້​ຈື່​ຈຳ ແລະ ເຂົ້າ​ຫາ​ການ​ເຊື່ອມ​ຕໍ່​ທີ່​ທ່ານ​ໄດ້​ສ້າງ​ໄວ້ ຢ່າງ​ວ່ອງ​ໄວ.

Look Up Definitions [ຊອກ​ຫາ​ຄຳ​ອະ​ທິ​ບາຍ​ສັບ]

ທ່ານ​ສາ​ມາດ​ຊອກ​ຫາ​ຄຳ​ອະ​ທິ​ບາຍ​ສັບ​ໃດ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ໄດ້​ງ່າຍໆ ໂດຍ​ການ​ເລືອກ​ເອົາ​ຄຳ​ສັບ​ນັ້ນ ແລະ ແຕະ​ປຸ່ມ “Define”.

Use Bookmarks and Screens [ໃຊ້​ສິ່ງ​ໝາຍ​ຂັ້ນ ແລະ ໜ້າ​ຈໍ]

ທ່ານ​ສາ​ມາດ​ກັບ​ໄປ​ເລືອກ​ເອົາ​ເນື້ອ​ຫາ​ໄດ້​ຢ່າງ​ໄວ ໂດຍ​ການ​ໃຊ້​ສິ່ງ​ໝາຍ​ຂັ້ນ ເພື່ອ​ເກັບ​ກຳ​ທີ່​ຢູ່​ເວັບ​ໄຊ ແລະ ໜ້າ​ຈໍ​ສະ​ເພາະ​ໃດ​ໜຶ່ງ. ການ​ໃຊ້​ສິ່ງ​ໝາຍ​ຂັ້ນ ຈະ​ໃຫ້​ທ່ານ​ສາ​ມາດ​ເປີດ​ບົດ​ຕ່າງໆ ແລະ ເນື້ອ​ຫາ​ອື່ນໆ​ໄດ້​ພ້ອມ​ກັນ.

Set a Schedule [ກຳ​ນົດ​ຕາ​ຕະ​ລາງ​ເວ​ລາ]

ທ່ານ​ສາ​ມາດ​ສ້າງ​ແຜນ​ການ​ສຶກ​ສາ​ທີ່​ຊ່ວຍ​ທ່ານ​ໃຫ້​ຕິດ​ຕາມ​ເບິ່ງ​ຄວາມ​ກ້າວ​ໜ້າ​ຂອງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ​ໄດ້. ທ່ານ​ຍັງ​ສາ​ມາດ​ຕັ້ງ​ລະ​ບົບ​ການ​ເຕືອນ ເພື່ອ​ຊ່ວຍ​ທ່ານ​ບັນ​ລຸ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ​ໄດ້​ນຳ​ອີກ. ຕາ​ຕະ​ລາງ​ເວ​ລາ​ສາ​ມາດ​ຊ່ວຍ​ທ່ານ​ຕິດ​ຕາມ​ໄປ​ກັບ​ຕາ​ຕະ​ລາງ​ເວ​ລາ​ຂອງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ຫລື ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສ່ວນ​ຕົວ.

ພິມ