ພຣະ​ຄຳ​ພີ
ເປັນ​ຫຍັງ​ຈຶ່ງ​ຕ້ອງ​ສຶກ​ສາ​ພຣະ​ຄຳ​ພີ?


“ເປັນ​ຫຍັງ​ຈຶ່ງ​ຕ້ອງ​ສຶກ​ສາ​ພຣະ​ຄຳ​ພີ?” ແນວ​ຄິດ​ການ​ສຶກ​ສາ​ພຣະ​ຄຳ​ພີ (2021)

“ເປັນ​ຫຍັງ​ຈຶ່ງ​ຕ້ອງ​ສຶກ​ສາ​ພຣະ​ຄຳ​ພີ?” ແນວ​ຄິດ​ການ​ສຶກ​ສາ​ພຣະ​ຄຳ​ພີ

ຮູບ​ພາບ
ພຣະ​ຄຣິດ​ຈັດ​ຕັ້ງ​ສິນ​ລະ​ລຶກ​ໃນ​ບັນ​ດາ​ຊາວ​ນີ​ໄຟ, ໂດຍ ແອນ​ດຣູ ບອສ໌​ລີ

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ສຶກ​ສາ​ພຣະ​ຄຳ​ພີ?

ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເຮົາ​ສາ​ມາດ​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ ແລະ ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ​ດີ​ກວ່າ​ເກົ່າ. ສາດ​ສະ​ດາ​ນີ​ໄຟ​ໄດ້​ຊຸກ​ຍູ້​ເຮົາ​ໃນ​ທາງ​ນີ້:

“ດັ່ງ​ນັ້ນ, ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ, ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ. ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ມຸ້ງ​ໜ້າ, ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງ, ພຣະ​ບິ​ດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: ເຈົ້າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ” (2 ນີ​ໄຟ 31:20).

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ຄຳ​ສອນ​ຈາກ​ພຣະ​ຄຳ​ພີ​ຈະ​ຊ່ວຍ​ເຮົາ​ໃຫ້​ກັບ​ຄືນ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ເຮົາ​ໄດ້​ຂໍ​ຮ້ອງ​ເຮົາ​ໃຫ້​ສຶກ​ສາ​ມັນ​ເປັນ​ສ່ວນ​ຕົວ ແລະ, ເມື່ອ​ເປັນ​ໄປ​ໄດ້, ເປັນ​ຄອບ​ຄົວ​ເປັນ​ປະ​ຈຳ. ພວກ​ເພິ່ນ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ຜູ້​ຄົນ​ໃນ​ພຣະ​ຄຳ​ພີ ແລະ ນຳ​ໃຊ້​ເລື່ອງ​ລາວ ແລະ ຄຳ​ສອນ​ໃນ​ພຣະ​ຄຳ​ພີ ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ, ດັ່ງ​ທີ່​ນີ​ໄຟ​ແນະ​ນຳ​ໃນ 1 ນີ​ໄຟ 19:23. ສາດ​ສະ​ດາ​ທັງ​ໃນ​ສະ​ໄໝ​ກ່ອນ ແລະ ສະ​ໄໝ​ໃໝ່ ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ ແລະ ໃຫ້ “ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ” (2 ນີ​ໄຟ 32:3).

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ກໍ​ໄດ້​ສິດ​ສອນ​ຄວາມ​ຈິງ​ທີ່​ສຳ​ຄັນ​ນີ້​ກ່ຽວ​ກັບ “ການ​ຊື່ນ​ຊົມ” ດ້ວຍ​ພຣະ​ຄຳ​ພີ ດັ່ງ​ນີ້:

“ຄຳ​ວ່າ​ຊື່ນ​ຊົມ​ໝາຍ​ເຖິງ​ຫລາຍ​ກວ່າ​ການ​ຊີມ. ຊື່ນ​ຊົມ​ໝາຍ​ເຖິງ​ການ​ກິນ​ຢ່າງ​ແຊບ​ຊ້ອຍ. ເຮົາ​ຮັບ​ສ່ວນ​ພຣະ​ຄຳ​ພີ​ຢ່າງ​ແຊບ​ຊ້ອຍ​ໂດຍ​ການ​ສຶກ​ສາ​ມັນ ໃນ​ຄວາມ​ຮູ້​ສຶກ​ຂອງ​ການ​ຄົ້ນ​ຄວ້າ​ດ້ວຍ​ຄວາມ​ເບີກ​ບານ​ໃຈ ແລະ ດ້ວຍ​ການ​ເຊື່ອ​ຟັງ​ທີ່​ຊື່​ສັດ. ເມື່ອ​ເຮົາ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ມັນ​ຈະ ‘ຂຽນ​ໃສ່​ຫົວ​ໃຈ’ [2 ໂກ​ຣິນ​ໂທ 3:3]. ມັນ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ທຳ​ມະ​ຊາດ​ຂອງ​ເຮົາ” (“Living by Scriptural Guidance,” Ensign, Nov. 2000, 17).

ເມື່ອ​ເຮົາ​ມີ​ພາກ​ສ່ວນ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ການ​ນຳ​ພາ, ປົກ​ປ້ອງ, ເສີມ​ກຳ​ລັງ ຕ້ານ​ກັບ​ການ​ທ້າ​ທາຍ​ຢ່າງ​ຫລວງ​ຫລາຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ.

ພິມ