ພຣະ​ຄຳ​ພີ
ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ


“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ,” ແນວ​ຄິດ​ການ​ສຶກ​ສາ​ພຣະ​ຄຳ​ພີ (2021)

“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ,” ແນວ​ຄິດ​ການ​ສຶກ​ສາ​ພຣະ​ຄຳ​ພີ

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ

ຕໍ່​ໄປ​ນີ້​ແມ່ນ​ວິ​ທີ​ທີ່​ລຽບ​ງ່າຍ ເພື່ອ​ສົ່ງ​ເສີມ​ການ​ສຶກ​ສາ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ພຣະ​ຄຳ​ພີ.

ອະ​ທິ​ຖານ​ເພື່ອ​ການ​ດົນ​ໃຈ

ພຣະ​ຄຳ​ພີ​ບັນ​ຈຸ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ເມື່ອ​ທ່ານ​ສຶກ​ສາ​ມັນ, ໃຫ້​ທູນ​ຂໍ​ການ​ຊີ້​ນຳ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ເພື່ອ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ.

ຊອກ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ

ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ວ່າ ທຸກ​ສິ່ງ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ (ເບິ່ງ 2 ນີ​ໄຟ 11:4; ໂມ​ເຊ 6:63), ສະ​ນັ້ນ ຈົ່ງ​ຊອກ​ຫາ​ພຣະ​ອົງ​ຢູ່​ໃນ​ເຫດ​ການ, ເລື່ອງ​ລາວ, ແລະ ຄຳ​ສອນ​ຕ່າງໆ​ຈາກ​ພຣະ​ຄຳ​ພີ. ໃຫ້​ຄິດ​ທີ່​ຈະ​ໝາຍ​ເຫດ ຫລື ໝາຍ​ຂໍ້​ທີ່​ສິດ​ສອນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວິ​ທີ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ.

ຊອກ​ຫາ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ດົນ​ໃຈ

ທ່ານ​ອາດ​ພົບ​ເຫັນ​ຖ້ອຍ​ຄຳ ແລະ ວະ​ລີ​ບາງ​ຢ່າງ​ຢູ່​ໃນ​ພຣະ​ຄຳ​ພີ ທີ່​ປະ​ທັບ​ໃຈ​ທ່ານ, ຄື​ກັບ​ວ່າ​ມັນ​ຖືກ​ຂຽນ​ໄວ້​ສຳ​ລັບ​ທ່ານ​ໂດຍ​ສະ​ເພາະ. ທ່ານ​ອາດ​ຮູ້​ສຶກ​ວ່າ ມັນ​ກ່ຽວ​ຂ້ອງ​ກັບ​ທ່ານ ແລະ ດົນ​ໃຈ ແລະ ກະ​ຕຸ້ນ​ທ່ານ. ໃຫ້​ຄິດ​ທີ່​ຈະ​ໝາຍ​ມັນ​ຢູ່​ໃນ​ພຣະ​ຄຳ​ພີ​ຂອງ​ທ່ານ ຫລື ຂຽນ​ກ່ຽວ​ກັບ​ມັນ​ໄວ້​ຢູ່​ໃນ​ປຶ້ມ​ບັນ​ທຶກ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ທ່ານ.

ຊອກ​ຫາ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ

ບາງ​ເທື່ອ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ (ສ່ວນ​ຫລາຍ​ແລ້ວ​ຖືກ​ເອີ້ນ​ວ່າ ຄຳ​ສອນ ຫລື ຫລັກ​ທຳ) ກ່າວ​ກົງ​ໄປ​ກົງ​ມາ, ແລະ ບາງ​ເທື່ອ​ມັນ​ກ່າວ​ຜ່ານ​ທາງ​ຕົວ​ຢ່າງ ຫລື ເລື່ອງ​ລາວ. ໃຫ້​ຖາມ​ຕົວ​ເອງ​ວ່າ, “ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ໃດ​ແດ່​ທີ່​ສິດ​ສອນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້?”

ເຊື່ອ​ຟັງ​ພຣະ​ວິນ​ຍານ

ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ນຶກ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ, ເຖິງ​ແມ່ນ​ວ່າ​ມັນ​ເບິ່ງ​ຄື​ບໍ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ອ່ານ​ຢູ່​ກໍ​ຕາມ. ການ​ກະ​ຕຸ້ນ​ເຫລົ່າ​ນັ້ນ​ອາດ​ເປັນ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້ ແລະ ຮູ້​ສຶກ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ 2

ປຽບ​ທຽບ​ພຣະ​ຄຳ​ພີ​ໃສ່​ກັບ​ຊີ​ວິດ​ຂອງ​ທ່ານ

ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ເລື່ອງ​ລາວ ແລະ ຄຳ​ສອນ​ທີ່​ທ່ານ​ກຳ​ລັງ​ອ່ານ​ຢູ່ ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຖາມ​ຕົວ​ເອງ​ວ່າ, “ປະ​ສົບ​ການ​ໃດ​ແດ່​ທີ່​ເຮົາ​ເຄີຍ​ມີ ທີ່​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ເຮົາ​ກຳ​ລັງ​ອ່ານ​ຢູ່​ນີ້?” ຫລື “ເຮັດ​ແນວ​ໃດ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ບຸກ​ຄົນ​ນີ້ ຢູ່​ໃນ​ພຣະ​ຄຳ​ພີ​ໄດ້?”

ຖາມ​ຄຳ​ຖາມ

ການ​ຖາມ​ຄຳ​ຖາມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຕັດ​ສິນ​ໃຈ​ວ່າ​ຈະ​ສຶກ​ສາ​ສິ່ງ​ໃດ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ອາດ​ມີ​ຄຳ​ຖາມ​ທີ່​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ​ນຳ​ອີກ. ຄຳ​ຖາມ​ເຫລົ່າ​ນີ້​ອາດ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ອ່ານ​ຢູ່ ຫລື ກັບ​ຊີ​ວິດ​ຂອງ​ທ່ານ​ໂດຍ​ທົ່ວ​ໄປ. ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້, ແລະ ຊອກ​ຫາ​ຄຳ​ຕອບ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ຕໍ່​ໄປ. ຫລັງ​ຈາກ​ການ​ສຶກ​ສາ​ຂອງ​ທ່ານ, ໃຫ້​ທູນ​ຖາມ​ວ່າ​ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້​ຫຍັງ​ຕື່ມ​ອີກ, ແລະ ໃຫ້​ລໍ​ຖ້າ​ຮັບ​ຄຳ​ຕອບ​ລະ​ຫວ່າງ​ຊົ່ວ​ໂມງ​ຕໍ່​ໄປ ແລະ ມື້​ຕໍ່​ໄປ.

ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ການ​ສຶກ​ສາ​ພຣະ​ຄຳ​ພີ

ເພື່ອ​ຈະ​ໄດ້​ຄວາມ​ຮູ້​ເພີ່ມ​ເຕີມ​ຈາກ​ຂໍ້​ທີ່​ທ່ານ​ອ່ານ, ໃຫ້​ໃຊ້​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ, Topical Guide, Bible Dictionary, ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org), ແລະ ແຫລ່ງ​ຊ່ວຍ​ເຫລືອ​ການ​ສຶກ​ສາ​ຢ່າງ​ອື່ນໆ.

ໃຫ້​ພິ​ຈາ​ລະ​ນາ​ສະ​ພາບ​ການ​ຂອງ​ພຣະ​ຄຳ​ພີ

ທ່ານ​ສາ​ມາດ​ພົບ​ເຫັນ​ຄວາມ​ຮູ້​ທີ່​ມີ​ຄວາມ​ໝາຍ ກ່ຽວ​ກັບ​ຂໍ້​ພຣະ​ຄຳ​ພີ ຖ້າ​ຫາກ​ທ່ານ​ພິ​ຈາ​ລະ​ນາ​ສະ​ພາບ​ການ—ສະ​ຖາ​ນະ​ການ ຫລື ສະ​ຖານ​ທີ່​ຂອງ​ຂໍ້​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ການ​ຮູ້​ຈັກ​ເບື້ອງ​ຫລັງ ແລະ ຄວາມ​ເຊື່ອ​ຖື​ຂອງ​ຜູ້​ຄົນ ທີ່​ສາດ​ສະ​ດາ​ໄດ້​ກ່າວ​ກັບ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຈດ​ຕະ​ນາ​ຂອງ​ຂ່າວ​ສານ​ຂອງ​ເພິ່ນ​ໄດ້.

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ບັນ​ທຶກ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ

ມັນ​ມີ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ ທີ່​ມາ​ສູ່​ທ່ານ ຂະ​ນະ​ທີ່​ທ່ານ​ສຶກ​ສາ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ໝາຍ​ຂໍ້​ຄວາມ ຫລື ວະ​ລີ​ທີ່​ມີ​ຄວາມ​ໝາຍ ແລະ ບັນ​ທຶກ​ຄວາມ​ຄິດ​ຂອງ​ທ່ານ​ໄວ້ ເປັນ​ຄຳ​ໝາຍ​ເຫດ​ຢູ່​ໃນ​ພຣະ​ຄຳ​ພີ​ຂອງ​ທ່ານ. ທ່ານ​ກໍ​ສາ​ມາດ​ບັນ​ທຶກ​ຄວາມ​ຮູ້, ຄວາມ​ຮູ້​ສຶກ, ແລະ ຄວາມ​ປະ​ທັບ​ໃຈ ທີ່​ທ່ານ​ໄດ້​ຮັບ ໄວ້​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ນຳ​ອີກ. ຫລື ທ່ານ​ສາ​ມາດ​ບັນ​ທຶກ​ຄຳ​ຖາມ​ທີ່​ທ່ານ​ໄດ້​ທູນ​ຖາມ ກ່ອນ​ເລີ່ມ​ຕົ້ນ​ການ​ສຶກ​ສາ​ຂອງ​ທ່ານ, ຕິດ​ຕາມ​ດ້ວຍ​ຄຳ​ຕອບ​ທີ່​ທ່ານ​ຖືກ​ນຳ​ພາ​ໄປ​ຫາ.

ສຶກ​ສາ​ຖ້ອຍ​ຄຳ​ຂອງ​ບັນ​ດາ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ຍຸກ​ສຸດ​ທ້າຍ

ອ່ານ​ສິ່ງ​ທີ່​ບັນ​ດາ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ຍຸກ​ສຸດ​ທ້າຍ ໄດ້​ສິດ​ສອນ​ກ່ຽວ​ກັບ​ຫລັກ​ທຳ​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ. ຂ່າວ​ສານ​ຂອງ​ພວກ​ເພິ່ນ​ມີ​ຢູ່​ໃນ “ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ,” “ວາ​ລະ​ສານ,” ແລະ ໃນ​ບ່ອນ​ເກັບ​ຂໍ້​ມູນ​ອື່ນໆ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ອ່ານ​ເລື່ອງ​ລາວ

ໃຫ້​ອ່ານ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ, ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ເນື້ອ​ຫາ​ຂອງ​ມັນ (ເວ​ລາ, ສະ​ຖານ​ທີ່, ຜູ້​ກ່າວ, ແລະ ຜູ້​ຟັງ). ຮູບ​ພາບ​ປະ​ກອບ​ເລື່ອງ​ລາວ​ກໍ​ເປັນ​ແຫລ່ງ​ທີ່​ດີ​ເລີດ​ສຳ​ລັບ​ສິ່ງ​ນີ້, ໂດຍ​ສະ​ເພາະ​ສຳ​ລັບ​ເດັກ​ນ້ອຍ ແລະ ສະ​ມາ​ຊິກ​ທີ່​ບໍ່​ຄຸ້ນ​ເຄີຍ​ກັບ​ພຣະ​ຄຳ​ພີ.

ແບ່ງ​ປັນ​ຄວາມ​ຮູ້

ການ​ສົນ​ທະ​ນາ​ຄວາມ​ຮູ້​ຈາກ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ທ່ານ ເປັນ​ວິ​ທີ​ທີ່​ດີ ໃນ​ການ​ສິດ​ສອນ​ຄົນ​ອື່ນ ແລະ ຈະ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ​ນຳ​ອີກ.

ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້

ການ​ສຶກ​ສາ​ພຣະ​ຄຳ​ພີ​ສາ​ມາດ​ດົນ​ໃຈ​ເຮົາ ແລະ ນຳ​ພາ​ເຮົາ​ໃຫ້​ປ່ຽນ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ນຳ​ອີກ. ໃຫ້​ເຊື່ອ​ຟັງ​ຕາມ​ສິ່ງ​ທີ່​ພຣະ​ວິນ​ຍານ​ກະ​ຕຸ້ນ​ທ່ານ​ໃຫ້​ເຮັດ ຂະ​ນະ​ທີ່​ທ່ານ​ອ່ານ, ແລະ ແລ້ວ​ໃຫ້​ຕັ້ງ​ໃຈ​ເຮັດ​ຕາມ​ການ​ກະ​ຕຸ້ນ​ເຫລົ່າ​ນັ້ນ.

ພິມ