ພຣະ​ຄຳ​ພີ
1 ນີ​ໄຟ 4


ບົດ​ທີ 4

ນີ​ໄຟ​ຂ້າ​ລາ​ບານ​ໂດຍ​ການ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ດ້ວຍ​ກົນ​ອຸ​ບາຍ​ຈຶ່ງ​ໄດ້​ຮັບ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ ໄວ້​ໃນ​ຄວາມ​ຄອບ​ຄອງ—ໂຊ​ຣຳ​ເລືອກ​ເຂົ້າ​ຮ່ວມ​ກັບ​ຄອບ​ຄົວ​ຂອງ​ລີ​ໄຮ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ອ້າຍ, ມີ​ຄວາມ​ວ່າ: ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ກັບ​ຂຶ້ນ​ໄປ​ເຢ​ຣູ​ຊາ​ເລັມ​ອີກ, ແລະ ຂໍ​ໃຫ້​ພວກ​ເຮົາ​ຈົ່ງ ຊື່​ສັດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ມີ​ອາ​ນຸ​ພາບ​ຍິ່ງ​ກວ່າ​ຊາວ​ໂລກ​ທັງ​ໝົດ, ແລ້ວ​ເຫດ​ໃດ​ຈະ​ບໍ່​ມີ ອາ​ນຸ​ພາບ​ຍິ່ງ​ກວ່າ​ລາ​ບານ​ກັບ​ຄົນ​ຫ້າ​ສິບ​ຄົນ​ຂອງ​ລາວ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ຄົນ​ນັບ​ໝື່ນ​ຂອງ​ລາວ?

2 ສະ​ນັ້ນ ຂໍ​ໃຫ້​ພວກ​ເຮົາ​ຂຶ້ນ​ໄປ; ຂໍ​ໃຫ້​ພວກ​ເຮົາ​ຈົ່ງ ເຂັ້ມ​ແຂງ​ເໝືອນ​ດັ່ງ ໂມ​ເຊ; ເພາະ​ເພິ່ນ​ໄດ້​ເວົ້າ​ກັບ​ນ້ຳ ທະ​ເລ​ແດງ​ແທ້ໆ ແລະ ນ້ຳ​ກໍ​ໄດ້​ແຍກ​ອອກ​ໄປ​ທາງ​ນັ້ນ​ທາງ​ນີ້, ແລະ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ເດີນ​ຜ່ານ​ມາ​ເທິງ​ແຜ່ນ​ດິນ​ແຫ້ງ​ອອກ​ຈາກ​ການ​ເປັນ​ຊະ​ເລີຍ, ແລະ ກອງ​ທັບ​ຂອງ​ຟາ​ໂຣ​ໄດ້​ຕາມ​ມາ ແລະ ຈົມ​ຢູ່​ໃນ​ນ້ຳ​ທະ​ເລ​ແດງ​ນັ້ນ

3 ບັດ​ນີ້​ຈົ່ງ​ເບິ່ງ ພວກ​ເຈົ້າ​ຮູ້​ວ່າ​ເລື່ອງ​ນີ້​ມີ​ຈິງ; ແລະ ພວກ​ເຈົ້າ​ຮູ້​ອີກ​ວ່າ ທູດ​ໄດ້​ເວົ້າ​ກັບ​ພວກ​ເຈົ້າ​ແລ້ວ; ດັ່ງ​ນັ້ນ ດ້ວຍ​ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ສົງ​ໄສ​ອີກ? ຂໍ​ໃຫ້​ພວກ​ເຮົາ​ຂຶ້ນ​ໄປ; ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ປົດ​ປ່ອຍ​ພວກ​ເຮົາ​ໄດ້, ເຖິງ​ແມ່ນ ເໝືອນ​ດັ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ແລະ ທຳ​ລາຍ​ລາ​ບານ​ໄດ້, ເຖິງ​ແມ່ນ​ເໝືອນ​ດັ່ງ​ຊາວ​ເອ​ຢິບ.

4 ແລ້ວ​ເມື່ອ​ຂ້າ​ພະ​ເຈົ້າ​ເວົ້າ​ຄຳ​ເຫລົ່າ​ນີ້, ພວກ​ເຂົາ​ຍັງ​ຄຽດ​ແຄ້ນ, ແລະ ຍັງ​ຈົ່ມ​ຢູ່​ຕໍ່​ໄປ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ໄດ້​ຕິດ​ຕາມ​ຂ້າ​ພະ​ເຈົ້າ​ຂຶ້ນ​ມາ ຈົນ​ພວກ​ເຮົາ​ມາ​ເຖິງ​ນອກ​ກຳ​ແພງ​ເມືອງ​ເຢ​ຣູ​ຊາ​ເລັມ.

5 ແລະ ມັນ​ເປັນ​ຕອນ​ກາງ​ຄືນ; ແລະ ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ພວກ​ເຂົາ​ລີ້​ຢູ່​ນອກ​ກຳ​ແພງ. ແລະ ຫລັງ​ຈາກ​ພວກ​ເຂົາ​ລີ້​ແລ້ວ, ຂ້າ​ພະ​ເຈົ້າ​ນີ​ໄຟ​ກໍ​ຫລົບ​ຫລີກ​ເຂົ້າ​ໄປ​ໃນ​ເມືອງ ແລະ ມຸ້ງ​ໜ້າ​ໄປ​ທີ່​ບ້ານ​ຂອງ​ລາ​ບານ.

6 ແລະ ພຣະ​ວິນ​ຍານ​ໄດ້ ນຳ​ຂ້າ​ພະ​ເຈົ້າ​ໄປ, ໂດຍ​ບໍ່ ຮູ້​ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ຈະ​ເຮັດ.

7 ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າ​ພະ​ເຈົ້າ​ກໍ​ເຂົ້າ​ໄປ, ແລະ ເມື່ອ​ຂ້າ​ພະ​ເຈົ້າ​ມາ​ຮອດ​ໃກ້​ບ້ານ​ຂອງ​ລາ​ບານ, ຂ້າ​ພະ​ເຈົ້າ​ເຫັນ​ຊາຍ​ຄົນ​ໜຶ່ງ, ແລະ ລາວ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ, ເພາະ​ລາວ​ເມົາ​ເຫລົ້າ​ອະ​ງຸ່ນ.

8 ແລະ ເມື່ອ​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃກ້​ກໍ​ພົບ​ວ່າ​ລາວ​ຄື​ລາ​ບານ.

9 ແລະ ຂ້າ​ພະ​ເຈົ້າ​ເຫັນ ດາບ​ຂອງ​ລາວ, ແລະ ຂ້າ​ພະ​ເຈົ້າ​ດຶງ​ມັນ​ອອກ​ຈາກ​ຝັກ; ແລະ ດ້າມ​ຂອງ​ມັນ​ເປັນ​ຄຳ​ສົດ, ແລະ ຝີ​ມື​ອັນ​ປາ​ນີດ​ທີ່​ສຸດ, ແລະ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ໃບ​ດາບ​ເຮັດ​ດ້ວຍ​ເຫລັກ​ທີ່​ມີ​ຄ່າ​ສູງ​ທີ່​ສຸດ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ວິນ​ຍານ ກະ​ຕຸ້ນ​ຂ້າ​ພະ​ເຈົ້າ​ໃຫ້​ຂ້າ​ລາ​ບານ​ສາ, ແຕ່​ຂ້າ​ພະ​ເຈົ້າ​ຄິດ​ຢູ່​ໃນ​ໃຈ​ວ່າ: ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຮັດ​ໃຫ້​ຄົນ​ໃດ​ເສຍ​ເລືອດ​ເນື້ອ​ຈັກ​ເທື່ອ. ແລະ ຂ້າ​ພະ​ເຈົ້າ​ຈຶ່ງ​ຢຸດ​ສະ​ຫງັກ​ບໍ່​ຢາກ​ຂ້າ​ລາວ.

11 ແລະ ພຣະ​ວິນ​ຍານ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ ພຣະ​ຜູ້​ເປັນ​ເຈົ້າ​ມອບ​ລາວ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ເຈົ້າ. ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ລາວ​ພະ​ຍາ​ຍາມ​ເອົາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ແລ້ວ; ແທ້​ຈິງ​ແລ້ວ, ລາວ​ບໍ່​ຍອມ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ລາວ​ຍັງ ເອົາ​ຊັບ​ສົມ​ບັດ​ຂອງ​ພວກ​ເຮົາ​ໄປ​ນຳ​ອີກ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ​ວ່າ: ຈົ່ງ​ຂ້າ​ລາວ​ສາ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ມອບ​ລາວ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ເຈົ້າ​ແລ້ວ;

13 ຈົ່ງ​ເບິ່ງ ພຣະ​ຜູ້​ເປັນ​ເຈົ້າ ຂ້າ ຄົນ​ຊົ່ວ​ເພື່ອ​ນຳ​ເອົາ​ຈຸດ​ປະ​ສົງ​ອັນ​ຊອບ​ທຳ​ຂອງ​ພຣະ​ອົງ​ມາ. ການ​ທີ່​ຄົນ​ຜູ້​ດຽວ​ຕາຍ​ກໍ ດີ​ກວ່າ​ປະ​ຊາ​ຊາດ​ຈະ​ເສື່ອມ​ໂຊມ ແລະ ຕາຍ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື.

14 ແລະ ບັດ​ນີ້, ເມື່ອ​ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ຂໍ້​ຄວາມ​ນີ້, ຂ້າ​ພະ​ເຈົ້າ​ນຶກ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ທີ່​ມີ​ຄວາມ​ວ່າ: ຕາບ​ໃດ​ທີ່​ລູກ​ຫລານ​ຂອງ​ເຈົ້າ​ຈະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ພວກ​ເຂົາ​ຈະ ຮຸ່ງ​ເຮືອງ​ຢູ່​ໃນ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

15 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຄິດ​ອີກ​ວ່າ ພວກ​ເຂົາ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ກົດ​ຂອງ​ໂມ​ເຊ​ບໍ່​ໄດ້, ນອກ​ຈາກ​ພວກ​ເຂົາ​ຈະ​ມີ​ກົດ​ບັງ​ຄັບ.

16 ແລະ ຂ້າ​ພະ​ເຈົ້າ​ຮູ້​ອີກ​ວ່າ ກົດ​ໄດ້​ຈາ​ລຶກ​ຢູ່​ໃນ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ນັ້ນ.

17 ແລະ ຂ້າ​ພະ​ເຈົ້າ​ຮູ້​ອີກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ມອບ​ລາ​ບານ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ຂ້າ​ພະ​ເຈົ້າ ເພາະ​ເຫດ​ນີ້—​ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ບັນ​ທຶກ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

18 ສະ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຊື່ອ​ຟັງ​ສຽງ​ຮຽກ​ຮ້ອງ​ຂອງ​ພຣະ​ວິນ​ຍານ, ແລະ ຂ້າ​ພະ​ເຈົ້າ​ຈັບ​ລາ​ບານ​ໂດຍ​ລວບ​ຜົມ​ຂອງ​ລາວ, ແລະ ຕັດ​ຫົວ​ຂອງ​ລາວ ດ້ວຍ ດາບ​ຂອງ​ລາວ​ເອງ.

19 ແລະ ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ຕັດ​ຫົວ​ຂອງ​ລາວ​ດ້ວຍ​ດາບ​ຂອງ​ລາວ​ເອງ​ແລ້ວ, ຂ້າ​ພະ​ເຈົ້າ​ກໍ​ເອົາ​ເຄື່ອງ​ແຕ່ງ​ກາຍ​ຂອງ​ລາ​ບານ​ມາ​ສວມ​ໃສ່​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ເອງ; ແທ້​ຈິງ​ແລ້ວ, ແມ່ນ​ທຸກ​ຊິ້ນ​ສ່ວນ; ແລະ ຂ້າ​ພະ​ເຈົ້າ​ໄດ້​ຄາດ​ເກາະ​ເຄື່ອງ​ປ້ອງ​ກັນ​ຂອງ​ລາວ​ໄວ້​ຮອບ​ແອວ.

20 ແລະ ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ປ່ຽນ​ເຄື່ອງ​ແລ້ວ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄປ​ຫາ​ຄັງ​ສົມ​ບັດ​ຂອງ​ລາ​ບານ. ແລະ ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ມຸ້ງ​ໜ້າ​ໄປ​ຫາ​ຄັງ​ສົມ​ບັດ​ຂອງ​ລາ​ບານ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເຫັນ ຄົນ​ໃຊ້​ຂອງ​ລາ​ບານ​ຜູ້​ຖື​ກະ​ແຈ​ຄັງ​ສົມ​ບັດ. ແລະ ຂ້າ​ພະ​ເຈົ້າ​ໄດ້​ບັນ​ຊາ​ລາວ​ດ້ວຍ​ສຽງ​ຂອງ​ລາ​ບານ​ໃຫ້​ລາວ​ເຂົ້າ​ໄປ​ໃນ​ຄັງ​ສົມ​ບັດ​ກັບ​ຂ້າ​ພະ​ເຈົ້າ.

21 ແລະ ລາວ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ເປັນ​ລາ​ບານ​ນາຍ​ຂອງ​ລາວ, ເພາະ​ເຫັນ​ເຄື່ອງ​ແຕ່ງ​ກາຍ​ກັບ​ດາບ​ທີ່​ຄາດ​ຢູ່​ແອວ​ຂອງ​ຂ້າ​ພະ​ເຈົ້າ.

22 ແລະ ລາວ​ກໍ​ໄດ້​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ພວກ​ຜູ້​ອາ​ວຸ​ໂສ​ຂອງ​ຊາວ​ຢິວ, ໂດຍ​ຮູ້​ວ່າ​ລາ​ບານ​ນາຍ​ຂອງ​ລາວ, ອອກ​ໄປ​ຢູ່​ໃນ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ຕອນ​ກາງ​ຄືນ.

23 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລາວ​ເໝືອນ​ກັບ​ວ່າ​ເປັນ​ລາ​ບານ​ແທ້ໆ.

24 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລາວ​ອີກ​ວ່າ ຂ້າ​ພະ​ເຈົ້າ​ຈະ​ເອົາ​ອັກ​ຂະ​ລະ, ຊຶ່ງ​ຢູ່​ໃນ ແຜ່ນ​ຈາ​ລຶກ​ທອງ​ເຫລືອງ ໄປ​ໃຫ້​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ຢູ່​ນອກ​ກຳ​ແພງ.

25 ແລະ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ລາວ​ຕິດ​ຕາມ​ຂ້າ​ພະ​ເຈົ້າ​ອອກ​ໄປ​ນຳ.

26 ແລະ ລາວ​ໂດຍ​ທີ່​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ເວົ້າ​ເຖິງ​ພີ່​ນ້ອງ​ຮ່ວມ​ສາດ​ສະ​ໜາ​ຈັກ, ແລະ ຄິດ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ລາ​ບານ​ແທ້ໆ ຊຶ່ງ​ຂ້າ​ພະ​ເຈົ້າ​ຂ້າ​ເສຍ​ແລ້ວ, ດັ່ງ​ນັ້ນ ລາວ​ຈຶ່ງ​ໄດ້​ຕິດ​ຕາມ​ຂ້າ​ພະ​ເຈົ້າ​ໄປ.

27 ແລະ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ອອກ​ໄປ​ຫາ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຊຶ່ງ​ຢູ່​ນອກ​ກຳ​ແພງ, ລາວ​ກໍ​ຍັງ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ຫລາຍໆ​ເທື່ອ​ກ່ຽວ​ກັບ​ພວກ​ຜູ້​ອາ​ວຸ​ໂສ​ຂອງ​ຊາວ​ຢິວ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ເລ​ມັນ​ເຫັນ​ຂ້າ​ພະ​ເຈົ້າ​ກໍ​ຕົກ​ໃຈ​ຢ່າງ​ຍິ່ງ, ແລະ ເລ​ມູ​ເອນ​ກັບ​ແຊມ​ກໍ​ເໝືອນ​ກັນ. ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ຕໍ່​ໜ້າ​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ພວກ​ເຂົາ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ເປັນ​ລາ​ບານ, ແລະ ຄິດ​ວ່າ​ລາວ​ໄດ້​ຂ້າ​ຂ້າ​ພະ​ເຈົ້າ​ເສຍ​ແລ້ວ ແລະ ພະ​ຍາ​ຍາມ​ຈະ​ເອົາ​ຊີ​ວິດ​ຂອງ​ພວກ​ເຂົາ​ນຳ​ອີກ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ເອີ້ນ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ຍິນ​ສຽງ​ຂອງ​ຂ້າ​ພະ​ເຈົ້າ; ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຢຸດ​ໜີ​ຈາກ​ຂ້າ​ພະ​ເຈົ້າ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຄົນ​ໃຊ້​ຂອງ​ລາ​ບານ​ເຫັນ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ລາວ​ກໍ​ເລີ່ມ​ຕົວ​ສັ່ນ ແລະ ເກືອບ​ໜີ​ໄປ​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ ແລະ ກັບ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ.

31 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີ​ໄຟ​ໂດຍ​ທີ່​ເປັນ​ຄົນ​ຮ່າງ​ກາຍ​ສູງ​ໃຫຍ່, ແລະ ໂດຍ​ທີ່​ໄດ້​ຮັບ ກຳ​ລັງ​ມະ​ຫາ​ສານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຂົ້າ​ຈັບ​ຄົນ​ໃຊ້​ຂອງ​ລາ​ບານ, ແລະ ຍຶດ​ລາວ​ໄວ້, ເພື່ອ​ບໍ່​ໃຫ້​ລາວ​ໜີ​ໄປ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລາວ, ວ່າ​ຖ້າ​ຫາກ​ລາວ​ຈະ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ, ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່, ຕາບ​ໃດ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ມີ​ຊີ​ວິດ​ຢູ່, ຖ້າ​ຫາກ​ລາວ​ຈະ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ພວກ​ເຮົາ, ພວກ​ເຮົາ​ກໍ​ຈະ​ໄວ້​ຊີ​ວິດ​ລາວ.

33 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລາວ​ດ້ວຍ ຄຳ​ສາ​ບານ, ວ່າ​ບໍ່​ຕ້ອງ​ຢ້ານ; ລາວ​ຈະ​ເປັນ​ອິດ​ສະ​ລະ​ຄື​ກັນ​ກັບ​ພວກ​ເຮົາ ຖ້າ​ຫາກ​ລາວ​ຈະ​ລົງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ກັບ​ພວກ​ເຮົາ.

34 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລາວ​ອີກ, ມີ​ຄວາມ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ບັນ​ຊາ​ໃຫ້​ພວກ​ເຮົາ​ເຮັດ​ສິ່ງ​ນີ້​ແທ້ໆ; ແລະ ພວກ​ເຮົາ​ຈະ​ບໍ່​ພາກ​ພຽນ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ? ສະ​ນັ້ນ, ຖ້າ​ຫາກ ເຈົ້າ​ຈະ​ລົງ​ໄປ​ຫາ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ເຈົ້າ​ກໍ​ຈະ​ມີ​ສ່ວນ​ກັບ​ພວກ​ເຮົາ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຊ​ຣຳ​ໄດ້​ມີ​ກຳ​ລັງ​ໃຈ​ຂຶ້ນ​ຈາກ​ຄຳ​ເວົ້າ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ໄປ​ແລ້ວ. ບັດ​ນີ້​ໂຊ​ຣຳ​ຄື​ຊື່​ຂອງ​ຄົນ​ໃຊ້; ແລະ ລາວ​ສັນ​ຍາ​ວ່າ ລາວ​ຈະ​ລົງ​ໄປ​ຫາ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ແທ້​ຈິງ​ແລ້ວ, ແລະ ລາວ​ໄດ້​ໃຫ້​ຄຳ​ສາ​ບານ​ກັບ​ພວກ​ເຮົາ​ອີກ​ວ່າ ລາວ​ຈະ​ຢູ່​ກັບ​ພວກ​ເຮົາ​ນັບ​ແຕ່​ເວ​ລາ​ນັ້ນ​ເປັນ​ຕົ້ນ​ໄປ.

36 ແລ້ວ​ພວກ​ເຮົາ​ປາດ​ຖະ​ໜາ​ຢາກ​ໃຫ້​ລາວ​ຢູ່​ກັບ​ພວກ​ເຮົາ​ເພາະ​ເຫດ​ນີ້, ຄື​ຊາວ​ຢິວ​ຈະ​ບໍ່​ຮູ້​ຈັກ​ກ່ຽວ​ກັບ​ການ​ໜີ​ໄປ​ຫາ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຂອງ​ພວກ​ເຮົາ, ຢ້ານ​ວ່າ​ພວກ​ເຂົາ​ຈະ​ໄລ່​ຕາມ​ມາ ແລະ ທຳ​ຮ້າຍ​ພວກ​ເຮົາ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ໂຊ​ຣຳ​ໄດ້​ໃຫ້ ຄຳ​ສາ​ບານ​ກັບ​ພວກ​ເຮົາ​ແລ້ວ, ຄວາມ​ຢ້ານ​ກົວ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ລາວ​ກໍ​ໝົດ​ໄປ.

38 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ນຳ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ ແລະ ຄົນ​ໃຊ້​ຂອງ​ລາ​ບານ, ແລະ ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ເດີນ​ທາງ​ໄປ​ຫາ​ຜ້າ​ເຕັນ​ຂອງ​ບິ​ດາ​ຂອງ​ພວກ​ເຮົາ.