ໜັງສືນີໄຟສະບັບທີສອງ
ເລື່ອງລາວກ່ຽວກັບການມໍລະນະກຳຂອງລີໄຮ. ພວກອ້າຍຂອງນີໄຟກະບົດຕໍ່ເພິ່ນ. ພຣະຜູ້ເປັນເຈົ້າໄດ້ເຕືອນນີໄຟໃຫ້ອອກໄປໃນຖິ່ນແຫ້ງແລ້ງກັນດານ. ການເດີນທາງຂອງເພິ່ນໃນຖິ່ນແຫ້ງແລ້ງກັນດານ, ແລະ ອື່ນໆ.
ບົດທີ 1
ລີໄຮທຳນາຍກ່ຽວກັບແຜ່ນດິນແຫ່ງເສລີພາບ—ລູກຫລານຂອງເພິ່ນຈະກະຈັດກະຈາຍໄປ ແລະ ຈະຖືກລົງທັນຖ້າຫາກວ່າພວກເຂົາປະຕິເສດພຣະຜູ້ບໍລິສຸດຂອງອິດສະຣາເອນ—ເພິ່ນຊັກຊວນພວກລູກຊາຍຂອງເພິ່ນ ໃຫ້ສວມຍຸດທະພັນແຫ່ງຄວາມຊອບທຳ. ປະມານ 588–570 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຂ້າພະເຈົ້ານີໄຟໄດ້ສິດສອນພວກອ້າຍຂອງຂ້າພະເຈົ້າແລ້ວ, ລີໄຮ ບິດາຂອງພວກເຮົາໄດ້ເວົ້າກັບພວກເຂົາຫລາຍເລື່ອງອີກ ແລະ ໄດ້ທວນຄືນກັບພວກເຂົາວ່າ ພຣະຜູ້ເປັນເຈົ້າໄດ້ກະທຳສິ່ງທີ່ຍິ່ງໃຫຍ່ພຽງໃດສຳລັບພວກເຂົາໃນການນຳພວກເຂົາອອກຈາກແຜ່ນດິນເຢຣູຊາເລັມ.
2 ແລະ ເພິ່ນໄດ້ເວົ້າກັບພວກເຂົາເຖິງ ການກະບົດຂອງພວກເຂົາເວລາຢູ່ໃນຜືນນ້ຳນັ້ນ ແລະ ພຣະເມດຕາຂອງພຣະເຈົ້າທີ່ໄວ້ຊີວິດຂອງພວກເຂົາ, ເພື່ອພວກເຂົາຈະບໍ່ຖືກກືນລົງໄປໃນທະເລ.
3 ແລະ ເພິ່ນໄດ້ເວົ້າກັບພວກເຂົາອີກເຖິງແຜ່ນດິນແຫ່ງຄຳສັນຍາ ຊຶ່ງພວກເຂົາໄດ້ຮັບ—ວ່າພຣະເຈົ້າມີຄວາມເມດຕາພຽງໃດທີ່ໄດ້ເຕືອນພວກເຮົາໃຫ້ພວກເຮົາໜີອອກຈາກແຜ່ນດິນເຢຣູຊາເລັມ.
4 ເພາະຈົ່ງເບິ່ງ ເພິ່ນໄດ້ເວົ້າວ່າ ພໍ່ໄດ້ເຫັນ ພາບນິມິດພາບໜຶ່ງ, ໃນພາບນັ້ນພໍ່ຮູ້ວ່າ ເຢຣູຊາເລັມໄດ້ຖືກທຳລາຍແລ້ວ ແລະ ຖ້າພວກເຮົາຍັງຢູ່ໃນເມືອງເຢຣູຊາເລັມພວກເຮົາກໍຈະ ຕາຍຄືກັນ.
5 ແຕ່ເພິ່ນໄດ້ເວົ້າວ່າ ທັງທີ່ມີຄວາມທຸກ, ພວກເຮົາຍັງໄດ້ຮັບ ແຜ່ນດິນແຫ່ງຄຳສັນຍາ ຊຶ່ງເປັນແຜ່ນດິນແຫ່ງໜຶ່ງທີ່ ປະເສີດເລີດລ້ຳກວ່າແຜ່ນດິນອື່ນໃດທັງສິ້ນ; ເປັນແຜ່ນດິນທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດພັນທະສັນຍາກັບພໍ່ວ່າ ຈະເປັນແຜ່ນດິນມູນມໍລະດົກຂອງລູກຫລານຂອງພໍ່. ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າໃຫ້ແຜ່ນດິນນີ້ເປັນ ພັນທະສັນຍາກັບພໍ່ ແລະ ກັບລູກຫລານຂອງພໍ່ຕະຫລອດການ, ແລະ ກັບຄົນທັງໝົດທີ່ພຣະຫັດຂອງພຣະຜູ້ເປັນເຈົ້າຈະນຳອອກຈາກປະເທດອື່ນໆອີກ.
6 ດັ່ງນັ້ນພໍ່, ລີໄຮ, ຈຶ່ງທຳນາຍຕາມການກະທຳຂອງພຣະວິນຍານ ຊຶ່ງຢູ່ໃນພໍ່ວ່າ ຈະ ບໍ່ມີຜູ້ໃດເຂົ້າມາຢູ່ໃນແຜ່ນດິນນີ້ໄດ້ ນອກຈາກຈະເປັນພຣະຫັດຂອງພຣະຜູ້ເປັນເຈົ້າຊົງນຳເຂົາມາເທົ່ານັ້ນ.
7 ດັ່ງນັ້ນ ແຜ່ນດິນນີ້ຈຶ່ງຖືກຕັ້ງໄວ້ເພື່ອຄົນທີ່ພຣະອົງຈະນຳມາ. ແລະ ຖ້າຫາກເປັນໄປວ່າພວກເຂົາຈະຮັບໃຊ້ພຣະອົງຕາມພຣະບັນຍັດທີ່ປະທານໄວ້, ມັນຈະເປັນແຜ່ນດິນແຫ່ງ ເສລີພາບສຳລັບພວກເຂົາ; ດັ່ງນັ້ນ, ພວກເຂົາຈະບໍ່ຖືກນຳລົງໄປເປັນຊະເລີຍ; ຖ້າຫາກເປັນເຊັ່ນນັ້ນ, ກໍເປັນເພາະຄວາມຊົ່ວຮ້າຍ ເພາະຖ້າຫາກຄວາມຊົ່ວຮ້າຍມີຢູ່ທົ່ວໄປ ແຜ່ນດິນນີ້ຈະຖືກ ສາບແຊ່ງໃຫ້ແກ່ພວກເຂົາ, ແຕ່ສຳລັບຄົນຊອບທຳ ມັນຈະເປັນພອນຕະຫລອດການ.
8 ແລະ ຈົ່ງເບິ່ງ, ມັນເປັນຄວາມສະຫລຽວສະຫລາດທີ່ແຜ່ນດິນນີ້ໄດ້ຖືກຮັກສາໄວ້ ທີ່ບໍ່ໃຫ້ປະຊາຊາດອື່ນຮູ້ ເພາະຈົ່ງເບິ່ງຫລາຍປະຊາຊາດຈະເຂົ້າມາຢຽບຍ່ຳແຜ່ນດິນນີ້ ຈົນວ່າມັນບໍ່ມີບ່ອນເປັນມູນມໍລະດົກເລີຍ.
9 ດັ່ງນັ້ນພໍ່, ລີໄຮ, ໄດ້ຮັບຄຳສັນຍາວ່າ ຕາບໃດຜູ້ທີ່ອົງພຣະຜູ້ເປັນເຈົ້າຊົງນຳອອກຈາກແຜ່ນດິນເຢຣູຊາເລັມ ຈະຮັກສາພຣະບັນຍັດຂອງພຣະອົງ, ພວກເຂົາຈະ ຮຸ່ງເຮືອງຢູ່ໃນແຜ່ນດິນນີ້; ແລະ ພວກເຂົາຈະໄດ້ຮັບການປົກປັກຮັກສາໃຫ້ພົ້ນຈາກປະຊາຊາດອື່ນໆທັງສິ້ນ, ເພື່ອພວກເຂົາຈະໄດ້ແຜ່ນດິນນີ້ເປັນຂອງຕົນ ແລະ ຖ້າຫາກເປັນໄປວ່າ ພວກເຂົາຈະ ຮັກສາພຣະບັນຍັດຂອງພຣະອົງ, ພວກເຂົາຈະໄດ້ຮັບພອນຢູ່ໃນແຜ່ນດິນນີ້, ແລະ ຈະບໍ່ມີຜູ້ໃດບຽດບຽນພວກເຂົາ ຫລື ຈະເອົາແຜ່ນດິນ ຊຶ່ງເປັນມູນມໍລະດົກຂອງພວກເຂົາໄປ ແລະ ພວກເຂົາຈະຢູ່ຢ່າງປອດໄພຕະຫລອດໄປ.
10 ແຕ່ຈົ່ງເບິ່ງ, ເມື່ອເວລານັ້ນມາເຖິງ ທີ່ພວກເຂົາຈະເສື່ອມໂຊມຢູ່ໃນຄວາມບໍ່ເຊື່ອຖື, ຫລັງຈາກພວກເຂົາໄດ້ຮັບພອນອັນຍິ່ງໃຫຍ່ຈາກພຣະຫັດຂອງພຣະຜູ້ເປັນເຈົ້າ—ໂດຍມີຄວາມຮູ້ເຖິງການສ້າງໂລກ ແລະ ມະນຸດທັງປວງຮູ້ເຖິງວຽກງານອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນຂອງພຣະຜູ້ເປັນເຈົ້າຕັ້ງແຕ່ການສ້າງໂລກ, ມີອຳນາດທີ່ປະທານໃຫ້ພວກເຂົາເພື່ອເຮັດທຸກສິ່ງທຸກຢ່າງດ້ວຍສັດທາ; ມີພຣະບັນຍັດທຸກປະການຕັ້ງແຕ່ຕົ້ນ, ແລະ ໄດ້ຮັບການນຳມາໂດຍພຣະກະລຸນາທິຄຸນອັນຫາທີ່ປຽບບໍ່ໄດ້ ເຂົ້າມາສູ່ແຜ່ນດິນແຫ່ງຄຳສັນຍາອັນມີຄຸນຄ່ານີ້—ຈົ່ງເບິ່ງ, ພໍ່ຂໍເວົ້າວ່າ ຖ້າຫາກວັນນັ້ນມາເຖິງທີ່ພວກເຂົາຈະປະຕິເສດພຣະຜູ້ບໍລິສຸດຂອງອິດສະຣາເອນ, ພຣະເມຊີອາອົງແທ້ຈິງ, ຊຶ່ງເປັນພຣະຜູ້ໄຖ່ຂອງພວກເຂົາ ແລະ ພຣະເຈົ້າຂອງພວກເຂົາ, ຈົ່ງເບິ່ງ, ການພິພາກສາອັນທ່ຽງທຳຂອງພຣະອົງຈະຢູ່ເທິງພວກເຂົາ.
11 ແທ້ຈິງແລ້ວ, ພຣະອົງຈະຊົງນຳ ປະຊາຊາດອື່ນໆມາຫາພວກເຂົາ, ແລະ ພຣະອົງຈະປະທານອຳນາດໃຫ້ແກ່ພວກນັ້ນ, ແລະ ພຣະອົງຈະເອົາແຜ່ນດິນທີ່ເປັນຂອງພວກເຂົາໄປຈາກພວກເຂົາ, ແລະ ພຣະອົງຈະເຮັດໃຫ້ພວກເຂົາ ກະຈັດກະຈາຍໄປ ແລະ ຖືກລົງທັນ.
12 ແທ້ຈິງແລ້ວ, ເມື່ອລຸ້ນໜຶ່ງຜ່ານໄປເຖິງອີກລຸ້ນໜຶ່ງ, ມັນຈະເກີດມີ ການນອງເລືອດ ແລະ ຈະມີການມາຢ້ຽມຢາມຄັ້ງຍິ່ງໃຫຍ່ໃນບັນດາພວກເຂົາ; ດັ່ງນັ້ນ, ລູກຂອງພໍ່, ພໍ່ຢາກໃຫ້ລູກຈື່ຈຳໄວ້; ແທ້ຈິງແລ້ວ, ພໍ່ຢາກໃຫ້ລູກເຊື່ອຟັງຄຳເວົ້າຂອງພໍ່.
13 ໂອ້, ໃຫ້ລູກຕື່ນ; ຕື່ນຈາກການນອນຫລັບຢ່າງແຈບຈົມນັ້ນເຖີດ, ແທ້ຈິງແລ້ວ, ເຖິງແມ່ນຈາກການນອນຫລັບຂອງ ນະລົກ ແລະ ສັ່ນ ສາຍໂສ້ອັນເປັນຕາຢ້ານຊຶ່ງຜູກມັດລູກໃຫ້ຫລຸດອອກ ຊຶ່ງເປັນສາຍໂສ້ທີ່ຜູກມັດລູກຫລານມະນຸດ, ຊຶ່ງນຳພວກເຂົາລົງໄປເປັນຊະເລີຍໃນ ເຫວເລິກແຫ່ງຄວາມທຸກທໍລະມານ ແລະ ວິບັດຊົ່ວນິລັນດອນ.
14 ຈົ່ງຕື່ນເຖີດ ແລະ ຈົ່ງລຸກຂຶ້ນຈາກພື້ນດິນ, ແລະ ຟັງຄຳເວົ້າຂອງ ພໍ່ທີ່ກຳລັງສັ່ນຢູ່ ຊຶ່ງໃນບໍ່ຊ້າລູກຈະຕ້ອງເອົາແຂນຂາໄປວາງໄວ້ໃນ ຫລຸມສົບອັນເຢັນ ແລະ ງຽບສະຫງັດ ຊຶ່ງຈາກບ່ອນນັ້ນບໍ່ມີຜູ້ເດີນທາງຄົນໃດກັບມາໄດ້; ແລະ ອີກບໍ່ພໍເທົ່າໃດມື້ພໍ່ກໍຈະໄປຕາມ ທາງຂອງມວນໂລກທັງປວງແລ້ວ.
15 ແຕ່ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ ໄຖ່ຈິດວິນຍານຂອງພໍ່ຈາກນະລົກ; ພໍ່ໄດ້ເຫັນລັດສະໝີພາບຂອງພຣະອົງ ແລະ ພໍ່ໄດ້ຖືກລ້ອມໄວ້ໃນອ້ອມ ພຣະພາຫາແຫ່ງ ຄວາມຮັກຂອງພຣະອົງຊົ່ວນິລັນດອນ.
16 ແລະ ພໍ່ປາດຖະໜາຢາກໃຫ້ລູກຈື່ຈຳທີ່ຈະປະຕິບັດຕາມ ຂໍ້ກຳນົດ ແລະ ການພິພາກສາຂອງພຣະຜູ້ເປັນເຈົ້າ; ຈົ່ງເບິ່ງ, ນີ້ແມ່ນຄວາມຫ່ວງໃຍຂອງຈິດວິນຍານຂອງພໍ່ມາຕັ້ງແຕ່ຕົ້ນ.
17 ໃຈຂອງພໍ່ຖືກຖ່ວງລົງເພາະຄວາມເສົ້າສະຫລົດໃຈເປັນບາງຄັ້ງ, ເພາະພໍ່ຢ້ານກົວຄວາມແຂງກະດ້າງເພາະໃຈຂອງລູກ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງລູກຈະສະເດັດມາດ້ວຍຄວາມສົມບູນແຫ່ງ ພຣະພິໂລດໃຫ້ລູກ ຈົນວ່າລູກຖືກ ຕັດອອກ ແລະ ຖືກທຳລາຍຕະຫລອດການ;
18 ຫລືວ່າ, ຄຳສາບແຊ່ງຈະມາເຖິງລູກເປັນເວລາ ຫລາຍລຸ້ນຄົນ; ແລະ ລູກຈະຖືກຢ້ຽມຢາມດ້ວຍດາບ ແລະ ດ້ວຍຄວາມອຶດຢາກ, ແລະ ຖືກກຽດຊັງ, ແລະ ນຳໄປຕາມຄວາມປະສົງ ແລະ ເປັນຊະເລີຍຂອງ ມານ.
19 ໂອ້ ລູກຂອງພໍ່, ເພື່ອວ່າສິ່ງເຫລົ່ານີ້ຈະບໍ່ໄດ້ມາເຖິງລູກ, ແຕ່ເພື່ອໃຫ້ລູກໄດ້ເປັນຜູ້ຖືກຄັດເລືອກ ແລະ ເປັນທີ່ຊົງ ໂປດປານຂອງພຣະຜູ້ເປັນເຈົ້າ. ແຕ່ຈົ່ງເບິ່ງ, ພຣະປະສົງຂອງພຣະອົງຈະສຳເລັດ; ເພາະ ທາງຂອງພຣະອົງເປັນທາງທີ່ຊອບທຳຕະຫລອດໄປ.
20 ແລະ ພຣະອົງໄດ້ກ່າວວ່າ: ຕາບໃດທີ່ເຈົ້າຈະຮັກສາ ບັນຍັດຂອງເຮົາ ເຈົ້າຈະ ຮຸ່ງເຮືອງຢູ່ໃນແຜ່ນດິນນັ້ນ; ແຕ່ຕາບໃດທີ່ເຈົ້າຈະບໍ່ຮັກສາບັນຍັດຂອງເຮົາ ເຈົ້າຈະຖືກຕັດອອກຈາກທີ່ປະທັບຂອງເຮົາ.
21 ແລະ ບັດນີ້, ເພື່ອຈິດວິນຍານຂອງພໍ່ຈະມີຄວາມປິຕິຍິນດີໃນລູກ, ແລະ ເພື່ອໃຈຂອງພໍ່ຈະຈາກໂລກນີ້ໄປດ້ວຍຄວາມຍິນດີ, ເພື່ອພໍ່ຈະບໍ່ຖືກນຳລົງສູ່ຫລຸມສົບດ້ວຍຄວາມໂສກເສົ້າ ແລະ ຄວາມເສົ້າສະຫລົດໃຈ, ສະນັ້ນຈົ່ງລຸກຂຶ້ນຈາກພື້ນດິນ, ລູກຂອງພໍ່, ແລະ ເປັນ ບຸລຸດ, ແລະ ຈົ່ງຕັ້ງໃຈ ເດັດດ່ຽວ ແລະ ໃຈດຽວ, ສາມັກຄີກັນໃນທຸກສິ່ງທຸກຢ່າງເພື່ອລູກຈະບໍ່ໄດ້ລົງໄປສູ່ຄວາມເປັນຊະເລີຍ;
22 ເພື່ອລູກຈະບໍ່ຖືກສາບແຊ່ງດ້ວຍຄຳສາບແຊ່ງຢ່າງສາຫັດ; ແລະ ເພື່ອລູກຈະບໍ່ກໍ່ຄວາມບໍ່ພໍພຣະໄທຂອງພຣະເຈົ້າຜູ້ ທ່ຽງທຳໃຫ້ເກີດກັບລູກຈົນໄປສູ່ຄວາມພິນາດອີກ; ແທ້ຈິງແລ້ວ, ຄວາມພິນາດນິລັນດອນຂອງທັງ ຈິດວິນຍານ ແລະ ຮ່າງກາຍ.
23 ຕື່ນເຖີດ, ລູກຂອງພໍ່; ຈົ່ງຖື ຍຸດທະພັນແຫ່ງຄວາມຊອບທຳ. ສັ່ນສາຍໂສ້ທີ່ຜູກມັດລູກໃຫ້ຫລຸດອອກ, ແລະ ອອກມາຈາກການປິດບັງ, ແລະ ຈົ່ງລຸກຂຶ້ນຈາກພື້ນດິນ.
24 ຈົ່ງຢ່າກະບົດຕໍ່ນ້ອງຊາຍຂອງລູກອີກຕໍ່ໄປ, ຊຶ່ງຄວາມຄິດເຫັນຂອງລາວປະເສີດ, ແລະ ເປັນຜູ້ຮັກສາພຣະບັນຍັດມາຕັ້ງແຕ່ເວລາທີ່ພວກເຮົາໄດ້ອອກຈາກເມືອງເຢຣູຊາເລັມ; ແລະ ເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າໃນການນຳພວກເຮົາມາຫາແຜ່ນດິນແຫ່ງຄຳສັນຍາ, ເພາະຖ້າບໍ່ແມ່ນຍ້ອນລາວແລ້ວ, ພວກເຮົາກໍຕ້ອງຕາຍເພາະ ຄວາມຫິວຢູ່ໃນຖິ່ນແຫ້ງແລ້ງກັນດານ; ເຖິງປານນັ້ນ, ລູກຍັງພະຍາຍາມຈະ ເອົາຊີວິດຂອງລາວ; ແທ້ຈິງແລ້ວ, ລາວໄດ້ທົນຮັບເອົາຄວາມເສົ້າສະຫລົດໃຈຫລາຍເພາະລູກ.
25 ແລະ ພໍ່ຢ້ານກົວ ແລະ ຕົວສັ່ນຫລາຍເພາະລູກ, ຍ້ອນຢ້ານວ່າລູກຈະລຳບາກອີກ; ເພາະຈົ່ງເບິ່ງ, ລູກຫາວ່າລາວພະຍາຍາມຊອກຫາອຳນາດ ແລະ ສິດອຳນາດເໜືອກວ່າລູກ; ແຕ່ພໍ່ຮູ້ວ່າລາວບໍ່ໄດ້ພະຍາຍາມຊອກຫາອຳນາດ ແລະ ສິດອຳນາດເໜືອກວ່າລູກເລີຍ, ແຕ່ລາວພະຍາຍາມຊອກຫາລັດສະໝີພາບຂອງພຣະເຈົ້າ ແລະ ຄວາມຜາສຸກນິລັນດອນຂອງລູກເອງ.
26 ແລະ ລູກໄດ້ຈົ່ມເພາະລາວກົງໄປກົງມາກັບລູກ. ລູກເວົ້າວ່າລາວໄດ້ໃຊ້ ຄວາມຮຸນແຮງ; ລູກເວົ້າວ່າລາວໄດ້ຮ້າຍໃຫ້ລູກ; ແຕ່ຈົ່ງເບິ່ງ, ຄວາມຮຸນແຮງຂອງລາວເປັນຄວາມຮຸນແຮງຂອງອຳນາດແຫ່ງພຣະຄຳຂອງພຣະເຈົ້າຊຶ່ງຢູ່ກັບລາວ; ແລະ ສິ່ງທີ່ລູກເອີ້ນວ່າໃຈຮ້າຍນັ້ນຄືຄວາມຈິງຕາມທີ່ຢູ່ໃນພຣະເຈົ້າ ຊຶ່ງລາວບັງຄັບບໍ່ໄດ້, ຊຶ່ງລາວໄດ້ສະແດງໃຫ້ປະຈັກຢ່າງອາດຫານເຖິງຄວາມຊົ່ວຮ້າຍຂອງລູກ.
27 ແລະ ມັນຈຶ່ງຈຳເປັນທີ່ ອຳນາດຂອງພຣະເຈົ້າຕ້ອງຢູ່ກັບລາວ, ເຖິງແມ່ນກັບຄຳສັ່ງຂອງລາວທີ່ລູກຈະຕ້ອງເຊື່ອຟັງ. ແຕ່ຈົ່ງເບິ່ງ, ບໍ່ແມ່ນລາວ, ແຕ່ແມ່ນ ພຣະວິນຍານຂອງພຣະຜູ້ເປັນເຈົ້າ ຊຶ່ງຢູ່ກັບລາວທີ່ ເປີດປາກຂອງລາວໃຫ້ເວົ້າ ຊຶ່ງລາວປິດບໍ່ໄດ້.
28 ແລະ ບັດນີ້ລູກຂອງພໍ່, ເລມັນ, ແລະ ເລມູເອນ ແລະ ແຊມກໍຄືກັນ, ແລະ ລູກຂອງພໍ່ຜູ້ເປັນລູກຂອງອິດຊະມາເອນກໍເໝືອນກັນ, ຈົ່ງເບິ່ງ, ຖ້າຫາກລູກຈະເຊື່ອຟັງສຽງຂອງນີໄຟ ລູກຈະບໍ່ຕາຍ. ແລະ ຖ້າຫາກລູກເຊື່ອຟັງຄວາມລາວ ພໍ່ຈະໃຫ້ ພອນແກ່ລູກ, ແທ້ຈິງແລ້ວ, ແມ່ນພອນປະການທຳອິດຂອງພໍ່.
29 ແຕ່ຖ້າຫາກລູກບໍ່ເຊື່ອຟັງຄວາມຂອງລາວ ພໍ່ຈະເອົາພອນປະການ ທຳອິດຂອງພໍ່ໄປ, ແທ້ຈິງແລ້ວ, ແມ່ນພອນປະການທຳອິດຂອງພໍ່, ແລະ ມັນຈະຢູ່ກັບລາວ.
30 ແລະ ບັດນີ້, ໂຊຣຳ, ຂ້າພະເຈົ້າຢາກເວົ້າກັບເຈົ້າວ່າ: ຈົ່ງເບິ່ງ, ເຈົ້າເປັນ ຄົນໃຊ້ຂອງລາບານ; ເຖິງຢ່າງໃດກໍຕາມ, ເຈົ້າຍັງຖືກພາອອກມາຈາກແຜ່ນດິນເຢຣູຊາເລັມ, ແລະ ຂ້າພະເຈົ້າຮູ້ວ່າເຈົ້າເປັນເພື່ອນທີ່ແທ້ຈິງຂອງນີໄຟ, ລູກຂອງຂ້າພະເຈົ້າຕະຫລອດໄປ.
31 ດັ່ງນັ້ນ, ເພາະວ່າເຈົ້າເປັນຄົນຊື່ສັດຕະຫລອດມາ ລູກຫລານຂອງເຈົ້າຈະໄດ້ຮັບພອນ ພ້ອມກັບລູກຫລານຂອງລາວ ພວກເຂົາຈະຢູ່ດ້ວຍຄວາມຮຸ່ງເຮືອງຍາວນານໃນແຜ່ນດິນນີ້ ແລະ ບໍ່ມີສິ່ງໃດນອກຈາກຈະເປັນຄວາມຊົ່ວຮ້າຍໃນບັນດາພວກເຂົາທີ່ຈະເປັນອັນຕະລາຍ ຫລື ລົບກວນຄວາມຮຸ່ງເຮືອງຂອງພວກເຂົາໃນແຜ່ນດິນນີ້ຕະຫລອດໄປ.
32 ດັ່ງນັ້ນ, ຖ້າຫາກເຈົ້າຈະຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າຈະຕັ້ງແຜ່ນດິນນີ້ໄວ້ ເພື່ອຄວາມໝັ້ນຄົງຂອງລູກຫລານຂອງເຈົ້າກັບລູກຫລານຂອງລູກຂ້າພະເຈົ້າ.