ບົດທີ 23
ຄວາມພິນາດຂອງບາບີໂລນເປັນລັກສະນະຂອງຄວາມພິນາດໃນການສະເດັດມາຄັ້ງທີສອງ—ມັນຈະເປັນວັນແຫ່ງພຣະພິໂລດ ແລະ ການແກ້ແຄ້ນ—ບາບີໂລນ (ໂລກມະນຸດ) ຈະຕົກຕະຫລອດໄປ—ປຽບທຽບກັບເອຊາຢາ 13. ປະມານ 559–545 ປີ ກ່ອນ ຄ.ສ.
1 ພາລະຂອງ ບາບີໂລນ ຊຶ່ງເອຊາຢາ ລູກຊາຍຂອງອາໂມດໄດ້ເຫັນ.
2 ເຈົ້າຈົ່ງຍົກ ທຸງຂຶ້ນເທິງພູເຂົາອັນສູງເຖີດ, ຈົ່ງເປັ່ງສຽງໃຫ້ເຖິງພວກເຂົາ, ຈົ່ງສັ່ນມື, ເພື່ອພວກເຂົາຈະເຂົ້າໄປໃນປະຕູຂອງຜູ້ທີ່ມີກຽດ.
3 ເຮົາບັນຊາ ຜູ້ທີ່ໄດ້ຮັບການຊຳລະໃຫ້ບໍລິສຸດຂອງເຮົາແລ້ວ, ເຮົາໄດ້ເອີ້ນຜູ້ທີ່ຍິ່ງໃຫຍ່ຂອງເຮົາ, ເພາະຄວາມໂມໂຫຂອງເຮົາບໍ່ໄດ້ຢູ່ກັບພວກເຂົາຜູ້ທີ່ປິຕິຍິນດີໃນຄວາມສູງສົ່ງຂອງເຮົາ.
4 ສຽງອຶກກະທຶກຂອງຝູງຊົນໃນພູເຂົາເໝືອນດັ່ງສຽງຂອງຜູ້ຄົນທີ່ຍິ່ງໃຫຍ່, ເປັນສຽງກຶກກ້ອງຂອງ ອານາຈັກຂອງປະຊາຊາດທີ່ມາ ຮວມຕົວ, ຈອມໂຍທາໄດ້ລະດົມກອງທັບເພື່ອສົງຄາມ.
5 ພວກເຂົາທັງຫລາຍມາຈາກປະເທດທີ່ຢູ່ຫ່າງໄກຈາກບ່ອນສຸດແຫ່ງສະຫວັນ, ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າ, ແລະ ອາວຸດແຫ່ງຄວາມເຄືອງແຄ້ນຂອງພຣະອົງຈະທຳລາຍແຜ່ນດິນທັງໝົດ.
6 ເຈົ້າຈົ່ງຄວນຄາງເພາະວັນຂອງພຣະຜູ້ເປັນເຈົ້າໃກ້ເຂົ້າມາເຖິງແລ້ວ; ມັນຈະມາຄືກັນກັບຄວາມພິນາດຈາກອົງຊົງລິດອຳນາດຍິ່ງໃຫຍ່.
7 ສະນັ້ນ ທຸກໆມືຈະອ່ອນເພຍລົງ ແລະ ໃຈຂອງຄົນກໍອ່ອນລົງ;
8 ແລະ ພວກເຂົາຈະຢ້ານກົວ; ຄວາມປວດ ແລະ ຄວາມເສົ້າສະຫລົດໃຈຈະຄອບງຳພວກເຂົາ; ພວກເຂົາຈະເບິ່ງໜ້າກັນຢ່າງຕົກຕະລຶງ; ໜ້າຂອງພວກເຂົາຈະເປັນຄືແປວໄຟ.
9 ຈົ່ງເບິ່ງ, ວັນຂອງພຣະຜູ້ເປັນເຈົ້າຈະມາເຖິງ, ຄວາມໂຫດຮ້າຍພ້ອມທັງພຣະພິໂລດ ແລະ ຄວາມແຄ້ນເຄືອງ ຢ່າງຮຸນແຮງທີ່ຈະປ່ອຍໃຫ້ແຜ່ນດິນໂລກຮ້າງເປົ່າ; ແລະ ພຣະອົງຈະ ທຳລາຍຄົນບາບທີ່ຢູ່ໃນນັ້ນໃຫ້ໝົດສິ້ນ.
10 ເພາະດາວແຫ່ງສະຫວັນ ແລະ ໝູ່ດາວທີ່ຢູ່ໃນນັ້ນຈະບໍ່ໃຫ້ແສງສະຫວ່າງ; ດວງຕາເວັນຈະມືດດັບ ແລະ ບໍ່ສ່ອງແສງຂອງມັນອອກໄປ, ແລະ ເດືອນຈະບໍ່ໃຫ້ແສງສະຫວ່າງຂອງມັນສ່ອງລົງມາ.
11 ແລະ ເຮົາຈະ ລົງໂທດໂລກເພາະຄວາມຊົ່ວ, ແລະ ຄົນຊົ່ວເພາະຄວາມຊົ່ວຮ້າຍຂອງພວກເຂົາ; ເຮົາຈະເຮັດໃຫ້ ຄວາມອວດດີຂອງຄົນຈອງຫອງຢຸດລົງ ແລະ ຢັບຢັ້ງຄວາມຖືຕົວຂອງຄົນຊົ່ວ.
12 ເຮົາຈະເຮັດໃຫ້ຊອກຫາ ຄົນຜູ້ໜຶ່ງຍາກກວ່າຫາຄຳແນວດີ; ແລະ ຫາມະນຸດຍາກກວ່າຫາຄຳຂອງໂອເຟຍ.
13 ສະນັ້ນ, ເຮົາຈະເຮັດໃຫ້ຟ້າສະຫວັນສັ່ນສະເທືອນ, ແລະ ແຜ່ນດິນໂລກຈະ ເຄື່ອນຍ້າຍຈາກບ່ອນຂອງມັນ ໃນພຣະພິໂລດຂອງຈອມໂຍທາ ແລະ ໃນວັນແຫ່ງຄວາມຄຽດແຄ້ນຂອງພຣະອົງ.
14 ແລະ ມັນຈະເປັນຄືກວາງທີ່ຖືກຕາມລ່າ, ແລະ ຄືກັນກັບແກະທີ່ບໍ່ມີຜູ້ລ້ຽງ; ແລະ ພວກເຂົາທຸກຄົນຈະຫັນໄປຫາຜູ້ຄົນຂອງຕົນເອງ, ແລະ ທຸກຄົນຈະໜີໄປໃນແຜ່ນດິນຂອງຕົນເອງ.
15 ທຸກຄົນທີ່ອວດດີຈະຖືກແທງໃຫ້ຊອດ; ແທ້ຈິງແລ້ວ, ແລະ ທຸກຄົນທີ່ເຂົ້າຮ່ວມກັບຄົນຊົ່ວຈະລົ້ມຕາຍ ດ້ວຍຄົມດາບ.
16 ລູກຂອງພວກເຂົາຈະຖືກຫັ່ນເປັນຕ່ອນໄປຕໍ່ໜ້າຂອງພວກເຂົາ; ເຮືອນຊານຂອງພວກເຂົາຈະຖືກປຸ້ນ ແລະ ເມຍຂອງພວກເຂົາຈະຖືກຂົ່ມຂືນ.
17 ຈົ່ງເບິ່ງ, ເຮົາຈະຍຸຍົງໃຫ້ຊາວເມເດຍມາສູ້ກັບພວກເຂົາ ຊຶ່ງຈະບໍ່ເຫັນແກ່ເງິນ ແລະ ຄຳ, ທັງບໍ່ຫ່ວງໃຍໃນມັນ.
18 ຄັນທະນູຂອງພວກເຂົາຈະສັງຫານຊາຍໜຸ່ມ; ແລະ ພວກເຂົາຈະບໍ່ມີຄວາມສົງສານຕໍ່ລູກຈາກອຸທອນກ້ອນເລືອດ; ຕາຂອງພວກເຂົາຈະບໍ່ໄວ້ຊີວິດຂອງເດັກນ້ອຍເລີຍ.
19 ແລະ ບາບີໂລນຊຶ່ງຮຸ່ງເຮືອງໃນອານາຈັກ, ເມືອງທີ່ ສະຫງ່າງາມ ແລະ ເປັນທີ່ພູມໃຈຂອງຊາວເຄນເດຍຈະເປັນດັ່ງ ເມືອງໂຊໂດມກັບເມືອງໂກໂມຣາທີ່ພຣະຜູ້ເປັນເຈົ້າໄດ້ໂຄ່ນລົ້ມມາແລ້ວ.
20 ແລະ ມັນຈະບໍ່ເປັນ ບ່ອນຢູ່ອາໄສ, ທັງຈະບໍ່ເປັນບ່ອນຢູ່ຈາກລຸ້ນສູ່ລຸ້ນ: ທັງຊາວອາຣາເບຍຈະບໍ່ຕັ້ງທັບອາໄສໃນບ່ອນນັ້ນ; ທັງບໍ່ມີຜູ້ລ້ຽງຄົນໃດທີ່ຈະໃຫ້ແກະຂອງຕົນນອນລົງຢູ່ທີ່ນັ້ນ.
21 ແຕ່ສັດ ປ່າຂອງທະເລຊາຍຈະນອນຢູ່ທີ່ນັ້ນ; ແລະ ເຮືອນຊານຂອງພວກເຂົາຈະເຕັມໄປດ້ວຍສັດທີ່ຫອນ; ແລະ ນົກເຄົ້າຈະອາໄສຢູ່ບ່ອນນັ້ນ, ແລະ ຜີສາດຈະກະໂດດເຕັ້ນຢູ່ບ່ອນນັ້ນ.
22 ແລະ ສັດປ່າຂອງເກາະຈະຫອນຢູ່ໃນ ເຮືອນຊານເປົ່າປ່ຽວຂອງເມືອງນັ້ນ, ແລະ ມັງກອນຈະຢູ່ໃນວັງອັນໜ້າແສນສຸກຂອງພວກເຂົາ; ແລະ ວັນເວລາຂອງມັນກໍໃກ້ເຂົ້າມາແລ້ວ; ແລະ ວັນເວລາຂອງມັນຈະບໍ່ໃຫ້ຍືດຍາວໄປ. ເພາະເຮົາຈະທຳລາຍມັນຢ່າງວ່ອງໄວ; ແທ້ຈິງແລ້ວ, ເຮົາຈະເມດຕາຜູ້ຄົນຂອງເຮົາ, ແຕ່ວ່າຄົນຊົ່ວຈະຕ້ອງຕາຍ.