ບົດທີ 17
ພຣະເຢຊູແນະນຳໃຫ້ຝູງຊົນໄຕ່ຕອງກ່ຽວກັບຄຳເວົ້າຂອງພຣະອົງ ແລະ ອະທິຖານເພື່ອຄວາມເຂົ້າໃຈ—ພຣະອົງປິ່ນປົວຄົນເຈັບປ່ວຍ—ພຣະອົງອະທິຖານເພື່ອຝູງຊົນໂດຍໃຊ້ພາສາທີ່ບໍ່ສາມາດຈະຂຽນໄວ້ໄດ້—ເຫລົ່າທູດປະຕິບັດສາດສະໜາກິດແກ່ເດັກນ້ອຍ ແລະ ໄຟໄດ້ອ້ອມຮອບລູກໆຂອງພວກເຂົາໄວ້. ປະມານ ຄ.ສ. 34.
1 ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງໄດ້ທອດພຣະເນດເບິ່ງຝູງຊົນໂດຍຮອບອີກ, ແລະ ພຣະອົງກ່າວກັບພວກເຂົາວ່າ: ຈົ່ງເບິ່ງ, ເວລາຂອງເຮົາໃກ້ເຂົ້າມາເຖິງແລ້ວ.
2 ເຮົາເຫັນວ່າ ເຈົ້າຍັງອ່ອນແອຢູ່ ແລະ ເຈົ້າຍັງບໍ່ ເຂົ້າໃຈຄຳເວົ້າທັງໝົດຂອງເຮົາໄດ້, ຊຶ່ງພຣະບິດາໄດ້ບັນຊາໃຫ້ເຮົາມາບອກເຈົ້າໃນເທື່ອນີ້.
3 ສະນັ້ນ, ເຈົ້າຈົ່ງກັບໄປບ້ານຂອງເຈົ້າ, ແລະ ໄຕ່ຕອງເຖິງເລື່ອງທີ່ເຮົາໄດ້ກ່າວໄປນັ້ນ, ແລະ ທູນຖາມພຣະບິດາໃນນາມຂອງເຮົາ, ເພື່ອຈະໄດ້ເຂົ້າໃຈ ແລະ ຈົ່ງ ຕຽມຈິດໃຈໄວ້ສຳລັບ ມື້ອື່ນ, ແລະ ເຮົາຈະກັບມາຫາເຈົ້າອີກ.
4 ແຕ່ບັດນີ້ເຮົາຈະ ໄປເຝົ້າພຣະບິດາ, ແລະ ເຮົາຈະໄປ ປະກົດຕົວຕໍ່ເຜົ່າອິດສະຣາເອນທີ່ ຫາຍໄປນັ້ນ, ເພາະວ່າພວກເຂົາບໍ່ໄດ້ຫາຍໄປສຳລັບພຣະບິດາ, ເພາະພຣະອົງຮູ້ວ່າພຣະອົງໄດ້ນຳພວກເຂົາໄປໄວ້ບ່ອນໃດ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ກ່າວດັ່ງນີ້ແລ້ວ, ພຣະອົງໄດ້ທອດພຣະເນດເບິ່ງຝູງຊົນໂດຍຮອບອີກ, ແລະ ເຫັນວ່າພວກເຂົາຫລັ່ງນ້ຳຕາ, ແລະ ໄດ້ຫລຽວເບິ່ງພຣະອົງຄືກັບວ່າຈະທູນຂໍໃຫ້ພຣະອົງຢູ່ກັບພວກເຂົາຕື່ມອີກໜ້ອຍໜຶ່ງ.
6 ແລະ ພຣະອົງໄດ້ກ່າວກັບພວກເຂົາວ່າ: ຈົ່ງເບິ່ງ, ອຸທອນຂອງເຮົາເຕັມໄປດ້ວຍ ຄວາມເມດຕາສົງສານເຈົ້າ.
7 ມີຜູ້ໃດເຈັບປ່ວຍຢູ່ໃນບັນດາພວກເຈົ້າບໍ່? ຈົ່ງນຳເອົາພວກເຂົາມານີ້. ມີຜູ້ໃດທີ່ເປັນລ່ອຍ, ຫລື ຕາບອດ, ຫລື ຂາເສຍ, ຫລື ພິການ, ຫລື ເປັນຂີ້ທູດ, ຫລື ຫ່ຽວແຫ້ງ, ຫລື ຫູໜວກ, ຫລື ເປັນທຸກອັນໃດບໍ່? ຈົ່ງນຳເອົາພວກເຂົາມານີ້ ແລະ ເຮົາຈະປິ່ນປົວພວກເຂົາ, ເພາະເຮົາມີຄວາມເມດຕາສົງສານເຈົ້າ; ອຸທອນຂອງເຮົາເຕັມໄປດ້ວຍຄວາມເມດຕາສົງສານ.
8 ເພາະເຮົາເຫັນວ່າເຈົ້າປາດຖະໜາຈະໃຫ້ເຮົາສະແດງແກ່ເຈົ້າ ເຖິງສິ່ງທີ່ເຮົາໄດ້ກະທຳແກ່ພີ່ນ້ອງຂອງເຈົ້າທີ່ເຢຣູຊາເລັມ, ເພາະເຮົາເຫັນວ່າເຈົ້າມີ ສັດທາ ພຽງພໍທີ່ຈະໃຫ້ເຮົາປິ່ນປົວເຈົ້າ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະອົງກ່າວດັ່ງນີ້ແລ້ວ, ຝູງຊົນທັງໝົດໄດ້ອອກໄປພ້ອມກັນ, ພ້ອມດ້ວຍຄົນເຈັບຂອງພວກເຂົາ ແລະ ຄົນເປັນທຸກຂອງພວກເຂົາ, ແລະ ຄົນເປ້ຍລ່ອຍຂອງພວກເຂົາ, ແລະ ຄົນຕາບອດຂອງພວກເຂົາ, ແລະ ຄົນໃບ້ຂອງພວກເຂົາ, ແລະ ພ້ອມດ້ວຍຄົນທັງໝົດທີ່ເປັນທຸກໃດໆ; ແລະ ພຣະອົງໄດ້ ປິ່ນປົວພວກເຂົາທຸກຄົນ ເມື່ອພວກເຂົາຖືກພາມາຫາພຣະອົງ.
10 ແລະ ພວກເຂົາທັງໝົດ ທັງຜູ້ທີ່ໄດ້ຮັບການປິ່ນປົວ ແລະ ຜູ້ມີສຸຂະພາບແຂງແຮງ, ໄດ້ກົ້ມຂາບລົງແທບພຣະບາດ ແລະ ໄດ້ນະມັດສະການພຣະອົງ; ແລະ ຝູງຊົນເປັນຈຳນວນຫລວງຫລາຍໄດ້ອອກມາ ຈູບພຣະບາດຂອງພຣະອົງ, ເຖິງຂະໜາດທີ່ພວກເຂົາໄດ້ລ້າງພຣະບາດຂອງພຣະອົງດ້ວຍນ້ຳຕາຂອງພວກເຂົາ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ສັ່ງໃຫ້ນຳເອົາ ເດັກນ້ອຍໆຂອງພວກເຂົາມາ.
12 ດັ່ງນັ້ນ ພວກເຂົາຈຶ່ງໄດ້ນຳເອົາເດັກນ້ອຍໆຂອງພວກເຂົາມານັ່ງຢູ່ພື້ນດິນອ້ອມຮອບພຣະອົງ, ແລະ ພຣະເຢຊູໄດ້ປະທັບຢືນຢູ່ເຄິ່ງກາງ; ແລະ ຝູງຊົນໄດ້ເປີດທາງໃຫ້ຜູ້ຄົນນຳເອົາເດັກນ້ອຍທັງໝົດເຂົ້າມາຫາພຣະອົງ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາໄດ້ນຳເອົາເດັກນ້ອຍທັງໝົດມາແລ້ວ, ແລະ ພຣະເຢຊູປະທັບຢືນຢູ່ເຄິ່ງກາງ, ພຣະອົງຈຶ່ງໄດ້ສັ່ງໃຫ້ຝູງຊົນ ຄຸເຂົ່າລົງຢູ່ກັບພື້ນດິນ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາໄດ້ຄຸເຂົ່າລົງຢູ່ກັບພື້ນດິນແລ້ວ, ພຣະເຢຊູຮ້ອງຄວນຄາງຢູ່ພາຍໃນພຣະອົງ, ແລະ ກ່າວວ່າ: ຂ້າແດ່ພຣະບິດາ, ຂ້ານ້ອຍ ຫຍຸ້ງຍາກຈິດໃຈຫລາຍ ເພາະຄວາມຊົ່ວຮ້າຍຂອງຜູ້ຄົນທີ່ເປັນເຊື້ອສາຍອິດສະຣາເອນ.
15 ແລະ ເມື່ອພຣະອົງກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງໄດ້ຄຸເຂົ່າລົງຢູ່ກັບພື້ນດິນຄືກັນ; ແລະ ຈົ່ງເບິ່ງ ພຣະອົງໄດ້ອະທິຖານຫາພຣະບິດາ, ແລະ ສິ່ງທີ່ພຣະອົງອະທິຖານນັ້ນບໍ່ອາດຈະຂຽນໄວ້ໄດ້, ແລະ ຝູງຊົນທີ່ໄດ້ຍິນພຣະອົງໄດ້ເປັນພະຍານເຖິງສິ່ງເຫລົ່ານີ້.
16 ແລະ ຕາມວິທີນີ້ທີ່ພວກເຂົາໄດ້ເປັນພະຍານ: ຕາບໍ່ເຄີຍໄດ້ເຫັນ ແລະ ຫູບໍ່ເຄີຍໄດ້ຍິນເລື່ອງອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນເຊັ່ນນີ້ມາກ່ອນ ດັ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນເລື່ອງທີ່ພຣະເຢຊູໄດ້ກ່າວກັບພຣະບິດາ;
17 ແລະ ບໍ່ມີ ລີ້ນໃດຈະເວົ້າໄດ້, ທັງບໍ່ມີຄົນໃດຈະຂຽນໄວ້ໄດ້, ທັງໃຈຂອງມະນຸດຈະເຂົ້າໃຈເລື່ອງຍິ່ງໃຫຍ່ ແລະ ໜ້າອັດສະຈັນເຊັ່ນນີ້ບໍ່ໄດ້ ດັ່ງທີ່ພວກເຮົາທັງໄດ້ເຫັນ ແລະ ໄດ້ຍິນພຣະເຢຊູກ່າວ; ແລະ ບໍ່ມີຜູ້ໃດເຂົ້າໃຈໄດ້ເຖິງຄວາມສຸກ ຊຶ່ງເຕັມຈິດວິນຍານຂອງພວກເຮົາໃນເວລາທີ່ພວກເຮົາໄດ້ຍິນພຣະອົງອະທິຖານຕໍ່ພຣະບິດາເພື່ອພວກເຮົາ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູຈົບການອະທິຖານຫາພຣະບິດາແລ້ວ, ພຣະອົງກໍລຸກຂຶ້ນ; ແຕ່ ຄວາມສຸກຂອງຝູງຊົນນັ້ນຍັງມີຢູ່ຢ່າງຖ້ວມລົ້ນຈົນວ່າພວກເຂົາໝົດກຳລັງໄປ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະເຢຊູໄດ້ກ່າວກັບພວກເຂົາ, ແລະ ບອກໃຫ້ພວກເຂົາລຸກຂຶ້ນ.
20 ແລະ ພວກເຂົາໄດ້ລຸກຂຶ້ນຈາກພື້ນດິນ, ແລະ ພຣະອົງໄດ້ກ່າວກັບພວກເຂົາວ່າ: ເຈົ້າເປັນສຸກແລ້ວ ເພາະສັດທາຂອງເຈົ້າ. ແລະ ບັດນີ້ຈົ່ງເບິ່ງ, ຄວາມສຸກຂອງເຮົາເຕັມປ່ຽມ.
21 ແລະ ເມື່ອພຣະອົງໄດ້ກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງກໍ ກັນແສງ, ແລະ ຝູງຊົນໄດ້ເປັນພະຍານໃນເລື່ອງນີ້, ແລະ ພຣະອົງໄດ້ເອົາເດັກນ້ອຍໆຂອງພວກເຂົາມາເທື່ອລະຄົນ, ແລະ ອວຍພອນພວກເຂົາ, ແລະ ອະທິຖານຫາພຣະບິດາເພື່ອພວກເຂົາ.
22 ແລະ ເມື່ອພຣະອົງໄດ້ເຮັດສິ່ງນີ້ແລ້ວ, ພຣະອົງກໍກັນແສງອີກ;
23 ແລະ ພຣະອົງໄດ້ກ່າວກັບຝູງຊົນ, ແລະ ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງລູກນ້ອຍໆຂອງເຈົ້າ.
24 ແລະ ເວລາພວກເຂົາຫລຽວໄປເບິ່ງ ພວກເຂົາໄດ້ກວາດສາຍຕາຂຶ້ນໄປເທິງຟ້າ, ແລະ ພວກເຂົາເຫັນຟ້າສະຫວັນເປີດ, ແລະ ພວກເຂົາໄດ້ເຫັນເຫລົ່າທູດພາກັນລົງມາຈາກສະຫວັນ ຄືກັບວ່າ ຢູ່ທ່າມກາງໄຟ; ແລະ ພວກເພິ່ນໄດ້ລົງມາ ອ້ອມຮອບເດັກນ້ອຍເຫລົ່ານັ້ນໄວ້, ແລະ ພວກເຂົາໄດ້ຖືກປິດລ້ອມໄວ້ດ້ວຍໄຟ; ແລະ ເຫລົ່າທູດໄດ້ປະຕິບັດສາດສະໜາກິດແກ່ພວກເຂົາ.
25 ແລະ ຝູງຊົນໄດ້ເຫັນ ແລະ ໄດ້ຍິນ ແລະ ໄດ້ເປັນພະຍານ; ແລະ ພວກເຂົາຮູ້ວ່າບັນທຶກຂອງພວກເຂົາເປັນຄວາມຈິງ ເພາະພວກເຂົາທຸກຄົນໄດ້ເຫັນ, ແລະ ໄດ້ຍິນດ້ວຍຕົວເອງ; ແລະ ພວກເຂົາມີຈຳນວນຢູ່ປະມານສອງພັນຫ້າຮ້ອຍຄົນ, ລວມທັງຜູ້ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ.