ພຣະ​ຄຳ​ພີ
3 ນີ​ໄຟ 17


ບົດ​ທີ 17

ພຣະ​ເຢ​ຊູ​ແນະ​ນຳ​ໃຫ້​ຝູງ​ຊົນ​ໄຕ່​ຕອງ​ກ່ຽວ​ກັບ​ຄຳ​ເວົ້າ​ຂອງ​ພຣະ​ອົງ ແລະ ອະ​ທິ​ຖານ​ເພື່ອ​ຄວາມ​ເຂົ້າ​ໃຈ—ພຣະ​ອົງ​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ—ພຣະ​ອົງ​ອະ​ທິ​ຖານ​ເພື່ອ​ຝູງ​ຊົນ​ໂດຍ​ໃຊ້​ພາ​ສາ​ທີ່​ບໍ່​ສາ​ມາດ​ຈະ​ຂຽນ​ໄວ້​ໄດ້—ເຫລົ່າ​ທູດ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເດັກ​ນ້ອຍ ແລະ ໄຟ​ໄດ້​ອ້ອມ​ຮອບ​ລູກໆ​ຂອງ​ພວກ​ເຂົາ​ໄວ້. ປະ​ມານ ຄ.ສ. 34.

1 ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ຝູງ​ຊົນ​ໂດຍ​ຮອບ​ອີກ, ແລະ ພຣະ​ອົງ​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ເວ​ລາ​ຂອງ​ເຮົາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ.

2 ເຮົາ​ເຫັນ​ວ່າ ເຈົ້າ​ຍັງ​ອ່ອນ​ແອ​ຢູ່ ແລະ ເຈົ້າ​ຍັງ​ບໍ່ ເຂົ້າ​ໃຈ​ຄຳ​ເວົ້າ​ທັງ​ໝົດ​ຂອງ​ເຮົາ​ໄດ້, ຊຶ່ງ​ພຣະ​ບິ​ດາ​ໄດ້​ບັນ​ຊາ​ໃຫ້​ເຮົາ​ມາ​ບອກ​ເຈົ້າ​ໃນ​ເທື່ອ​ນີ້.

3 ສະ​ນັ້ນ, ເຈົ້າ​ຈົ່ງ​ກັບ​ໄປ​ບ້ານ​ຂອງ​ເຈົ້າ, ແລະ ໄຕ່​ຕອງ​ເຖິງ​ເລື່ອງ​ທີ່​ເຮົາ​ໄດ້​ກ່າວ​ໄປ​ນັ້ນ, ແລະ ທູນ​ຖາມ​ພຣະ​ບິ​ດາ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ຈະ​ໄດ້​ເຂົ້າ​ໃຈ ແລະ ຈົ່ງ ຕຽມ​ຈິດ​ໃຈ​ໄວ້​ສຳ​ລັບ ມື້​ອື່ນ, ແລະ ເຮົາ​ຈະ​ກັບ​ມາ​ຫາ​ເຈົ້າ​ອີກ.

4 ແຕ່​ບັດ​ນີ້​ເຮົາ​ຈະ ໄປ​ເຝົ້າ​ພຣະ​ບິ​ດາ, ແລະ ເຮົາ​ຈະ​ໄປ ປະ​ກົດ​ຕົວ​ຕໍ່​ເຜົ່າ​ອິດ​ສະ​ຣາ​ເອນ​ທີ່ ຫາຍ​ໄປ​ນັ້ນ, ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ຫາຍ​ໄປ​ສຳ​ລັບ​ພຣະ​ບິ​ດາ, ເພາະ​ພຣະ​ອົງ​ຮູ້​ວ່າ​ພຣະ​ອົງ​ໄດ້​ນຳ​ພວກ​ເຂົາ​ໄປ​ໄວ້​ບ່ອນ​ໃດ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ໄດ້​ກ່າວ​ດັ່ງ​ນີ້​ແລ້ວ, ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ຝູງ​ຊົນ​ໂດຍ​ຮອບ​ອີກ, ແລະ ເຫັນ​ວ່າ​ພວກ​ເຂົາ​ຫລັ່ງ​ນ້ຳ​ຕາ, ແລະ ໄດ້​ຫລຽວ​ເບິ່ງ​ພຣະ​ອົງ​ຄື​ກັບ​ວ່າ​ຈະ​ທູນ​ຂໍ​ໃຫ້​ພຣະ​ອົງ​ຢູ່​ກັບ​ພວກ​ເຂົາ​ຕື່ມ​ອີກ​ໜ້ອຍ​ໜຶ່ງ.

6 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ອຸ​ທອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ ຄວາມ​ເມດ​ຕາ​ສົງ​ສານ​ເຈົ້າ.

7 ມີ​ຜູ້​ໃດ​ເຈັບ​ປ່ວຍ​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້. ມີ​ຜູ້​ໃດ​ທີ່​ເປັນ​ລ່ອຍ, ຫລື ຕາ​ບອດ, ຫລື ຂາ​ເສຍ, ຫລື ພິ​ການ, ຫລື ເປັນ​ຂີ້​ທູດ, ຫລື ຫ່ຽວ​ແຫ້ງ, ຫລື ຫູ​ໜວກ, ຫລື ເປັນ​ທຸກ​ອັນ​ໃດ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້ ແລະ ເຮົາ​ຈະ​ປິ່ນ​ປົວ​ພວກ​ເຂົາ, ເພາະ​ເຮົາ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ເຈົ້າ; ອຸ​ທອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ສົງ​ສານ.

8 ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ປາດ​ຖະ​ໜາ​ຈະ​ໃຫ້​ເຮົາ​ສະ​ແດງ​ແກ່​ເຈົ້າ ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ກະ​ທຳ​ແກ່​ພີ່​ນ້ອງ​ຂອງ​ເຈົ້າ​ທີ່​ເຢ​ຣູ​ຊາ​ເລັມ, ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ມີ ສັດ​ທາ ພຽງ​ພໍ​ທີ່​ຈະ​ໃຫ້​ເຮົາ​ປິ່ນ​ປົວ​ເຈົ້າ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ອົງ​ກ່າວ​ດັ່ງ​ນີ້​ແລ້ວ, ຝູງ​ຊົນ​ທັງ​ໝົດ​ໄດ້​ອອກ​ໄປ​ພ້ອມ​ກັນ, ພ້ອມ​ດ້ວຍ​ຄົນ​ເຈັບ​ຂອງ​ພວກ​ເຂົາ ແລະ ຄົນ​ເປັນ​ທຸກ​ຂອງ​ພວກ​ເຂົາ, ແລະ ຄົນ​ເປ້ຍ​ລ່ອຍ​ຂອງ​ພວກ​ເຂົາ, ແລະ ຄົນ​ຕາ​ບອດ​ຂອງ​ພວກ​ເຂົາ, ແລະ ຄົນ​ໃບ້​ຂອງ​ພວກ​ເຂົາ, ແລະ ພ້ອມ​ດ້ວຍ​ຄົນ​ທັງ​ໝົດ​ທີ່​ເປັນ​ທຸກ​ໃດໆ; ແລະ ພຣະ​ອົງ​ໄດ້ ປິ່ນ​ປົວ​ພວກ​ເຂົາ​ທຸກ​ຄົນ ເມື່ອ​ພວກ​ເຂົາ​ຖືກ​ພາ​ມາ​ຫາ​ພຣະ​ອົງ.

10 ແລະ ພວກ​ເຂົາ​ທັງ​ໝົດ ທັງ​ຜູ້​ທີ່​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ຜູ້​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ໄດ້​ກົ້ມ​ຂາບ​ລົງ​ແທບ​ພຣະ​ບາດ ແລະ ໄດ້​ນະ​ມັດ​ສະ​ການ​ພຣະ​ອົງ; ແລະ ຝູງ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ອອກ​ມາ ຈູບ​ພຣະ​ບາດ​ຂອງ​ພຣະ​ອົງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ລ້າງ​ພຣະ​ບາດ​ຂອງ​ພຣະ​ອົງ​ດ້ວຍ​ນ້ຳ​ຕາ​ຂອງ​ພວກ​ເຂົາ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ສັ່ງ​ໃຫ້​ນຳ​ເອົາ ເດັກ​ນ້ອຍໆ​ຂອງ​ພວກ​ເຂົາ​ມາ.

12 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ນຳ​ເອົາ​ເດັກ​ນ້ອຍໆ​ຂອງ​ພວກ​ເຂົາ​ມາ​ນັ່ງ​ຢູ່​ພື້ນ​ດິນ​ອ້ອມ​ຮອບ​ພຣະ​ອົງ, ແລະ ພຣະ​ເຢ​ຊູ​ໄດ້​ປະ​ທັບ​ຢືນ​ຢູ່​ເຄິ່ງ​ກາງ; ແລະ ຝູງ​ຊົນ​ໄດ້​ເປີດ​ທາງ​ໃຫ້​ຜູ້​ຄົນ​ນຳ​ເອົາ​ເດັກ​ນ້ອຍ​ທັງ​ໝົດ​ເຂົ້າ​ມາ​ຫາ​ພຣະ​ອົງ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ໄດ້​ນຳ​ເອົາ​ເດັກ​ນ້ອຍ​ທັງ​ໝົດ​ມາ​ແລ້ວ, ແລະ ພຣະ​ເຢ​ຊູ​ປະ​ທັບ​ຢືນ​ຢູ່​ເຄິ່ງ​ກາງ, ພຣະ​ອົງ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຝູງ​ຊົນ ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ໄດ້​ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ​ແລ້ວ, ພຣະ​ເຢ​ຊູ​ຮ້ອງ​ຄວນ​ຄາງ​ຢູ່​ພາຍ​ໃນ​ພຣະ​ອົງ, ແລະ ກ່າວ​ວ່າ: ຂ້າ​ແດ່​ພຣະ​ບິ​ດາ, ຂ້າ​ນ້ອຍ ຫຍຸ້ງ​ຍາກ​ຈິດ​ໃຈ​ຫລາຍ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ທີ່​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.

15 ແລະ ເມື່ອ​ພຣະ​ອົງ​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ​ຄື​ກັນ; ແລະ ຈົ່ງ​ເບິ່ງ ພຣະ​ອົງ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ, ແລະ ສິ່ງ​ທີ່​ພຣະ​ອົງ​ອະ​ທິ​ຖານ​ນັ້ນ​ບໍ່​ອາດ​ຈະ​ຂຽນ​ໄວ້​ໄດ້, ແລະ ຝູງ​ຊົນ​ທີ່​ໄດ້​ຍິນ​ພຣະ​ອົງ​ໄດ້​ເປັນ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້.

16 ແລະ ຕາມ​ວິ​ທີ​ນີ້​ທີ່​ພວກ​ເຂົາ​ໄດ້​ເປັນ​ພະ​ຍານ: ຕາ​ບໍ່​ເຄີຍ​ໄດ້​ເຫັນ ແລະ ຫູ​ບໍ່​ເຄີຍ​ໄດ້​ຍິນ​ເລື່ອງ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ເຊັ່ນ​ນີ້​ມາ​ກ່ອນ ດັ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ເລື່ອງ​ທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ພຣະ​ບິ​ດາ;

17 ແລະ ບໍ່​ມີ ລີ້ນ​ໃດ​ຈະ​ເວົ້າ​ໄດ້, ທັງ​ບໍ່​ມີ​ຄົນ​ໃດ​ຈະ​ຂຽນ​ໄວ້​ໄດ້, ທັງ​ໃຈ​ຂອງ​ມະ​ນຸດ​ຈະ​ເຂົ້າ​ໃຈ​ເລື່ອງ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ເຊັ່ນ​ນີ້​ບໍ່​ໄດ້ ດັ່ງ​ທີ່​ພວກ​ເຮົາ​ທັງ​ໄດ້​ເຫັນ ແລະ ໄດ້​ຍິນ​ພຣະ​ເຢ​ຊູກ່າວ; ແລະ ບໍ່ມີ​ຜູ້​ໃດ​ເຂົ້າ​ໃຈ​ໄດ້​ເຖິງ​ຄວາມ​ສຸກ ຊຶ່ງ​ເຕັມ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ໃນ​ເວ​ລາ​ທີ່​ພວກ​ເຮົາ​ໄດ້​ຍິນ​ພຣະ​ອົງ​ອະ​ທິ​ຖານ​ຕໍ່​ພຣະ​ບິ​ດາ​ເພື່ອ​ພວກເຮົາ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ຈົບ​ການ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ແລ້ວ, ພຣະ​ອົງ​ກໍ​ລຸກ​ຂຶ້ນ; ແຕ່ ຄວາມ​ສຸກ​ຂອງ​ຝູງ​ຊົນ​ນັ້ນ​ຍັງ​ມີ​ຢູ່​ຢ່າງ​ຖ້ວມ​ລົ້ນ​ຈົນ​ວ່າ​ພວກ​ເຂົາ​ໝົດ​ກຳ​ລັງ​ໄປ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ພວກ​ເຂົາ, ແລະ ບອກ​ໃຫ້​ພວກ​ເຂົາ​ລຸກ​ຂຶ້ນ.

20 ແລະ ພວກ​ເຂົາ​ໄດ້​ລຸກ​ຂຶ້ນ​ຈາກ​ພື້ນ​ດິນ, ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ເຈົ້າ​ເປັນ​ສຸກ​ແລ້ວ ເພາະ​ສັດ​ທາ​ຂອງ​ເຈົ້າ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຄວາມ​ສຸກ​ຂອງ​ເຮົາ​ເຕັມ​ປ່ຽມ.

21 ແລະ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ກໍ ກັນ​ແສງ, ແລະ ຝູງ​ຊົນ​ໄດ້​ເປັນ​ພະ​ຍານ​ໃນ​ເລື່ອງ​ນີ້, ແລະ ພຣະ​ອົງ​ໄດ້​ເອົາ​ເດັກ​ນ້ອຍໆ​ຂອງ​ພວກ​ເຂົາ​ມາ​ເທື່ອ​ລະ​ຄົນ, ແລະ ອວຍ​ພອນ​ພວກ​ເຂົາ, ແລະ ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເພື່ອ​ພວກ​ເຂົາ.

22 ແລະ ເມື່ອ​ພຣະ​ອົງ​ໄດ້​ເຮັດ​ສິ່ງ​ນີ້​ແລ້ວ, ພຣະ​ອົງ​ກໍ​ກັນ​ແສງ​ອີກ;

23 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຝູງ​ຊົນ, ແລະ ເວົ້າ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ​ລູກ​ນ້ອຍໆ​ຂອງ​ເຈົ້າ.

24 ແລະ ເວ​ລາ​ພວກ​ເຂົາ​ຫລຽວ​ໄປ​ເບິ່ງ ພວກ​ເຂົາ​ໄດ້​ກວາດ​ສາຍ​ຕາ​ຂຶ້ນ​ໄປ​ເທິງ​ຟ້າ, ແລະ ພວກ​ເຂົາ​ເຫັນ​ຟ້າ​ສະ​ຫວັນ​ເປີດ, ແລະ ພວກ​ເຂົາ​ໄດ້​ເຫັນ​ເຫລົ່າ​ທູດ​ພາ​ກັນ​ລົງ​ມາ​ຈາກ​ສະ​ຫວັນ ຄື​ກັບ​ວ່າ ຢູ່​ທ່າມ​ກາງ​ໄຟ; ແລະ ພວກ​ເພິ່ນ​ໄດ້​ລົງ​ມາ ອ້ອມ​ຮອບ​ເດັກ​ນ້ອຍ​ເຫລົ່າ​ນັ້ນ​ໄວ້, ແລະ ພວກ​ເຂົາ​ໄດ້​ຖືກ​ປິດ​ລ້ອມ​ໄວ້​ດ້ວຍ​ໄຟ; ແລະ ເຫລົ່າ​ທູດ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ.

25 ແລະ ຝູງ​ຊົນ​ໄດ້​ເຫັນ ແລະ ໄດ້​ຍິນ ແລະ ໄດ້​ເປັນ​ພະ​ຍານ; ແລະ ພວກ​ເຂົາ​ຮູ້​ວ່າ​ບັນ​ທຶກ​ຂອງ​ພວກ​ເຂົາ​ເປັນ​ຄວາມ​ຈິງ ເພາະ​ພວກ​ເຂົາ​ທຸກ​ຄົນ​ໄດ້​ເຫັນ, ແລະ ໄດ້​ຍິນ​ດ້ວຍ​ຕົວ​ເອງ; ແລະ ພວກ​ເຂົາ​ມີ​ຈຳ​ນວນ​ຢູ່​ປະ​ມານ​ສອງ​ພັນ​ຫ້າ​ຮ້ອຍ​ຄົນ, ລວມ​ທັງ​ຜູ້​ຊາຍ, ຜູ້​ຍິງ, ແລະ ເດັກ​ນ້ອຍ.