ພຣະ​ຄຳ​ພີ
3 ນີ​ໄຟ 23


ບົດ​ທີ 23

ພຣະ​ເຢ​ຊູ​ເຫັນ​ພ້ອມ​ກັບ​ຄຳ​ຂອງ​ເອ​ຊາ​ຢາ—ພຣະ​ອົງ​ບັນ​ຊາ​ໃຫ້​ຜູ້​ຄົນ​ຄົ້ນ​ຫາ​ສາດ​ສະ​ດາ—ຄຳ​ຂອງ​ຊາ​ມູ​ເອນ​ຄົນ​ເລ​ມັນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ​ຖືກ​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາ​ລຶກ. ປະ​ມານ ຄ.ສ. 34.

1 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຈົ້າ​ຄວນ ຄົ້ນ​ຫາ​ສິ່ງ​ເຫລົ່າ​ນີ້. ແທ້​ຈິງ​ແລ້ວ, ເຮົາ​ໃຫ້​ບັນ​ຍັດ​ແກ່​ເຈົ້າ​ເພື່ອ​ໃຫ້​ຄົ້ນ​ຫາ​ສິ່ງ​ເຫລົ່າ​ນີ້​ຢ່າງ​ພາກ​ພຽນ; ເພາະ​ວ່າ​ຄຳ​ເວົ້າ​ຂອງ ເອ​ຊາ​ຢາ​ນັ້ນ​ໃຫຍ່​ຍິ່ງ.

2 ເພາະ​ເພິ່ນ​ໄດ້​ເວົ້າ​ໄວ້​ໃນ​ທຸກ​ເລື່ອງ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ເຮົາ​ແທ້ໆ ຜູ້​ຊຶ່ງ​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ; ສະ​ນັ້ນ ຈຶ່ງ​ຈຳ​ເປັນ​ທີ່​ເພິ່ນ​ຈະ​ຕ້ອງ​ເວົ້າ​ກັບ​ຄົນ​ຕ່າງ​ຊາດ​ເໝືອນ​ກັນ.

3 ແລະ ທຸກ​ເລື່ອງ​ທີ່​ເພິ່ນ​ໄດ້​ເວົ້າ​ໄວ້ ໄດ້​ເກີດ​ຂຶ້ນ ແລະ ຈະ​ເກີດ​ຂຶ້ນ​ຕາມ​ຄຳ​ທີ່​ເພິ່ນ​ເວົ້າ.

4 ສະ​ນັ້ນ ຈົ່ງ​ເອົາ​ໃຈ​ໃສ່​ໃນ​ຄຳ​ຂອງ​ເຮົາ; ຈົ່ງ​ຂຽນ​ເລື່ອງ​ທີ່​ເຮົາ​ບອກ​ເຈົ້າ; ແລະ ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ທີ່​ເຫັນ​ວ່າ​ສົມ​ຄວນ ມັນ​ຈະ​ອອກ​ໄປ​ຫາ​ຄົນ​ຕ່າງ​ຊາດ.

5 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຊື່ອ​ຟັງ​ຄຳ​ຂອງ​ເຮົາ ແລະ ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ ຜູ້​ນັ້ນ​ຈະ​ລອດ. ຈົ່ງ​ຄົ້ນ​ຫາ ສາດ​ສະ​ດາ, ເພາະ​ວ່າ​ຫລາຍ​ຄົນ​ໄດ້​ໃຫ້​ຖ້ອຍ​ຄຳ​ໄວ້​ເຖິງ​ເລື່ອງ​ເຫລົ່າ​ນີ້.

6 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ກໍ​ໄດ້​ກ່າວ​ກັບ​ພວກ​ເຂົາ​ອີກ, ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ຊີ້​ແຈງ​ພຣະ​ຄຳ​ພີ​ທັງ​ໝົດ​ກັບ​ພວກ​ເຂົາ ຊຶ່ງ​ພວກ​ເຂົາ​ໄດ້​ຮັບ​ມາ, ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ເຮົາ​ຢາກ​ໃຫ້​ເຈົ້າ​ຂຽນ​ພຣະ​ຄຳ​ພີ​ອື່ນ​ທີ່​ເຈົ້າ​ຍັງ​ບໍ່​ມີ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ກ່າວ​ກັບ​ນີ​ໄຟ​ວ່າ: ຈົ່ງ​ເອົາ​ບັນ​ທຶກ​ທີ່​ເຈົ້າ​ມີ​ອອກ​ມາ.

8 ແລະ ເວ​ລາ​ນີ​ໄຟ​ໄດ້​ເອົາ​ບັນ​ທຶກ​ອອກ​ມາ ແລະ ວາງ​ໄວ້​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ແລ້ວ​ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ມັນ ແລະ ກ່າວ​ວ່າ:

9 ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ເຮົາ​ໄດ້​ສັ່ງ​ໃຫ້ ຊາ​ມູ​ເອນ​ຄົນ​ເລ​ມັນ​ຂ້າ​ໃຊ້​ຂອງ​ເຮົາ​ໃຫ້​ຖ້ອຍ​ຄຳ​ກັບ​ຜູ້​ຄົນ​ພວກ​ນີ້, ວ່າ​ໃນ​ມື້​ທີ່​ພຣະ​ບິ​ດາ​ຈະ​ແຜ່​ບາ​ລະ​ມີ​ພຣະ​ນາມ​ຂອງ​ພຣະ​ອົງ​ໃນ​ເຮົາ ຈະ​ມີ ໄພ່​ພົນ​ຂອງ​ເຮົາ ເປັນ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ຈະ ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ, ແລະ ຈະ​ມາ​ປະ​ກົດ​ແກ່​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ, ແລະ ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ. ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ມັນ​ບໍ່​ໄດ້​ເປັນ​ເຊັ່ນ​ນັ້ນ​ບໍ?

10 ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ຕອບ​ພຣະ​ອົງ ແລະ ກ່າວ​ວ່າ: ແມ່ນ​ແລ້ວ, ພຣະ​ອົງ​ເຈົ້າ​ເອີຍ, ຊາ​ມູ​ເອນ​ໄດ້​ທຳ​ນາຍ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ, ແລະ ພຣະ​ຄຳ​ເຫລົ່າ​ນັ້ນ​ສຳ​ເລັດ​ແລ້ວ​ທັງ​ໝົດ.

11 ແລະ ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ບໍ່​ຂຽນ​ເລື່ອງ​ນີ້​ໄວ້, ເລື່ອງ​ທີ່​ໄພ່​ພົນ​ຂອງ​ເຮົາ​ຢ່າງ​ຫລວງ​ຫລາຍ​ໄດ້​ລຸກ​ຂຶ້ນ ແລະ ໄດ້​ມາ​ປະ​ກົດ​ແກ່​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ?

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີ​ໄຟ​ຈຳ​ໄດ້​ວ່າ ເລື່ອງ​ນີ້​ບໍ່​ໄດ້​ຖືກ​ຂຽນ​ໄວ້.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ເຢ​ຊູ​ໄດ້​ບັນ​ຊາ​ໃຫ້​ຂຽນ​ເລື່ອງ​ນີ້​ໄວ້; ສະ​ນັ້ນ ມັນ​ຈຶ່ງ​ມີ​ຂຽນ​ໄວ້​ຕາມ​ທີ່​ພຣະ​ອົງ​ໄດ້​ບັນ​ຊາ.

14 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ໄດ້ ຊີ້​ແຈງ​ພຣະ​ຄຳ​ພີທັງ​ໝົດ​ແລ້ວ ຊຶ່ງ​ພວກ​ເພິ່ນ​ໄດ້​ຂຽນ​ໄວ້, ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ພວກ​ເພິ່ນ​ສິດ​ສອນ​ເລື່ອງ​ທີ່​ພຣະ​ອົງ​ໄດ້​ຊີ້​ແຈງ​ມາ​ນັ້ນ​ແກ່​ພວກ​ເຂົາ.