ບົດທີ 27
ພຣະເຢຊູບັນຊາວ່າ ສາດສະໜາຈັກຄວນຖືກເອີ້ນຕາມພຣະນາມຂອງພຣະອົງ—ພາລະກິດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງປະກອບເປັນພຣະກິດຕິຄຸນຂອງພຣະອົງ—ມະນຸດຖືກບັນຊາໃຫ້ກັບໃຈ ແລະ ຮັບບັບຕິສະມາ ເພື່ອພວກເຂົາຈະໄດ້ຮັບການຊຳລະໃຫ້ບໍລິສຸດ ໂດຍພຣະວິນຍານບໍລິສຸດ—ພວກເຂົາຄວນເປັນດັ່ງທີ່ພຣະເຢຊູເປັນ. ປະມານ ຄ.ສ. 34–35.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນໄລຍະເວລາທີ່ສານຸສິດຂອງພຣະເຢຊູກຳລັງເດີນທາງໄປສັ່ງສອນເລື່ອງທີ່ພວກເພິ່ນໄດ້ຍິນ ແລະ ໄດ້ເຫັນມານັ້ນ, ແລະ ໄດ້ໃຫ້ບັບຕິສະມາໃນພຣະນາມຂອງພຣະເຢຊູ, ເຫດການໄດ້ບັງເກີດຂຶ້ນຄື ສານຸສິດໄດ້ມາ ເຕົ້າໂຮມກັນເພື່ອອະທິຖານ ແລະ ຖືສິນອົດເຂົ້າຢ່າງເອົາຈິງເອົາຈັງ.
2 ແລະ ພຣະອົງໄດ້ສະເດັດມາ ປະກົດຕົວຕໍ່ພວກເພິ່ນອີກ, ເພາະພວກເພິ່ນໄດ້ອະທິຖານຫາພຣະບິດາໃນພຣະນາມຂອງພຣະອົງ, ແລະ ພຣະເຢຊູໄດ້ສະເດັດມາຢືນຢູ່ທ່າມກາງພວກເພິ່ນ, ແລະ ຖາມພວກເພິ່ນວ່າ: ເຈົ້າຕ້ອງການອັນໃດຈາກເຮົາ?
3 ແລະ ພວກເພິ່ນໄດ້ກ່າວກັບພຣະອົງວ່າ: ພຣະອົງເຈົ້າເອີຍ, ພວກຂ້ານ້ອຍຢາກໃຫ້ພຣະອົງບອກພວກຂ້ານ້ອຍວ່າພວກຂ້ານ້ອຍຄວນເອີ້ນຊື່ຂອງສາດສະໜາຈັກນີ້ວ່າແນວໃດ ເພາະວ່າໄດ້ມີການໂຕ້ຖຽງກັນໃນບັນດາຜູ້ຄົນກ່ຽວກັບເລື່ອງນີ້.
4 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບພວກເພິ່ນວ່າ: ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ເປັນດ້ວຍເຫດໃດຜູ້ຄົນຈຶ່ງຈົ່ມ ແລະ ໂຕ້ຖຽງກັນເພາະເລື່ອງນີ້?
5 ພວກເຂົາບໍ່ໄດ້ອ່ານພຣະຄຳພີບໍ, ຊຶ່ງມັນບອກໄວ້ວ່າ ເຈົ້າຕ້ອງຮັບເອົາ ພຣະນາມຂອງພຣະຄຣິດ, ຊຶ່ງເປັນນາມຂອງເຮົາ? ເພາະໂດຍນາມນີ້ເຈົ້າຈະຖືກເອີ້ນໃນວັນສຸດທ້າຍ;
6 ແລະ ຜູ້ໃດທີ່ຮັບນາມຂອງເຮົາ, ແລະ ອົດທົນຈົນເຖິງທີ່ສຸດ, ຜູ້ນັ້ນຈະລອດໃນວັນສຸດທ້າຍ.
7 ສະນັ້ນ, ອັນໃດກໍຕາມທີ່ເຈົ້າຈະເຮັດ, ຈົ່ງເຮັດໃນນາມຂອງເຮົາ; ສະນັ້ນ ເຈົ້າຈົ່ງເອີ້ນສາດສະໜາຈັກຕາມນາມຂອງເຮົາ; ແລະ ເຈົ້າຈົ່ງເອີ້ນຫາພຣະບິດາໃນນາມຂອງເຮົາ ເພື່ອພຣະອົງຈະປະທານພອນໃຫ້ແກ່ສາດສະໜາຈັກເພື່ອເຫັນແກ່ເຮົາ.
8 ແລະ ມັນຈະເປັນ ສາດສະໜາຈັກ ຂອງເຮົາໄດ້ແນວໃດຖ້າຫາກມັນບໍ່ມີຊື່ຕາມນາມຂອງເຮົາ? ເພາະຖ້າຫາກສາດສະໜາຈັກມີຊື່ຕາມຊື່ຂອງໂມເຊ, ແລ້ວມັນກໍຈະເປັນສາດສະໜາຈັກຂອງໂມເຊ; ຫລື ຖ້າຫາກມັນມີຊື່ຕາມຊື່ຂອງມະນຸດ, ມັນກໍຈະເປັນສາດສະໜາຈັກຂອງມະນຸດ; ແຕ່ຖ້າຫາກມັນມີຊື່ຕາມນາມຂອງເຮົາ, ມັນກໍຈະເປັນສາດສະໜາຈັກຂອງເຮົາຖ້າຫາກເປັນໄປວ່າມັນຖືກສ້າງເທິງພຣະກິດຕິຄຸນຂອງເຮົາ.
9 ຕາມຈິງແລ້ວເຮົາກ່າວກັບເຈົ້າ, ວ່າເຈົ້າຖືກສ້າງເທິງພຣະກິດຕິຄຸນຂອງເຮົາ; ສະນັ້ນອັນໃດກໍຕາມທີ່ເຈົ້າຈະເອີ້ນ ເຈົ້າຈົ່ງເອີ້ນຕາມນາມຂອງເຮົາ; ສະນັ້ນ ຖ້າຫາກເຈົ້າເອີ້ນຫາພຣະບິດາເພື່ອສາດສະໜາຈັກ, ແລະ ຖ້າຫາກມັນເປັນໄປໃນນາມຂອງເຮົາ ພຣະບິດາຈະຮັບຟັງເຈົ້າ;
10 ແລະ ຖ້າຫາກເປັນໄປວ່າສາດສະໜາຈັກຖືກສ້າງຂຶ້ນເທິງພຣະກິດຕິຄຸນຂອງເຮົາ ແລ້ວພຣະບິດາຈະສະແດງວຽກງານຂອງພຣະອົງອອກມາໃນນັ້ນ.
11 ແຕ່ຖ້າຫາກມັນບໍ່ໄດ້ຖືກສ້າງຂຶ້ນເທິງພຣະກິດຕິຄຸນຂອງເຮົາ, ແລະ ມັນຖືກສ້າງຂຶ້ນເທິງວຽກງານຂອງມະນຸດ, ຫລື ເທິງວຽກງານຂອງມານ, ຕາມຈິງແລ້ວເຮົາກ່າວກັບເຈົ້າ ພວກເຂົາຈະມີຄວາມສຸກໃນວຽກງານຂອງພວກເຂົາພຽງຊົ່ວໄລຍະໜຶ່ງເທົ່ານັ້ນ, ແລະ ໃນບໍ່ຊ້າເວລາສຸດທ້າຍຍ່ອມມາເຖິງ, ແລະ ພວກເຂົາຈະຖືກ ໂຄ່ນລົງ ແລະ ໂຍນເຂົ້າກອງໄຟ, ຊຶ່ງຈາກບ່ອນນັ້ນຈະບໍ່ມີທາງຫວນກັບຄືນໄດ້.
12 ເພາະວ່າວຽກງານຂອງພວກເຂົາຈະ ຕິດຕາມພວກເຂົາ, ເປັນຍ້ອນວຽກງານຂອງພວກເຂົາທີ່ພວກເຂົາຖືກໂຄ່ນລົງ; ສະນັ້ນ ຈົ່ງຈື່ຈຳສິ່ງທີ່ເຮົາໄດ້ບອກເຈົ້າ.
13 ຈົ່ງເບິ່ງ ເຮົາໄດ້ມອບ ພຣະກິດຕິຄຸນຂອງເຮົາໃຫ້ແກ່ເຈົ້າ, ແລະ ນີ້ຄືພຣະກິດຕິຄຸນຊຶ່ງເຮົາໄດ້ມອບໃຫ້ແກ່ເຈົ້າ—ຄືເຮົາໄດ້ມາເກີດໃນໂລກເພື່ອກະທຳຕາມ ພຣະປະສົງຂອງພຣະບິດາຂອງເຮົາ, ເພາະວ່າພຣະບິດາຂອງເຮົາໄດ້ສົ່ງເຮົາມາ.
14 ແລະ ພຣະບິດາຂອງເຮົາໄດ້ສົ່ງເຮົາມາເພື່ອວ່າເຮົາຈະໄດ້ຖືກ ຍົກຂຶ້ນເທິງໄມ້ກາງແຂນ; ແລະ ຫລັງຈາກເຮົາໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ ເພື່ອວ່າເຮົາຈະໄດ້ ຊັກນຳຄົນທັງຫລາຍມາຫາເຮົາ, ດັ່ງທີ່ເຮົາໄດ້ຖືກຍົກຂຶ້ນໂດຍມະນຸດສັນໃດ ມະນຸດກໍຈະໄດ້ຖືກຍົກຂຶ້ນໂດຍພຣະບິດາສັນນັ້ນ, ເພື່ອພວກເຂົາຈະໄດ້ມາຢືນຢູ່ຕໍ່ພຣະພັກຂອງເຮົາ ເພື່ອຮັບ ການພິພາກສາຕາມວຽກງານຂອງພວກເຂົາ, ບໍ່ວ່າຈະເປັນວຽກງານດີ ຫລື ວຽກງານຊົ່ວ—
15 ແລະ ເປັນດ້ວຍເຫດນີ້ ເຮົາຈຶ່ງຖືກ ຍົກຂຶ້ນ; ສະນັ້ນ ຕາມອຳນາດຂອງພຣະບິດາ, ເຮົາຈຶ່ງຈະຊັກນຳຄົນທັງຫລາຍມາຫາເຮົາ, ເພື່ອພວກເຂົາຈະໄດ້ຮັບການພິພາກສາຕາມວຽກງານຂອງພວກເຂົາ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ ກັບໃຈ ແລະ ຮັບບັບຕິສະມາໃນນາມຂອງເຮົາ ຜູ້ນັ້ນຈະເຕັມປ່ຽມ; ແລະ ຖ້າຫາກເຂົາ ອົດທົນຈົນເຖິງທີ່ສຸດ, ຈົ່ງເບິ່ງ, ເຮົາຈະຖືວ່າເຂົາບໍ່ມີຄວາມຜິດຕໍ່ພຣະພັກຂອງພຣະບິດາຂອງເຮົາໃນມື້ນັ້ນທີ່ເຮົາຈະຢືນຂຶ້ນເພື່ອພິພາກສາໂລກ.
17 ແລະ ຜູ້ທີ່ບໍ່ອົດທົນຈົນເຖິງທີ່ສຸດ, ຜູ້ນັ້ນກໍຈະເປັນຜູ້ທີ່ຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ, ຊຶ່ງຈາກບ່ອນນັ້ນເຂົາຈະກັບຄືນມາອີກບໍ່ໄດ້, ເພາະຄວາມ ຍຸດຕິທຳຂອງພຣະບິດາ.
18 ແລະ ນີ້ຄືພຣະຄຳທີ່ພຣະອົງໄດ້ປະທານໃຫ້ແກ່ລູກຫລານມະນຸດ. ແລະ ເພາະດ້ວຍເຫດນີ້ ພຣະອົງຈຶ່ງໄດ້ເຮັດໃຫ້ພຣະຄຳ ຊຶ່ງພຣະອົງໄດ້ກ່າວໄວ້ສຳເລັດ, ແລະ ພຣະອົງບໍ່ໄດ້ເວົ້າຕົວະ, ແຕ່ໄດ້ເຮັດໃຫ້ພຣະຄຳຂອງພຣະອົງສຳເລັດທັງໝົດ.
19 ແລະ ສິ່ງທີ່ບໍ່ສະອາດຈະບໍ່ສາມາດເຂົ້າໄປໃນອານາຈັກຂອງພຣະອົງໄດ້; ສະນັ້ນ ຈະບໍ່ມີສິ່ງໃດສາມາດເຂົ້າໄປໃນ ທີ່ພັກຂອງພຣະອົງໄດ້ ນອກຈາກຜູ້ທີ່ໄດ້ ຊຳລະລ້າງອາພອນຂອງເຂົາໃຫ້ຂາວສະອາດແລ້ວດ້ວຍເລືອດຂອງເຮົາ, ເພາະສັດທາ ແລະ ການກັບໃຈຈາກບາບທັງໝົດ ແລະ ຄວາມຊື່ສັດຈົນເຖິງທີ່ສຸດຂອງເຂົາ.
20 ບັດນີ້ ນີ້ຄືພຣະບັນຍັດ: ຈົ່ງ ກັບໃຈ, ເຈົ້າທັງຫລາຍຈົນເຖິງທີ່ສຸດຂອງແຜ່ນດິນໂລກ, ແລະ ຈົ່ງມາຫາເຮົາ ແລະ ຮັບບັບຕິສະມາໃນນາມຂອງເຮົາ, ເພື່ອເຈົ້າຈະໄດ້ຮັບ ການຊຳລະໃຫ້ບໍລິສຸດ ໂດຍການຮັບພຣະວິນຍານບໍລິສຸດ, ເພື່ອເຈົ້າຈະຢືນຢູ່ໂດຍ ບໍ່ມີມົນທິນຕໍ່ໜ້າເຮົາໃນວັນສຸດທ້າຍ.
21 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ນີ້ຄືພຣະກິດຕິຄຸນຂອງເຮົາ ແລະ ເຈົ້າຮູ້ເຖິງສິ່ງທີ່ເຈົ້າຄວນຈະກະທຳໃນສາດສະໜາຈັກຂອງເຮົາ; ເພາະວຽກງານທີ່ເຈົ້າເຫັນເຮົາເຮັດມາແລ້ວ ສິ່ງນັ້ນເຈົ້າຈົ່ງເຮັດຕາມເໝືອນກັນ; ເພາະສິ່ງໃດທີ່ເຈົ້າເຫັນເຮົາເຮັດມາແລ້ວ ເຖິງແມ່ນສິ່ງນັ້ນເຈົ້າຈົ່ງກະທຳ.
22 ສະນັ້ນ, ຖ້າຫາກເຈົ້າເຮັດສິ່ງເຫລົ່ານີ້ ເຈົ້າຍ່ອມເປັນສຸກ, ເພາະວ່າເຈົ້າຈະຖືກຍົກຂຶ້ນໃນວັນສຸດທ້າຍ.
23 ຈົ່ງຂຽນເລື່ອງທີ່ເຈົ້າເຫັນ ແລະ ໄດ້ຍິນມານັ້ນ, ນອກຈາກເລື່ອງທີ່ ຖືກຫ້າມໄວ້ເທົ່ານັ້ນ.
24 ຈົ່ງຂຽນວຽກງານຂອງຜູ້ຄົນພວກນີ້ໄວ້, ຊຶ່ງມັນຈະເກີດຂຶ້ນ, ດັ່ງທີ່ມີຂຽນໄວ້ກ່ຽວກັບເລື່ອງທີ່ເກີດຂຶ້ນແລ້ວ.
25 ເພາະຈົ່ງເບິ່ງ, ຈາກບັນດາໜັງສືທີ່ມີຂຽນໄວ້ ແລະ ທີ່ຈະຂຽນ, ຜູ້ຄົນພວກນີ້ຈະໄດ້ຮັບ ການພິພາກສາ, ເພາະຕາມໜັງສືເຫລົ່ານັ້ນ ວຽກງານຂອງພວກເຂົາຈຶ່ງຈະໄດ້ເປັນທີ່ຮູ້ຈັກແກ່ມວນມະນຸດ.
26 ແລະ ຈົ່ງເບິ່ງ, ທຸກສິ່ງໄດ້ຖືກ ຂຽນໄວ້ໂດຍພຣະບິດາ; ສະນັ້ນໂລກຈະໄດ້ຮັບການພິພາກສາຈາກໜັງສືທີ່ຈະຂຽນ.
27 ແລະ ຈົ່ງຮູ້ໄວ້ວ່າ ເຈົ້າຈະເປັນຜູ້ພິພາກສາຂອງຜູ້ຄົນພວກນີ້, ຕາມການພິພາກສາຊຶ່ງເຮົາຈະມອບໃຫ້ແກ່ເຈົ້າ, ຊຶ່ງຈະຍຸດຕິທຳ. ສະນັ້ນ ເຈົ້າ ຄວນເປັນຄົນແນວໃດ? ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ເຖິງແມ່ນ ດັ່ງທີ່ເຮົາເປັນ.
28 ແລະ ບັດນີ້ເຮົາ ໄປເຝົ້າພຣະບິດາ. ແລະ ຕາມຈິງແລ້ວເຮົາກ່າວກັບເຈົ້າ, ສິ່ງໃດກໍຕາມທີ່ເຈົ້າຈະຂໍຈາກພຣະບິດາໃນນາມຂອງເຮົາ ເຈົ້າຈະໄດ້ຮັບ.
29 ສະນັ້ນ, ຈົ່ງ ໝັ່ນຂໍ, ແລ້ວເຈົ້າຈະໄດ້ຮັບ; ຈົ່ງໝັ່ນເຄາະ, ແລ້ວຈະມີຄົນໄຂປະຕູໃຫ້; ເພາະວ່າທຸກຄົນທີ່ໝັ່ນຂໍ ກໍໄດ້ຮັບ; ແລະ ທຸກຄົນທີ່ໝັ່ນເຄາະ ກໍມີຄົນໄຂປະຕູໃຫ້.
30 ແລະ ບັດນີ້, ຈົ່ງເບິ່ງຄວາມສຸກຂອງເຮົາໃຫຍ່ຍິ່ງຈົນເຕັມບໍລິບູນເພາະເຈົ້າ, ແລະ ເພາະຄົນລຸ້ນນີ້; ແທ້ຈິງແລ້ວ, ເຖິງແມ່ນພຣະບິດາກໍປິຕິຍິນດີ ແລະ ເຫລົ່າທູດທີ່ສັກສິດທັງຫລາຍນຳອີກ, ເພາະເຈົ້າ ແລະ ຄົນລຸ້ນນີ້; ເພາະ ບໍ່ມີຜູ້ໃດໃນພວກເຂົາເສຍໄປ.
31 ຈົ່ງເບິ່ງ, ເຮົາຢາກໃຫ້ເຈົ້າເຂົ້າໃຈ; ເພາະເຮົາໝາຍເຖິງຜູ້ ຄົນລຸ້ນນີ້ທີ່ມີຊີວິດຢູ່ ຕອນນີ້; ແລະ ບໍ່ມີຜູ້ໃດໃນພວກເຂົາເສຍໄປ; ແລະ ເຮົາມີ ຄວາມສຸກຫລາຍແທ້ໆນຳພວກເຂົາ.
32 ແຕ່ຈົ່ງເບິ່ງ, ມັນເຮັດໃຫ້ເຮົາເສົ້າສະຫລົດໃຈເພາະຄົນລຸ້ນ ທີສີ່ນັບຈາກຄົນລຸ້ນນີ້ໄປຈະຖືກມານຈັບໄປເປັນຊະເລີຍເຖິງແມ່ນດັ່ງບຸດແຫ່ງຄວາມຈິບຫາຍ; ເພາະວ່າພວກເຂົາຈະຂາຍເຮົາເພື່ອເງິນ ແລະ ເພື່ອຄຳ, ແລະ ເພື່ອສິ່ງທີ່ ມອດ ແລະ ຂີ້ໝ້ຽງກັດກິນ ແລະ ເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້, ແລະ ໃນມື້ນັ້ນເຮົາຈະມາຢ້ຽມຢາມພວກເຂົາຈົນເຖິງຂັ້ນທີ່ນຳເອົາວຽກງານຂອງພວກເຂົາກັບມາໃສ່ຫົວຂອງພວກເຂົາເອງ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ຈົບຂໍ້ຄວາມນີ້ແລ້ວ ພຣະອົງໄດ້ກ່າວກັບສານຸສິດຂອງພຣະອົງວ່າ: ຈົ່ງເຂົ້າໄປທາງ ປະຕູຄັບ; ເພາະປະຕູຄັບ, ແລະ ທາງແຄບນັ້ນແຫລະທີ່ນຳໄປສູ່ຊີວິດ, ແລະ ມີໜ້ອຍຄົນທີ່ຈະພົບເຫັນມັນ; ແຕ່ວ່າປະຕູ ແລະ ທາງທີ່ນຳໄປຫາຄວາມຕາຍນັ້ນກວ້າງຂວາງຫລາຍ ແລະ ມີຄົນເປັນຈຳນວນຫລວງຫລາຍເດີນໄປທາງນັ້ນ, ຈົນວ່າຕາເວັນຄ້ອຍຄ່ຳ, ແລ້ວພວກເຂົາກໍບໍ່ອາດສາມາດເຮັດຫຍັງໄດ້.