ບົດທີ 6
ຊາວນີໄຟຈະເລີນຮຸ່ງເຮືອງຂຶ້ນ—ຄວາມທະນົງຕົວ, ຄວາມຮັ່ງມີເປັນດີ, ແລະ ການແບ່ງຊັ້ນວັນນະເກີດຂຶ້ນ—ສາດສະໜາຈັກແຕກແຍກດ້ວຍຄວາມບໍ່ລົງລອຍກັນ—ຊາຕານນຳພາຜູ້ຄົນໃນການກະບົດຢ່າງເປີດເຜີຍ—ສາດສະດາຫລາຍທ່ານຂໍຮ້ອງໃຫ້ມີການກັບໃຈ ແລະ ໄດ້ຖືກຂ້າ—ຜູ້ຄາດຕະກຳພວກເພິ່ນສົມຄົບຄິດກະບົດເພື່ອໂຄ່ນລົ້ມຝ່າຍຜູ້ປົກຄອງ. ປະມານ ຄ.ສ. 26–30.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງນີໄຟທັງໝົດໄດ້ກັບຄືນໄປຫາແຜ່ນດິນຂອງພວກເຂົາເອງໃນປີທີຊາວຫົກ, ຜູ້ຊາຍທຸກຄົນ, ພ້ອມດ້ວຍຄອບຄົວຂອງພວກເຂົາ, ພ້ອມທັງຝູງສັດລ້ຽງຂອງພວກເຂົາ, ແລະ ຝູງສັດໃຊ້ແຮງງານຂອງພວກເຂົາ, ມ້າຂອງພວກເຂົາ ແລະ ງົວຂອງພວກເຂົາ, ແລະ ທຸກສິ່ງທຸກຢ່າງບໍ່ວ່າອັນໃດກໍຕາມທີ່ເປັນຂອງພວກເຂົາ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາຍັງບໍ່ໄດ້ກິນສະບຽງອາຫານຂອງພວກເຂົາທັງໝົດເທື່ອ; ສະນັ້ນ ພວກເຂົາຈຶ່ງໄດ້ເອົາສິ່ງຂອງທີ່ຍັງບໍ່ທັນໄດ້ໃຊ້ທັງໝົດໄປກັບພວກເຂົາ, ຊຶ່ງມີເມັດພືດທຸກຊະນິດທັງໝົດຂອງພວກເຂົາ, ແລະ ຄຳຂອງພວກເຂົາ, ແລະ ເງິນຂອງພວກເຂົາ, ແລະ ຂອງມີຄ່າທັງໝົດຂອງພວກເຂົາ, ແລະ ພວກເຂົາໄດ້ກັບຄືນໄປຫາແຜ່ນດິນຂອງພວກເຂົາເອງ, ແລະ ສິ່ງຂອງ ຂອງພວກເຂົາເອງ, ທັງຢູ່ທາງເໜືອ ແລະ ຢູ່ທາງໃຕ້, ທັງໃນແຜ່ນດິນທາງເໜືອ ແລະ ໃນແຜ່ນດິນທາງໃຕ້.
3 ແລະ ພວກເຂົາໄດ້ແບ່ງປັນທີ່ດິນໃຫ້ແກ່ພວກໂຈນເຫລົ່ານັ້ນທີ່ໄດ້ເຂົ້າເຮັດພັນທະສັນຍາວ່າຈະຮັກສາສັນຕິສຸກໃນແຜ່ນດິນ, ຜູ້ປາດຖະໜາເປັນຊາວເລມັນຢູ່ຕໍ່ໄປ, ຕາມຈຳນວນໜ້ອຍຫລາຍຂອງພວກເຂົາ, ເພື່ອພວກເຂົາຈະໄດ້ມີບ່ອນທຳມາຫາກິນ, ແລະ ພວກເຂົາໄດ້ສະຖາປະນາສັນຕິສຸກຂຶ້ນໃນທົ່ວແຜ່ນດິນດັ່ງນັ້ນ.
4 ແລະ ພວກເຂົາເລີ່ມຮຸ່ງເຮືອງ ແລະ ໃຫຍ່ຍິ່ງຂຶ້ນອີກ; ແລະ ປີທີຊາວຫົກ ແລະ ຊາວເຈັດໄດ້ຜ່ານໄປ, ແລະ ມັນມີຄວາມເປັນລະບຽບຮຽບຮ້ອຍຫລາຍໃນແຜ່ນດິນ; ແລະ ພວກເຂົາໄດ້ຕັ້ງກົດຂຶ້ນຕາມຄວາມເປັນທຳ ແລະ ຄວາມຍຸດຕິທຳ.
5 ແລະ ບັດນີ້ບໍ່ມີສິ່ງໃດໃນທົ່ວແຜ່ນດິນທີ່ຈະຂັດຂວາງບໍ່ໃຫ້ຜູ້ຄົນຈະເລີນຮຸ່ງເຮືອງຕະຫລອດໄປໄດ້, ເວັ້ນເສຍແຕ່ພວກເຂົາຈະຕົກໄປສູ່ການລ່ວງລະເມີດເທົ່ານັ້ນ.
6 ແລະ ບັດນີ້ແມ່ນກິດກິດໂດໄນ ແລະ ຜູ້ຕັດສິນເລໂຄນິອັດ, ແລະ ພວກທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ນຳ ເປັນຜູ້ສະຖາປະນາສັນຕິສຸກອັນຍິ່ງໃຫຍ່ຂຶ້ນໃນແຜ່ນດິນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນໄດ້ມີຫລາຍເມືອງທີ່ຖືກສ້າງຂຶ້ນໃໝ່, ແລະ ຫລາຍເມືອງທີ່ເກົ່າແກ່ກໍໄດ້ຮັບການສ້ອມແຊມ.
8 ແລະ ມັນມີການສ້າງທາງຫລວງຫລາຍສາຍ, ແລະ ຖະໜົນຫົນທາງຫລາຍສາຍ ຊຶ່ງນຳໄປຈາກເມືອງໜຶ່ງຫາອີກເມືອງໜຶ່ງ, ແລະ ຈາກແຜ່ນດິນໜຶ່ງໄປຫາອີກແຜ່ນດິນໜຶ່ງ, ແລະ ຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງ.
9 ແລະ ປີທີຊາວແປດໄດ້ຜ່ານໄປ, ແລະ ຜູ້ຄົນກໍມີສັນຕິສຸກຕະຫລອດເວລາ.
10 ແຕ່ເຫດການໄດ້ບັງເກີດຂຶ້ນໃນປີທີຊາວເກົ້າ ມັນໄດ້ເລີ່ມມີການໂຕ້ຖຽງກັນເລັກໜ້ອຍໃນບັນດາຜູ້ຄົນ; ແລະ ມີບາງຄົນລະເມີເພີ້ຝັນດ້ວຍ ຄວາມທະນົງຕົວ ແລະ ການອວດອ້າງເພາະຂອງມີຄ່າຢ່າງຫລວງຫລາຍຂອງພວກເຂົາ, ແທ້ຈິງແລ້ວ, ຈົນນຳໄປສູ່ການຂົ່ມເຫັງອັນໃຫຍ່ຫລວງ.
11 ເພາະວ່າມັນໄດ້ມີພໍ່ຄ້າຢ່າງຫລວງຫລາຍໃນແຜ່ນດິນ, ແລະ ທະນາຍຄວາມຢ່າງຫລວງຫລາຍ, ແລະ ເຈົ້າໜ້າທີ່ຢ່າງຫລວງຫລາຍນຳອີກ.
12 ແລະ ຜູ້ຄົນເລີ່ມມີການແບ່ງຊັ້ນວັນນະກັນຂຶ້ນຕາມ ຄວາມຮັ່ງມີຂອງຕົນ, ແລະ ຕາມໂອກາດຂອງພວກເຂົາທີ່ໄດ້ຮຽນຮູ້; ແທ້ຈິງແລ້ວ, ບາງຄົນຂາດຄວາມຮູ້ ເພາະຄວາມຍາກຈົນຂອງພວກເຂົາ, ແລະ ຄົນອື່ນໆໄດ້ຮັບການສຶກສາຢ່າງກວ້າງຂວາງເພາະຄວາມຮັ່ງມີຂອງພວກເຂົາ.
13 ບາງຄົນໄດ້ລະເມີເພີ້ຝັນດ້ວຍຄວາມທະນົງຕົວ, ແລະ ບາງຄົນເປັນຄົນຖ່ອມຕົວທີ່ສຸດ; ບາງຄົນກໍໄດ້ໂຕ້ຖຽງກັນດ້ວຍສຽງປ້ອຍດ່າ, ໃນຂະນະທີ່ບາງຄົນຍອມຮັບການປ້ອຍດ່າ ແລະ ຍອມຮັບ ການຂົ່ມເຫັງ ແລະ ຄວາມທຸກນາໆປະການ, ແລະ ບໍ່ຍອມໂຕ້ຕອບ ແລະ ໝິ່ນປະໝາດຄືນ, ມີແຕ່ຖ່ອມຕົວ ແລະ ສຳນຶກຜິດຕໍ່ພຣະພັກຂອງພຣະເຈົ້າ.
14 ແລະ ມັນຈຶ່ງມີຄວາມບໍ່ສະເໝີພາບກັນໃນທົ່ວແຜ່ນດິນ, ເຖິງຂະໜາດທີ່ສາດສະໜາຈັກເລີ່ມແຕກແຍກ; ແທ້ຈິງແລ້ວ, ເຖິງຂະໜາດທີ່ສາດສະໜາຈັກໃນທົ່ວແຜ່ນດິນໄດ້ເລີ່ມຕົ້ນແຕກແຍກກັນໃນປີທີສາມສິບ ນອກຈາກໃນບັນດາຊາວເລມັນຈຳນວນໜ້ອຍໜຶ່ງຜູ້ທີ່ປ່ຽນໃຈເຫລື້ອມໃສມາສູ່ສັດທາທີ່ແທ້ຈິງ; ແລະ ພວກເຂົາຈະບໍ່ຖິ້ມມັນໄປ ເພາະພວກເຂົາໝັ້ນຄົງ, ແລະ ແນ່ວແນ່, ແລະ ບໍ່ຫວັ່ນໄຫວ, ເຕັມໃຈທີ່ຈະຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າດ້ວຍສຸດ ຄວາມພາກພຽນ.
15 ບັດນີ້ສາເຫດຂອງຄວາມຊົ່ວຮ້າຍຂອງຜູ້ຄົນແມ່ນຄືແນວນີ້—ຊາຕານໄດ້ມີອຳນາດອັນຍິ່ງໃຫຍ່ໃນການຍຸຍົງໃຫ້ຜູ້ຄົນເຮັດຄວາມຊົ່ວຮ້າຍນາໆປະການ, ແລະ ເຮັດໃຫ້ພວກເຂົາຫລົງໄຫລດ້ວຍຄວາມທະນົງຕົວ, ລໍ້ລວງພວກເຂົາໃຫ້ສະແຫວງຫາອຳນາດ ແລະ ສິດອຳນາດ, ແລະ ຂອງມີຄ່າ, ແລະ ສິ່ງທີ່ບໍ່ມີປະໂຫຍດຂອງໂລກ.
16 ແລະ ຊາຕານໄດ້ຊັກນຳໃຈຂອງຜູ້ຄົນໃຫ້ເຮັດຄວາມຊົ່ວຮ້າຍນາໆປະການດັ່ງນີ້; ສະນັ້ນ ພວກເຂົາຈຶ່ງໄດ້ຊື່ນຊົມຢູ່ກັບສັນຕິສຸກພຽງແຕ່ບໍ່ເທົ່າໃດປີເທົ່ານັ້ນ.
17 ແລະ ດ້ວຍເຫດນີ້, ໃນຕົ້ນປີທີສາມສິບ—ຜູ້ຄົນໄດ້ຖືກປະປ່ອຍໄວ້ເປັນເວລາດົນນານຢູ່ນຳ ການລໍ້ລວງຂອງມານຕາມແຕ່ມັນປາດຖະໜາທີ່ຈະພາພວກເຂົາໄປ, ແລະ ໃຫ້ເຮັດຄວາມຊົ່ວຮ້າຍຕາມແຕ່ມັນປາດຖະໜາທີ່ຈະໃຫ້ພວກເຂົາເຮັດ—ແລະ ຕົ້ນປີທີສາມສິບນີ້, ຜູ້ຄົນຈຶ່ງໄດ້ຕົກຢູ່ໃນສະພາບແຫ່ງຄວາມຊົ່ວຮ້າຍອັນເປັນຕາຢ້ານດັ່ງນີ້.
18 ບັດນີ້ພວກເຂົາບໍ່ໄດ້ເຮັດບາບໂດຍ ບໍ່ຮູ້ເທົ່າເຖິງການ, ເພາະພວກເຂົາຮູ້ຈັກເຖິງພຣະປະສົງຂອງພຣະເຈົ້າກ່ຽວກັບພວກເຂົາ, ເພາະພວກເຂົາໄດ້ຮັບການສິດສອນມາແລ້ວ; ສະນັ້ນ ພວກເຂົາຈຶ່ງໄດ້ ກະບົດຕໍ່ພຣະເຈົ້າໂດຍເຈດຕະນາ.
19 ແລະ ບັດນີ້ມັນເປັນໄປໃນວັນເວລາຂອງເລໂຄນິອັດຜູ້ເປັນລູກຊາຍຂອງເລໂຄນິອັດ, ເພາະວ່າເລໂຄນິອັດໄດ້ຮັບຕຳແໜ່ງແທນບິດາຂອງເພິ່ນ ແລະ ໄດ້ປົກຄອງຜູ້ຄົນໃນປີນັ້ນ.
20 ແລະ ມັນເລີ່ມມີຄົນໄດ້ຮັບ ການດົນໃຈຈາກສະຫວັນ ແລະ ຖືກສົ່ງໄປຫາບັນດາຜູ້ຄົນໃນທົ່ວແຜ່ນດິນເພື່ອສັ່ງສອນ ແລະ ໃຫ້ຖ້ອຍຄຳຢ່າງອາດຫານເຖິງບາບ ແລະ ຄວາມຊົ່ວຮ້າຍຂອງຜູ້ຄົນ, ແລະ ໄດ້ໃຫ້ຖ້ອຍຄຳແກ່ພວກເຂົາກ່ຽວກັບການໄຖ່, ຊຶ່ງພຣະຜູ້ເປັນເຈົ້າຈະກະທຳເພື່ອຜູ້ຄົນຂອງພຣະອົງ, ຫລື ອີກຄຳໜຶ່ງຄື ການຟື້ນຄືນພຣະຊົນຂອງພຣະຄຣິດ; ແລະ ເຂົາເຈົ້າໄດ້ໃຫ້ຖ້ອຍຄຳຢ່າງອາດຫານເຖິງ ການສິ້ນພຣະຊົນ ແລະ ການທຸກທໍລະມານຂອງພຣະອົງ.
21 ບັດນີ້ມັນໄດ້ມີຜູ້ຄົນຈຳນວນຫລວງຫລາຍທີ່ຄຽດແຄ້ນຫລາຍທີ່ສຸດໃຫ້ແກ່ຜູ້ທີ່ໃຫ້ຖ້ອຍຄຳເຖິງເລື່ອງເຫລົ່ານີ້; ແລະ ຜູ້ທີ່ຄຽດແຄ້ນນັ້ນສ່ວນຫລາຍເປັນພວກຫົວໜ້າຜູ້ຕັດສິນ, ແລະ ພວກທີ່ ໄດ້ເປັນມະຫາປະໂລຫິດ ແລະ ພວກທະນາຍຄວາມ; ແທ້ຈິງແລ້ວ, ພວກທະນາຍຄວາມທັງໝົດໄດ້ຄຽດແຄ້ນໃຫ້ແກ່ຜູ້ທີ່ໃຫ້ຖ້ອຍຄຳເຖິງເລື່ອງເຫລົ່ານີ້.
22 ບັດນີ້ບໍ່ມີທະນາຍຄວາມ ຫລື ວ່າຜູ້ຕັດສິນ ຫລື ວ່າມະຫາປະໂລຫິດຄົນໃດທີ່ຈະມີອຳນາດກ່າວໂທດຜູ້ໃດເຖິງຕາຍໄດ້ ນອກຈາກຜູ້ປົກຄອງແຜ່ນດິນຈະເປັນຜູ້ລົງຊື່ໃນການກ່າວໂທດນັ້ນເທົ່ານັ້ນ.
23 ບັດນີ້ມີຫລາຍຄົນໃນພວກທີ່ໃຫ້ຖ້ອຍຄຳເຖິງເລື່ອງທີ່ກ່ຽວກັບພຣະຄຣິດ ຜູ້ທີ່ໄດ້ໃຫ້ຖ້ອຍຄຳຢ່າງອາດຫານໄດ້ຖືກພວກຜູ້ຕັດສິນຈັບໄປ ແລະ ຂ້າຢ່າງລັບໆ ເພື່ອການຕາຍຂອງພວກເພິ່ນຈະບໍ່ໄດ້ຮູ້ໄປເຖິງຜູ້ປົກຄອງແຜ່ນດິນ ຈົນກວ່າຫລັງຈາກພວກເພິ່ນຕາຍໄປແລ້ວ.
24 ບັດນີ້ຈົ່ງເບິ່ງ, ນີ້ເປັນສິ່ງກົງກັນຂ້າມກັບກົດໝາຍຂອງບ້ານເມືອງທີ່ຈະລົງໂທດປະຫານຊີວິດຄົນໃດຕາມໃຈຊອບ ເວັ້ນໄວ້ແຕ່ພວກເຂົາຈະໄດ້ຮັບອຳນາດຈາກຜູ້ປົກຄອງແຜ່ນດິນເສຍກ່ອນ—
25 ສະນັ້ນ ມັນຈຶ່ງມີໃບຄຳຮ້ອງຂຶ້ນໄປຫາແຜ່ນດິນເຊຣາເຮັມລາ, ເຖິງຜູ້ປົກຄອງແຜ່ນດິນເພື່ອກ່າວຟ້ອງຜູ້ຕັດສິນເຫລົ່ານີ້ທີ່ໄດ້ກ່າວໂທດສາດສະດາຂອງພຣະຜູ້ເປັນເຈົ້າຈົນເຖິງແກ່ຄວາມຕາຍ, ຊຶ່ງມັນບໍ່ເປັນໄປຕາມກົດໝາຍ.
26 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາຈຶ່ງໄດ້ຖືກຈັບ ແລະ ຖືກນຳໄປຢູ່ຕໍ່ໜ້າຜູ້ຕັດສິນ, ເພື່ອຮັບການຕັດສິນຕາມຄວາມຜິດທີ່ພວກເຂົາໄດ້ເຮັດໄປນັ້ນຕາມ ກົດໝາຍຊຶ່ງຜູ້ຄົນໄດ້ຕັ້ງໄວ້.
27 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຜູ້ຕັດສິນເຫລົ່ານີ້ ມີເພື່ອນຝູງ ແລະ ຍາດພີ່ນ້ອງຫລາຍຄົນ; ແລະ ພວກທີ່ເຫລືອຢູ່, ແທ້ຈິງແລ້ວ, ພວກທະນາຍຄວາມ ແລະ ພວກມະຫາປະໂລຫິດເກືອບໝົດທຸກຄົນໄດ້ຮ່ວມມືເຂົ້າກັບຍາດພີ່ນ້ອງຂອງພວກຜູ້ຕັດສິນເຫລົ່ານັ້ນ ຜູ້ທີ່ໄດ້ຖືກພິຈາລະນາໂທດຕາມກົດໝາຍ.
28 ແລະ ພວກເຂົາໄດ້ເຂົ້າເຮັດ ພັນທະສັນຍາຮ່ວມກັນ, ແທ້ຈິງແລ້ວ, ເປັນພັນທະສັນຍາ ຊຶ່ງຄົນແຕ່ເກົ່າກ່ອນໃຫ້ໄວ້ ຊຶ່ງພັນທະສັນຍານັ້ນ ມານໄດ້ໃຫ້ໄວ້, ເພື່ອຈະໄດ້ຮ່ວມຫົວກັນຕໍ່ສູ້ກັບຄວາມຊອບທຳທັງມວນ.
29 ສະນັ້ນ ພວກເຂົາຈຶ່ງໄດ້ຮ່ວມຫົວກັນຕໍ່ສູ້ກັບຜູ້ຄົນຂອງພຣະຜູ້ເປັນເຈົ້າ, ແລະ ເຂົ້າເຮັດພັນທະສັນຍາເພື່ອຈະໄດ້ທຳລາຍຜູ້ຄົນທີ່ຊອບທຳເຫລົ່ານັ້ນ, ເພື່ອຊ່ວຍເຫລືອພວກທີ່ມີຄວາມຜິດຖານຄາດຕະກຳ ໃຫ້ພົ້ນຈາກເງື້ອມມືຂອງຄວາມຍຸດຕິທຳ, ຊຶ່ງກຳລັງຈະອອກໃຊ້ຕາມກົດໝາຍ.
30 ແລະ ພວກເຂົາໄດ້ຕໍ່ຕ້ານກົດໝາຍ ແລະ ສິດທິຂອງປະເທດຊາດຂອງພວກເຂົາ; ແລະ ພວກເຂົາໄດ້ເຮັດພັນທະສັນຍາຮ່ວມກັນເພື່ອທຳລາຍຜູ້ປົກຄອງແຜ່ນດິນ, ແລະ ເພື່ອແຕ່ງຕັ້ງ ກະສັດຂຶ້ນປົກຄອງແຜ່ນດິນ, ເພື່ອແຜ່ນດິນຈະບໍ່ໄດ້ມີເສລີພາບອີກຕໍ່ໄປ ແຕ່ຈະຂຶ້ນກັບກະສັດ.