ບົດທີ 14
ແອວມາກັບແອມມິວເລັກຖືກຄຸມຂັງ ແລະ ຖືກຂ້ຽນຕີ—ຜູ້ທີ່ເຊື່ອຖື ແລະ ພຣະຄຳພີອັນສັກສິດຂອງພວກເຂົາຖືກເຜົາດ້ວຍໄຟ—ຄົນທີ່ຕາຍຍ້ອນຄວາມເຊື່ອເຫລົ່ານັ້ນຖືກພຣະຜູ້ເປັນເຈົ້າຮັບໄວ້ໃນລັດສະໝີພາບ—ຝາຄຸກແຍກອອກ ແລະ ພັງລົງ—ແອວມາກັບແອມມິວເລັກຖືກປົດປ່ອຍ, ແລະ ພວກທີ່ກົດຂີ່ຂົ່ມເຫັງພວກເພິ່ນໄດ້ຖືກຂ້າຕາຍ. ປະມານ 82–81 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນ ຫລັງຈາກແອວມາເວົ້າກັບຜູ້ຄົນຈົບລົງແລ້ວ ຫລາຍຄົນໃນພວກເຂົາໄດ້ເຊື່ອຖືໃນຄຳເວົ້າຂອງເພິ່ນ, ແລະ ກັບໃຈ, ແລະ ເລີ່ມຄົ້ນຄວ້າ ພຣະຄຳພີ.
2 ແຕ່ວ່າຄົນສ່ວນຫລາຍໃນພວກນີ້ປາດຖະໜາຈະທຳລາຍແອວມາກັບແອມມິວເລັກ; ເພາະວ່າພວກເຂົາຄຽດໃຫ້ແອວມາ, ເພາະ ຄວາມແຈ່ມແຈ້ງຂອງຄຳເວົ້າຂອງເພິ່ນທີ່ເວົ້າກັບຊີເອສຣອມ; ແລະ ພວກເຂົາເວົ້າອີກວ່າ ແອມມິວເລັກ ຕົວະພວກເຂົາ ແລະ ໝິ່ນປະໝາດກົດໝາຍ ພ້ອມທັງທະນາຍຄວາມ ແລະ ຜູ້ຕັດສິນຂອງພວກເຂົານຳອີກ.
3 ແລະ ພວກເຂົາຄຽດແຄ້ນໃຫ້ແອວມາກັບແອມມິວເລັກ; ແລະ ເພາະວ່າພວກເພິ່ນໃຫ້ຖ້ອຍຄຳຢ່າງແຈ່ມແຈ້ງ ຟ້ອງຄວາມຊົ່ວຮ້າຍຂອງພວກເຂົາ, ພວກເຂົາຈຶ່ງພະຍາຍາມກຳຈັດພວກເພິ່ນຢ່າງລັບໆ.
4 ແຕ່ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາບໍ່ໄດ້ເຮັດແນວນັ້ນ; ແຕ່ພວກເຂົາໄດ້ຈັບ ແລະ ມັດພວກເພິ່ນໄວ້ດ້ວຍເຊືອກທີ່ໝັ້ນ, ແລະ ເອົາພວກເພິ່ນໄປຢູ່ຕໍ່ໜ້າຜູ້ຕັດສິນຂອງແຜ່ນດິນ.
5 ແລະ ຜູ້ຄົນໄດ້ອອກໄປເປັນພະຍານຟ້ອງພວກເພິ່ນ—ໃຫ້ການວ່າ ພວກເພິ່ນໄດ້ໝິ່ນປະໝາດກົດໝາຍ, ທະນາຍຄວາມ, ແລະ ຜູ້ຕັດສິນຂອງແຜ່ນດິນຂອງພວກເຂົາ, ແລະ ໃຫ້ຖ້ອຍຄຳວ່າມີພຣະເຈົ້າແຕ່ພຽງອົງດຽວ, ແລະ ວ່າພຣະອົງຈະສົ່ງພຣະບຸດຂອງພຣະອົງມາໃນບັນດາຜູ້ຄົນ, ແຕ່ວ່າພຣະອົງຈະບໍ່ຊ່ວຍພວກເຂົາໃຫ້ລອດ; ແລະ ຜູ້ຄົນໃຫ້ຖ້ອຍຄຳກ່າວໂທດແອວມາກັບແອມມິວເລັກຫລາຍແນວ. ບັດນີ້ເລື່ອງລາວໄດ້ເກີດຂຶ້ນຢູ່ຕໍ່ໜ້າຫົວໜ້າຜູ້ຕັດສິນຂອງແຜ່ນດິນ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊີເອສຣອມແປກໃຈໃນຄຳເວົ້າເຫລົ່ານັ້ນ; ແລະ ລາວກໍຮູ້ຈັກກ່ຽວກັບຄວາມມືດມົວຂອງຈິດໃຈນຳອີກ, ຊຶ່ງລາວພາໃຫ້ເກີດຂຶ້ນໃນບັນດາຜູ້ຄົນໂດຍການຕົວະຍົວະຂອງລາວ; ແລະ ຈິດວິນຍານຂອງລາວເລີ່ມ ທໍລະມານພາຍໃຕ້ ການສຳນຶກໃນຄວາມຜິດຂອງຕົນເອງ; ແທ້ຈິງແລ້ວ, ລາວເລີ່ມຖືກລ້ອມໄວ້ດ້ວຍຄວາມເຈັບປວດຂອງນະລົກ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວເລີ່ມຮ້ອງຂໍຕໍ່ຜູ້ຄົນ, ມີຄວາມວ່າ: ຈົ່ງເບິ່ງຂ້າພະເຈົ້າເປັນ ຄົນຜິດ, ແລະ ພວກເພິ່ນບໍ່ມີມົນທິນຕໍ່ພຣະພັກຂອງພຣະເຈົ້າເລີຍ. ແລະ ລາວເລີ່ມແກ້ຄຳເວົ້າແທນພວກເພິ່ນນັບຕັ້ງແຕ່ເວລານັ້ນໄປ; ແຕ່ວ່າຄົນທັງຫລາຍໝິ່ນປະໝາດລາວ, ໂດຍກ່າວວ່າ: ເຈົ້າຖືກຜີເຂົ້າສິງແລ້ວບໍ? ແລະ ພວກເຂົາໄດ້ຖົ່ມນ້ຳລາຍໃສ່ລາວ, ແລະ ຂັບໄລ່ລາວອອກໄປຈາກບັນດາພວກເຂົາພ້ອມທັງທຸກຄົນທີ່ເຊື່ອໃນຄຳເວົ້າຂອງແອວມາກັບແອມມິວເລັກ; ແລະ ພວກເຂົາໄດ້ຂັບໄລ່ຄົນພວກນັ້ນອອກໄປ, ແລະ ໄດ້ສົ່ງຄົນໄປແກວ່ງກ້ອນຫີນໃສ່ພວກເຂົາ.
8 ແລະ ພວກເຂົາໄດ້ນຳເອົາເມຍ ແລະ ລູກໆຂອງພວກເຂົາມາໂຮມກັນ, ແລະ ຜູ້ໃດກໍຕາມທີ່ເຊື່ອຖື ຫລື ຖືກສິດສອນໃຫ້ເຊື່ອພຣະຄຳຂອງພຣະເຈົ້າ ພວກເຂົາກໍໃຫ້ໂຍນຄົນເຫລົ່ານັ້ນເຂົ້າກອງໄຟ; ແລະ ພວກເຂົາໄດ້ນຳເອົາບັນທຶກຂອງພວກເຂົາມາ, ຊຶ່ງປະກອບດ້ວຍພຣະຄຳພີສັກສິດ ແລະ ໂຍນມັນເຂົ້າໃນກອງໄຟນຳອີກ, ເພື່ອມັນຈະໄດ້ໄໝ້ ແລະ ພິນາດໄປດ້ວຍໄຟ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ນຳເອົາແອວມາກັບແອມມິວເລັກອອກໄປບ່ອນເຜົາຄົນທີ່ເຊື່ອຖື, ເພື່ອພວກເພິ່ນຈະໄດ້ເຫັນຄວາມພິນາດຂອງຄົນພວກນັ້ນທີ່ຖືກເຜົາດ້ວຍໄຟ.
10 ແລະ ເວລາທີ່ແອມມິວເລັກເຫັນຄວາມເຈັບປວດຂອງພວກແມ່ຍິງ ແລະ ເດັກນ້ອຍທີ່ກຳລັງຖືກໄຟໄໝ້, ລາວກໍມີຄວາມເຈັບປວດຫລາຍ; ແລະ ລາວໄດ້ເວົ້າກັບແອວມາວ່າ: ພວກເຮົາຈະເບິ່ງພາບອັນເປັນຕາຢ້ານນີ້ໄດ້ແນວໃດ? ສະນັ້ນ ຂໍໃຫ້ພວກເຮົາເດ່ມືອອກໄປ ແລະ ໃຊ້ ອຳນາດຂອງພຣະເຈົ້າທີ່ຢູ່ໃນພວກເຮົາ, ແລະ ຊ່ວຍເຫລືອພວກເຂົາໃຫ້ພົ້ນຈາກແປວໄຟເສຍເຖີດ.
11 ແຕ່ແອວມາກ່າວກັບແອມມິວເລັກວ່າ: ພຣະວິນຍານໄດ້ກ່າວກັບຂ້າພະເຈົ້າວ່າ ບໍ່ຕ້ອງເດ່ມືຂອງຂ້າພະເຈົ້າອອກໄປ; ເພາະຈົ່ງເບິ່ງ ພຣະຜູ້ເປັນເຈົ້າໄດ້ຮັບເອົາພວກເຂົາຂຶ້ນໄປຫາພຣະອົງແລ້ວໃນ ລັດສະໝີພາບ; ແລະ ພຣະອົງໄດ້ຍອມໃຫ້ພວກເຂົາເຮັດສິ່ງເຫລົ່ານີ້ເພື່ອວ່າໃຫ້ຄົນອື່ນໆເຮັດສິ່ງເຫລົ່ານີ້ກັບພວກເຂົາຕາມຄວາມແຂງກະດ້າງຂອງໃຈຂອງພວກເຂົາ, ເພື່ອ ການຕັດສິນຊຶ່ງພຣະອົງຈະໃຫ້ມີກັບພວກເຂົາໃນພຣະພິໂລດຂອງພຣະອົງຈະທ່ຽງທຳ; ແລະ ເລືອດຂອງ ຜູ້ບໍລິສຸດຈະຢືນເປັນພະຍານຟ້ອງພວກເຂົາ, ແທ້ຈິງແລ້ວ, ພວກເຂົາຈະຮ້ອງຢ່າງສຸດກຳລັງເພື່ອຟ້ອງພວກເຂົາໃນວັນສຸດທ້າຍ.
12 ແລະ ບັດນີ້ແອມມິວເລັກເວົ້າກັບແອວມາວ່າ: ຈົ່ງເບິ່ງ, ບາງທີພວກເຂົາອາດຈະເຜົາພວກເຮົາຄືກັນ.
13 ແລະ ແອວມາເວົ້າວ່າ: ຂໍໃຫ້ເປັນໄປຕາມພຣະປະສົງຂອງພຣະຜູ້ເປັນເຈົ້າເຖີດ. ແຕ່ຈົ່ງເບິ່ງ, ວຽກງານຂອງພວກເຮົາຍັງບໍ່ທັນສຳເລັດເທື່ອ; ສະນັ້ນ ພວກເຂົາຈະບໍ່ເຜົາພວກເຮົາດອກ.
14 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອຮ່າງກາຍຂອງຜູ້ທີ່ຖືກໂຍນເຂົ້າໃນໄຟພ້ອມທັງບັນທຶກ ຊຶ່ງຖືກເຂົ້າໄປພ້ອມກັບພວກເຂົາຖືກໄຟໄໝ້ໝົດແລ້ວ, ຫົວໜ້າຜູ້ຕັດສິນຂອງແຜ່ນດິນໄດ້ມາຢືນຢູ່ຕໍ່ໜ້າແອວມາກັບແອມມິວເລັກ, ຂະນະທີ່ພວກເພິ່ນຖືກມັດຢູ່; ແລະ ເພິ່ນໄດ້ຕົບໜ້າພວກເພິ່ນດ້ວຍມືຂອງເພິ່ນ ແລະ ເວົ້າກັບພວກເພິ່ນວ່າ: ຫລັງຈາກພວກເຈົ້າເຫັນສິ່ງນີ້ແລ້ວ, ພວກເຈົ້າຍັງຈະສັ່ງສອນຜູ້ຄົນພວກນີ້ອີກບໍ ຊຶ່ງພວກເຂົາຈະຖືກໂຍນເຂົ້າໄປໃນ ທະເລໄຟ ແລະ ມາດ?
15 ຈົ່ງເບິ່ງ, ພວກເຈົ້າເຫັນວ່າຕົນເອງບໍ່ມີອຳນາດທີ່ຈະຊ່ວຍເຫລືອຜູ້ທີ່ຖືກໂຍນເຂົ້າໄປໃນໄຟນັ້ນ; ທັງພຣະເຈົ້າກໍບໍ່ຊ່ວຍພວກເຂົາທັງໆທີ່ພວກເຂົາມີສັດທາເໝືອນພວກເຈົ້າ. ແລະ ຜູ້ຕັດສິນໄດ້ຕົບໜ້າພວກເພິ່ນອີກ, ແລະ ຖາມວ່າ: ພວກເຈົ້າຈະເວົ້າແນວໃດເພື່ອຕົວເອງ?
16 ແລະ ຜູ້ຕັດສິນຜູ້ນີ້ຢູ່ໃນລະບຽບ ແລະ ສັດຊື່ຕໍ່ ນີຮໍ, ຜູ້ຂ້າກີເດໂອນນັ້ນ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາກັບແອມມິວເລັກບໍ່ໄດ້ຕອບເພິ່ນ; ແລະ ເພິ່ນໄດ້ຕົບໜ້າພວກເພິ່ນອີກ, ແລະ ມອບພວກເພິ່ນໃຫ້ແກ່ເຈົ້າໜ້າທີ່ເພື່ອເອົາໄປເຂົ້າຄຸກ.
18 ແລະ ເມື່ອພວກເພິ່ນໄດ້ຖືກສົ່ງເຂົ້າຄຸກໄດ້ສາມມື້, ພວກທະນາຍຄວາມ, ແລະ ພວກຜູ້ຕັດສິນ, ແລະ ພວກປະໂລຫິດ, ແລະ ພວກຄູສອນຫລາຍຄົນ, ທີ່ມີວິຊາຊີບດຽວກັນກັບນີຮໍ ໄດ້ເຂົ້າມາໃນຄຸກເພື່ອເບິ່ງພວກເພິ່ນ; ແລະ ເຂົາເຈົ້າໄດ້ສອບຖາມພວກເພິ່ນຫລາຍເລື່ອງແຕ່ພວກເພິ່ນບໍ່ໄດ້ຕອບຫຍັງເລີຍ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຕັດສິນໄດ້ມາຢືນຢູ່ຕໍ່ໜ້າພວກເພິ່ນ, ແລະ ຖາມວ່າ: ເປັນຫຍັງພວກເຈົ້າຈຶ່ງບໍ່ຕອບຄຳຖາມຂອງຜູ້ຄົນພວກນີ້? ພວກເຈົ້າຮູ້ບໍວ່າຂ້າພະເຈົ້າມີອຳນາດທີ່ຈະສົ່ງພວກເຈົ້າໃຫ້ຖືກໂຍນເຂົ້າໄປໃນກອງໄຟໄດ້? ແລະ ເພິ່ນໄດ້ສັ່ງໃຫ້ແອວມາກັບແອມມິວເລັກເວົ້າ; ແຕ່ພວກເພິ່ນກໍບໍ່ໄດ້ເວົ້າຫຍັງເລີຍ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຂົາເຈົ້າໄດ້ອອກໄປ ແລະ ໄປຕາມທາງຂອງເຂົາເຈົ້າ, ແລະ ໄດ້ກັບຄືນມາອີກໃນມື້ຕໍ່ມາ; ແລະ ຜູ້ຕັດສິນໄດ້ຕົບໜ້າພວກເພິ່ນອີກ. ແລະ ຫລາຍຄົນໄດ້ອອກມາຄືກັນ, ແລະ ຕົບໜ້າພວກເພິ່ນ, ແລະ ຖາມວ່າ: ພວກເຈົ້າຈະຢືນຕັດສິນຜູ້ຄົນພວກນີ້ ແລະ ກ່າວໂທດກົດໝາຍຂອງພວກເຮົາອີກບໍ? ຖ້າຫາກພວກເຈົ້າມີອຳນາດອັນຍິ່ງໃຫຍ່ເຊັ່ນນັ້ນ ແລ້ວເປັນຫຍັງຈຶ່ງບໍ່ຊ່ວຍຕົນເອງໃຫ້ ຫລຸດພົ້ນໄດ້?
21 ແລະ ເຂົາເຈົ້າໄດ້ເວົ້າຫລາຍເລື່ອງໃນທຳນອງນີ້, ໂດຍທີ່ກັດແຂ້ວ, ແລະ ຖົ່ມນ້ຳລາຍໃສ່ພວກເພິ່ນ, ແລະ ຖາມວ່າ: ພວກເຮົາຈະເປັນແນວໃດເວລາພວກເຮົາອັບປະໂຫຍດ?
22 ແລະ ເຂົາເຈົ້າໄດ້ເວົ້າຫລາຍເລື່ອງໃນທຳນອງນີ້, ແທ້ຈິງແລ້ວ, ເຂົາເຈົ້າໄດ້ເວົ້າກັບພວກເພິ່ນຕ່າງໆນາໆ; ແລະ ໄດ້ເຍາະເຍີ້ຍພວກເພິ່ນຢູ່ແນວນັ້ນຕັ້ງຫລາຍມື້, ແລະ ເຂົາເຈົ້າບໍ່ເອົາເຂົ້າເອົານ້ຳໃຫ້ພວກເພິ່ນກິນ ເພື່ອພວກເພິ່ນຈະໄດ້ຫິວເຂົ້າຫິວນ້ຳ; ແລະ ເຂົາເຈົ້າໄດ້ແກ້ເສື້ອຜ້າຂອງພວກເພິ່ນອອກນຳອີກ ເພື່ອພວກເພິ່ນຈະໄດ້ເປືອຍເປົ່າ; ແລະ ພວກເພິ່ນຖືກມັດໄວ້ດ້ວຍເຊືອກທີ່ໝັ້ນ ແລະ ຖືກຂັງຢູ່ໃນຄຸກ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກພວກເພິ່ນໄດ້ທົນທຸກທໍລະມານຢູ່ຫລາຍມື້ແນວນັ້ນ, (ໃນວັນທີສິບສອງຂອງເດືອນສິບ, ໃນປີທີສິບແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ) ຄືຫົວໜ້າຜູ້ຕັດສິນດູແລແຜ່ນດິນອຳໂມນໄນຮາ ແລະ ຜູ້ສອນ ແລະ ທະນາຍຄວາມຂອງພວກເຂົາຫລາຍຄົນໄດ້ເຂົ້າໄປໃນຄຸກ ຊຶ່ງແອວມາກັບແອມມິວເລັກໄດ້ຖືກມັດໄວ້ດ້ວຍເຊືອກ.
24 ແລະ ຫົວໜ້າຜູ້ຕັດສິນໄດ້ມາຢືນຢູ່ຕໍ່ໜ້າພວກເພິ່ນ ແລະ ຕົບໜ້າພວກເພິ່ນອີກ, ແລະ ເວົ້າກັບພວກເພິ່ນວ່າ: ຖ້າຫາກພວກເຈົ້າມີອຳນາດຂອງພຣະເຈົ້າ, ພວກເຈົ້າກໍຄວນຊ່ວຍຕົນເອງໃຫ້ຫລຸດພົ້ນອອກຈາກເຊືອກມັດເຫລົ່ານີ້ແມ, ເມື່ອນັ້ນພວກເຮົາຈຶ່ງຈະເຊື່ອວ່າ ພຣະຜູ້ເປັນເຈົ້າຈະທຳລາຍຜູ້ຄົນພວກນີ້ຕາມຄຳເວົ້າຂອງພວກເຈົ້າ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຂົາເຈົ້າທັງໝົດໄດ້ເຂົ້າໄປຕົບໜ້າພວກເພິ່ນ, ໂດຍເວົ້າຄວາມດຽວກັນຈົນກະທັ້ງຜູ້ສຸດທ້າຍ; ແລະ ເມື່ອຜູ້ສຸດທ້າຍໄດ້ເວົ້າກັບພວກເພິ່ນແລ້ວ ອຳນາດຂອງພຣະເຈົ້າໄດ້ມາສະຖິດຢູ່ກັບແອວມາກັບແອມມິວເລັກ, ແລະ ທັງສອງໄດ້ລຸກຢືນຂຶ້ນ.
26 ແລະ ແອວມາໄດ້ຮ້ອງຂຶ້ນ, ກ່າວວ່າ: ໂອ້ ພຣະອົງເຈົ້າເອີຍ, ຈະໃຫ້ພວກຂ້ານ້ອຍທົນຕໍ່ ຄວາມທຸກທີ່ສາຫັດນີ້ໄປອີກດົນປານໃດ? ໂອ້ ພຣະຜູ້ເປັນເຈົ້າ, ຈົ່ງໂຜດປະທານກຳລັງໃຫ້ພວກຂ້ານ້ອຍຕາມສັດທາຂອງພວກຂ້ານ້ອຍ ອັນມີຢູ່ໃນພຣະຄຣິດ ຈົນເຖິງການປົດປ່ອຍດ້ວຍເທີ້ນ. ແລະ ພວກເພິ່ນໄດ້ເຮັດໃຫ້ເຊືອກທີ່ມັດຢູ່ນັ້ນຂາດອອກ; ແລະ ເວລາຜູ້ຄົນເຫັນເຊັ່ນນັ້ນ, ກໍເລີ່ມປົບໜີເພາະຄວາມຢ້ານກົວວ່າຄວາມພິນາດຈະເກີດຂຶ້ນກັບພວກເຂົາ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄວາມຢ້ານກົວຂອງພວກເຂົານັ້ນໃຫຍ່ຫລວງທີ່ສຸດ ຈົນວ່າພວກເຂົາໄດ້ລົ້ມລົງຢູ່ກັບພື້ນດິນ, ແລະ ອອກໄປບໍ່ຮອດປະຕູນອກ ຄຸກຊ້ຳ; ແລະ ເກີດແຜ່ນດິນໄຫວຢ່າງໜັກ ແລະ ກຳແພງຄຸກໄດ້ແຍກອອກເປັນສອງ, ເຮັດໃຫ້ມັນພັງລົງຢູ່ກັບພື້ນດິນ; ແລະ ຫົວໜ້າຕັດສິນ, ພວກທະນາຍຄວາມ, ພວກປະໂລຫິດ, ແລະ ພວກຄູສອນທີ່ຕົບໜ້າແອວມາກັບແອມມິວເລັກໄດ້ຕາຍໄປເພາະຖືກຫີນທັບ.
28 ແລະ ແອວມາກັບແອມມິວເລັກໄດ້ອອກມາຈາກຄຸກ, ແລະ ພວກເພິ່ນບໍ່ໄດ້ຮັບບາດເຈັບຫຍັງເລີຍ; ເພາະພຣະຜູ້ເປັນເຈົ້າໄດ້ປະທານອຳນາດໃຫ້ແກ່ພວກເພິ່ນ, ຕາມສັດທາຂອງພວກເພິ່ນທີ່ມີຢູ່ໃນພຣະຄຣິດ. ແລະ ພວກເພິ່ນໄດ້ຍ່າງອອກຈາກຄຸກຢ່າງສະບາຍ; ແລະ ເຊືອກມັດໄດ້ ຫລຸດອອກຈາກພວກເພິ່ນ; ແລະ ຄຸກໄດ້ຍຸບລົງກັບພື້ນດິນ, ແລະ ທຸກຄົນຢູ່ພາຍໃນກຳແພງຄຸກໄດ້ຖືກຂ້າຕາຍໝົດ, ນອກຈາກແອວມາກັບແອມມິວເລັກເທົ່ານັ້ນ; ແລະ ພວກເພິ່ນໄດ້ຍ່າງມຸ້ງໜ້າເຂົ້າໄປໃນເມືອງ.
29 ບັດນີ້ຝູງຊົນໂດຍທີ່ໄດ້ຍິນສຽງກຶກກ້ອງອັນໃຫຍ່ຫລວງກໍຟ້າວແລ່ນມາເຕົ້າໂຮມກັນເພື່ອຢາກຮູ້ຈັກສາເຫດຂອງມັນ; ແລະ ເວລາພວກເຂົາເຫັນແອວມາກັບແອມມິວເລັກຍ່າງອອກຈາກຄຸກ ແລະ ກຳແພງຄຸກພັງລົງຢູ່ກັບພື້ນດິນ, ພວກເຂົາກໍຖືກຄອບງຳດ້ວຍຄວາມຢ້ານກົວຢ່າງໃຫຍ່ຫລວງ ແລະ ປົບໜີໄປຕໍ່ໜ້າແອວມາກັບແອມມິວເລັກ ຄືກັນກັບແມ່ແບ້ກັບລູກອ່ອນຂອງມັນ ຫລົບໜີຈາກສິງສອງໂຕ; ແລະ ພວກເຂົາໄດ້ໜີໄປຕໍ່ໜ້າແອວມາກັບແອມມິວເລັກແນວນັ້ນ.