ບົດທີ 16
ຊາວເລມັນທຳລາຍຜູ້ຄົນຂອງອຳໂມນໄນຮາ—ໂຊຣຳນຳພາຊາວນີໄຟເພື່ອເອົາໄຊຊະນະຊາວເລມັນ—ແອວມາກັບແອມມິວເລັກ ແລະ ຜູ້ອື່ນໆສັ່ງສອນພຣະຄຳ—ພວກເພິ່ນສິດສອນວ່າ ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງແລ້ວ ພຣະຄຣິດຈະມາປະກົດຕໍ່ຊາວນີໄຟ. ປະມານ 81–77 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສິບເອັດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໃນວັນທີຫ້າຂອງເດືອນສອງ, ມັນມີສັນຕິສຸກທີ່ສຸດຢູ່ໃນແຜ່ນດິນເຊຣາເຮັມລາ, ບໍ່ມີສົງຄາມ ແລະ ການຂັດແຍ້ງກັນຕັ້ງຫລາຍປີຈົນເຖິງວັນທີຫ້າຂອງເດືອນສອງ, ໃນປີທີສິບເອັດຈຶ່ງມີສຽງຮ້ອງປ່າວເລື່ອງສົງຄາມທີ່ໄດ້ຍິນໄປທົ່ວແຜ່ນດິນ.
2 ເພາະຈົ່ງເບິ່ງ, ກອງທັບຂອງຊາວເລມັນໄດ້ຍົກເຂົ້າມາທາງດ້ານຖິ່ນແຫ້ງແລ້ງກັນດານໃນຊາຍແດນຂອງແຜ່ນດິນ, ຈົນກະທັ້ງເຂົ້າໄປໃນເມືອງ ອຳໂມນໄນຮາ, ແລະ ເລີ່ມຂ້າຜູ້ຄົນ ແລະ ທຳລາຍຕົວເມືອງ.
3 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນ, ກ່ອນທີ່ຊາວນີໄຟຈະລວມກຳລັງທະຫານໃຫ້ພຽງພໍທີ່ຈະຂັບໄລ່ພວກສັດຕູອອກຈາກແຜ່ນດິນໄປ, ພວກສັດຕູກໍໄດ້ ທຳລາຍຜູ້ຄົນທີ່ຢູ່ໃນເມືອງອຳໂມນໄນຮາກ່ອນແລ້ວ, ແລະ ໄດ້ທຳລາຍບາງຄົນທີ່ຢູ່ຮອບຊາຍແດນໂນອານຳອີກ, ແລະ ໄດ້ຈັບຄົນອື່ນໆໄປເປັນຊະເລີຍເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
4 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟປາດຖະໜາຈະໄດ້ຄົນຜູ້ທີ່ຖືກຈັບໄປເປັນຊະເລີຍໃນຖິ່ນແຫ້ງແລ້ງກັນດານຂອງພວກເຂົາກັບຄືນມາ.
5 ສະນັ້ນ, ຜູ້ທີ່ຖືກແຕ່ງຕັ້ງໃຫ້ເປັນຫົວໜ້ານາຍທະຫານເບິ່ງແຍງກອງທັບຊາວນີໄຟ, (ແລະ ຊື່ລາວວ່າ ໂຊຣຳ, ແລະ ລາວມີລູກຊາຍສອງຄົນ, ລີໄຮ ແລະ ເອຮາ)—ບັດນີ້ໂຊຣຳກັບລູກຊາຍທັງສອງຂອງລາວຮູ້ຈັກວ່າ ແອວມາເປັນມະຫາປະໂລຫິດດູແລສາດສະໜາຈັກ, ແລະ ໂດຍທີ່ໄດ້ຍິນວ່າ ເພິ່ນມີວິນຍານແຫ່ງການທຳນາຍຢູ່ນຳ, ສະນັ້ນ ເຂົາເຈົ້າຈຶ່ງໄດ້ໄປຫາເພິ່ນໂດຍປາດຖະໜາຈະໄດ້ຮູ້ວ່າ ພຣະຜູ້ເປັນເຈົ້າຈະພໍພຣະໄທຫລືບໍ່ ທີ່ເຂົາເຈົ້າຈະເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອຊອກຫາພີ່ນ້ອງຂອງເຂົາເຈົ້າ, ຜູ້ທີ່ຖືກຊາວເລມັນຈັບໄປເປັນຊະເລີຍນັ້ນ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ ທູນຖາມພຣະຜູ້ເປັນເຈົ້າກ່ຽວກັບເລື່ອງນີ້. ແລະ ແອວມາກັບຄືນມາ ແລະ ເວົ້າກັບເຂົາເຈົ້າວ່າ: ຈົ່ງເບິ່ງ, ຊາວເລມັນຈະຂ້າມແມ່ນ້ຳຊີໂດນທາງດ້ານໃຕ້ຂອງຖິ່ນແຫ້ງແລ້ງກັນດານ, ຖັດຂຶ້ນໄປທາງຊາຍແດນຂອງແຜ່ນດິນແມນທາຍ. ແລະ ຈົ່ງເບິ່ງ, ບ່ອນນັ້ນພວກເຈົ້າຈະເຫັນພວກເຂົາທາງຕາເວັນອອກຂອງແມ່ນ້ຳຊີໂດນ, ແລະ ບ່ອນນັ້ນພຣະຜູ້ເປັນເຈົ້າຈະປົດປ່ອຍພີ່ນ້ອງຂອງພວກເຈົ້າ ຊຶ່ງຖືກຊາວເລມັນຈັບໄປເປັນຊະເລີຍ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂຊຣຳກັບລູກຊາຍຂອງລາວໄດ້ຂ້າມແມ່ນ້ຳຊີໂດນໄປພ້ອມກັບກອງທັບທະຫານຂອງລາວ, ແລະ ເດີນທັບກາຍຊາຍແດນແມນທາຍໄປໃນຖິ່ນແຫ້ງແລ້ງກັນດານທາງດ້ານໃຕ້ ຊຶ່ງຢູ່ທາງຕາເວັນອອກຂອງແມ່ນ້ຳຊີໂດນ.
8 ແລະ ພວກເຂົາໄດ້ເຂົ້າໂຈມຕີກອງທັບຊາວເລມັນ, ແລະ ຊາວເລມັນໄດ້ກະຈັດກະຈາຍໄປ ແລະ ຖືກຂັບໄລ່ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ; ແລະ ພວກເຂົາຈຶ່ງໄດ້ເອົາພີ່ນ້ອງຂອງພວກເຂົາທີ່ຖືກຊາວເລມັນຈັບໄປເປັນຊະເລີຍນັ້ນຄືນມາ, ແລະ ບໍ່ມີຜູ້ໃດຫາຍສາບສູນໄປເລີຍສຳລັບຜູ້ທີ່ຖືກຈັບໄປເປັນຊະເລີຍນັ້ນ. ແລະ ພີ່ນ້ອງຂອງພວກເຂົາກໍໄດ້ພາພວກເຂົາກັບຄືນໄປຫາແຜ່ນດິນຂອງພວກເຂົາຕາມເດີມ.
9 ແລະ ປີທີສິບເອັດຂອງຜູ້ຕັດສິນໄດ້ສິ້ນສຸດລົງດັ່ງນີ້, ໂດຍທີ່ຊາວເລມັນຖືກຂັບໄລ່ອອກຈາກແຜ່ນດິນ, ແລະ ຜູ້ຄົນຂອງອຳໂມນໄນຮາຖືກ ທຳລາຍ; ແທ້ຈິງແລ້ວ, ຊາວອຳໂມນໄນຮາທຸກຄົນທີ່ມີຊີວິດຢູ່ຖືກ ທຳລາຍໝົດ, ພ້ອມທັງເມືອງໃຫຍ່ຂອງພວກເຂົານຳອີກ, ຊຶ່ງພວກເຂົາໄດ້ເວົ້າວ່າ ພຣະເຈົ້າຈະທຳລາຍບໍ່ໄດ້, ເພາະຄວາມຍິ່ງໃຫຍ່ຂອງມັນ.
10 ແຕ່ຈົ່ງເບິ່ງ, ໃນມື້ ດຽວເທົ່ານັ້ນກໍເຫລືອພຽງແຕ່ຄວາມວ່າງເປົ່າ; ແລະ ຊາກສົບຖືກໝາ ແລະ ສັດປ່າໃນຖິ່ນແຫ້ງແລ້ງກັນດານສີກກິນ.
11 ເຖິງຢ່າງໃດກໍຕາມ, ຕໍ່ມາຫລາຍມື້ ຊາກສົບຂອງພວກເຂົາຍັງກອງກັນຢູ່ໃນຜືນແຜ່ນດິນໂລກນັ້ນ, ແລະ ຖືກປົກຄຸມໄປດ້ວຍສິ່ງຂອງບາງໆ ແລະ ກິ່ນຂອງມັນຮຸນແຮງທີ່ສຸດຈົນວ່າຜູ້ຄົນບໍ່ສາມາດເຂົ້າໄປເປັນເຈົ້າຂອງແຜ່ນດິນອຳໂມນໄນຮາເປັນເວລາຫລາຍປີ. ມັນຈຶ່ງມີຊື່ວ່າແຜ່ນດິນຮ້າງຂອງຊາວນີຮໍ; ເພາະວ່າຄົນພວກນັ້ນມີອາຊີບດຽວກັນກັບ ນີຮໍຜູ້ຖືກຂ້າຕາຍ ແລະ ແຜ່ນດິນຂອງພວກເຂົາໄດ້ຮ້າງເປົ່າ.
12 ແລະ ຊາວເລມັນບໍ່ໄດ້ມາກໍ່ສົງຄາມກັບຊາວນີໄຟອີກຈົນເຖິງປີທີສິບສີ່ແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ. ແລະ ຜູ້ຄົນຂອງນີໄຟມີສັນຕິສຸກຕິດຕໍ່ກັນທົ່ວແຜ່ນດິນເປັນເວລາສາມປີດັ່ງນີ້.
13 ແລະ ແອວມາກັບແອມມິວເລັກໄດ້ອອກໄປສັ່ງສອນເລື່ອງການກັບໃຈໃຫ້ແກ່ຜູ້ຄົນໃນ ພຣະວິຫານ, ແລະ ໃນບ່ອນລີ້ໄພ, ແລະ ໃນ ທຳມະສາລາຂອງພວກເຂົານຳອີກ, ຊຶ່ງຖືກສ້າງໄວ້ຕາມແບບຂອງຊາວຢິວ.
14 ແລະ ຫລາຍຕໍ່ຫລາຍຄົນທີ່ຍອມຟັງຄຳເວົ້າຂອງພວກເພິ່ນ, ພວກເພິ່ນກໍໄດ້ໃຫ້ພຣະຄຳຂອງພຣະເຈົ້າແກ່ພວກເຂົາຕໍ່ໄປໂດຍ ບໍ່ເຫັນແກ່ຜູ້ໃດຜູ້ໜຶ່ງ.
15 ແລະ ແອວມາກັບແອມມິວເລັກ ແລະ ຄົນອີກຫລາຍຄົນທີ່ໄດ້ຮັບເລືອກເພື່ອເຮັດວຽກງານ ໄດ້ອອກໄປດັ່ງນັ້ນ ເພື່ອສັ່ງສອນພຣະຄຳທົ່ວແຜ່ນດິນ. ແລະ ການສະຖາປະນາສາດສະໜາຈັກຈຶ່ງກວ້າງຂວາງທົ່ວແຜ່ນດິນທຸກພາກພື້ນໂດຍອ້ອມຮອບ, ໃນບັນດາຜູ້ຄົນທັງໝົດຂອງຊາວນີໄຟ.
16 ແລະ ບໍ່ມີຄວາມບໍ່ສະເໝີພາບໃນບັນດາພວກເຂົາ; ພຣະຜູ້ເປັນເຈົ້າໄດ້ຖອກເທພຣະວິນຍານຂອງພຣະອົງລົງມາທົ່ວແຜ່ນດິນເພື່ອຕຽມຈິດໃຈຂອງລູກຫລານມະນຸດ, ຫລື ເພື່ອຕຽມ ໃຈຂອງພວກເຂົາ ເພື່ອຮັບພຣະຄຳ ຊຶ່ງຈະສິດສອນໃນບັນດາພວກເຂົາໃນເວລາແຫ່ງການສະເດັດມາຂອງພຣະອົງ—
17 ເພື່ອພວກເຂົາຈະບໍ່ໄດ້ດື້ດ້ານຕໍ່ພຣະຄຳ, ເພື່ອພວກເຂົາຈະບໍ່ໄດ້ເປັນຄົນທີ່ບໍ່ເຊື່ອຖື, ແລະ ໄປຫາຄວາມພິນາດ, ແຕ່ເພື່ອພວກເຂົາຈະໄດ້ຮັບພຣະຄຳດ້ວຍຄວາມປິຕິຍິນດີ, ແລະ ຄືກັນກັບ ກິ່ງງ່າທີ່ຖືກຕໍ່ເຂົ້າກັບ ແນວອະງຸ່ນແທ້ ເພື່ອພວກເຂົາຈະໄດ້ເຂົ້າໄປໃນ ທີ່ພັກຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
18 ບັດນີ້ ພວກປະໂລຫິດເຫລົ່ານັ້ນ ຊຶ່ງໄດ້ອອກໄປໃນບັນດາຜູ້ຄົນໄດ້ສັ່ງສອນໂທດຂອງການເວົ້າຕົວະ, ແລະ ການຫລອກລວງ, ແລະ ການອິດສາບັງບຽດ, ແລະ ການຜິດຖຽງກັນ, ແລະ ການມີເຈດຕະນາຮ້າຍ, ແລະ ການໝິ່ນປະໝາດ, ແລະ ການຂີ້ລັກມັກສົກ, ການໂຈນລະກຳ, ການປຸ້ນຈີ້, ການຄາດຕະກຳ, ການຫລິ້ນຊູ້, ແລະ ກິເລດຕັນຫາທຸກຢ່າງ, ໂດຍຮ້ອງບອກວ່າ ສິ່ງເຫລົ່ານີ້ບໍ່ຄວນມີເລີຍ—
19 ໂດຍສິດສອນເຖິງສິ່ງຈະຕ້ອງມາເຖິງໃນບໍ່ຊ້ານີ້; ແທ້ຈິງແລ້ວ, ໂດຍສິດສອນເຖິງ ການສະເດັດມາຂອງພຣະບຸດຂອງພຣະເຈົ້າ, ການຮັບທຸກທໍລະມານ ແລະ ການສິ້ນພຣະຊົນຂອງພຣະອົງ, ແລະ ການຟື້ນຄືນຊີວິດຂອງຄົນຕາຍ.
20 ແລະ ຫລາຍຄົນໄດ້ສອບຖາມກ່ຽວກັບສະຖານທີ່ ທີ່ພຣະບຸດຂອງພຣະເຈົ້າຈະສະເດັດມາ; ແລະ ພວກເຂົາໄດ້ຖືກສິດສອນວ່າ ພຣະອົງຈະ ປະກົດຕໍ່ພວກເຂົາ ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ; ແລະ ສິ່ງນີ້ຜູ້ຄົນກໍໄດ້ຍິນດ້ວຍຄວາມຊື່ນຊົມ ແລະ ດີໃຈຫລາຍທີ່ສຸດ.
21 ແລະ ບັດນີ້ຫລັງຈາກໄດ້ສະຖາປະນາສາດສະໜາຈັກຂຶ້ນທົ່ວແຜ່ນດິນແລ້ວ—ໂດຍມີ ໄຊຊະນະເໜືອມານ, ແລະ ພຣະຄຳຂອງພຣະເຈົ້າໄດ້ຖືກສັ່ງສອນໃນຄວາມບໍລິສຸດທົ່ວແຜ່ນດິນ, ແລະ ພຣະຜູ້ເປັນເຈົ້າໄດ້ຖອກເທພຣະພອນຂອງພຣະອົງລົງມາເທິງຜູ້ຄົນ—ປີທີສິບສີ່ແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.